Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວຫັກແບບກະທັນຫັນ (ລົດ 10 ລໍ້ຂົນສົ່ງສິນຄ້າ) ບັນທຸກນ້ຳຫນັກເກີນ
ນັກຂ່າວຈຳເປັນ

Date:
ຂົວຫັກແບບກະທັນຫັນ (ລົດ 10 ລໍ້ຂົນສົ່ງສິນຄ້າ) ບັນທຸກນ້ຳຫນັກເກີນ

ເມື່ອເວລາປະມານ 4:30 ໂມງ (ບໍ່ບອກເຊົ້າຫຼືແລງ) ຂອງວັນທີ 26 ມີນາ 2013 ຜ່ານມາ, ເກີດເຫດຂົວຫັກເຄິ່ງ

ຍ້ອນລົດຂົນສົ່ງສິນຄ້າເກີນນໍ້າໜັກແລ່ນຜ່ານ ຂົວຫ້ວຍຜາບັງ ຢູ່ບ້ານວັດທາດ ເມືອງຈໍາປາສັກ ແຂວງຈໍາປາສັກ ແຕ່ໂຊກດີບໍ່ມີຄົນເສຍຊີວິດ ພຽງໄດ້ຮັບບາດເຈັບເລັກນ້ອຍ. ຕາມການເປີດເຜີຍຂອງ ທ່ານ ໜູຈັນ ຈັນທະພົງ ເຈົ້າເມືອງຈໍາປາສັກຕໍ່ນັກຂ່າວໜັງສືພິມປະເທດລາວ ໃນວັນທີ 27 ມີນາ 2013 ນີ້ວ່າ: ໄດ້ມີລົດ 10 ລໍ້ຂົນສົ່ງສິນຄ້າມຸ້ງໜ້າມາຈາກ ເມືອງມຸນ ຜ່ານເມືອງຈໍາປາສັກ ເພື່ອເຂົ້າໄປຫາຕົວເມືອງປາກເຊແຕ່ບັງເອີນເມື່ອລົດແລ່ນມາຮອດກາງຂົວດັ່ງກ່າວໄດ້ເກີດເຫດສິ່ງບໍ່ຄາດຝັນຂຶ້ນ ຄື: ຂົວແຫ່ງນີ້ໄດ້ຫັກແບບກະທັນຫັນ ເຮັດໃຫ້ລົດຂົນສົ່ງສິນຄ້າພິກຂວ້າມມ້ວນລົງພື້ນຫ້ວຍ, ພາຍຫລັງເກີດເຫດ ອໍານາດການປົກຄອງເມືອງ ພ້ອມເຈົ້າໜ້າທີ່ຕໍາຫລວດໄດ້ລົງໄປກວດກາເບິ່ງແລ້ວພົບວ່າ: ລົດຄັນນີ້ຂົນສົ່ງສິນຄ້າມີນໍ້າໜັກເຖິງ 18 ໂຕນ ຍັງບໍ່ໄດ້ສະເລ່ຍນໍ້າໜັກລົດເພີ່ມໃສ່ ຂະນະທີ່ຂົວແຫ່ງດັ່ງກ່າວມີຄວາມສາມາດຮັບນໍ້າໜັກໄດ້ພຽງ 15 ໂຕນ.ແນວໃດກໍດີ ທ່ານເຈົ້າເມືອງໄດ້ກ່າວຕື່ມອີກວ່າ: ທາງອໍານາດການປົກຄອງເມືອງພ້ອມຈະສະເໜີ ແລະ ປັບໃໝດ້ວຍວິທີຊົດເຊີຍ ຫລື ສ້າງຂົວໃຫ້ຊາວເມືອງຈໍາປາສັກຄືນໃໝ່ ເນື່ອງຈາກຄວາມເປັນຈິງທີ່ວ່າຂົວຂອງພວກເຮົາມີຄວາມອາດສາມາດຮັບນໍ້າໜັກໄດ້ພຽງແຕ່ 15 ໂຕນ ແຕ່ຜູ້ກ່ຽວຊໍ້າພັດເມີນເສີຍ ຫລື ລະເມີດລະບຽບຫລັກການທີ່ກໍານົດໄວ້ ເຊິ່ງໄດ້ກໍ່ໃຫ້ເກີດຄວາມເສຍຫາຍດ້ານຊັບສິນຂອງລັດ.ຂົວແຫ່ງນີ້ມີຄວາມຍາວ 50 ແມັດອາຍຸຫລາຍກວ່າ 20 ປີແລ້ວ ຖ້າຕີເປັນມູນຄ່າຄວາມເສຍຫາຍຂອງຂົວຈະຢູ່ປະມານ 1 ຕື້ກວ່າກີບ. ໄລຍະຜ່ານມາ ທາງອໍານາດການປົກຄອງເມືອງຈໍາປາສັກກໍໄດ້ສະເໜີທາງແຂວງແລ້ວເພື່ອຂໍອະນຸມັດງົບປະມານຢ່າງໜ້ອຍ 4 ຕື້ກວ່າກີບໃນການດໍາເນີນການກໍ່ສ້າງຂົວໃໝ່ ເພື່ອຮອງຮັບການຂະຫຍາຍຕົວເສດຖະກິດ-ສັງຄົມພາຍໃນແຂວງໃຫ້ມີຄວາມອາດສາມາດຕອບສະໜອງສິ່ງອໍານວຍຄວາມດວກສະບາຍຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ: ການຂົນສົ່ງສິນຄ້າ, ການບໍລິການ, ທ່ອງທ່ຽວ ແລະ ໄປມາຫາສູ່ການຫລາຍຂຶ້ນ. ລາຍລະອຽດມາແລ້ວ ຈາກ “ໜັງສືພິມ ປະເທດລາວ” ສະບັບມື້ນີ້ (28 ມີນາ). ຮູບຈາກຜູ້ໃຊ້ເຟສບຸກ Mangkone Lirdsoophane

ທີ່ມາຂໍ້ມູນ: http://laozaa.com/forum.php?mod=viewthread&tid=8572

__________________
Anonymous

Date:

ເມືອງຈຳປາສັກບໍ່ມີເດີ ມີແຕ່ເມືອງປາກເຊ ແຂວງຈຳປາສັກ

ຈຳປາສັກ ເປັນຊື່ແຂວງ ເທດສະບານແຂວງຈຳປາສັກ ແມ່ນເມືອງປາກເຊ

__________________
Anonymous

Date:

ເປັນຫັຍງ ຊິບໍ່ມີ ເຈົ້າກະດາຍ?

ເມືອງຈຳປາສັກ ກະເມືອງຈຳປາສັກ ຢູ່ຝັ່ງຂວາຂອງນ້ຳຂອງ ໃກ້ວັດພູ

ເມືອງປາກເຊ ກະເມືອງປາກເຊ (ແຕ່ກີ້ ເປັນພາກ ຫຼືເມືອງເອກຂອງແຂວງ ເຊໂດນ)

ດຽວນີ້ ທັງສອງເມືອງ ເປັນພາກຂອງແຂວງ ຈຳປາສັກ

__________________
Anonymous

Date:

63079_10151498555934000_1950562884_n.jpg

__________________
Anonymous

Date:

Anonymous wrote:

ເປັນຫັຍງ ຊິບໍ່ມີ ເຈົ້າກະດາຍ?

ເມືອງຈຳປາສັກ ກະເມືອງຈຳປາສັກ ຢູ່ຝັ່ງຂວາຂອງນ້ຳຂອງ ໃກ້ວັດພູ

ເມືອງປາກເຊ ກະເມືອງປາກເຊ (ແຕ່ກີ້ ເປັນພາກ ຫຼືເມືອງເອກຂອງແຂວງ ເຊໂດນ)

ດຽວນີ້ ທັງສອງເມືອງ ເປັນພາກຂອງແຂວງ ຈຳປາສັກ

 ເຈົ້າໆ ມີກະມີຊັ້ນນະ ຂໍໂທດເດີ ຜູ້ຂ້າສະຫຼາດໜ້ອຍ

ຂໍຖາມແນ່ ອັ່ນແຂວງເຊໂດນເຈົ້ານັ້ນ ຢູ່ໃນລະບອບໃດນໍ ຄືບໍ່ເຄີຍໄດ້ຍິນຈັກເທື່ອ?

 ກ່ອນປີ 1975 ແຂວງຈໍາປາສັກແບ່ງອອກເປັນ 3 ແຂວງ ຄື: ແຂວງເຊໂດນ, ແຂວງຈໍາປາສັກ ແລະແຂວງສີທັນດອນ.

ຫຼັງປີ 1975 ເພິ່ນໄດ້ລວມ 3 ແຂວງເຂົ້າມາເປັນແຂວງດຽວ.

__________________
Anonymous

Date:

ຕາມສັງເກດເບິ່ງນີ້ ຄືສິແມ່ນຂົວຂ້າມຫ້ວຍສະຫົວ ເມືອງຈໍາປາສັກ.

ເພກະຢ່າມັນທ້ອນ ເພາະມັນແມ່ນເສດເຫຼືອ ຂອງຈັກກະພັດ ປະໄວ້

__________________
ນັກຂ່າວຈຳເປັນ

Date:

Anonymous wrote:
Anonymous wrote:
Anonymous wrote:

ເປັນຫັຍງ ຊິບໍ່ມີ ເຈົ້າກະດາຍ?

ເມືອງຈຳປາສັກ ກະເມືອງຈຳປາສັກ ຢູ່ຝັ່ງຂວາຂອງນ້ຳຂອງ ໃກ້ວັດພູ

ເມືອງປາກເຊ ກະເມືອງປາກເຊ (ແຕ່ກີ້ ເປັນພາກ ຫຼືເມືອງເອກຂອງແຂວງ ເຊໂດນ)

ດຽວນີ້ ທັງສອງເມືອງ ເປັນພາກຂອງແຂວງ ຈຳປາສັກ

 ເຈົ້າໆ ມີກະມີຊັ້ນນະ ຂໍໂທດເດີ ຜູ້ຂ້າສະຫຼາດໜ້ອຍ

ຂໍຖາມແນ່ ອັ່ນແຂວງເຊໂດນເຈົ້ານັ້ນ ຢູ່ໃນລະບອບໃດນໍ ຄືບໍ່ເຄີຍໄດ້ຍິນຈັກເທື່ອ?

 ກ່ອນປີ 1975 ແຂວງຈໍາປາສັກແບ່ງອອກເປັນ 3 ແຂວງ ຄື: ແຂວງເຊໂດນ, ແຂວງຈໍາປາສັກ ແລະແຂວງສີທັນດອນ.

ຫຼັງປີ 1975 ເພິ່ນໄດ້ລວມ 3 ແຂວງເຂົ້າມາເປັນແຂວງດຽວ.

 ໂອ໋..ຂ້ອຍໄດ້ຄວາມຮູ້ທາງປະຫວັດມາເພີ່ມຕື່ມອີກແລ້ວໄດ໋ນິ  ຂອບໃຈທຸກໆທ່ານທີ່ຊ່ວຍປະກອບຄຳຄິດຄຳເຫັນໃນທາງສ້າງສັນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard