Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສື່ມວນຊົນຕ້ອງຍົກສູງຄຸນະພາບ ເປັນກະບອກສຽງຮັບໃຊ້ສັງຄົມ ຢ່າງກວ້າງຂວາງ
Anonymous

Date:
ສື່ມວນຊົນຕ້ອງຍົກສູງຄຸນະພາບ ເປັນກະບອກສຽງຮັບໃຊ້ສັງຄົມ ຢ່າງກວ້າງຂວາງ

                                                20130503123439.jpg

.....ຕະຫຼອດ​ໄລຍະ​ໜຶ່ງ​ປີຜ່ານມາ ສື່​ມວນ​ຊົນ​ລາວ​ເຮົາ​ນັບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ໄດ້​ຕັ້ງໜ້າ​ເຮັດ​ໜ້າທີ່​ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ໃຫ້​ແກ່​ພັກ-ລັດ ໃນ​ການ​ໂຄສະນາ​ເຜີຍແຜ່​ແນວທາງ​ນະໂຍບາຍ​ຂອງ​ພັກ ເນື້ອ​ຫາ​ສາລະ ສິ່ງ​ໜ້າ​ຮູ້​ຕ່າງໆ​ທີ່​ເປັນ​ປະໂຫຍດ​ອອກ​ສູ່​ສັງຄົມ....

....... ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ກ່ອນ​ອື່ນ​ທ່ານ​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ສື່​ຕ່າງໆ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ຈາກ​ຜົນງານ​ດັ່ງກ່າວ ອັນ​ໄດ້​ເຮັດ​ໃຫ້​ວົງ​ການ​ສື່​ພວກ​ເຮົາ​ນັບ​ມື້​ເລີ່ມ​ມີ​ບົດບາດ​ອັນ​ສຳຄັນ​ຢູ່​ໃນ​ສັງຄົມ ຊຶ່ງ​ມັນ​ສະແດງ​ໃຫ້​ເຫັນ​ຜ່ານ​ມາ ສັງຄົມ​ໃຫ້ການ​ຕອບ​ຮັບ​ເປັນ​ຢ່າງ​ດີ ໃຫ້​ຄວາມ​ສົນໃຈ​ໃນ​ການ​ເບິ່ງ ການ​ຟັງ​ທາງ​ໂທລະພາບ ທາງ​ວິທະຍຸ ແລະ ໃຫ້ການ​ຕິດຕາມ​ອ່ານ​ທາງ​ໜັງສືພິມ ວາລະສານ ແລະ ອື່ນໆ ຈາກ​ຈຸດ​ດັ່ງກ່າວ​ນີ້​ເຮັດ​ໃຫ້​ສື່​ເຮົາ​ມີ​ການ​ພັດທະນາ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ຢ່າງ​ຕໍ່​ເນື່ອງ​ລຽນຕິດ.

...... ຍັງ​ມີ​ບາງ​ດ້ານ​ທີ່​ຍັງ​ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ປັບປຸງ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ສື່​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ທຽບ​ເທົ່າ​ກັບ​ສາກົນ ດ້ານ​ຄົງ​ຄ້າງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ແກ້​ໄຂ​ຕື່ມ ກໍ​ແມ່ນ​ບັນຫາ​ເນື້ອ​ໃນ​ການ​ຂຽນ​ບົດ-ຂຽນ​ຂ່າວ​ໃຫ້​ຊັດ​ເຈນ ມີ​ເນື້ອ​ຫາ​ສາລະ​ຕື່ມ ເພື່ອ​ຈູງ​ໃຈ​ຜູ້​ຊົມ ຜູ້​ອ່ານ ແລະ ຜູ້​ຟັງ ໂດຍ​ສະເພາະ​ໃຫ້​ເນັ້ນ​ຕື່ມ​ການ​ໂຄສະນາ​ວຽກ​ດີ​ຄົນ​ເດັ່ນ ໂຄສະນາ​ກ່ຽວ​ກັບ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ພ້ອມ​ນີ້​ທາງ​ດ້ານ​ວິຊາ​ການ​ກໍ​ຕ້ອງ​ປັບປຸງ​ຕື່ມ ເປັນຕົ້ນ​ກໍ​ແມ່ນ​ພາສາ​ເວົ້າ ພາສາ​ຂຽນ ໃຫ້​ຈຳແນກ​ລະອຽດ ແລະ ຜ່ານ​ມາ ໂຄສົກ​ບາງ​ລາຍການ​ຍັງ​ເວົ້າ​ບໍ່​ລ່ຽນໄຫຼ ເພື່ອ​ເຮັດ​ໃຫ້​ບໍ່​ຈູງ​ໃຈ​ຜູ້​ເບິ່ງ​ຜູ້​ຊົມ ດັ່ງນັ້ນ ພວກ​ເຮົາ​ກໍ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ແກ້​ໄຂ ເຮັດ​ໃຫ້​ທຸກ​ລາຍການ​ມີ​ເນື້ອ​ຫາ​ສາລະ ແລະ ອີກ​ບັນຫາ​ໜຶ່ງ ສື່​ມວນ​ຊົນ​ເຮົາ​ຕ້ອງ​ມີ​ຈັນ​ຍາ​ບັນ.

__________________
Anonymous

Date:
RE: ສື່ມວນຊົນຕ້ອງຍົກສູງຄຸນະພາບ ເປັນກະບອກສຽງຮັບໃຊ້ສັງຄົມ ຢ່າງກວ້າງຂວາງ

ຖ້າເປັນກະບອກສຽງອັນແຫລມຄົມໃຫ້ແກ່ປະຊາຊົນ ຈະກົດ LIKE ໃຫ້ 3 ເທື່ອຊ້ອນ

ແຕ່ເພິ່ນຍົກສູງຄຸນນະພາບໃຫ້ເປັນປາກກະບອກສຽງໃຫ້ແກ່ພັກແລະລັດ ມັນກໍ່ບໍ່ຕ່າງ

ຫຍັງກັບຈົກກົ້ນຕົນເອງມາດົມຫັ້ນລະ ພີ່ນ້ອງເອີຍ !

__________________
Anonymous

Date:

Anonymous wrote:

ຖ້າເປັນກະບອກສຽງອັນແຫລມຄົມໃຫ້ແກ່ປະຊາຊົນ ຈະກົດ LIKE ໃຫ້ 3 ເທື່ອຊ້ອນ

ແຕ່ເພິ່ນຍົກສູງຄຸນນະພາບໃຫ້ເປັນປາກກະບອກສຽງໃຫ້ແກ່ພັກແລະລັດ ມັນກໍ່ບໍ່ຕ່າງ

ຫຍັງກັບຈົກກົ້ນຕົນເອງມາດົມຫັ້ນລະ ພີ່ນ້ອງເອີຍ !

           ລວມທັງ ການຂີ້ຕົ໋ວ ແລະ ລາຍງານດອກໄມ້.

    ພັກສະຫລາດສ່ອງໃສ, ໝັ້ນຍືນ ແລະ ສະງ່າງາມ.

__________________

Veteran Member

Status: Offline
Posts: 31
Date:

โคสกยิงผู้นิง ยู่ซอ่งสาม มักเวั้าผิดตลอด
ຄວນປຽ່ນໃຫມ່ແລວ້
ເອາເດັກລຸ້ນໃຫມ່ແທນດີກວ່າ
ທັງງາມ ທັງເວົ້າຄອ່ງ ເດີ

__________________
Anonymous

Date:

Anonymous wrote:
Anonymous wrote:

ຖ້າເປັນກະບອກສຽງອັນແຫລມຄົມໃຫ້ແກ່ປະຊາຊົນ ຈະກົດ LIKE ໃຫ້ 3 ເທື່ອຊ້ອນ

ແຕ່ເພິ່ນຍົກສູງຄຸນນະພາບໃຫ້ເປັນປາກກະບອກສຽງໃຫ້ແກ່ພັກແລະລັດ ມັນກໍ່ບໍ່ຕ່າງ

ຫຍັງກັບຈົກກົ້ນຕົນເອງມາດົມຫັ້ນລະ ພີ່ນ້ອງເອີຍ !

        ເຫັນຄືກັນ ມັນເວົ້າຫຍັງກະຢ່າ ມັນຕ້ອງຂື້ນຕົ້ນດວ້ຍຄຳວ່າ ພັກ ລັດ ກ່ອນໝູ່ເໝີດ

__________________
Anonymous

Date:

ຂ່າວສຳຄັນປະຈຳວັນ "ທ່ານນາຍົກລັດຖະມົນຕີຕອນຮັບການເຂົ້າຍື່ນສານຕາຕັ້ງຂອງ..."

ຖຸ່ຍ....!

ຄຸນນະພາບນັກຂ່າວ! ໝາສີ້ແມ່ໃຜເປັນກໍ່ໄດ້ນັກຂ່າວແບບນີ້!

__________________
Anonymous

Date:

Anonymous wrote:

ຂ່າວສຳຄັນປະຈຳວັນ "ທ່ານນາຍົກລັດຖະມົນຕີຕອນຮັບການເຂົ້າຍື່ນສານຕາຕັ້ງຂອງ..."

ຖຸ່ຍ....!

ຄຸນນະພາບນັກຂ່າວ! ໝາສີ້ແມ່ໃຜເປັນກໍ່ໄດ້ນັກຂ່າວແບບນີ້!

 From Vientiane Mai front page: 

ກຳມະບານສອງນະຄອນຫຼວງ ສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືໃນຕໍ່ໜ້າ

ນະຄອນຫຼວງ ແຂ່ງຂັນສ້າງໂຮງຮຽນຕົວແບບຄຸນນະພາບ

ແຂວງຫົວພັນ ສະເຫຼີມສະຫຼອງ 60 ປີ ປົດປ່ອຍຊຳເໜືອຢ່າງຄຶກຄື້ນ

ອົງການ ສປຊ ກອງທຶນເພື່ອປະຊາກອນ ມອບອຸປະກອນຜະດຸງຄັນ ມູນຄ່າ 60 ກວ່າລ້ານໂດລາໃຫ້ລາວ

ລັດຖະບານ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານນາງ ປູ້ ຈຽນ ກົວ ===> Lols WTF????

__________________
Anonymous

Date:

anonymous10 wrote:

โคสกยิงผู้นิง ยู่ซอ่งสาม มักเวั้าผิดตลอด
ຄວນປຽ່ນໃຫມ່ແລວ້
ເອາເດັກລຸ້ນໃຫມ່ແທນດີກວ່າ
ທັງງາມ ທັງເວົ້າຄອ່ງ ເດີ

 ປ່ຽນບໍ່ໄດ້ໄຫ້ຕາຍຕັ່ງນັ່ງເພາະຜູ່ກ່ຽວເປັນຄົນຂອງພັກ ທ່ານຜູ່ຊົມຟັງໄດ້ກໍຟັງ

ຟັງບໍ່ໄດ້ກໍຟັງ ພັກສະຫລາດສ່ອງໃສຢູ່ແລ້ວ ພັກເປັນເຈົ້າຂອງປະເທດລາວ

ປະຊາຊົນລາວທັງຊາດບໍ່ໄດ້ເປັນເຈົ້າຂອງປະເທດລາວຕ້ອງໄດ້ກົ້ມຫົວຢູ່ໄຕ້

ອຳນາດຂອງພັກປະຕິວັດ

 ພັກແມ່ນໃຜມາແຕ່ໃສ ກິນຫຍັງເປັນອາຫານ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard