Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສານ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ເຮັດ​ແນວ​ໃດ​ຫວະ?
ປະ​ຊາ​ຊົນ​ລ​າວ

Date:
ສານ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ເຮັດ​ແນວ​ໃດ​ຫວະ?


​ຂ້າພະ​ເຈົ້າ ໄປ​ເຮັດ​ໃບ​ແຈ້ງ​ໂທດ​ເບີ 3 ຢູ່​ທີ່​ສາ​ນ​ນະ​ຄອນຫຼວງ

ເມື່ອ​ຈ່າຍ​ຄ່າ ທຳ​ນຽມ​ໃບ​ແຈ້ງ​ໂທດ ພະ​ນັກ​ງານຮັບ​ເງິນ ພັດ​ບໍ່​ມີ​ໃບ​ຮັບ​ເງິນໃຫ້​ຂ້ອຍ ແລະ​ໃບ​ນັດ​ເອົາ​ໃບ​ແຈ້ງໂທດ ກໍ່​ບໍ່​ມີ

ພະ​ນັກ​ງານ​ຂາ​ເຂົ້າ-ຂາ​ອອກ ມີ​ແຕ່ບອກວ່າ​ອາ​ທິດ ມາ​ເອົາ​ໃບ​ແຈ້ງ​ໂທດ ບາດ​ໄປ​ເອົາ​ບອກວ່າ ຍັງ​ເຮັດ​ບໍ່​ທັນ​ແລ້ວ ນັດຕໍ່​ໄປ​ອີກ

ຂ້າ​ພະ​ເຈົ້າ ໄດ້​ຈ່າຍເງິນໄປ​ແລ້ວ 260.000ກີບ.

ຢາກ​ໃຫ້​ພາກ​ສ່ວນ​ສານ​ນະ​ຄອນຫຼວງ ອອກ​ໃບ​ນັດ ລວມ​ທັງ​ໃບ​ຮັບ​ເງິນ​ໃຫ້​ແກ່​ປະ​ຊາ​ຊົນ ທີ່​ໄປ​ໃຊ້​ບໍ​ລິ​ການ ຂອງ​ສານ​ນະ​ຄອນຫຼວງ. 



__________________
Anonymous

Date:
RE: ສານ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ເຮັດ​ແນວ​ໃດ​ຫວະ?


ປະ​ຊາ​ຊົນ​ລ​າວ wrote:

​ຂ້າພະ​ເຈົ້າ ໄປ​ເຮັດ​ໃບ​ແຈ້ງ​ໂທດ​ເບີ 3 ຢູ່​ທີ່​ສາ​ນ​ນະ​ຄອນຫຼວງ

ເມື່ອ​ຈ່າຍ​ຄ່າ ທຳ​ນຽມ​ໃບ​ແຈ້ງ​ໂທດ ພະ​ນັກ​ງານຮັບ​ເງິນ ພັດ​ບໍ່​ມີ​ໃບ​ຮັບ​ເງິນໃຫ້​ຂ້ອຍ ແລະ​ໃບ​ນັດ​ເອົາ​ໃບ​ແຈ້ງໂທດ ກໍ່​ບໍ່​ມີ

ພະ​ນັກ​ງານ​ຂາ​ເຂົ້າ-ຂາ​ອອກ ມີ​ແຕ່ບອກວ່າ​ອາ​ທິດ ມາ​ເອົາ​ໃບ​ແຈ້ງ​ໂທດ ບາດ​ໄປ​ເອົາ​ບອກວ່າ ຍັງ​ເຮັດ​ບໍ່​ທັນ​ແລ້ວ ນັດຕໍ່​ໄປ​ອີກ

ຂ້າ​ພະ​ເຈົ້າ ໄດ້​ຈ່າຍເງິນໄປ​ແລ້ວ 260.000ກີບ.

ຢາກ​ໃຫ້​ພາກ​ສ່ວນ​ສານ​ນະ​ຄອນຫຼວງ ອອກ​ໃບ​ນັດ ລວມ​ທັງ​ໃບ​ຮັບ​ເງິນ​ໃຫ້​ແກ່​ປະ​ຊາ​ຊົນ ທີ່​ໄປ​ໃຊ້​ບໍ​ລິ​ການ ຂອງ​ສານ​ນະ​ຄອນຫຼວງ. 


 ເຂົາໂກງເຈົ້າແລ້ວ.ໃກ້ຂຽນຈົດໝາຍໄປປ່ອນລົງຕູ້ຮ້ອງທຸກ,ສົ່ງເຂົ້າສະພາໃຫ້ຜູ້ແທ່ນພັກຕໍ່ວ່າໃຫ້.



__________________
Anonymous

Date:

ເສຍເງິນ 10,000 ກີບ ຄ່າທຳນຽມຫນຶ່ງຫນາ



__________________
Anonymous

Date:

     ຄວາມຜິດຢູ່ກັບທ່ານເອງ ບໍ່ຕ້ອງຈົກເງິນອອກຈ່າຍກ່ອນຈະໄດ້ໃບລາຍງານ

            ແລະໃບຮັບເງິນຈາກພະນັກງານ ເຮົາຕ້ອງສລາດກ່ອນເຂົາ

 



__________________
Anonymous

Date:

ຂ້ອຍໂລດເບື່ອຫລາຍ ກັບຄຳວ່າ ລ້ຽງນ້ຳລ້ຽງໃນນິ ໄປໃສ່ກະໄດ້ຍິນ



__________________
Anonymous

Date:

ຂ້ອຍໄປເຮັດສາມມື້ໄດ້ ຄ່າທຳນຽມ  15.000  ກີບ



__________________
Anonymous

Date:

ເຮັດແນວເພິ່ນຊິໄດ້ເງິນ!

ຈົບ!



__________________
Anonymous

Date:

Anonymous wrote:

     ຄວາມຜິດຢູ່ກັບທ່ານເອງ ບໍ່ຕ້ອງຈົກເງິນອອກຈ່າຍກ່ອນຈະໄດ້ໃບລາຍງານ

            ແລະໃບຮັບເງິນຈາກພະນັກງານ ເຮົາຕ້ອງສລາດກ່ອນເຂົາ

 


 ຄັນເຮັດຄືທ່ານວ່ານັ້ນ ພະນັກງານຜູ້ທີ່ເຮັດ ນັ່ງແກະຂີ້ເລັບມືໃຫ້ເບີ່ງຊື່ໆດ໋ອກ..



__________________
Anonymous

Date:

 

ແມ່ນຕ້ອງຫົວໄວທັນພວກພະນັກງານບໍ່ວ່າພະນັກງານຢູ່ກະຊວງໃດ

ກໍຕາມ ກ່ອນຈະຈ່າຍເງີນໄຫ້ເຂົາ ຕ້ອງຖາມເຂົາວ່າຫລັງຈ່າຍເງີນໄປ

ຈະເຮັດໃບໄດ້ຮັບເງີນໄຫ້ເຮົາຫຼືບໍ່ ໝູ່ຂອງ ຂພຈ ໄປຝາກຊອງໜັງສື

ດ່ວນໄປເມືອງນອກ ພະນັກງານໄປສະນີວ່າ ໂອເຄ ຝາກທຳມະດາ

26 000 ຝາກດ່ວນ52 000 ໝູ່ ຂພຈ ກໍເລີຍຈ່າຍ52 000 ໂດຍ

ບໍ່ໄດ້ຖາມເອົາໃບຮັບເງີນຈາກ ພະນັກງານໄປສະນີ ຜູ່ລໍຮັບເອົາໜັງສື

ຝາກດ່ວນ ເປັນເດືອນຈື່ງໄດ້ຮັບແລະເບີ່ງຄ່າທຳນຽມໄປສະນີແມ່ນເພີ່ນ

ໃສ່ແຕ່26000 ລາຄາຝາກທຳມະດາ ອີກ26000ບຸລຸດໄປສະນີເພີ່ນເອົາ

ໃສ່ຖົງເພີ່ນເອງ  ສະນັ້ນພີ່ນ້ອງລາວທັງຫລາຍກ່ອນຈະຈ່າຍເງີນໄຫ້ກົມໃດ

ກະຊວງໃດໄຫ້ຖາມເພີ່ນກ່ອນເພີ່ນຈະເຮັດໃບຮັບເງີນໄຫ້ບໍຫລັງຈາກທີ່

ຈ່າຍເງີນໄປແລ້ວ ເພືອເປັນຫລັກຖານໃນຂ້າງໜ້າ



__________________
Anonymous

Date:

 

ປານ​ບ້ານ​ປ່າ​ເມືອງ​ເຖື່ອນ​ເອົາ​ໂລດ​ເນາະ​ອັນ​ບ້ານ​ເກີດ​ເມືອງນອນ​ຂອງ​ກູ​ນີ້​ນະ

ບໍ່​ມີ​ກົດ​ບໍ່​ມີ​ເກນ​ຫ​ຍັງ​ໝົດ ເຮັດ​ແນວ​ໃດ ແລະ​ດົນ​ປານ​ໃດ​ຈຶ່ງ​ຈະ​ກ້າວ​ຂຶ້ນ​ເຖິງ

ສັງ​ຄົມ​ນິ​ຍົມ​ລະ​ທ່ານ​ຜູ້​ນຳ​ທັງ​ຫລາຍ​ເອີຍ??????????????????????????

ພາ​ກັນ​ກິນ​ຕັ້ງ​ແຕ່​ຂັ້ນ​ບ້ານ​ຂຶ້ນ​ຮອດ​ເຖິງ​ຂັ້ນ​ປະ​ເທດ, ຜູ້​ປະ​ຊາ​ຊົນ​ຫາ​ເຊົ້​ກິນ​ຄ່ຳ

ຈະ​ຢູ່​ຈະ​ກິນ​ກັນ​ແນວ​ໃດ???????????????????????????????????????

ຄຶດ​ມາ​ແລ້ວ​ອຸກ ຖ້າ​ຈະ​ໄປ​ຜູກ​ຄໍ​ຕາຍ​ຊ້ຳ​ຜັດ​ຄາ​ນຳ​ບັນ​ຫາ​ເລື່ອງ​ຫໍ່ເຂົ້າ​ງາຍ​ໄປ

ພ້ອມ ເພາະ​ບໍ່​ມີ​ຮອດ​ແນວ​ຈະ​ຫໍ່​​ເປັນ​ເຂົ້າ​ງາຍ​ເລີຍ.



__________________


Senior Member

Status: Offline
Posts: 482
Date:

wao lie juk noy pai yarm laos bor dai ner

__________________
Anonymous

Date:

zack wrote:

wao lie juk noy pai yarm laos bor dai ner


yes make me wonder too Zack , how do they (Lao govt) 

know , if you don't turn me in 



__________________
Anonymous

Date:

Anonymous wrote:

 

ປານ​ບ້ານ​ປ່າ​ເມືອງ​ເຖື່ອນ​ເອົາ​ໂລດ​ເນາະ​ອັນ​ບ້ານ​ເກີດ​ເມືອງນອນ​ຂອງ​ກູ​ນີ້​ນະ

ບໍ່​ມີ​ກົດ​ບໍ່​ມີ​ເກນ​ຫ​ຍັງ​ໝົດ ເຮັດ​ແນວ​ໃດ ແລະ​ດົນ​ປານ​ໃດ​ຈຶ່ງ​ຈະ​ກ້າວ​ຂຶ້ນ​ເຖິງ

ສັງ​ຄົມ​ນິ​ຍົມ​ລະ​ທ່ານ​ຜູ້​ນຳ​ທັງ​ຫລາຍ​ເອີຍ??????????????????????????

ພາ​ກັນ​ກິນ​ຕັ້ງ​ແຕ່​ຂັ້ນ​ບ້ານ​ຂຶ້ນ​ຮອດ​ເຖິງ​ຂັ້ນ​ປະ​ເທດ, ຜູ້​ປະ​ຊາ​ຊົນ​ຫາ​ເຊົ້​ກິນ​ຄ່ຳ

ຈະ​ຢູ່​ຈະ​ກິນ​ກັນ​ແນວ​ໃດ???????????????????????????????????????

ຄຶດ​ມາ​ແລ້ວ​ອຸກ ຖ້າ​ຈະ​ໄປ​ຜູກ​ຄໍ​ຕາຍ​ຊ້ຳ​ຜັດ​ຄາ​ນຳ​ບັນ​ຫາ​ເລື່ອງ​ຫໍ່ເຂົ້າ​ງາຍ​ໄປ

ພ້ອມ ເພາະ​ບໍ່​ມີ​ຮອດ​ແນວ​ຈະ​ຫໍ່​​ເປັນ​ເຂົ້າ​ງາຍ​ເລີຍ.


 ບໍ່ແມ່ນແນວນັ້ນດອກທ່ານເອີຍ ພວກທີ່ເສຍເງິນແບບນັ້ນ ແມ່ນພວກມັກງ່າຍ, ບໍ່ຊອກຮູ້ ແລະ ບໍ່ຮູ້ຂັ້ນຕອນຂອງການເຮັດວຽກໃນແຕ່ລະບ່ອນ ທີ່ມັກພົບບັນຫາດັ່ງກ່າວ
ສ່ວນບ່ອນທີ່ມີການເສຍຄ່າທຳນຽມເອກະສານ ເພິ່ນກໍ່ຕິດປະກາດໄວ້ໃຫ້ເຫັນໂລດ. ສ່ວນໃບຮັບເງິນນັ້ນ ຈະມີແຕ່ພາກສ່ວນຄຸ້ມຄອງການເງິນເທົ່ານັ້ນ. ສ່ວນພາກສ່ວນບໍລິຫານ
ເພິ່ນຈະຂຽນໃສ່ປຶ້ມໄວ້ ເພື່ອສະຫຼູບ ແລະ ນຳໃຊ້ໃນວຽກງານບໍລິຫານຂອງບ່ອນດັ່ງກ່າວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard