Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ້ຽວ​ໄປ​ວຽນ​ມາ.....ຊ່າງ​ເປັນ....ຂີ້​ຮ້າຍ​ແທ້!
ປາ​ປາກ

Date:
ກ້ຽວ​ໄປ​ວຽນ​ມາ.....ຊ່າງ​ເປັນ....ຂີ້​ຮ້າຍ​ແທ້!


 

ໄປ​ຢາມ​ບ້ານ​ເກີດ​ເລີຍ​ມີ​ໂອ​ກາດ​ໄປ​ທ່ຽວ​ແຕ່​ເໜືອ​ເຖິງ​ໃຕ້ ໄດ້​ແຫວ່​ຢາມ​ຕາມ​ເມືອງ​ນ້ອຍ​ເມືອງ​ໃຫ​ຍ່

ແລະ​ບາງ​ຄັ້ງ​ກໍ​ພັກ​ເຊົາ​ຢູ່​ເຂດ​ຊົນ​ນະ​ບົດ, ​ໄດ້​ສ້າງ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຫັນ​ການຢູ່​ກິນ

​ຂອງ​ພີ່​ນ້ອງ​ຊາວ​ລາວໄດ້​ປ່ຽນ​ຈາກ​ຂາດ​ເຂີນ​ມາ​ພຽງ​ພໍ.

ມີ​ສິ່ງ​ນຶ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຊາ​ຊົນ​ລາວ​ແຕ່​ເໜືອ​ເຖິງ​ໃຕ້, ບໍ່​ວ່າ​ໃນ​ເມືອງ​ຫລື​​ຢູ່ບ້ານນອກ

ແມ່ນ​ຄື​ກັນ​ໝົດ​ທີ່ບໍ່​ນີ​ຍົມ​ເບິ່ງ​ສະ​ຖານ​ນີ​ທໍ​ຣະ​ທັດ​ລາວ, ຕາມ​ສັງ​ເກດ​ເຫັນ​ແມ່ນ 95%ຂອງ​ຊາວ​ລາວ

ແມ່ນ​ນິ​ຍົມ​ຊົມ​ຊອບ​ເບິ່ງ​ສະ​ຖານ​ນີ​ທໍ​ຣະ​ທັດ​ໄທ. ເມືອ​ມາ​ພິ​ສູດ​ເບິ່ງ​ແລ້ວ ຖາມ​ສິບ​ຄົນ​ກໍ​ຈະ​ຕອບ​ເປັນ

ແບບ​ດຽວ​ກັນ​ທັງ​ສິບ​ຄົນ​ວ່າ:

- ທໍ​ລະ​ທັດລາວ​ເຮົາ​ມີ​ແຕ່​ເພງ​ກັບ​ເພງ ​ທັ​ງສາມ​ທັງ​ສີ່​ສະ​ຖານ​ນີນັ້ນ ເອົາ​ແຕ່​ແນວ​ເກົ່າ​ອອກ​ມາ​ສາຍ

  ກ້ຽວ​ໄປ​ວຽນ​ມາ...ຊ່າງ​ເປັນ....ຂີ້​ຮ້າຍ​ແທ້ໆ.  ແນວ​ສິ​ເປັນ​ຕາ​ເບິ່ງ​ແມ່ນ​ເກືອບ​ສິບໍ່​ມີ ຄັນ​ວ່າ​ຂ່າວ​ກໍ

  ເຫດ​ການ​ມັນ​ເກີດ​ຜ່ານ​ມາ​ເປັນ​ອາ​ທິດ ລາງ​ເທື່ອ​ສອງ​ອາ​ທິດ​ພຸ້ນ​ລະ​ແມຈັ່ງ​ເອົາ​ມາ​ອອກ​ຂ່າວ ມັນ​ກໍ

  ບໍ່​ທັນ​ການ​ແລ້ວ. ເວົ້າ​ລວມ​ແລ້ວ​ແມ່ນ​​ວ່າ​ທໍ​ລະ​ທັດ​ລາວບໍ່​ມີ​ແນວ​ດຶງ​ດູດ​ຈິດ​ໃຈ​ຂອງ​ຜູ້​ເບິ່ງ​ ບໍ່​ຄື​ທໍ​ລະ

  ທັດ​ໄທ.

ພວກ​ທ່ານ​ຄຶດ​ວ່າແນວ​ໃດ​ກ່ຽວ​ກັບ​ລາຍ​ການ​ຂອງ​ສະ​ຖານ​ນີ​ທໍ​ຣະ​ທັດ​ລາວ​ເຮົາ ຄວນ​ດັດ​ແປງ​ປ​ແກ້​ໄຂ

ແນວ​ໃດ​ເພື່ອ​ຈະ​ດຶງ​ດູດ​ເອົາ​ຊາວ​ລາວ​ໃຫ້​ມີ​ຄວາມ​ສົນ​ໃຈ​ເຂົ້າ​ມາ​ເບິ່ງ​ທໍ​ຣະ​ທັດ​ລາວ?

 



__________________
Anonymous

Date:

ເວົ້າໄປໂລເລເຈົ້າຫັນນະ ພວກຫ່າງຮ້ານຄ້າຂາຍສີນຄ້າແລະບໍລີສັດ

ທີ່ໄດ້ມີການຜະລີດສີນຄ້າອອກມາຂາຍ ພວກເຂົາຄືໄດ້ຈ້າງທີວີຂອງ

ລາວໂຄສະນາໄຫ້ຫັນເດ ຖ້າວ່າບໍ່ມີຄົນລາວເບີ່ງທີວີລາວ



__________________
Anonymous

Date:

ບໍ່ເຊື່ອເຈົ້າດອກ disbelief

ບໍ່ມີຮູບ (ທີ່ວ່າ ໄປທ່ຽວເໜືອຮອດໃຕ້?) ...ບໍ່ມີວີດີໂອ ມາລົງ no

ມີແຕ່ ມາ  blahblah.gif  ຊື່ໆ......



__________________
Anonymous

Date:

ແນ່ນອນຫລາຍປາປາ(ເປັນ) ສະລະເວລາແລະຊັບສິນໄປພິສູດຮອດປະເທດລາວ

ເພື່ອຢາກຮູ້ເຫດຜົນໃນການທີ່ປະຊາຊົນລາວນິຍົມເບິ່ງສະຖານີໂທຣະພາບຂອງລາວ.

ສໍາລັບຂ້ານ້ອຍ ກ່ອນຈະເປີດໂທຣະທັດເບິ່ງໂທຣະພາບລາວ ຂ້ານ້ອຍຕ້ອງໄດ້ເອົາ

ໂທຣະທັດໄປເຂົ້າຕູ້ເຢັນກ່ອນປະມານ 2 ຊົ່ວໂມງຈຶ່ງເອົາອອກມາເປີດເບິ່ງຂ່າວລາວ

ຈຶ່ງຈະຮູ້ສຶກວ່າຂ່າວນັ້ນສົດເໝືອນຢູ່ໃນເຫດການ.



__________________
Anonymous

Date:

ແມ່ນຄວາມເຈົ້າຂອງກະທູ້ເວົ້າ ບໍ່ເຊື່ອລອງເລາະເບິ່ງກໍ່ໄດ້ຕອນຄ່ຳທຸກໆຄົວເຮືອນ ບໍ່ຊ່ອງ7ກໍ່ຊ່ອງ3!

ຟັນທົງໄດ້ເລີຍ!



__________________
Anonymous

Date:

ແມ່ນຄວາມເຈົ້າຂອງກະທູ້ເວົ້າ ບໍ່ເຊື່ອລອງເລາະເບິ່ງກໍ່ໄດ້ຕອນຄ່ຳທຸກໆຄົວເຮືອນ ບໍ່ຊ່ອງ7ກໍ່ຊ່ອງ3!

ຟັນທົງໄດ້ເລີຍ!

____________________________________________________________________

ສິ່ງທີ່ເວົ້າມາ ລວມທັງຜູ້ອອກຄວາມເຫັນເທິງນີ້ນຳ (ແມ່ນຫຍັງ ຟັນທົງ ??????)



__________________
Anonymous

Date:

ຕົວຢ່າງທີ່ນັກຂ່າວ ເອົາມາອອກ:

 

ລັດຖະບານ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານນາງ ປູ້ ຈຽນ ກົວ

ໃນ​ວັນ​ທີ 3 ພຶດສະພາ 2013 ທ່ານ ​ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ນາງ ປູ້ ຈ້ຽນ​ກົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ​ສປ ຈີນ ແລະ ຫຼັງ​ຈາກ​ນັ້ນ ທ່ານ​ຮອງ​ນາຍົກ​ກໍ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ສປປ ລາວ ປະດັບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ​ນາງ ປູ້ ຈ້ຽນ​ກົວ (Bu Jianguo) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​ສປ ຈີນ ປະຈຳ ​ສປປ ລາວ ພາຍຫຼັງ​ທີ່​ທ່ານ​ໄດ້​ສິ້ນ​ສຸດ​ການ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ​ສປປ ລາວ ນັບ​ແຕ່​ເດືອນ​ມີນາ 2010 ເປັນຕົ້ນ​ມາ.

ໃນ​ໂອກາດ​ນີ້ ທ່ານ ​ດຣ. ທອງ​ລຸນ ສີ​ສຸ​ລິດ ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຂອບໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ ແລະ ​ດ້້ວຍ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ເປັນ​ມູນເຊື້ອ ແລະ ການ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ປະເທດ ລາວ ແລະ ຈີນ ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ​ຕະຫຼອດ​ມາ ເຊິ່ງ​ການ​ມອບ​ຫຼຽນ​ໄຊ​ມິດຕະພາບ​ໃນ​ຄັ້ງ​ນີ້ ແມ່ນ​ສະແດງ​ເຖິງ​ການ​ຕີ​ລາຄາ​ສູງ ແລະ ຄວາມ​ຮູ້​ບຸນຄຸນ​ຂອງ​ພັກ ແລະ ລັດຖະບານ ​ສປປ ລາວ ຕໍ່​ຜົນງານ ແລະ ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ ແລະ ຈີນ ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ຕະຫຼອດ​ໄລຍະ 3 ປີ​ກວ່າ​ທີ່​ປະຕິບັດ​ໜ້າທີ່​ຢູ່ ​ສປປ ລາວ ນັ້ນ ທ່ານ​ທູດ ປູ້ ຈ້ຽນ​ກົວ ໄດ້​ອອກແຮງ​ເຄື່ອນ​ໄຫວ​ຊຸກຍູ້​ຢ່າງ​ຫ້າວຫັນ ໂດຍ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ແລະ ການ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ ແລະ ຈີນ ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໜັກ​ແໜ້ນ ແລະ ເກີດ​ດອກ​ອອກ​ຜົນ​ຕົວ​ຈິງ ເຊິ່ງ​ໄດ້​ສະແດງ​ອອກ​ໃນ​ຫຼາຍ​ເຫດການ​ທີ່​ສຳຄັນ​ເຊັ່ນ:

-ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ປະເທດ ລາວ ແລະ ຈີນ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ຕໍ່​ເນື່ອງ ໄດ້​ຊຸກຍູ້​ການ​ແລກປ່ຽນ​ການ​ຢ້ຽມຢາມ ແລະ ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ໂດຍ​ສະເພາະ​ແມ່ນ​ການ​ຢ້ຽມຢາມ​ຈີນ ແບບ​ພາຍ​ໃນ​ຂອງ​ຜູ້ນຳ​ຂັ້ນ​ສູງ​ຂອງ​ລາວ ການ​ເຂົ້າ​ຮ່ວມ​ງານ​ວາງສະແດງ​ສິນຄ້າ​ສາກົນ​ປັກ​ກິ່ງ​ຄັ້ງ​ທຳ​ອິດ ແລະ ສືບຕໍ່​ຢ້ຽມຢາມ​ເຮັດ​ວຽກ​ຂອງ​ທ່ານ​ນາຍົກ ທອງ​ສິງ ທຳ​ມະ​ວົງ ການ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ສີ ຈິນ​ຜິງ ຮອງ​ປະທານ​ປະເທດ​ຈີນ ແລະ ການ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ ເວີນ ເຈຍ ປາວ ນາຍົກລັດຖະມົນຕີ ແຫ່ງ ​ສປ ຈີນ ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-ເອີ​ຣົບ ຄັ້ງ​ທີ 9 (ASEM 9) ໃນ​ປີ 2012ດ້ວຍ​ຜົນສຳເລັດ​ອັນ​ຈົບງາມ​ເປັນ​ຢ່າງ​ດີ ເຊິ່ງ​ໄດ້​ກາຍເປັນ​ກຳລັງ​ແຮງ​ພັກ​ດັນ​ທີ່​ຍິ່ງ​ໃຫຍ່ ທີ່​ເຮັດ​ໃຫ້ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ຝ່າຍ​ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ຕື່ມ​ອີກ ນອກຈາກ​ນີ້ ທ່ານ​ຍັງ​ໄດ້​ດຶງ​ດູດ​ນັກທຸລະກິດ​ຈີນ​ມາ​ລົງທຶນ​ຢູ່ ​ສປປ ລາວ ເພີ່ມ​ຫຼາຍ​ຂຶ້ນ ແລະ ການ​ພົວພັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະເທດ ກໍ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ.

ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ກິດຈະກຳ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ​ສປປ ລາວ ແລະ ​ສປ ຈີນ ຄົບຮອບ 50 ປີ ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ.

ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຂົນຂວາຍ​ການ​ຊ່ວຍເຫຼືອ​ຂອງ​ລັດຖະບານ​ຈີນ ໃຫ້​ແກ່​ລັດຖະບານ​ລາວ​ຢ່າງ​ຫຼວງຫຼາຍ ໂດຍ​ສະເພາະ​ແມ່ນ​ໂຄງການ​ກໍ່ສ້າງ​ຫໍ​ປະຊຸມ​ແຫ່ງ​ຊາດ ໂຄງການ​ຂະຫຍາຍ​ລານ​ຈອດ​ຍົນ ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ແຫ່ງ​ທີ 4 ຫ້ວຍ​ຊາຍ-ຊຽງ​ຂອງ ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ດອນ​ໂຂງ ແຂວງ​ຈຳປາ​ສັກ ແລະ ອື່ນໆ​ອີກ​ຫຼາຍ​ໂຄງການ.

ພິທີ​ປະດັບ​ຫຼຽນ​ໄຊ​ມິດຕະພາບ ໄດ້​ຈັດ​ຂຶ້ນ​ທີ່​ກະຊວງ​ການ​ຕ່າງປະເທດ ໂດຍ​ມີ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ທ່ານ ​ດຣ. ນາງ ສູນ​ທອນ ໄຊ​ຍະ​ຈັກ ແລະ ການ​ນຳ​ຂັ້ນ​ສູງ​ຈາກ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຄະນະ​ກຳມາ​ທິ​ການ​ຮ່ວມ​ມື ລາວ-ຈີນ ຫ້ອງການ​ລັດຖະບານ ພະນັກງານ​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະເທດ ແລະ ເຈົ້າ​ໜ້າທີ່ໆ​ກ່ຽວຂ້ອງ​ຂອງ​ສະຖານທູດ​ຈີນ​ປະຈຳ ​ສປປ ລາວ ເຂົ້າ​



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard