Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທູດລາວໃນຕ່າງແດນ
Anonymous

Date:
ທູດລາວໃນຕ່າງແດນ

ຂ້າພະເຈົ້າຢາກຂໍຖາມບັນດາຄົນລາວທີ່ອາໃສຢູ່ທາງຕ່າງປະເທດ (ລາວນອກ) ວ່າມີຄວາມຜູກພັນຫລືມີການຕິດຕໍພົວພັນກັບທາງສະຖານທູດລາທີ່ປະຈຳຢູ່ທີ່ນັ້ນບໍ່?

ເພາະຕາມທີ່ໄດ້ຍີນແມ່ນຄົນລາວທີ່ອາໃສຢູ່ຕ່າງປະເທດໂດຍສະເພາະແມ່ນຄົນທີ່ອົບພະຍົບແມ່ນບໍ່ມີການຕິດຕໍ່ກັບທາງທູດລາວປານໃດ

__________________
Anonymous

Date:

Anonymous wrote:

 The embassy is the Office, represents one country in the foreign country.

The eployees offer  the legal services with the connection with the country they represnt.

The Embassy is not the tourist point, so if you don't need help and services you don't ຕິດຕໍ່ກັບທາງທູດ. It is the office, it is not a coffee shop.

__________________
Anonymous

Date:

No, I mean the relationship between Lao people there & the embassy.

__________________
Anonymous

Date:

Anonymous wrote:

No, I mean the relationship between Lao people there & the embassy.

 that is what i just explain to you.

__________________
Anonymous

Date:

Anonymous wrote:

No, I mean the relationship between Lao people there & the embassy.

  Are you crazy, mate? Laonaorks are not Lao citizens and they are not proud of Laos at all, They don't want to be Lao any more, they are ງົວລືມຕີນ, they say bad words, and they don't want to have any relationship with the persons work for the Lao Gov. So, they will only go there when they have to.

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າຢາກຂໍຖາມບັນດາຄົນລາວທີ່ອາໃສຢູ່ທາງຕ່າງປະເທດ (ລາວນອກ) ວ່າມີຄວາມຜູກພັນຫລືມີການຕິດຕໍພົວພັນກັບທາງສະຖານທູດລາທີ່ປະຈຳຢູ່ທີ່ນັ້ນບໍ່?

ເພາະຕາມທີ່ໄດ້ຍີນແມ່ນຄົນລາວທີ່ອາໃສຢູ່ຕ່າງປະເທດໂດຍສະເພາະແມ່ນຄົນທີ່ອົບພະຍົບແມ່ນບໍ່ມີການຕິດຕໍ່ກັບທາງທູດລາວປານໃດ

 ພວກທີ່ຕອບຄໍາຖາມນິ້ແມ່ນບໍ່ມີໃຜເຄີຍຢຸ່ໄກ້ກັບສະຖານທູດ

ແລະກໍບໍ່ຮູ້ວ່າຄວາມເປັນຈິ່ງຄືແນວໄດ

ເອົາຢ່າງທີ່ຮູ້ຈັກນິ້ລະແມ່ນສະຖານທູດລາວໃນAmerica in washington DC

ນີ້ແມ່ນສ່ວນຫລາຍເພີນກໍອອກມາຫລີນກັບຄົນລາວໃນກົງເຂດນີລະ.ທຸກຄົນກໍຖືວ່າ

ເປັນໝູ່ເປັນພີ່ເປັນນ້ອງກັນໄປຕາມພາສາຄົນລາວຄືກັນ.ວັນເສົາວັນອາທິດ

ພວກເພິນກໍອອກມາກິນຊູມນໍາກັນ.ແລະກໍຫລີນກິລານໍາກັນເປັນຕົ້ນກໍຕິgolf

valleyball tennis ແລະຖ້າທາງສະຖານທູດມີຫັຍງເພີນກໍເຊີນຄົນລາວທີ່ຢູ່

ໃນກົງເຂດນີ້ເຂົ້າໄປຫີລນນໍາເປັນຕົ້ນແມ່ນປີໃໝ່ລາວທີ່ຈະມາເຖີງນີ້

ແລະກໍປີແລ້ວນີ້ກໍຈັດgolf  Tournaments ໄປຕີຢູ່ລາວເດ.ນັ້ນກໍແມ່ນໃນມາມ

ສະຖານທູດລາວໃນwashington DC ຮ່ວມກັບlao golf ass

ແຕ່ກໍມີພວກທີ່ບໍ່ມັກລະບອບcomminit ພວກເຂົາກໍອອກມາຕໍ່ຕ້ານ.ມັນກໍເປັນ

ເລືອງທໍາມະດາ.ເອົາລະເທື່ອຈີ່ງເວົ້າໃໝ່

 ແມ່ນແລ້ວເພິ່ນກະມາມ່ວນຊື່ນສັມພັນກັນໃນວົງເຫຼົ້າຢາປາປິງ,ຄວາມຮັກຄວາມແພງກະຄືຊິຕາຍເພື່ອກັນໄດ້ພຸ້ນລະ.

ເວົ້າຫັຽງສະເນີຫັຽງ,ລາວນອກຢາກຝາກຫັຽງພ່ານໄປຫາລັດຖະບານກະແມ່ນເຈົ້າໆໝົດທຸກທ່າ.ເມື່ອກັບຕາມທາງຄືນເມື່ອ

ສະຖານທູດ,ລິດເຫຼົ້າກໍເຈືອຈາງລົງ,ສະມອງ,ຄວາມຈຳກໍ່ເລີ້ມເຊືອມ.ຄຳເວົ້າ,ຄຳສເນີຕ່າງໆຂອງບາງຄົນລາວອົພຍົກທີ່

ຝາກນຳເພິ່ນດ້ວຍສຽງຕອບເຈົ້າໆກະລືມໄປສະນິດ.ລວມຄວາມແລ້ວຄຳເວົ້າ,ຄຳສເນີທີ່ເປັນຜົນປະໂຫຍດຮ່ວມກັນ,ຫຼື

ວ່າເພິ່ນຈະມາຊອກສ້າງ, ຫຼື ມາຮ່ວມກັນຄົ້ນຄິດບັນຫາດັ່ງກ່າວແມ່ນບໍ່ມີ.ແຕ່ເລື້ອງມ່ວນເລື່ອງກິນແມ່ນສຳນານງານ.

ເບິ່ງຮວມແລ້ວທາງໃນກະຄືຊິບໍ່ມີນະໂຍບາຍ,ແນະນຳເລື່ອງດັ່ງກ່າວຕໍ່ພນັກງານຜູ້ຕ່າງໜ້າເພິ່ນເລີຍກະເປັນໄດ້.

__________________

Veteran Member

Status: Offline
Posts: 63
Date:

ທ່ານລາວຕ່າງແດນຫຼືລາວນອກທັງຫຼາຍຄວນສຳນຶກໃນຕົວຂອງທ່ານວ່າຈຸດຢືນແລະສະຖານະພາບຄວາມເປັນຈິງຄືຈະບໍ່ແຕກຕ່າງຫັຍງ

ກັບເດັກນ້ອຍຈຳນວນໜຶ່ງຕ້ອງການຫຼີ້ນເຄື່ອງສຳຫຼັບເດັກເຍົາວັຍ(Toy) ພວກທ່ານຈົ່ງຣະວັງນັກການທູດລາວເຖິງຈະຢູ່ປະເທດໃດກໍ່ຕາມ

ພວກເຂົາມີເລ້ລ່ຽມຊຸກຊ້ອນຢູ່ຂ້າງໃນທຳຕີສະໜິດສ້າງເພື່ອນແບບຄົນລາວດ້ວຍກັນໂດຍບໍ່ມີຫັຍງຂັດຂ້ອງ, ເມື່ອໃດພວກເຂົາໝົດໜ້າທີ່

ປະຈຳການຢູ່ໃນປະເທດນັ້ນໆຫຼັງຈາກກັບຄືນໄປຍັງປະເທດລາວແລ້ວໃນນາມທ່ານຮູ້ຈັກທັງຂູ້ນເຄີຍເປັນຢ່າງດີ , ເມື່ອທ່ານລາວນອກມີໂອກາດໄປທ່ອງ

ທ່ຽວປະເທດລາວຈາກນັ້ນທ່ານຢາກຈະພົບກັບຄົນດັ່ງກ່າວ,ທ່ານທູດຄົນສະໜິດກັນເຄີຍຮັກແພງແບບລາວໆກັບທ່ານຈະຖືກປະຕິເສດຂື້ນທັນໃດໂລດ

ພວກທູດລາວກໍ່ເໝືອນກັບນັກສຶບຈູໜຶ່ງທີ່ພັກແລະລັດໄວ້ເນື້ອເຊື່ອໃຈປຸກລະດົມຂົນຂວາຍໃຫ້ຊາບຊຶ້ງຕໍ່ແນວທາງ ຊີ້ງຊອມການເຂື່ອນໄຫວເກັບກຳຈຸດ

ຕ່າງໆຂອງພວກລາວນອກຢູ່ບໍ່ຂາດໄລຍະທຳຄວາມໃກ້ສິດເປັນຕົ້ນຕໍ່, ຢ່າລືມຕົວເອງພວກເຂົາຈະຫຼອກລາວນອກໄປດັບງຽບແຕ່ລະຄົນຖ້າໃຜຫຼົງເຊື່ອ.

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າຢາກຂໍຖາມບັນດາຄົນລາວທີ່ອາໃສຢູ່ທາງຕ່າງປະເທດ (ລາວນອກ) ວ່າມີຄວາມຜູກພັນຫລືມີການຕິດຕໍພົວພັນກັບທາງສະຖານທູດລາທີ່ປະຈຳຢູ່ທີ່ນັ້ນບໍ່?

ເພາະຕາມທີ່ໄດ້ຍີນແມ່ນຄົນລາວທີ່ອາໃສຢູ່ຕ່າງປະເທດໂດຍສະເພາະແມ່ນຄົນທີ່ອົບພະຍົບແມ່ນບໍ່ມີການຕິດຕໍ່ກັບທາງທູດລາວປານໃດ

 ເພາະວ່າພວກມາແບບອົບພະຍົບນັ້ນພວກເຂົາເຈົ້າບໍ່ມີທຸຣະທີ່ກ່ຽວຂ້ອງກັບສະຖານທູດລາວ

ທີ່ປະເທດເຂົາເຈົ້າອາໄສຢູ່ ນອກຈາກພວກທີ່ມາທ່ອງທ່ຽວຫລືມາສືກສາຮ່ຳຮຽນ ທີ່ວ່າໜັງສືເດີນ

ທາງຂອງພວກຜູ່ກ່ຽວໝົດກຳນົດ ສາມາດຕໍ່ເຕີມໄດ້ທີ່ສະຖານທູດລາວ ຕົວຢ່າງ ຂພຈ ໄປເອົາ

ເມຍມາແຕ່ເມືອງລາວກໍບໍ່ມີທຸຣະກ່ຽວພັນຫຍັງກັບສະຖານທູດລາວປະຈຳ ອະເມຣີກາ ມີ

ແຕ່ ຂພຈ ມີທຸຣະກ່ຽວພັນເລັກນ້ອຍກັບສະຖານທູດອະເມຣີກາປະຈຳລາວແຕ່ຝ່າຍດຽວ

ຈຸດໜັກກົມກວດຄົນເຂົ້າເມືອງອະເມຣິກາ ເອກກະສານຈຳນວນບໍ່ໜ່ອຍທີ່ໄດ້ປະກອບແລະ

ສົ່ງເຂົ້າໄປ

__________________
Anonymous

Date:

ຕອນປີ 84-85 ທີ່ຍັງຢູ່ ດີຊີ ເຄີຍພົວພັນແລະຮັກແພງກັບທ່ານທູດລາວແລະພະນັກງານຄົນລາວ

ໃນສະຖານທູດ ກໍໄກ້ເຜິ່ງພາອາໄສຊຶ່ງກັນແລະກັນແບບນ້ຳເຜິ່ງເຮືອເສືອເຜິ່ງຜ່ານັ້ນແລ້ວ. ບໍ່ເຫັນ

ວ່າປະຈານໜ້າກັນວ່າມຶງປະຕິການຂວາຈັດລູກແຫຼ້ງຕີນມືຈັກະພັດ ຫລື ມຶງບັກລາວແດງຄອມມຸຍ

ນິສ ບັກໝາຮັບໃຊ້ແກວແດງກິນໝາ ແບບນີ້ແມ່ນບໍ່ມີ ມີແຕ່ຄວາມຮັກແພງກັນ. ທຸກໆວັນເສົາ

ຫລືທິດ ທ່ານທູດແລະພະນັກລານທູດເພິ່ນພໍອອກມາຊຸມແຊວກິນເຂົ້າກິນນ້ຳຮ່ວມກັນແບບປົກະ

ຕິ ກໍບໍ່ເຫັນທ່ານທູດແລະພະນັກງານທູດຖືກຢາເບືອຢາເມົາຈັກຄົນເລີຍ. ຢາກກິນໜໍ່ແຍ້ໜໍຫວາຍ

ທ່ານທູດເພິນກລສັ່ງມາແຕ່ລາວໃຫ້ ແລະກໍບໍ່ແມ່ນເອົາລ້າໆນຳເພິ່ນ ເອົາເງິນຈ່າຍເພິ່ນອິກແລະກໍ

ຄົວສູ່ເພິ່ນກິນອີກ. ຍາມວັນເກີດເພິ່ນກໍຈັດລານວັນເກີດໃຫ້ແລະໄດ້ເງິນຍັດຊອງບໍ່ຕ່ຳກ່ວາສອງພັນ

ກອນລ້າແຕ່ລະເທື່ອ. ບໍ່ໄດ້ເຮັດໃຫ້ແຕ່ທ່ານທູດ ພະນັກງານສະຖານທູດກໍເໝືອນກັນ. ດັ່ງນັ້ນຢ່າພາ

ກັນເບິ່ງລາວນອກຕ່ຳຫລາຍອັນລາວໃນນັ້ນໜາ.

ເມື່ອຍ້າຍໜີຈາກ ດີຊີ ກໍບໍ່ໄດ້ຕິແທດກັບທູດລາວປະຈຳ ດີຊີ ອີກເລີຍ ແຕ່ກໍໄດ້ຮັບຂ່າວຈາກພັກພວກ

ຢູ່ວ່າທ່ານທູດໃດມາກໍເໝືອນເດີມ ຍັງພົບປະສັງສັນກັນຄືເກົ່າ ແລະເພິ່ນກໍບໍ່ຖືຍົດຖືໂຕຫຍັງເລີຍ.

__________________
Anonymous

Date:

ຂ້ອຍບໍ່ໄດ້ຢູ່ກຸງວໍຊິນຕັນດີຊີແຕ່ກໍ່ເຄີຍໄດ້ອາໃສພະນັກງານສະຖານທູຕໃນການສົ່ງເງິນໃຫ້ຄອບຄົວ

ທີ່ຢູ່ໃນປະເທດລາວແລະສັ່ງຊື້ເຄື່ອງຈາກປະເທດລາວ.

ຕອນມາຮອດອາເມຣິກາໃນປີ 1977 ກໍ່ໄດ້ຝາກຈໍມໍພ້ອມດ້ວຍໃບສັ່ງຈ່າຍເງິນທາງໄປສະນີຕາມກົດ

ໝາຍບ້ານເມືອງ ແຕ່ຈໍມໍຫຼາຍສະບັບໄດ້ຕົກເຮັ່ຽເສັຍຫາຍປາຍທາງທັງໆທີ່ເປັນຈົດໝາຍລົງທະບຽນ.

ຖ້າໄດ້ຮັບເພິ່ນກໍ່ໃຫ້ແລກປ່ຽນເປັນເງິນກີບໃນອັດຕາແລກປ່ຽນຂອງລັດ.

ສະນັ້ນ ນ້ອງສາວຈຶ່ງແນະນໍາໃຫ້ຝາກນໍາເຈົ້າໜ້າທີ່ສະຖານທູຕໂດຍຜ່ານນາຍໜ້າທີ່ເປັນຄົນລາວອົບ

ພະຍົບທີ່ຢູ່ກຸງວໍຊິງຕັນດີຊີ. ໝາຍຄວາມວ່າ ຂ້ອຍຕ້ອງໄດ້ສົ່ງເງິນໄປໃຫ້ນາຍໜ້າກ່ອນ ຈາກນັ້ນນາຍ

ໜ້າຈຶ່ງເອົາເງິນນັ້ນໄປມອບໃຫ້ເຈົ້າໜ້າທີ່ສະຖານທູຕ ແລະເຈົ້າໜ້າທີ່ທ່ານນັ້ນຈຶ່ງໂທໄປບອກໃຫ້ເມັຽ

ເພິ່ນເອົາເງິນໄປມອບໃຫ້ນ້ອງສາວຂ້ອຍໂດຍຫັກເອົາປະມານ 10% ຖ້າເອົາເປັນເງິນໂດລາ ຫຼືເງິນ

ບາດ ແຕ່ຖ້າເອົາເປັນເງິນກີບເພິ່ນຈະບໍ່ກິນເປີເຊັນ ແລະຈະຈ່າຍໃຫ້ໃນອັດຕາແລກປ່ຽນສູງກ່ວາອັດຕາ

ແລກປ່ຽນຂອງລັດໜ້ອຍນຶ່ງ.

ຫຼັງຈາກປະເທດລາວໄດ້ມີການຫັນປ່ຽນນະໂຍບາຍການເມືອງແລະເປີດປະຕູຕ້ອນຮັບປະເທດເສຣີນິຍົມ

ແລະມີຄົນລາວໄດ້ກັບເມືອຢາມບ້ານ ຂ້ອຍຈຶ່ງໄດ້ເຊົາສົ່ງເງິນຜ່ານເຈົ້າໜ້າທີ່ສະຖານທູດທ່ານນັ້ນ ແລະ

ດຽວນີ້ໄດ້ຍິນວ່າເພິ່ນເຮັດທຸຣະກິດບໍຣິການປະກອບເອກະສານເດີນທາງສໍາລັບຜູ່ທີ່ຢາກເດີນທາງໄປຢາມ

ພີ່ນ້ອງຫຼືຢາກໄປດໍາຣົງຊີວິດຢູ່ຕ່າງປະເທດ.

__________________
Anonymous

Date:

07CD2502-5FBC-4260-BA88-F6DF648C17A6_w640_r1_s.jpg

ທູຕລາວໃນສະຫະຣັຖອາເມຣິກາເຊີນຄົນລາວສັນຊາດອາເມຣິກັນເຂົ້າຮ່ວມສະຫລອງປີໃໝ່ລາວ.

http://lao.voanews.com/content/lao-new-year-2556-celebration-at-the-embassy-of-lao-pdr-on-sat-april-27/1651477.html

__________________
Anonymous

Date:

Anonymous12 wrote:

ທ່ານລາວຕ່າງແດນຫຼືລາວນອກທັງຫຼາຍຄວນສຳນຶກໃນຕົວຂອງທ່ານວ່າຈຸດຢືນແລະສະຖານະພາບຄວາມເປັນຈິງຄືຈະບໍ່ແຕກຕ່າງຫັຍງ

ກັບເດັກນ້ອຍຈຳນວນໜຶ່ງຕ້ອງການຫຼີ້ນເຄື່ອງສຳຫຼັບເດັກເຍົາວັຍ(Toy) ພວກທ່ານຈົ່ງຣະວັງນັກການທູດລາວເຖິງຈະຢູ່ປະເທດໃດກໍ່ຕາມ

ພວກເຂົາມີເລ້ລ່ຽມຊຸກຊ້ອນຢູ່ຂ້າງໃນທຳຕີສະໜິດສ້າງເພື່ອນແບບຄົນລາວດ້ວຍກັນໂດຍບໍ່ມີຫັຍງຂັດຂ້ອງ, ເມື່ອໃດພວກເຂົາໝົດໜ້າທີ່

ປະຈຳການຢູ່ໃນປະເທດນັ້ນໆຫຼັງຈາກກັບຄືນໄປຍັງປະເທດລາວແລ້ວໃນນາມທ່ານຮູ້ຈັກທັງຂູ້ນເຄີຍເປັນຢ່າງດີ , ເມື່ອທ່ານລາວນອກມີໂອກາດໄປທ່ອງ

ທ່ຽວປະເທດລາວຈາກນັ້ນທ່ານຢາກຈະພົບກັບຄົນດັ່ງກ່າວ,ທ່ານທູດຄົນສະໜິດກັນເຄີຍຮັກແພງແບບລາວໆກັບທ່ານຈະຖືກປະຕິເສດຂື້ນທັນໃດໂລດ

ພວກທູດລາວກໍ່ເໝືອນກັບນັກສຶບຈູໜຶ່ງທີ່ພັກແລະລັດໄວ້ເນື້ອເຊື່ອໃຈປຸກລະດົມຂົນຂວາຍໃຫ້ຊາບຊຶ້ງຕໍ່ແນວທາງ ຊີ້ງຊອມການເຂື່ອນໄຫວເກັບກຳຈຸດ

ຕ່າງໆຂອງພວກລາວນອກຢູ່ບໍ່ຂາດໄລຍະທຳຄວາມໃກ້ສິດເປັນຕົ້ນຕໍ່, ຢ່າລືມຕົວເອງພວກເຂົາຈະຫຼອກລາວນອກໄປດັບງຽບແຕ່ລະຄົນຖ້າໃຜຫຼົງເຊື່ອ.

 ທ່ານຄືມາເວົ້າຄັກແທ້ລະ

ຂພຈ ກະບໍ່ປະຕິເສດດອກລະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard