Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຝາກ ບ໊ອກເກີກ່ຽວກັບວິທະຍາສາດ ແລະ ເທັດໂນໂລຢີພາສາລາວແນ່ເດີ http://laoscience-it.blogspot.com
Laoscience

Date:
ຂໍຝາກ ບ໊ອກເກີກ່ຽວກັບວິທະຍາສາດ ແລະ ເທັດໂນໂລຢີພາສາລາວແນ່ເດີ http://laoscience-it.blogspot.com


ເປັນບ໊ອກເກີກ່ຽວກັບຂ່າວວິທະຍາສາດ ແລະ ເທັກໂນໂລເປັນພາສາລາວນະ , ຂ້າພະເຈົ້າເຫັນວ່າ ເວັບ ຫລື ບ໊ອກເກີ ແນວນີ້ເປັນພາສາລາວບໍ່ສູ້ມີປານໃດ

ເລິຍພະຍາຍາມຂຽນຂື້ນມາ ເປັນການສົ່ງເສີມວົງການຂ່າວວິທະຍາສາດພາສາລາວ ແລະ ສົ່ງເສີມພາສາລາວໄປໃນຕົວ 

ລີ້ງ: http://laoscience-it.blogspot.com

ຍິນດີຕອ້ນຮັບຄໍາຕໍານິ ຕິຊົມຈາກທຸກທ່ານ 

 

ແລະ ນີ້ເປັນຕົວຢາງບົດຄວາມອັນຫນື່ງ:

 

ປຸກຊີບຊ້າງແມມມອດ ທີ່ສູນພັນໄປຫລາຍກວ່າຫ້າພັນປີ

 
r-woolly-mammoth-large570.jpg
 
ຫລາຍຄົນຄົງໄດ້ເຄີຍເຫັນຊ້າງແມັມມອດຊ້າງໃຫຍ່ບູຮານ  ທີ່ມີງາໂຄ້ງຍາວ ໃນຫນັງຕ່າງໆກັນມາແລ້ວ. ບັດນີ້ຊ້າງດັ່ງກ່າວ ກໍາລັງຈະຖືກປຸກຊີບຂື້ນມາອີກຄັ້ງ ໂດຍຄວາມພະຍາຍາມຂອງນັກວິທະຍາສາດຊາວເກົາຫລີ Hwang Woo suk ຜູ້ມີຊື່ ສຽງດ້ານການປູກຖ່າຍພັນທຸກໍາ, ໂຄນນີ່ງ
 
ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາດຄົນດັ່ງກ່າວເຊິ່ງມາຈາກສະຖາບັນ South Korea’s Sooam Biotech Research Foundation ຈາກເກົາຫລີໄຕ້ທີ່ເຄີຍມີຊື່ສຽງໂດງດັງຈາກ ສາມາດຜະລິດ stem cell ຂອງມະນຸດໄດ້ໃນປີ 2006. ກຳລັງຈະໃຊ້ຄວາມຊ່ຽວຊານຂອງເຂົາໃນການຖ່າຍໂອນພັນທຸກຳຂອງຊ້າງແມມມອດທີ່ຖືກແຊ່ແຂງໃນນໍ້າແຂງເປັນເວລາຫລາຍພັນປີ ໃນເຂດໄຊບີເຣຍຂອງປະເທດລັດເຊຍ  ໂດຍລາຍງານກ່າວວ່າເຂົາໄດ້ລົງນາມກັບມະຫາວິທະຍາໄລສະຫະພັນ ລັດ ຕາເວັນອອກສ່ຽງເຫນືອຂອງປະເທດຣັດເຊຍ ໂດຍມີ ວາຊິຣິ ວາຊິຣິເຢບ ຮອງອະທິການບໍດີເປັນຕົວແທນ ແລະ ຄາດວ່າອີກ ບໍ່ດົນເຮົາຄົງໄດ້ເຫັນຊ້າງແມມມອດຕົວເປັນໆ
 
mammoth_2166198b.jpg

Hwang woo suk (ຊ້າຍ) ແລະ Vasily Vasiliyev  (ຂວາ)
ລາຍງານຍັງບອກເພີມເຕີມວ່າ ເນື້ອເຫຍືອຂອງຊ້າງແມມມອດທີ່ໄດ້ຈາກຊາກແຊ່ແຂງ ຈະຖືກຖ່າຍໂອນລົງໄປເຊລໄຂ່ຂອງ ຂ້າງພັນອິນເດຍ ໂດຍເຊລໄຂ່ຂອງຊາກພັນອິນເດຍຈະຖືກປ່ຽນແທນດ້ວຍ DNA ຂອງຊ້າງແມມມອດ. ກອ່ນທີ່ຈະເອົາໄຂ່ ດັ່ງກ່າວໄປຝາກທ້ອງນໍາຊ້າງອີນເດຍທີ່ມີຄວາມພ້ອມໃນການຕັ້ງຄັນ ແລະ ຈະໃຊ້ເວລາໃນການຕັ້ງຄັນປະມານ 22 ເດືອນ ຖ້າເປັນໄປຕາມຄາດກໍ່ຈະໄດ້ລູດຊ້າງແມມມອດ ເຊິ່ງຈະຖືເປັນການປະຕິວັດວົງການວິທະຍາສາດດ້ານພັນທຸກຳຢ່າງໃຫຍ່ ຫລວງ
 
 
 
ແຫລ່ງຂ່າວ:
 


__________________
Anonymous

Date:
RE: ຂໍຝາກ ບ໊ອກເກີກ່ຽວກັບວິທະຍາສາດ ແລະ ເທັດໂນໂລຢີພາສາລາວແນ່ເດີ http://laoscience-it.blogspot.com


ເປັນເວັບບລັອກທີ່ໜ້າສົນໃຈຫລາຍເດີ ຖ້ານາຍອອກໄປກິນເຝີກ່ອນ ຈະເຂົ້າໄປອ່ານປິຣາມິດໃນຈີນ

ແຕ່ເວລາຂໍໄປກິນເຂົ້າສວຍກ່ອນ, ຂອບໃຈຫລາຍໆເດີ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard