Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງວັງວຽງຈຶ່ງກາຍມາເປັນບອ່ນທອ່ງທ່ຽວຍອດນິຍົມຢູ່ລາວ
Anonymous

Date:
ເປັນຫຍັງວັງວຽງຈຶ່ງກາຍມາເປັນບອ່ນທອ່ງທ່ຽວຍອດນິຍົມຢູ່ລາວ


 

ແຕ່ກອ່ນ ມີແຕ່ຖ້ຳຈັງ  

ແຕ່ວັງວຽງໄດ້ກາຍມາເປັນ ສະຖານທີ່ທອ່ງທຽ່ວຍອດນິຍົມຂອງຕ່າງປະເທດໄດ້ຈັ່ງໃດ

 

 



__________________
Anonymous

Date:
RE: ເປັນຫຍັງວັງວຽງຈຶ່ງກາຍມາເປັນບອ່ນທອ່ງທ່ຽວຍອດນິຍົມຢູ່ລາວ


ເຈົ້າຫາກໍອອກມາຈາກຖ້ຳຊຳໄຕ້ຫລືຖ້ຳຊຳເໜືອເກາະ ທາງການລາວສັ່ງປີດບັນດາ

ຣ້ານກີນດື່ມແລະສະຖານທີ່ໂຕນນ້ຳໄປໄດ້ຫລາຍເດືອນແລ້ວ ນອກຈາກບໍ່ມີການ

ກີນຫລີ້ນສະນຸກສະໜານແລ້ວ ຊາວຕ່າງປະເທດບໍ່ມີບ່ອນຫລີ້ນ ເພາະວ່າ

ພວກທີ່ໄປທ່ຽວວັງວຽງເຂົາເຈົ້າໄປໃນວະຣະທີ່ເຂົາພັກການປະຈຳປີຂອງເຂົາເຈົ້າ

ຖ້າວ່າບໍ່ມີການມ່ວນຊື່ນແລ້ວ ຜີໂຕໃດແລະໃຜຜູ່ໃດທີ່ຢາກຈະໄປທ່ຽວ



__________________
Anonymous

Date:

Anonymous wrote:

ເຈົ້າຫາກໍອອກມາຈາກຖ້ຳຊຳໄຕ້ຫລືຖ້ຳຊຳເໜືອເກາະ ທາງການລາວສັ່ງປີດບັນດາ

ຣ້ານກີນດື່ມແລະສະຖານທີ່ໂຕນນ້ຳໄປໄດ້ຫລາຍເດືອນແລ້ວ ນອກຈາກບໍ່ມີການ

ກີນຫລີ້ນສະນຸກສະໜານແລ້ວ ຊາວຕ່າງປະເທດບໍ່ມີບ່ອນຫລີ້ນ ເພາະວ່າ

ພວກທີ່ໄປທ່ຽວວັງວຽງເຂົາເຈົ້າໄປໃນວະຣະທີ່ເຂົາພັກການປະຈຳປີຂອງເຂົາເຈົ້າ

ຖ້າວ່າບໍ່ມີການມ່ວນຊື່ນແລ້ວ ຜີໂຕໃດແລະໃຜຜູ່ໃດທີ່ຢາກຈະໄປທ່ຽວ


 ຢ່າຟ້າວດ່ວນສະຫລຸບຄຳຖາມຂອງເຂົາ ຄວນອ່ານລຶ້ມໄປລື້ມມາຈັກສອງສາມຮອບກ່ອນຖ້າວ່າເຈົ້າບໍ່ເຂົ້າໃຈ

ຄຳຖາມຂອງເຂົາ. ຜູ່ທີ່ຕັ້ງຄຳຖາມນີ້ຂຶ້ນມາຂ້າພະເຈົ້າເຊື່ອແນ່ວ່າເປັນຄຳຖາມທີ່ຜູ້ກ່ຽວຢາກຈະຮູ້ວ່າເປັນຫຍັງ

ວັງວຽງຈຶ່ງກາຍມາເປັນເມືອງທ່ອງທ່ຽວຍອດນິຍົມຢູ່ລາວ? ຄຳຖາມອັນນີ້ແມ່ນຖາມເຖິງຕອນວັງວຽງຍັງເປັນ

ເມືອງທ່ອງທ່ຽງທີ່ມີຊື່ສຽງດັງໄປທົ່ວໂລກພຸ້ນ ບໍ່ແມ່ນຜູ້ກ່ຽວຖາມໃນປະຈຸບັນນີ້. ໃຜໆກໍຮູ້ຢູ່ແລ້ວວ່າລັດຖະບານ

ສັ່ງປິດໄປແລ້ວແລະວັງວຽງປະຈຸບັນນີ້ກໍບໍ່ຕ່າງຫຍັລກັບເມືອງຮ້າງເມືອງໜຶ່ງຖ້າທຽບໃສ່ຕອນເວລາຍັງບໍ່ທັນ

ປິດ.



__________________
Anonymous

Date:

you fukin know it, but you are still asking. so bored.



__________________
Anonymous

Date:

Anonymous wrote:

 

ແຕ່ກອ່ນ ມີແຕ່ຖ້ຳຈັງ  

ແຕ່ວັງວຽງໄດ້ກາຍມາເປັນ ສະຖານທີ່ທອ່ງທຽ່ວຍອດນິຍົມຂອງຕ່າງປະເທດໄດ້ຈັ່ງໃດ

 

 


 ມີເເຕ່ຄຳຖາມບໍ່ມີຮູບຂອງທອ້ງຖິ່ນໃຫ້ເບິ່ງນຳກະບໍ່ຊ່າງຊີ່ໃຫ້ຄວາມຄິດຄວາມເຫັນນຳເດີ້ກ!?



__________________
Anonymous

Date:

Anonymous wrote:

you fukin know it, but you are still asking. so bored.


 If he fukking knew it, I don't think he would ask for it. 

He's asking how come Vang Vieng turned to be a popular

tourist town from the beginning.

ຄົນລາວອ່ານພາສາລາວບໍ່ເຂົ້າໃຈເບາະ? ຄຳຖາມຂອງເລົາມີຄວາມໝາຍວ່າ:  ແມ່ນວັງວຽງເຮັດ

ແນວໃດກ່ອນຈະກາຍມາເປັນເມືອງທ່ອງທ່ຽວທີ່ຍອດນີຍົມຢູ່ລາວ?

 

 



__________________
Anonymous

Date:

Anonymous wrote:

 

ແຕ່ກອ່ນ ມີແຕ່ຖ້ຳຈັງ  

ແຕ່ວັງວຽງໄດ້ກາຍມາເປັນ ສະຖານທີ່ທອ່ງທຽ່ວຍອດນິຍົມຂອງຕ່າງປະເທດໄດ້ຈັ່ງໃດ

 

 


 

1.ອາກາດ:ເຢັນຕະຫລອດປີຍ້ອນຢູ່ເທິງພູ.

2.ນ້ຳຊອງ:ໄຫລແຮງຍ້ອນມັນເປັນໂນນໃຫຍ່ ເຮັດໃຫ້ນ້ຳໃສ,ເປັນຕາລອຍ.

3.ສະຖານທີ່: ມີປ່າໄມ້ຫລາຍ,ເປັນທາງຜ່ານໄປຫລວງພະບາງ,ມີຫນ້າຜາບັງແນ່

4.ມີຖ້ຳ



__________________
Anonymous

Date:

Anonymous wrote:
Anonymous wrote:

 

ແຕ່ກອ່ນ ມີແຕ່ຖ້ຳຈັງ  

ແຕ່ວັງວຽງໄດ້ກາຍມາເປັນ ສະຖານທີ່ທອ່ງທຽ່ວຍອດນິຍົມຂອງຕ່າງປະເທດໄດ້ຈັ່ງໃດ

 

 


 

1.ອາກາດ:ເຢັນຕະຫລອດປີຍ້ອນຢູ່ເທິງພູ.

2.ນ້ຳຊອງ:ໄຫລແຮງຍ້ອນມັນເປັນໂນນໃຫຍ່ ເຮັດໃຫ້ນ້ຳໃສ,ເປັນຕາລອຍ.

3.ສະຖານທີ່: ມີປ່າໄມ້ຫລາຍ,ເປັນທາງຜ່ານໄປຫລວງພະບາງ,ມີຫນ້າຜາບັງແນ່

4.ມີຖ້ຳ


 ນີ້ຄືຕົວຢ່າງຂອງບຸຣຸດຜູ່ທີ່ມີລະດັບການສຶກສາຮູ້ຈັກຕອບຄຳຖາມທີ່ເຂົາຂຽນຖາມອອກມາ.

ຊົມເຊູີຍ.....



__________________
Anonymous

Date:

ວັງວຽງໄດ້ກາຍມາເປັນສະຖານທີ່ຍອດນິຍົມຂອງລາວ ແລະຂອງຕ່າງປະເທດໄດ້ແນວໃດ

ແຕ່ເປັນຫຍັງ ວັງວຽງຈຶ່ງກາຍມາເປັນຄືສະພາບປັດຈຸບັນໄດ້ແບບພິບຕາດຽວ

 

ອັນນີ້ ທ່ານຜູ້ທີ່ມີຄວາມສາມາດດ້ານການຕະຫລາດ ແລະດ້ານການທອ່ງທ່ຽວ ຄວນນຳໄປສຶກສາເພື່ອເປັນບົດຮຽນ ແລະແກ້ໃຂ

ຕາມຂພຈ ຄິດວ່າ ວັງວຽງບໍ່ແມ່ນ ສະຖານທີ່ທອ່ງທ່ຽວທີ່ມີເອກະລັກສະເພາະຕົວຄືດັ່ງ ຫລວງພະບາງ ຫລື ອັງກໍວັດ

ແຕ່ວັງວຽງມີລັກສະນະຄ້າຍຄຽງກັບຫລາຍບອ່ນໃນໂລກ ເຊັ່ນຄ້າຍໆກັບແຖວ ຝລັ່ງ ຫາສວິດ ຫລື ຫລາຍໆປະເທດໄນໂລກ

ແຕ່ວັງວຽງກໍມີ ສາຍນ້ຳຊອງທີ່ເຢັນດີີ ແລະໃສສະອາດດ ພໍດີກັບການຫລິ້ນນ ການກິນນ ແບບມ່ວນຊື່ນນ ບວກໃສ່ກັບບໍລິເວນນັ້ນມີຜາມີຖ້ຳນຳອີກ

ແລະອັນສຳຄັນ ທີ່ສຸດ ແມ່ນວ່າ ປະຊາຊົນຄົນວັງວຽງມີນ້ຳໃຈຕອບຮັບນັກທອ່ງທ່ຽວແບບເປັນກັນເອງ 

ອີກອັນນຶ່ງການ ບໍລິຫານຈັດການດ້ານການທອ່ງທ່ຽວຍັງມີຕ່າງປະເທດເຂ້າມາມີສ່ວນຮ່ວມ ລວມທັງນັກທອ່ງທ່ຽວເອງຍັງອາສາມາຊອ່ຍຄົນລາວນຳອີກ

ແລະອັນສຸດຍອດແທ້ໆນັ້ນ ແມ່ນການນັດພົບ ນັກທອ່ງທ່ຽວດວ້ຍກັນ ທີ່ມີທັງການຫລີ້ນການກິນຢ່າງມ່ວນຊື່ນ ມີການພົບປະສ້າງສັນກັນແບບກັນເອງ

ດັງນັ້ນ ໃນເມື່ອບໍ່ມີ ສິ່ງນີ້ໃຫ້ແລວ້ ວັງວຽງກໍອາດຈະບໍ່ແມ່ນຈຸດນັດພົບຂອງນັກທ່ອງທ່ຽວໄວຄະນອງຈາກທົ່ວໂລກອີກ

 

 

 

 



__________________
Anonymous

Date:

ຖ້າຈະເອົາທັມະຊາດມາວັດແທກວ່າວັງວຽງກາຍມາເປັນບ່ອນທ່ອງທ່ຽວຍອດນິຍົມຢູ່ລາວນັ້ນແມ່ນເປັນໄປ

ບໍ່ໄດ້ ເພາະຍັງມີຫລາຍໆແຫ່ງທີ່ມີທັມະຊາດສວຍງາມກ່ອນເມືອງວັງວຽງ.  ຄວາມຈິງແລ້ວວັງວຽງຍັງບໍ່ສາ

ມາດທີ່ຈະຈັດເຂົ້າຢູ່ໃນລາຍຊື່ເມືອງທ່ອງທ່ຽວຍອດນິຍົມຢູ່ລາວເທື່ອ ແລະ   ໝົດເມືອງລາວກໍມີແຕ່ເມືອງ

ດຽວຄືເມືອງຫລວງພຣະບາງເທົ່ານັ້ນ.ນັກທ່ອງທ່ຽວຕ່າງປະເທດມາທ່ຽວວັງວຽງລ້ວນແລ້ວແຕ່ເປັນພວກ

ເປ້ຖົງຫລື Back Packers ເທົ່ານັ້ນ ແລະ  ພວກນີ້ເປັນພວກຈອນຈັດຫລືສາມາດເອີ້ນເຂົາໄດ້ອີກວ່າເຂົາ

ເປັນພວກ ຮິປປີ ຄ່ຳໃສນອນນັ້ນ, ເຊົ່າໂຮງແຮມຫ້ອງນຶ່ງກໍພັກນຳກັນເປັນສິບ ກິນກໍກິນເຂົ້າຈີ່ປັດເຕນຶ່ງ

ກ້ອນກຸ້ມເປັນມື້.

ພວກນີ້ລຸຫລັ່ງທັ່ງເທເຂົ້າມາວັງວຽງກໍຍ້ອນ ສຸຣາຢາເມົາ ຖ້າປັສະຈາກສອງຢ່າງນີ້ແລ້່ວຢ່າຫວັງວ່າເຂົາຈະ

ເຂົ້າມາ. ຢູ່ວັງວຽງດ ອຳນາດການປົກຄອງອະນຸຍາດໃຫ້ກິນເຫຼົ້າຢູ່ທີ່ທ່ານ້ຳໄດ້ ແລະກໍມີຂາຍ ຫລືແຖມໃຫ້

ຟຣີຖ້າຫາກເຊົ່າຢາງຕີນລົດເພື່ອລ່ອງລອຍລຳນ້ຳຊອງ ນອກນັ້ນຍັງມີຢາເມົາ (ຝິ່ນ-ຊາ-ປຸກເສບ) ຂາຍ

ໃຫ້ເຂົາອີກ. ຢູ່ປະເທດຂອງເຂົາມີກົດໝາຍຫ້າມບໍ່ໃຫ້ກິນເຫຼົ້າຢູ່ທ່ານ້ຳ(Beach/Public parks)ຫລື ສະ

ຖານທີ່ສວນສາທາຣະນະ, ອັນເລື່ອງຢາມຶນເມົານັ້ນຍິ່ງໜັກ ແມ່ນໃຜໃຊ້ຫລືຂາຍແມ່ນຕິດຄຸກໂລດ ບໍ່ຄື

ຢູ່ວັງວຽງທີ່ກິນແລະຂາຍແບບຕະລາເສົດໂລດ. ສິ່ງເຫຼົ່ານີ້ລະທີ່ເຮັດໃຫ້ເມືອງວັງວຽງກັບກາຍໃາເປັນແຫຼ່ງ

ທ່ອງທ່ຽວຂອງພວກເປ້ຖົງນີ້ ມີແຕ່ຄົນບໍ່ຮູ້ວ່າເມືອງທ່ອງທ່ຽວເປັນແນວໃດ ຈຶ່ງພາກັນເຂົ້າໃຈວ່າ ເມືອງ

ວັງວຽງເປັນເມືອງທ່ອງທ່ຽວຍອດນິຍົມຂອງລາວ.

ເມື່ອລັດຖະບານລາວສັ່ງປິດບໍ່ໃຫ້ຂາຍແລະກິນເຫຼົ້າຢູ່ທ່ານ້ຳ ແລະບໍ່ໃຫ້ຂາຍຢາມຶນເມົາ ແລ້ວພວກທ່ານ

ປະກົດເປັນນັກທ່ອງທ່ຽວລຸຫຼັ່ງທັ່ງເທເຂົ້າມາເໝືອນແຕ່ກ່ອນບໍ່?    ກໍບໍ່ປະຕິເສດວ່າບໍ່ມີນັກທ່ອງທ່ຽວ

ຕ່າງປະເທດມາທ່ຽວວັງວຽງ ມີກໍໜ້ອຍແລະກໍເປັນນັກທ່ອງທ່ຽວໂຕຈິງອີກ.

ນີ້ລະຄືສາຍເຫດທີ່ເມືອງວັງວຽງກັບກາຍມາເປັນເມືອງທ່ອງທ່ຽວຍອດນິຍົມຂອງພວກ ຮິປປີ.

 



__________________
Anonymous

Date:

Anonymous wrote:

 

ແຕ່ກອ່ນ ມີແຕ່ຖ້ຳຈັງ  

ແຕ່ວັງວຽງໄດ້ກາຍມາເປັນ ສະຖານທີ່ທອ່ງທຽ່ວຍອດນິຍົມຂອງຕ່າງປະເທດໄດ້ຈັ່ງໃດ

 

 


 And your point is??????????????????????????



__________________


Member

Status: Offline
Posts: 21
Date:

ວັງວຽງບໍ່ໄດ້ແມ່ນ ສະເພາະຮິບປີ້ຢ່າດຽວ ແຕ່ຍັງມີຂັ້ນ vip ຄົນລາວ ໄທ ແລະຄົນຊັ້ນກາງທົ່ວໄປ ທີ່ມັກທຽ່ວແບບຄະນອງ. ນອກຈາກທີ່ພັກລາຄາຖືກ ຍັງມີລີສອດ ຮ້ານອາຫານຊັ້ນດີ ແຕ່ເບິ່ງແລວ້ ນົກທຽ່ວຊັ້ນໃດໃຜກໍໄປຂີ່ກົງເບັງນຳກັນ ໄປຂີ່ຕະລູດ ລອຍນຳ້ ຍອ້ນເຂົາມັກການທອ່ງທຽ່ວແບບທ້າທາຍ ເຊັ່ນການໄປຢູ່ໄປນອນຢູ່ປາຍໄມ້ແບບລີງແບບຂ່າງ ຂີ່ສລິງຂ້າມພູຂ້າມເຫວ ກໍມີທັງເຫລົ້າທັງເບັຍ ມີທັງຜູ້ເຖົ້າແລະເດັກນອ້ຍ ພວກຈັດການທ່ອງທຽ່ວ ເອົາເຂົາໄປຖອກຈຸດນຶ່ງແລວ້ ປອ່ຍໃຫ້ເຂົາເດີນຕໍ່ ທາງຍ່າງກໍພໍແຕ່ໃຫ້ລອດໄປໄດ້




__________________
Anonymous

Date:

ຢາກເອົາຮູບງາມໆຂອງວັງວຽງມາລົງໃຫ້ເບິ່ງ ແຕ່ລືມວິທີແລ້ວ

ໃຜທີຍັງມີ link ແປງຮູບຊ່ວຍບອກແດ່ຈະໄດ້ເອົາຮູບງາມໆມາລົງ

 

ຂອບໃຈ



__________________
Anonymous

Date:

Anonymous wrote:

ຢາກເອົາຮູບງາມໆຂອງວັງວຽງມາລົງໃຫ້ເບິ່ງ ແຕ່ລືມວິທີແລ້ວ

ໃຜທີຍັງມີ link ແປງຮູບຊ່ວຍບອກແດ່ຈະໄດ້ເອົາຮູບງາມໆມາລົງ

 

ຂອບໃຈ


 ສາມາດເຮັດໄດ້ ສອງວິທີ 

1, ກອບ url ມາລົງໃສ່ ໄອຄອນສີຂຽວ ຢູ່ເທິງນີ້

2, ເອົາຮູບ ທີ່ຕອ້ງການໄປລົງໄວ້ ບອ່ນ ເວບທີ່ຮັບຝາກຮູບ ແລວ້ ປະຕິບັດຕາມຂໍ້ 1

ຕົວຢ່າງ ຮູບນີ້ແມ່ນ ດຶງມາຈາກ ເວບ 

 

tubing-in-VangVieng.jpg

 

images?q=tbn:ANd9GcTTpp4mghMSqpQam_f4_SIANzc3vwDx8GJInOpKpjnn7OEf0Qku

images?q=tbn:ANd9GcRWpnZSodNq1od8BLXS2B1SpDxt7VxnhvqRaAEdYItZv3WYPzhu0A

images?q=tbn:ANd9GcT1L_0HqOzlZCIhAAtyRU0X4turuSemXyuo7WNKCwW9OFcVSmEQRQ

images?q=tbn:ANd9GcTjnx4KltV9tLLQup3rKkG-cg0n001EL0FQ5lOY45zr_txXgOxQtQ

 

2152012215048_Vang%20Vieng3.jpg



__________________
Anonymous

Date:

Anonymous wrote:
Anonymous wrote:

you fukin know it, but you are still asking. so bored.


 If he fukking knew it, I don't think he would ask for it. 

He's asking how come Vang Vieng turned to be a popular

tourist town from the beginning.

ຄົນລາວອ່ານພາສາລາວບໍ່ເຂົ້າໃຈເບາະ? ຄຳຖາມຂອງເລົາມີຄວາມໝາຍວ່າ:  ແມ່ນວັງວຽງເຮັດ

ແນວໃດກ່ອນຈະກາຍມາເປັນເມືອງທ່ອງທ່ຽວທີ່ຍອດນີຍົມຢູ່ລາວ?

 

 


 ເລົາ = ?

ບໍ່ແມ່ນລາວບໍ່ ?



__________________
Anonymous

Date:

ລາຍການຍອດນິຍົມຂອງນັກທອ່ງທຽ່ວ ຢູ່ວັງວຽງ ຊຶ່ງສວ່ນຫລາຍແມ່ນພວກເປ້ຖົງ :

1. ຂີ່ກົງເບັງ ຫລີ້ນນ້ຳ ໂດດນ້ຳ (ຊຶ່ງຖ້າບໍ່ມີສິ່ງນີ້ ນັກທອ່ງທ່ຽວຈຳນວນຫລາຍອາດຂາດຫາຍໄປ)

2. ທ່ຽວເບິ່ງຖ້ຳ

3. ພາຍເຣືອລອ່ງແພ

4. ປີນຜາ ຂີ່ລົດຖີບ ຍ່າງຕາມປ່າ

5. ດື່ມເບັຍ ມ່່ວນແຊວກັບດົນຕີ

6. ນັ່ງກິນ ດື່ມ ຟັງເພງຫລືຕາມຣ້ານອາຫານ 

7. ນັກຜອ່ນຢອ່ນອາລົມຢູ່ຕາມຖຽງແຄມນ້ຳທີ່ມີເປໃຫ້ນອນເວັນແລະອ່ານຫນັງສື

8.  ພົບປະ ແບບເປັນກັນເອງ ກັບປະຊາຊົນ 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard