Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສໍ້ລາດບັງຫຼວງແມ່ນຫຍັງ ແລະແມ່ນໃຜເປັນຜູ້ສໍ້ລາດ?
Anonymous

Date:
ສໍ້ລາດບັງຫຼວງແມ່ນຫຍັງ ແລະແມ່ນໃຜເປັນຜູ້ສໍ້ລາດ?


ຈົ່ງອະທິບາຍ ແລະຍົກຕົວຢ່າງຜູ້ສໍ້ລາດບັງຫຼວງມາເບິ່ງ?



__________________
Anonymous

Date:
RE: ສໍ້ລາດບັງຫຼວງແມ່ນຫຍັງ ແລະແມ່ນໃຜເປັນຜູ້ສໍ້ລາດ?


ສໍ້ລາດບັງຫລວງແມ່ນການເກັບເງິນຈາກປະຊາຊົນແຕ່ບໍ່ເອົາໄປໃຫ້ລັດຖະບານ.

ຕົວຢ່າງ: ພວກເກັບເງິນຄ່າຂ້າມຂົວ, ເກັບນໍາພວກຂັບລົດວິໂກ 2500 ກີບ

ແຕ່ເງິນໄປມອບໃຫ້ລັດແຕ່ 1500 ກີບ ເອົາເຂົ້າຖົງຕົນເອງ 1000 ກີບ.

Paste (Ctrl+V)



__________________
Anonymous

Date:

ສໍ້ຣາສບັງຫຼວງ

ຣາສ  ຣາສະດອນ.... ປະຊາຊົນ

ຣາຊ ..... ຣາຊາ

ຣາຊະການ.... ວຽກການຂອງພຣະຣາຊາ

ຂ້າຣາຊການ...... ຜູ້ຮັບໃຊ້ຣາຊາ  ຂີ້ຂ້າພຣະຣາຊາ

ລາດ...... ທາງລາດ  ລາດທາງ  ເອົານ້ຳລາດໃສ່



__________________
ລຸກລາວ-ຫລານລາວ

Date:

Anonymous wrote:

ຈົ່ງອະທິບາຍ ແລະຍົກຕົວຢ່າງຜູ້ສໍ້ລາດບັງຫຼວງມາເບິ່ງ?


 ສໍ້ຣາສ : ສໍ້ໂກງ-ເອົາ, ທຸກຢ່າງຈາກຣາສດອນ '' ເພາະເຮັດວຽກໃຫ້ກັບຫລວງ ''

            ທັງບໍ່ຫ່ວງແລະເກງກົວຕໍ່ກົດໝາຍ-ຂາຍລຽບ!

 ບັງຫລວງ : ກັ້ງຄັນຫົ່ມ-ໂຈມຕັ່ງ ນັ່ງບໍ່ເປັນ, ເພື່ອບັງຫລວງ ທັງຖ່ວງເວລາ

                ເພື່ອໃຫ້ນາຍຫລວງຫາຍຫ່ວງ '' ຫົວໜ້າ-ຂອງຫລວງ '' ບໍ່ລະແວງສົງໃສ

                ( ລູບແຄ່ງເລັຽຂາ ) ວ່າຊັ້ນສາ... '' ລັບຫລັງບັງຫລວງ-ກີນລຽບ!

* ຕາມຮູ້ນ້ອຍ ພອຍເຂົ້າໃຈກໍສ່ຳນີ້ລະ ແລະ ທ່ານອື່ນເດ ວ່າແນວໃດ..? ຢ່າໄປດ່າກັນເດີ້ລະ

   ອ້າຍຮູ້ສອງນ້ອງຮູ້ສາມ ຖາມກັນປຶກສາກັນ ສັນໃດກໍໂງ່ຄືກັນ-ວ່າຊັ້ນສາເນາະ...? biggrinbiggrinbiggrin

  



__________________
Anonymous

Date:

ສໍ້ລາດ ແມ່ນ ຍັກຍອກ ສໍ້ໂກງເອົາຊັບສົມບັດຂອງຊາດ ຫລືຂອງລວມຫມູ່ ມາເປັນຂອງຕົນ ແບບບໍຜິດຕໍ່ກົດຫມາຍ

ບັງຫລວງ ແມ່ນປິດບັງ ບໍ່ໃຫ້ໃຜຮູ້ ດວ້ຍຮູບການຕ່າງໆ ເຊັ່ນປອມແປງເອະສານ

ທັງຫມົດ ແມ່ນການສວຍໃຊ້ອຳນາດ ຫນ້າທີ່ ຕຳແຫນ່ງ

 

ແມ່ນຄົນຂີ່ລັກ ທີ່ລອຍນວນ ຢູ່ໃນສັງຄົມ ຢ່າງສະບາຍ



__________________
ຈຳປາທອງ

Date:

ທີ່ຈິງແລ້ວຄຳທີ່ວ່າ ສໍ້ລາດບັງຫລວງ ນີ້ມາຈາກຄຳເວົ້າດັ່ງຂ້າງລຸ່ມນີ້:

ສໍ້ລາດ=ສໍ້ໂກງລາດສະດອນ.

ສໍ້ບັງຫລວງ=ຍັກຍອກເງິນຈາກຄັງຫລວງ.

ບັງ=ມາຈາກພາສາຝຣັ່ງ-Banque/Bank ຫລືພາສາລາວວ່າ ທະນາຄານ ນັ້ນເອງ.

ບັງຫລວງ=ທະນາຄານແຫ່ງຊາດ, ທະນາຄານຫລວງ ຫລື ລັດຖະບານ.

 

ສໍ້ລາດ + ສໍ້ບັງຫລວງ = ສໍ້ລາດບັງຫລວງ ( ເພິ່ນຕັດເອົາ ສໍ້ ອອກອັນນຶ່ງ )

ສໍ້ລາດບັງຫລວງ = ສໍ້ໂກງລາດສະດອນແລະຍັກຍອກເງິນຈາກທະນາຄານຂອງຫລວງ.

 

ນີ້ຄືເຄົ້າທີ່ມາໂຕຈິງຂອງ ສໍ້ລາດບັງຫລວງ ( ສໍ້ຣາຊບັງຄ໌ຫຼວງ = ນີ້ຄືພາສາຂຽນກ່ອນ 75 )

 

 ຈຳປາທອງ

 

 



__________________
Anonymous

Date:

ເຂົາຖາມແນວນຶ່ງພັດຕອບແນວນຶ່ງ!



__________________
Anonymous

Date:

Anonymous wrote:

ຈົ່ງອະທິບາຍ ແລະຍົກຕົວຢ່າງຜູ້ສໍ້ລາດບັງຫຼວງມາເບິ່ງ?


     ການທີ່ ທາງ ລຖບ ສປປລ ໃດ້ເລືອກເອົາ  ນາງ ວຽງທອງ ( ລູກສາວ ຄົນໂປຣດຂອງ  Mafia  ຄໍາໄຕ) ໃຫ້ມາເປັນ ຜູ້ອໍານວຍການ

   ດູແລ  ຜະແນກການ ປາບປາມ ການສໍ້ຣາດບັງຫລວງ ແລະ ຄໍຣັບຊັ້ນ ກໍບໍ່ຕ່າງຫັຍງກັບ ສົມມຸດວ່າ ສະຫະປະຊາຊາດໃດ້ ແຕ່ງຕັ້ງ ມອບ

   ໝາຍພັນທະໃຫ້  ສະຫາຍ Pol Pot ຜູ້ນໍາຂະເມນແດງ ໃຫ້ ໄປກວດ ກາສືບສວນເບີ່ງວ່າ:  ໄກສອນ ພົມວິຫານ  ໃດ້ ຣະເມີດ  Human Right

  ບໍ  ຫຼື ບໍ່?  ວິນາທີ ທໍາອິດທີ່  Pol Pot ເຫັນ ໄກສອນ ພົມວິຫານ   ກໍໃດ້ຖາມ ຢ່າງ ດີໃຈສະອິກສະອື້ນວ່າ:

 a. Comrade ໄກສອນ ພົມວິຫານ   how many did you kill this year alone?

 b. "Ha! Ha! Ha! You lost me baby, I definitely KILL more than you" said Pol Pot.

 

  ບໍ່ມີຈັກເທືອ່ວ່າ:  ໂຈນ ຈະໄປຈັບ  ໂຈນ.

  ແຕ່ງ ຜີໂພງ ຈາກ ເມືອງແສນ ໃຫ້ ໄປ ກວດກາ ຜີປອບ ຢູ່ ບ້ານຫາດຂີ້ຄວາຍ  ວ່າ ພວກຜີປອບນີ້ຍັງກິນຄົນຢູ່ບໍຫຼື

  ວຽກງານ ຈະບໍ່ໄປບໍ່ມາ ບໍ່ມີການຄືບໝ້າ.......ມີແຕ່ ຜີປອບ ຈະ ຊວນ ຜີໂພງ ໃຫ້ ໄປຮ່ວມການກິນຕໍ່. None stop party all nigh long  ຮ່າ..ຮ່າ..ຮ່າ..

   



__________________
Anonymous

Date:

ຈຳປາທອງ wrote:

ທີ່ຈິງແລ້ວຄຳທີ່ວ່າ ສໍ້ລາດບັງຫລວງ ນີ້ມາຈາກຄຳເວົ້າດັ່ງຂ້າງລຸ່ມນີ້:

ສໍ້ລາດ=ສໍ້ໂກງລາດສະດອນ.

ສໍ້ບັງຫລວງ=ຍັກຍອກເງິນຈາກຄັງຫລວງ.

ບັງ=ມາຈາກພາສາຝຣັ່ງ-Banque/Bank ຫລືພາສາລາວວ່າ ທະນາຄານ ນັ້ນເອງ.

ບັງຫລວງ=ທະນາຄານແຫ່ງຊາດ, ທະນາຄານຫລວງ ຫລື ລັດຖະບານ.

 

ສໍ້ລາດ + ສໍ້ບັງຫລວງ = ສໍ້ລາດບັງຫລວງ ( ເພິ່ນຕັດເອົາ ສໍ້ ອອກອັນນຶ່ງ )

ສໍ້ລາດບັງຫລວງ = ສໍ້ໂກງລາດສະດອນແລະຍັກຍອກເງິນຈາກທະນາຄານຂອງຫລວງ.

 

ນີ້ຄືເຄົ້າທີ່ມາໂຕຈິງຂອງ ສໍ້ລາດບັງຫລວງ ( ສໍ້ຣາຊບັງຄ໌ຫຼວງ = ນີ້ຄືພາສາຂຽນກ່ອນ 75 )

 

 ຈຳປາທອງ

 ຂໍອະນຸຍາດຕໍານິແນ່ເດີ ທ່ານ ບັນດິດ. ຕາມຫັລກການປະຊາທິປະຕັຍເຮົາ ສາມາດ ຕິຊົມກັນໃດ້ ຫາກ

ທ່ານບໍ່ແມ່ນໝຶ່ງໃນຈໍານວນ  ຜູ້ ສະຫລາດສ່ອງ ໃສ ຜູ້  ໝັ້ນຢືນ ແລະ ຜູ້ ສະງ່າງາມ.

 ອັນຄໍາວ່າ " ບັງ " ໃນ ປະໂຫຍກນີ້ ໝາຍເຖີງ  ບັງຕາ  Sense figure ຫຼື ເວົ້າໃນ sense proper" ບັງ"

ໃນ ຄໍາ ປະສົມນີ້ (Compound nounce)  ໝາຍເຖີງ ລັກ ຫຼື ບໍ່ຕ້ອງ ການໃຫ້ຫລວງ ຫຼື ລຖບ ເຫັນ, ບໍ່

ໃດ້ໝາຍເຖີງ ທະນະຄານເດີ. ກະຣຸນາຕີຄວາມໝາຍຂອງຄໍານີ້ໃຫ້ເດ່ນຊັດ  ບໍ່ດັ່ງນັ້ນຈະມີການເຂົ້າໃຈຜິດ

ຢູ່ຕະຫລອດ.

 

 ຮັກແພງ, ອາຈານສອນພາສາແກວ ຢູ່ ມະຫາວິທະຍາລັຍແຫ່ງຊາດ.

 

 


 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard