Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ
Anonymous

Date:
ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ

ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ  temporarily out of service  ເລີຍໆແທ້ ສ້າງຄວາມບໍ່ສະດວກໃຫ້ແກ່ລູກຄ້າ ເປັນຮອດທະນາຄານໃຫຍ່ ປັບປຸງແນ່ ທ່ານເອີຍ.

__________________
Admin

Date:
RE: ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ

Anonymous wrote:

ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ  temporarily out of service  ເລີຍໆແທ້ ສ້າງຄວາມບໍ່ສະດວກໃຫ້ແກ່ລູກຄ້າ ເປັນຮອດທະນາຄານໃຫຍ່ ປັບປຸງແນ່ ທ່ານເອີຍ.

1. ລະບົບສື່ສານຂັດຂ້ອງ

2. ເງິນໃນຕູ້ຢູ່ໃນລະດັບຕຳ່

3. ເຊີບເວີ່ ທະນາຄານຢູ່ສູນກາງຫລົ້ມ

4. (...)

__________________
Anonymous

Date:

ສົງໃສເງິນໝົດ ເພາະມີຄົນໃຊ້ບໍລິການຫຼາຍ ທັງພາຍໃນ ແລະ ນັກທ່ອງທ່ຽວຈາກຕ່າງປະເທດ

__________________
Anonymous

Date:

ເງິນໃນຕູ້ໝົດ ບໍ່ແມ່ນຕູ້ເພດອກ

ມີຫຼາຍທະນາຄານໃນລາວ ແຕ່ຄົນລາວບໍ່ໃຊ້ ພາກັນໃຊ້ແຕ່ທະນາຄານນີ້

ທະນາຄານພັດທະນາລາວ ຕູ້ເອທີເອັມມີຮອດເຄື່ອງປັບອາກາດ ແຕ່ຄົນລາວຍັງບໍ່ຢາກໃຊ້

ກໍ່ອົດທົນກັນໄປຫັ້ນແຫຼະເນາະພີ່ນ້ອງຄົນລາວເຮົາເອີ່ຍ

 ທະນາຄານພັດທະນາລາວມັກມີການສວມຮອຍລູກຄ້າເພື່ອຍັກຍອກເອົາເງິນໃນບັນຊີ ໂດຍສະເພາະໃນບັນຊີທີ່ບໍ່ມັກມີການເຄື່ອນໄຫວ

ແມ່ນໃຜຊິຢາກໄປໄກ້ ເພາະເຂົາຮູ້ກັນໝົດແລ້ວ

__________________
Anonymous

Date:

ທະນາຄານ ພັດທະນາລາວ ແລະທະນາຄານລາວພັດທະນາ ແຕກຕ່າງກັນບໍ່

__________________
Anonymous

Date:

Anonymous wrote:

ທະນາຄານ ພັດທະນາລາວ ແລະທະນາຄານລາວພັດທະນາ ແຕກຕ່າງກັນບໍ່

 ທະນາຄານລາວພັດທະນາບໍ່ມີຕີ ບໍ່ເຄີຍໄດ້ຍິນ

__________________
Anonymous

Date:

Admin wrote:
Anonymous wrote:

ຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວຄືມັກປິດບໍລິການຊົ່ວຄາວ  temporarily out of service  ເລີຍໆແທ້ ສ້າງຄວາມບໍ່ສະດວກໃຫ້ແກ່ລູກຄ້າ ເປັນຮອດທະນາຄານໃຫຍ່ ປັບປຸງແນ່ ທ່ານເອີຍ.

1. ລະບົບສື່ສານຂັດຂ້ອງ

2. ເງິນໃນຕູ້ຢູ່ໃນລະດັບຕຳ່

3. ເຊີບເວີ່ ທະນາຄານຢູ່ສູນກາງຫລົ້ມ

4. (...)

 99.99% is number 2.

__________________
Anonymous

Date:

ສະດວກ ວ່ອງໄວ ທັນໃຈ 555555555555

ບໍ່ແມ່ນແຕ່ເລື່ອງເອທີເອັມ ເລື່ອງອື່ນກະຊ້າ

__________________
Anonymous

Date:

Anonymous wrote:

ສະດວກ ວ່ອງໄວ ທັນໃຈ 555555555555

ບໍ່ແມ່ນແຕ່ເລື່ອງເອທີເອັມ ເລື່ອງອື່ນກະຊ້າ

 ຄົນໃຕ້: ຂ້າພະເຈົ້າກໍບໍ່ເຂົ້າໃຈຄືກັນ. ບາດເວລາໂຄສະນາຄືເອົາແທ້ເອົາວ່າ, ທັງວ່ອງທັງໄວ,ທັງສະດວກສະບາຍ,ທັງຊື່ທັງສັດ, ທັງອ່ອນທັງຫວານ ຈົນບໍ່ຈັກຊິຟັງ. ບາດວ່າໄປບໍລິການແທ້ໆມັນກາຍເປັນ: ບໍ່ຈັກເຊີ້ຈັກຊ້າ,ບໍ່ວ່ອງບໍ່ໄວ,ບໍ່ສະດວກສະບາຍ ບາງເທື່ອ

ຫນັ່ງຖ້າຕັ້ງເປັນຊົ່ວໂມງ,ພະນັກງານທະນາຄານເກືອບວ່າທຸກທະນາຄານຄືກັນຫມົດ, ບໍ່ວ່າແຕ່ທະນາຄານບັນດາເຄືອຄ່າຍໂທລະສັບມືຖືກໍຄືກັນ.ເຕີມເງິນ 10,000ກີບໂທບໍ່ໄດ້ພໍສາມນາທີ່ປີດ. ບາດວ່າໂຄສະນາຫັ້ນນາຄືວ່າທັງປະຫຍັດທັງວ່ອງໄວ. ສາມຈີໂຄດຊ້າຫນັ່ງຖ້າເພີ່ນດາວໂຫຼດຕັ້ງເປັນ 10ນທ ບາງເທື່ອຫຼຸດຊ້ຳເວົ້າມາແລ້ວປວດຫມອງແຕ່ກໍບໍ່ມີທາງເລືອກກໍເລີຍອົດໄປຕາມກຳ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard