Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ​ສໍ້​ລາດ​ບັງ​ຫລວງ-ສໍ້​ຫລວງ​ບັງ​ລາດ.
ປ.3 ບ້ານນອກ

Date:
​ສໍ້​ລາດ​ບັງ​ຫລວງ-ສໍ້​ຫລວງ​ບັງ​ລາດ.


 

ເຫັນ​ຄົນ​ເວົ້າ​ກັນ ສໍ້​ລາດ​ບັງ​ຫລວງ ແລະ ສໍ້​ຫລວງ​ບັງ​ລາດ ຄື​ຜູ້​ຂ້າ​ນີ້​ກໍ​ມັກ​ເວົ້າ​ຕິດ​ປາກ​ຕະ​ຫລອດ ແຕ່ບໍ່​ເຂົ້າ​ໃຈ​ວ່າ

ຄຳ​ເວົ້າ​ເຫຼົ່າ​ນີ້​ແມ່ນ​ມາ​ຈາກ​ໃສ​ຈຶ່ງ​ເປັນ ສໍ້​ລາດ​ບັງ​ຫລວງ-ສໍ້​ຫລວງ​ບັງ​ລາດ? ຖ້າ​ທ່ານ​ຜູ້​ໃດ​ຮູ້​ກະ​ລຸ​ນາ​ອະ​ທິ​ບາຍ​ໃຫ້

ແດ່​ພໍ​ຈະ​ເກັບ​ກຳ​ເອົາ​ໄວ້​ເປັນ​ຄວາມ​ຮູ້.

ຂອບ​ໃຈ​ລ່ວງ​ໜ້າ​ມາ​ນະ​ໂອ​ກາດ​ນີ້​ດ້ວຍ.

ປ.3 ບ້ານນອກ.



__________________
Anonymous

Date:

ຄຳວ່າ ສໍ້ລາດບັງຫລວງແມ່ນອອກມາຈາກຄຳເຫຼົ່ານີ້ປະສົມເຈົ້າກັນ:

 

ສໍ້ = ໂກງ

ລາດ = ລາດສະດອນ

ບັງ = ທະນາຄານ ( Banque or Bank ) (ຄຳວ່າ ບັງ ບໍ່ແມ່ນປິດບັງດັ່ງຫລາຍໆຄົນພາກັນເຂົ້າໃຈ)

                             ພາສາຝຣັ່ງ ອອກສຽງເປັນ ບັງ ພາສາອັວກິດອອກສຽງເປັນ ແບງ

                                          ຫລືແປອີກຄຳນຶ່ງກໍຄື ທະນາບັດ ນັ້ນເອງ

ຫລວງ = ຂອງລັດ-ຂອງສ່ວນຮວມ-ຂອງປະເທດ

 

ສໍ້ລາດ = ໃຊ້ສິດອຳນາດຍາດແຍ່ງເອົາສັບສົມບັດຂອງປະຊາຊົນມາເປັນຂອງຕົນເອງ, ໄລ່ທີ່ປະຊາຊົນ

            ຫລືຈ່າຍຄ່າຊົດເຊີຍດ້ວຍລາຄາຕ່ຳໆ, ລັກຂາຍສັບພະຍາກອນຂອງຊາດທີ່ປະຊາຊົນທຸກຄົນ

            ເປັນເຈົ້າຂອງແລ້ວເອົາເງິນເຂົ້າຖົງຕົນເອງ

 

ບັງຫລວງ = ສໍ້ອັນນີ້ແມ່ນສໍ້ໂກງກິນເງິນສ່ວນຮວມຂອງຊາດແລະປະຊາຊົນກໍຄືປະເທດຊາດທີ່ຢູ່ໃນ

                ທະນາຄານຫລວງ

 

ສໍ້ລາດບັງຫລວງ ມີຄວາມໝາຍທຽບເທົ່າກັບພາສາສາກົນ ຄໍຣັປຊັນ (Corruption) ນັ້ນເອງ, ສ່ວນ

ສໍ້ຫລວງບັງລາດ ນັ້ນມັນເປັນຄຳເວົ້າແບບພາສາຕະລາດເທົ່ານັ້ນ ຈະໃຊ້ໃນພາສາລັດຖະການບໍ່ໄດ້.

 

ຖ້າຜິດພາດຂໍອະໄພນຳ.



__________________
Anonymous

Date:

ຂ້ອຍເລີ້ມໄດ້ຍິນຄໍານີ້ຕອນພວກແນວລາວເຂົ້າມາວຽງຈັນຫຼັງຈາກມີການເຊັນສັນຍາສັນຕິພາບ 1973

ແຕ່ກ່ອນກໍ່ບໍ່ເຄີຍໄດ້ຍິນດອກເພາະບໍ່ເຄີຍຢູ່ສອງແຂວງທີ່ໝັ້ນ.

ຕາມທີ່ອົງແຮວອະທິບາຍສູ່ຟັງ, ສໍ້ລາດບັງຫຼວງໝາຍຄວາມວ່າເຈົ້ານາຍຂູດຮີດເອົາເງິນນໍາປະຊາຊົນ

ໂດຍບໍ່ໃຫ້ຫຼວງຮູ້. ຕົວຢ່າງ: ຕໍາລວດໃໝເງິນນໍາຜູ່ຂັບລົດຜິດກົດຈາລະຈອນແຕ່ບໍ່ເອົາເງິນທີ່ປັບໃໝ

ໄດ້ນັ້ນໄປເຂົ້າຄັງຫຼວງ ຍັດເຂົ້າຖົງຕົນເອງ.

ສໍ້ຫຼວງບັງລາດໝາຍຄວາມວ່າເຈົ້ານາຍເອົາໜ້າປະຊາຊົນຜູ່ທຸກຈົນໄປອ້າງອົງຄະນາຍາດສາກົນເພື່ອ

ຂໍເງິນຊ່ອຍເຫຼືອຕ່າງໆ ແຕ່ເມື່ອໄດ້ເງິນມາແລ້ວພັດລັກເອົາໃຫ້ເມຍໄປຝາກທະນາຄານສະວິດ ແລະ

ມາບອກປະຊາຊົນວ່າສາກົນຊ່ອຍແຕ່ 20 ກີບ ທີ່ແທ້ເຂົາຊ່ອຍ 100 ກີບ ແຕ່ເມຍເພິ່ນເອົາໄປ 80 ກີບ.

 



__________________
Anonymous

Date:

Anonymous wrote:

ຄຳວ່າ ສໍ້ລາດບັງຫລວງແມ່ນອອກມາຈາກຄຳເຫຼົ່ານີ້ປະສົມເຈົ້າກັນ:

 

ສໍ້ = ໂກງ

ລາດ = ລາດສະດອນ

ບັງ = ທະນາຄານ ( Banque or Bank ) (ຄຳວ່າ ບັງ ບໍ່ແມ່ນປິດບັງດັ່ງຫລາຍໆຄົນພາກັນເຂົ້າໃຈ)

                             ພາສາຝຣັ່ງ ອອກສຽງເປັນ ບັງ ພາສາອັວກິດອອກສຽງເປັນ ແບງ

                                          ຫລືແປອີກຄຳນຶ່ງກໍຄື ທະນາບັດ ນັ້ນເອງ

ຫລວງ = ຂອງລັດ-ຂອງສ່ວນຮວມ-ຂອງປະເທດ

 

ສໍ້ລາດ = ໃຊ້ສິດອຳນາດຍາດແຍ່ງເອົາສັບສົມບັດຂອງປະຊາຊົນມາເປັນຂອງຕົນເອງ, ໄລ່ທີ່ປະຊາຊົນ

            ຫລືຈ່າຍຄ່າຊົດເຊີຍດ້ວຍລາຄາຕ່ຳໆ, ລັກຂາຍສັບພະຍາກອນຂອງຊາດທີ່ປະຊາຊົນທຸກຄົນ

            ເປັນເຈົ້າຂອງແລ້ວເອົາເງິນເຂົ້າຖົງຕົນເອງ

 

ບັງຫລວງ = ສໍ້ອັນນີ້ແມ່ນສໍ້ໂກງກິນເງິນສ່ວນຮວມຂອງຊາດແລະປະຊາຊົນກໍຄືປະເທດຊາດທີ່ຢູ່ໃນ

                ທະນາຄານຫລວງ

 

ສໍ້ລາດບັງຫລວງ ມີຄວາມໝາຍທຽບເທົ່າກັບພາສາສາກົນ ຄໍຣັປຊັນ (Corruption) ນັ້ນເອງ, ສ່ວນ

ສໍ້ຫລວງບັງລາດ ນັ້ນມັນເປັນຄຳເວົ້າແບບພາສາຕະລາດເທົ່ານັ້ນ ຈະໃຊ້ໃນພາສາລັດຖະການບໍ່ໄດ້.

 

ຖ້າຜິດພາດຂໍອະໄພນຳ.


 ບັງ = ທະນາຄານ ( Banque or Bank ) (ຄຳວ່າ ບັງ ບໍ່ແມ່ນປິດບັງດັ່ງຫລາຍໆຄົນພາກັນເຂົ້າໃຈ)

ຂພຈ ຄິດວ່າຄືຊິແມ່ນ ປິດບັງ ຫຼາຍກວ່າ ຈຶ່ງຈະເຂົ້າກັບຄວາມຫມາຍຄົບຖ້ວນກວ່າ

ອີກຢ່າງໃນນັ້ນສາມສີ່ຄຳເປັນພາສາລາວ ແລ້ວຄຳນັ້ນພັດເປັນຝຣັ່ງ ມັນແນວໃດແນວນຶ່ງຢູ່

ຮພ



__________________
Anonymous

Date:

ຂ້າພະເຈົ້າຂໍແລກປ່ຽນຄຳເຫັນນຳບັນດາທ່ານທັງຫລາຍ ຖ້າເຫັນວ່າບໍ່ຖືກກໍ່ຖີ້ມໄປເນາະ

ຄຳວ່າ: "ສໍ້ລາດ ບັງຫຼວງ", ຄຳສັບນີ້ມາຈາກ2ພາກສ່ວນປະກອບເຂົາກັນ ຖ້າຂະຫຍາຍຄວາມກໍ່ຄື:

ສໍ້ໂກງເອົາເງີນຫລືຊັບສີນຂອງຊາດຂອງສ່ວນລວມ ແລ້ວສ້າງສີ່ງໃດສີ່ງໜື່ງ ຫຼືສ້າງເງື່ອນໄຂ ເຫດຜົນ

ໃດໜື່ງຂື້ນເປັນຂໍ້ອ້າງປົກປິດ ເພື່ອບໍ່ໃຫ້ເອົາຜິດຜູ້ກະທຳໄດ້. ດັ່ງຫລາຍທ່ານເຄີຍຍົກມາ Post ເລື່ອງ

ພາສີ ໂກງເອົາເງີນເຂົາຖົງໂຕເອງ ແລ້ວກໍ່ປົກປິດບໍ່ໃຫ້ກົດໝາຍເອົາຜິດໄດ້

ພງ ລັດຜູ້ມີອຳນາດສວຍໃຊ້ໜ້າທີ່ສົມຮູ້ຮ່ວມຄິດກັບພໍ່ຄ່າໄມ້ ໂດຍໃຊ້ໜັງສືອານຸຍາດໃບດຽວຕັດໄດ້

ທຸກທີ່ ແລະ ບໍ່ມີອາຍຸ ດັ່ງນີເປັນຕົ້ນ

 

ສ່ວນຄຳວ່າ: "ສໍ້ຫລວງ ບັງລາດ", ຄົງຈະແມ່ນ ພວກສວຍໃຊ້ໜ້າທີ່ ເອົາໜ້າປະຊາຊົນອອກຂາຍ ໄປ

ຂໍງົບນຳລັດຖະບານ ເພື່ອໄປຊ່ວຍເຫຼືອບັນເທົາທຸກ, ໄປສ້າງອັນນັ້ນ ອັນນີ້. ບາດໄດ້ເງີນແລ້ວ ບໍ່ເຖີງ

ປະຊາຊົນ ຫຼືເຖີງກໍ່ບໍ່ເຕັມສ່ວນ

 



__________________
Anonymous

Date:

ປ.3 ບ້ານນອກ wrote:

 

ເຫັນ​ຄົນ​ເວົ້າ​ກັນ ສໍ້​ລາດ​ບັງ​ຫລວງ ແລະ ສໍ້​ຫລວງ​ບັງ​ລາດ ຄື​ຜູ້​ຂ້າ​ນີ້​ກໍ​ມັກ​ເວົ້າ​ຕິດ​ປາກ​ຕະ​ຫລອດ ແຕ່ບໍ່​ເຂົ້າ​ໃຈ​ວ່າ

ຄຳ​ເວົ້າ​ເຫຼົ່າ​ນີ້​ແມ່ນ​ມາ​ຈາກ​ໃສ​ຈຶ່ງ​ເປັນ ສໍ້​ລາດ​ບັງ​ຫລວງ-ສໍ້​ຫລວງ​ບັງ​ລາດ? ຖ້າ​ທ່ານ​ຜູ້​ໃດ​ຮູ້​ກະ​ລຸ​ນາ​ອະ​ທິ​ບາຍ​ໃຫ້

ແດ່​ພໍ​ຈະ​ເກັບ​ກຳ​ເອົາ​ໄວ້​ເປັນ​ຄວາມ​ຮູ້.

ຂອບ​ໃຈ​ລ່ວງ​ໜ້າ​ມາ​ນະ​ໂອ​ກາດ​ນີ້​ດ້ວຍ.

ປ.3 ບ້ານນອກ.


 ເວົ້າວ່າສໍ້ລາດບັງຫຼວງມັນຄືວ່າໂກ້ ປານພະເອກ

ມັນຕ້ອງສະຫຼາດຕົວະ ມັນຈັ່ງເຮັດໄດ້

ແຕ່ນີ້ຕໍ່ໄປໃຫ້ເອີ້ນວ່າ ບັກຂີ້ລັກ ອີ່ຂີ້ລັກ  ຢ່າງເປັນທາງການເນີ

ມັນຈັ່ງເຂົ້າໃຈງ່າຍ



__________________
Anonymous

Date:

ฉ้อ = โกง

ราษฎร์ = ราษฎร ประชาชน

บัง = ยักยอก

หลวง = รัฐ ส่วนกลาง( ใหญ่  เรียกพระมหากษัตริย์ ว่า พ่อหลวง ในหลวง  ต่อมาเลยเรียกสมบัติทางราชการ

          ว่าของหลวง  รถหลวง เงินหลวง   แต่ทางหลวงมาจาก ทางใหญ่  ดงหลวง หรือดงใหญ่ไม่ได้เป็นดงของทางราชการแต่อย่างใด

 

 



__________________
Anonymous

Date:

ເຫັນດີນຳມັນເປັນສັນຍາລັກຂອງພວກ ຜີເຜດ ພວກປາກວ່າຕາເຫລ່ ຕົກແຕ່ງຄຳເວົ້າວ່າເຮັດເພື່ອຊາດເພື່ອປະຊາຊົນ ແຕ່ອາໃສຫນ້າທີ່ຕຳແຫນ່ງ ສໍ້ໂກງ ສ້າງຄວາມຮັ່ງມີໃຫ້ຄອບຄົວແລະພວກພ້ອງ ພວກນີ້ຖ້າໄຜຕິຕຽນຫຼືວິພາກວິຈານບໍ່ໄດ້ມີແຕ່ຍ້ອງກັບຍ້ອງຈັ່ງຢູ່ໄດ້. ອັນນີ້ລະສັນຍາລັກແຫ່ງການສໍ້ໂກງ ປະເທດທີມີໂອກາດສໍ້ໂກງຫລາຍທີ່ສຸດຄືປະເທດຄອມມູຍນີດຍ້ອນການກວດສອບ ເອົາແຕ່ສະມາຊິກພັກກວດກາກັນ ສ່ວນປະເທດທີມັກຈັບຜິດກັນຄືປະເທດນາຍທຶນທີຍາດແຍ່ງຄວາມດີຄວາມຊອບເອົາຄະແນນສຽງຈາກປະຊາຊົນໃຫ້ເລືອກພວກຕົນເອງກະຄືປະເທດນາຍທືນ ຖ້າບໍລິຫານບໍດີປະຊາຊົນບໍ່ເລືອກເຂົ້າມາ ແລະບໍເຫັນເຂົາຍ້ອງຍໍຜູ້ນຳສລາດສ່ອງໃສຈັກເທືອ ມີແຕ່ດ່າກັນປານຫັຍງ.



__________________
Anonymous

Date:

ຈາກຄົນໄທໄຕ້

ຄຳວ່າສໍ້ລາດບັງຫລວງ-ສໍ້ຫລວງບັງລາດ ຂ້າພະເຈົ້າເອງກໍບໍຮູ້ວ່າ ເລີມມີຄຳເວົ້ານີ້ມາແຕ່ໄລຍະໃດແທ່ , ແຕ່ໃນການປົກຄອງຂອງລະບອບເກົ່າຂ້າພະເຈົ້າກໍໄດ້ຍີນຢູ່ໃດ

ເພາະທຸກລະບອບຕາມຄວາມເປັນຈີງທີ່ຫລັິກລ້ຽງບໍ່ໄດ້ແມ່ນມີຄົນດີແລະຄົນຊົ່ວປະປົນກັນໃນການບໍລິຫານບ້ານເມືອງ,

ພວກທີ່ຖືກແຕ່ງຕັ້ງຢູ່ໃນການຈັດຕັ້ງຂອງລັດ ຖ້າສວຍໂອກາດເອົາວັດຖຸຫລືຊັບສິນຂອງລັດຫລືຂອງສວ່ນລວມນັ້ນມາເປັນຂອງໂຕເອງບໍ່ວ່າເງື່ອນໄຂໃດໆກໍຕາມເຂົາວ່າ ສໍ້ຫລວງບັງລາດ

ພວກທີ່ຖືກແຕ່ງຕັ້ງຢູ່ໃນການຈັດຕັ້ງຂອງລັດ ຖ້າສວຍໂອກາດເອົາວັດຖຸຫລືຊັບສິນຂອງສວ່ນຕົວຂອງປະຊາຊົນນັ້ນມາເປັນຂອງໂຕເອງໂດຍສວຍໂອກາດອາໃສ່ກົນໄກຂອງອຳນາດການປົກຄອງເຂົາວ່າ ສໍລາດບັງຫລວງ

ຂໍໂທດຖ້າເວົ້າປະກອບຄຳເຫັນບໍ່ຖືກ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard