Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຫ່ນາງສັງຂານ ຢູ່ວຽງຈັນ ຈັງແມ່ນເຮັດຄືບ້ານນອກ
Anonymous

Date:
ແຫ່ນາງສັງຂານ ຢູ່ວຽງຈັນ ຈັງແມ່ນເຮັດຄືບ້ານນອກ

ເປັນຕາອາຍ...ງານແຫ່ນາງສັງຂານ ຢູ່ວຽງຈັນ ຈັກມັນເປັນແນວໃດ ບໍ່ເປັນລະບົບລະບຽບ ບໍ່ງົດບໍ່ງາມ ຄືຢູ່ຫຼວງພະບາງ

ໂດຍສະເພາະລົດແຫ່ ຈັກແມ່ນເພິ່ນຕົບແຕ່ງແນວໃດ ເນັ້ນເອົາແຕ່ປ້າຍ ຜູ້ສະໜັບສະໝູນ ມາໃສ່ລົດແຫ່

ເຫັນແລ້ວ ປານລົດຂາຍເຄື່ອງຍ່ອຍ, ຖ້າບໍ່ພ້ອມ ກໍ່ບໍ່ຢາກໃຫ້ເຮັດ ເພາະ ມັນເປັນໜ້າເປັນຕາຂອງປະເທດ 

ໃຫ້ມາເບິ່ງພິທີການຈັດ ຄືຢູ່ຫຼວງພະບາງພີ່ແນ່ 

no

__________________
Anonymous

Date:
RE: ແຫ່ນາງສັງຂານ ຢູ່ວຽງຈັນ ຈັງແມ່ນເຮັດຄືບ້ານນອກ

ຢູ່ວຽງຈັນກໍ່ງາມ ຢູ່ຫຼວງພະບາງກໍ່ງາມ ງາມໄປຄົນລະແບບ

ຊິໃຫ້ມັນຄືຫຼວງພະບາງມັນກໍ່ບໍ່ຄືລະເນາະ ແນວມັນຢູ່ຄົນລະບ່ອນ ແມ່ນແຕ່ສຽງເວົ້າກໍ່ຍັງບໍ່ຄືກັນ ແຕ່ລະແຂວງເຂົາກໍ່ມີເອກກະລັກຂອງໃຜມັນ

__________________
Anonymous

Date:

ຄັກພໍແລ້ວ

ຢ່າໄປຕິເພິ່ນ ເພາະເພິ່ນ ເປັນຜູ້ upload ມາໃຫ້ເບິ່ງ

ເຈົ້າມີ video ແຫ່ນາງສັງຂານບໍ່ ?

ເອົາມາ upload ໃນຢູຕູບ ແລ້ວມາ ໂປສໃຫ້ເບິ່ງດູ ມັນຊິຄັກຊ່ຳໃດ ?

__________________
Anonymous

Date:

ນາງສັງຂານບໍ່ໃສ່ເກີບ ຈັ່ງແມ່ນເປັນຕາໜ່າຍ ຄັນວ່ານີ້ວຕີນ

ແລະຕີນງາມຄືນີ້ວບ້ານຕີນເມືອງກໍຍັງໄຄ  ອັນນີ້ທັງແຫລ້ທັງ

ເຫິ ເຮັດຫຍັງກໍບໍ່ເບີ່ງບ້ານເບີ່ງເມືອງເຂົາແດ່   ຢູ່ໃນນະຄອນ

ຫລວງຂອງປະເທດແທ້ໆ ເຫັນໄປຮອດໃສ  ອາຍໄປຮອດຫັ້ນ.

ນາງສັງຂານປີນີ້ແມ່ນຂີ່ນົກຍູງ  ບາດຢູ່ລາວຂີ່ໂຕຄຸດ   ເຮັດ

ແນວນີ້ກໍເປັນ.

__________________
Anonymous

Date:

Anonymous wrote:

 hahahahah!biggrinbiggrinbiggrinbiggrinbiggrinເວ້າຄັກແທ້

__________________
Anonymous

Date:

Nang sangkanh's float looked very taggy with commercial posters all over it like a commercial mobile!!!!yawn  It needs more flowers not commercial posters!!!!frustrated.gif

Nang Sangkanh is pretty but stiffed as a mannequin and she needs to wear shoes with her beautiful Lao silk costume!

We're in 21st century already, not still in the dark age!

That's very unattractive sitting position for her. It made her look like a toddler sitting on a highchair that's too high and made her legs/ feet just dangling there!biggrin

Medieval Gold Pointed Shoes                5092510d88f1f_113228b.jpg

509127551bd07_113228b.jpg

__________________
Anonymous

Date:

ຄັນໃຊ່ສິ້ນເເຕ້ມອ້ຽງເອິກກະຊິພໍເຫັນດີນຳຢູ່ດອກອັນເພິ່ນບໍ່ໃຫ້ກັນໃຊ່ເກີບຫັ້ນນ່າ!!!!

__________________
Anonymous

Date:

Anonymous wrote:

ນາງສັງຂານບໍ່ໃສ່ເກີບ ຈັ່ງແມ່ນເປັນຕາໜ່າຍ ຄັນວ່ານີ້ວຕີນ

ແລະຕີນງາມຄືນີ້ວບ້ານຕີນເມືອງກໍຍັງໄຄ  ອັນນີ້ທັງແຫລ້ທັງ

ເຫິ ເຮັດຫຍັງກໍບໍ່ເບີ່ງບ້ານເບີ່ງເມືອງເຂົາແດ່   ຢູ່ໃນນະຄອນ

ຫລວງຂອງປະເທດແທ້ໆ ເຫັນໄປຮອດໃສ  ອາຍໄປຮອດຫັ້ນ.

ນາງສັງຂານປີນີ້ແມ່ນຂີ່ນົກຍູງ  ບາດຢູ່ລາວຂີ່ໂຕຄຸດ   ເຮັດ

ແນວນີ້ກໍເປັນ.

4ຕາຂອງເຈົ້າສັ່ງຊື້ມາແຕ່ໃສຄືເຫັນແຈ້ງແທ້

__________________
Anonymous

Date:

ຄືເຮັດຫຼິ້ນເຮັດຫົວນີ້ຫຼະ!!!!!!cry
ຍອຍຂອງຄັນຮົ່ມຄວນຫ້ອຍເປັນດອກສີຄຳກະຊີ່ເໝາະສົມກ່ວາອັນມາກຕຸ້ມຂາວ!ຈັ່ງເເມ່ນບ້ານນອກແທ້ນໍ!!!! frustrated.gif

__________________
Anonymous

Date:

ລົ້ວຄະໜາດ!ຄວນຫ້າມບໍ່ໃຫ້ຄົນນອກເຄືອງເເບບເເລະພວກນັກທ່ອງທຽ່ວຢ່າງປົນກັນກັບພວກເເຮ່ນາງສັງຂານ!

__________________
Anonymous

Date:

Anonymous wrote:
Anonymous wrote:

ນາງສັງຂານບໍ່ໃສ່ເກີບ ຈັ່ງແມ່ນເປັນຕາໜ່າຍ ຄັນວ່ານີ້ວຕີນ

ແລະຕີນງາມຄືນີ້ວບ້ານຕີນເມືອງກໍຍັງໄຄ  ອັນນີ້ທັງແຫລ້ທັງ

ເຫິ ເຮັດຫຍັງກໍບໍ່ເບີ່ງບ້ານເບີ່ງເມືອງເຂົາແດ່   ຢູ່ໃນນະຄອນ

ຫລວງຂອງປະເທດແທ້ໆ ເຫັນໄປຮອດໃສ  ອາຍໄປຮອດຫັ້ນ.

ນາງສັງຂານປີນີ້ແມ່ນຂີ່ນົກຍູງ  ບາດຢູ່ລາວຂີ່ໂຕຄຸດ   ເຮັດ

ແນວນີ້ກໍເປັນ.

4ຕາຂອງເຈົ້າສັ່ງຊື້ມາແຕ່ໃສຄືເຫັນແຈ້ງແທ້

 ຂ້ອຍບໍ່ໄດ້ໃສ່ 4 ຕາ ແຕ່ຂ້ອຍເປັນນັກສັງເກດການ ແລະເຄີຍເປັນແມວມອງແຕ່ເລີກອາຊີບນີ້ເກືອບຈະເຂົ້າ 10 ປີແລ້ວ. 

ມີການເຮັດຜິດຕໍ່ຂະໜົບທຳນຽມປະເພນີອັນສວຍງາມຂອງຕຸດສົງການຂອງລາວເຮົາຢ່າງໃຫຍ່ຫລວງທີ່ທາງການເພິ່ນຈັດ

ຂຶ້ນຢູ່ທີ່ນະຄອນຫລວງວຽງຈັນໃນການແຫ່ນາງສັງຂານຂອງປີໃໝ່ລາວປີນີ້.  ບໍ່ຊາບເລີຍວ່າແມ່ນພາກສ່ວນໃດເປັນຜູ້ຮັບ

ຜິດຊອບທາງດ້ານນີ້ຄືວ່າບໍ່ເປັນລະບົບລະບຽບເລີຍ, ບໍ່ອາຍເພື່ອນບ້ານເຮົາແດ່ບໍ່? ນັກທ່ອງທ່ຽວຕັ້ງຫລາຍໆປະເທດທີ່ມາ

ທ່ຽວຊົມໃນວາລະຕຸດສົງການຂອງລາວທີ່ນະຄອນຫລວງວຽງຈັນ ບາດແຫ່ນາງສັງຂານເຮັດແບບຮວຍແຕກທີ່ສຸດ ພິທີທີ່

ນ້ອຍໆແບບນີ້ຍັງເຮັດໃຫ້ສົມໜ້າສົມຕານະຄອນຫລວງບໍ່ໄດ້ ກໍສົມແລ້ວທີ່ຊາວໂລກປະນາມວ່າລາວຍັງຫລ້າຫລັງ ແລະຍັງ

ດ້ອຍກ່ອນທຸກປະເທດຢູ່ໃນຂົງເຂດ ອາຊີອາຄະເນນີ້.  ລອງເອົາການແຫ່ນາງສັງຂານທີ່ນະຄອນຫລວງວຽງຈັນໄປສົມທຽບ

ກັບເມືອງຕ່າງໆຢູ່ທີ່ປະເທດເພື່ອນບ້ານອ້ອມແອ້ມລາວເຮົາລອງເບິ່ງແລ້ວຈະເຫັນວ່າຄວາມບົກຜ່ອງມັນຫລາຍໜ້ອຍພຽງ

ໃດ? ສິ່ງທີ່ບົກຜ່ອງມີດັ່ງນີ້:

- ນາງສັງຂານປະຕີນເປືອຍ ກໍສົມເຂົາປະນາມວ່າມາແຕ່ປ່າແຕ່ດົງ ພວກຕີນບໍ່ພບ້ເກີບ.

- ປີນີ້ຕາມຮິດຄອງປະເພນີແມ່ນນາງສັງຂານຂີ່ພະຍານົກຍູງ ບໍ່ແມ່ນຂີ່ພະຍາຄຸດ.

- ລົດຫລືສະແນນທີ່ນາງສັງຂານນັ່ງໄປນັ້ນເຕັມໄປດ້ວຍ ໂລໂກ ຂອງບໍລິສັດທຸລະກິດຕິດອ້ອມຊາບລາບຢູ່ ມັນບໍ່ເໝາະສົມ

  ທີ່ຈະໃຫ້ມີແຜງໂລໂກເຫຼົ່ານັ້ນມາຕິດເຈືອປົນ ເພາະເປັນງານປະເພນີປະຈຳຊາດແທ້ໆ.

ການທີ່ຂ້າພະເຈົ້າຕ້ອງຕິມານີ້ບໍ່ແມ່ນເພື່ອປັກປ້ຳແຕ່ຫາກເປັນການຕິເພື່ອແກ້ໄຂແລະດັດແປງໃນຄັ້ງໜ້າຈະບໍ່ໃຫ້ອາຍໜ້າ

ຊາວຕ່າງປະເທດແລະເພື່ອນບ້ານທີ່ມາທ່ຽວງານຕຸດສົງການຂອງລາວເຮົາໃນປີໜ້າ.

__________________
Anonymous

Date:

ອັນນີ້ໃຫ້ໄປຖາມທ່ານຮອງເຈົ້າຄອງ(ສາຍທອງ ແກ້ວດວງດີ) ເດີ້, ເພາະເປັນຜູ້ຈັດງານ.

ຂ້າພະເຈົ້າກະແປກໃຈຢູ່ຄືກັນວ່າ: ປີນີ້ນາງສັງຂານບໍ່ແມ່ນຂີ່ນົກຍູງຫວະ, ເພາະຕາມທີ່ໄດ້ຂ່າວມາວ່າປີນີ້ແມ່ນຂີ່ນົກຍູງແຕ່ເຫັນຢູ່ TV ມັນບໍ່ແມ່ນນົກຍຸງ, ມັນຄືກັບພະຄຸດທີ່ປະເທດໄທ. ຫລືວ່າເຮັດນົກຍູງບໍ່ເປັນເລີຍອອກມາເປັນແແບບນີ້.

ເວົ້າເຖີງເລື້ອງງານປະກວດນາງສັງຂານ, ຂ້າພະເຈົ້າກະນັ່ງເບີ່ງກັບເມຍສຸດທີ່ຮັກຂອງຂ້າພະເຈົ້າຢູ່, ເຫັນວ່າເວທີບໍ່ໄດ້ງາມ, ຫົກໂພດ, ຈັກເຄືອ່ງດົນຕີເຕັມໄປຫມົດ, ປານເພີ່ນຊິຈັດຄອນເສິດນີ້ລະ.

ຂ້າພະເຈົ້າມີຄວາມຄິດວ່າເປັນໄປໄດ້ບໍ່ວ່າແຕ່ລະປີໃຫ້ມີນາງສັງຂານຄົນດຽວທົ່ວປະເທດ, ໂດຍແຕ່ລະແຂວງສົ່ງຕົວແທນເຂົ້າປະກວດ. ອັນນີ້ມັນຫລາຍນາງສັງຂານໂພດ. ນີ້ຍັງມີນາງສັງຂານທີ່ປະກວດຕາມເມືອງຕ່າງໆອີກໃດນີ້.

__________________
Anonymous

Date:

ແນວຄົນມີຄວາມຮູ້ ມີຄວາມຊື່ສັດບໍລິສຸດພັດບໍ່ໄດ້ເຮັດ ເອົາແຕ່ຄົນເພິ່ນຄົນທ່ານຂື້ນຮັບຜິດຊອບ ງົບປະມານກໍ່ແດກໄປເຄິ່ງນຶ່ງຜົນອອກມາກໍ່ເປັນຢ່າງນີ້ແຫຼະ ເລື່ອງອື່ນກໍ່ຄືກັນ.

ຍັງຫຼ້າຫຼັງໄປອີກນານ!

__________________
Anonymous

Date:

Anonymous wrote:

ອັນນີ້ໃຫ້ໄປຖາມທ່ານຮອງເຈົ້າຄອງ(ສາຍທອງ ແກ້ວດວງດີ) ເດີ້, ເພາະເປັນຜູ້ຈັດງານ.

ຂ້າພະເຈົ້າກະແປກໃຈຢູ່ຄືກັນວ່າ: ປີນີ້ນາງສັງຂານບໍ່ແມ່ນຂີ່ນົກຍູງຫວະ, ເພາະຕາມທີ່ໄດ້ຂ່າວມາວ່າປີນີ້ແມ່ນຂີ່ນົກຍູງແຕ່ເຫັນຢູ່ TV ມັນບໍ່ແມ່ນນົກຍຸງ, ມັນຄືກັບພະຄຸດທີ່ປະເທດໄທ. ຫລືວ່າເຮັດນົກຍູງບໍ່ເປັນເລີຍອອກມາເປັນແແບບນີ້.

ເວົ້າເຖີງເລື້ອງງານປະກວດນາງສັງຂານ, ຂ້າພະເຈົ້າກະນັ່ງເບີ່ງກັບເມຍສຸດທີ່ຮັກຂອງຂ້າພະເຈົ້າຢູ່, ເຫັນວ່າເວທີບໍ່ໄດ້ງາມ, ຫົກໂພດ, ຈັກເຄືອ່ງດົນຕີເຕັມໄປຫມົດ, ປານເພີ່ນຊິຈັດຄອນເສິດນີ້ລະ.

ຂ້າພະເຈົ້າມີຄວາມຄິດວ່າເປັນໄປໄດ້ບໍ່ວ່າແຕ່ລະປີໃຫ້ມີນາງສັງຂານຄົນດຽວທົ່ວປະເທດ, ໂດຍແຕ່ລະແຂວງສົ່ງຕົວແທນເຂົ້າປະກວດ. ອັນນີ້ມັນຫລາຍນາງສັງຂານໂພດ. ນີ້ຍັງມີນາງສັງຂານທີ່ປະກວດຕາມເມືອງຕ່າງໆອີກໃດນີ້.

 ເເມ່ນຄວາມ!!!

__________________
Anonymous

Date:

Anonymous wrote:

ນາງສັງຂານບໍ່ໃສ່ເກີບ ຈັ່ງແມ່ນເປັນຕາໜ່າຍ ຄັນວ່ານີ້ວຕີນ

ແລະຕີນງາມຄືນີ້ວບ້ານຕີນເມືອງກໍຍັງໄຄ  ອັນນີ້ທັງແຫລ້ທັງ

ເຫິ ເຮັດຫຍັງກໍບໍ່ເບີ່ງບ້ານເບີ່ງເມືອງເຂົາແດ່   ຢູ່ໃນນະຄອນ

ຫລວງຂອງປະເທດແທ້ໆ ເຫັນໄປຮອດໃສ  ອາຍໄປຮອດຫັ້ນ.

ນາງສັງຂານປີນີ້ແມ່ນຂີ່ນົກຍູງ  ບາດຢູ່ລາວຂີ່ໂຕຄຸດ   ເຮັດ

ແນວນີ້ກໍເປັນ.

 ເບິ່ງໃຫ້ຄັກແມ໋

__________________
Anonymous

Date:

ນາງສັງຂານ ຍຸກ ປະຕິວັດ ທັມມະດາ ຈະຕ້ອງຕິດກາ ໄມ້ຄ້ອນຕອກກ່ຽວ

(Hammer and Sickle) ໄວ້ໃນໝ້າເອີກ ຊື້ງເປັນສັນຍາລັກໝາຍເຖີງ

ຄວາມເບີກບານມ່ວນຊື່ນອຸດົມສົມບູນ  ຍິ້ງໃຫ່ຍ ຂອງຣະບອບ ສັງຄົມນິຍົມ.

ຫາກຍາກໃຫ້ງາມແທ້ ຕ້ອງເອົາຮູບ ໂຈນ ໂຮຈິມິນ ໂຈນ ສຸພານຸວົງສ໌ ແລະ ໂຈນ

ໄກສອນ ມາປະດັບປະດານໍາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard