Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີໃຜຮູ້ຈັກພາຍຸລະດູຮອ້ນບໍ່
Anonymous

Date:
ມີໃຜຮູ້ຈັກພາຍຸລະດູຮອ້ນບໍ່


 

ພາຍຸລະດູຮອ້ນ ມັນໄດ້ເກີດຂື້ນ ສະເພາະທີ່ ແລະເກີດທັນທີທັນໃດ ໂດຍທີ່ບໍ່ທັນໄດ້ຕັ້ງຕົວ ແລະບໍ່ມີການເຕືອນລວ່ງຫນ້າ

ເຫດເກີດຂຶ້ນໃນ ຕອນແລງ​ວັນ​ທີ 28 ເມ­ສາ​ຜ່ານ​ມາ ໃນເວ­ລາ​ປະ­ມານ 20:00 ໂມງ​  ໄດ້​ມີ​ລົມ­ພາ­ຍຸ​ພັດ​ເຂົ້າ​ຫມູ່​ບ້ານ​ຈັດ​ສັນ​ໄຊ​ສົມ­ບູນ ນະ­ຄອນ­ຫລວງ​ວຽງ​ຈັນ ຢ່າງ​ຮຸນ​ແຮງ​ໃນ​ຮອບ​ຫລາຍ​ປີ​ເປັນ​ເຫດເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ປະ­ຊາ­ຊົນ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ນັບ​ຮ້ອຍ​ກວ່າ ຫລັງ​ລວມ​ມູນ​ຄ່າ​ຫລາຍ​ຮ້ອຍ​ລ້ານ​ກີບຮ້າຍ​ແຮງ​ໄປ​ນັ້ນ​ຍັງ​ມີ​ຜູ້​ເສຍ​ຊີ­ວິດ​ຈາກເຫດ​ຮ້າຍ​ຄັ້ງ​ນີ້​ອີກ 1 ຄົນ.

​ພາ­ຍຸຫົວ​ດັ່ງ­ກ່າວ​ຈະ​ໃຊ້​ເວ­ລາ​ບໍ່​ຮອດ 30 ນາ­ທີ​ທີ່​ພັດ​ຖະ​ຫລົ່ມ​ເຂດ​ຈັດ​ສັນ​ບ້ານ​ໄຊ​ສົມບູນ ແຕ່​ກໍ່​ໄດ້​ນຳ​ມາ​ເຖິງ​ຄວາມ​ເສຍ​ຫາຍໃຫ້​ແກ່​ເຮືອນ​ຂອງ​ປະ­ຊາ­ຊົນ​ເປັນ­ຕົ້ນແມ່ນ​ຫລັງ­ຄາ​ຖືກ​ຮື້​ປະ­ມານ​ຮ້ອຍ​ກວ່າ ຫລັງ​ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ເບື້ອງຕົ້ນ​ປະ­ມານ 250 ລ້ານ​ກີບ ແລະ ຕະຫລາດ​ບ້ານ​ອີກ 300 ກວ່າ​ລ້ານ ຂະ­ນະ​ທີ່​ມີ​ບາງ​ເຂດ​ທີ່​ຍັງ​ບໍ່​ສາ­ມາດ​ປະ​ເມີດ​ຜົນເສຍ​ຫາຍ​ໄດ້​ເທື່ອພາ­ຍຸ​ທີ່​ພັດ​ເຂົ້າ​ໃນ​ຄັ້ງ​ນີ້ ແມ່ນເປັນ​ຫົວ­ທີ​ສອງ​ຂອງ​ປີ​ນີ້ ໂດຍ​ຄັ້ງ​ກ່ອນແມ່ນ​ໃນ​ປະ­ມານວັນ​ທີ 17 ເມ­ສາ​ຜ່ານ​ມາ ແຕ່​ບໍ່​ມີ​ການ​ລາຍ​ງານ​ຄວາມ​ເສຍ​ຫາຍ ເຊິ່ງ​ທ່ານລະ­ບຸ​ຕື່ມ​ວ່າ: ຄັ້ງ​ນີ້​ຖື​ວ່າ​ຮ້າຍ ແຮງ​ໃນ​ຮອບ​ຫລາຍ​ປີ ເຊິ່ງ​ຄວາມ​ເສຍຫລາຍ​ເຖິງ​ຂັ້ນ​ມີ​ຜູ້​ເສຍ​ຊີ­ວິດ 1 ຄົນ (ເພດ​ຊາຍ) ແລະ ໄດ້​ຮັບ​ບາດ­ເຈັບ​ອີກ ປະ­ມານ 2-3 ຄົນ ໂດຍ​ຜູ້​ທີ່​ເສຍ​ຊີ­ວິດ​ນັ້ນ ແມ່ນ​ຫນີ​ພາ­ຍຸ​ໄປ​ລີ້​ຢູ່​ກ້ອງ­ຕະ­ລ່າງ​ເຮືອນ​ແລ້ວ​ເກີດ​ເຮືອນ​ລົ້ມ​ທັບ​ທ່ານ ພັນ​ຕີ ສຸ​ພີ ສະ­ແຫວງ​ດີ ກ່າວ.

   ສ່ວນ​ບັນ­ດາ​ບ້ານ​ໃກ້​ຄຽງ​ເຂດ​ບ້ານຈັດ​ສັນ​ໄຊ​ສົມ­ບູນ​ກໍ່​ໄດ້​ຮັບ​ຄວາມ​ເສຍຫາຍ​ເຊັ່ນ​ດຽວ​ກັນ ໂດຍ​ປ້າຍ​ໂຄ­ສະ­ນາຂະ­ຫນາດ​ໃຫຍ່​ຢູ່ 3 ແຍກ​ຈາກ​ທາງ​ເລກທີ 13 ໃຕ້​ເຂົ້າ​ຫາ​ບ້ານ​ດົງ​ບັງ​ລົ້ມ​ລົງ​ຈຳດິນ ແລະ  ຫລັງ­ຄາ​ເຮືອນ​ຂອງ​ປະ­ຊາຊົນ​ຈຳ­ນວນ​ຫນຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແຕ່​ກໍ່​ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​ຈາກ​ເຈົ້າ​ຫນ້າ­ທີ່ກ່ຽວ­ຂ້ອງ.

ນອກຈາກນັ້ນ ຫວາ່ງເດືອນກອ່ນ ຢູ່ຕົວເມືອງ ໃກສອນ ຍັງເກີດ ພາຍຸຖລົ່ມ ອັນໃດ້ສ້າງຄວາມເສັຍຫາຍ ຢ່າງຫລວງຫລາບເຊັ່ນກັນ

  ສຳຫລັບ ຂພຈ ເອງ ຕອນປີກາຍ ກໍຖືກຫົວພາຍຸຖະຫລົ່ມເຮືອນຢູ່ທົ່ງນາ ຈົນທຳໃຫ້ ເທີບຫລັງຄາຫັກແລະກະເບື້ອງປີວກວ່າ 100 ແຜ່ນ 

ສຳຫລັບ ເຂດ​ບ້ານ​ຈັດ​ສັນ​ ໃຊສົມບູນ ມີ​ທັງ​ຫມົດ 601 ຄອບ­ຄົວ, 606 ຫລັງ­ຄາ​ເຮືອນ ແລະ ມີ​ປະ­ຊາ­ຊົນ​ທັງ​ຫມົດ​ປະ­ມານ 3 ພັນ​ກວ່າ​ຄົນ​ໃນ​ນີ້​ຍິງ 1,5 ພັນ​ຄົນ ເຊິ່ງ ພູມ​ສັນ­ຖານ​ເປັນ​ທົ່ງ​ຮາບ​ໂລ່ງ.

ແມ່ນ ບ້ານຈັດສັນ ໃຫມ່ ເນື່ອງຈາກຕອ້ງໄດ້ ຍົກຍ້າຍ ອອກຈາກ ເຂດ ກໍ່ສ້າງ ສະຫນາມກິລາ ເຂດທາງຫລັງທາດຫລວງ ເຂດ ຫາດດອນຈັນ ແລະຫລາຍໆບອ່ນທີ່ ຖືກກະທົບຈາກການກໍ່ສ້າງໂຄງການພາຍໃນນະຄອນຫລວງ

ຂພຈ ເຄີຍຮູ້ກັບກັບ ສອງຜົວເມັຍເຖົ້າຄູ່ນຶ່ງ ທີ່ໄດ້ຍ້າຍອອກຈາກ ດ້ານຫລັງທາດຫລວງ ຕອນຕຳອິດ ບໍ່ທັນມີເຮືອນຖາວອນຢູ່ ມີແຕ່ຕູບນອ້ຍຫລັງນຶ່ງ ພໍດີມື້ນຶ່ງ ພາຍຸເດືອນ 5 ພັດຖະລົ່ມ ເອົາຕູບຂອງລາວ ຫາຍໄປກັບແຮງລົມ ທັງສອງເຖົ້າໄດ້ແຕ່ ນັ່ງໃຫ້ ຍອ້ນບໍ່ມີບອ່ນຢູ່ ເປັນຫລາຍອາທິດ

ຂໍສະແດງຄວາມເຫັນໃຈ ແລພເປັນຫວ່ງເປັນໃຍ ນຳພີ່ນອ້ງຮວ່ມຊາດ ທີ່ຖືກຜົນກະທົບແບບບໍ່ທັນຕັ້ງຕົວໄດ້

 



__________________
Anonymous

Date:

13982417702200355219.jpg



__________________
Anonymous

Date:

ແມ່ນລົມເກີດຈາກທໍາມະຊາດຫລືເກີດຈາກ HAARP ?



__________________
Anonymous

Date:

ພາຍຸລະດູຮອ້ນເກີດຂຶ້ນຈາກການກະທົບກັນຂອງຄື້ນອາກາດຮອ້ນ ກັບອາກາດເຢັນ

ຢູ່ບ້ານເຮົາ ມັນມັກເກີດ ກອ່ນລະດູຝົນ ຄືຊາວງເດືອນ 4 ຫາເດືອນ 6

ແລະມັນຈະເກີດຂຶ້ນ ໃໃນບໍລິເວນບໍ່ກວ້າງ ໃນລັດສະຫມີ ປະມານ 10-20 ກລມ

ແລະຕາມສັງເກດເບິ່ງ ແມ່ນ ເວລາຕອນບ່າຍ ຄ້າຍຄ່ຳ ຫລື ຫົວຄ່ຳ ຕອນທີ່ ເວລາ ອາກາດຮອ້ນກັບເຢັນມາກະທົບກັນ

 

 

ສັນຍານທີບົ່ງບອກວ່າ ພາຍຸກຳລັງຈະເກີດ ຄື  ອາກາດຮອ້ນ ເອົ້າເປັນເວລາຫລາຍມື້ຕິດຕໍ່ກັນ ຄວາມຊຸ່ມ ອາກາດສູງ ຈົນຮູ້ສຶກຫນຽວຕົນຕົວ ບໍ່ມີລົມ

ແຕ່ທອ້ງຟ້າ ຈະສະຫລົວ ມີເມກຫນາ ແຕ່ຢູ່ສູງ ແລະມີສີເທົາເຂັ້ມ ຕໍ່ມາ ຈະມີລົມພັດແຮງ ໄປທາງໃດທາງນຶ່ງ ແລວ້ເມກ ຈະກໍ່ຕົວແບບຫນາແຫນ້ນ ຢ່າງໄວວາ 

ແລວ້ຈະເກີດຟ້າແມບ ແລະຟ້າຮອ້ງ ສຸດທ້າຍ ກໍຈະເກີດມີລົມ ແລະຝົນ ຕາມມາ ປະມານ 1 ຊົ່ວໂມງ ພາຍຸກໍຈະຫາຍໄປ 

ແລວ້ແຕ່ ກໍລະນີ ຖ້າຮຸນແຮງ ກໍຈະມີທັງລົມ ທັງຝົນ ຟ້າຮອ້ງ ຟ້າຜ່າ ແລະຫມາກເຫັບຕົກ

ອັນຫນັກກວ່າຫມູ່ ແມ່ນລົມແຮງ ຊຶ່ງອາດທຳໃຫ້ບ້ານເຮືອນເພພັງໄດ້

ສ່ວນເລື້ອງຟ້າຜ່າ ເພື່ອປອ້ງກັນ ເວລາຢູ່ນອກເຮືອນໃຫ້ ນັ່ງກອດເຂົ່າ ກົ້ມລົງ ແລະຫ້າມເອົາຕີນຈຸ່ມນ້ຳ ຫ້າມໃສ່ໂມງຫລືວັດຖຸທີ່ເປັນທາດເຫລັກ ຫ້າມຢູ່ກອ້ງໄມ້ໃຫຍ່

ຖ້າຢູ່ໃນລົດ ຫ້າມຈັບຂອບລົດ ທີ່ເປັນເຫລັກ ໂທລະສັບມືຖື ຕອ້ງປິດ ຖ້າຢູ່ໃນເຮຶອນ ກໍບໍ່ໃຫ້ນັ່ງຕິດຝາ 

 

ມີກໍລະນີນຶ່ງ ປີກາຍນີ້ເອງ ແມ່ເຖ້ົາ ຄົນນຶ່ງ ຖືກຟ້າຜ່າເສັຍຊີວິດ ຍອ້ນມີໂທລະສັບມືຖື ຢູ່ໃນຖົງ ຕອນກຳລັງດຳນາຢູ່ 

 

 

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard