Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂສມໜ້ານາງສັງຂານ ຢູ່ນະຄອນຫຼວງວຽງຈັນ ປີ 2013


Senior Member

Status: Offline
Posts: 428
Date:
ໂສມໜ້ານາງສັງຂານ ຢູ່ນະຄອນຫຼວງວຽງຈັນ ປີ 2013


ດຍ: ບຸນ​ທຽມ ໃນ​ຕອນ​ຄ່ຳ​ວັນ​ທີ 7 ເມ­ສາ2013 ທີ່​ສວນ​ວັດ­ທະ­ນະ­ທຳ​ບັນ ດາ​ເຜົ່າ ຄະ­ນະ​ພັກ​ເມືອງ​ຫາດ​ຊາຍ​ຟອງ ຮ່ວມ​ກັບ​ບໍ­ລິ­ສັດ​ອິນ​ແປງ​ກຣຸບ ຈຳ­ກັດ ໄດ້​ຈັດ​ງານ​ປະ​ກວດ​ນາງ​ສັນ​ຂານ​ຂອງ​ເມືອງ​ຂຶ້ນ ເພື່ອ​ຄົ້ນ​ຫາ​ຕົວ​ແທນ​ທັງ 7 ນາງ​ຮ່ວມ​ແຫ່​ຂະ​ບວນ​ນາງ​ສັງ­ຂານ ຂອງ​ນະ­ຄອນ­ຫລວງ​ວຽງ​ຈັນ ໃນວັນ​ທີ 14 ເມ­ສາ 2013 ຕາມ​ຖະ­ຫນົນ​ເສດ​ຖາ​ທິ​ຣາດ​ເນື່ອງ​ໃນ​ໂອ ກາດ​ບຸນ­ປີ­ໃຫມ່​ລາວ​ປະ­ຈຳ​ປີ ພສ 2556. ບຸນ­ປີ­ໃຫມ່​ລາວ​ເປັນ​ບຸນ​ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ ເພື່ອ​ເປັນ​ສະ­ຫລອງ​ໃຫ້​ມີ​ບັນ­ຍາ­ກາດ​ແຫ່ງ​ຄວາມ​ສາ­ມັກ­ຄີ, ເບີກ­ບານ​ມ່ວນ­ຊື່ນ, ມີ​ຄວາມ​ສະ­ຫງົບ​ປອດ​ໄພ​ໃນ​ ຂອບ​ເຂດ​ທົ່ວ​ປະ­ເທດ, ເສີມ​ຂະ­ຫຍາຍ​ໄດ້​ເອ­ກະ­ລັກ​ຂອງ​ຊາດ, ເອ­ກະ­ລັກ​ທາງ​ດ້ານ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ເຮົາ ໂດຍ​ສະ­ເພາະ​ປະ­ຈຳ​ປີ ພສ 2556 ໄດ້​ຈັດ​ຫລາຍ ກິດ­ຈະ­ກຳ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ ເທດ​ເປັນ­ຕົ້ນ: ງານ​ຕະ­ຫລາດ­ນັດ​ຂາຍ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ລາວ, ການ​ແຂ່ງ­ຂັນ​ສິ­ລະ​ປະ​ວັນ­ນະ​ຄະ ດີ, ຂະ​ບວນ​ແຫ່​ນາງ​ສັງ­ຂານ, ການ​ແຂ່ງ­ຂັນ​ກີ­ລາ​ຫາດ​ຊາຍ, ການ​ໃສ່ ບາດ​ຖວາຍ​ສັງ­ຄະ​ທານ, ການ​ບາ­ສີ­ສູ່­ຂວັນ ແລະ ການ​ຫົດ­ສົງ​ນ້ຳ. ສ່ວນ​ການ​ປະ​ກວດ​ນາງ​ສັງ­ຂານ​ເປັນ​ອີກ​ກິດ­ຈະ­ກຳ​ໃນ​ບຸນ​ປີ ໃຫມ່​ລາວ ໃນ​ນີ້​ເມືອງ​ຫາດ​ຊາຍ ຟອງ​ໄດ້​ຈັດ​ປະ​ກວດ​ນາງ​ສັງ­ຂານ ໂດຍ​ໄດ້​ມີ​ການ​ຄັດ​ເລືອກ 20 ຄົນ​ເຂົາ​ຮອບ​ສຸດ​ທ້າຍ​ຂຶ້ນ​ເວ­ທີ​ປະ­ຊັນ​ຄວາມ​ງາມ​ຄວາມ​ສາ­ມາດ​ຈາກ ການ​ປະ​ກວດ​ຜົນ​ປາ­ກົດ​ວ່າ: ນາງ​ຕຸ​ລີ ພັດ­ທະ­ນາ ຜູ້​ເຂົ້າ​ປະ​ກວດ ຫມາຍ​ເລກ 18 ສາ­ມາດ​ເອົາ​ຊະ­ນະ​ໃຈ​ກຳ­ມະ­ການ​ຄວ້າ​ຕຳ­ແຫນ່ງ​ນາງ​ສັງ­ຂານ​ເມືອງ​ຫາດ​ຊາຍ​ຟອງ​ພ້ອມ​ສາຍ​ສະ­ພາຍ ແລະ ເງິນ​ລາ­ງວັນ 5 ລ້ານ​ກີບ , ທີ​ສອງ ນາງ ອຸດ​ທິ​ລັດ ກິ່ງ​ສະ​ດາ ຫມາຍ​ເລກ 16 ຮັບ​ສາຍ​ສະ­ພາຍ​ເງິນ​ລາ­ງວັນ 4 ລ້ານ​ກີບ, ທີ 3 ນາງ ຖາ­ວອນ ຫລວງ​ອາ​ໄພ ຫມາຍ​ເລກ 20 ຮັບ ສາຍ​ສະ­ພາຍ ແລະ ເງິນ​ລາ­ງວັນ 3 ລ້ານ​ກີບ, ສ່ວນ​ລາ­ງວັນ​ທີ 4 ໄດ້­ແກ່​ນາງ ຕຸກ​ຕາ ພົມ​ມະ­ຫາ​ໄຊ ຫມາຍ​ເລກ 19 , ນາງ ນ້ຳ​ຝົນ ວົງ​ພະ­ຈັນ ຫມາຍ​ເລກ 5 ຮັບ​ສາຍ​ສະ­ພາຍ​ເງິນ​ລາ­ງວັນ 2 ລ້ານ​ກີບ , ລາ­ງວັນ​ທີ 5 ໄດ້­ແກ່ ນາງ ສິ­ລິ​ພອນ ບູ­ລົມ​ມະ­ນີ​ວົງ ຫມາຍ​ເລກ 12, ນາງ ກັນ­ຈະ­ນາ ແກ້ວ​ບັນ­ດິດ ຫມາຍ ເລກ 2 ຮັບ​ລາ­ງວັນ​ຄົນ​ລະ 1,5 ລ້ານ​ກີບ. ສ່ວນ​ນາງ​ສາວ​ຂວັນ​ໃຈ​ສື່​ມວນ​ຊົນ​ໄດ້­ແກ່ ນາງ ຖາ­ວອນ ຫລວງ​ອາ​ໄພ ຫມາຍ​ເລກ 20, ນາງ​ສາວ​ຜິວ​ໃສ່​ສຸ­ຂະ­ພາບ​ດີ​ໄດ້­ແກ່​ນາງ ອຸດ​ທິ​ລັດ ກິ່ງ​ສະ​ດາ ຫມາຍ​ເລກ 16 ແລະ ນາງ​ສາວ​ຂວັນ​ໃຈ​ມວນ ຊົນ​ດ້ວຍ​ການ​ມອບ​ດອກ​ໄມ້​ໃຫ້ ໄດ້­ແກ່ ອຸ​ດາ​ໄລ ສີ​ຫາ​ລາດ ຫມາຍ ເລກ 8 ຮັບ​ລາ­ງວັນ​ຄົນ​ລະ 1,5 ລ້ານ​ກີບ. ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ພີ​ທີ​ມີ​ທ່ານ ສາຍ­ທອງ ແກ້ວ​ດວງ​ດີ​ຮອງ​ເຈົ້າ​ຄອງ ນະ­ຄອນ­ຫລວງ​ວຽງ​ຈັນ, ທ່ານ​ເຈົ້າ­ເມືອງໆ​ຫາຍ​ຊາຍ​ຟອງ, ມີ​ຫົວ­ຫນ້າ​ພະ​ແນກ​ພະ­ນັກ­ງານ, ພໍ່​ແມ່​ພີ້​ນ້ອງ​ຊາວ​ເມືອງ​ຫາຍ​ຊາດ​ຟອງ​ເຂົ້າ​ຮ່ວມ.

__________________
Anonymous

Date:

ເອົາໂສມຫນ້າອັນງາມໆ ຂອງນາງສັງຂານອອກໃຫ້ເບິ່ງແດ່ທ່ານ



__________________
Anonymous

Date:

Anonymous wrote:

ຂໍໂທດ ເດີ ໃບຫນ້າອອກມາຊ້າ ແດ່

 


 



__________________
Anonymous

Date:

She is cute and looks very young. How old is she?



__________________
Anonymous

Date:

ບໍ່ປານໃດ,ເເຂ້ວຊວກໜອ້ຍນິ່ງ,ເເລະຢາກພີຈັກໜອ້ຍ!   cry

 

Loa Nork



__________________


Senior Member

Status: Offline
Posts: 482
Date:

lovely girl

__________________
Anonymous

Date:

525229_443098382451485_835325347_n.jpg

ນາງ ສັງຂານ(ຫົພັນ) ຊື່ ຕິກຕາ ຄຳປັນເຮືອງ, ຮອງນາງສັງຂານ ນ.ໄພລີນດາ ອ່ອນບົວຄຳ ແລະ ນາງ ອາລີນນາ ດິດປັນຍາ ຜູ້ທີ່ສາມ



__________________
Anonymous

Date:

ງາມແລະໜ້າຮັກທັງສາມ, ຂອບໃຈເດີທີ່ເອົາມາໂພສໃຫ້ເບິ່ງ.



__________________
Anonymous

Date:

ຜູ້ກາງງາມກ່ວາໝູ່!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard