Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຂໍແລກປ່ຽນຂໍ້ມູນກ່ຽວກັບການສ້າງທາງ
Anonymous

Date:
ຢາກຂໍແລກປ່ຽນຂໍ້ມູນກ່ຽວກັບການສ້າງທາງ


ຫົນທາງແມ່ນຊັບສົມບັດ ຂອງຊາດ ຂອງປະຊາຊົນ

ໃຜໆ ກໍຕອ້ງໄດ້ໃຊ້ເສັ້ນທາງ

ເສັ້ນທາງຕອ້ງມີຄຸນນະພາບດີ ແລະທົນທານ

ນອກຈາກລັດຕອ້ງລົງທຶນແລວ້ ສຳຫລັບທາງຮອ່ມ ປະຊາຊົນຍັງໄດ້ປະກອບສວ່ນ ແບບ 70-30% 

ດັ່ງນັ້ນ ມູນຄ່າການກໍ່ສ້າງ ປະຊາຊົນກໍຕອ້ງມີສວ່ນຕັດສີນນຳກັນ

ຕົວຢ່າງ ເສັ້ນທາງຢູ່ໃນຮູບນີ້ ຫນັງສືພີມເພີ່ນລາຍງານວ່າ ແມ່ນທາງຊີມັງ ຫນາ 20 ເຊັນ ມີລວງຍາວ 695m ໃນນັ້ນ 7 ແມດ ຍາວ 250m ສວ່ນເຫລືອ 445ແມດ ແມ່ນກວ້າງ 5ແມດ ໄລ່ສະເລັ່ຍແລວ້ ແມ່ນ ກວ້າງ 5.7 ແມດ

(ທັງຫມົດ ອາດຈະຕອ້ງໃຊ້ ເບຕົງ 795m3 ແລະ ອາດຈະໃຊ້ເຫລັກປະມານ 80 ໂຕນ)

ສວ່ນມູນຄ່າກໍ່ສ້າງ ແມ່ນ 8.71 ຕື່ກີບ ຫລື 8710 ລ້ານກີບ

ມາໃລ່ສະເລັ່ຍແລວ້ ຕົກເປັນ 12.5 ລ້ານກີບ/ແມດ ຫລື 12,5 ຕື້ຕໍ່ ກິໂລແມດ ຫລື 2.2 ລ້ານຕໍ່ ມ2

ໄລ່ເປັນເງິນໂດລາ ແມ່ນ ປະມານ 1,56 ລ້ານ ໂດລາ ຕໍ່ ກລມ

 

ຢາກຂໍຄວາມກະລຸນາ ມາຍັງທ່ານທີ່ເປັນວິຊາການ ໃຫ້ຄວາມເຫັນແດ່ວ່າ ມູນຄ່າການກໍ່ສ້າງດັ່ງກ່າວ ແມ່ນເຫມາະສົມ ພໍທີ່ຈະໄປນຳໃຊ້ໃຫ້ເປັນມາດຖານໄດ້ຫລືບໍ່ 

ເພື່ອບາງທີ ບາດເພິ່ນມາສ້າງທາງຮອ່ມຕໍ່ຫນ້າບ້ານຂອ້ຍ ຈັ່ງສີມີແນວສົມທຽບກັນ ເພາະທາງບ້ານຂອ້ຍ ຄົນສວ່ນຫລາຍ ກໍ່ບໍ່ແມ່ນຄົນຮັ່ງຄົນມີ ແຕ່ພັດຢາກໄດ້ທາງຊີມັງນຳເພິ່ນຄືກັນ

 

ບອ່ນອ້າງອີງ :  http://www.vientianemai.net/teen/khao/1/9162

 

20130422094539.jpg



__________________
Anonymous

Date:

ອີງຕາມປະສົບການຂອງຫລາຍໂຄງການທີ່ເຄີຍປະຕິບັດມາ ລາຄາທີ່ທ່ານກ່າວ

ນີ້ຈະແພງ ຖ້າທຽບໃສ່ລາຄາແບບສົມເຫດສົມຜົນ ສຳລັບທີ່ຕັ້ງຢູ່ໃນເຂດນະຄອນ

ຫລວງ ວຽງຈັນ. ລາຄາ US$1.5M/km ຖ້າເວົ້າຕາມລາຄາທີ່ສົມເຫດສົມຜົນຄືດັ່ງກ່າວ

ນັ້ນແລ້ວ ຈະໄດ້ທາງປູເບຕົງ ໜາ 25cm ໜ້າທາງກວ້າງ 12m ມີລະບົບລະບາຍນ້ຳ

ມີທາງຍ່າງ ມີໄຟແສງສະຫວ່າງ.

ອັນນີ້ເປັນຄຳເຫັນຕາມທີ່ຂ້ອຍຮູ້ຈາກໂຄງການທີ່ປະຕິບັດສຳເລັດມາແລ້ວ ດັ່ງນັ້ນ

ຄວນ ຫລື ບໍ່ຄວນແນວໃດກໍ່ໃຫ້ທ່ານພິຈາລະນາເອງເນາະ

 



__________________


Veteran Member

Status: Offline
Posts: 31
Date:

ເຄີຍປຸກແຕ່ເຮືອນ ລາຄາສະເລັ່ຍຢູ່ທີ່ 2 ລ້ານ ກີບຕໍ່ ມ2

ສວ່ນຫົນທາງຫນ້າຈະຖືກກວ່າ

__________________
Anonymous

Date:

 

ອ່ານພໍ້ຢູ່ ຫນັງສື ພິມ ມື້ນີ້ ສຳຫລັບເສັ້ນທາງ ດອນນົກຂຸ້ມເຊື່ອມຕໍ່ຈອມເພັດ:

 ການ​ກໍ່­ສ້າງ​ເສັ້ນ­ທາງ​ສວນ​ມອນ-ດອນນົກ​ຂຸ້ມ-ດົງ​ສະ­ຫວາດ-ສ້າງ​ເຫວີຍ-ຈອມ​ເພັດ ທີ່​ມີ​ຄວາມ​ຍາວ 8 ກິ­ໂລ­ແມັດ, ກວ້າງ 11 ແມັດ

ປະ­ຈຸ​ບັນ​ກຳ­ລັງ​ເລ່ງຫລາຍ​ຫນ້າ​ວຽກ​ເພື່ອ​ໃຫ້​ທັນ​ກັບ​ແຜນການ​ໃນ​ສັນ­ຍາ​ທີ່​ໃຫ້​ໄວ້​ກັບ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫລວງວຽງ​ຈັນ​ ທີ່​ເປັນ​ເຈົ້າ​ຂອງ​ໂຄງ­ການ

ໂດຍການ​ກໍ່­ສ້າງ​ທັງ​ຫມົດ​ມີ​ມູນ​ຄ່າ 18 ລ້ານໂດ​ລາ​ສະ­ຫະ­ລັດ ເຊິ່ງ​ບໍ­ລິ­ສັດ​ເປັນ​ຜູ້​ຈົກທຶນ​ກ່ອນ​ຫລັງ​ຈາກ​ນັ້ນ​ນະ­ຄອນ­ຫລວງວຽງ​ຈັນ​ຈະ​ຊຳ­ລະ​ຄືນ​ພາຍ​ໃນ 5 ປີ.

ສະເລັ່ຍ ຫລັກລະ 2,25 ລ້ານ ຕໍ່ ກລມ ຫລື 205 $/m2 

ກໍພໍຟັງ ສຳຫລັບທາງ ສ້າງໃຫມ່ 

 http://www.ecom.org.la/teen/khao/1/14343



__________________


Veteran Member

Status: Offline
Posts: 31
Date:

 

ສວ່ນນີ້ແມ່ນ ອີກລາຍງານໃຫມ່ ຈາກວຽງຈັນໃຫມ່ ສຳຫລັບເສັ້ນທາງ ADB11 ປາກລາຍ ໄຊຍະບູຣີ

1. International bidding 

ໄລ­ຍະ​ທີ 1 ແຕ່​ເມືອງ​ຊຽງ​ເງິນ-ທ່າ​ເດື່ອ​ມີ​ຄວາມ​ຍາວ  61,75 ກິ­ໂລ­ແມັດ ແລະ ຂົວ​ຂ້າມ​ນ້ຳ­ຂອງ​ແຕ່​ທ່າ​ເດື່ອ-ປາກ​ຄອນ, ມູນ​ຄ່າ 18,68 ລ້ານ​ໂດ​ລາ​ສະ­ຫະ­ລັດ, ເຊິ່ງ​ມາ​ຮອດ​ປະ­ຈຸ​ບັນ​ປະ­ຕິ­ບັດ​ສຳ­ເລັດ 67,61%, (300 000 $/km incl bridge)

ໄລ­ຍະ​ທີ 2, ແຕ່​ທ່າ​ເດື່ອ-ນ້ຳ​ປຸຍ, ຍາວ​ປະ­ມານ 79,05 ກິ­ໂລ­ແມັດ, ມູນ​ຄ່າ​ການ​ກໍ່­ສ້າງ 20 ກວ່າ​ລ້ານ​ໂລ​ດາ, ປະ­ຕິ­ບັດ​ໄດ້​ແລ້ວ 86,5%, (250 000$/km)

ໄລ­ຍະ​ທີ 3, ແຕ່​ບ້ານ​ນ້ຳ​ປຸຍ-ປາກ​ລາຍ, ຍາວ 100 ກິ­ໂລ­ແມັດ, ສະ­ເລ່ຍ​ມູນ​ຄ່າ 19,92 ລ້ານ​ໂດ​ລາ, ປະ­ຈຸ​ບັນ​ປະ­ຕິ­ບັດ​ໄດ້​ສຳ­ເລັດ 98,6%, ( 200 000$/km)   

ສຳ­ລັບ​ໄລ ຍະ​ທີ 4, ແຕ່​ປາກ​ລາຍ-ຫ້ວຍ​ເປັດ, ລວງ​ຍາວ 46 ກິ­ໂລ­ແມັດ, ລວມ​ມູນ​ຄ່າ 13,13 ລ້ານ​ໂດ​ລາ, ປະ­ຕິ­ບັດ​ໄດ້​ສຳ­ເລັດ​ແລ້ວ 100% (285 000$/km)

ແລະ ໄລ­ຍະ​ສຸດ​ທ້າຍ​ແຕ່​ຫ້ວຍ​ເປັດ-ນາ​ຂ່າ, ຍາວ​ປະ­ມານ 80,76 ກິ­ໂລ­ແມັດ, ມູນ​ຄ່າ 21,19 ລ້ານ​ໂດ​ລາ, ປະ­ຕິ­ບັດ​ສຳ­ເລັດ​ແລ້ວ 97,1%. (262 000$/km)

2. Local bid?  

ນອກ­ຈາກ​ນັ້ນ, ຍັງ​ມີ​ໂຄງ­ການ​ປູ­ຢາງ​ເສັ້ນ­ທາງ​ໄຊ​ຍະ​ບູ​ລີ-ເມືອງ​ໄຊ​ສະ­ຖານ, ຍາວ​ປະ­ມານ 65 ກິ­ໂລ­ແມັດ, ເປັນ​ມູນ​ຄ່າ 139,86 ຕື້​ກີບ, ມາ ຮອດ​ປະ­ຈຸ​ບັນ ສາ­ມາດ​ປະ­ຕິ­ບັດ​ໄດ້​ແລ້ວ 41,84%, (270 000$/km)

ໂຄງ­ການ​ປູ­ຢາງ​ເສັ້ນ­ທາງ​ເມືອງ​ເງິນ-ຊຽງ​ຮ່ອນ, ລວງ​ຍາວ 45 ກິ­ໂລ­ແມັດ, ລວມ​ມູນ​ຄ່າ​ແລ້ວ 158,83 ຕື້​ກີບ, ສຳ­ເລັດ​ແລ້ວ 42,6% (440 000$/km) ??

ແລະ ໂຄງ­ການ​ປູ­ຢາງ​ເສັ້ນ­ທາງ​ປາກ​ລາຍ-ເມືອງ​ທົ່ງ​ມີ​ໄຊ, ຄວາມ​ຍາວ​ປະ­ມານ 68,61 ກິ­ໂລ­ແມັດ, ມູນ​ຄ່າ​ປະ­ມານ 249,17 ຕື້​ກີບ, ປະ­ຕິ­ບັດ​ໄດ້ 11,38%. ( 453 000$/km) ??

ພ້ອມ​ນັ້ນ​ຍັງ​ສຳ­ເລັດ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຊົນ­ນະ­ບົດ​ຈຳ­ນວນ 3 ເສັ້ນ (ຍົກ​ລະ­ດັບ​ທາງ​ໄຊ​ຍະ​ບູ​ລີ-ຄອນ​ປຽດ, ຍົກ​ລະ­ດັບ​ທາງ​ພູ​ກົງ-ສະ​ປິ​ແລະ​ຍົກ​ລະ­ດັບ​ທາງ​ດ່ານ​ໃຫມ່​ເມືອງ​ຊຽງ​ຮ່ອນ-ປາກ​ຄອບ), ທີ່​ສາ­ມາດ​ຂົນ­ສົ່ງ​ສິນ­ຄ້າ​ໄດ້​ທັງ​ຫມົດ 128,34 ພັນ​ໂຕນ, ແລະ  ຍັງ​ມີ​ໂຄງ­ການ​ຂະ­ຫຍາຍ​ໂຄ່ງ​ລ່າງ​ນ້ຳ​ປະ­ປາ​ເຮັດ​ໃຫ້​ປະ­ຊາ­ຊົນ​ໄດ້​ນຳ​ໃຊ້​ນ້ຳ​ສະ­ດວກ​ສະ­ບາຍ​ຂຶ້ນ​ຕື່ມ.

 

http://www.ecom.org.la/teen/khao/2/14272



__________________
Anonymous

Date:

ຂ້ອຍເປັນວິຊາການຄິດໄລ່ອອກແບບເລື່ອງຂົວທາງ ແລະກໍສ້າງ ຂໍເລົ່າປະສົບການສູ່ຟັງ

ບັນດາບໍລິສັດທີ່ຮັບເໝົາກໍ່ສ້າງແມ່ນບໍລິສັດທີ່ມີສ່ວນຮ່ວມກັບຜູ້ມີອຳນາດ ໂຄງການນ້ອຍໆມີມູນຄ່າແປດຮ້ອຍລ້ານ ແຕ່ຕ້ອງໄລ່ຂື້ນໃຫ້ເປັນສາມສີ່ຕື້ ແລ້ວແບ່ງຜົນຕາມຄວາມເມາະສົມຂອງແຕ່ລະພາກສ່ວນທີ່ມີສ່ວນກ່ຍວຂ້ອງນຳກັນ

ແຕ່ກໍບໍ່ປະມາດດອກໄດ້ຂີ່ວີໂກນຳ!



__________________
Anonymous

Date:

Anonymous wrote:

ຂ້ອຍເປັນວິຊາການຄິດໄລ່ອອກແບບເລື່ອງຂົວທາງ ແລະກໍສ້າງ ຂໍເລົ່າປະສົບການສູ່ຟັງ

ບັນດາບໍລິສັດທີ່ຮັບເໝົາກໍ່ສ້າງແມ່ນບໍລິສັດທີ່ມີສ່ວນຮ່ວມກັບຜູ້ມີອຳນາດ ໂຄງການນ້ອຍໆມີມູນຄ່າແປດຮ້ອຍລ້ານ ແຕ່ຕ້ອງໄລ່ຂື້ນໃຫ້ເປັນສາມສີ່ຕື້ ແລ້ວແບ່ງຜົນຕາມຄວາມເມາະສົມຂອງແຕ່ລະພາກສ່ວນທີ່ມີສ່ວນກ່ຍວຂ້ອງນຳກັນ

ແຕ່ກໍບໍ່ປະມາດດອກໄດ້ຂີ່ວີໂກນຳ!


 ແຕ່ເປັນຫຍັງແບບນີ້

ວິຊາການຄິດໄລ່ລະອຽດໃຫ້ເບິ່ງພໍປະມານໄດ້ບໍ່

ຕົວຢ່າງ ທາງຊີມັງ ກວ້າງ 6 ແມດ ຫນາ 20 ຊມ 

ເປັນເສັ້ນທາງ ດິນແດງທີ່ມີແລວ້ 

ລາຄາປັບຫນ້າດິນ ຂູດຮອ່ງ ເບຕົງ ເຫລັກ ແຮງງານ ພາສີອາກອນ

ໄລ່ແພງສຸດ ໆ ໃຫ້ແດ່ !



__________________


Senior Member

Status: Offline
Posts: 482
Date:

you all ready smart, what do you want ask?

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard