Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກສະເຫນີເຈົ້າຂອງບອດ
Anonymous

Date:
ຢາກສະເຫນີເຈົ້າຂອງບອດ

ຂພຈ ສັງເກດວ່າ ມີບົດສົນທະນາຫລາຍຮູບແບບສົ່ງເຂົ້າມາ ແຕ່ມາປົນຢູ່ຫອ້ງດຽວກັນຫມົດ 

ຢາກສະເຫນີ ມາຍັງທ່ານພິຈາລະນາແຍກອອກເປັນຫລາຍພາກສວ່ນສົນທະນາ ເຊັ່ນ ຕົວຢ່າງ ບ້ານເມືອງ ສັງຄົມ ພາສາ ກະສິກຳປາໄມ້ ການປະມົງ ທອ່ງທ່ຽວ ວິສາວະກຳ ອື່ນໆອີກນຳ

ຕົວຢ່າງ ມີບາງທ່ານໂພສເລື້ອງອາຫານການກິນ ພັດເອົາບັນຫາການເມືອງມາຢອດໃສ່ ເລີຍທຳໃຫ້ເສັຍເນື້ອໃນໄປໃນຕົວ

ບາງໂພສ ກໍມີການຖົກຖຽງກັນ ເລີຍກາຍເປັນການຕະຫລົກ ບໍ່ສົມກັບເປັນບອດຂອງຜູ້ໃຫຍ່ 

ພອ້ມກັນນັ້ນ ກໍຢາກໃຫ້ມີການເປີດສະຫມັກ ສາມະຊິກ ຫລາຍໆ ເພື່ອເປັນການແລກປຽ່ນບົດຣຽນນຳກັນ

__________________

Senior Member

Status: Offline
Posts: 428
Date:

ຂໍຂອບໃຈທີ່ສະເໝີ ຄໍາຄິດເຫັນດີໆມາ ເລື້ອງນີ້ ຂ້າພະເຈົ້າເຄີຍເຮັດການທົດລອງ ຢູ່ເວັບບອດພາສາອັງກິດມາແລ້ວ ໂດຍແຍກອອກເປັນໝວດໝູ່ຕ່າງໆ ໂດຍລະອຽດ http://www.laomate.activeboard.com/ ແຕ່ປັນຫາທີ່ພົບກໍ່ຄື ຄົນລາວ ຫຼາຍຄົນເປັນຄົນມັກງ່າຍ ໄດ້ອັນໄດມາ ແມ່ນໂພສລົງທັນທີ່ ໂດຍບໍ່ໄດ້ສັງເກດກຸ່ມ ຫຼື ໝວດໝູ່ຂອງບົດສົນທະນາ ອັນເຮັດໃຫ້ການແຍກເປັນຫ້ອງຕ່າງໆ ມີຄວາມສັບສົນປົນເປໄປກັນໜົດ ດັ່ງນັ້ນເວັບມາສເຕີ ຈຶ່ງລວມທຸກຫົວຂໍ້ໄວ້ ກຸ່ມດຽວກັນເລຍ ຖ້າຕອ້ງການຫາຫົວຂໍ້ສະເພາະ ແມ່ນໃຫ້ໃຊ້ເຄື່ອງມື Search ເພື່ອຊອກຫາ ຂອບໃຈ

__________________
Anonymous

Date:

samakomlao wrote:

 ທ່ານ ແວບມາຊເຕີ້ ພີມພາສາລາວ ບໍ່ຖືກໃດ໊ຫັ້ນ ທ່ານເອີ້ຍ!
ຕົວຢ່າງ:          ໄດ້ອັນໄດມາ
ຖືກຕອ້ງແມ່ມ: ໄດ້ອັນໃດມາ
ໃຫ້ໃສ່ ສະລະ ໃ ໄມ້ມວ້ານ

ຂໍເຄົາລົບ ແລະ ນັບຖື ເພື່ອແກ້ໃຂ ພາສາລາວ ໃຫ້ຖືກຕອ້ງ

ຂອບໃຈ

__________________
Anonymous

Date:

ສະລະ ໃ ໄມ້ມ້ວນບໍ່ແມ່ນມວ້ານ

ດ້ວຍຄວາມນັບຖື.

__________________
Anonymous

Date:

Anonymous wrote:

ສະລະ ໃ ໄມ້ມ້ວນບໍ່ແມ່ນມວ້ານ

ດ້ວຍຄວາມນັບຖື.

 ຂອບໃຈ ທີ່ພອ້ມກັນປົກປອງ້ ພາສາລາວ ໄວ້ໃຫ້ຖືກຕອ້ງ ຕາມແບບ ສບັບເດີມ
ນີ້ແມ່ນ ການທົດລອງ ມວ້ານ
ທ່ານເປັນຄົນນື່ງ ທີ່ໃຊ້ ພາສາ ລາວ ຖືກຕອ້ງ ຕາມສບ້ບເດີມ

ຂໍສະແດງຄາມນັບຖື ແລະ ຂໍຂອບໃຈ

__________________
Anonymous

Date:

Anonymous wrote:
Anonymous wrote:

ສະລະ ໃ ໄມ້ມ້ວນບໍ່ແມ່ນມວ້ານ

ດ້ວຍຄວາມນັບຖື.

ຂອບໃຈ ທີ່ພອ້ມກັນປົກປອງ້ ພາສາລາວໄວ້ ໃຫ້ຖືກຕອ້ງ ຕາມແບບ ສບັບເດີມ
ນີ້ແມ່ນ ການທົດລອງ ມວ້ານ
ທ່ານເປັນຄົນນື່ງ ທີ່ໃຊ້ ພາສາ ລາວ ຖືກຕອ້ງ ຕາມສບັບເດີມ

ຂໍສະແດງຄວາມນັບຖື ແລະ ຂໍຂອບໃຈ

__________________

Member

Status: Offline
Posts: 24
Date:

ນີ້ລະຄືຜົນຂອງການຢູ່ລວມກຸ່ມ ບໍ່ພໍທໍ່ໃດ ກໍມີການໂຕ້ແຍ່ງແລວ້ເດ .ທ່ານອາດແຍກເປັນກຸ່ມໃຫຍ່ໆ ແຕ່ໃສ່ຫົວຂໍ້ທີ່ດຶງຄວາມສົນໃຈ ເຊັ່ນ

1. ສະພາກາເຟ ຊຶ່ງອາດກວມລວມ
2. ພາສາ
3. ເລື້ອງກິນເລື້ອງຢູ່
..

__________________
Anonymous

Date:

Anonymous wrote:

ອາດຍາລາວທັງຫລາຍເອີຍ ຈົ່ງພາກັນພະຍາຍາມສະກົດພາສາລາວໃຫ້ຖືກແດ່ ຢ່າຫ່າມໄດ້ຫ່າມ
ຂຽນຫລາຍ ອີ່ຕົນບັນພະບຸລຸດພວກເຮົາປະດິດສ້າງອັກສອນແລະໄວຍະກອນລາວເຮົາອອກມາ
ໃຫ້ພວກເຮົາຮັກສາແລະສືບໄວ້ອັກສອນປະຈຳຊາດຂອງເຮົາ.
ສະເຫນີ=ພາສາລາວບໍ່ມີເດີ້ສັບແບບນີ້, ສະ ເຫ ນີ ແປວ່າຫຍັງ? ຊ່ອຍບອກແດ່.
ສະເໜີ=ພາສາລາວມີແຕ່ສັບແບບນີ້ແລະກໍຂຽນແບບນີ້(ແບບສປປລ)
ສເນີ=ແລະກໍມີແບບນີ້ແລະຂຽນແບບນີ້(ແບບກ່ອນ75)
ຢູ່ລຸ່ມນີ້ຄືພະຍັນຊະນະປະສົມທີ່ຈຳເປັນຈະຕ້ອງຂຽນມຫ້ຖືກຕ້ອງຕາມຫຼັກໄວຍະກອນ:
ຫ+ນ=
ຫ+ມ=
ຫ+ວ= ຫວ
ຫ+ຍ= ຫຽ
ຫ+ລ= ຫຼ
ຢ່າດ່າກັນເນີ້ ຮຽນຮູ້ໄວ້ກໍດີ ເພື່ອຈະໄດ້ຂຽນພາສາລາວເຮົາໃຫ້ຖືກຕ້ອງຕາມຫຼັກໄວຍະກອນ.

__________________

Member

Status: Offline
Posts: 21
Date:

ມັນຊອກຫາ ຄີໂຕ ໝ ຍາກ ກວ່າ ຫນ ທ່ານເອີຍ

__________________
Anonymous

Date:

what is magic word when to use ໄX and ໃX ?

__________________
Anonymous

Date:

Anonymous wrote:
Anonymous wrote:

ອາດຍາລາວທັງຫລາຍເອີຍ ຈົ່ງພາກັນພະຍາຍາມສະກົດພາສາລາວໃຫ້ຖືກແດ່ ຢ່າຫ່າມໄດ້ຫ່າມ
ຂຽນຫລາຍ ອີ່ຕົນບັນພະບຸລຸດພວກເຮົາປະດິດສ້າງອັກສອນແລະໄວຍະກອນລາວເຮົາອອກມາ
ໃຫ້ພວກເຮົາຮັກສາແລະສືບໄວ້ອັກສອນປະຈຳຊາດຂອງເຮົາ.
ສະເຫນີ=ພາສາລາວບໍ່ມີເດີ້ສັບແບບນີ້, ສະ ເຫ ນີ ແປວ່າຫຍັງ? ຊ່ອຍບອກແດ່.
ສະເໜີ=ພາສາລາວມີແຕ່ສັບແບບນີ້ແລະກໍຂຽນແບບນີ້(ແບບສປປລ)
ສເນີ=ແລະກໍມີແບບນີ້ແລະຂຽນແບບນີ້(ແບບກ່ອນ75)
ຢູ່ລຸ່ມນີ້ຄືພະຍັນຊະນະປະສົມທີ່ຈຳເປັນຈະຕ້ອງຂຽນມຫ້ຖືກຕ້ອງຕາມຫຼັກໄວຍະກອນ:
ຫ+ນ=
ຫ+ມ=
ຫ+ວ= ຫວ
ຫ+ຍ= ຫຽ
ຫ+ລ= ຫຼ
ຢ່າດ່າກັນເນີ້ ຮຽນຮູ້ໄວ້ກໍດີ ເພື່ອຈະໄດ້ຂຽນພາສາລາວເຮົາໃຫ້ຖືກຕ້ອງຕາມຫຼັກໄວຍະກອນ.

 ກ່ອນອື່ນຕ້ອງຂໍໂທດນໍາເຈົ້າຂອງບົດສົນທະນາຫຼາຍໆເດີທີ່ຕ້ອງລົມອອກນອກບົດ.

ທ່ານຊ່ອຍອະທິບາຍວິທີໃຊ້ຕົວຫ້ອຍລໍ(xຼ  ) ຕື່ມອີກແດ່ ເວລາໃດໃຊ້ຕົວຫ້ອຍ

ເວລາໃດບໍ່ໃຊ້ ? ເພາະໃນຫຼັກໄວຍາກອນທີ່ທ່ານພູມີ ວົງວິຈິດ ແຕ່ງຂຶ້ນໃໝ່ບໍ່ມີຫຼັກ

ການໃຊ້ຕົວຫ້ອຍລໍ, ໄມ້ກະຣັນ(x໌   ), ໄມ້ຈັດຕະວາ(x໋  ) ແລະການໃຊ້ໄມ້ຕຣີ(x໊  )

ຂອບໃຈ.

__________________
Anonymous

Date:

ເຫັນດີ ໃຫ້ມີ ຫອ້ງນຶ່ງສຳຫລັບພາສາ ກໍດີ

ຖ້າມີການຍົກຫລັກໄວຍະກອນ ທາງເຈົ້າຂອງບອດ ກໍຍ້າຍບົດໄປໄວ້ຫອ້ງນັ້ນເລີຍ ເພື່ອຫລາຍຄົນຈະໄດ້ຄົ້ນຄວ້ານຳກັນ

ຮູ້ສຶກວ່າ ພີ່ນອ້ງທາງ ການາດາເຮົາ ມີນັກປັສຍາ ນັກກາບກອນ ຫລືສຕູດີໂອ ຫລາຍ ແມ່ນບໍ່

__________________
Anonymous

Date:

ບໍ່ຈຳເປັນ

ໃຜຢາກອ່ານແນວໃດ ກໍເລືອກເອົາຕາມໃຈ

__________________
Anonymous

Date:

1. ຫອ້ງສະພາກາເຟ ສັບປົນຄົນເລ ທຸກຢ່າງຢູ່ຫອ້ງນີ້

2. ສ້າງສາພັດທະນາ ຂ່າວດີ ຂ່າວເດັ່ນ 

3. ເລື້ອງ ປາກເລື້ອງທອ້ງ 

4. ພາສາ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard