Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖ້າລາວເຮົາມີໜ່ວຍກູ້ໄພຄົງດີບໍ່ໜ້ອຍເນາະທ່ານວ່າບໍ່..
ເດັກວັດ

Date:
ຖ້າລາວເຮົາມີໜ່ວຍກູ້ໄພຄົງດີບໍ່ໜ້ອຍເນາະທ່ານວ່າບໍ່..


ເພາະເທົ່າທີ່ເຫັນທຸກມື້ນີ້ເວລາເກີດອຸບັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະໂຕເມືອງໃຫ່ຍໆ

ຖ້າລາວເຮົາຫາກມີໜ່ວຍງານດັ່ງກ່າວ ຄິດວ່າຄົງເປັນປະໂຫຍດຕໍ່ສັງຄົມໂດຍລວມບໍ່ໜ້ອຍກໍ່ຫຼາຍ



__________________


Member

Status: Offline
Posts: 24
Date:
RE: ຖ້າລາວເຮົາມີໜ່ວຍກູ້ໄພຄົງດີບໍ່ໜ້ອຍເນາະທ່ານວ່າບໍ່..


ເພິ່ນກໍມີຢູ່ເດ ແຕ່ເບິ່ງແລວ້ ແມ່ນຫນວ່ຍກູ້ສົບຫລາຍກວ່າ ສວ່ນຄົນເຈັບນັ້ນຫນວ່ຍກູ້ໃພດວ່ນຂອງປະຊາຊົນ ຄົນກາຍໄປມາຊອ່ຍກັນເອງ ນຳສົ່ງໂຮງຫມໍເອງ

__________________
Anonymous

Date:

ປະເທດລາວເປັນປະເທດທີ່ມີສັນຕິພາບ ມີຄວາມສະຫງົບສຸກທີ່ສຸດໃນອາຊຽນ

ເປັນຫຍັງຈຶ່ງຢາກສິ້ນເປືອງງົບປະມານ ເອົາເງິນຈໍານວນນັ້ນໄປສ້າງຈ່າຍໃຫ້

ອ້າຍເອື້ອຍຄູແລະຊື້ອຸບປະກອນການຮຽນຈະບໍ່ດີກ່ວາເບາະ?



__________________
Anonymous

Date:

ເດັກວັດ wrote:

ເພາະເທົ່າທີ່ເຫັນທຸກມື້ນີ້ເວລາເກີດອຸບັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະໂຕເມືອງໃຫ່ຍໆ

ຖ້າລາວເຮົາຫາກມີໜ່ວຍງານດັ່ງກ່າວ ຄິດວ່າຄົງເປັນປະໂຫຍດຕໍ່ສັງຄົມໂດຍລວມບໍ່ໜ້ອຍກໍ່ຫຼາຍ


 ເຫັນດີຢ່າງຍິ່ງ ທຸກປະເທດເຂົາກໍ່ມີຫນ່ວຍງານສຸກເສີນໃນການບັນເທົາສາທາລະນະໄພ ເຊັ່ນ ເວລາເກີດອຸດບັດເຫດຕາມຕ້ອງຖະນົນ, ໄຟໃຫມ່, ນຳຖ້ວມ, ຕິກຖະລົມ, ການກໍ່ການຮ້າຍ, ແລະ ອື່ນໆ



__________________
Anonymous

Date:

Anonymous wrote:

ປະເທດລາວເປັນປະເທດທີ່ມີສັນຕິພາບ ມີຄວາມສະຫງົບສຸກທີ່ສຸດໃນອາຊຽນ

ເປັນຫຍັງຈຶ່ງຢາກສິ້ນເປືອງງົບປະມານ ເອົາເງິນຈໍານວນນັ້ນໄປສ້າງຈ່າຍໃຫ້

ອ້າຍເອື້ອຍຄູແລະຊື້ອຸບປະກອນການຮຽນຈະບໍ່ດີກ່ວາເບາະ?


 ແຕ່ຊີວິດແລະຊັບສິນຂອງປະຊາຊົນກໍ່ມີຄວາມສຳຄັນຄືກັນໄດ໋ທ່ານ

ຖ້າຫາກຄົນໃນຊາດມີຄວາມອ່ອນແອ ຮ່າງກາຍບໍ່ສົມບຸນອັນເນື່ອງມາ

ຈາກການເກີດອຸບັດຕິເຫດ ແລ້ວເຮັດແນວໃດຊິພາປະເທດໄປສູ່ຄວາມ

ຮຸ່ງເຮືອງສີວິໄລໄດ້.



__________________
Anonymous

Date:

Anonymous wrote:

ປະເທດລາວເປັນປະເທດທີ່ມີສັນຕິພາບ ມີຄວາມສະຫງົບສຸກທີ່ສຸດໃນອາຊຽນ

ເປັນຫຍັງຈຶ່ງຢາກສິ້ນເປືອງງົບປະມານ ເອົາເງິນຈໍານວນນັ້ນໄປສ້າງຈ່າຍໃຫ້

ອ້າຍເອື້ອຍຄູແລະຊື້ອຸບປະກອນການຮຽນຈະບໍ່ດີກ່ວາເບາະ?


 ມັນກໍຖືກຄວາມທ່ານ ແຕ່ຖ້າມີໜ່ວຍງານດັ່ງກ່າວເຊື່ອແນ່ວ່າສະຖິຕິການຕາຍຈາກການເກີດອຸບັດຕິເຫດກໍຈະຫຼຸດນ້ອຍຖອຍລົງ

ຍ້ອນຜູ້ເພິ່ນປະຕິບັດໜ້າທີ່ດັ່ງກ່າວ ຈະປະຖົມພະຍາບານຄົນເຈັບເບື້ອງຕົ້ນຢ່າງຖືກວິທີກ່ອນນຳສົ່ງຫາໂຮງໝໍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard