Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...
Anonymous

Date:
ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ 

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ 

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ

http://vientianemai.net/teen/khao/2/8965">http://vientianemai.net/teen/khao/2/8965

__________________
Anonymous

Date:

ໃຜເປັນຫ່ວງ? ເປັນຫ່ວງເຮັດຫຍັງເລື່ອງນີ້? ເປັນຫຍັງບໍ່ເປັນຫ່ວງຊີວິດການເປັນຢູ່ທີ່ທຸກໆຍາກໆຂອງປຊຊພຸ້ນ?

ປຊຊຢູ່ດີກິນດີ ມີຄວາມສະເໝີພາກ ແລະຍຸດຕິທຳແລ້ວບໍ່ຕ້ອງຢ້ານຫຍັງອີກ!

ຢ້ານແຕ່ກິນປູນແລ້ວຮ້ອນທ້ອງຫຼາຍກ່ວາ!

ຈົບ!!!

__________________
Anonymous

Date:

ອິນເຕີແນດ ແມ່ນຂໍ້ມູນຂ່າວສານ ທີທຸກຄົນສາມາດເຂົ້າເຖິງໄດ້

ແລະບໍ່ສາມາດ ປິດກັ້ນໄດ້ອີກ 

ສວ່ນປາກົດການຫຍໍ້ທໍ້ ຢ່າເວົ້າໃຫ້ແຕ່ເດັກນອ້ຍຫລາຍເດີ ຜູ້ໃຫຍ່ແຮງຕົວການ

ລະວັງເດີ ຈັກມື້ ເຂົາສີເອົາ ຮູບທ່ານອອກໂຊ ຕອນຍ່າງເຂົ້າເຮືອນພັກກັບອີ່ຫນູ ຫັ້ນເດີ 

ຫລືຜູ້ໃດ ເຮັດແນວບໍດີບໍ່ງາມ ອິນເຕີແນດນີ້ລະ ສີເປີດໂປງພຶດທິກຳຂອງທ່ານອອກມາ 

__________________
Anonymous

Date:

Anonymous wrote:

ຂ່້ມູນຂ່າວສານແລະອື່ນຈາກອີນເທີນັດແມ່ນເປັນກຊວງຖະແຫລງຂ່າວແລະວັດທະນະທຳຫລືພາກສ່ວນອື່ນໆທີ່ກຽ່ວຂອ້ງຮັບຜິດຊອບ

ລາວປະຈຸບັນຍັງບໍມີຄວາມສາມາດຕິດຕາມຫລືກວດສອບຂໍມູນຫລືຂ່າວສານໃນອີນເທິເນັດໄດ້

ເພາະລັດເຫັນວ່າ ການໃຊ້ອີນເທີເນັດໃນລາວຍັງໜອ້ຍຜົນກະທົບໜອ້ຍ

ອີກບໍດົນລາວອາດຈະຄວບຄວມຫລາຍກວ່ານີ້ ໂດຍສະເພາະເລື້ອງຄວາມປອດໄຟຂອງປະເທດ

__________________
Anonymous

Date:

ເວົ້າເລື່ອງ ປາກົດການຫຍໍ້ທໍ້ 

ຫນັງສືພິມອອນລາຍ ກໍອອກມາວິຈານລາຍວັນຢູ່ແລວ້

ແຕ່ ບໍ່ສາມາດອອກຄຳເຫັນຂອງ ນັກອ່ານທາງ ໄດ້ຫລາຍ ປານໃດ

ມີແຕ່ຄັດຈອ້ນເອົາແຕ່ແນວເພິ່ນມັກ ແນວໃດຕຳຫູຕຳໃຈ ພັດເອົາໄປກອງໄວ້ 

ແບບນີ້ ມັນສີຊອ່ຍແກ້ບັນຫາ ປາກົດການຫຍໍ້ທໍ້ໄດ້ສຳ່ໃດ ຖ້າບໍ່ມີການປະກອບສວ່ນຂອງສັງຄົມ 

__________________
Anonymous

Date:

ປະກົດການຍໍ້ທໍ້ບໍ່ແມ່ນຍ້ອນເດັກນ້ອຍ ຍ້ອນຜູ້ໃຫຍ່ທີ່ມີອຳນາດພາໃຫ້ເປັນ!

__________________
Anonymous

Date:

Anonymous wrote:

ໃຜເປັນຫ່ວງ? ເປັນຫ່ວງເຮັດຫຍັງເລື່ອງນີ້? ເປັນຫຍັງບໍ່ເປັນຫ່ວງຊີວິດການເປັນຢູ່ທີ່ທຸກໆຍາກໆຂອງປຊຊພຸ້ນ?

ປຊຊຢູ່ດີກິນດີ ມີຄວາມສະເໝີພາກ ແລະຍຸດຕິທຳແລ້ວບໍ່ຕ້ອງຢ້ານຫຍັງອີກ!

ຢ້ານແຕ່ກິນປູນແລ້ວຮ້ອນທ້ອງຫຼາຍກ່ວາ!

ຈົບ!!!

 ຂ້ອຍເຫັນດີນຳທ່ານໂຕຫນັງສືສີແດງຫລາຍ,

ອັນຜູ້ທີ່ໂພດສ໌ກະເອົາແຕ່ສິໂພດສ໌ ຄິດແນວມັນສິມີຢູ່ມີກີນສິບໍ່ດີກ່ອນບໍ່ຄື່. ທ່ານໂຕຫນັງສືສີແດງນິແນວສິມີປະໂຫຍດ.

__________________
Anonymous

Date:

ອັນຜູ້ທີ່ໂພດສ໌ກະເອົາແຕ່ສິໂພດສ໌ ຄິດແນວມັນສິມີຢູ່ມີກີນສິບໍ່ດີກ່ອນບໍ່

ດຽວນີ້ຄົນມັນກິນ ອິນເຕີແນດຫລາຍກວ່າເຂົ້າແລວ້ເດີ

ເວລານັງໃຊ້ອິນເຕີແນດຫມົດມື້ ບາດເວລາກິນເຂົ້າຫັ້ນບໍ່ຮອດ 30 ນາທີ

__________________
Anonymous

Date:

Anonymous wrote:
Anonymous wrote:

ໃຜເປັນຫ່ວງ? ເປັນຫ່ວງເຮັດຫຍັງເລື່ອງນີ້? ເປັນຫຍັງບໍ່ເປັນຫ່ວງຊີວິດການເປັນຢູ່ທີ່ທຸກໆຍາກໆຂອງປຊຊພຸ້ນ?

ປຊຊຢູ່ດີກິນດີ ມີຄວາມສະເໝີພາກ ແລະຍຸດຕິທຳແລ້ວບໍ່ຕ້ອງຢ້ານຫຍັງອີກ!

ຢ້ານແຕ່ກິນປູນແລ້ວຮ້ອນທ້ອງຫຼາຍກ່ວາ!

ຈົບ!!!

 ຂ້ອຍເຫັນດີນຳທ່ານໂຕຫນັງສືສີແດງຫລາຍ,

ອັນຜູ້ທີ່ໂພດສ໌ກະເອົາແຕ່ສິໂພດສ໌ ຄິດແນວມັນສິມີຢູ່ມີກີນສິບໍ່ດີກ່ອນບໍ່ຄື່. ທ່ານໂຕຫນັງສືສີແດງນິແນວສິມີປະໂຫຍດ.

ຂ້ອຍເອງກໍ່ເຫັນດີນຳຄືກັນ! smile

__________________

Member

Status: Offline
Posts: 7
Date:

ບ້ານນອກ ບໍ່ມີຫນັງສືພິມ ແຕ່ກໍມີ 3ຈີ ມີ ອິນເຕີແນດໄວ້ອ່ານຂ່າວ
ດຽວນີ້ຈະເລີນຮຸ່ງເຮືອງ ບໍ່ຄືແຕ່ລະບອບເກົ່າ ຢາກໄປໃນເມືອງ ກໍໄດ້ຍ່າງໄປເປັນ 20 ຫລັກ ກາງຄືນໄຕ້ກະບອງ ເຮັດນາໃຊ້ແຕ່ຄວາຍ ໄປໂຮງຮຽນກໍຍ່າງໄປເປັນ 10ຫລັກ
ຍອ້ນລະບອບໃຫມ່ ບ້ານຂອ້ຍຢູ່ພູຢູ່ຜາຍັງມີຮອດທາງປູຢາງ ມີໄຟມີນຳ້ ມີໂທລະພາບດາວທຽມ ມີລົດໃຖນາແທນຄວາຍ ໄປນາໄປສວນບໍ່ໄດ້ຍ່າງ ສີເອົາສຳ່ໃດ ເກີດມາຊາດດຽວແຕ່ຢູ່ຢ່າງຄົນສອງຊາດໄດ້
ບາງເທື່ອປີໃຫມ່ປີນີ້ ຂາຍງົວຈັກຝູງສີບໍ່ພໍໄດ້ບໍ ວີໂກມືສອງຈັກຄັນອີກ

__________________
Anonymous

Date:

ຈໍານວນເງິນຊ່ອຍເຫຼືອທີ່ຣັຖບານພະຣາຊະອານາຈັກລາວໄດ້ຮັບ:

ປີ 1960   = $33,370,000.00

ປີ 1961   = $51,680,000.00

ປີ 1962   = $31,240,000.00

ປີ 1963   = $36,500,000.00

ປີ 1964   = $45,790,000.00

ປີ 1965   = $68,200,000.00

ປີ 1966   = $69,190,000.00

ປີ 1967   = $74,020,000.00

ປີ 1968   = $60,000,000.00

ປີ 1969   = $66,800,000.00

ປີ 1970   = $69,240,000.00

ປີ 1971   = $72,800,000.00

ປີ 1972   = $66,740,000.00

ປີ 1973   = $75,500,000.00

ປີ 1974   = $59,870,000.00

ຖ້າຢາກຮູ້ວ່າລັດຖະບານ ສປປລ ໄດ້ຮັບການຊ່ອຍເຫຼືອຈາກສາກົນປີໜຶ່ງຈັກຮ້ອຍລ້ານ

ກໍ່ເຂົ້າໄປເບິ່ງເອງເພື່ອສົມທຽບ. ສໍາລັບຂ້ອຍຄິດວ່າການພັດທະນາໃນສະໃໝສົງຄາມ

ແລະສະໃໝສັນຕິພາບຍ່ອມມີຄວາມແຕກຕ່າງກັນ.

ກ່ອນປີ 1975 ການກໍ່ສ້າງຖະໜົນຫົນທາງ ໂຮງຮຽນ ໂຮງໝໍແລະຕຶກອາຄານຕ່າງໆ

ເຮັດໄດ້ແຕ່ໃນຕົວເມືອງ ບໍ່ສາມາດອອກໄປສູ່ຊົນນະບົດໄດ້ຍ້ອນເຫດຜົນຄວາມປອດ

ໄພ ແລະໃນສະໃໝສົງຄາມ ນາຍທຶນຕ່າງປະເທດກໍ່ບໍ່ກ້າເຂົ້າມາລົງທຶນ.

ຫຼັງປີ 1975, ໃນໄລຍະກວາດລ້າງ(ປີ 1975 - 1985) ການພັດທະນາບໍ່ມີຫຍັງກ້າວ

ຈົນມາຮອດປີ 1986 ຊຶ່ງເປັນການເລີ້ມຕົ້ນຈິນຕະນາການໃໝ່ປະເທດຊາດບ້ານເມືອງຈຶ່ງມີການ

ປ່ຽນແປງຈາກດັ່ງທີ່ທ່ານບ້ານນອກເຫັນຫັ້ນລະ.

ທ່ານບ້ານນອກຊ່ອຍບອກແດ່ວ່າກ່ອນປີ 1975 ປະເທດໃດໄດ້ໃຊ້ຣະບົບການສື່ສານ 3 ຈີ?

__________________
Anonymous

Date:

Anonymous wrote:

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ 

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ 

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ

http://vientianemai.net/teen/khao/2/8965">http://vientianemai.net/teen/khao/2/8965

 ເປັນຫຍັງບົດຄວາມນີ້ຈື່ງເວົ້າແຕ່ເຖິງແຕ່ຜູ້ບໍລິໂພກຄືເດັກນ້ອຍແລະພໍ່ແມ່ ຜູ້ເຊິ່ງຢູ່ປາຍເຫດຂອງປັນຫາ

ເຊີ່ງທີ່ຈິງການທີ່ພວກເຂົາເຫລົ່ານິ້ນຈະໃຊ້ງານອິນເຕີເນັດໄດ້ມັນຕ້ອງມີຜູ້ບໍລິການ ແລະ ຜູ້ບໍລິການຈະເຮັດໄດ້ກໍ່ຕ້ອງ

ໄດ້ຮັບການອະນຸມັດຈາກຫນ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານມາແລ້ວ ສະນັ້ນລັດເປັນຜູ້ສູງສຸດທີ່ຈະວິເຄາະປະໂຫຍດແລະໂທດຂອງ

ການນຳໃຊ້ເທັກໂນໂລຍີທີ່ທັນສະໄຫມ ເຮົາຕ້ອງການເທັກໂນໂລຍີເຫລົ່ານັ້ນເພື່ອຫຍັງ‍? ເມື່ອນຳໃຊ້ແລ້ວມັນຈະເກີດປະໂຫຍດ ແລະໃຫ້ໂທດແນວໃດ ແລະເຮົາຈະມີວິທີຮັບມືແນວໃດ

ເປັນເລື້ອງທີ່ຕ້ອງສືກສາຄົ້ນຄິດ ແຕ່ເທົ່າທີ່ເບີ່ງທຸກມື້ນີ້ຈຸດປະສົງຫລັກທີ່ເພີ່ນນຳເທັກໂນໂລຍີເຂົ້າມາກໍ່ເພື່ອທາງທຸລະກິດເທົ່ານັ້ນ ສັງເກດວ່າບໍ່ມີຫນ່ວຍງານຂອງລັດຫນ່ວຍງານໃດ

ທີ່ຈະນຳໃຊ້ເທັກໂນໂລຍີນີ້ເຂົ້າໃນການເຜີຍແຜ່ຂໍ້ມູນຂອງລັດເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ສະດວກ ແລະຖືກຂັ້ນຕອນ ລວມໄປເຖິງລະບົບການສືກສາທີ່ບໍ່ໄດ້ປັບປຸງນຳໃຊ້ເລີຍ

ແຕ່ແນມເບີ່ງປະເທດເພື່ອນບ້ານ ຂະຫນາດຕອນທີ່ເຂົາບໍ່ມີ3ຈີໃຊ້ເປັນທາງການເຂົາຍັງວາງແຜນໄວ້ລວ່ງຫນ້າເພາະເຂົາສືກສາແລະຄວ້າມາພໍສົມຄວນທີ່ຈະໃຊ້ມັນໃຫ້ເປັນປະໂຫຍດແນວໃດ

ຕົວຢ່າງລະບົບການສືກສາບ້ານເຂົາເຫັນເຖິງການປ່ຽນແປງໄດ້ຊັດເຈນ ເຊັ່ນ ນຳໃຊ້ລະບົບການຮຽນການສອນຂອງເດັກ ແບບໃຫມ່ ຜ່ານທາງ ແທັບເລັດ ໂດຍມີການພັດທະນາຊອບແວຮ์

ການຮຽນການສອນ ໃຫ້ແທດເຫມາະກັບອາຍຸການຂອງນັກຮຽນ ພ້ອມກັນນັ້ນກໍ່ພັດທະນາຊັບພະຍາກອນຄູ ໃຫ້ຮູ້ຈັກນຳໃຊ້ເທັກໂນໂລຍີເຫລົ່ານີ້ເພື່ອຈະນຳໄປສອນເດັກ

= ປະເທດອື່ນເຂົາແນມເຫັນປັນຫາຈື່ງເອົາເທັກໂນໂລຍີມາແກ້ໄຂປັນຫານັ້ນ ແຕ່ບ້ານເຮົາແມ່ນນຳໃຊ້ເທັກໂນໂລຍີກ່ອນເມື່ອມີປັນຫາຈື່ງມາໄລ່ແກ້ໄຂນຳຫລັງ ເຊີ່ງກໍລະນີດຽວກັນນີ້

ມັນເກີດຂື້ນກັບຫລາຍໆເລື້ອງໃນເມືອງລາວ .ຍ້ອນການຍາກພັດທະນາໃຫ້ກ້າວທັນປະເທດອື່ນນັ້ນແລະ =

__________________
Anonymous

Date:

Ban nork wrote:

ບ້ານນອກ ບໍ່ມີຫນັງສືພິມ ແຕ່ກໍມີ 3ຈີ ມີ ອິນເຕີແນດໄວ້ອ່ານຂ່າວ
ດຽວນີ້ຈະເລີນຮຸ່ງເຮືອງ ບໍ່ຄືແຕ່ລະບອບເກົ່າ ຢາກໄປໃນເມືອງ ກໍໄດ້ຍ່າງໄປເປັນ 20 ຫລັກ ກາງຄືນໄຕ້ກະບອງ ເຮັດນາໃຊ້ແຕ່ຄວາຍ ໄປໂຮງຮຽນກໍຍ່າງໄປເປັນ 10ຫລັກ
ຍອ້ນລະບອບໃຫມ່ ບ້ານຂອ້ຍຢູ່ພູຢູ່ຜາຍັງມີຮອດທາງປູຢາງ ມີໄຟມີນຳ້ ມີໂທລະພາບດາວທຽມ ມີລົດໃຖນາແທນຄວາຍ ໄປນາໄປສວນບໍ່ໄດ້ຍ່າງ ສີເອົາສຳ່ໃດ ເກີດມາຊາດດຽວແຕ່ຢູ່ຢ່າງຄົນສອງຊາດໄດ້
ບາງເທື່ອປີໃຫມ່ປີນີ້ ຂາຍງົວຈັກຝູງສີບໍ່ພໍໄດ້ບໍ ວີໂກມືສອງຈັກຄັນອີກ

 ລືມເອົາລິ້ງຂໍ້ມູນໃຫ້ທ່ານບ້ານນອກເຂົ້າໄປເບິ່ງ.

http://www.nationmaster.com/graph/eco_for_aid_net_for_aid_rec_cur_us-aid-net-received-current-us&date=1976

__________________
Anonymous

Date:

ແຕ່ກອ່ນ ໄດ້ຍິນ ເພິ່ນເຄີຍເວົ້າກັນວ່າ ອະເມລິກາຊອ່ຍເຫລືອລາວຫລາຍ ແຕ່ເງິນນັ້ນບໍ່ເຄີຍເອົາໄປສ້າງຫຍັງເລີຍ

ມີແຕ່ເອົາເຂົ້າຖົງຕົວເອງ.  ຢູ່ເຮືອນເຈົ້ານາຍ ຫລືນາຍທະຫານ ມີແຕ່ເງິນໂດລາເປັນແກດ ເປັນກະສອບ ຈົນຂົນໄປນຳບໍ່ຫມົດ

ບາງຄົນ ໄປບໍ່ທັນ ຫລື ມີແຕ່ເງິນກີບ ຍັງເປ້ໃສ່ກະເປົາປ່ານ ໄປປຽ່ນເອົາເງິນກີບໃຫມ່

ສວ່ນ ອັນໃດມີການກໍ່ສ້າງປະໄວ້ ກໍລວ້ນແລວ້ແຕ ເຂົາສ້າງໄຫ້ ໂດຍທີ່ເຂົາບໍ່ຍອມໃຫ້ຈັບເງິນ ເປັນຕົ້ນ ແມ່ນ ຖນົນຫົນທາງ ກໍມີແຕ່ພວກ ຢູເສດ ສ້າງໄຫ້

ຍິ່ງໄປກວ່ານັ້ນ ຄົນບ້ານນອກ ຄອກນາຍັງບໍ່ເຄີຍໄດ້ເຫັນ ດອກສິ່ງກໍ່ສ້າງດີໆ

ສວ່ນບ້ານຂອ້ຍແຮງໃກ ເພາະ ຢູ່ເຂດຍາດແຍ່ງ ດົນໆ ຈຶ່ງເຫັນ ກຳລັງທະຫານ ຈຳນວນນຶ່ງ ໄປສາລະເວ ໄປເທື່ອໃດ ພາກັນໄລ່ຍິງ ແຕ່ງົວຄວາຍ ປະຊາຊົນກິນລ້າ

ແຕ່ ກໍບາບບໍ່ແພ້ບຸນດອກ ຍາມເພີ່ນພາກັນ ຕ່າວກັບຄ້າຍມື້ໃດ ແມ່ນຖືກສະກັດ ນຳທາງ ແບບ ແຕກສະລຸພຸຜ່າຍ

__________________
Anonymous

Date:

ການສໍ້ລາດບັງຫຼວງໃນສະໃໝພະຣາຊະອານາຈັກລາວກໍ່ມີແທ້ແຕ່ບໍ່ເປັນຂະບວນຟົດຟື້ນເໝືອນໃນປັດຈະບັນ

ຂ້ອຍເຄີຍມີໝູ່ທີ່ເປັນລູກເຈົ້ານາຍຝ່າຍພົນລະເຮືອນ, ສະຖານະການເປັນຢູ່ຂອງຄອບຄົວຂອງລາວກໍ່ບໍ່ໄດ້ຫລູ

ຫລາໂອ້ໂຖງຫລາຍເທົ່າໃດ ແຕ່ພີ່ນ້ອງຂອງລາວທີ່ເປັນເຈົ້ານາຍຝ່າຍທະຫານນັ້ນມີເງິນແທ້ເພາະໄດ້ກິນເງິນ

ທະຫານຜີແລະເຮັດການຄ້າກັບພວກອິດສະຣະ. ສ່ວນນາຍແລະພົນທະຫານຄົນອື່ນໆຮັ່ງມີຍ້ອນຫຍັງ ຂ້ອຍ

ບໍ່ຮູ້ຣະອຽດ, ແຕ່ຕາມທີ່ສັງເກດພວກທະຫານທິມ ພວກນັກບິນມີເງິນໃຊ້ບໍ່ອັ້ນ.

__________________
Anonymous

Date:

ມີອິນເຕິເນັດໃຊ້ນະດີແລ້ວ ຈັ່ງຮູ້ຂໍ້ມູນຂ່າວສານຢ່າງກ້ວາງຂວາງ  ມັນມີທັງຜົນດີຜົນລົບ ຖ້ານຳໃຊ້ດີກໍເກີດປະໂຫຍດນຳໃຊ້ບໍດີກໍໃຫ້ໂທດ ການມີອິນເຕີເນັດໄດ້ຮັບຮຸ້ຂ້ໍມູນຂ່າວສານຄວາມເປັນຈິງຫລາຍໆທີສຸດ ຍ້ອນເປັນຂໍ້ມູນອິດສະຣະ ບໍ່ຖືກເຊັນເຊີເຊັນໃນເວບນີ້ ສາມາດອ່ານຄວາມເຫັນໄດ້ຫລາກຫລາຍທາງ ບໍ່ຄືກັບສື່ຂອງລັດ ຂອງບາງປະເທດ ມີແຕ່ໍຂໍ້ມູນດ້ານດີ ລ້ວນໆ ມີແຕ່ຍ້ອງຍໍສັນລະເສີນ ບາດຕົວຈິງເດັກນ້ອຍເຂົາກະເບິ່ງອອກວ່າ ມັນເປັນແນວໄດເຊັ່ນການສໍ້ໂກງ ການວິ້ງເຕັ້ນຈ່າຍສິນບົນ ປັນຫາໄພສັງຄົມຕ່າງໆ ສີ່ງທີເປັນຄວາມຮູ້ກໍມີຫລາຍສາມາດຊອກຫາໄດ້ຢ່າງເສຣີ 

 ເປັນເວລາດົນນານຫລາຍທີ່ບໍ່ໃດ້ຍິນຄຳວ່າ "ສັນລະເສີນ" ຫາກໍ່ໃດ້ຍິນມໍີ້ນີ້!ດີໃຈຫລາຍ...

__________________
Anonymous

Date:

Anonymous wrote:

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ 

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ 

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ

http://vientianemai.net/teen/khao/2/8965

 ກົດເຂົ້າໄປອ່ານລິ້ງຂ່າວທີ່ທ່ານຄັດຕິດມາຈຶ່ງຮູ້ວ່າເດັກນ້ອຍລາວສະຫລາດກວ່າເດັກນ້ອຍຊາດອື່ນ

ຮູ້ຈັກຫລິ້ນ Notebook, iPad, iPhone ຕັ້ງແຕ່ຮຽນຢູ່ຊັ້ນອະນຸບານ, ມີຜູ່ປົກຄອງຈັກຄົນທີ່ສາ

ມາຊື້ເຄື່ອງຫລິ້ນຫລູຫລາປະເພດນີ້ມາໃຫ້ລູກຫລິ້ນ?

ຄວາມຈິງແລ້ວ ຜູ່ປົກຄອງສາມາດເຂົ້າໄປຕັ້ງຄ່າໃນຫ້ອງ Parental Control ເພື່ອຈໍາກັດເວັບໄຊ

ທີ່ມີເນື້ອຫາສາຣະທີ່ບໍ່ເໝາະສົມສໍາລັບຜູ່ເຍົາ.

__________________
Anonymous

Date:

ຄົນທັງໂລກຮູ້ດີວ່າໜັງສືພິມວຽງຈັນໃໝ່ເປັນປາກກະບອກສຽງໃຫ້ພັກແລະລັດ ແນ່ນອນເຂົາກໍ່ຕ້ອງຊອຍຫອຍໃສ່ປາກຕົນເອງ

ຣະບົບການສຶກສາໃນປະເທດລາວຍັງບໍ່ທັນສາມາດເຮັດໃຫ້ສາກົນຮັບຮູ້ໄດ້ ດ້ວຍເຫດໃດແນວລາວຈຶ່ງກ້າເວົ້າອອກມາວ່ານັກ

ຮຽນອະນຸບານຮູ້ຈັກໃຊ້ອິນເຕີເນັດແລ້ວ?

 ອົດສາວ່າແດ່ ລະບົບການສສລາວເຮົາຕ່ຳກ່ວາໝູ່ໃນບັນດາປະເທດອາຊຽນ ພໍມີເດັກນ້ອຍບໍ່ທໍ່ໄດເປີເຊັນໄດ້ຫຼີ້ນເນັດກໍ່ຢ້ານແລ້ວ ນີ້ແຫຼະແນວຄິດອະຄະຕິລະແວງສົງໃສແຕ່ຄົນອື່ນແຕ່ພັດບໍ່ເບິ່ງຫົວເຂົ່າຕົນເອງເນາະ!

 ເພິ່ນຢ້ານເຂົາເຮັດແບບ Arab Spring ເພາະມີຄົນໄປລາຍງານທ່ານ ທອງບັນ ແສງອໍາພອນ

ວ່າມີ Champa Revolution ເພິ່ນກໍ່ເລີຍຕ້ອງໄດ້ກັ່ນຕອງຂໍ້ມູນຕ່າງໆ. ໄດ້ຍິນວ່າບາງຫ້ອງການ

ໄອທີບໍ່ໃຫ້ເຂົ້າເຟດ, ແມ່ນແທ້ຫວາ?

__________________
Anonymous

Date:

ຫນັງສືພິມທີ່ວ່າ :

 ບໍ່​ແມ່ນ​ເລື່ອງ​ແປກທີ່​ນັກຮຽນ​ສະ­ໄໝ​ນີ້​ໃຊ້​ເງິນ​ເປັນ​ເດີມ​ພັນ... ຈ້າງ​ຮຽນເພີ່ມ... ເຂົ້າຫາ​ຄູ-ອາ­ຈານ... ຈ້າງ​ຂຽນ​ໃບ​ຈົບ​ຊັ້ນ ແລະ ອື່ນໆ

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ໃຫ້​ໄດ້​ໃບ​ປະ­ກາດ ແລະ ບ່ອນ​ເຮັດ​ການ​ໃຫ້​ລູກ.

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ບືນ​ຂຶ້ນ​ສູ່​ຕຳ­ແໜ່ງ​ໃດ​ໜຶ່ງ ?ເວ­ລາ​ເຂົ້າ​ເຮັດ​ວຽກ.

ນີ້ ແມ່ນ ຄວາມຜິດທີ່ ເດັກນອ້ຍສ້າງຂື້ນມາຫລືວ່າ ຜູ້ໃຫຍ່ພາເປັນ

ເປັນຫຍັງອາຈານ ຈຶ່ງໃຫ້ນັກຮຽນຈ້າງຕົວເອງ ຂຽນໃບຈົບຊັ້ນ

ໃຜເປັນຜູ້ຮັບເອົາເງິນນັກຮຽນຈ້າງເຂົ້າເຂົ້າເຮັດວຽກ

ໃຜສ້າງເງືອນໃຂ ຖ້າຢາກໄດ້ຕຳແຫນ່ງໃຫຍ່ຕອ້ງເອົາເງິນມາຈ້າງ 

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຄົນທັງໂລກຮູ້ດີວ່າໜັງສືພິມວຽງຈັນໃໝ່ເປັນປາກກະບອກສຽງໃຫ້ພັກແລະລັດ ແນ່ນອນເຂົາກໍ່ຕ້ອງຊອຍຫອຍໃສ່ປາກຕົນເອງ

ຣະບົບການສຶກສາໃນປະເທດລາວຍັງບໍ່ທັນສາມາດເຮັດໃຫ້ສາກົນຮັບຮູ້ໄດ້ ດ້ວຍເຫດໃດແນວລາວຈຶ່ງກ້າເວົ້າອອກມາວ່ານັກ

ຮຽນອະນຸບານຮູ້ຈັກໃຊ້ອິນເຕີເນັດແລ້ວ?

 ອົດສາວ່າແດ່ ລະບົບການສສລາວເຮົາຕ່ຳກ່ວາໝູ່ໃນບັນດາປະເທດອາຊຽນ ພໍມີເດັກນ້ອຍບໍ່ທໍ່ໄດເປີເຊັນໄດ້ຫຼີ້ນເນັດກໍ່ຢ້ານແລ້ວ ນີ້ແຫຼະແນວຄິດອະຄະຕິລະແວງສົງໃສແຕ່ຄົນອື່ນແຕ່ພັດບໍ່ເບິ່ງຫົວເຂົ່າຕົນເອງເນາະ!

 ເພິ່ນຢ້ານເຂົາເຮັດແບບ Arab Spring ເພາະມີຄົນໄປລາຍງານທ່ານ ທອງບັນ ແສງອໍາພອນ

ວ່າມີ Champa Revolution ເພິ່ນກໍ່ເລີຍຕ້ອງໄດ້ກັ່ນຕອງຂໍ້ມູນຕ່າງໆ. ໄດ້ຍິນວ່າບາງຫ້ອງການ

ໄອທີບໍ່ໃຫ້ເຂົ້າເຟດ, ແມ່ນແທ້ຫວາ?

 ຄົນໃຕ້: ອິນເຕີເນັດເປັນເຄື່ອງມືສື່ສານທີ່ທັນສະໄຫມ,ວ່ອງໄວສະດວກສະບາຍໃນການສົ່ງຂໍ້ມູນຂ່າວສານ. ແຕ່ແນວໃດກໍຕາມສິ່ງທີ່ໄຫ້ຄວາມສະດວກບາງເທື່ອອາດນຳໄພພິບັດມາຫາຕົນກໍເປັນໄດ້. ເຊັ່ນ: ການຊັກຊວນໄປໃນທາງທີ່ບໍ່ດີໂດຍຜ່ານການໄຊ້ Facebook, Skype..... ສ່ວນຕົວຂ້າພະເຈົ້າຄິດວ່າກໍຄວນເພິ່ງສັງວອນໃນຄວາມເປັນພິດໃພຂອງມັນຄືກັນໂດຍສະເພາະບັນດາໄວລຸ້ນທີ່ຍັງບໍ່ຜ່ານນິຕິພາວະຊຶ່ງມີຄວາມຊຽງສູງທີ່ຈະຕົກເປັນເຄື່ອງມືອາດສະຍາກຳທາງອິນເຕີເນັດ. ເພາະປະຈຸບັນນີ້ມີເດັກນ້ອຍລາວເກືອບ 80% ທີ່ອາໃສຢູ່ໃນເມືອງຫຼືຜູ້ທີ່ມີ

ຖານະດີສາມາດເຂົ້າເຖິງອິນເຕີເນັດ. ແລະໄພອີກອັນຫນຶ່ງກໍຄືການຕິດອິນເຕີເນັດຈົນລືມການຮໍ່າຮຽນໂດຍແຕ່ລະວັນຕ້ອງຫັນຫນ້າເຂົ້າຫາ Ipad, Iphon ຈົນກາຍເປັນຄວາມຊິນເຄີຍສຸດທ້າຍກໍບໍ່ຢາກໄປໂຮງຮຽນ.

__________________
Anonymous

Date:

Anonymous wrote:

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ 

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ 

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ

http://vientianemai.net/teen/khao/2/8965">http://vientianemai.net/teen/khao/2/8965

__________________
Anonymous

Date:

ຢ້ານ ອິນເຕີແນດ ຫລາຍກວ່າເປັນຫວ່ງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard