Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍເຊີນທ່ຽວງານບຸນປີໃໝ່ລາວ ເມືອງ Fort Worth,Texas, USA...
Anonymous

Date:
ຂໍເຊີນທ່ຽວງານບຸນປີໃໝ່ລາວ ເມືອງ Fort Worth,Texas, USA...




__________________
Anonymous

Date:

ຂ້ານ້ອຍຢາກໄປແຕ່ບໍ່ຮູ້ໃຜຢູ່ເມືອງນັ້ນ ຈະໄປເຊົ່າບ້ານພັກຢູ່ກໍ່ບໍ່ມີເງິນ

ທ່ານໃດໃຈບຸນ ຂ້ານ້ອຍຂໍພັກເຊົານໍາແດ່ໄດ້ບໍ? ຖາມໄວ້ປີໜ້າ ປີນີ້ຄົງ

ບໍ່ໄດ້ໄປດອກເພາະບໍ່ມີເງິນຊື້ນໍ້າມັນໃສ່ຣົຖ, ເຖິງຢ່າງໃດກໍ່ຂໍໃຫ້ພີ່ນ້ອງ

ລາວຢູ່ທາງເມືອງຟອດເວີດຫຼືທ່ານໃດ໋ທີ່ມີໂອກາດໄດ້ໄປຮ່ວມງານມ່ວນ

ເພື່ອຂ້ານ້ອຍແດ່ ໂຊກດີປີໃໝ່ທຸກຄົນ.



__________________
Anonymous

Date:

ຢາກຖາມວ່າເປັນຫຍັງຄົນລາວຢູ່ສະຫະລັດສະຫລອງປີໃໝ່ລາວບໍ່ກົງກັບວັນ

ຕຸດສົງການເລີຍ. ຄືບໍ່ສະຫລອງໃນວັນສົງການແທ້ໆນັ້ນໂລດ ແມ່ນມີເຫດຜົນ

ແນວໃດກັນແທ້? ບໍ່ວ່າແຕ່ບຸນປີໃໝ່ ງານແລະບຸນປະເພນີຕ່າງໆໃນ 12 ເດືອນ

ຂອງລາວເຮົາ ແມ່ນບໍ່ພາກັນເຮັດໃນວັນຂອງງານນັ້ນໆເລີຍ ແມ່ນຊ້າໄປເປັນອາ

ທິດພຸ້ນລະ. ຖາມແຕ່ລັດໃດເມືອງໃດທີ່ມີວັດແລະ hall ເປັນຂອງສ່ວນໂຕເທົ່າ

ນັ້ນ. ອັນລັດໃດເມືອງໃດບໍ່ມີວັດແລະ ຮໍ ນັ້ນກໍບໍ່ຕິດອກເພາະອາດຈະມີບັນຫາກັບ

ການເຊົ່າສະຖານທີ່ຈຶ່ງເຮັດໃຫ້ຊ້າໄປເປັນອາທິດນຶ່ງຫລືສອງ.



__________________
Anonymous

Date:

ຫວັງວ່າກັມມະການວັດແລະຫົວໜ້າສະມາຄົມລາວຈະເຂົ້າມາຕອບຂໍ້ຂ້ອງໃຈຂອງທ່ານໃນໄວໆນີ້.

ຕາມສັງເກດ ຄົນລາວຢູ່ຕ່າງປະເທດຈະສະຫລອງງານສັງຄົມ ເຮັດບຸນປະເພນີໃນທ້າຍສັບປະດາ

ວັນດີທີ່ສຸດກໍ່ຄືວັນເສົາເພາະຄົນສ່ວນຫລາຍພັກວຽກແລະສະຫລອງກັນໄດ້ເຕັມໃຈ ສ່ວນວັນອາທິດ

ໃຊ້ສໍາລັບພັກຜ່ອນກັບສະມາຊິກໃນຄອບຄົວ, ຖ້າຈັດໃນວັນຣາດຊະການຈະມີຄົນມາຮ່ວມນ້ອຍ

ແລະສະຫລອງກັນບໍ່ໄດ້ເຕັມໃຈ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard