Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢູ່ເມືອງລາວດຽວນີ້ເພີ່ນເຊົາໃຊ້ຄວາຍຫຼາຍແລ້ວ...
Anonymous

Date:
ຢູ່ເມືອງລາວດຽວນີ້ເພີ່ນເຊົາໃຊ້ຄວາຍຫຼາຍແລ້ວ...


71020400660051977825.jpg



__________________
Anonymous

Date:
RE: ຢູ່ເມືອງລາວດຽວນີ້ເພີ່ນເຊົາໃຊ້ຄວາຍຫຼາຍແລ້ວ...


Anonymous wrote:

71020400660051977825.jpg


 Hey you just note that , they are stop using buffalo to drag the plow long time ago,

 been past 20-30 year already , wake up and come out from the cave



__________________
Anonymous

Date:

ຂອບໃຈຫຼາຍໆທີ່ເອົາຮູບທີ່ປະທັບໃຈມາໂພສໃຫ້ເບິ່ງແລະກໍ່ດີໃຈນໍາພໍ່ນາທຸກຄົນທີ່ບໍ່ຕ້ອງໄດ້ຍ່າງແຍງຫໍາບັກຕູ້

ເໝືອນສະໃໝປູ່ຍ່າຕາຍາຍ. ຄວາຍເຫຼັກທີ່ພໍ່ນາຄົນນີ້ກໍາລັງຍ່າງຕາມຫຼັງສະແດງໃຫ້ເຫັນວ່າປະເທດລາວມີ

ຄວາມຈະເຣີນ ຊາວນາມີຫົວຄິດປະດິດສ້າງແລະມີຣາຍໄດ້ເພິ່ມຂຶ້ນ, ແມ່ນບໍ່?

ຂ້ານ້ອຍເປັນຄົນຫົວເກົ່າມັກໃຊ້ຄວາຍບັກຕູ້ໄຖນາເພາະບໍ່ຕ້ອງໄດ້ເສັຽດອກເບັ້ຽ 7% ໃຫ້ທະນາຄານນະໂຍບາຍ,

ບໍ່ຕ້ອງເສັຽເງິນຊື້ນໍ້າມັນ, ບໍ່ຕ້ອງເສັຽຄ່າສ້ອມແປງ , ບໍ່ເຮັດໃຫ້ສະພາບແວດລ້ອມເກີດມົນລະພິດ.

ຄວາຍເຫຼັກຕົວນີ້ເຮັດໃຫ້ເງິນກີບຮົ່ວໄຫຼອອກປະເທດປີນຶ່ງຈັກລ້ານ? ຂອບໃຈ



__________________
Anonymous

Date:

ຍັງມີຜູ້ໃຊ້ຢູ່ເດີ...ເພາະວ່າເພິ່ນບໍ່ຢາກຕິດໜີ້.

3869692580_088b01edd7_z.jpg?zz=1



__________________
Anonymous

Date:

Anonymous wrote:
Anonymous wrote:

71020400660051977825.jpg


 Hey you just note that , they are stop using buffalo to drag the plow long time ago,

 been past 20-30 year already , wake up and come out from the cave


 Before you blasted somebody please do some f'king homework you idiot, the only midleclass farmers that could afford the machines Ok. Majority of lao farmers still using f'king B'ffalo.



__________________
Anonymous

Date:

You got him bro.

That dude, he's an idiot.  nana.gif



__________________
Anonymous

Date:

is the symbo of development? I miss my bafflalo sometimes,we used to have it until my university life was over,

No ones take care of it, thats why, In the future we probably see those bafflalo in the zoo , we ll take our children to see and pay for a visit. thats sad..

Maybe, the era of bafflalo is over. Now it's the era of Ipad or high technology. 



__________________
Anonymous

Date:

Anonymous wrote:
Anonymous wrote:

71020400660051977825.jpg


 Hey you just note that , they are stop using buffalo to drag the plow long time ago,

 been past 20-30 year already , wake up and come out from the cave


 I would not agree with you dude, 20-30 years. what are you talking about?

Yes like someone said, do some homework or get your lazy as$ to the countryside of Laos and you 'll know what the bafflalo still pay very important role for Lao farmers.



__________________
Anonymous

Date:

Nooooo.... there are lots of buffalos in Laos, especially in the city..



__________________
Anonymous

Date:

ເວລານໍາເຂົ້າລົດໄຖນາຍ່າງຕາມຫຼັງແບບນີ້ເສັຽພາສີຈັກເປີເຊັນ?

ຖ້າຊາວນາທຸກຄົນນິຍົມໃຊ້ລົດໄຖນາ ຊ່າງຫລໍ່ໝາກສົບໄຖແລະ

ຊ່າງເຮັດໄຖຄົງວ່າງງານ.



__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

71020400660051977825.jpg


 Hey you just note that , they are stop using buffalo to drag the plow long time ago,

 been past 20-30 year already , wake up and come out from the cave


 Before you blasted somebody please do some f'king homework you idiot, the only midleclass farmers that could afford the machines Ok. Majority of lao farmers still using f'king B'ffalo.


 ຄົນໃຕ້: ທ່ານກໍເວົ້າໂພດໄປຕິບໍວ່າຊາວນາເຊົາໃຊ້ຄວາຍໄຖນາມາເປັນເວລາ 20-30ປີ. ທີ່ຈິງແລ້ວຫາກໍມາໃຊ້ລົດໄຖນາມາປະມານ 6-7ປີນີ້ລະ ແຕ່ບາງທ້ອງຖິ່ນຊົນນະບົດທີ່ຮ່າງໄກກໍຍັງໃຊ້ຄວາຍໄຖນາຢູ່.ເພາະຕົ້ນທຶນຕໍ່າແລະບໍ່ຈຳເປັນຕ້ອງແປງຄືຈັກແລະແຖມຍັງຮັກສາສະພາບແວດລ້ອມນຳອີກຕ່າງຫາກ.



__________________
Anonymous

Date:

30 ກວ່າປີຄືຊິແມ່ນ ເພາະເພິ່ນເລີ່ມໃຊ້ແຕ່ຕັ້ງນິຄົມ 23 ເວີນຄຳໃນຊຸມປີ 80 ພຸ້ນ

ສ່ວນບ້ານຂ້ອຍເລີ່ມໃຊ້ໃນປີ 1984 ເດີ ຊິບອກໃຫ້

 



__________________
Anonymous

Date:

Anonymous wrote:

ຍັງມີຜູ້ໃຊ້ຢູ່ເດີ...ເພາະວ່າເພິ່ນບໍ່ຢາກຕິດໜີ້.

3869692580_088b01edd7_z.jpg?zz=1


 ໃຊ້ຄວາຍກໍດີ ເພາະມັນເກັບອົດ ທົນທຸກ ທົນທໍລະມານ ແສນຈະຫີວໂຫຍ ມັນກໍຍອມຮັບໄຊ້ບໍລິການ ເພາະຍ້ານຕາຍ



__________________
Anonymous

Date:

Anonymous wrote:
Anonymous wrote:

ຍັງມີຜູ້ໃຊ້ຢູ່ເດີ...ເພາະວ່າເພິ່ນບໍ່ຢາກຕິດໜີ້.

3869692580_088b01edd7_z.jpg?zz=1

ເຫັນຮູບນີ້ແລ້ວຄຶດເຖີງອາດີດເພາະວ່າຂ້ອຍເອງກໍ່ແມ່ນລູກຊາວໄຮ່ຊາວນາເຊັ່ນດຽວກັນແຕ່ຂໍປະກອບຄຳເຫັນນຳແດ່ເລັກນ້ອຍ

ໃນນາມລູກຊາວນາຄົນນຶ່ງດັ່ງນີ້: ເຮັດນາແບບບູຮານມີສາມບາດກ້າວຫຼືສາມໄລຍະໃຫຍ່ກ່ອນຈະລົງມືປັກດຳຄືໄລຍະທີ່1. ໄຖ 2.ບັກຫຼືຄາດ (ໃຊ້ເຝືອປີ້ນກ້ອນຂີ້ໄຖ)ໄວ້ເປັນຈຸດໆ.

3.ເທືອກ ແມ່ນໃຊ້ເຝືອຫຼືຄາດລະລາຍກ້ອນຂີ້ດິນທີ່ບັກໄວ້ເປັນຈຸດໆນັ້ນໃຫ້ເປີ່ອຍແລະຮາບພຽງດີຕາມຮູບເທິງນີ້ແລ້ວພວກພີ່ນ້ອງທີ່ມາຊ່ວຍ

ປູກເຂົ້ານາກໍ່ລົງມືປູກມື້ນັ້ນເລີຍ!

ແບບແຜນດັ້ງເດີມນີ້ຈະເຮັດໃຫ້ເຂົ້ານາງາມດີຍ້ອນເພິ່ນປະໄວ້ຕອນທີ່2ນັ້ນດົນສົມຄວນແລະຫຍ້າກໍ່ເນົ່າເປື່ອຍຈົນກາຍເປັນຝຸ່ນທຳ ມະຊາດເຂົ້າຫັ້ນເລີຍ, ເຂົ້ານາກໍ່ງາມແລະປອດສານຜິດ(ປູຍ),ສິ່ງສຳຄັນໃຫ້ຕິດຕາມນ້ຳແລະປ່ອຍນ້ຳເຂົ້າໃຫ້ພໍດີພໍງາມກໍ່ເປັນອັນວ່າ

ສຳເຫຼັດໃນເບື້ອງຕົ້ນ.

ການໃຊ້ເຄື່ອງຈັກແມ່ນວ່ອງໄວແຕ່ເມື່ອເຂົ້າປົ່ງຂຶ້ນມາກໍ່ຈະມີຫຍ້າປົ່ງຂຶ້ນມານຳ, ສະນັ້ນຊາວນາຈະຕ້ອງຊອກວິທີກຳຈັດຫຍ້າຫຼືໃຊ້ຢາ

ກຳຈັດຫຍ້າແລະຫວ່ານປູຍລົງເພື່ອໃຫ້ເຂົ້າງາມ.

 

 


 ໃຊ້ຄວາຍກໍດີ ເພາະມັນເກັບອົດ ທົນທຸກ ທົນທໍລະມານ ແສນຈະຫີວໂຫຍ ມັນກໍຍອມຮັບໄຊ້ບໍລິການ ເພາະຍ້ານຕາຍ


 



__________________
Vang Vang

Date:

ບໍ່ເຂົ້າໃຈນໍານະໂຍບາຍໃໝ່ຂອງພັກຣັດ. ຄວາຍທຸກມື້ນີ້ ບໍ່ຮູ້ໄຖນາ ເເລະປະຊາຊົນກໍ່ບໍ່ຄ່ອຍໄດ້ລ້ຽງຄວາຍຄືເເຕ່ກ່ອນ. ບໍ່ມີຄວາຍສົ່ງເຂົ້າໂຮງຂ້າສັດ, ຊີ້ນຂາດຕະຫລາດ, ລາຄາຊີ້ນເເພງຂຶ້ນ. ຈັ່ງຊີ້ລ່ະ ອາໃສກິນເເບບທໍາມະຊາດ ເເບບພື້ນຖານສະໃໝເກືອບ70-100ປີ ທີ່ວ່າ ຄວາຍໂຕໃດໝົດອາຍຸຂອງການເຮັດວຽກເເລ້ວ ເເມ່ນເອົາຊີ້ນມາບໍລິໂພກ. ຄັນວ່າຣັຖບານ ສ.ປ.ປ.ລາວ ມີນະໂຍບາຍເເບບໃໝ່ພັທະນາເສດຖະກິດໃຫ້ໄວຂຶ້ນ ຄືບໍ່ສົ່ງເສີມ ເລື່ອງການກິນຢູ່ຂອງປະຊາຊົນເສຍກ່ອນ? ຊໍ້າບໍ່ພໍ ບັນດາປະຊາກອນຈີນ ທີ່ຫລັ່ງໄຫລເຂົ້າມາອີກຫັ້ນເດ? ມີການວາງເເຜນເເລ້ວບໍ ເລື່ອງການຮອງຮັບຂອງນໍ້າປະປາ/ໄຟຟ້າ/ອາຫານການກິນ? ຢ່າໃຫ້ມັນມີຜົນກະທົບຕໍ່ປະຊາຊົນຕົນເອງຫລາຍຕິ!!. ເງິນເດືອນຂອງພະນັກງານ ມີເເຕ່ ບໍ່ເທົ່າໃດເເສນກີບ, ບັດອາຫານການກິນພັດບັກເເພງໆໆ. ປະຊາຊົນກໍ່ຕາຍຕິ ຖ້າຊິເປັນເເບບນີ້ໄປຕະຫລອດ. ພວກທ່ານຜູ້ໃຫຍ່ທັງຫລາຍຊິສະບາຍຢູ່ດອກ ເພາະພວກທ່ານມີຮາຍຮັບຫລາຍທາງຢູ່ເເລ້ວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard