Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຮູ້ວ່ານັກຂ່າວເພິ່ນຟ້າວໄປໃສ ພິມຫົວຂໍ້ຂ່າວກະຍັງຜິດລະ
Anonymous

Date:
ບໍ່ຮູ້ວ່ານັກຂ່າວເພິ່ນຟ້າວໄປໃສ ພິມຫົວຂໍ້ຂ່າວກະຍັງຜິດລະ


ແມ່ນແຕ່ຫົວຂໍ້ຂ່າວກະຍັງພິມຜິດລະ ເປັນເຫດໃຫ້ບໍ່ຢາກອ່ານເນື້ອໃນເລີຍ ຜູ້ຮັບຜິດຊອບໄປໃສ ມາແກ້ໄຂດ່ວນ

 

ຕ່າງຊາດ ສົນໃຈທ່ຽວຊມດ້ານວັດທະນະທໍາຂອງລາວເພີ່ມຂຶ້ນ

Date of News ວັນທີ 19/04/2013 - ເວລາ 09:40:02 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້ 
 

ຕ່າງຊາດ ສົນໃຈທ່ຽວຊມດ້ານວັດທະນະທໍາຂອງລາວເພີ່ມຂຶ້ນ

ໂດຍ: ສົມ​ສະ​ຫວິນ

    ການ­ທ່ອງ­ທ່ຽວ​ທາງ​ດ້ານວັດ­ທະ­ນະ­ທໍາ​ເປັນ​ເຫມືອນ​ເງົາ​ສະທ້ອນ​ເຊິ່ງ​ກັນ ແລະ ກັນ ເພາະ­ວ່າການ­ທ່ອງ­ທ່ຽວ​ຈະ​ເປີດ​ກວ້າງ ແລະ ຍືນ​ຍົງ​ຕະ­ຫລອດ​ໄປ​ກໍ່​ຕໍ່​ເມື່ອວັດ­ທະ­ນະ­ທໍາ​ສະ­ແດງ​ອອກ​ເຖິງຄວາມ​ເປັນ​ເອ­ກະ­ລັກ​ສະ­ເພາະຂອງ​ປະ­ເທດ​ຊາດ​ບ້ານ​ເມືອງ​ທີ່ສາ­ມາດ​ດຶງ​ດູດ​ຈິດ­ໃຈ​ຂອງ​ແຂກ​ຜູ້ ເຂົ້າ​ມາ​ທ່ຽວ​ຈາກ​ທຸກ​ສາ­ລະ​ທິດ​ສູ່​ລາວ​ເຮົາ​ອັນ​ເປັນ​ສາ­ເຫດ​ໃຫ້​ມີການ​ພັດ­ທະ­ນາ​ທັງ​ບຸກ​ຄະ­ລາ​ກອນ ແລະ ບັນ­ດາ​ຫນ້າ­ທີ່​ວຽກ​ງານ​ທີ່ກ່ຽວ­ຂ້ອງ​ກັນ​ເຊັ່ນ​ວ່າ: ໂຮງ­ແຮມ, ເຮືອນ​ພັກ, ຮ້ານ​ອາ­ຫານ​ຕະຫລອດ​ຮອດ​ການ​ບໍ­ລິ­ການ​ອື່ນໆ​ທີ່ເປັນ​ປັດ­ໃຈ​ຫລັກ​ເຮັດ​ໃຫ້​ນັກ​ທ່ອງທ່ຽວ​ມາ​ທ່ຽວ​ຫລາຍ​ຂຶ້ນ.

 

 

http://www.ecom.org.la/teen/khao/10/14224



__________________


Senior Member

Status: Offline
Posts: 428
Date:
RE: ບໍ່ຮູ້ວ່ານັກຂ່າວເພິ່ນຟ້າວໄປໃສ ພິມຫົວຂໍ້ຂ່າວກະຍັງຜິດລະ


ນັກປາດຍັງຮູ້ພາດ
ສັດສີ່ຕີນຍັງຮູ້ໝື່ນ
ຊິໄປເອົາຫຍັງຫຼາຍ ກັບຄົນສອງຂາ ສາມັນ ທັງຫຼາຍ

ແຕ່ຖ້າເຫັນຂຽນຜິດຫຼາຍໆບ່ອນ ມັນກໍ່ບໍ່ຄັກໃດເນາະ

__________________
Anonymous

Date:

ສຳນັກຂ່າວ BBC ຍັງຂຽນຜິດ ເລື່ອງສາຍເຫດການເສຍຊີວິດຂອງອະດີດນາຍຍົກລັດຖະມົນຕີຍີງຂອງອັງກິດເມື່ອໄວໆມານີ້

ເພິ່ນເສຍຊີວິດຍ້ອນ stroke ຊຶ່ງແປວ່າເສັ້ນເລືອດຕັນເທິງສະໝອງ ແຕ່ສຳນັກຂ່າວ BBC ຂຽນວ່າ strike ຊຶ່ງແປວ່າການປະທ້ວງ

ແຕ່ສຳນັກຂ່າວ BBC ກໍ່ໄດ້ອອກມາຂໍໂທດຢ່າງເປັນທາງການແລ້ວ ຕໍ່ໄປຈະລະມັດລະວັງໃຫ້ຫຼາຍກວ່ານີ້ ເພິ່ນວ່າ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard