Pasalao

Members Login
Username 
 
Password 
    Remember Me  
Post Info TOPIC:  ລັດຖະມົນຕີ ກະຊວງ ລົດໄຟຄວາມໄວສູງຂອງຈິນ ຖືກປົດຕຳແຫນ່ງ ໃນຂໍ້ຫາກິນສິນບົນ
Anonymous

Date:
 ລັດຖະມົນຕີ ກະຊວງ ລົດໄຟຄວາມໄວສູງຂອງຈິນ ຖືກປົດຕຳແຫນ່ງ ໃນຂໍ້ຫາກິນສິນບົນ

ໂຄງການກໍ່ສ້າງທາງລົດໄຟຂອງລາວ ທີ່ລັດຖະບານຈີນເປັນຜູ້ໃຫ້ກູ້ເງິນນັ້ນຈະມີຜົນແນວໃດ

__________________
Anonymous

Date:
RE:  ລັດຖະມົນຕີ ກະຊວງ ລົດໄຟຄວາມໄວສູງຂອງຈິນ ຖືກປົດຕຳແຫນ່ງ ໃນຂໍ້ຫາກິນສິນບົນ

ໄດ້ຍິນວ່າ EXIM Bank of China ເອົາເງິນໃຫ້ຢືມແລ້ວ ຈະລົງມືກໍ່ສ້າງໃນໄວໆນີ້ລະ.

__________________
Anonymous

Date:

Anonymous wrote:

ໄດ້ຍິນວ່າ EXIM Bank of China ເອົາເງິນໃຫ້ຢືມແລ້ວ ຈະລົງມືກໍ່ສ້າງໃນໄວໆນີ້ລະ.

 ໝູ່ເວາເລື່ອງຫາປາ ໂຕເສືອກກະໂຫຼກເວົ້າເລື່ອງຫາໜໍ່ໄມ້. ຄືບໍ່ອ່ານ subject ໃຫ້ມັນດີໆກ່ອນ

ຟ້າວໄປຫົດນ້ຳປີໃໝ່ຊັ້ນເບາະ?

ລັດຖະມົນຕີຂອງຈີນຄົນນີ້ຈະບໍ່ຖືກແຕ່ປົດຕຳແໜ່ງ ອາດຈະຖືກປະຫານອີກຖ້າວ່າມີຄວາມຜິດ

ຈິງ ເພາະກົດໝາຍຈີນໄດ້ບັນຍັດອອກປະຫານຊີວິດຖ້າຜູ້ໃດຫາກຈັບໄດ້ວ່າ ສໍ້ລາດບັງຫລວງ.

ລາວເຮົາຄວນເອົາແບບຢ່າງຈີນ ຢ່າເອົາແຕ່ຫ່າງກົດໝາຍອອກມາໂຊຊື່ໆ ຄວນເອົາອອກມາໃຊ້

ກັບຜູ້ທີ່ສໍ້ລາດບັງຫລວງ ຢ່າພຽງແຕ່ປະກາດວ່າຈະປາບແລະແລ້ວບໍ່ເຫັນຜົນອັນໃດປະກົດອອກ

ມາ ທັງໆທີ່ປະຊາຊົນລາວແລະໃຜໆກໍຮູ້ວ່າມີການສໍ້ລາດບັງຫລວງເກີດຂື້ນຢູ່ໃນວົງການໆປົກຄອງ

ຂອງລັດ ເພາະພະນັກງານລັດທີ່ເປັນພາກສ່ວນພາສີ ນາຍທະຫານ ແລະ ນາຍຕຳຫລວດຜູ້ໃຫຍ່

ຮັ່ງມີຂຶ້ນຢ່າງກະທັນຫັນແລະຜິດປົກກະຕິ ທັ່ງໆທີ່ເງິນເດືອນບໍ່ຮອດເດືອນນຶ່ງ $500 ສຫຣ.

ຜູ້ທີ່ມີອຳນາດລັດໃຊ້ອຳນາດ ກິນສິນບົນ ເປັນໃຈໂຈນ ຊ່ວຍເຂື່ອນຍ້າຍຂອງຜິດກົດໝາຍ ເຊັ່ນ

ສັບພະຍາກອນຂອງຊາດ, ຢາບ້າ ແລະ ໄມ້ທີ່ບໍ່ຂຶ້ນທະບຽນໃນການຕັດແລະຂົນສົ່ງອອກນອກປະ

ເທດ ແມ່ນນອນຢູ່ໃນການ ສໍ້ລາດບັງຫລວງ ທັງນັ້ນ.

__________________
Anonymous

Date:

ຖ້າວ່າທະນາຄານຈີນເພີ່ນອະນຸມັດໃຫ້ແລ້ວຄືວ່ານັ້ນ ຢາກໃຫ້ສະພາແຫ່ງຊາດໃນຖານະເປັນຕົວແທນ ປຊຊ ກໍ່ຄື ປະທານກວດກາ,ອົງການກວດສອບ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງເຮັດຫນ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ແທ້ໆ ເພາະໂຄງການນີ້ເປັນໂຄງການທີ່ມີມູນຄ່າກໍ່ສ້າງສູງຫລາຍ ກວມ 80%ຂອງຍອດລວມລາຍຮັບມວນລວມທົ່ວປະເທດ,ຖ້າເບີງໃນເຊີງທິດສະດີແລ້ວ ລັດຖະບານປະເທດອື່ນເຂົາ ຖ້າຈະຢືມເງິນເກີນ 35%ຂອງລວມຍອດຜະລິດຕະພັນພາຍໃນ GDP ຄົງຈະຜ່ານສະພາໄປໄດ້ຍາກ,ແຕ່ໃນທີ່ນີ້ລັດຖະບານ ສປປລ ມີຄວາມເຂັ້ມແຂງພໍທີ່ຈະເຮັດໃຫ້ປະເທດແບກຫາບຫນີ້ສິນຢ່າງມະຫາສານ ສະນັ້ນ ໂຄງການນີ້ ຖ້າເປັນໄປໄດ້ ຢາກໃຫ້ລັດຖະບານຈ້າງນັກກວດສອບພາຍນອກມາກວດກາຈະດີທີ່ສຸດ

 ນີ້ກໍອີກຜູ່ນຶ່ງ ໝູ່ເວົ້າເລື່ອງໄປຫາປາ ບາດໂຕເອງເສືອກກະໂຫຼກໄປເວົ້າເລື່ອງໄປຫາໜໍ່ໄມ້ ຄືຈະແມ່ນເພິ່ນຟ້າວໄປເບິ່ງເຂົາເລືອກ

ນາງສັງຂານໄດເນາະຫັ້ນໜໍ້?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard