Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄມ້ຂີດໄຟລາວ
Anonymous

Date:
ໄມ້ຂີດໄຟລາວ

ເຫັນເຂົາເອົາມາລົງ facebook ກໍ່ເລີຍເອົາມາໂພສໃຫ້ເບິ່ງ, ບໍ່ຮູ້ວ່າດຽວນີ້ເພິ່ນຍັງສືບຕໍ່ຜະລິດ

ໄມ້ຂີດໄຟລາວຫລືບໍ່. ຖ້າເພິ່ນຍັງຜະລິດ ເອົາຮູບມາໂພສໃຫ້ເບິ່ງແດ່, ຂອບໃຈ.

313850_10200574619281278_182794581_n.jpg

__________________
Anonymous

Date:

ແມ່ນແລ້ວໄມ້ຂີດລາວໃນສະໄໝນັ້ນ ຄຳຂວັນເພີ່ນຂຽນໄວ້ໜ້າກ່ອງວ່າ

ລາວເຮັດລາວໄຊ້ລາວໄດ້ລາວຈະເຣີນ ຫາກແຕ່ວ່າຟ້າຮ້ອງຢູ່ເມືອງຫລວງ

ພຼະບາງ ພັດຢູ່ເມືອງວຽງຈັນໄຊ້ບໍ່ໄດ້ ເພາະຟ້າມືດຝົນເຮັດໄຫ້ຫົວໄມ້ຂີດຊຸ່ມ

ແລະເປື່ອຍ

__________________
Anonymous

Date:

Anonymous wrote:

 ເຈົ້າວ່າລາວຜລິດແນວໃດ,ເບິ່ງແດ່ວ່າໂຕພາສາຫັຽງຢູ່ລຸ່ມສຸດເທິງດີ້ວໂປຫັ່ນ.

__________________
Anonymous

Date:

Anonymous wrote:

ແມ່ນແລ້ວໄມ້ຂີດລາວໃນສະໄໝນັ້ນ ຄຳຂວັນເພີ່ນຂຽນໄວ້ໜ້າກ່ອງວ່າ

ລາວເຮັດລາວໄຊ້ລາວໄດ້ລາວຈະເຣີນ ຫາກແຕ່ວ່າຟ້າຮ້ອງຢູ່ເມືອງຫລວງ

ພຼະບາງ ພັດຢູ່ເມືອງວຽງຈັນໄຊ້ບໍ່ໄດ້ ເພາະຟ້າມືດຝົນເຮັດໄຫ້ຫົວໄມ້ຂີດຊຸ່ມ

ແລະເປື່ອຍ

 ທ່ານຊ່າງເປັນຄົນທີ່ບໍ່ມີຣົສະນິຍົມຜລິຕະພັນຂອງຊາດຕົນເອງ ຄືຈະເກີດແລະເຕີບໃຫຍ່

ຂຶ້ນມາກັບຄອບຄົວທີ່ເຕັມໄປດ້ວຍຄວາມອິດສາຣິສຍາຈຶ່ງເປັນເຫດໃຫ້ທ່ານເຫັນສິ່ງໃດກໍ

ເປັນທາງລົບໄປໝົດ.  ກັບໄຟຂີດຊນິດນີ້ລະທີ່ຮັບໃຊ້ປະຊາຊົນລາວທົ່ວປະເທດມາຕຣອດ

ແລໜຶ່ງໃນນັ້ນກໍແມ່ນຄອບຄົວຂອງຂ້າພະເຈົ້າຮ່ວມຢູ່ນຳດ້ວຍ, ແລະກໍບໍ່ເຫັນເປັນດັ່ງທີ່່

ທ່ານກ່າວປະນາມມານັ້ນ.

__________________
Anonymous

Date:

ຂອບໃຈເອົາຮູບເກົ່າໆມາໃຫ້ເບິ່ງ!

ໄມ້ຂີດໄຟຍີຫໍ້ນີ້ ຖ້າຍັງຜະລິດຢູ່ໃນປະຈຸບັນເພິ່ນອາດຈະໃສ່ຮູບລຸງໄກ່ສອນ!

__________________
Anonymous

Date:

ຢູ່ທາງລຸ່ມຂອງກັບແມ່ນໂຕໜັງສືຫຍັງ, ໂຕຈີນເບາະ?

__________________
Anonymous

Date:

Anonymous wrote:

ຢູ່ທາງລຸ່ມຂອງກັບແມ່ນໂຕໜັງສືຫຍັງ, ໂຕຈີນເບາະ?

 ແມ່ນ  ໂຕຈີນ

ແລ້ວມີປັນຫາຫຍັງ

ເຂົາຜະລິດຢູ່ເມືອງລາວ  ໂດຍຄົນງານລາວ

ເຖິງເຈົ້າຂອງໂຮງງານຈະເປັນຄົນເຊື້ອສາຍຈີນກໍ່ຕາມ

ບໍ່ມີບໍຣິສັດໃດທີ່ເຈົ້າຂອງເປັນລາວແທ້ຮ້ອຍເປີເຊັນດອກ

__________________
Anonymous

Date:

ຂ້ອຍບໍ່ແນໃຈວ່າຂ້ອຍຈື່ຜິດຫລືຖືກ, ເກີບແຕ໊ະກາ 3 ດາວ ແມ່ນເຮັດຢູ່ໄທ ເກີບແຕ໊ະກາມ້າບິນແມ່ນເຮັດຢູ່ລາວ.

ແປ້ງນົວກາຖ້ວຍທອງເຮັດຢູ່ໄທ ແປ້ງນົວກາໄກ່ເຮັດຢູ່ລາວ, ສ່ວນນໍ້າປາ ຕະປູ ສັງກະສີ ໄມ້ອັດ ບໍ່ຈື່.

__________________
ຄົນ​ລ​າວ

Date:
RE: ໄມ້ຂີດໄຟລາວ ຫຼື ໄມ້​ຂີດ​ໄຟ​ຈີນ

ເພາະ​ວ່າ ເຫັນ​ໂຕ​ໜັງ​ສື​ຈີນ ຢູ່​ໃນ​ກັບ​ຂີດນັ້ນ

__________________
ຄົນ​ລ​າວ

Date:
RE: ໄມ້ຂີດໄຟລາວ

​ປັດ​ຈຸ​ບັນ​ນີ້ ຄົນ​ລ​າວຫຼາຍ​ຄົນ ໄດ້​ເປັນ​ເຈົ້າ​ຂອງ​ໂຮງ​ງານ​ຕ່າງ ແລະ​ບໍ​ລິ​ສັດ​ຕ່າງໆ ບໍ່​ວ່າ​ຢູ່​ໃນ

ນະ​ຄອນຫຼວງ ຫຼື ບັນ​ດາ​ແຂວງ​ຕ່າງໆ​ກໍ່​ມີ​ຫລາຍ

ຢ່າ​ວ່າ ຄົນ​ລາວ​ທຸກ​ຈົນເດີ ແຕ່​ຄົນ​ລາວ​ທຸກ​ຍາກ

__________________
Anonymous

Date:

Anonymous wrote:

ຂ້ອຍບໍ່ແນໃຈວ່າຂ້ອຍຈື່ຜິດຫລືຖືກ, ເກີບແຕ໊ະກາ 3 ດາວ ແມ່ນເຮັດຢູ່ໄທ ເກີບແຕ໊ະກາມ້າບິນແມ່ນເຮັດຢູ່ລາວ.

ແປ້ງນົວກາຖ້ວຍທອງເຮັດຢູ່ໄທ ແປ້ງນົວກາໄກ່ເຮັດຢູ່ລາວ, ສ່ວນນໍ້າປາ ຕະປູ ສັງກະສີ ໄມ້ອັດ ບໍ່ຈື່.

 ໂຮງງານເກີບແຕະກາ 3 ດາວກໍເຮັດຢູ່ລາວເຮົານີ້ແລ້ວ ໂຮງງານມັນຕັ້ງຢູ່ທາງຫລັງໂຮງຮຽນທາດຫລວງ

ຫັ້ນແລະເຈົ້າຂອງເປັນເຈັກໄທ.   ສ່ວນເກີບແຕະກາມ້າບິນນັ້ນໂຮງງານມັນກໍຢູ່ຖນົນສີສັງວອນຕິດກັບ

ສະຖານທູດຍີ່ປຸ່ນ ແຕ່ຫາກມີສອງຕຶກຢູ່ຄົນລະຟາກທາງ ຕຶກທີ່ເຮັດເກີບແຕະແມ່ນຢູ່ຟາກທາງເບື້ອງ

ທູດຍີ່ປຸ່ນນັ້ນ ແລະຕຶກນຶ່ງຢູ່ຟາກກົງກັນຂ້າມກັບສະຖານທູດຍີ່ປຸ່ນ ຕຶກນີ້ແມ່ນເຮັດເກີບຜ້າໃບກາມ້າ

ບິນແລະເກີບມັງຕຸບຫຼືເກີບໂຊ້ທະຫານ. ທັງສອງບໍຣິສັດເກີບນີ້ໄດ້ຫຍຸບລົງພາຍຫລັງວັນທີ່ 2 ທັນວາປີ

75 ບໍ່ພໍເທົ່າໃດເດືອນ ເພາະເຈົ້າຂອງກັບຄືນປະເທດໄທ.

ສ່ວນແປ້ງນົວກາໄກ່ກັບກາຖ້ວຍທອງທັງສອງການີ້ກໍເຮັດຢູ່ລາວເຮົານີ້ໝົດ  ໂຮງງານມັນກໍຕິດກັບ

ກັບສວນສາມຫ້າໃຫຍ່ກາຍຄ້າຍຈີ່ນາຍໂມ້ໄປຫັ້ນ. ໂຮງງານໄມ້ອັດກໍຢູ່ຫລັກ 8 ສາລະຄຳ ທີ່ເຂົາເອີ້ນວ່າ

ບ້ານພະມ້ານັ້ນລະ ເພາະຣັຖະບານວຽງຈັນໄປນຳເອົາລາວຫລົງທີ່ຢູ່ປະເທດພະມ້າກັບຄືນມາລາວແລະສ້າງ

ບ້ານໃໝ່ໃຫ້ຂະເຈົ້າແຖບໆໂຮງງານໄມ້ອັດນັ້ນ.

ໂຮງງານສັງກະສີແລະຕະປູຕັ້ງຢູ່ໂພນທັນ, ໂຮງງານນ້ຳປາ, ເຫຼົ້າຊຽງຊຸນ ແມ່ນຢູ່ເກົ້າລ້ຽວ. ມີໂຮງງານ

ດຽວທີ່ຄົນລາວເປັນເຈົ້າຂອງຄືໂຮງງານຫລໍ່ດອກຢາງຣົຖຢູ່ສີໄຄ ເປັນຂອງ ຄຳໄບ ພິລາພັນເດຊ.

__________________
Anonymous

Date:

Anonymous wrote:

ແມ່ນແລ້ວໄມ້ຂີດລາວໃນສະໄໝນັ້ນ ຄຳຂວັນເພີ່ນຂຽນໄວ້ໜ້າກ່ອງວ່າ

ລາວເຮັດລາວໄຊ້ລາວໄດ້ລາວຈະເຣີນ ຫາກແຕ່ວ່າຟ້າຮ້ອງຢູ່ເມືອງຫລວງ

ພຼະບາງ ພັດຢູ່ເມືອງວຽງຈັນໄຊ້ບໍ່ໄດ້ ເພາະຟ້າມືດຝົນເຮັດໄຫ້ຫົວໄມ້ຂີດຊຸ່ມ

ແລະເປື່ອຍ

 Totally agree with you man, it was happened to me I remember that really good. this kinda matches you have to keep away from moisture area or otherwise, the head of (Khee Jia) of match would solvent and the whole thing fall it apart.

and I also used the Khee Mue for my small Peun Ngab Ying Nok 555.

__________________
Anonymous

Date:

Anonymous wrote:
Anonymous wrote:

ຂ້ອຍບໍ່ແນໃຈວ່າຂ້ອຍຈື່ຜິດຫລືຖືກ, ເກີບແຕ໊ະກາ 3 ດາວ ແມ່ນເຮັດຢູ່ໄທ ເກີບແຕ໊ະກາມ້າບິນແມ່ນເຮັດຢູ່ລາວ.

ແປ້ງນົວກາຖ້ວຍທອງເຮັດຢູ່ໄທ ແປ້ງນົວກາໄກ່ເຮັດຢູ່ລາວ, ສ່ວນນໍ້າປາ ຕະປູ ສັງກະສີ ໄມ້ອັດ ບໍ່ຈື່.

 ໂຮງງານເກີບແຕະກາ 3 ດາວກໍເຮັດຢູ່ລາວເຮົານີ້ແລ້ວ ໂຮງງານມັນຕັ້ງຢູ່ທາງຫລັງໂຮງຮຽນທາດຫລວງ

ຫັ້ນແລະເຈົ້າຂອງເປັນເຈັກໄທ.   ສ່ວນເກີບແຕະກາມ້າບິນນັ້ນໂຮງງານມັນກໍຢູ່ຖນົນສີສັງວອນຕິດກັບ

ສະຖານທູດຍີ່ປຸ່ນ ແຕ່ຫາກມີສອງຕຶກຢູ່ຄົນລະຟາກທາງ ຕຶກທີ່ເຮັດເກີບແຕະແມ່ນຢູ່ຟາກທາງເບື້ອງ

ທູດຍີ່ປຸ່ນນັ້ນ ແລະຕຶກນຶ່ງຢູ່ຟາກກົງກັນຂ້າມກັບສະຖານທູດຍີ່ປຸ່ນ ຕຶກນີ້ແມ່ນເຮັດເກີບຜ້າໃບກາມ້າ

ບິນແລະເກີບມັງຕຸບຫຼືເກີບໂຊ້ທະຫານ. ທັງສອງບໍຣິສັດເກີບນີ້ໄດ້ຫຍຸບລົງພາຍຫລັງວັນທີ່ 2 ທັນວາປີ

75 ບໍ່ພໍເທົ່າໃດເດືອນ ເພາະເຈົ້າຂອງກັບຄືນປະເທດໄທ.

ສ່ວນແປ້ງນົວກາໄກ່ກັບກາຖ້ວຍທອງທັງສອງການີ້ກໍເຮັດຢູ່ລາວເຮົານີ້ໝົດ  ໂຮງງານມັນກໍຕິດກັບ

ກັບສວນສາມຫ້າໃຫຍ່ກາຍຄ້າຍຈີ່ນາຍໂມ້ໄປຫັ້ນ. ໂຮງງານໄມ້ອັດກໍຢູ່ຫລັກ 8 ສາລະຄຳ ທີ່ເຂົາເອີ້ນວ່າ

ບ້ານພະມ້ານັ້ນລະ ເພາະຣັຖະບານວຽງຈັນໄປນຳເອົາລາວຫລົງທີ່ຢູ່ປະເທດພະມ້າກັບຄືນມາລາວແລະສ້າງ

ບ້ານໃໝ່ໃຫ້ຂະເຈົ້າແຖບໆໂຮງງານໄມ້ອັດນັ້ນ.

ໂຮງງານສັງກະສີແລະຕະປູຕັ້ງຢູ່ໂພນທັນ, ໂຮງງານນ້ຳປາ, ເຫຼົ້າຊຽງຊຸນ ແມ່ນຢູ່ເກົ້າລ້ຽວ. ມີໂຮງງານ

ດຽວທີ່ຄົນລາວເປັນເຈົ້າຂອງຄືໂຮງງານຫລໍ່ດອກຢາງຣົຖຢູ່ສີໄຄ ເປັນຂອງ ຄຳໄບ ພິລາພັນເດຊ.

 ຖ້າເປັນຄວາມຈິງດັ່ງທີ່ທ່ານກ່າວມາກໍ່ສະແດງໃຫ້ເຫັນວ່າກ່ອນປີ 1975 ລັດຖະບານເກົ່າກໍ່ມີແນວຄິດ

ກໍ່ສ້າງພື້ນຖານເສດຖະກິດ ແລະຄິດເປັນຫ່ວງເພື່ອນຮ່ວມຊາດຈຶ່ງນໍາເອົາຄົນລາວທີ່ຫລົງເຂົ້າໄປລີ້ໄພ

ສົງຄາມໃນປະເທດມຽນມາເຂົ້າມາຢູ່ໃນຜືນແຜ່ນດິນລາວ.

ໂຮງງານຢາໜູຄໍາ ຢາປະດົງກາຜູ່ເຖົ້າ ໄມ້ຈິ້ມແຂ້ວການົກຍຸງ ເຂັມກາເພັດ ຢູ່ແຂວງໃດ? ຂອບໃຈ

__________________
Anonymous

Date:

ຢູ່ເມືອງສະຫວັນຂ້ອຍຈື່ໄດ້ວ່າມີໂຮງເຮັດນ້ຳຊີອິວຢູ່ໃກ້ ໆ ເຮືອນ 

ກັບໂຮງງານນ້ຳໝາກກ້ຽງກຣີນສະປອດຂອງ ລີ ຊິງ ກີ

__________________
Anonymous

Date:

ບໍ່ໄດ້ຍ້ອງໂຕເອງ

ສະໄໝເກົ່າ  ສິນຄ້າໃດທີ່ລາວເຮົາຜະລິດໃນປະເທດ

ຈະມີມີຄຸນນະະພາບດີກວ່າຂອງໄທຍ

ດີກວ່າອີຫຼີ  ຄົນລາວເກົ່າເຂົາຮູ້ດີ

ໂຕຢ່າງ  ເກີບແຕະ  ໃສ່ດີ  ໃສ່ທົນກວ່າຂອງໄທຍ

ແປ້ງນົວກະແຊບກວ່າກາ ຊະດາ ຫຼື ອາຍິໂນະໂມໂຕະ

ໄປເມືອງໄທຍໃໝ່ ໆ  ເຮັດກິນຕັກແປ້ງນົວໄທຍໃສ່ເປັນບ່ວງແກງກະຍັງບໍ່ແຊບ

ຂອງລາວໃສ່ເຄິ່ງບ່ວງກາເຟກະແຊບແລ້ວ

ຢາສູບກະຄືກັນ  ຂອງລາວກາສາມຫ້າ  ຂອງໄທຍ ກອງທິບ  ສາຍຝົນ

ແຕ່ຂອງລາວດີກວ່າ

ເວົ້າແລ້ວຄືຫຼົງໂຕເອງ

ແຕ່ແມ່ນແທ້ອີຫຼີເດີ  

ບໍ່ຮູ້ວ່າມາຈາກສາເຫດຫຍັງ

ທັງທີ່ລາງສິນຄ້າກໍ່ແມ່ນຄົນໄທຍເຊື້ອສາຍຈີນມາເປີດໂຮງງານຢູ່ລາວ

ແຕ່ຂອງທີ່ຜະລິດຢູ່ລາວຈະເຂັ້ມຂົ້ນກວ່າທາງວັດຖຸດິບ  

ເຮັດໃຫ້ຄຸນນະພາບແຕກຕ່າງກັນແບບເຫັນ ໆ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຂ້ອຍບໍ່ແນໃຈວ່າຂ້ອຍຈື່ຜິດຫລືຖືກ, ເກີບແຕ໊ະກາ 3 ດາວ ແມ່ນເຮັດຢູ່ໄທ ເກີບແຕ໊ະກາມ້າບິນແມ່ນເຮັດຢູ່ລາວ.

ແປ້ງນົວກາຖ້ວຍທອງເຮັດຢູ່ໄທ ແປ້ງນົວກາໄກ່ເຮັດຢູ່ລາວ, ສ່ວນນໍ້າປາ ຕະປູ ສັງກະສີ ໄມ້ອັດ ບໍ່ຈື່.

 ໂຮງງານເກີບແຕະກາ 3 ດາວກໍເຮັດຢູ່ລາວເຮົານີ້ແລ້ວ ໂຮງງານມັນຕັ້ງຢູ່ທາງຫລັງໂຮງຮຽນທາດຫລວງ

ຫັ້ນແລະເຈົ້າຂອງເປັນເຈັກໄທ.   ສ່ວນເກີບແຕະກາມ້າບິນນັ້ນໂຮງງານມັນກໍຢູ່ຖນົນສີສັງວອນຕິດກັບ

ສະຖານທູດຍີ່ປຸ່ນ ແຕ່ຫາກມີສອງຕຶກຢູ່ຄົນລະຟາກທາງ ຕຶກທີ່ເຮັດເກີບແຕະແມ່ນຢູ່ຟາກທາງເບື້ອງ

ທູດຍີ່ປຸ່ນນັ້ນ ແລະຕຶກນຶ່ງຢູ່ຟາກກົງກັນຂ້າມກັບສະຖານທູດຍີ່ປຸ່ນ ຕຶກນີ້ແມ່ນເຮັດເກີບຜ້າໃບກາມ້າ

ບິນແລະເກີບມັງຕຸບຫຼືເກີບໂຊ້ທະຫານ. ທັງສອງບໍຣິສັດເກີບນີ້ໄດ້ຫຍຸບລົງພາຍຫລັງວັນທີ່ 2 ທັນວາປີ

75 ບໍ່ພໍເທົ່າໃດເດືອນ ເພາະເຈົ້າຂອງກັບຄືນປະເທດໄທ.

ສ່ວນແປ້ງນົວກາໄກ່ກັບກາຖ້ວຍທອງທັງສອງການີ້ກໍເຮັດຢູ່ລາວເຮົານີ້ໝົດ  ໂຮງງານມັນກໍຕິດກັບ

ກັບສວນສາມຫ້າໃຫຍ່ກາຍຄ້າຍຈີ່ນາຍໂມ້ໄປຫັ້ນ. ໂຮງງານໄມ້ອັດກໍຢູ່ຫລັກ 8 ສາລະຄຳ ທີ່ເຂົາເອີ້ນວ່າ

ບ້ານພະມ້ານັ້ນລະ ເພາະຣັຖະບານວຽງຈັນໄປນຳເອົາລາວຫລົງທີ່ຢູ່ປະເທດພະມ້າກັບຄືນມາລາວແລະສ້າງ

ບ້ານໃໝ່ໃຫ້ຂະເຈົ້າແຖບໆໂຮງງານໄມ້ອັດນັ້ນ.

ໂຮງງານສັງກະສີແລະຕະປູຕັ້ງຢູ່ໂພນທັນ, ໂຮງງານນ້ຳປາ, ເຫຼົ້າຊຽງຊຸນ ແມ່ນຢູ່ເກົ້າລ້ຽວ. ມີໂຮງງານ

ດຽວທີ່ຄົນລາວເປັນເຈົ້າຂອງຄືໂຮງງານຫລໍ່ດອກຢາງຣົຖຢູ່ສີໄຄ ເປັນຂອງ ຄຳໄບ ພິລາພັນເດຊ.

 ຖ້າເປັນຄວາມຈິງດັ່ງທີ່ທ່ານກ່າວມາກໍ່ສະແດງໃຫ້ເຫັນວ່າກ່ອນປີ 1975 ລັດຖະບານເກົ່າກໍ່ມີແນວຄິດ

ກໍ່ສ້າງພື້ນຖານເສດຖະກິດ ແລະຄິດເປັນຫ່ວງເພື່ອນຮ່ວມຊາດຈຶ່ງນໍາເອົາຄົນລາວທີ່ຫລົງເຂົ້າໄປລີ້ໄພ

ສົງຄາມໃນປະເທດມຽນມາເຂົ້າມາຢູ່ໃນຜືນແຜ່ນດິນລາວ.

ໂຮງງານຢາໜູຄໍາ ຢາປະດົງກາຜູ່ເຖົ້າ ໄມ້ຈິ້ມແຂ້ວການົກຍຸງ ເຂັມກາເພັດ ຢູ່ແຂວງໃດ? ຂອບໃຈ

 ໂຮງ​ງານ​ຢາ​ໜູ​ຄຳ​ແລະ​ປາ​ດົງ​ກາ​ຜູ້​ເຖົ້າ​ຢູ່​​ບ້ານໜອງ​ບົ​ວ​ວຽງ​ຈັນ​ນັ້ນ​ເອງ, ສ່ວນ​ໄມ້​ຈີ້ມ​ແຂ້ວ​ແລະ​ເຂັມ​ກາ​ເພັດ​ແມ່ນ​ເຮັດ​ມາ

ແຕ່​ປະ​ເທດ​ໄທ.  ມີ​ແຕ່​ຄຳ​ໂຄ​ສະ​ນາ​ຊວນ​ເຊື່ອ​ເທົ່າ​ນັ້ນ​ທີ່​ປະ​ນາມ​ວ່າລັ​ຖະ​ບານ​ເກົ່າ​ບໍ່​ມີ​ແນວ​ຄິດ​ກໍ່​ສ້າງ​ພືນ​ຖານ​ເສ​ຖະ​ກິດນັ້ນ

ເບິ່ງ​ເຄື່ອນ​ໄຟ​ຟ້າ​ນ້ຳ​ງຶ່ມ​ກໍ​ສ້າງ​ແຕ່​ປິ 1968 ພຸ້ນ​ທັ່ງໆ​ທີ່​ສົງ​ຄາມ​ກຳ​ລັງ​ໜັກ​ໜ່ວງ​ໃນ​ຕອນນັ້ນ. ມີ​ຫລາຍໆ Projects ທີ່​ລັ​ຖະ​

ບານ​ ສ​ປ​ປ​ລ ສືບ​ຕໍ່​ຈາກ​ໂຄງ​ການ​ພັ​ທະ​ນາ​ປະ​ເທດ​ຊາດ​ຂອງ​ລັ​ຖະ​ບານ​ເກົ່າ​ເຊັ່ນ: ບໍ່​ຄຳ​ເຊ​ໂປນ​ແລະ​ພູ​ເບັ້ຍ, ເຄື່ອນ​ໄຟ​ຟ້າ​ນ້ຳ

ງຶ່ມ2, ນ້ຳ​ເທີນ1ແລະ2, ນ້ຳ​ຂອງ(ເຄື່ອນ​ໄຊ​ຍະ​ບູ​ຣີ), ນ້ຳ​ຄານ, ຂົວ​ລາວ-ໄທ ໜອງ​ຄາຍ ທ່າ​ແລ້ງ, ບຶງ​ການ-ປາກ​ຊັນ, ທ່າ

ແຂກ-ນະ​ຄອນ​ພະ​ນົມ, ສວັນ​ນະ​ເຂດ-ມຸກ​ດາ​ຫານ ແລະ ຂົວ​ພານ​ໃນ​ປະ​ເທດ ປາກ​ເຊ-ເມືອງ​ເກົ່າ ແລະ ປາກ​ຄອນ-ທ່າ​ເດື່ອ

ເມືອງ​ນານ​ແຂວງຫລວງ​ພ​ຣະ​ບາງ.

ສ່ວນ​ລາວ​ຫລົງ​ທີ່​ມາ​ແຕ່​ພະ​ມ້ານັ້ນ​ກໍ​ມີ​ຈຳ​ນວນບໍ່​ນ້ອຍ ປະ​ມານ​ພັນ​ກ່​ວາ​ຄອບ​ຄົວ​ທີ່​ລັ​ຖະ​ບານ​ພະ​ມ້າ​ບໍ່​ຍອມ​ຮັບ​ເອົາ​ແລະ​ຈະ​ພັກ​

ດັນ​ໃຫ້​ຄືນ​ປະ​ເທດ ດັ່ງ​ນັ້ນ​ລັ​ຖະ​ບານ​ລາວ​ເກົ່າ​ຈຶ່ງ​ໄປ​ນຳ​ເອົາ​ມາ​ໃນ​ປິ 1962-63 ແລະ​ມາ​ສ້າງ​ບ້ານ​ໃໝ່​ຢູ່ຫຼັກ 8 ທາງ​ເຂົ້າ​ໂຮງ​ງານ

ໄມ້​ອັດ​ຫັ້ນ ແລະ​ອີ​​ກ​ບ້ານ​ນຶ່ງ​ແມ່ນ​ກາຍ​ໂຮງ​ງານ​ເບັຍ​ລາວ​ໄປ​ໜ້ອຍ​ນຶ່ງ​. ເມື​ອ່​ກ່ອນ​ຍັງ​ບໍ່​ທັນ​ມີ​ໂຮງ​ງານ​ໄມ້​ອັດ​ແລະ​ໂຮງ​ງານ​ເບັຍ​

ເທື່ອ. ຖ້າ​ປະ​ເທດ​ເຮົາ​ບໍ່​ມີ​ສົງ​ຄາມ​ລາວຫຼົງ​ທີ່​ຍັງູ່​ພະ​ມ້າ​ທຸກວັນ​ນີ້​ຄົງ​ໄດ້​ກັບ​ຕ່າວ​ບ້ານ​ເກີດ​ເມືອງນອນ​ຂອງ​ຂະ​ເຈົ້າ​ແລ້ວ ແລະ​ປະ

ເທດ​ເຮົາ​ກໍ​ຈະ​ຈ​ເຣີນ​ທຽບ​ເທົ່າ​ປະ​ເທດ​ໄທ​, ບາງ​ເທື່ອ​ອາ​ຈະ​ໄປ​ໄກ​ກ່ອນ​ໄທ​ອີກ​ເພາະ​ສັ​ພະ​ຍາ​ກອນບໍ່​ວ່າ​ໃຕ້​ດິນຫຼື​ເທິງ​ດິນ​ແມ່ນ​ມີ

ມາກ​ມາຍ​ກ່ອນ​ໄທ ເພາະ​ໄທ​ນັ້ນ​ໝົດ​ໄປ​ແລ້ວ​ແຕ່​ກ່ອນ​ປີ 60 ພຸ້ນ. ໃຫ້​ພວກ​ທ່ານ​ຄຶດ​ເອົາ​ເອງວ່າ​ແມ່ນ​ໃຜ​ຢາກ​ສ້າງ​ສາ​ປະ​ເທດ

ຂາດ​ອິຫຼີ ທັ່ງໆ​ທີ່​ມີ​ສົງ​ຄາມ​ລັ​ຖະ​ບານ​ເກົ່າ​ຍັງ​ຍາດ​ແຍ່ງ​ເອົາ​ເວ​ລາ​ສ້າງ​ສາ​ພັ​ທະ​ນາ​ຕາມ​ມີ​ຕາມ​ເກີດ ຈົນ​ມີ​ຫລາຍໆ​ຢ່າງ​ປະ​ໄວ້​ເປັນ​

ຮາກ​ຖານ​ໃຫ້​ແກ່​ລັ​ຖະ​ບານ​ໃໝ່ໄດ້​ສວຍ​ໃຊ້​ໃນ​ຊັ້ນ​ຕົ້ນ​ຂອງ​ການກໍ່​ກຳ​ເນີດ​ຂອງ ສ​ປ​ປ ລາວ.

__________________
Anonymous

Date:

ໂຮງງານຕົ້ມກັ່ນລາວວຽງກໍ່ຜະລິດເຫລົ້າແມ່ໂຂງ ຊຶ່ງມີທັງແກ້ວກົມແລະແກ້ວແປ, ແຕ່ຜູ່ເຖົ້າບ້ານຂ້ອຍມັກກິນເຫລົ້າຊຽງຊຸນ

ແກ້ມຢາສູບມາລິອາ. ໂຮງງານ 555 ກໍ່ຜະລິດຢາສະໄລອອກມາໃຫ້ແມ່ຈ້າງບາກົກຂາມສູບ ສ່ວນນັກເລງສວນມອນຫັ້ນ

ສູບຢາອາແດງ ກັອກ Green spot.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard