Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຖາມເລື່ອງກ່ຽວກັບສະຖານທູດແດ່


Veteran Member

Status: Offline
Posts: 49
Date:
ຂໍຖາມເລື່ອງກ່ຽວກັບສະຖານທູດແດ່


ແບບວ່າສົມມຸດວ່າສະຖານທູດຕ່າງປະເທດຢູ່ໃນປະເທດລາວ

ກະເຈົ້າຕ້ອງເອົາໜັງສືຂອງເຂົາເຈົ້າຂື້ນເທິ່ງຫົວແລ້ວເອົາໜັງສືລາວລົງລຸ່ມ

ທີ່ເຮັດແບບນີ້ຖືກບໍ່

ແລ້ວໂດຍທົ່ວໄປຫຼັກການສາກົນເຂົາເຮັດແນວໃດ

ຕອບໃຫ້ຫາຍຂ້ອງໃຈແດ່ຄາໃຈມາດົນແລ້ວ

ໄດ້ຄຳຕອບຄັກໆແລ້ວຂ້ານ້ອຍຈະລົບໂພດເລີຍ

ຍ້ານມັນລົບກວນຄົນອື່ນ

 



__________________
Kuam sook kue sing t tong karn.
Anonymous

Date:

ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາ

ເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາ

ຄົນທີ່ຢາກລີ້ພັຍ  ເຂົ້າໄປໃນສະຖານທູດແລ້ວ

ເຈົ້າໜ້າທີ່ນອກສະຖານທູດບໍ່ມີສິດບຸກເຂົ້າໄປຈັບອອກມາໄດ້

ນອກຈາກທ່ານທູດບໍ່ຍອມຮັບຜູ້ລີ້ພັຍນັ້ນ  

ເພິ່ນອະນຸຍາດກ່ອນຈຶ່ງເຂ້າໄປຈັບອອກມາ

ອັນນີ້ແມ່ນຂໍ້ຕົກລົງລະຫວ່າງປະເທດ  ຫຼືກົດໝາຍການທູດສາກົນ

 

ດັ່ງນັ້ນ  ໃນບໍຣິເວນສະຖານທູດ  

ເພິ່ນຢາກໃຫ້ມີພາສາລາວ  ຫຼືບໍ່ມີຈັກໂຕກໍ່ໄດ້

ສະຖານທູດລາວຢູ່ຕ່າງປະເທດກໍ່ຄືກັນ  

ປ້າຍຕ່າງໆ ຢາກຂຽນແຕ່ພາສາລາວທັງເໝິດກະບໍ່ຜິດໃຜ(ຖ້າໝັ້ນໃຈວ່າຄົນຕ່າງຊາດອ່ານອອກ)

 

 



__________________
Anonymous

Date:

 

 

 

ສະຖານທູດລາວໃນໄທຍ

 

137100012_01.jpg

 

ປ້າຍສະຖານທູດປະເທດກັມປູເຈັຽໃນໄທຍ  ບໍ່ມີພາສາໄທຍ

 

137100031_01.jpg



__________________


Veteran Member

Status: Offline
Posts: 49
Date:

ຂອບໃຈຫຼາຍໆ

^^

__________________
Kuam sook kue sing t tong karn.
Anonymous

Date:

Anonymous wrote:

ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາ

ເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາ

ຄົນທີ່ຢາກລີ້ພັຍ  ເຂົ້າໄປໃນສະຖານທູດແລ້ວ

ເຈົ້າໜ້າທີ່ນອກສະຖານທູດບໍ່ມີສິດບຸກເຂົ້າໄປຈັບອອກມາໄດ້

ນອກຈາກທ່ານທູດບໍ່ຍອມຮັບຜູ້ລີ້ພັຍນັ້ນ  

ເພິ່ນອະນຸຍາດກ່ອນຈຶ່ງເຂ້າໄປຈັບອອກມາ

ອັນນີ້ແມ່ນຂໍ້ຕົກລົງລະຫວ່າງປະເທດ  ຫຼືກົດໝາຍການທູດສາກົນ

 

ດັ່ງນັ້ນ  ໃນບໍຣິເວນສະຖານທູດ  

ເພິ່ນຢາກໃຫ້ມີພາສາລາວ  ຫຼືບໍ່ມີຈັກໂຕກໍ່ໄດ້

ສະຖານທູດລາວຢູ່ຕ່າງປະເທດກໍ່ຄືກັນ  

ປ້າຍຕ່າງໆ ຢາກຂຽນແຕ່ພາສາລາວທັງເໝິດກະບໍ່ຜິດໃຜ(ຖ້າໝັ້ນໃຈວ່າຄົນຕ່າງຊາດອ່ານອອກ)

 


 ນີ້ແມ່ນຄຳເຫັນສ່ວນຕົວຂອງຂ້າພະເຈົ້າເອງ, ຕາມຫຼັກການການທູດແລ້ວ ດັ່ງທີ່ທ່ານເວົ້າມາໃນເບື້ອງຕົ້ນວ່າ

"ຂົງເຂດສະຖານທູດປຽບດັ່ງປະເທດຂອງເຂົາເຂົາຢາກເຮັດຫຍັງກໍ່ໄດ້ຕາມກົດໝາຍຂອງປະເທດເຂົາ" ນັ້ນ

ມັນກໍ່ບໍ່ໄດ້ຖືກຕ້ອງສະເໜີໄປ, ເພາະໃນຂົງເຂດວຽກງານການທູດ ຖ້າຫາກຮູ້ວ່າ ທູດປະຈຳລັດທີ່ຮັບນັ້ນ

ຫາກເປັນ ຕົກເປັນບຸກຄົນທີ່ບໍ່ເພິ່ງປະສົງຂອງລັດທີ່ຮັບ ອັນເນື່ອງມາຈາກການເປັນສາຍລັບ ຫຼືເປັນກຸ່ມຄົນທີ່

ເບື້ອງຫຼັງການກໍ່ຄວາມບໍ່ສະຫງົບ ແລະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຕໍ່ລັດທີ່ຮັບ ດັ່ງນັ້ນລັດທີ່ຮັບກໍ່ສາມາດຂັບໄລ່ທູດ

ຂອງລັດທີ່ສົ່ງອອກນອກປະເທດໄດ້ພາຍໃນ 24 ຊົ່ວໂມງ.

ສຳລັບການນຳໃຊ້ພາສາທີ່ຂຽນຊື່ຂອງສະຖານທູດນັ້ນ ມັນຂຶ້ນກັບລັດທີ່ສົ່ງ ແລະລັດທີ່ຮັບ ເຈລະຈາກັນ ວາຈະໃຫ້ນຳໃຊ້ 

ພາສາໃດ. ສຳລັບສປປ ລາວ ແລ້ວ ການນຳໃຊ້ພາສາສຳລັບຂຽນຊື່ສະຖານທູດນັ້ນແມ່ນຄຳນຶ່ງເຖິງຫຼັກພິທີການທູດ

ການຄົບລົບອຳນາດອະທິປະໄຕຂອງລັດທີ່ຮັບ ແລະການເຈລະຈາກັບລັດທີ່ຮັບ (ແນວໃດກໍ່ຕາມນີ້ກໍ່ແມ່ນທັດສະນະສ່ວນຕົວ

ຖືກບໍ່ຖືກແນວໃດ ກໍ່ຂໍຝາກໃຫ້ຜູ້ທີ່ມີຄວາມຮູ້ດ້ານນີ້ຊ່ວຍຊີ້ແຈງລົງເລິກໃຫ້ແນ່).

 


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard