Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮ້ານປີ້ງເປັດແຊບໆ
Anonymous

Date:
ຮ້ານປີ້ງເປັດແຊບໆ


ຂ້າພະເຈົ້າຢາກຂໍແນະນຳຮ້ານປີ້ງເປັດຮ້ານຫນື່ງທີ່ໃດ້ໄປກີນມາຊື່ຮ້ານນີ້ແມ່ນ: ແອແຮ້. ຟັງຊື່ເປັນຕາຫົວແຕ່ປີ້ງເປັດແຊບ, ມີທັງເລືອດແປງ, ລາບເປັດ.

ຮ້ານຕັ້ງຢູ່ບ້ານອຸງມຸງ, ທາງເຂົ້າຕິດກັບຮ້ານຂາຍລົດມາດສດ້າໃຫມ່. ມີໂອກາດເຊີນໄປແວຊີມກັນເດີ້, ເຈົ້າຂອງໃຈດີ, ຖ້າໃຜຕ້ອງການຢາກໃຫ້ສາວໆມານັ່ງດື່ມເບຍນຳ, ສາມາດຕິດຕໍ່ມານັ່ງນຳໃດ້ (ອັນນີ້ລະທີ່ຂ້າພະເຈົ້າມັກ), ນັ່ງຊື່ດອກບໍ່ໄດ້ເຮັດຫຍັງ, ພໍມີຄົນລົມແລະດທ່ມເບຍນຳ.



__________________
Anonymous

Date:

ພາຍໃນຮ້ານຍັງມີໃຫ້ບໍລິການເສີມສວຍນຳອີກ, ແບບວ່າພາເມຍໄປເສີມສວຍ, ຜົວກະນັ່ງກີນປີ້ງເປັດກັບເບຍຖ້າວ່າຊັ້ນສະ.



__________________
Anonymous

Date:

ເຈົ້າມີກ້ອງຖ່າຍຮູບບໍ່ ?

ຖ່າຍຮູບ ແລ້ວເອົາມາລົງ ຄືຊິຄັກ ຂ້ຽວ່າ smile



__________________
Anonymous

Date:

ເອົາໃວ້ໄປເທື່ອຫນ້າແລ້ວຈະຖ່າຍຮູບມາໃຫ້ເບີ່ງ, ເປັນຮ້ານທຳມະດາ, ກັນເອງ, ຂ້າພະເຈົ້າລື້ງກັບເຈົ້າຂອງຮ້ານດີ, ສ່ວນຫລາຍມັກໄປຜູ້ດຽວຕອນເລີກວຽກ, ແວສະຈັກຈານຫນື່ງ, ເບຍພ້ອມ, ຖ້າໂຊກດີກະມີຜູ້ສາວມານັ່ງລົມນຳ.

ຄວາມສຸກນ້ອຍໆ...ແລ້ວຄ່ອຍກັບບ້ານ. ເມຍກະບໍ່ວ່າຫຍັງດອກເພາະລາວຮູ້ດີວ່າໄປໃສບໍ່ມົ້ມດອກ, ສຸດທ້າຍກະມາຕາຍຮັງຄືເກົ່າ.5555



__________________
Anonymous

Date:

Anonymous wrote:

ພາຍໃນຮ້ານຍັງມີໃຫ້ບໍລິການເສີມສວຍນຳອີກ, ແບບວ່າພາເມຍໄປເສີມສວຍ, ຜົວກະນັ່ງກີນປີ້ງເປັດກັບເບຍຖ້າວ່າຊັ້ນສະ.


 ນັ່ງກິນນໍາ ແຍງເມັຽໄປພ້ອມ ຈະອົດໄດ້ຢູ່ຫວາ? ຮາໆໆໆໆໆໆໆໆໆໆໆໆໆ

ກົມອະນາໄມເມືອງສີໂຄດໃຈດີແທ້ລະ ອະນຸຍາດໃຫ້ເປີດບໍຣິການໃນຮ້ານອາ

ຫານ, ຢູ່ເມືອງຊະນະສົມບູນເຮັດບໍ່ໄດ້ແທ້ເນີແນວນີ້ນະ.



__________________
Anonymous

Date:

ເພິ່ນເຮັດ ແລະຂາຍ ລາບເລືອດເປັດບໍ່

ຢູ່ບ່ອນນີ້ ?



__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າຢາກຂໍແນະນຳຮ້ານປີ້ງເປັດຮ້ານຫນື່ງທີ່ໃດ້ໄປກີນມາຊື່ຮ້ານນີ້ແມ່ນ: ແອແຮ້. ຟັງຊື່ເປັນຕາຫົວແຕ່ປີ້ງເປັດແຊບ, ມີທັງເລືອດແປງ, ລາບເປັດ.

ຮ້ານຕັ້ງຢູ່ບ້ານອຸງມຸງ, ທາງເຂົ້າຕິດກັບຮ້ານຂາຍລົດມາດສດ້າໃຫມ່. ມີໂອກາດເຊີນໄປແວຊີມກັນເດີ້, ເຈົ້າຂອງໃຈດີ, ຖ້າໃຜຕ້ອງການຢາກໃຫ້ສາວໆມານັ່ງດື່ມເບຍນຳ, ສາມາດຕິດຕໍ່ມານັ່ງນຳໃດ້ (ອັນນີ້ລະທີ່ຂ້າພະເຈົ້າມັກ), ນັ່ງຊື່ດອກບໍ່ໄດ້ເຮັດຫຍັງ, ພໍມີຄົນລົມແລະດທ່ມເບຍນຳ.


 Seeing is believing biggrin

Show picture please!biggrin



__________________
Anonymous

Date:

ລາບເປັດ, ເລືອດແປງ, ປີ້ງຫົວທາບີກໍມີ.

ຂ້າພະເຈົ້າຂໍຊີ້ແຈງເລືອ້ງວ່າມີຜູ້ສາວມານັ່ງກີນນັ້ນ, ບໍ່ແມ່ນວ່າຜູ້ສາວຢູ່ຮ້ານຫັ້ນໃດ, ຂ້າພະເຈົ້າຫມາຍເຖີງຜູ້ສາວຢູ່ອອ້ມແອ້ມແຖວນັ້ນຕ່າງຫາກ. ເພາະວ່າແຖວນັ້ນມີຫ້ອງແຖວໃຫ້ເຊົ່າແລະບາງຫ້ອງກໍ່ມີຜູ້ສາວມາພັກຢູ່ຫັ້ນຊື່ໆ, ອາໃສວ່າເຈົ້າຂອງຮ້ານລື້ງເຂົາເຈົ້າກໍ່ເລີຍຮ້ອງມາຊຸມກັນຊື່ໆດອກ, ຢ່າເຂົ້າໃຈຜິດຄິດວ່າຜູ້ສາວຢູ່ຮ້ານໃດ.

ບາງທີ່ເຂົາກໍ່ມາບາງທີ່ກະບໍ່ມາ, ແລ້ວແຕ່ໂຊກເຮົາ. ຫນ້າຫລໍ່ໆຄືຂ້າພະເຈົ້າເຂົາຈື່ງມາລົມ.55555

 



__________________
Anonymous

Date:

ເປັນກະທູ້ທີ່ສ້າງສັນດີ, ຂ້າພະເຈົ້າຈະບໍ່ພາດທີ່ຈະແວ່ໄປຊີມເບິ່ງ



__________________
Anonymous

Date:

ເລີກການວ່າຈະໄປຢູ່, ໄປນຳກັນບໍ່? ວັນສຸກພໍດີ, ປີ້ງເປັດຈານຫນື່ງ, ເບຍຈັກແກ້ວສອງແກ້ວ,

ຖ້າໂຊກດີມີຜູ້ສາວມານັ່ງນຳກະຍາວນ້ອຍຫນື່ງ.



__________________
Anonymous

Date:

blahblah.gif ຫຼາຍໂພດ

ເລີຍບໍ່ຢາກເຊື່ອ no

ຈົນກ່ວາຊິເຫັນຮູບ   brushteeth.gif



__________________
Anonymous

Date:

ເປີດຮ້ານຂາຍປິ້ງເປັດກັບຮ້ານຕັດຜົມບັງໜ້າບໍນໍ

ຂໍເລົ່າປະສົບການຂອງຂ້ອຍໃຫ້ຟັງເດີ

ຫຼາຍປີມາແລ້ວ  ຂ້ອຍໄປທ່ຽວວຽງຈັນ

ຢາກສະຊອຍຜົມຍ້ອມຜົມ  ເລີຍໄປຮ້ານແຖວຂ້າງວັດທີ່ມີຊື່ສຽງແຫ່ງນຶ່ງໃນວຽງ

ນອນໃຫ້ເຂົາສະຜົມຢູ່  ຈັກໜ່ອຍກະມີຝຣັ່ງຍ່າງເຂົ້າມາໃນຮ້ານ

ແລ້ວຂື້ນກະໄດທາງຫຼັງໄປຊັ້ນສອງທັນທີ  

ຂ້ອຍກໍຄຶດສົງໄສຢູ່ແຕ່ບໍ່ກ້າຖາມ  ວ່າເພິ່ນມາເຮັດຫຍັງ

 ຄຶດຕອບໂຕເອງວ່າ  ອາດຈະແມ່ນແຟນຂອງເຈົ້າຂອງຮ້ານກະໄດ້

ຫຼັງຈາກສະຊອຍຜົມແລ້ວ  ຊ່າງກະຍ້ອມຜົມໃຫ້

ຂ້ອຍນັ່ງຖ້າໃຫ້ສີຜົມແຫ້ງ  ຝຣັ່ງຄົນນັ້ນກະລົງມາ  ແລ້ວອອກຈາກຮ້ານໄປ

ມີນ້ອງແມ່ຍິງຜູ້ໜຶ່ງລົງມາຈາກຊັ້ນເທິງ  ແລ້ວອ້ອມໄປຫຼັງບ້ານ(ໄປເຂົ້າຫ້ອງນ້ຳ)

ບຸດໜຶ່ງ ກະມີຣົຖຕຸກໆ ມາຈອດໜ້າຮ້ານ  ພ້ອມກັບຜູ້ຊາຍຄົນໜຶ່ງ

ຜູ້ຊາຍຄົນນັ້ນຍ່າງເຂົ້າມາໃນຮ້ານພ້ອມທັກທາຍກັນເປັນພາສາໄທຍ

ແລ້ວຍ່າງຜ່ານໄປທາງຫຼັງ  ຂື້ນກະໄດໄປທາງເທິງທັນທີ 

ນ້ອງຄົນທີ່ລົງມາຈາກທາງເທິງແຕ່ກີ້  ກັບຂື້ນໄປຊັ້ນສອງໃໝ່

ສອງຄົນທີ່ຂື້ນໄປຊັ້ນສອງຫາຍງຽບໄປເລີຍ

ຈົນຂ້ອຍສະລ້າງສີຜົມທີ່ຍ້ອມ  ເປົ່າຜົມໃຫ້ເປັນຮູບຊົງຮຽບຮ້ອຍ  

ກຳລັງຈະຈ່າຍເງິນໃຫ້ຊ່າງເຮັດຜົມ  ຜູ້ຊາຍໄທຍຄົນນັ້ນກະລົງມາພໍດີ

ເຈົ້າຂອງຮ້ານເຮັດຜົມຍົກມືນົບຊາຍຜູ້ນັ້ນ  ພ້ອມຄຳຂອບໃຈແລະສະບາຍດີ

ແລ້ວຊາຍຜູ້ນັ້ນກໍຍ່າງອອກຈາກຮ້ານໄປທັນທີ

 

ຫຼັງຈາກຂ້ອຍອອກຈາກຮ້ານໄປແລ້ວ  ມີຄວາມຄຶດແລ່ນຂື້ນມາໃນຫົວສະໝອງ

ຮ້ານເຮັດຜົມຮ້ານນີ້ມີຂາຍບໍຣິການທາງເພດນຳ????

ເຂົາເປີດຮ້ານເຮັດຜົມເພື່ອບັງໜ້າ ?????

 

ແລ້ວຮ້ານຂາຍປິ້ງເຢັດຂອງເຈົ້າເດ  ຄືກັນແມ່ນບໍ່

 



__________________
Anonymous

Date:

Anonymous wrote:

ເປັນກະທູ້ທີ່ສ້າງສັນດີ, ຂ້າພະເຈົ້າຈະບໍ່ພາດທີ່ຈະແວ່ໄປຊີມເບິ່ງ


 

ເຂົ້າມາໂຄສະນາ  ແລ້ວຍ້ອງໂຕເອງວ່າສ້າງສັນ

ກະຣຸນາຢ່າລືມຈ່າຍໃຫ້ເວບມາສເຕີ້ເດີ

 

ອ້າຍເວບມາສເຕີ້ເລົາເຫັນໄອພີຂອງເຈົ້້າທຸກອັນ

ບໍ່ຕ້ອງຫົວແຫຼມລື່ນເພິ່ນດອກ



__________________
Anonymous

Date:

ຄືຊິແມ່ນ ບ່ອນຂາຍຂອງລັບ (ທາງຫຼັງບ້ານ) no

ຈຶ່ງບໍ່ເອົາຮູບພາບມາລົງ disbelief



__________________
Anonymous

Date:

Anonymous wrote:
Anonymous wrote:

ເປັນກະທູ້ທີ່ສ້າງສັນດີ, ຂ້າພະເຈົ້າຈະບໍ່ພາດທີ່ຈະແວ່ໄປຊີມເບິ່ງ


 

ເຂົ້າມາໂຄສະນາ  ແລ້ວຍ້ອງໂຕເອງວ່າສ້າງສັນ

ກະຣຸນາຢ່າລືມຈ່າຍໃຫ້ເວບມາສເຕີ້ເດີ

 

ອ້າຍເວບມາສເຕີ້ເລົາເຫັນໄອພີຂອງເຈົ້້າທຸກອັນ

ບໍ່ຕ້ອງຫົວແຫຼມລື່ນເພິ່ນດອກ


 

ພວກເບິ່ງຄົນອື່ນໃນແງ່ລົບ ເລືອ່ງປີ້ງເປັດຫລືປິ້ງຫຍັງ ເຂົາແນະນຳກະຢ່າເຂົາ ເຈົ້າຊິໄປຫລືບໍ່ໄປກະເລື່ອງຂອງເຈົ້າ

ຮ້ານຜູ້ສາວມັນຊິໄປອຶດໄປຢາກຫຍັງ ເຈົ້າບໍ່ມັກເຈົ້າກະບໍ່ຕ້ອງໄປສົນດອກ



__________________
Anonymous

Date:

Anonymous wrote:

ລາບເປັດ, ເລືອດແປງ, ປີ້ງຫົວທາບີກໍມີ.

ຂ້າພະເຈົ້າຂໍຊີ້ແຈງເລືອ້ງວ່າມີຜູ້ສາວມານັ່ງກີນນັ້ນ, ບໍ່ແມ່ນວ່າຜູ້ສາວຢູ່ຮ້ານຫັ້ນໃດ, ຂ້າພະເຈົ້າຫມາຍເຖີງຜູ້ສາວຢູ່ອອ້ມແອ້ມແຖວນັ້ນຕ່າງຫາກ. ເພາະວ່າແຖວນັ້ນມີຫ້ອງແຖວໃຫ້ເຊົ່າແລະບາງຫ້ອງກໍ່ມີຜູ້ສາວມາພັກຢູ່ຫັ້ນຊື່ໆ, ອາໃສວ່າເຈົ້າຂອງຮ້ານລື້ງເຂົາເຈົ້າກໍ່ເລີຍຮ້ອງມາຊຸມກັນຊື່ໆດອກ, ຢ່າເຂົ້າໃຈຜິດຄິດວ່າຜູ້ສາວຢູ່ຮ້ານໃດ.

ບາງທີ່ເຂົາກໍ່ມາບາງທີ່ກະບໍ່ມາ, ແລ້ວແຕ່ໂຊກເຮົາ. ຫນ້າຫລໍ່ໆຄືຂ້າພະເຈົ້າເຂົາຈື່ງມາລົມ.55555

 


 ຊຸດລະເທົ່າໃດ ເບຍແກ້ວເທົ່າໃດ

ແນະນຳທີ່ຕັ້ງລະອຽດເບິ່ງດຸ ມີຮູບຖ່າຍກະດີ ມີໂອກາດຊິຊວນບັກໂບ້ກັບບັກທິດໄປ



__________________
Anonymous

Date:

ຢ້ານບໍ່ໄດ້ຂາຍແຕ່ປິ້ງເປັດ  ອາດຈະຂາຍຫອຍສົດກັບຢາເສພຕິດນຳພ້ອມພຸ້ນແຫຼ້ວ

ໃຜເປັນເຈົ້າໜ້າທີ່  ລອງປອມໂຕໄປສືບເບິ່ງແໜ່

ຢ່າປ່ອຍໃຫ້ພວກຫາກິນທຸດຈະຣິດຢູ່ໃນສັງຄົມລາວ



__________________
Anonymous

Date:

Anonymous wrote:

ລາບເປັດ, ເລືອດແປງ, ປີ້ງຫົວທາບີກໍມີ.

ຂ້າພະເຈົ້າຂໍຊີ້ແຈງເລືອ້ງວ່າມີຜູ້ສາວມານັ່ງກີນນັ້ນ, ບໍ່ແມ່ນວ່າຜູ້ສາວຢູ່ຮ້ານຫັ້ນໃດ, ຂ້າພະເຈົ້າຫມາຍເຖີງຜູ້ສາວຢູ່ອອ້ມແອ້ມແຖວນັ້ນຕ່າງຫາກ. ເພາະວ່າແຖວນັ້ນມີຫ້ອງແຖວໃຫ້ເຊົ່າແລະບາງຫ້ອງກໍ່ມີຜູ້ສາວມາພັກຢູ່ຫັ້ນຊື່ໆ, ອາໃສວ່າເຈົ້າຂອງຮ້ານລື້ງເຂົາເຈົ້າກໍ່ເລີຍຮ້ອງມາຊຸມກັນຊື່ໆດອກ, ຢ່າເຂົ້າໃຈຜິດຄິດວ່າຜູ້ສາວຢູ່ຮ້ານໃດ.

ບາງທີ່ເຂົາກໍ່ມາບາງທີ່ກະບໍ່ມາ, ແລ້ວແຕ່ໂຊກເຮົາ. ຫນ້າຫລໍ່ໆຄືຂ້າພະເຈົ້າເຂົາຈື່ງມາລົມ.55555

 


ປັ້ດດດດດ  ຮີບຮ້ອນຮົນແກ້ໂຕວ່າບໍ່ແມ່ນຜູ້ສາວຢູ່ໃນຮ້ານ  ກັນໄວ້ກະດີນໍອ້າຍແມງດາ



__________________
Anonymous

Date:

Anonymous wrote:

ຢ້ານບໍ່ໄດ້ຂາຍແຕ່ປິ້ງເປັດ  ອາດຈະຂາຍຫອຍສົດກັບຢາເສພຕິດນຳພ້ອມພຸ້ນແຫຼ້ວ

ໃຜເປັນເຈົ້າໜ້າທີ່  ລອງປອມໂຕໄປສືບເບິ່ງແໜ່

ຢ່າປ່ອຍໃຫ້ພວກຫາກິນທຸດຈະຣິດຢູ່ໃນສັງຄົມລາວ


 ບໍ່ຕ້ອງປອມດອກ ເຂົ້າໄປກວດເບິ່ງໂກ້ໆໂລດລະຈຶ່ງໄດ້ຊອງຖ້າເຂົາມີການລັກລອບຂາຍປະເວນີແທ້.



__________________
Anonymous

Date:

ເຖີງບັນດາທ່ານທັງຫລາຍທີ່ເຂົ້າມາອ່ານແລະໃຫ້ຄຳຄິດເຫັນຕ່າງໆຕໍ່ກັບເລື້ອງທີ່ຂ້າພະເຈົ້ານຳມາລົມໃຫ້ກັນຟັງ.

ເຊີ່ງກໍ່ມີທັງ comments ທີ່ດີີແລະສ້າງສັນ ແລະກໍ່ຍັງມີທັງທີ່ບໍ່ສ້າງສັນເລີຍ. ແຕ່ກໍ່ບໍ່ເປັນຫຍັງແລ້ວແຕ່ຄົນຈະຄິດ.

ສີ່ງທີ່ຂ້າພະເຈົ້ານຳມາລົມສູ່ກັນຟັງ, ຈຸດປະສົງກໍ່ພຽງແຕ່ຢາກໃຫ້ບັນດາທ່ານຮູ້ວ່າມີຮ້ານແຊບຢູ່ໃສເທົ່ານັ້ນ, ເລື້ອງທ່ານຈະໄປຫລືບໍ່ມັນກໍ່ເລື້ອງຂອງທ່ານ. ແລະເລື້ອງທີ່ເວົ້າເຖີງຜູ້ສາວນັ້ນກໍ່ເປັນພຽງເວົ້າມ່ວນໆກັນຊື່ດອກ.

ມັນກໍ່ເປັນພຽງຮ້ານປີ້ງເປັດທຳມະດານີ້ລະ, ຢູ່ໃສກະມີ, ແຕ່ນຳສະເຫນີຮ້ານນີ້ເພາະຂ້າພະເຈົ້າໄປມາກໍ່ເທົ່ານັ້ນ.

ຄືວ່າລະນໍ້ຄົນເຮົາມັນນິໃສບໍ່ຄືກັນ, ມັກເບີ່ງໂລກໃນແງ່ລົບສະເຫມີ....

Ok finish....



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard