Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: International Labor's day
Anonymous

Date:
International Labor's day

ເນື່ອງໃນໂອກາດວັນກຳມະກອນສາກົນທີ່ຈະມາເຖີງນີ້ (1 ພຶດສະພາ 2013), ຂ້າພະເຈົ້າຂໍອວຍພອນໃຫ້ບັນດາກຳມະກອນ, ຜູ້ໃຊ້ແຮງງານຕ່າງທັງຢູ່ລາວແລະຢູຕ່າງປະເທດ ຈົ່ງມີແຕ່ຄວາມສຸກຄວາມຈະເລີນຂໍໃຫ້ເຈົ້ານາຍຂື້ນເງີນເດືອນໃຫ້ຫລາຍ. ແລະໄດ້ເລື່ອນຕຳແຫນ່ງສູງຂື້ນໄປ.

ມື້ອື່ນກໍ່ຄົງພັກທົ່ວປະເທດ, ຂ້າພະເຈົ້າກໍ່ຄົງຕັ້ງວົງເບຍສະຫລອງກັນຢູ່ບ້ານຕາມເຄີຍ ປົກກະຕິກະຕັ້ງວົງກັນຢູ່ແລ້ວແຮ່ງມີມື້ສຳຄັນ

ແບບນີ້ຍີ່ງມ່ວນຊື່ນກັນ. ໃຜຢາກເຂົ້າມາຮ່ວມ, ເຊີນເລີຍຢູ່ຮ່ອມວັດເມືອງວາ, ເຂົ້າໄປໄດ້ຍີນສຽງເພງແມ່ນລະ.

__________________
Anonymous

Date:

ຊີເອົາໜັງຈີ່ມາຫາເດີອາວ ຂ້ອຍກິນເຫລົ້າຂາວໄດເບຍຫັນພວກເຈົ້າເຮັດກັນໂລດ ມັນອົງສາໜເອຍບໍ່ເຖິງຄໍຂ້ອຍເບຍຫັນ

__________________
Anonymous

Date:

ເຊີນໆເລີຍເອົາຫນັງມາຈີ່ຊຸມກັນ. ເຫລົ້າບໍ່ໃຫວປານໃດ, ຂ້າພະເຈົ້າມັນຄໍເບຍ. ເລີກການວ່າຈະເອົາຈັກແກ້ວກ່ອນກັບບ້ານ, ຂອງແກ້ມຈານຫນື່ງ. ສາວເບຍລາວງາມໆມາ

ເຫຍັ້ນເບຍໃຫ້, ໂອຍຄວາມສຸກຫນ້ອຍໆ.ເບຍລາວກະແກ້ວ 10.000 ກີບ, ຂອງແກ້ມຈານຫນື່ງປະມານ 25.000 ກີບ, ໃຫ້ທິບສາວເບຍລາວແດ່ຄ່າລາວມາເຫຍັ້ນເບຍໃຫ້ຈັກ 10.000 ກີບ, ໃລ່ໄປມາແລ້ວເກືອບແສນເລີຍພີນ້ອງ.

__________________
Anonymous

Date:

ມື້ອື່ນຢູ່ນະຄອນຫຼວງວຽງຈັນຈະມີເຈົ້າໜ້າທີ່ອອກກວດກາ ຖ້າພົບເຫັນວ່າມີໃຜຍັງເຮັດວຽກ ໂດຍສະເພາະແມ່ນວຽກກໍ່ສ້າງ ຈະຖືກປັບໃໝທັນທີ

__________________
Anonymous

Date:

Anonymous wrote:

ມື້ອື່ນຢູ່ນະຄອນຫຼວງວຽງຈັນຈະມີເຈົ້າໜ້າທີ່ອອກກວດກາ ຖ້າພົບເຫັນວ່າມີໃຜຍັງເຮັດວຽກ ໂດຍສະເພາະແມ່ນວຽກກໍ່ສ້າງ ຈະຖືກປັບໃໝທັນທີ

 ໃໝພະນັກງານຫຼໍີນາຍຈ້າງ?

  ນາຍຈ້າງ

ໄຄເເດ່....smile

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard