Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຣົຖທີ່ທົນທານທີ່ສຸດໃນປະເທດລາວ
Anonymous

Date:
ຣົຖທີ່ທົນທານທີ່ສຸດໃນປະເທດລາວ


ຖ້າເດົາບໍ່ຜິດ ຣົຖເກົ່າຄັນນີ້ຄົງຈະແມ່ນຣົຖຝຣັ່ງຜະລິດແລະຄົງມີອາຍຸຫຼາຍກ່ວາ 50 ປີ.

ທ່ານໃດຮູ້ຊ່ອຍບອກແດ່ວ່າແມ່ນຣົຖຍີ່ຫໍ້ຫຍັງ? ຂອບໃຈ

312708_388684557895487_197669573_n.jpg



__________________
Anonymous

Date:

 

 

Citroën 2CV  ເປັດນ້ອຍໜ້າຮັກ



__________________
Anonymous

Date:

ລົດອັນນີ້ ຍັງມີໄຊ້ກັນຢູ່ບໍ່?

ເປັນລົດຂອງປະເທດໃດ ສ່ວນລາຄາເດ?



__________________
Anonymous

Date:

Anonymous wrote:

ລົດອັນນີ້ ຍັງມີໄຊ້ກັນຢູ່ບໍ່?

ເປັນລົດຂອງປະເທດໃດ ສ່ວນລາຄາເດ?


 ລົດຝາລັ່ງ ລາຄາບໍ່ຮູ້



__________________
Anonymous

Date:

Anonymous wrote:

ລົດອັນນີ້ ຍັງມີໄຊ້ກັນຢູ່ບໍ່?

ເປັນລົດຂອງປະເທດໃດ ສ່ວນລາຄາເດ?


 

ຊື່ຣົຖຂ້ອຍກະບອກແລ້ວເດ  ຄືບໍ່ຫຼຽວເບິ່ງແໜ່ທາງເທິງຫັ້ນໂຕໃຫຍ່ເພີ້ເວີ້

 

 



__________________
Anonymous

Date:

ຣົຖ Citroën 2CV  ຄືສັນຍາລັກປະຈຳຊາດອັນໜຶ່ງຂອງປະເທດຝຣັ່ງ 

ນອກຈາກຫໍໄອເຟລ  ເຫຼົ້າແວັງແດງ  ແລະເຂົ້າຈີ່ປາເກັດ

 

ຣົຖນີ້ຜະລິດອອກຂາຍຕັ້ງແຕ່ປີ 1949  ຈົນຮອດປີ 1990 ຈຶ່ງຢຸດການຜະລິດລົງ

ເປັນຣົຖທີ່ໄດ້ຮັບຄວາມນິຍົມສູງສຸດຂອງຝຣັ່ງ

 

ຕອນຣົຖຄັນນີ້ອອກສູ່ສາຍຕາຄົນໃນງານປາຣີ ມໍໂຕໂຊ 1948

ຄົນທັງຫຼາຍພາກັນຫົວຂວັນ  ຍ້ອນໜ້າຕາຕະຫຼົກຂອງມັນ

ແຕ່ອີກບໍ່ດົນ Citroën 2CV ກໍ່ໄດ້ປ່ຽນເປັນຣົຖຂວັນໃຈຂອງຄົນຝຣັ່ງເກືອບທຸກຄົນ

ຍ້ອນຣົຖອອກແບບທາງໃນໃຫ້ກວ້າງເປັນຕານັ່ງ  

ຣະບົບກັນສະເທືອນທີ່ດີ  ແລະສຳຄັນສຸດແມ່ນຄວາມທົນທານຂອງຣົຖ

Citroën 2CV ຂີ່ໄປໄດ້ທຸກສະພາບຖນົນ  ບໍ່ວ່າທະເລຊາຍ ຫຼືຖິ່ນທຸຣະກັນດານ

ມີຫຼາຍຄົນໄດ້ສ້າງປະວັດສາດເດີນທາງຮອບໂລກກັບຣົຖCitroën 2CV ມາແລ້ວ

 

ຈາກການຮຽກຮ້ອງຂອງຄົນຮັກເປັດໂຕນີ້

ໃນມໍ່ໆ ໄດ້ຍິນຂ່າວວ່າບໍຣິສັດ Citroën ຈະຜະລິດ 2CV ຂື້ນໃໝ່

ເພາະຣົຖ Citroën 2CV ມັນບໍ່ແມ່ນແຕ່ພາຫະນະຂັບຂີ່ທໍ່ນັ້ນ

ສຳລັບຄົນຝຣັ່ງມັນຄືສິນລະປະ  ຄວາມຜູກພັນ  ແລະຄວາມພູມໃຈ

 

citroen2cvsoftupa.jpg

250px-2CV-1956-Caen.jpg

revell-re-07095.jpg

 

 

 

 

 

 

 



__________________
Anonymous

Date:

ມັນກະດີ ອີ່ຫລີເນາະ ແຕ່ຂອ້ຍບໍ່ເຊື່ອວ່າມັນ ຈະຂັບໄດ້

ຂອ້ຍຄິດວ່າ ພວກຂີ້ເຫລົ້ານີ້ ຄືຊິຂຶ້ນຂີ່ ແລ້ວຖ່າຍຮູບຊື່ໆ ດອກ.



__________________
Anonymous

Date:

Anonymous wrote:

ຣົຖ Citroën 2CV  ຄືສັນຍາລັກປະຈຳຊາດອັນໜຶ່ງຂອງປະເທດຝຣັ່ງ 

ນອກຈາກຫໍໄອເຟລ  ເຫຼົ້າແວັງແດງ  ແລະເຂົ້າຈີ່ປາເກັດ

 

ຣົຖນີ້ຜະລິດອອກຂາຍຕັ້ງແຕ່ປີ 1949  ຈົນຮອດປີ 1990 ຈຶ່ງຢຸດການຜະລິດລົງ

ເປັນຣົຖທີ່ໄດ້ຮັບຄວາມນິຍົມສູງສຸດຂອງຝຣັ່ງ

 

ຕອນຣົຖຄັນນີ້ອອກສູ່ສາຍຕາຄົນໃນງານປາຣີ ມໍໂຕໂຊ 1948

ຄົນທັງຫຼາຍພາກັນຫົວຂວັນ  ຍ້ອນໜ້າຕາຕະຫຼົກຂອງມັນ

ແຕ່ອີກບໍ່ດົນ Citroën 2CV ກໍ່ໄດ້ປ່ຽນເປັນຣົຖຂວັນໃຈຂອງຄົນຝຣັ່ງເກືອບທຸກຄົນ

ຍ້ອນຣົຖອອກແບບທາງໃນໃຫ້ກວ້າງເປັນຕານັ່ງ  

ຣະບົບກັນສະເທືອນທີ່ດີ  ແລະສຳຄັນສຸດແມ່ນຄວາມທົນທານຂອງຣົຖ

Citroën 2CV ຂີ່ໄປໄດ້ທຸກສະພາບຖນົນ  ບໍ່ວ່າທະເລຊາຍ ຫຼືຖິ່ນທຸຣະກັນດານ

ມີຫຼາຍຄົນໄດ້ສ້າງປະວັດສາດເດີນທາງຮອບໂລກກັບຣົຖCitroën 2CV ມາແລ້ວ

 

ຈາກການຮຽກຮ້ອງຂອງຄົນຮັກເປັດໂຕນີ້

ໃນມໍ່ໆ ໄດ້ຍິນຂ່າວວ່າບໍຣິສັດ Citroën ຈະຜະລິດ 2CV ຂື້ນໃໝ່

ເພາະຣົຖ Citroën 2CV ມັນບໍ່ແມ່ນແຕ່ພາຫະນະຂັບຂີ່ທໍ່ນັ້ນ

ສຳລັບຄົນຝຣັ່ງມັນຄືສິນລະປະ  ຄວາມຜູກພັນ  ແລະຄວາມພູມໃຈ

 

citroen2cvsoftupa.jpg

250px-2CV-1956-Caen.jpg

revell-re-07095.jpg

 

 

 

 

 

 

 


 I would add, that it's very easy and cheap to maintain. The gas-maileage is incridible. The most rumor was: if anyone can drive straige and turn and can turn over, the company's owner will give half of the company.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard