Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິທະຍາໄລເອກະຊົນ ກັບການ Corruption
ຄົນເໜືອ

Date:
ວິທະຍາໄລເອກະຊົນ ກັບການ Corruption

ປະຈຸບັນລັດຖະບານໄດ້ມີການເປີດກວ້າງໃຫ້ເອກະຊົນມີໂອກາດເຂົ້າຮ່ວມການພັດທະນາໃນທຸກໆ ຂະແໜງການ ໃນນັ້ນ ສຶກສາ ກໍແມ່ນຂະແໜງໜຶ່ງທີ່ເອກະຊົນໃຫ້ຄວາມສົນໃຈ ຊຶ່ງຈະເຫັນໄດ້ຈາກການເກີດຂຶ້ນຂອງວິທະຍາໄລເອກະຊົນ ແຕ່ບັນຫາທີ່ຕາມມາ ບໍ່ວ່າຈະເປັນຂອງລັດຫຼືເອກະຊົນ ກໍຄືການ Corruption ໃນລະດັບທີ່ຕ່າງກັນ. ຕົວຢ່າງໜຶ່ງທີ່ປະກົດຂຶ້ນແມ່ນຢູ່ແຂວງຫຼວງນ້ຳທາ ວິທະຍາໄລແກ້ວໂພໄຊ ໄດ້ມີອາຈານສອນຈຳນວນໜຶ່ງຂາຍຫົວບົດມາຕັ້ງແຕ່ເວລາສ້າງຕັ້ງເປັນວິທະຍາໄລມາ ຜູ້ທີ່ເຮັດແມ່ນຄະນະອຳນວຍການຝ່າຍວິຊາການ (ຄຳວົງ) ໃນມໍ່ໆນີ້ແມ່ນການຂຽນບົດຂອງນັກຮຽນ ອາຈານຜູ້ເກົ່າກໍຮຽກເກັບອີກແລ້ວ ໂດຍບົດທີ່ງ່າຍໆແດ່ແມ່ນ 3 000 000 ກີບ ບົດທີ່ຍາວກໍ່ຫຼາຍຂຶ້ນ.

ຂ້າພະເຈົ້າບໍ່ຮູ້ຈະສຳນຶກພາບເລີຍ ຕົວເອງສອນ ຕົວເອງກວດ ຕົວເອງຂຽນ ຕົວເອງໃຫ້ຄະແນນ ເບິ່ງແລ້ວຄຸນນະພາບຄືຊິພີລຶກ

__________________
Anonymous

Date:

ຄົນເໜືອ wrote:

 ສອນບໍ່ໄດ້ມາດຕະຖານ ຢາກໄດ້ແຕ່ເງິນ ຂ້ອຍກະເຄີຍພົບຄືກັນ ເວລາຂຽນບົດ ບົດຖືກແລ້ວ ຍັງວ່າຜິດ ໝາຍຄວາມວ່າຢາກໄດ້ເງິນ. ອັນນີ້ສ້າງປະກົດການຫຍໍ້ທໍ້ ບວກກັບລະບົບການບໍລິການການສິດສອນມາດຕະຖານຕ່ຳ. 

__________________
Anonymous

Date:

ຢູ່ວິທະຍາໄລເຕັກນິກສັບພະວິຊາຫັ້ນເດ ກິນກັນຕັ້ງແຕ່ນາຍຈົນເຖິງລູກນ້ອງ

ນາຍກໍ່ກິນເງິນຊ່ວຍເຫຼືອຈາກຕ່າງປະເທດ ສ່ວນລູກນ້ອງກໍ່ຂູດຮີດນັກຮຽນ ຂາຍຫົວບົດ ຂາຍຄະແນນ

ນັກຮຽນຈົບອອກມາບໍ່ເປັນຕາສະແຕກຈັກຄົນ ໄປສະມັກເຮັດວຽກຢູ່ກົມບໍ່ແຮ່ ກໍ່ຕ້ອງຈ້າງເຂົ້າອີກ 

ດຽວນີ້ພາກັນຂີ່ວີໂກ້ແຊວໆ

__________________
Anonymous

Date:

ຫົວຂໍ້ທີ່ທ່ານຕັ້ງຂື້ນມາ ເປັນຫົວຂໍ້ທີ່ດີຫລາຍ ຂໍຕົບມືດັ່ງໆໃຫ້, ຖ້າພັກ ລັດຖະບານຍັງປະປອຍໃຫ້ສະພາບແບບນີ້ເກີດຂື້ນໃນວົງການສຶກສາໄປເລີ້ອຍໆ ຂພຈເຊື່ອແນ່ວ່າ ປະເທດຊາດເຮົາບໍອາດຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ດອກ ເພາະຊັບພະຍາກອນມະນຸດຂາດຄຸນນະພາບ ແລະອີກບໍພໍເທົ່າໃດປີຂ້າງຫນ້າ ລາວເຮົາກໍ່ຈະເຂົ້າເປັນປະຊາຄົມອາຊຽນແລ້ວ ພວກເຮົາຈະເອົາຫຍັງໄປແຂງຂັນກັບປະເທດອື່ນເຂົາ ແມ້ກະທັງບຸກຄະລະກອນກໍຍັງຂາດຄຸນນະພາບ

__________________
Anonymous

Date:

ຄຸນະພາບການສສຢູ່ລາວແມ່ນມີຄຸນະພາບຕ່ຳຢູ່ແລ້ວ

ຖ້າຍັງການສໍ້ໂກງເພື່ອ່ຜົນປະໂຫຍດຂອງຕົນເອງແລ້ວ ຊິເອົາຫຍັງໄປພັດທະນາການສືກສາໃຫ້ທຽບເທົ່າປະເທດຈະເລີນ

__________________
Anonymous

Date:

Anonymous wrote:

ຫົວຂໍ້ທີ່ທ່ານຕັ້ງຂື້ນມາ ເປັນຫົວຂໍ້ທີ່ດີຫລາຍ ຂໍຕົບມືດັ່ງໆໃຫ້, ຖ້າພັກ ລັດຖະບານຍັງປະປອຍໃຫ້ສະພາບແບບນີ້ເກີດຂື້ນໃນວົງການສຶກສາໄປເລີ້ອຍໆ ຂພຈເຊື່ອແນ່ວ່າ ປະເທດຊາດເຮົາບໍອາດຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ດອກ ເພາະຊັບພະຍາກອນມະນຸດຂາດຄຸນນະພາບ ແລະອີກບໍພໍເທົ່າໃດປີຂ້າງຫນ້າ ລາວເຮົາກໍ່ຈະເຂົ້າເປັນປະຊາຄົມອາຊຽນແລ້ວ ພວກເຮົາຈະເອົາຫຍັງໄປແຂງຂັນກັບປະເທດອື່ນເຂົາ ແມ້ກະທັງບຸກຄະລະກອນກໍຍັງຂາດຄຸນນະພາບ

 ຕອບງ່າຍໆ ເຮົາກະເອົາການ ຄໍຣັບຊັນ ນີ້ເດໄປແຂ່ງຂັນກັບເຂົາ ຮັບຮອງວ່າບໍ່ມີໃຜແຂ່ງກັບເຮົາໄດ້ biggrinbiggrinbiggrin

__________________
Anonymous

Date:

ຢູ່ບ້ານເຮົາ ວິທະຍາໄລ/ມະຫາວິທະຍາໄລ ເປັນແບບນີ້ເກືອບທັງໝົດຫັ້ນແລ້ວບັນດາທ່ານ

ຕ່າງແຕ່ວ່າບ່ອນໃດໜັກ ຫລື ເບົາ, ອຈ ທ່ານໃດຊິມີຈັນຍາບັນ ຫລື ບໍ່ມີເທົ່ານັ້ນລະ.

ບົດນິພົນຂອງ ນັກສືກສາ ຜູ້ໃດເຂົາຂຽນໄດ້ດີ ອຈ ທີ່ປືກສາ (Advisor) ເພີ່ນກໍ່ສັ່ງອັດໃສ່ CD

ມາໃຫ້ເພີ່ນເກັບໄວ້, ບາງ ອຈ ກໍ່ຮັບຈ້າງຂຽນໃຫ້ນັກສຶກສາເລີຍ ຄືຫລາຍທ່ານມີຄຳເຫັນ ຈາກ

ນັ້ນເພີ່ນກໍ່ອັດຮັກສາໄວ້. ພໍເຖີງທີນັກສືກສາຮຸ່ນຕໍ່ໆໄປເພີ່ນກໍ່ຂາຍກີນງາມໆ ຫລື ວ່າ ອຈ ໃດ

ຮັບຈ້າງຂຽນກໍ່ບໍ່ພໍເມື່ອຍຍ້ອນ ເພາະມີແຕ່ແປງເອົາອັນເກົ່າເລັກນ້ອຍກໍ່ໃຊ້ໄດ້ແລ້ວ

ອັນນີ້ລະພາສາຊາວບ້ານເພີ່ນວ່າ: ລ້ຽງຊ້າງກີນຂີ້ຊ້າງ ລ້ຽງມ້າກີນຂີ້ມ້າ, ເຮັດອັນໃດກີນນຳອັນນັ້ນ

ແມ່ນແຕ່ ກຳມະກອນເຮັດວຽກບໍລິການດູດສ້ວມກໍ່ກີນນຳ ຖ້ານາຍຕາມເຂົາບໍ່ທັນ

__________________
Anonymous

Date:

ຫວຽດນາມມາຊ່ວຍລາວສ້າງນັກສຶກສາປະລິນຍາໂທ ທັງຮ່ວມມືກັບ ມຊ, ສະຖາບັນການປົກຄອງແຫ່ງຊາດ ແລະສະຖາບັນການເງີນ ມີນັກສຶກສາບັກຫຼາຍໆ ສອນເປັນພາສາຫວຽດນາມ ແຕ່ຜູ້ໄປຮຽນພັດເວົ້າ ຂຽນຫວຽດນາມບໍເປັນ ສຸດທ້າຍຈົບໄປຮັບໃບປະກາດຢູ່ຫວຽດນາມ ຄະແນນ 3ຂຶ້ນໄປ ສະແດງວ່າເພິ່ນເກັ່ງແທ້ໄດຂະໜາດບໍ່ເຂົາໃຈພາສາ ສ່ວນອາຈານຫວຽດມາໂຕເປົ່າ ຕອນກັບຊື້ແລນຄລຸຍເຊ V8 ກັບບ້ານເພາະລູກສິດແມ່ນແຕ່ອຳນວຍການ, ຮອງອຳນວຍການລັດວິສາຫະກິດ ແລະຫົວໜ້າກົມພາສີ

ຄັກບໍ່

 ຄັກຫຼາຍbiggrinbiggrinbiggrin

__________________
Anonymous

Date:

ຂ້ອຍຊິເວົ້າຊູ່ຟັງເດີ ຢ່າໄປບອກໃຜໃດ

ປີກາຍນີ້ ສ່ຽວຂ້ອຍໄປເສັງເຂົ້າເຮັດວຽກຢູ່ກົມບໍ່ແຮ່ ຊຶ່ງເພິ່ນມີໂຄຕ້າຮັບເອົາພະນັກງານໃໝ່ 4 ຄົນ. ມີຄົນມາເສັງປະມານ 100 ກວ່າຄົນ ສ່ຽວຂ້ອຍມັນເສັງໄດ້ທີ 1 ແຕ່ເຂົາຍັງບໍ່ເອົາມັນ

ເລື່ອງມັນເປັນແບບນີ້ 2 ໃນ 4 ຄົນທີ່ໄດ້ນັ້ນ ຄົນໜຶ່ງແມ່ນຫຼານຂອງຫົວໜ້າກົມບໍ່ແຮ່ເອງ ແລະ ອີກຜູ້ໜຶ່ງແມ່ນຫຼານຂອງຫົວໜ້າກົມຈັດຕັ້ງ ຊຶ່ງທັງສອງແມ່ນບໍ່ໄດ້ມາເສັງ ສ່ວນອີກສອງຄົນແມ່ນ

ມາເສັງແຕ່ເສັງບໍ່ໄດ້ ແຕ່ໃຊ້ເງິນຊື້ເອົາ. ບັກຫົວໜ້າກົມມັນບໍ່ເອົາຄົນເກັ່ງ ມັນເອົາແຕ່ເງິນຢ່າງດຽວ

ຄັກບໍ

__________________
Anonymous

Date:

Anonymous wrote:
Anonymous wrote:

ຫວຽດນາມມາຊ່ວຍລາວສ້າງນັກສຶກສາປະລິນຍາໂທ ທັງຮ່ວມມືກັບ ມຊ, ສະຖາບັນການປົກຄອງແຫ່ງຊາດ ແລະສະຖາບັນການເງີນ ມີນັກສຶກສາບັກຫຼາຍໆ ສອນເປັນພາສາຫວຽດນາມ ແຕ່ຜູ້ໄປຮຽນພັດເວົ້າ ຂຽນຫວຽດນາມບໍເປັນ ສຸດທ້າຍຈົບໄປຮັບໃບປະກາດຢູ່ຫວຽດນາມ ຄະແນນ 3ຂຶ້ນໄປ ສະແດງວ່າເພິ່ນເກັ່ງແທ້ໄດຂະໜາດບໍ່ເຂົາໃຈພາສາ ສ່ວນອາຈານຫວຽດມາໂຕເປົ່າ ຕອນກັບຊື້ແລນຄລຸຍເຊ V8 ກັບບ້ານເພາະລູກສິດແມ່ນແຕ່ອຳນວຍການ, ຮອງອຳນວຍການລັດວິສາຫະກິດ ແລະຫົວໜ້າກົມພາສີ

ຄັກບໍ່

 ຄັກຫຼາຍbiggrinbiggrinbiggrin

 ເລື່ອງແບບນີກໍ່ຄືກັນມີທຸກຂະແໜງການ ແລະ ມີມາຫລາຍປີແລ້ວເພີ່ນເຮັດເພື່ອເອົາໃບປະກາດ

ມາປາບລູນ້ອງທີ່ຮຽນໄດ້ຕາມມາດຕະຖານມາຈາກຕ່າງປະເທດແທ້, ອີກໜື່ງກໍ່ແມ່ນເປັນບ່ອນອີງ

ໃນການຮັບຕຳແໜ່ງສູງຂອງພວກເພີ່ນ. ຮ້າຍໄປກວ່ານັ້ນພວກຮຽນຈົບປຣີນຍາຕຣີ ມາແຕ່ອະດີດ

ສ. ໂຊວຽດ ແມ່ນກະຊວງສືກສາອອກໃບປະກາດປຣີນຍາໂທໃຫ້ເລີຍ ແຮ່ງຄັກບໍ່ຕ້ອງໄປນັ່ງຮຽນໃຫ້

ເສຍເວລາ. ຄົນທັງ 2 ປະເພດນີ້ເມື່ອໄດ້ໃບປະກາດມາແລ້ວກໍ່ມາເບັ່ງປານອື່ງອ່າງ ໂມ້ຢູ່ເໜືອເມກ

ພຸ້ນທີ່ແທ້ຄວາມຮູ້ບໍ່ໄດ້ສົມກັບໃບປະກາດພໍໜ້ອຍ ເຂີນກັນປານນ້ຳໂຕນຕາດຫລີ່ຜີ

ເວົ້າມາແລ້ວພໍຢາກຮາກໃສ່ຄໍເສື້ອພວກເພີ່ນ

__________________
Anonymous

Date:
ຍ່າເບິ່ງໃນແງ່ລົບເກີນໄປ

ຍ່າເບິ່ງໃນແງ່ລົບເກີນໄປ ຫຼານສາວຂ້ອຍກໍ່ໄປເສັງ ລາວກໍໄດ້ ພະນັກງານ 95% ລາວບໍ່ໄດ້ຈ້າງພໍກີບ

ເປັນຫຍັງລາວຈີ່ງໄດ້

__________________
Anonymous

Date:
RE: ວິທະຍາໄລເອກະຊົນ ກັບການ Corruption

Anonymous wrote:

ຍ່າເບິ່ງໃນແງ່ລົບເກີນໄປ ຫຼານສາວຂ້ອຍກໍ່ໄປເສັງ ລາວກໍໄດ້ ພະນັກງານ 95% ລາວບໍ່ໄດ້ຈ້າງພໍກີບ

ເປັນຫຍັງລາວຈີ່ງໄດ້

 ອັນນີ້ກະບໍ່ຮູ້ຄືກັນເດີ ຜູ້ຍິງເຂົາກໍ່ອາດຈະມີອາວຸດລັບຂອງເຂົາ ເຮົາກໍ່ບໍ່ຮູ້ນຳbiggrinbiggrin

__________________
Anonymous

Date:

Anonymous wrote:
Anonymous wrote:

ຍ່າເບິ່ງໃນແງ່ລົບເກີນໄປ ຫຼານສາວຂ້ອຍກໍ່ໄປເສັງ ລາວກໍໄດ້ ພະນັກງານ 95% ລາວບໍ່ໄດ້ຈ້າງພໍກີບ

ເປັນຫຍັງລາວຈີ່ງໄດ້

 ອັນນີ້ກະບໍ່ຮູ້ຄືກັນເດີ ຜູ້ຍິງເຂົາກໍ່ອາດຈະມີອາວຸດລັບຂອງເຂົາ ເຮົາກໍ່ບໍ່ຮູ້ນຳbiggrinbiggrin

 ຮຶ ຮຶ ຮຶ

biggrinbiggrinbiggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard