Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຮູ້ກ່ຽວກັບພາສາລາວ
Anonymous

Date:
ຢາກຮູ້ກ່ຽວກັບພາສາລາວ


ຂໍຮຽນຖາມທ່ານທີ່ຮູ້ກ່ຽວກັບພາສາລາວດີແດ່. ຄືຂ້າພະເຈົ້າມີຄວາມສົນໃຈແລະສັບສົນກັບພາສາລາວແລະພາສາປະເທດເພື່ອນບ້ານເຮົາ (ໄທ) ວ່າຄຳເວົ້າໃດເປັນຂອງເຮົາແລະເປັນຂອງເພີ່ນ. ຂ້າພະເຈົ້າຈະຂໍຍົກຕົວຢ່າງດັ່ງນີ້:

  1. ໄວລຸ້ນ        ຫລື     ໄວຮຸ້ນ
  2. ຄົນລຸ້ນໃຫມ່  ຫລື      ຄົນຮຸ້ນໃຫມ່

ແຕ່ບາງຄຳພັດຄືກັນເຊັ່ນ: ຕະຫລາດຮຸ້ນ ແລະ ໂຄຊົກໂທລະພາບບາງຄົນຍັງເອີ້ນ ຝາຕີນ ວ່າຝາທ້າວ ເຊີ່ງມັນເປັນສັບຂອງປະເທດເພີ່ນ.

ແລະຍັງມີອີກຯຫລາຍຄຳເວົ້າທີ່ຍັງໃຊ້ປົນກັບພາສາບ້ານເພີ່ນ. ຢາກໃຫ້ຜູ້ຮູ້ຊ່ວຍອະທິບາຍໃຫ້ຟັງແດ່.

ຂອບໃຈ



__________________
Anonymous

Date:

ເຫັນບົດທີສົນທະນາເລື່ອງພາສາພາເສັຽແລ້ວ ກໍ່ອົດໂດດເຂົ້າມາລົມນໍາບໍ່ໄດ້

ຄວາມຈິງແລ້ວ ຂ້ານ້ອຍກໍ່ບໍ່ເກັ່ງພາສາລາວ ກໍາລັງຈະຂຶ້ນໄປຮຽນຊັ້ນປໍ4

ພໍ່ແມ່ກໍ່ພາຍ້າຍມາຢູ່ວຽງຈັນ2 ກໍ່ເລີຍຕົກຍຸກດ້ານພາສາລາວ.

ຖ້າຈື່ບໍ່ຜິດ ກ່ອນປີ 1975 ລາວແລະໄທກໍ່ເອີ້ນໄວຣຸ້ນໃນພາສາຂຽນ ແຕ່ພາ

ສາຊາວບ້ານກໍ່ເອີ້ນໄວລຸ້ນ, ຕະລາດຫຸ້ນ, ຫຸ້ນສ່ວນ. ແຕ່ຄົນຮຸ່ນໃໝ່(ຫຼັງປີ 75)

ອາດຈະເວົ້າຕ່າງ.



__________________
Anonymous

Date:

Anonymous wrote:

ເຫັນບົດທີສົນທະນາເລື່ອງພາສາພາເສັຽແລ້ວ ກໍ່ອົດໂດດເຂົ້າມາລົມນໍາບໍ່ໄດ້

ຄວາມຈິງແລ້ວ ຂ້ານ້ອຍກໍ່ບໍ່ເກັ່ງພາສາລາວ ກໍາລັງຈະຂຶ້ນໄປຮຽນຊັ້ນປໍ4

ພໍ່ແມ່ກໍ່ພາຍ້າຍມາຢູ່ວຽງຈັນ2 ກໍ່ເລີຍຕົກຍຸກດ້ານພາສາລາວ.

ຖ້າຈື່ບໍ່ຜິດ ກ່ອນປີ 1975 ລາວແລະໄທກໍ່ເອີ້ນໄວຣຸ້ນໃນພາສາຂຽນ ແຕ່ພາ

ສາຊາວບ້ານກໍ່ເອີ້ນໄວລຸ້ນ, ຕະລາດຫຸ້ນ, ຫຸ້ນສ່ວນ. ແຕ່ຄົນຮຸ່ນໃໝ່(ຫຼັງປີ 75)

ອາດຈະເວົ້າຕ່າງ.


 ກ່ອນ1975ພາສາລາວທີ່ຖືກຕ້ອງແມ່ນ: ໄວລຸ້ນ,ລຸ້ນໃໝ່,ຮຸ້ນສ່ວນ.



__________________
Anonymous

Date:

ໄວຮຸ້ນ ບໍ່ມີໃນພາສາລາວ ມີແຕ່ ໄວລຸ້ນ (ສປປລ) ຫລື ໄວຣຸ້ນ (ທີ່ໃຊ້ແລະຂຽນກ່ອນ 75.)

ຫຸ່ນ ແປວ່າ ຮູບຮ່າງ, ຕົນຕົວ, ວາດຊົງ, ລັກສະນະ............ຫຸ່ນງາມ, ຫຸ່ນນ້ອຍ, ຫຸ່ນກົມຄືຝຸຍ

ຫຸ້ນ ແປວ່າ ຮ່ວມ, ສົມທົບ, ເຂົ້າກັນ.......ມາເຮີຍສ່ຽວມາຫຸ້ນກັນຊື້ໄກ່ໄປຕົ້ມສູ່ຜູ່ສາວກິນ

                                                  ຂ້ອຍເປັນຫຸ້ນສ່ວນກັບທະນາຄານພົວສະຫວັນ.



__________________
Anonymous

Date:

ຂ້ອຍຄົນລຸ້ນເກົ່າບໍ່ເຫັນດີທີ່ເພິ່ນເອົາຮຸ່ນມາໃຊ້ແທນລຸ້ນດັ່ງທີ່ເຮັດຈາກເວັບໜັງສືພິມເສດຖະກິດ-ສັງຄົມ

http://www.ecom.org.la/teen/khao/11/12825

ອຸບປະກອນລຸ້ນເກົ່າ ກາຍມາເປັນ ອຸບປະກອນຮຸ່ນໃໝ່

ຄົນລຸ້ນໃໝ່ ກາຍມາເປັນ ຄົນຮຸ່ນໃໝ່

ນັກຮຽນລຸ້ນສອງ ກາຍມາເປັນ ນັກຮຽນຮຸ່ນສອງ

ເມື່ອຖາມເຖິງເຫດຜົນທີ່ຕ້ອງປ່ຽນ ເພິ່ນຈະບອກວ່າ ລຸ້ນແມ່ນພາສາໄທ. ຂ້ອຍຄິດວ່າອີກສອງສັດຕະວັດ

ທີ່ຈະມາເຖິງພາສາລາວຄົງຈະຊອກກຸບມາໃສ່ແນ່ນອນ !



__________________
Anonymous

Date:

Anonymous wrote:

ຂ້ອຍຄົນລຸ້ນເກົ່າບໍ່ເຫັນດີທີ່ເພິ່ນເອົາຮຸ່ນມາໃຊ້ແທນລຸ້ນດັ່ງທີ່ເຮັດຈາກເວັບໜັງສືພິມເສດຖະກິດ-ສັງຄົມ

http://www.ecom.org.la/teen/khao/11/12825

ອຸບປະກອນລຸ້ນເກົ່າ ກາຍມາເປັນ ອຸບປະກອນຮຸ່ນໃໝ່

ຄົນລຸ້ນໃໝ່ ກາຍມາເປັນ ຄົນຮຸ່ນໃໝ່

ນັກຮຽນລຸ້ນສອງ ກາຍມາເປັນ ນັກຮຽນຮຸ່ນສອງ

ເມື່ອຖາມເຖິງເຫດຜົນທີ່ຕ້ອງປ່ຽນ ເພິ່ນຈະບອກວ່າ ລຸ້ນແມ່ນພາສາໄທ. ຂ້ອຍຄິດວ່າອີກສອງສັດຕະວັດ

ທີ່ຈະມາເຖິງພາສາລາວຄົງຈະຊອກກຸບມາໃສ່ແນ່ນອນ !


 ຮຸ່ນ ນັ້ນຖືກຕ້ອງແລ້ວ  

ເປັນຫຍັງຈຶ່ງວ່າຖືກ  ມື້ໜ້າຈະຍົກເຫດຜົນມາເວົ້າສູ່ຟັງ

 

ໄວລຸ້ນ ຕາມຄຳຖາມ  ຂໍຕອບວ່າແມ່ນພາສາໄທຍ

วัยรุ่น  ອ່ານຕາມຊາວບ້ານທີ່ບໍ່ຫັນລິ້ນວ່າ ວັຍລຸ້ນ

ວັຍ ຈະແມ່ນມາຈາກພາສາບາລີ ສັນສະກິດ ຂະເໝນ ຫຼືໄທຍແທ້

ຂ້ອຍກໍ່ບໍ່ຮູ້  ມີເວລາຈະໄປຄົ້ນຄົ້ວເບິ່ງໃໝ່ 

ແຕ່ຮູ້ວ່າມັນແປໄດ້ໃຈຄວາມເປັນ  ອາຍຸ

รุ่น ຕາມພົຈນານຸກົມໄທຍເຂົາແປວ່າ  

1/-ຄາວ, ສະໄໝ ເຊັ່ນນັກຮຽນລຸ້ນປີທີ1.  ຣົຖໂຕໂຍຕ້າລຸ້ນໃໝ່

2/-ໜຸ່ມສາວອາຍຸຍັງນ້ອຍເອິ້ນວ່າ ລຸ້ນ  

ຄຳວ່າ ວັຍລຸ້ນ ເປັນສັບໃໝ່ທີ່ນິຍົມເວົ້າຫຼາຍປະມານເຈັດສິບແປດສິບປີມານີ້ເອງ

ຢ່າງໃດກໍ່ຕາມ  ໃນພາສາລາວເຮົາມີຄຳໆໜຶ່ງຄື ລຸນ

ລຸນ ແປວ່າ ຕາມຫຼັງ ຫລ້າ ລຸນ ເຊັ່ນ ເກີດໃໝ່ໃຫຍ່ລຸນ ມາກ່ອນ ມາລຸນ

 

ເອົາທໍ່ນີ້ກ່ອນ  ຄວາມເຫັນຂອງຂ້ອຍເປັນຄວາມເຫັນສ່ວນໂຕ

ຜິດຖືກ  ຕ້ອງຫາເຫດຜົນຍົກມາອ້າງກັນເດີ

 

 

 

 



__________________
Anonymous

Date:

ພາສາລາວມີບັນຫາກ່ຽວກັບພະຍັນຊະນະ ໂຕ ລ ຣ ແລະ ໂຕ ຮ  ມາແຕ່ໃດໆແລ້ວ

ເພາະຍ້ອນຄວາມມັກງ່າຍຂອງຄົນຜູ່ທີ່ຂຽນນັ້ນເອງ. ປະຈຸບັນແຮງໄປກັນໃຫຍ່ເອົາ

ແຕ່ຜູ່ຈະຂຽນໂດຍສະເພາະຄົນລາວໃນປະເທດ ສປປລ, ບໍ່ວ່າຢູ່ຕາມໜັງສືພິມ ຫຼື

ປຶ້ມສາຣະຄະດີຕ່າງໆແມ່ນຂຽນຢູ່ນອກເສັ້ນຂອງຫລັກໄວຍະກອນເປັນສ່ວນຫຼາຍ.

 

ຂ້າພະເຈົ້າເປັນເພິ່ນຂຽນຂ່າວຢູ່ໜັງສິພິມວຽງຈັນໃໝ່: ທາງເຈົ້າໜ້າທີ່ ກປສ ໄດ້

ຍື່ນສະເໜີຂໍ້ມູນຕ່າງໆຂຶ້ນຫາຂັ້ນເທິງເປັນທີ່ ຮຽບຮ້ອຍ ແລ້ວ.   ອັນທີ່ເພິ່ນຂຽນ

ແບບນີ້ແມ່ນຂຽນຕາມພາສາເວົ້າ, ຖ້າພາສາຂຽນຈະບໍ່ຂຽນແບບນີ້ເພາະມັນຜິດ

ຫລັກໄວຍະກອນ ຖ້າຈະໃຫ້ຖືກຕ້ອງຕາມຫລັກໄວຍະກອນແທ້ຕ້ອງຂຽນແບບນີ້:

ຣຽບຣ້ອຍ. ພາສາເວົ້າ=ລຽບລ້ອຍ       ພາສາຂຽນ=ຣຽບຣ້ອຍ

ຮຽບຮ້ອຍ=ບໍ່ຖືກຕ້ອງທັງພາສາຂຽນ ແລະພາສາເວົ້າ.

 

ໂຮງຮຽນ=ພາສາຂຽນທີ່ຖືກຕ້ອງຕາມຫລັກໄວຍະກອນ ແລະຖືກຕ້ອງຂອງພາສາ

ເວົ້າ, ແຕ່ຍັງມີຄົນລາວບາງທ້ອງຖິ່ນໃຊ້ພາສາເວົ້ານີ້ວ່າ: ໂລງລຽນ.       ຖ້າຂຽນ:

ໂຣງຣຽນ ແບບນີ້ແມ່ນຜິດ ເພາະບໍ່ແມ່ນພາສາລາວ ມັນເປັນພາສາໄທ, ແລະຂຽນ

ອີກຢ່າງນີ້ ໂລງລຽນ ກໍຜິດເໝືອນກັນເພາະຜິດກັບຫລັກໄວຍະກອນລາວ.

 

ເຮົາຕ້ອງແຍກອອກໃຫ້ເປັນວ່າອັນໃດພາສາຂຽນແລະອັນໃດພາສາເວົ້າ,ລາວ ສປປລ

ແມ່ນບໍ່ມັກສົນໃຈວ່າຈະແຍກອອກ  ແມ່ນໃຊ້ປະປົນກັນໄປໝົດກໍເລີຍເຮັດໃຫ້ພາສາ

ລາວຂາດຄຸນນະພາບລົງໄປ ແຕ່ກໍແປກ ເປັນຫຍັງທາງກະຊວງສຶກສາທິການຂອງຈຶ່ງ

ບໍ່ເອົາຫົວຊາອອກກົດລະບຽບ ແລະປັບປຸງຂໍ້ບົກຜ່ອງຂອງພາສາຂຽນແລະພາສາເວົ້າ

ໃຫ້ຖືກຕ້ອງ? ພາສາລາວນັບມື້ນັບໝົດສະມັດທະພາບລົງໄປເພາະກະຊວງທີ່ກ່ຽວຂ້ອງ

ບໍ່ທຳໜ້າທີ່ທີ່ຄວນຈະທຳ ແລະຫລະເຫຼີງຕໍ່ໜ້າທີ່ຮັບຜິດຊອບ.

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard