Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮຽນຈົບປະລີນຍາເປັນພັນແຕ່ບໍ່ມີການຫລືບໍ່ມີຄວາມສາມາດ
Just wonder !

Date:
ຮຽນຈົບປະລີນຍາເປັນພັນແຕ່ບໍ່ມີການຫລືບໍ່ມີຄວາມສາມາດ

7,800 Students Graduate from National University of Laos

National University of Laos Graduates

ນັກສືກສາລາວ ຮຽນຈົບປະລີນຍາ ເປັນພັນແຕ່ລະປີ
ບໍ່ມີຄວາມຮູ້ ແລະຄວາມສາມາດ ເຮັດງຽກ ເຮັດການນຳ
ບໍຣີສັດຕ່າງຊາດຢູ່ໃນເມືອງລາວ ແລະຕ່າງປະເທດ

ເປັນຍ້ອນຍັງ ?????

__________________
Anonymous

Date:
RE: ຮຽນຈົບປະລີນຍາເປັນພັນແຕ່ບໍ່ມີການຫລືບໍ່ມີຄວາມສາມາດ

ຢູ່ໃນຮູບຫັ້ນ ຮັບປະກັນ ເຕັມ ລອ້ຍ

__________________
Anonymous

Date:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບໃນການປະຕິບັດງານໂຕຈິງ.

ເບື້ອງຕົ້ນບໍຣິສັດຂອງຕ່າງປະເທດທີ່ຢູ່ໃນລາວກໍເປີດຮັບເອົານັກສຶກສາລາວທີ່ຈົບປຣິນຍາຕຣີຈາກ

ມຊ ມາທະງານນຳ, ແຕ່ໄປບໍ່ລອດໃນເມື່ອເຂົ້າປະຕິບັດວຽກງານໂຕຈິງ,  ດັ່ງນັ້ນນັບຕັ້ງແຕ່ນັ້ນມາ

ຈຶ່ງເປັນຕົ້ນເຫດໃຫ້ບໍຣິສັດຂອງຕ່າງປະເທດຫລືເອກະຊົນທີ່ຢູ່ໃນລາວບໍ່ຮັບເອົາພະນັກງານຄົນລາວ

ທີ່ຈົບມາຈາກ ມຊ ເຂົ້າທຳງານນຳ. ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ. ເພາະ ມຊ ຫລືມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖ

ເລີຍ.

__________________
Anonymous

Date:

Just wonder ! wrote:

7,800 Students Graduate from National University of Laos

National University of Laos Graduates

ນັກສືກສາລາວ ຮຽນຈົບປະລີນຍາ ເປັນພັນແຕ່ລະປີ
ບໍ່ມີຄວາມຮູ້ ແລະຄວາມສາມາດ ເຮັດງຽກ ເຮັດການນຳ
ບໍຣີສັດຕ່າງຊາດຢູ່ໃນເມືອງລາວ ແລະຕ່າງປະເທດ

ເປັນຍ້ອນຍັງ ?????

 ຄືເອົາຮູບນ້ອງສາວນ່າຮັກ ມາອອກແທ້ . ຮັກເດີ ຈູ໊ບ ຈູ໊ບ

__________________
Anonymous

Date:

ບໍ່ໃດ້ເຮັດການນຳບໍຣີສັດຕ່າງຊາດ ກະກັບໄປເຮັດນາ ຄືຂ້າມນໍ້າຂອງ ໄປຫາການຢູ່ເມືອງໄທ.

__________________
Anonymous

Date:

Just wonder ! wrote:

7,800 Students Graduate from National University of Laos

National University of Laos Graduates

ນັກສືກສາລາວ ຮຽນຈົບປະລີນຍາ ເປັນພັນແຕ່ລະປີ
ບໍ່ມີຄວາມຮູ້ ແລະຄວາມສາມາດ ເຮັດງຽກ ເຮັດການນຳ
ບໍຣີສັດຕ່າງຊາດຢູ່ໃນເມືອງລາວ ແລະຕ່າງປະເທດ

ເປັນຍ້ອນຍັງ ?????

 ຄົນທີ່ 3 ຈາກຂວາມື ຫັນອ້າຍສິຮັບລ້ຽງເອງເດີ ບໍ່ຕ້ອງໄປຫາວຽກເຮັດງານທຳດອກ ຈັກຫນ່ອຍສິເສຍຜິວ

__________________
Anonymous

Date:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບໃນການປະຕິບັດງານໂຕຈິງ.

ເບື້ອງຕົ້ນບໍຣິສັດຂອງຕ່າງປະເທດທີ່ຢູ່ໃນລາວກໍເປີດຮັບເອົານັກສຶກສາລາວທີ່ຈົບປຣິນຍາຕຣີຈາກ

ມຊ ມາທະງານນຳ, ແຕ່ໄປບໍ່ລອດໃນເມື່ອເຂົ້າປະຕິບັດວຽກງານໂຕຈິງ,  ດັ່ງນັ້ນນັບຕັ້ງແຕ່ນັ້ນມາ

ຈຶ່ງເປັນຕົ້ນເຫດໃຫ້ບໍຣິສັດຂອງຕ່າງປະເທດຫລືເອກະຊົນທີ່ຢູ່ໃນລາວບໍ່ຮັບເອົາພະນັກງານຄົນລາວ

ທີ່ຈົບມາຈາກ ມຊ ເຂົ້າທຳງານນຳ. ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ. ເພາະ ມຊ ຫລືມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖ

ເລີຍ

_______________________________________________________________________________

ຕີລາຄາລະດັບຄວາມຮູ້ຂອງຜູ້ອອກຄຳເຫັນເທິງນີ້ ແມ່ນບໍ່ຈົບຮອດ ປໍ 4.

__________________
Anonymous

Date:

ບໍ່ມີທັງສ້ອງຢ່າງ ທັງຄວາມສາໝາດແລະວຽກການ ຣັດຖະບານບໍ່ສາໝາດ

ບັງຄັບບໍຣີສັດເອກກະຊົນ ແລະບໍຣີສັດຕ່າງຊາດ ໃຫ້ຈ້າງຄົນລາວ

ແລະຣັດຖະບານ ກໍບໍ່ມີວຽກ ມີການໃຫ້ຄົນລາວເຮັດ ຄົນລາວຈຳເປັນ

ຕ້ອງຂ້າມນໍ້າຂອງ ໄປທຳມາ ຫາກີນ ຢູ່ເມືອງໄທ.

__________________
Anonymous

Date:

ມຶງບໍ່​ຕ້ອງ ດູ​ຖູກ​ລະ​ບົບ​ການ​ສຶກ​ສາ​ຂອງ​ລາວ ບັກ​ນອກ

__________________
Anonymous

Date:

ພວກຫົວເກົ່າໆ ມັກປະຫມາດເດັກສະໃຫມນີ້

ລອງຫລີ້ຍ ເຟສ ຫລື ຄອມເສັງເຂົາເບີ່ງເດີ ຈັ່ງຊີຮູ້ວ່າຕົນ້ອງລ້າຫລັງເຂົາສຳໃດ

ຫລັກສູດ ປຍຕ ຢູ່ລາວດຽວນີ້ ບໍ່ໄດ້ທຳມະດາເດີ 

ປີ 1 ເຂົາເລີ້ມຂຽນບົດ ວະພາກແລວ້ 

ສວ່ນ ເວີດ ເອັກແຊລ ຫັ້ນ ແມ່ນຂອງລ້າສະໃຫມຂອງເຂົາເດີ ເຂົາຈັບເທືອດຽວເຂົ້າໃຈໂລດ

ດຽວນີ້ ເຂົາສົນໃຈ ແຕ່ການຂຽນ ໂປແກມ ຫລື ການແຕ່ງຮູບ ແຕ່ງຫນັງ ພຸ້ນ

ມື້ກອ່ນ ເດັກ ມ6 ເອົາເລກມາທີ່ລາວໄປຈ້າງຮຽນເພີ້ມ ມາໃຫ້ເບິ່ງ ຈົນງົງວ່າເຂົາຮຽນຫຍັງ

ບາດໄປເບິ່ງຫົວຂໍ້ ຈຶ່ງພໍຮູ້ວ່າ ແມ່ນ Partial derivative ຊຶ່ງແມ່ນເລກ ມຫລ  ດ້ານເສດຖະກິດ

 ດັ່ງນັ້ນ ງົມຫົວລ້ານຕົວເອງວ່າ ຕົວເອງຈົບຮອດຊັ້ນໃດ 

__________________
Anonymous

Date:

ແມ່ນຄວາມເຈົ້າແລວ້

ຄົນລະບອບເກົ່າ ມີຄົນຈົບ ບັກ (ມສ) ຈັກຄົນເດ

ພວກໄປ ຢູ່ ຕ່າງປະເທດເດ ຈົບບັກນຳເຂົາຢູ່ບໍ່

ແຕ່ເດັກນອ້ຍລາວ ດຽວນີ້ ຈົບ ມ7 (ສະໃຫມ ເກົ່າ terminal) ເກືອບ 80/100

ມສ ຫລື U  ຫລັກສູດ ອັນດຽວກັນ  ທົ່ວໂລກ  

__________________
Anonymous

Date:

Anonymous wrote:

 ບໍ່ໃດ້ດູຖູກ ມີແຕ່ເວົ້າຄວາມຈີງ ແລະສົງໃສເປັນຫຍັງ ບໍຣີສັດຕ່າງຊາດໃນເມືອງລາວ

ແລະນອກປະເທດ ບໍ່ຈ້າງນັກຮຽນລາວທີຈົບ ແລະໃດ້ປະລີນຍາຈາກ ມະຫາວິດທະຍາໄລລາວ

ເວົ້າຄວາມຈີງ ກະຫາວ່າດູຖູກ ຍັງບໍ່ແລ້ວ ຊໍ້າມາ ຄຸຍໂມ້ວ່າເກງອີກ

ຖ້າເກງແທ້ ເປັນຍັງບໍຣີສັດຕ່າງຊາດຄືບໍ່ຈ້າງແດ່.

__________________
Anonymous

Date:

Anonymous wrote:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບໃນການປະຕິບັດງານໂຕຈິງ.

ເບື້ອງຕົ້ນບໍຣິສັດຂອງຕ່າງປະເທດທີ່ຢູ່ໃນລາວກໍເປີດຮັບເອົານັກສຶກສາລາວທີ່ຈົບປຣິນຍາຕຣີຈາກ

ມຊ ມາທະງານນຳ, ແຕ່ໄປບໍ່ລອດໃນເມື່ອເຂົ້າປະຕິບັດວຽກງານໂຕຈິງ,  ດັ່ງນັ້ນນັບຕັ້ງແຕ່ນັ້ນມາ

ຈຶ່ງເປັນຕົ້ນເຫດໃຫ້ບໍຣິສັດຂອງຕ່າງປະເທດຫລືເອກະຊົນທີ່ຢູ່ໃນລາວບໍ່ຮັບເອົາພະນັກງານຄົນລາວ

ທີ່ຈົບມາຈາກ ມຊ ເຂົ້າທຳງານນຳ. ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ. ເພາະ ມຊ ຫລືມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖ

ເລີຍ.

ພວກເຮົາບໍ່ຄວນເບິ່ງລູກຫຼານແລະເບິ່ງຊາດຂອງຕົນເອງໄປທາງແງ່ລົບເກີນໄປເຖິງຈະຕົກຢູ່ໃຕ້ການປົກຄອງໃນລະບອບ ໃດກໍ່ຕາມແຕ່ມັນກໍ່ແມ່ນ(I.Q.)ຂອງຊົນຊາດລາວຄືເກົ່າ.                            ຖ້າເຮົາມາເບິ່ງສະຖິຕິຂອງນັກສຶກສາຈົບມາເປັນພັນໆຄົນມັນຕ້ອງມີຜູ້ເກ່ງແລະຜູ້ສະຫຼາດປະປົນຢູ່ຫັ້ນ!

ສິ່ງທີ່ບົກຜ່ອງກໍ່ພຽງແຕ່ດ້ານພາສາສາກົນ ເຊັ່ນ: ຝຣັ່ງຫຼືອັງກິດ ເທົ່ານັ້ນທີ່ເຮັດໃຫ້ເຂົາເຈົ້າມີບັນຫາ ແຕ່ມັນກໍ່ດີກ່ອນ

ທີ່ໃຫ້ຕ່າງຊາດເຂົ້າມາຈຳກັດການສຶກສາຄືໃນສະໄໝກ່ອນ.

__________________
Anonymous

Date:

Anonymous wrote:

ແມ່ນຄວາມເຈົ້າແລວ້

ຄົນລະບອບເກົ່າ ມີຄົນຈົບ ບັກ (ມສ) ຈັກຄົນເດ

ພວກໄປ ຢູ່ ຕ່າງປະເທດເດ ຈົບບັກນຳເຂົາຢູ່ບໍ່

ແຕ່ເດັກນອ້ຍລາວ ດຽວນີ້ ຈົບ ມ7 (ສະໃຫມ ເກົ່າ terminal) ເກືອບ 80/100

ມສ ຫລື U  ຫລັກສູດ ອັນດຽວກັນ  ທົ່ວໂລກ  

 ຮຽນຈົບປະລີນຍາແລ້ວພາກັນເຕະຝຸ່ນຈັ່ງແມ່ນເກງແທ້

__________________
Anonymous

Date:

ໄປເອົາມາແຕ່ໃສວ່າເຂົາບໍ່ຈ້າງ

ທຸກໆບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໃນລາວຈະຕ້ອງຈ້າງແຮງງານລາວ ມັນເປັນສັນຍາຕາຍໂຕລະຫວ່າງລັດຖະບານລາວ ແລະ ຜູ້ທີ່ເຂົ້າມາລົງທຶນ. ເປັນຫຼືບໍ່ເປັນກໍ່ໃຫ້ຝຶກແອບເອົາ.

ຂ້ອຍຈະຂໍຍົກຕົງຢ່າງຈັກສອງຂໍ້ເດີ:

ບໍລິສັດພູເບ້ຍມາຍນິງ ມີບໍລິສັດແມ່ ຈາກປະເທດອອສເຕຣເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 4000 ຄົນ ທົ່ວປະເທດ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

ບໍລິສັດລ້ານຊ້າງມິເນີໂຣ ກໍ່ເຊັ່ນກັນ ມິບໍລິສັດແມ່ຈາກປະເທດອອສເຕຼເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 3000 ຄົນ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

50% ຂອງແຮງງານລາວທີ່ເຮັດວຽກໃນສອງບໍລິສັດນັ້ນນັກສຶສາທີ່ຈົບຈາກວິທະຍາໄລຕ່າງໆຢູ່ໃນລາວ ແລະ ອີກຄິ່ງໜຶ່ງແມ່ນປະຊາຊົນທ້ອງຖິ່ນ ແລະ ທົ່ວໄປ

ຂ້ອຍກໍ່ເຄີຍເປັນໜຶ່ງໃນແຮງງານລາວທີ່ເຄີຍເຮັດວຽກຢູ່ໃນສອງບໍລິສັດນັ້ນ ຂ້ອຍເຮັດວຽກເປັນ Supervisor ແຕ່ຂ້ອຍຈົບພຽງຊັ້ນກາງເທົ່ານັ້ນ ຕອນທຳອິດຂ້ອຍກໍ່ບໍ່ເປັນຫຍັງ ເຂົາກໍ່ເລີຍເຕະຂ້ອຍອອກໄປຝຶກຢູ່ປະເທດອອສເຕຼເລຍ ປະມານສາມເດືອນ ກັບມາເຮັດວຽກຢ່າງສະບາຍ ແລະມີຄົນລາວຫຼາຍຄົນທີ່ເປັນແບບຂ້ອຍນີ້.

__________________
Anonymous

Date:

ການສືກສາເມືອງລາວເກງແທ້ ບໍ່ຖຽງຄືການໂຄສະນາຊວນເຊືອແລະລ້າງສະໝອງ
ແລະການປົກປິດຄວາມຈີງ

__________________
Anonymous

Date:

Anonymous wrote:
Anonymous wrote:

ແມ່ນຄວາມເຈົ້າແລວ້

ຄົນລະບອບເກົ່າ ມີຄົນຈົບ ບັກ (ມສ) ຈັກຄົນເດ

ພວກໄປ ຢູ່ ຕ່າງປະເທດເດ ຈົບບັກນຳເຂົາຢູ່ບໍ່

ແຕ່ເດັກນອ້ຍລາວ ດຽວນີ້ ຈົບ ມ7 (ສະໃຫມ ເກົ່າ terminal) ເກືອບ 80/100

ມສ ຫລື U  ຫລັກສູດ ອັນດຽວກັນ  ທົ່ວໂລກ  

 ຮຽນຈົບປະລີນຍາແລ້ວພາກັນເຕະຝຸ່ນຈັ່ງແມ່ນເກງແທ້

ການເຕະຝຸ່ນນັ້ນມັນບໍ່ແມ່ນສາຍເຫດຮຽນບໍ່ເກ່ງແຕ່ມັນຫາກແມ່ນການເລືອກວຽກຂອງຜູ້ກ່ຽວຫຼືວ່າວຽກງານທີ່ຈະຕອບສະ

ໜອງເຂົາເຈົ້າໃຫ້ມີບ່ອນເຮັດວຽກ!

ແລ້ວອີກຢ່າງນຶ່ງຂະແໜງອຸດສາຫະກຳໂຮງຈັກໂຮງງານຍັງຂ້ອນກັນຢູ່ໃນນະຄອນຫຼວງ, ໝາຍຄວາມວ່າຈຳນວນຄົນຫຼາຍ

ກວ່າບ່ອນເຮັດວຽກ ໃນຂອດນີ້ລະເຮົາຄວນເບິ່ງ!

ຖ້າລັດຖະບານສຳເຫຼັດທຸກໆແຜນການໃນອະນາຄົດທີ່ມີຢູ່ແຕ່ລະແຂວງແລ້ວບາດນັ້ນຄວາມກ້ຳເກິ່ງກັນກໍ່ຄ່ອຍເຫັນຜົນຂຶ້ນ.

ດີແລ້ວທີ່ປະເທດຊາດເຮົາໄດ້ກະກຽມນັກວິຊາການໄວ້ພຽງພໍ!

__________________
Anonymous

Date:

Anonymous wrote:

ໄປເອົາມາແຕ່ໃສວ່າເຂົາບໍ່ຈ້າງ

ທຸກໆບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໃນລາວຈະຕ້ອງຈ້າງແຮງງານລາວ ມັນເປັນສັນຍາຕາຍໂຕລະຫວ່າງລັດຖະບານລາວ ແລະ ຜູ້ທີ່ເຂົ້າມາລົງທຶນ. ເປັນຫຼືບໍ່ເປັນກໍ່ໃຫ້ຝຶກແອບເອົາ.

ຂ້ອຍຈະຂໍຍົກຕົງຢ່າງຈັກສອງຂໍ້ເດີ:

ບໍລິສັດພູເບ້ຍມາຍນິງ ມີບໍລິສັດແມ່ ຈາກປະເທດອອສເຕຣເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 4000 ຄົນ ທົ່ວປະເທດ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

ບໍລິສັດລ້ານຊ້າງມິເນີໂຣ ກໍ່ເຊັ່ນກັນ ມິບໍລິສັດແມ່ຈາກປະເທດອອສເຕຼເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 3000 ຄົນ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

50% ຂອງແຮງງານລາວທີ່ເຮັດວຽກໃນສອງບໍລິສັດນັ້ນນັກສຶສາທີ່ຈົບຈາກວິທະຍາໄລຕ່າງໆຢູ່ໃນລາວ ແລະ ອີກຄິ່ງໜຶ່ງແມ່ນປະຊາຊົນທ້ອງຖິ່ນ ແລະ ທົ່ວໄປ

ຂ້ອຍກໍ່ເຄີຍເປັນໜຶ່ງໃນແຮງງານລາວທີ່ເຄີຍເຮັດວຽກຢູ່ໃນສອງບໍລິສັດນັ້ນ ຂ້ອຍເຮັດວຽກເປັນ Supervisor ແຕ່ຂ້ອຍຈົບພຽງຊັ້ນກາງເທົ່ານັ້ນ ຕອນທຳອິດຂ້ອຍກໍ່ບໍ່ເປັນຫຍັງ ເຂົາກໍ່ເລີຍເຕະຂ້ອຍອອກໄປຝຶກຢູ່ປະເທດອອສເຕຼເລຍ ປະມານສາມເດືອນ ກັບມາເຮັດວຽກຢ່າງສະບາຍ ແລະມີຄົນລາວຫຼາຍຄົນທີ່ເປັນແບບຂ້ອຍນີ້.

 ຄືບໍ່ໄປບອກ ພວກນັກຮຽນລາວ ທີຈົບມາເປັນພັນທີ ພາກັນເຕະຝຸ່ນກັນຢູ່ເຕັມ
ບ້ານເຕັມເມືອງ

__________________
Anonymous

Date:

Anonymous wrote:

ແມ່ນຄວາມເຈົ້າແລວ້

ຄົນລະບອບເກົ່າ ມີຄົນຈົບ ບັກ (ມສ) ຈັກຄົນເດ

ພວກໄປ ຢູ່ ຕ່າງປະເທດເດ ຈົບບັກນຳເຂົາຢູ່ບໍ່

ແຕ່ເດັກນອ້ຍລາວ ດຽວນີ້ ຈົບ ມ7 (ສະໃຫມ ເກົ່າ terminal) ເກືອບ 80/100

ມສ ຫລື U  ຫລັກສູດ ອັນດຽວກັນ  ທົ່ວໂລກ  

 Terminal-ມ7 = 12th Grade (ຫຼື ຫ້ອງ 12) High School in the U.S.

ຢາກຮູ້ຄວາມຈິງວ່າຣະບອບເກົ່າມີໃຜຈົບບັກຈັກຄົນພວກທີ່ໄປຢູ່ຕ່າງປະເທດນັ້ນໃຫ້ໄປຖາມໝໍຮ່ຽມ

ພົມມະຈັນ,ໝໍຢົ້ງ ຈັນທະລັງສີ ແລະ ໝໍສົມອົກ ກິ່ງສະດາ ເບິ່ງເດີ້ແລ້ວຈະໄດ້ຄຳຕອບໂຕຈິງເພາະວ່າ

ພວກເຂົາເປັນນັກສຶກສາຈົບ ບັກ ບໍ່ພໍເທົ່າໃດປີກ່ອນ 75 ຫລືໄປຖາມໝໍ ບົວສອນ  ອະດີດນາຍຍົກ

ສປປລ ນັ້ນກໍໄດ້. ແລະຢ່າລືມຖາມພວກເຂົາແດ່ວ່າ ຣະບົບການສຶກສາສມັຍກ່ອນ 75 ກັບ ປັຈຸບັນ

ນີ້ແມ່ນອັນໃດທຽບເທົ່າຣະບົບຂອງສາກົນ?

ອັນ ຣະດັບ Terminal ຫລື ມ7 ທີ່ສະຫາຍກ່າວມານັ້ນແມ່ນຣະດັບດຽວກັນກັບຫ້ອງ 12 ຫລື 12th

Grade ຂອງ High School ຢູ່ອາເມຣິກາ, ຈົບ High School ຢູ່ອາເມຣິກາ ກໍຢູ່ຣະດັບດຽວກັນ

ກັບຈົບ ບັກ ຫລື ມ.ປາຍຢູ່ລາວທຸກວັນນີ້ແລ້ວ.

ສະຫາຍເວົ້າວ່າ ມສ ຫລື U ຫລັກສູດອັນດຽວກັນທົ່ວໂລກນັ້ນ ເວົ້າຜິດໃຫ້ເວົ້າໃໝ່ເດີ້, ຖ້າວ່າສະຫາຍ

ໝາຍ U ເປັນ University. ມສ ແມ່ນ ມັທະຍົມສຶກສາ ເປັນສາມັນສຶກສາຈະມີສອງຂັ້ນຄື ຕົ້ນ ແລະ

ປາຍ ເທົ່ານັ້ນ. ຢູ່ປະເທດຕາເວັນຕົກ ເມື່ອຈົບ ມ.ປາຍ ຫລື High School ຈຶ່ງສາມາດເຂົ້າໄປຮຽນຢູ່

ມະຫາວິທະຍາລັຍ ຫລື University ໄດ້. ແລະກໍບໍ່ຕ່າງກັນກັບ ສປປລ ທີ່ຈົບ ມ.ປາຍ ຈຶ່ງສາມາດໄປ

ຕໍ່ຕ່າງປະເທດ.

ແຕ່ຂ້າພະເຈົ້າບໍ່ເຂົ້າໃຈວ່າພວກນັກສຶກສາທີ່ເຂົ້າໄປຮຽນທີ່ມະຫາວິທະຍາລັຍແຫ່ງຊາດຂອງ ສປປລ

ນັ້ນ ຈົບ ມ.ຕົ້ນ ຫລື ມ.ປາຍ ກ່ອນຈະສາມາດເຂົ້າໄປຮຽນທີ່ນັ້ນ? ຢາດຮຼ້ວ່າພວກນັກສຶກສາ ສປປລ

ຈົບ ມຊ ຂະເຈົ້າມີອາຍຸຈັກປີ? 18? ຫລື 22?  ຖ້າວ່າພວກນັກສຶກສາທີ່ໄປຮຽນຕໍ່ທີ່ ມຊ ນັ້ນຈົບພຽງ

ແຕ່ ມ.ຕົ້ນ ຫລື (ມ4) ກໍແປວ່າ ຣະບົບການສຶກສາຢູ່ ມຊ ຂອງ ສປປລ ຢູ່ໃນຂັ້ນ High School

ຂອງປະເທດຕາເວັນຕົກແລະທະວີບອາເມຣິກາເທົ້່ານັ້ນ.

 ຮູ້ໄດ້ຈັ່ງໃດວ່າເຂົາເຕະຝຸ່ນ ເຈົ້າເປັນໝູ່ເຂົາໝົດທຸກຄົນເບາະ ບາງຄົນຮຽນຈົບແລ້ວພັດບໍ່ມັກວິຊາໂຕເອງກໍ່ມີ ກໍ່ເລີຍຫັນມາຊ່ວຍທຸລະກິດຄອບຄົວ ບາງຄົນກໍ່ເລືອກບ່ອນເຮັດວຽກ ມັນຂຶ້ນກັບຄວາມສະດວກຂອງການໄປການມາ

ຖ້າຜູ້ຕັ້ງໃຈຢາກຊອກວຽກແທ້ໆມັນຕ້ອງໄດ້ ທີ່ສຳຄັນໃນຖານະທີ່ເຮົາເປັນ job hunters ເຮົາຕ້ອງກຽມຕົວໃຫ້ດີກ່ອນສຳພາດ ແລະ ກ່ອນທີ່ທ່ານຈະຖືກຄັດເລືອກເພື່ອເອີ້ນສຳພາດນັ້ນ ຜູ້ຈັດການສ່ວນຫຼາຍ ເຂົາຈະເບິ່ງຈາກລີລາການຂຽນ Cover Letter ແລະ ການເປັນລະບຽບຂອງ CV ຂອງທ່ານ.

ທຸກໆບໍລິສັດເຂົາກໍ່ມີຂອບເຂດຈຳກັດໃນການຮັບພະນັກງານ ຊະນັ້ນເຮົາຕ້ອງຮູ້ສຶກແຂ່ງຂັນຢູ່ຕະຫຼອດເວລາ ເຮົາຕ້ອງຕິດຕາມໜັງສືພິມ ແລະ ເວັບໄຊປະກາດຈ້າງງານສະເໝີ ແລະ ທີ່ສຳຄັນເຮົາຕ້ອງສະໝັກຫຼາຍໆບ່ອນເພື່ອກັນໄວ້ ຢ່າລືມວ່າເໜືອຟ້າຍັງມີຟ້າ.

ຢູ່ໃນທຸກໆບໍລິສັດໃນແຕ່ລະປີຈະມີຄົນອອກ ແລະ ຄົນເຂົ້າ ສະນັ້ນເຮົາກໍ່ຕ້ອງລໍຈັ່ງວະ. ເຮົາຕ້ອງໄປຫາວຽກ ບໍ່ແມ່ນໃຫ້ວຽກມາເຮົາ ຄວາຍຕ້ອງໄປຫາບວກ ເພາະບວກມັນບໍ່ມາຫາຄວາຍ

__________________
Anonymous

Date:

Anonymous wrote:
Anonymous wrote:

ແມ່ນຄວາມເຈົ້າແລວ້

ຄົນລະບອບເກົ່າ ມີຄົນຈົບ ບັກ (ມສ) ຈັກຄົນເດ

ພວກໄປ ຢູ່ ຕ່າງປະເທດເດ ຈົບບັກນຳເຂົາຢູ່ບໍ່

ແຕ່ເດັກນອ້ຍລາວ ດຽວນີ້ ຈົບ ມ7 (ສະໃຫມ ເກົ່າ terminal) ເກືອບ 80/100

ມສ ຫລື U  ຫລັກສູດ ອັນດຽວກັນ  ທົ່ວໂລກ  

 Terminal-ມ7 = 12th Grade (ຫຼື ຫ້ອງ 12) High School in the U.S.

ຢາກຮູ້ຄວາມຈິງວ່າຣະບອບເກົ່າມີໃຜຈົບບັກຈັກຄົນພວກທີ່ໄປຢູ່ຕ່າງປະເທດນັ້ນໃຫ້ໄປຖາມໝໍຮ່ຽມ

ພົມມະຈັນ,ໝໍຢົ້ງ ຈັນທະລັງສີ ແລະ ໝໍສົມອົກ ກິ່ງສະດາ ເບິ່ງເດີ້ແລ້ວຈະໄດ້ຄຳຕອບໂຕຈິງເພາະວ່າ

ພວກເຂົາເປັນນັກສຶກສາຈົບ ບັກ ບໍ່ພໍເທົ່າໃດປີກ່ອນ 75 ຫລືໄປຖາມໝໍ ບົວສອນ  ອະດີດນາຍຍົກ

ສປປລ ນັ້ນກໍໄດ້. ແລະຢ່າລືມຖາມພວກເຂົາແດ່ວ່າ ຣະບົບການສຶກສາສມັຍກ່ອນ 75 ກັບ ປັຈຸບັນ

ນີ້ແມ່ນອັນໃດທຽບເທົ່າຣະບົບຂອງສາກົນ?

ອັນ ຣະດັບ Terminal ຫລື ມ7 ທີ່ສະຫາຍກ່າວມານັ້ນແມ່ນຣະດັບດຽວກັນກັບຫ້ອງ 12 ຫລື 12th

Grade ຂອງ High School ຢູ່ອາເມຣິກາ, ຈົບ High School ຢູ່ອາເມຣິກາ ກໍຢູ່ຣະດັບດຽວກັນ

ກັບຈົບ ບັກ ຫລື ມ.ປາຍຢູ່ລາວທຸກວັນນີ້ແລ້ວ.

ສະຫາຍເວົ້າວ່າ ມສ ຫລື U ຫລັກສູດອັນດຽວກັນທົ່ວໂລກນັ້ນ ເວົ້າຜິດໃຫ້ເວົ້າໃໝ່ເດີ້, ຖ້າວ່າສະຫາຍ

ໝາຍ U ເປັນ University. ມສ ແມ່ນ ມັທະຍົມສຶກສາ ເປັນສາມັນສຶກສາຈະມີສອງຂັ້ນຄື ຕົ້ນ ແລະ

ປາຍ ເທົ່ານັ້ນ. ຢູ່ປະເທດຕາເວັນຕົກ ເມື່ອຈົບ ມ.ປາຍ ຫລື High School ຈຶ່ງສາມາດເຂົ້າໄປຮຽນຢູ່

ມະຫາວິທະຍາລັຍ ຫລື University ໄດ້. ແລະກໍບໍ່ຕ່າງກັນກັບ ສປປລ ທີ່ຈົບ ມ.ປາຍ ຈຶ່ງສາມາດໄປ

ຕໍ່ຕ່າງປະເທດ.

ແຕ່ຂ້າພະເຈົ້າບໍ່ເຂົ້າໃຈວ່າພວກນັກສຶກສາທີ່ເຂົ້າໄປຮຽນທີ່ມະຫາວິທະຍາລັຍແຫ່ງຊາດຂອງ ສປປລ

ນັ້ນ ຈົບ ມ.ຕົ້ນ ຫລື ມ.ປາຍ ກ່ອນຈະສາມາດເຂົ້າໄປຮຽນທີ່ນັ້ນ? ຢາດຮຼ້ວ່າພວກນັກສຶກສາ ສປປລ

ຈົບ ມຊ ຂະເຈົ້າມີອາຍຸຈັກປີ? 18? ຫລື 22?  ຖ້າວ່າພວກນັກສຶກສາທີ່ໄປຮຽນຕໍ່ທີ່ ມຊ ນັ້ນຈົບພຽງ

ແຕ່ ມ.ຕົ້ນ ຫລື (ມ4) ກໍແປວ່າ ຣະບົບການສຶກສາຢູ່ ມຊ ຂອງ ສປປລ ຢູ່ໃນຂັ້ນ High School

ຂອງປະເທດຕາເວັນຕົກແລະທະວີບອາເມຣິກາເທົ້່ານັ້ນ.

ຢູ່ລາວ ຕ້ອງຈົບ ມ7 ຈຶ່ງເຂົ້າ U ໄດ້ ຈົບ ມ7 ອາຍຸປະມານ 17 ຫາ 18 ປີ

__________________
Anonymous

Date:

Anonymous wrote:

ໄປເອົາມາແຕ່ໃສວ່າເຂົາບໍ່ຈ້າງ

ທຸກໆບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໃນລາວຈະຕ້ອງຈ້າງແຮງງານລາວ ມັນເປັນສັນຍາຕາຍໂຕລະຫວ່າງລັດຖະບານລາວ ແລະ ຜູ້ທີ່ເຂົ້າມາລົງທຶນ. ເປັນຫຼືບໍ່ເປັນກໍ່ໃຫ້ຝຶກແອບເອົາ.

ຂ້ອຍຈະຂໍຍົກຕົງຢ່າງຈັກສອງຂໍ້ເດີ:

ບໍລິສັດພູເບ້ຍມາຍນິງ ມີບໍລິສັດແມ່ ຈາກປະເທດອອສເຕຣເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 4000 ຄົນ ທົ່ວປະເທດ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

ບໍລິສັດລ້ານຊ້າງມິເນີໂຣ ກໍ່ເຊັ່ນກັນ ມິບໍລິສັດແມ່ຈາກປະເທດອອສເຕຼເລຍ ດຳເນີນທຸລະກິດດ້ານບໍ່ແຮ່ຢູ່ໃນລາວ ແລະ ມີຄົນງານປະມານ 3000 ຄົນ ຊຶ່ງໃນນັ້ນ 95% ແມ່ນແຮງງານລາວ ຊຶ່ງເຮັດວຽກຕັ້ງແຕ່ຂັ້ນບໍລິຫານລົງໄປເຖິງກຳມະກອນ.

50% ຂອງແຮງງານລາວທີ່ເຮັດວຽກໃນສອງບໍລິສັດນັ້ນນັກສຶສາທີ່ຈົບຈາກວິທະຍາໄລຕ່າງໆຢູ່ໃນລາວ ແລະ ອີກຄິ່ງໜຶ່ງແມ່ນປະຊາຊົນທ້ອງຖິ່ນ ແລະ ທົ່ວໄປ

ຂ້ອຍກໍ່ເຄີຍເປັນໜຶ່ງໃນແຮງງານລາວທີ່ເຄີຍເຮັດວຽກຢູ່ໃນສອງບໍລິສັດນັ້ນ ຂ້ອຍເຮັດວຽກເປັນ Supervisor ແຕ່ຂ້ອຍຈົບພຽງຊັ້ນກາງເທົ່ານັ້ນ ຕອນທຳອິດຂ້ອຍກໍ່ບໍ່ເປັນຫຍັງ ເຂົາກໍ່ເລີຍເຕະຂ້ອຍອອກໄປຝຶກຢູ່ປະເທດອອສເຕຼເລຍ ປະມານສາມເດືອນ ກັບມາເຮັດວຽກຢ່າງສະບາຍ ແລະມີຄົນລາວຫຼາຍຄົນທີ່ເປັນແບບຂ້ອຍນີ້.

 ເປັນ Supervisor ຢູ່ບໍ່ຄຳພູເບ້ຍຫວະ, ຮູ້ຈັກຫລານຊາຍຂ້ອຍບໍ ລາວຊື່ ບຸນທະວີ ໄທບ້ານວັງເຮືອ

ເມືອງວັງວຽງແລະລາວກໍເປັນ Supervisor ຄືເຈົ້ານັ້ນລະຕ່າງແຕ່ລາວຈົບ ມໍປາຍ ຢູ່ລາວແລ້ວໄປ

ຮຽນຕໍ່ທີ່ປະເທດ Australia 4ປີ ກັບມາລາວກໍໄດ້ງານໂລດ. ທຸກວັນນີ້ລາວຍັງຢູ່ພູເບ້ຍພຸ້ນລະ. ໂລກ

ມັນກົມເນາະ????????

 Supervisor ດ້ານໃດ ຢູ່ພະແນກໃດ ຢູ່ພູເບ້ຍມັນກໍ່ມີຫຼາຍ sites  ແຕ່ລະ site ກໍ່ມີຫຼາຍ departments ແລະ ມີຄົນບັກຫຼາຍໆ ມີຄົນຊື່ບຸນທະວີປະມານ ຫ້າຫົກຄົນ.

ຕອນນີ້ຂ້ອຍອອກຈາກພູເບ້ຍແລ້ວ

__________________
Anonymous

Date:

ຂໍຖາມແດ່ວ່າ ນັກສຶກສາກ່ອນທີ່ຈະໄປຮຽນຕໍ່ຢູ່ ມະຫາວິທະຍາໄລແຫ່ງຊາດນັ້ນ ແມ່ນຈົບ ມໍຕົ້ນ ຫຼື ມໍປາຍ?

ແລະຫລັກສູດຈັກປີທີ່ຮຽນນຢູ່ ມຊ?

ເພາະເບິ່ງໃນຮູບທີ່ໂພສອອກນັ້ນຜູ້ໃດກໍມີແຕ່ໜ້າອ່ອນໆຄືບໍ່ເກີນ 18 ປີຈັກຄົນ.

__________________
Anonymous

Date:

ຖືກຕ້ອງນີ້ບໍ່ຖຽງ ເກງແທ້ໆເລື້ອງລ້າງສະໝອງ ໂຄສະນາຊວນເຊຶອ ຢ່າງ
ແລະແກ້ໜ້າ ເອົາໂຕລອດ ຍັງຖຽງຊູຊິໜ້າດ້ານ

__________________
Anonymous

Date:

Anonymous wrote:

ຂໍຖາມແດ່ວ່າ ນັກສຶກສາກ່ອນທີ່ຈະໄປຮຽນຕໍ່ຢູ່ ມະຫາວິທະຍາໄລແຫ່ງຊາດນັ້ນ ແມ່ນຈົບ ມໍຕົ້ນ ຫຼື ມໍປາຍ?

ແລະຫລັກສູດຈັກປີທີ່ຮຽນນຢູ່ ມຊ?

ເພາະເບິ່ງໃນຮູບທີ່ໂພສອອກນັ້ນຜູ້ໃດກໍມີແຕ່ໜ້າອ່ອນໆຄືບໍ່ເກີນ 18 ປີຈັກຄົນ.

ຈົບ ມໍປາຍ ອາຍຸປະມານ 17 - 18 ປີ ຫຼັກສູດ ມຊ ແມ່ນ 5 ປີ ຈົບ ມຊ ຫໍ່ຈະໄດ້ປະມານ 24 - 25 ປີ

ເດັກນ້ອຍລາວປະຈຸບັນນີ້ເຂົາຕັ້ງໜ້າອ່ອນ ເຂົາຮູ້ຮັກສາຕົນເອງ

 ນີ້ແມ່ນເດັກມັດທະຍົມປາຍ

543931_158832560945056_1048432668_n.jpg

 ຂອບໃຈເດີ້ທີ່ອະທິບາຍໃຫ້ຟັງ

__________________
Anonymous

Date:

ສາເຫດທີ່ທຳໃຫ້ ນັກຮຽນຈົບປລິນຍາຕີ ບໍ່ມີວຽກເຣັດ

1. ສວ່ນຫລາຍ ແມ່ນປລິນຍາຕີ ດ້ານເສດຖະກິດການເງິນ ຖ້າແມ່ນດ້ານວິສາວະກຳແລວ້ ບໍ່ອຶດວຽກໃຫ້ເຣັດ

2. ບໍລິສັດ ບໍ່ຕອ້ງການ ຄົນຈົບປລິນຍາຕີ ແຕ່ຢາກໄດ້ ແຕ່ຂັ້ນ ວິຊາຊີບ ຫລືຊັ້ນກາງກໍພໍແລວ້ ດັ່ງນັ້ນຈຶ່ງເຫັນວ່າ ພວກຈົບຊັ້ນກາງ ແລະວິຊາຊີບຈະມີວຽກເຣັດຫລາຍກວ່າ 

3. ຂັ້ນ ບໍລິຫານ ຫລືຊ່ຽວຊານ ທາງບໍລິສັດຕ່າງປະເທດ ເຂົາມີມາແລວ້ ເຂົາຕອ້ງການແຕ່ຜູ້ຊອ່ຍຄົນລາວທໍ່ນັ້ນ

4. ປລິນຍາຕີ ຢູ່ບ້ານເຣົາ ບໍ່ທັນມີປະສົບການຫລາຍ ຍອ້ນບໍ່ມີບອ່ນຝຶກງານທີ່ໄດ້ມາດຖານ ລະບົບການສອນ ມີລັກສະນະເຂົ້າຈ້ຳເຂົ້າາ ອາຈານບໍ່ມີປະສົບການ ແລະສະຖາບັນເອງກໍບໍ່ມັກເອົາອາຈານທີ່ມີປະສົບການຕົວຈິງ ມາສອນຍອ້ນຈ້າງແພງ ຫລື ບາງເທືອ່ກໍຢາກຫຶງວຽກໂຕເອງໄວ້

ຕົວຢ່າງ ຂພຈ ເອງເຄີຍຕິດຕໍ່ ຂໍໄປສອນໃຫ້ລ້າ ແຕ່ທາງສະຖາບັນບໍ່ຕອບຫຍັງມາເລີຍ 

5.  ພວກນຶ່ງຈົບມາແລວ້ ບໍ່ຢາກໄປເຣັດວຽກນອກ ມີແຕ່ຢາກເຣັດຢູ່ວຽງ ຫລືລໍຖ້າເຂົ້າເຣັດນຳລັດ ຂີ້ຄ້ານມັກງ່າຍ ອາໃສພໍ່ແມ່ກິນກໍພໍ

__________________
Anonymous

Date:

Anonymous wrote:

ມຶງບໍ່​ຕ້ອງ ດູ​ຖູກ​ລະ​ບົບ​ການ​ສຶກ​ສາ​ຂອງ​ລາວ ບັກ​ນອກ

         ການສຶກສາ ຢູ່ ສປປລ  ແລະ ວຽດນາມ ມີ ແຕ່ ປະລິມານ  ບໍ່ມີ   ຄຸນນະພາບ.

   ໃດ້ ປຣີຍາເອກ ມາຈາກວຽດນາມ ຫຼື ຈາກ ສປປລ ທຽບໄສ່  High School Diploma

   in the United States  ເທົ່ານັ້ນ.... 

__________________
Anonymous

Date:

Anonymous wrote:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບໃນການປະຕິບັດງານໂຕຈິງ.

ເບື້ອງຕົ້ນບໍຣິສັດຂອງຕ່າງປະເທດທີ່ຢູ່ໃນລາວກໍເປີດຮັບເອົານັກສຶກສາລາວທີ່ຈົບປຣິນຍາຕຣີຈາກ

ມຊ ມາທະງານນຳ, ແຕ່ໄປບໍ່ລອດໃນເມື່ອເຂົ້າປະຕິບັດວຽກງານໂຕຈິງ,  ດັ່ງນັ້ນນັບຕັ້ງແຕ່ນັ້ນມາ

ຈຶ່ງເປັນຕົ້ນເຫດໃຫ້ບໍຣິສັດຂອງຕ່າງປະເທດຫລືເອກະຊົນທີ່ຢູ່ໃນລາວບໍ່ຮັບເອົາພະນັກງານຄົນລາວ

ທີ່ຈົບມາຈາກ ມຊ ເຂົ້າທຳງານນຳ. ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ. ເພາະ ມຊ ຫລືມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖ

ເລີຍ.

 ບັກໝາສີ້ແມ່ມືງເອີຍ..ມືງເອົາສົ້ນຕີນຄິດຫຼືວ່າມືງເອົາສະໝອງຄິດ ມືງຈະເອົາລະດັບການສຶກຂອງນັກສຶກສາລາວໄປທຽມກັບນັກສຶກສາຂອງພໍ່ມືງຊິໄດ້ຫວ໋ະ

ມືງກໍ່ຄຶດແດ່ແມ ເຂົາແລ້ວຢູ່ເຢັນເປັນສຸກ ມີໂອກາດໄດ້ຮັບການສຶກມາຈັກຮ້ອຍຈັກປີແລ້ວ ສ່ວນປະເທດລາວຂອງກູໄຟສົງຄາມຫາກໍ່ມອດລົງໄດ້ 30 ກວ່າປີ

ເທົ່ານັ້ນ ມືງຊິໃຫ້ມັນທັນເຂົາໄດ້ແນວໃດ ຄັນພໍ່ພວກມືງບໍ່ເອົາໝາກແຕກມາຖີ້ມໃສ່ປະເທດກູແລ້ວກໍ່..ປານນີ້ປະເທດພໍ່ມືງກໍ່ໄລ່ດົມຫຳປະເທດກູບໍ່ທັນດອກ

ກ່ອນມືງຊິເວົ້າຫຍັງອອກມາໃຫ້ມືງເອົາສະໝອງຄິດແດ່ ບໍ່ແມ່ນຊິເອົາແຕ່ສົ້ນຕີນຄິດ!!!!!

 ບັກເຖົ້າເຕົ່າລ້ານປີເອີ່ຍ ຍາມໃດກໍ່ມາເວົ້າຂີ້ໂມ້ວ່າແຕ່ການສືກສາສະໄໝພວກເພີ່ນຮຽນເກັ່ງ

ຫລາຍຫັ້ນລະ, ມັນກໍ່ບໍ່ໄດ້ລື່ນກັນພໍເທົ່າໃດດອກອາຍາເຖົ້າຫົວເກົ່າເອີ່ຍ ມີແຕ່ພາສາຝຣັ່ງຫັ້ນ

ລະທີ່ລື່ນເພາະຮຽນແບບລະບົບຫົວເມືອງຂື້ນ, ພວກຮຽນຈົບສະໄໝນັ້ນເດັກນັກຮຽນຮຸ່ນໃໝ່

ເຂົາຖາມຫລາຍອັນກໍ່ຕອບເຂົາບໍ່ໄດ້ (ເວົ້າເລື່ອງເຕັກນິກເດີ່), ແມ່ນແຕ່ພວກອາຍາທີ່ເຄີຍຈົບ

ວິສະວະມາແຕ່ຝຣັ່ງໃນສະໄໝນັ້ນ ກໍ່ຍັງຂະຍອງຂະແຍງປະຕິເສດຄົນຮຸ່ນໃໝ່ທີ່ຮຽນມາໃໝ່

ເບັ່ງວ່າແຕ່ເພີ່ນເກັ່ງ ທີ່ແທ້ເພີ່ນກໍ່ເງີກບໍ່ແມ່ນທຳມະດາ ຍັງດີແຕ່ວ່າດຽວນີ້ພວກນັ້ນພັກຜ່ອນ

ບຳນານໄປເກືອບໝົດແລ້ວ ບໍ່ມາຂີ້ໂມ້ເກະກະສາຍຕາຄົນຮຸ່ນໃໝ່ປານໃດ.

ຢາກຖາມອາຍາເຕົ່າລ້ານປີເບີ່ງແດ່ວ່າ: ຖ້າເດັກນັກຮຽນ ນັກສືກສາທີ່ຮຽນຈົບຢູ່ລາວຄຸນນະພາບ

ຕ່ຳກວ່າປະເທດອື່ນຕັ້ງຫລາຍລະດັບປານນັ້ນ, ເຂົາຄືສາມາດໄປຮຽນຕໍ່ຢູ່ຕ່າງປະເທດໄດ້? ເຊັ່ນ:

ຈົບ ມ ປາຍແລ້ວໄປຕໍ່ຕຣີ, ຈົບຕຣີຢູ່ ມຊ ແລ້ວໄປຕໍ່ໂທ ຢູ່ Uastralia, Newzealand, USA

Canada ບັນດາປະເທດໃນ EU, Japan, South Korea ... ເຂົາຄືຮັບ ອາຍາເຮີຍ? ແປກແທ້ໆ

ກໍ່ບໍ່ໝາຍວ່າບໍ່ມີຜູ້ອ່ອນບໍ່ໄດ້ມາດຕະຖານດອກ ມັນກໍ່ມີຫລາຍຄົນທີ່ບໍ່ໄດ້ລະດັບ ມັນກໍ່ຂື້ນຢູ່ກັບ

ຄວາມຕັ້ງໃຈຮຽນ ຕັ້ງໃຈພັດທະນາຕົນເອງຂອງບຸກຄົນ ບໍ່ແມ່ນຈະເປັນຍ້ອນລະບົບຢ່າງດຽວ.

ໂຕຜູ້ຂ້າເອງກໍ່ຈົບ ມ ປາຍຢູ່ລາວ ແຕ່ກໍ່ຍັງສາມາດໄປຮຽນຕໍ່ຢູ່ຕ່າງປະເທດ ເບື້ອງທືນນິຍົມໄດ້

ຕັ້ງແຕ່ ຕຣີ ຈົນ ຮອດໂທ ເຂົາກໍ່ຍັງຮັບ ແລະ ກໍ່ຍັງສາມາດຮຽນນຳເຂົາໄດ້ຈົນຈົບ

ຂໍໃຫ້ອາຍາເຖົ້າເຕົ່າລ້ານປີເຊົາເວົ້າດູຖູກກັນໄດ້ແລ້ວ ຢ່າອ້າງແຕ່ໂຕເອງເກັ່ງພາສາຫລາຍ

 ເຈົ້າເວົ້າຖືກໃຈຂ້ອຍຫຼາຍ ມື້ໜ້າຄັນມາບ້ານຍຂ້ອຍຊິຕົ້ມໄກ່ໃສ່ໃບຊາສູ່ກິນເດິ ພໍ່ອາວ..

__________________
ໄທບ້ານສີເມືອງ

 ນີ້ລະໂຕຢ່າງຂອງການສຶກສາຢູ່ລາວ. Systems ຫຼືລະບົບການສຶກສາທີ່ທາງກະຊວງສຶກສາຄົ້ນຄ້ວາເອົາມາ

ສິດສອນເຍົາວະຊົນລາວຕັ້ງແຕ່ຂັ້ນອະນຸບານຈົນເຖິງມໍປາຍແລະມະຫາວິທະຍາໄລແມ່ນທຽບເທົ່າລະບົບຂອງ

ສາກົນ, ແຕ່ຜູ້ທີ່ເປັນນັກສຶກສານັ້ນໃຊ້ການສຶກສາທີ່ຮຽນມາບໍ່ເປັນ ເບິ່ງແຕ່ການໂອ້ລົມສົນທະນາ ຫຼືຄວາມ

ເວົ້າອອກມາຄຳໃດກໍມີແຕ່ຄຳຫຍາບຄາຍທັງນັ້ນ ເຮັກແນວໃດນາຍຈ້າງຂອງບໍລິສັດຕ່າງປະເທດເຂົາຈະຮັບ

ເຂົ້າເຮັດການໃຫ້ເຂົາ ເພາະກິລິຍາມາລະຍາດເຈົ້າສ່ຳກັບຄົນບໍ່ມີການສຶກສາເລີຍ.    ສົມແລ້ວທີ່ຖືກປະເທດ

ເພື່ອນບ້ານດູຖູກມາຕະຫລອດວ່າ ດ້ອຍການສຶກສາ. ບໍ່ກ້າຮັບຄວາມຈິງ ເຂົາບໍ່ໄດ້ຫາເລື່ອງເວົ້າໃຫ້ເຮົາ ບາດ

ເຂົາເອົາຄວາມຈິງອອກມາເວົ້າ ເສືອກໄປແຫຼ່ທ້ອງໃຫ້ເຂົາເຫັນໄສ້ເຫັນພຸງຂອງໂຕເອງ.

ໄທບ້ານສີເມືອງ.

 ກະທູ້ນີ້ເຂົາບໍ່ໄດ້ເວົ້າເລື່ອງຮັບເອົານັກສຶກສາໄປຮຽນຕ່າງປະເທດ ເຂົາເວົ້າກັນເລື່ອງນັກສຶກສາລາວຈົບ

ມຊ ມາແລ້ວບໍ່ມີການເຮັດ ຈຶ່ງມີຄົນຕັ້ງຄຳຖາມຂື້ນວ່າດ້ວຍເຫດໃດບໍລິສັດຕ່າງປະເທດແລະເອກກະຊົນ

ຢູ່ລາວຈຶ່ງບໍ່ຮັບເອົານັກສຶກສາເຫຼົ່ານັ້ນເຂົ້າເຮັດການໃຫ້ເຂົາ?   ນັກສຶກສາທີ່ໄປຮຽນຕ່າງປະເທດນັ້ນມັນບໍ່

ຄືກັນກັບພວກຈົບແລ້ວຫາການບໍ່ໄດ້, ຖ້າເຂົາມີທຶນຈະເປັນທຶນສ່ວນຕົວຫຼືລັດແລະເສັງຜ່ານໄດ້ແມ່ນໄດ້

ໄປ ແຕ່ກົງກັນຂ້າມກັບພວກທີ່ຮຽນຈົບມາແລ້ວຫາການບໍ່ໄດ້ ອັນນີ້ຄຶບົດສົນທະນາຂອງກະທູ້ນີ້.

ຂ້າພະເຈົ້າບໍ່ແມ່ນອາຍາເຖົ້າເຕົ່າລ້ານປີຢູ່ແຈໃດດອກ, ຈົບ ມຊ ມາໄດ້ປິກ່ວານີ້ແລ້ວ ຫາການບໍ່ໄດ້ດັ່ງທີ່

ວິຊາທີ່ຕົນເອງຮຽນມາ ດຽວນີ້ເຮັດການກໍ່ສ້າງ (ເປັນຊ່າງໄຟ) ກັບບໍລິສັດຮັບເໝົາປຸກເຮືອນນ້ອຍໆທີ່

ບ້ານສີເມືອງນີ້ເອງ.  ພວກສະຫາຍຄົງຈະແປກໃຈທີ່ເຫັນຂໍ້ຄວາມຂອງເຮົາຂຽນແບບລາວກ່ອນ 75 ແລະ

ຍັງເອົາລະບົບການສຶກສາຂອງອາເມລິກາມາທຽບ, ເຮົາກໍເລີຍກາຍເປັນເຖົ້າເຕົ່າລ້ານປີໄປເລີຍ. ດຽວນີ້

ເຮົາກໍຢູ່ອາເມລິກາພຸ້ນ ໄປຢາມພີ່ນ້ອງຢູ່ລັດ ມີຊີແກັນ ພີ່ນ້ອງຈ່າຍຄ່າເດີນທາງແລະຢູ່ກິນໃຫ້. ວຽກງານ

ຢູ່ລາວກໍບໍ່ມີຫລາຍເລີຍຂໍອະນຸຍາດເຖົ້າແກ່ໄປພັກຜ່ອນຈັກເດືອນສອງເດືອນຈຶ່ງຈະກັບມາ.

__________________
Anonymous

Date:

govt stupid , govt should pass the law allow foreign company

should hire or give those new graduata a chance to become

productive at least give a trainnig for job in certain time before

hiring them

__________________
Anonymous

Date:

ຂອ້ຍຮູ້ວ່າລູກຫລານ ຄົນລາວຢູ່ ອະເມລິກາ ສວ່ນຫລາຍ ບໍ່ໄດ້ຮຽນຈົບປລິນຍາຕີເທົ່າກັບຢູ່ລາວຊ້ຳດອກເດີ

ສວ່ນຫລາຍ ກໍຈົບ ຫອ້ງ 12 ແລວ້ກໍໄປຮຽນວິຊາຊີບ ຈາກນັ້ນກໍກາຍເປັນຊ່າງຈອດ ຊາງໄຟຟ້າເພາະຕອ້ງໃຊ້ເງິນຫລາຍ ຫລືບໍ່ກໍ້ເສັຍເວລາຫາເງິນ 

ແຕ່ຢູ່ລາວ ເດັກເຂົານິຍົມຮຽນກາຍຈົນຈົບປລິນຍາ ແລະບໍ່ມັກຮຽນວິຊາຊີບ ຍອ້ນບໍ່ຢາກອອກແຮງງານດວ້ຍມື

ມີແຕ່ຢາກນັ່ງຫອ້ງການ ອັນນີ້ແມ່ນສາເຫດທີ່ທຳໃຫ້ບໍ່ມີວຽກໃຫ້ເຮັດ ແລະເປັນນິດໃສຄົນລາວແຕ່ໃດມາ

ບໍລິສັດຕ່່າງປະເທດມາລົງທຶນສວ່ນຫລາຍເຂົາຢາກໄດ້ແຕ່ຊ່າງ ຫລືຄົນມີສິມືດີ 

ໄປຖາມເບິ່ງໂລດ ວ່າພວກຈົບ ຊັ້ນສູງ ປາກປ່າສັກ ຫລື ລາວເຍັຍລະມັນ ເຂົາກາຍເປັນຄົນວ່າງານບໍ່

ເມືອສົມທຽບກັບ ຄົນຈົບປລີນຍາຕີ ຂະແຫນງເສດຖະກິດ ຕົວຢ່າງ

__________________
Anonymous

Date:

Anonymous wrote:
Anonymous wrote:

ພວກຫົວເກົ່າໆ ມັກປະຫມາດເດັກສະໃຫມນີ້

ລອງຫລີ້ຍ ເຟສ ຫລື ຄອມເສັງເຂົາເບີ່ງເດີ ຈັ່ງຊີຮູ້ວ່າຕົນ້ອງລ້າຫລັງເຂົາສຳໃດ

ຫລັກສູດ ປຍຕ ຢູ່ລາວດຽວນີ້ ບໍ່ໄດ້ທຳມະດາເດີ 

ປີ 1 ເຂົາເລີ້ມຂຽນບົດ ວະພາກແລວ້ 

ສວ່ນ ເວີດ ເອັກແຊລ ຫັ້ນ ແມ່ນຂອງລ້າສະໃຫມຂອງເຂົາເດີ ເຂົາຈັບເທືອດຽວເຂົ້າໃຈໂລດ

ດຽວນີ້ ເຂົາສົນໃຈ ແຕ່ການຂຽນ ໂປແກມ ຫລື ການແຕ່ງຮູບ ແຕ່ງຫນັງ ພຸ້ນ

ມື້ກອ່ນ ເດັກ ມ6 ເອົາເລກມາທີ່ລາວໄປຈ້າງຮຽນເພີ້ມ ມາໃຫ້ເບິ່ງ ຈົນງົງວ່າເຂົາຮຽນຫຍັງ

ບາດໄປເບິ່ງຫົວຂໍ້ ຈຶ່ງພໍຮູ້ວ່າ ແມ່ນ Partial derivative ຊຶ່ງແມ່ນເລກ ມຫລ  ດ້ານເສດຖະກິດ

 ດັ່ງນັ້ນ ງົມຫົວລ້ານຕົວເອງວ່າ ຕົວເອງຈົບຮອດຊັ້ນໃດ 

 ບໍ່ໃດ້ດູຖູກ ມີແຕ່ເວົ້າຄວາມຈີງ ແລະສົງໃສເປັນຫຍັງ ບໍຣີສັດຕ່າງຊາດໃນເມືອງລາວ

ແລະນອກປະເທດ ບໍ່ຈ້າງນັກຮຽນລາວທີຈົບ ແລະໃດ້ປະລີນຍາຈາກ ມະຫາວິດທະຍາໄລລາວ

ເວົ້າຄວາມຈີງ ກະຫາວ່າດູຖູກ ຍັງບໍ່ແລ້ວ ຊໍ້າມາ ຄຸຍໂມ້ວ່າເກງອີກ

ຖ້າເກງແທ້ ເປັນຍັງບໍຣີສັດຕ່າງຊາດຄືບໍ່ຈ້າງແດ່.

 ການສືກສາເມືອງລາວ ເກງການລ້າງສະໝອງ

ສັງສອນເດັກນ້ອຍລາວ ໃຫ້ຈົງຮັກພັກດີຕໍ່ວຽດນາມ

ຜູ້ຕັດໃມ້ລາວແລະກຽດຊັງອາເມຣີກັນ ຜູ້ມາຖີມລະເບີດ

ໃສ່ຫົວທະຫານວຽດນາມເໜືອ ຢູ່ດີນລາວສ່ວນ

ວິຊາອືນບໍ່ສຳຄັນ ປະລີນຊື້ກັນເອົາ ຄື ດຣ ຄຳເຜີຍ ປານມາໄລທອງເວົ້າຢູ່ສະພາ

__________________
Anonymous

Date:

ໄທບ້ານສີເມືອງ wrote:
Anonymous wrote:
Anonymous wrote:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບໃນການປະຕິບັດງານໂຕຈິງ.

ເບື້ອງຕົ້ນບໍຣິສັດຂອງຕ່າງປະເທດທີ່ຢູ່ໃນລາວກໍເປີດຮັບເອົານັກສຶກສາລາວທີ່ຈົບປຣິນຍາຕຣີຈາກ

ມຊ ມາທະງານນຳ, ແຕ່ໄປບໍ່ລອດໃນເມື່ອເຂົ້າປະຕິບັດວຽກງານໂຕຈິງ,  ດັ່ງນັ້ນນັບຕັ້ງແຕ່ນັ້ນມາ

ຈຶ່ງເປັນຕົ້ນເຫດໃຫ້ບໍຣິສັດຂອງຕ່າງປະເທດຫລືເອກະຊົນທີ່ຢູ່ໃນລາວບໍ່ຮັບເອົາພະນັກງານຄົນລາວ

ທີ່ຈົບມາຈາກ ມຊ ເຂົ້າທຳງານນຳ. ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ. ເພາະ ມຊ ຫລືມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖ

ເລີຍ.

 ບັກໝາສີ້ແມ່ມືງເອີຍ..ມືງເອົາສົ້ນຕີນຄິດຫຼືວ່າມືງເອົາສະໝອງຄິດ ມືງຈະເອົາລະດັບການສຶກຂອງນັກສຶກສາລາວໄປທຽມກັບນັກສຶກສາຂອງພໍ່ມືງຊິໄດ້ຫວ໋ະ

ມືງກໍ່ຄຶດແດ່ແມ ເຂົາແລ້ວຢູ່ເຢັນເປັນສຸກ ມີໂອກາດໄດ້ຮັບການສຶກມາຈັກຮ້ອຍຈັກປີແລ້ວ ສ່ວນປະເທດລາວຂອງກູໄຟສົງຄາມຫາກໍ່ມອດລົງໄດ້ 30 ກວ່າປີ

ເທົ່ານັ້ນ ມືງຊິໃຫ້ມັນທັນເຂົາໄດ້ແນວໃດ ຄັນພໍ່ພວກມືງບໍ່ເອົາໝາກແຕກມາຖີ້ມໃສ່ປະເທດກູແລ້ວກໍ່..ປານນີ້ປະເທດພໍ່ມືງກໍ່ໄລ່ດົມຫຳປະເທດກູບໍ່ທັນດອກ

ກ່ອນມືງຊິເວົ້າຫຍັງອອກມາໃຫ້ມືງເອົາສະໝອງຄິດແດ່ ບໍ່ແມ່ນຊິເອົາແຕ່ສົ້ນຕີນຄິດ!!!!!

 ນີ້ລະໂຕຢ່າງຂອງການສຶກສາຢູ່ລາວ. Systems ຫຼືລະບົບການສຶກສາທີ່ທາງກະຊວງສຶກສາຄົ້ນຄ້ວາເອົາມາ

ສິດສອນເຍົາວະຊົນລາວຕັ້ງແຕ່ຂັ້ນອະນຸບານຈົນເຖິງມໍປາຍແລະມະຫາວິທະຍາໄລແມ່ນທຽບເທົ່າລະບົບຂອງ

ສາກົນ, ແຕ່ຜູ້ທີ່ເປັນນັກສຶກສານັ້ນໃຊ້ການສຶກສາທີ່ຮຽນມາບໍ່ເປັນ ເບິ່ງແຕ່ການໂອ້ລົມສົນທະນາ ຫຼືຄວາມ

ເວົ້າອອກມາຄຳໃດກໍມີແຕ່ຄຳຫຍາບຄາຍທັງນັ້ນ ເຮັກແນວໃດນາຍຈ້າງຂອງບໍລິສັດຕ່າງປະເທດເຂົາຈະຮັບ

ເຂົ້າເຮັດການໃຫ້ເຂົາ ເພາະກິລິຍາມາລະຍາດເຈົ້າສ່ຳກັບຄົນບໍ່ມີການສຶກສາເລີຍ.    ສົມແລ້ວທີ່ຖືກປະເທດ

ເພື່ອນບ້ານດູຖູກມາຕະຫລອດວ່າ ດ້ອຍການສຶກສາ. ບໍ່ກ້າຮັບຄວາມຈິງ ເຂົາບໍ່ໄດ້ຫາເລື່ອງເວົ້າໃຫ້ເຮົາ ບາດ

ເຂົາເອົາຄວາມຈິງອອກມາເວົ້າ ເສືອກໄປແຫຼ່ທ້ອງໃຫ້ເຂົາເຫັນໄສ້ເຫັນພຸງຂອງໂຕເອງ.

ໄທບ້ານສີເມືອງ.

 ບັກຍາດໝາມາເກີດເອີຍ! ຄຳເວົ້າທີ່ຍາບຄາຍນັ້ນກູເອົາມາໃຊ້ແຕ່ກັບມືງຫັ້ນລະ

ເພາະຄຳເວົ້າທີ່ດີໆສຸພາບໆໆນັ້ນມັນບໍ່ເໝາະສົມທີ່ຈະເວົ້າກັບມືງ ຍ້ອນຄວາມຄິດ

ຂອງມືງມັນບໍ່ໄດ້ເອົາສະໝອງຄິດ ແຕ່ເອົາສົ້ນຕີນມາຄິດ!

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບ ...........

.......... ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ......ມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖເລີຍ.

ຂໍໃຫ້ອາຍາເຖົ້າເຕົ່າລ້ານປີເຊົາເວົ້າດູຖູກກັນໄດ້ແລ້ວ ຢ່າອ້າງແຕ່ໂຕເອງເກັ່ງພາສາຫລາຍ

 ກະທູ້ນີ້ເຂົາບໍ່ໄດ້ເວົ້າເລື່ອງຮັບເອົານັກສຶກສາໄປຮຽນຕ່າງປະເທດ ເຂົາເວົ້າກັນເລື່ອງນັກສຶກສາລາວຈົບ

ມຊ ມາແລ້ວບໍ່ມີການເຮັດ......  ນັກສຶກສາທີ່ໄປຮຽນຕ່າງປະເທດນັ້ນມັນບໍ່ຄືກັນກັບ

ພວກຈົບແລ້ວຫາການບໍ່ໄດ້,......... ອັນນີ້ຄຶບົດສົນທະນາຂອງກະທູ້ນີ້..........

ຂພຈ ກໍ່ບໍ່ຢາກຖຽງຕໍ່ຍາວຕໍ່ຍືດ, ຂໍເຊີນ ທ່ານອ່ານຄືນຂໍ້ຄວາມຂ້າງເທີງ ທີ່ ຂພຈ ໄດ້ຄັດຈ້ອນ

ຂໍ້ຄວາມເບື້ອງຕົ້ນແລ້ວນັ້ນ ວ່າມັນມີຄວາມໝາຍແນວໃດ?, ຂພຈ ບໍ່ຮູ້ວ່າໃຜຂຽນ ແລະ ຂຽນ

ອອກມາເພື່ອອະທິບາຍບັນຫາຫຍັງ?

__________________
Anonymous

Date:

 ບັກຍາດໝາມາເກີດເອີຍ! ຄຳເວົ້າທີ່ຍາບຄາຍນັ້ນກູເອົາມາໃຊ້ແຕ່ກັບມືງຫັ້ນລະ

ເພາະຄຳເວົ້າທີ່ດີໆສຸພາບໆໆນັ້ນມັນບໍ່ເໝາະສົມທີ່ຈະເວົ້າກັບມືງ ຍ້ອນຄວາມຄິດ

ຂອງມືງມັນບໍ່ໄດ້ເອົາສະໝອງຄິດ ແຕ່ເອົາສົ້ນຕີນມາຄິດ!

ໝໍນີ້ເຫັນຢູ່ບ່ອນໃດບໍ່ວ່າເວບໃດກໍໃຊ້ຄຳຫຍາບຄາຍແບບນີ້ທຸກບ່ອນ.  ບໍ່ແມ່ນໝໍ

ເປັນບ້າສະໝອງກໍບ້າຈິດແລ້ວຫວະ? ເພາະມາກວດເບິ່ງ ໄອພີ  ແມ່ນມາບ່ອນດຽວ

ກັນ. ກ່ອນໝໍຈະທັ່ງເອົາຄວາມຫຍາບຄາຍນັ້ນອອກມາໝໍໄດ້ເອົາສະໝອງຄິດກ່ອນ

ຫລືເອົາສົ້ນຕີນມາຄິດຄືໝໍເວົ້າໃຫ້ໝູ່ນັ້ນຫຼືບໍ່?  ເບິ່ງຊົງໝໍຄືສິເກີດມາກັບຄອບຄົວ

ທີ່ມີບັນຫາຫລືຄອບຄົວທີ່ຍາດສຸນັກມາເກີດຈຶ່ງເປັນເຫດໃຫ້ຄົນໝົດຕະກຸນຂອງໝໍ

ກັບກາຍມາເປັນສຸນັກວໍ້ທີ່ຊອກກັດຄົນໄປບໍ່ເລືອກ.

ຢາກປົວສຸນັກວໍ້ໃຫ້ໄປຫາເດີ້ຢູ່ສີເມືອງ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ພວກຫົວເກົ່າໆ ມັກປະຫມາດເດັກສະໃຫມນີ້

ລອງຫລີ້ຍ ເຟສ ຫລື ຄອມເສັງເຂົາເບີ່ງເດີ ຈັ່ງຊີຮູ້ວ່າຕົນ້ອງລ້າຫລັງເຂົາສຳໃດ

ຫລັກສູດ ປຍຕ ຢູ່ລາວດຽວນີ້ ບໍ່ໄດ້ທຳມະດາເດີ 

ປີ 1 ເຂົາເລີ້ມຂຽນບົດ ວະພາກແລວ້ 

ສວ່ນ ເວີດ ເອັກແຊລ ຫັ້ນ ແມ່ນຂອງລ້າສະໃຫມຂອງເຂົາເດີ ເຂົາຈັບເທືອດຽວເຂົ້າໃຈໂລດ

ດຽວນີ້ ເຂົາສົນໃຈ ແຕ່ການຂຽນ ໂປແກມ ຫລື ການແຕ່ງຮູບ ແຕ່ງຫນັງ ພຸ້ນ

ມື້ກອ່ນ ເດັກ ມ6 ເອົາເລກມາທີ່ລາວໄປຈ້າງຮຽນເພີ້ມ ມາໃຫ້ເບິ່ງ ຈົນງົງວ່າເຂົາຮຽນຫຍັງ

ບາດໄປເບິ່ງຫົວຂໍ້ ຈຶ່ງພໍຮູ້ວ່າ ແມ່ນ Partial derivative ຊຶ່ງແມ່ນເລກ ມຫລ  ດ້ານເສດຖະກິດ

 ດັ່ງນັ້ນ ງົມຫົວລ້ານຕົວເອງວ່າ ຕົວເອງຈົບຮອດຊັ້ນໃດ 

 ບໍ່ໃດ້ດູຖູກ ມີແຕ່ເວົ້າຄວາມຈີງ ແລະສົງໃສເປັນຫຍັງ ບໍຣີສັດຕ່າງຊາດໃນເມືອງລາວ

ແລະນອກປະເທດ ບໍ່ຈ້າງນັກຮຽນລາວທີຈົບ ແລະໃດ້ປະລີນຍາຈາກ ມະຫາວິດທະຍາໄລລາວ

ເວົ້າຄວາມຈີງ ກະຫາວ່າດູຖູກ ຍັງບໍ່ແລ້ວ ຊໍ້າມາ ຄຸຍໂມ້ວ່າເກງອີກ

ຖ້າເກງແທ້ ເປັນຍັງບໍຣີສັດຕ່າງຊາດຄືບໍ່ຈ້າງແດ່.

 ການສືກສາເມືອງລາວ ເກງການລ້າງສະໝອງ

ສັງສອນເດັກນ້ອຍລາວ ໃຫ້ຈົງຮັກພັກດີຕໍ່ວຽດນາມ

ຜູ້ຕັດໃມ້ລາວແລະກຽດຊັງອາເມຣີກັນ ຜູ້ມາຖີມລະເບີດ

ໃສ່ຫົວທະຫານວຽດນາມເໜືອ ຢູ່ດີນລາວສ່ວນ

ວິຊາອືນບໍ່ສຳຄັນ ປະລີນຍາຊື້ກັນເອົາ ຄື ດຣ ຄຳເຜີຍ ປານມາໄລທອງເວົ້າຢູ່ສະພາ

 ດຣ ຄຳເຜີຍ ປານມາໄລທອງເວົ້າຢູ່ສະພາ ປະລີນຍາຊື້ກັນເອົາ

ຢູ່ລາວ ຢູ່ວຽດນາມ ຢູ່ຈີນ ເຈົ້ານາຍບາງຄົນໃດ້ ປະລີນຍາເອກໂດຍ

ບໍ່ໃດ້ເຂົ້າມະຫາວິດທະຍາໄລ ເຮັດວຽກບໍ່ເປັນ ໄປປະພະຊູມຕ່າງປະເທດ

ໃດ້ເອົາລູກ ເອົາຫລານ ເຂົ້າປະຊຸມນຳ

__________________
Anonymous

Date:

ຣະບົບການສຶກສາບໍ່ໄດ້ມາຕະຖານສາກົນຈຶ່ງເປັນຜົລໃຫ້ຂາດຄຸນະພາບ ...........

.......... ຖ້າທຽບຣະດັບການສຶກສາຂອງຄົນລາວທີ່ຈົບປຣິນຍາຈາກ ມຊ

ແມ່ນເທົ່າກັບຈົບ High School ຂອງອາເມຣິກາເທົ່ານັ້ນ......ມະຫາວິທະຍາລັຍແຫ່ງ

ຊາດຂອງ ສປປ ລາວ ຍັງບໍ່ທຽບເທົ່າກັບ Associate ຂອງ Community College ຢູ່ສະຫະຣັຖເລີຍ.

ບໍ່ແມ່ນເດັກລູກຫລານຄົນລາວຢູ່ ອະເມລິກາ ບໍ່ເຄີຍຮຽນຮອດປລີນຍາຕີຈຶ່ງຢາກສົມທຽບ

ຕາມທີ່ຂອ້ຍຮູ້ວ່າ ຢູ່ ອະເມລິກາ ກອ່ນຈົບປຮິນຍາ ຕອ້ງໄດ້ໃຊ້ເງິນຫລາຍ

ຄົນສວ່ນຫລາຍບໍ່ສູຢາກຮຽນ

ມີແຕ່ຈົບ ຫອ້ງ 12 ແລວ້ກໍບາຍ ໄປຮຽນ vocational ກໍໄດ້ເຮັດວຽກແລວ້

ແຕ່ເດັກນອ້ຍລາວ ຢູ່ລາວເຂົາມີແຕ່ແຂ່ງກັນໃຫ້ຈົບ ປຮິນຍາ ຢ່າງຕ່ຳ

ໂດຍເບິ່ງຂວ້າມ ວິຊາຊີບ ບອ່ນສັງຄົມຕອ້ງການຫລາຍທີ່ສຸດ

ຂພຈ ວ່າ ຢຸດວິຈານກັນສາ ແລວ້ ພາກັນວິໃຈວ່າ ປຮິນຍາຕີ ແລະ ວິຊາຊີບມັນຕ່າງກັນແນວໃດ

ແລວ້ເຮົາຕອ້ງເຮັດແນວໃດ ໃຫ້ເດັກນອ້ຍລາວຫັນມາສົນໃຈ ກັບວິຊາສະເພາະ ທີ່ພາໃຫ້ຕົນເອງຫາກິນໄດ້ ເຊັ່ນ ຊ່າງຈອດ ຊ່າງໄຟຟ້າ ຊ່າງຫັດຖະກຳ ຊ່າງແຕ່ງກິນ ຕ່າງໆ

ແທນທີ່ ຕອ້ງຈົບມາເພື່ອ ຢາກແຕ່ເປັນຜູ້ນັ່ງໂຕະນັ່ງຕັ່ງ ເບິ່ງແຕ່ຫນ້າຈໍຄອມ  

ມີແຕ່ ຄົນຢາກ ອາໃສລັດແບບເກື້ອກູນທໍ່ນັ້ນລະຄິດແບບນັ້ນ

ຂພຈ ເຮັດບໍລິສັດມານີ້ 30 ປີແລວ້ ມີລະດັບປລິນຍານຳກັນ ບໍ່ເກີນ ຫ້າຄົນ ເຫລືອນັ້ນແມ່ນຊັ້ນກາງຫມົດ ແຕ່ເຂົາພັດເກັ່ງກວ່າທາງດ້ານພາກປະຕິບັດຕົວຈິງ ນຳພາກຳມະກອນເຮັດວຽກງານ

ເຫັນຢູ່ ຕາມກະຊວງ ພັດມີແຕ່ ຄົນຈົບລະດັບ ປຮິນຍາ ນັ່ງໂຕະ ຖ້າແຕ່ຮອດຍາມໄປກວດວຽກ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard