Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດນິຍົມການໃຊ້ລົດຂອງຄົນລາວຢູ່ເມືອງລາວ


Newbie

Status: Offline
Posts: 4
Date:
ລົດນິຍົມການໃຊ້ລົດຂອງຄົນລາວຢູ່ເມືອງລາວ


Hyundai-2012-New-Sonata-MT-pictures (1).jpgດັ່ງທີ່ຮູ້ຈັກກັນດີກັບຄຳວ່າເມຍຊື້ສົດລົດຊື້ຜ່ອນ, ແຕ່ກອ່ນໃຊ້ບໍ່ໄດ້ກັບຄົນລາວເພາະຄົນລາວເວລາໄປຊື້ລົດຫລືສີ່ງຂອງຕ່າງໆແມ່ນຈະຊື້ດ້ວຍເງີນສົດທັງນັ້ນ, ໂດຍສະເພາະຖ້າເປັນວັດຖຸລາຄາແພງໆແມ່ນຕ້ອງເປ້ເງີນໃສ່ຖົງໄປຊື້ໂລດ. ແຕ່ປະຈຸບັນນີ້ສັງຄົມປ່ຽນໄປ, ຄວາມຈະເລີນທາງດ້ານເຕັກໂນໂລຊີເຂົ້າມາ, ຄົນລາວມີເງີນຝາກໃນທະນາຄານເປັນຮ້ອຍໆລ້ານ, ມີການນຳໃຊ້ບັດ Credit ແທ່ນເງີນສົດ. ສະນັ້ນເວາໄປຊື້ລົດກໍ່ບໍ່ໄດ້ແບກເງີນໄປອີກແລ້ວ, ພຽງແຕ່ຂຽນເຊັກສໃຫ້ຫລືໂອນເຂົ້າບັນຊີຂອງຮ້ານຂາຍລົດກໍ່ຈົບ.

ຄວາມນິຍົມການໃຊ້ລົດຂອງຄົນລາວກໍ່ມີຫລາກຫລາຍແລ້ວແຕ່ຖານະຂອງແຕ່ລະຄົນ, ແລະໃນປະຈຸບັນນີ້ກໍ່ມີລົດຈາກ ເກົາຫລີ ແລະຈີນເຂົ້າມາຫລາຍ, ລາຄາກໍ່ຖືກ, ຄຸນນະພາບກໍ່ພໍໃຊ້. ທີ່ສຳຄັນສາມາດຜ່ອນຍາວໄດ້ເຖີງ5 ປີ ກັບດອກເບ້ຍ 08.5%, ຈ່າຍກ່ອນ 30%.

ຄົນມີເງີນກະມັກຊື້ລົດປະເພດ Toyota (Vigo, Prado, Lan Cruiser, Forturner, Camry)

ຄົນລວຍໆແດ່ໆກະຊື້ Lexus, BMW, Mercedes Bence....

ຄົນລະດັບກາງໆ ກໍ່ຕ້ອງ: Hyundai (Sonanta, Elantra......) price: from 23000-41000 USDollars

ຄົນມີເງີນນ້ອຍ ຫລືພະນັກງານລັດລະດັບຕົ້ນໆກໍ່ ຊື້: ລົດຈາກປະເທດຈີນ, ມາເລເຊຍ....ເປັນຕົ້ນ.

ແຕ່ຂ້າພະເຈົ້າມັກລົດເກົາຫລີເພາະຮູບຊົງສວຍງາມບາດໃຈສາວໆ, ລາຄາກໍ່ພໍຟັງ. ປະຈຸບັນນີ້ກໍ່ເອົາມາຂັບຫລີ້ນຄັນຫນື່ງ Hyundai Sonata MT

 

 



Attachments
__________________
Anonymous

Date:

ນີ້ແມ່ນຣົຖຂ້ານ້ອຍຂີ່ໄປຈອດ Diode ໃສ່ແຜ່ນ Board ໃຫ້ເຖົ້າແກ່ເຈັກໄທເປ ຕັ້ງແຕ່ 6 ໂມງເຊົ້າຮອດ 3 ໂມງແລງ

ທຸກໆວັນຈັນຫາວັນເສົາ.



__________________
Anonymous

Date:

ຂ້າພະເຈົ້າວ່າຄົນລາວຈຳນວນນື່ງຄິດຜິດແລ້ວ ເພາະມີເງິນແລ້ວໄປຊື່ລົດມາຂີ່ ບາດລົດປີ້ນແລ້ວເພີ່ນກໍຕາຍ ແຕ່ມີຄົນລາວຈຳນວນໜື່ງທີ່ມີແນວຄິດດີກວ່ານີ້ ຄືຖ້າມີເງີນແລ້ວເອົາໄປຊື້ເມັຽດີກວ່າເພາະປີ້ນຄ້ວມປີ້ນຫງາຍກະບໍ່ຕາຍເດີພິ່ນ້ອງເອີຍ



__________________
Anonymous

Date:

ຢ່າວ່າແຕ່ລົດເທາະພໍ່ອາວທີ່ຜ່ອນສົ່ງນັ້ນ. ແຖວບ້ານຂ້ອຍ ຈັກໄຖນາ ເຄື່ອງສຽງ ແມ່ນແຕ່ ຖ້ວຍບ່ວງ ຄວ່ງຈານ

ໝູ່ນີ້ ກະໄດ້ຜ່ອນສົ່ງໝົດ. ໂດຍສະເພາະແມ່ນອີ່ນາຍເຈັກ ຢູ່ເມືອງແສນນັ້ນ ຜົວກະບໍ່ມີ ເບິ່ງມັນເຮັດວຽກຮ້າຍກວ່າ

ຜູ່ຊາຍອີກ ມີຮອດສອງສາມຮ້ານ. ໄປຫາຍາມໃດມັນບອກໂລດ ເອົາໄປໃຊ້ກ່ອນ ເຮັດນາແລ້ວຈັ່ງມາຜ່ອນກະໄດ້.

ແຕ່ລາຄານັ້ນຕິ ເບິ່ງມັນດຶງຂື້ນຕັ້ງ20% .

 ເຈົ້າຊື້ລົດຜ່ອນສົ່ງດອກເບັ້ຍ 8% ນີ້ຖືວ່າແພງເກີນໄປແລ້ວໂດຍສະເພາະ ໃນສະຖານະລົດລົ້ນຕະຫຼາດຄືທຸກວັນນີ້.



__________________
Anonymous

Date:

Anonymous wrote:

ຢ່າວ່າແຕ່ລົດເທາະພໍ່ອາວທີ່ຜ່ອນສົ່ງນັ້ນ. ແຖວບ້ານຂ້ອຍ ຈັກໄຖນາ ເຄື່ອງສຽງ ແມ່ນແຕ່ ຖ້ວຍບ່ວງ ຄວ່ງຈານ

ໝູ່ນີ້ ກະໄດ້ຜ່ອນສົ່ງໝົດ. ໂດຍສະເພາະແມ່ນອີ່ນາຍເຈັກ ຢູ່ເມືອງແສນນັ້ນ ຜົວກະບໍ່ມີ ເບິ່ງມັນເຮັດວຽກຮ້າຍກວ່າ

ຜູ່ຊາຍອີກ ມີຮອດສອງສາມຮ້ານ. ໄປຫາຍາມໃດມັນບອກໂລດ ເອົາໄປໃຊ້ກ່ອນ ເຮັດນາແລ້ວຈັ່ງມາຜ່ອນກະໄດ້.

ແຕ່ລາຄານັ້ນຕິ ເບິ່ງມັນດຶງຂື້ນຕັ້ງ20% .

 ເຈົ້າຊື້ລົດຜ່ອນສົ່ງດອກເບັ້ຍ 8% ນີ້ຖືວ່າແພງເກີນໄປແລ້ວໂດຍສະເພາະ ໃນສະຖານະລົດລົ້ນຕະຫຼາດຄືທຸກວັນນີ້.


 ສະແດງວ່າຄົນເມືອງແສນເປັນຄົນທີ່ໜ້າເຊື່ອຖືຫລາຍກ່ວາຄົນບ້ານຫີນສິ່ວ ອີ່ນາຍເຈັກໂສດຄົນນັ້ນຈຶ່ງກ້າ

ໃຫ້ເຂົາເຈົ້າຊື້ເຄື່ອງຕິດໜີ້ ແຕ່ດອກເບັ໊ຽ 20% ສູງເກີນໄປສໍາລັບປະຊາຊົນເມືອງແສນ ຖ້າພໍ່ເຖົ້າຄໍາໄຕ

ຮູ້ເລື່ອງນີ້ ອີ່ນາຍເຈັກອາດໄປຢູ່ຄຸກຂີ້ໄກ່ດົນແລ້ວໃນຄະດີຂູດເນື້ອເຖືອໜັງພໍ່ແມ່ພີ່ນ້ອງປະຊາຊົນຕໍາດໍາໆ.

ຄວາມຈິງແລ້ວ, ຄົນລາວສ່ວນຫລາຍບໍ່ມັກຂີ່ກ່ອນຜ່ອນລຸນເພາະຣົຖຣາຄາບໍ່ຮອດແສນໂດລາ ເຂົາຊື້ເງິນ

ສົດໂລດ ຂີ່ເພກໍ່ຂື້ຄັນໃໝ່ມາຂີ່.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard