Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວເຈລະຈາ ກັບໄທ ເພື່ອຢາກໄດ້ ຊ້າງຜູ້ ກັບຄືນລາວ
Anonymous

Date:
ລາວເຈລະຈາ ກັບໄທ ເພື່ອຢາກໄດ້ ຊ້າງຜູ້ ກັບຄືນລາວ


ລາວ ລາວເຈລະຈາ ກັບໄທ ເພື່ອຢາກໄດ້ ຊ້າງຜູ້ ກັບຄືນລາວ ຊ້າງລາວທີ່ຫລົບໜີ ໄປຢູ່ພາກອີສານຂອງໄທ ທາງການລາວຈະຕ້ອນຊ້າງປ່າທີ່ອົບພະຍົບຂ້າມນໍ້າຂອງໄປ ໄທກັບຄືນມາລາວ ແຕ່ກໍບໍ່ແມ່ນເລຶ່ອງງ່າຍໆ ເພາະເຈົ້າໜ້າທີ່ ໄທຢືນຢັນວ່າຊ້າງປ່າຕົວຜູ້ເປັນຊ້າງໄທທີ່ກັບຄືນຈາກລາວ. ສືບເນື່ອງຈາກກໍລະນີຊ້າງປ່າຈໍານວນ 5 ໂຕໄດ້ພາກັນອົບພະ ຍົບຂ້າມແມ່ນໍ້າຂອງ ຈາກເຂດແຂວງບໍລິຄໍາໄຊຂອງລາວ ເຂົ້າ ໄປໃນເຂດອໍາເພີບ້ານແພງ ຈັງຫວັດນະຄອນພະນົມໃນພາກ ອີສານຂອງໄທ ນັບແຕ່ວັນທີ່ 11 ມີນາທີ່ຜ່ານມາ ແລະຈົນເຖິງ ຂະນະນີ້ ກໍປາກົດວ່າຊ້າງຈໍານວນ 4 ຕົວໄດ້ພາກັນຂ້າມແມ່ນໍ້າ ຂອງແລະກັບ ຄືນໄປຢູ່ໃນເຂດປ່າສະຫງວນພູງູ ໃນເຂດແຂວງ ບໍລິຄໍາໄຊຂອງລາວດັ່ງເດີມແລ້ວນັ້ນ ຫາກແຕ່ບັນຫາ ໃນເວລາ ນີ້ ກໍຄືຊ້າງປ່າໂຕຜູ້ໃຫຍ່ທີ່ສຸດໃນຝຸງດັ່ງກ່າວນີ້ກໍຍັງບໍ່ກັບຄືນໄປ ເຂດລາວແຕ່ຢ່າງໃດ ໂດຍໄດ້ເຂົ້າໄປອາໃສຢູ່ໃນເຂດປ່າສະຫງວນແຫ່ງຊາດພູງົວ ຊຶ່ງຕັ້ງ ຢູ່ລະຫວ່າງຈັດຫວັດນະຄອນພະນົມກັບຈັງຫວັດບຶງການຂອງໄທເລື້ອຍມາຈົນເຖິງປັດຈຸບັນ. ຍ້ອນບັນຫາດັ່ງກ່າວນີ້ ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງລັດຖະບານລາວ ພາຍໃຕ້ການນໍາ ຂອງທ່ານຄໍາພັນ ນັນທະວົງ ຫົວໜ້າກົມຄຸ້ມຄອງຊັບພະຍາກອນທໍາມະຊາດ ພ້ອມກັບ ທ່ານສີສົມພອນ ສຸດທິຈັກ ຫົວໜ້າຜະແນກຄຸ້ມຄອງຊັບພະຍາກອນທໍາມະຊາດຂອງ ແຂວງບໍລິຄໍາໄຊ ໄດ້ເດີນທາງໄປພົບປະເຈລະຈາຮ່ວມກັບຄະນະເຈົ້າໜ້າທີ່ຂອງສໍານັກ ງານອະນຸລັກຊັບພະຍາກອນທໍາມະຊາດແລະສັດປ່າເຂດ 10 ທີ່ຮັບຜິດຊອບພື້ນທີ່ ໃນ ເຂດພາກອີສານຂອງໄທ ໃນທ້າຍອາທິດທີ່ຜ່ານມາ ຫາກແຕ່ກໍບໍ່ສາມາດຕົກລົງກັນໄດ້ ເນື່ອງຈາກຄະນະເຈົ້າໜ້າທີ່ຂອງໄທໄດ້ຢືນຢັນວ່າ ຊ້າງປ່າໂຕຜູ້ດັ່ງກ່າວນີ້ ເປັນຊ້າງໄທ ທີ່ຂ້າມໄປຫາກິນ ແລະຜະສົມພັນຢູ່ໃນເຂດລາວ ດັ່ງທີ່ເຈົ້າໜ້າທີ່ໄທທ່ານນຶ່ງໄດ້ ໃຫ້ການ ຊີ້ແຈງວ່າ: ເຈົ້າໜ້າທີ່ລາວຕິດຕາມເບິ່ງຊ້າງທີ່ຂ້າມໄປຝັ່ງໄທ ​​​"ຊ້າງຕົວນີ້ ຈິງໆເຄີຍຖ່າຍຮູບໄວ້ແລ້ວ ກໍເຄີຍຢູ່ທີ່ ພູງົວມາກ່ອນ ແລະເຂົາກໍຄົງຂ້າມໄປລາວ ພໍຕອນ ນີ້ເຂົາກັບມາແລ້ວ ພໍກັບມາຕອນນີ້ກໍເລີຍເບິ່ງຮູບ ພັນສັນຖານກໍທີ່ເຄີຍຖ່າຍວິດີໂອຖ່າຍຫຍັງໄວ້ທີ່ ຂອງເຮົາ ພູງົວຂອງເຮົານີ້ ເປັນລັກສະນະຕົວດຽວ ກັນ ຮູບຮ່າງລັກສະນະສັນຖານກໍໜ້າຈະເປັນຊ້າງ ຂອງເຮົາ ທີ່ຂ້າມໄປຢູ່ພຸ້ນ ແລ້ວກັບມາ.” ຊ້າງປ່າເພດຜູ້ຕົວດັ່ງກ່າວມີຄວາມສູງເຖິງ 3 ແມັດແລະ ໜັກເກີນກວ່າ 3 ໂຕນ ຫາກແຕ່ກໍເປັນທີ່ໜ້າສັງເກດວ່າງວງຂອງຊ້າງມີບາດແຜ ຄ້າຍຄື ກັບຮອຍລູກປືນດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງໄທເຊື່ອວ່າສາເຫດທີ່ເຮັດໃຫ້ຊ້າງ ປ່າຕ້ອງອົບພະຍົບຂ້າມແມ່ນໍ້າຂອງຈາກຝັ່ງລາວໄປໄທ ກໍຍ້ອນວ່າຖືກຕາມລ່າ ໂດຍກຸ່ມ ນັກຄ້າສັດປ່າໃນລາວນັ້ນເອງ ຫາກແຕ່ວ່າຄະນະເຈົ້າໜ້າທີ່ຂອງທາງ ການລາວກໍໄດ້ໃຫ້ ການຢືນຢັນວ່າບໍ່ມີບັນຫາການລ່າຊ້າງປ່າຢູ່ໃນເຂດແຂວງບໍລິຄໍາໄຊ ແລະບາດແຜທີ່ ງວງຊ້າງຜູ້ນັ້ນ ກໍເປັນບາດແຜເກົ່າທີ່ເກີດຈາກການຫາກິນຕາມທໍາມະຊາດ ເທົ່ານັ້ນ. ກ່ອນໜ້ານີ້ ອົງການອະນະລັກຊ້າງໃນເອເຊຍ (ElefantAsia) ລາຍງານວ່າຈໍານວນ ປະຊາກອນຊ້າງຢູ່ໃນລາວ ຍັງຄົງລົດລົງຢ່າງຕໍ່ເນື່ອງໂດຍຈາກການເກັບກໍາຂໍ້ມູນຫລ້າ ສຸດ ເຮັດໃຫ້ສາມາດປະເມີນໄດ້ວ່າ ໃນປັດຈຸບັນຍັງມີປະຊາກອນຊ້າງບ້ານເຫຼືອຢູ່ໃນ ລາວ ພຽງແຕ່ບໍ່ເກີນ 470 ຕົວເທົ່ານັ້ນ ສ່ວນປະຊາກອນຊ້າງປ່ານັ້ນກໍເຊື່ອວ່າ ມີຈໍານວນ ໜ້ອຍກວ່າຊ້າງບ້ານຢ່າງແນ່ນອນ ເນື່ອງຈາກວ່າຊ້າງປ່າຍັງຕ້ອງປະເຊີນກັບການຖືກລ່າ ໂດຍກຸ່ມລັກລອບຄ້າສັດປ່າຢູ່ຕະຫຼອດເວລາ. ຍິ່ງໄປກວ່ານັ້ນ ເມື່ອປະກອບກັບບັນຫາການຕັດໄມ້ທໍາລາຍປ່າຢ່າງໜັກໜ່ວງຢູ່ ໃນທົ່ວ ປະເທດລາວດ້ວຍແລ້ວ ກໍຍັງໄດ້ທໍາລາຍຖິ່ນທີ່ຢູ່ແລະແຫຼ່ງອາຫານຂອງຊ້າງແລະສັດປ່າ ນາໆຊະນິດ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຜະສົມພັນ ຂອງສັດປ່າອີກດ້ວຍ ໂດຍຜົນທີ່ຕິດຕາມມາ ກໍຄືປະຊາກອນຊ້າງປ່າໄດ້ລົດຈໍານວນລົງຢ່າງຕໍ່ເນື່ອງ ແລະຖ້າ ຫາກວ່າບັນຫາດັ່ງກ່າວນີ້ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍເຊື່ອວ່າຊ້າງປ່າໃນລາວ ຈະສູນພັນໄປພາຍໃນ 50​ ປີຢ່າງແນ່ນອນ. ທາງດ້ານອົງການຄຸ້ມຄອງສັດປ່າ (WCS) ທີ່ໃຫ້ການຊ່ວຍເຫຼືອລັດຖະບານລາວໃນ ການອະນຸລັກເສືອໂຄ່ງໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໃນພາກ ເໜືອ ຂອງລາວນັ້ນກໍລາຍງານວ່າໃນປັດຈຸບັນນີ້ຍັງຄົງເຫຼືອປະຊາກອນເສືອໂຄ່ງໃນເຂດປ່າ ສະຫງວນດັ່ງກ່າວພຽງບໍ່ເກີນ 30 ຕົວ ແລະຍັງມີທ່າອຽງທີ່ຈະຫຼຸດຈໍານວນລົງໄປເລື້ອຍໆ ເນື່ອງຈາກການລັກລອບລ່າເສືອໂຄ່ງໃນລາວ ເພື່ອສົ່ງອອກໄປຕ່າງປະເທດ ຍັງຄົງເກີດ ຂຶ້ນ ຢູ່ເລື້ອຍມາ.

__________________
Anonymous

Date:
RE: ລາວເຈລະຈາ ກັບໄທ ເພື່ອຢາກໄດ້ ຊ້າງຜູ້ ກັບຄືນລາວ


ໄທມີຮູບຢັ້ງຢືນ ແຕ່ທາງຝ່າຍລາວມີ DNA ຢັ້ງຢືນ, ຂຶ້ນສານ Gremlins ລາວຕ້ອງຊະນະແນ່ນອນ.

ຮອບແຜຢູ່ງານັ້ນອາດຈະເກີດຂຶ້ນຍ້ອນການຕໍ່ສູ້ກັນລະຫວ່າງຊ້າງຕົວຜູ່ກັບຊ້າງຕົວແມ່ເພາະເຄີຍເບິ່ງສາຣະຄະດີ

ເລື່ອງຊ້າງຈາກສະຖານີໂທຣະພາບໂລກຂອງສັດ(Animal Planet)ທີ່ອອກອາກາດທຸກໆ 2 ໂມງເຊົ້າ

ຜ່ານສະຖານີລາວສຕາຣ, ຊ້າງຈະໃຊ້ງວງຮູດໃບໄມ້ມາປ່ອນໃສ່ປາກ ບໍ່ແມ່ນໃຊ້ງາ.



__________________
Anonymous

Date:

ຂ້ອຍໃນນາມຄົນລາວ  ບໍ່ໄດ້ເວົ້າແບບເຫັນແກ່ໂຕໂດຍຂາດເຫດຜົນເດີ

 

ຊ້າງປ່າ  ຫຼືສັດປ່າທຸກໂຕ ຖ້າຢູ່ໃນເຂດປະເທດໃດ  ມັນກໍ່ເປັນສົມບັດຂອງປະເທດນັ້ນ

ສັດປ່າໂຕນັ້ນມັນຫຼົງໄປເຂົ້າເຂດອີກປະເທດເອງໂດຍບໍ່ແມ່ນຖືກກວາດຕ້ອນໄປ

ມັນກໍ່ຈະເປັນສັດປ່າຂອງປະເທດນັ້ນທັນທີ

ນອກຈາກ ສັດປ່າເຫຼົ່ານັ້ນລາວເຮົາມີຫຼັກຖານໄດ້ລົງທະບຽນ

ປະທັບຕາຕາມໂຕວ່າເປັນສັດຢູ່ໃນຄວາມຄຸ້ມຄອງຂອງລາວ

ຖ້າບໍ່ມີ  ກໍ່ໝາຍຄວາມວ່າມັນເປັນສັດປ່າອິດສະຣະ  ໄປເຂົ້າເຮືອນໃຜ  ກໍ່ເປັນຂອງຄົນນັ້ນ

ໂຕຢ່າງ  ຖ້າລິງ ເສືອ  ກະຮອກມັນໄປເຂົ້າເຂດຫວຽດນາມເຮົາກໍ່ໄປຮຽກຮ້ອງເອົາຄືນບໍ່ໄດ້ແມ່ນບໍ່

ໃນທາງກັບກັນ  ສັດປ່າຕ່າງໆ ຫຼົງມາເຂົ້າເຂດລາວກໍເປັນຂອງລາວ

ເຮື່ອງຊ້າງໄປໄທຍໂຕນັ້ນ

ຖ້າເຮົາໄປຄຸຍອ້ອນວອນຂໍຄືນນຳໄທຍ ດ້ວຍເຫດຜົນວ່າມັນຫຼົງຝູງໄປໂຕດຽວ  ຢາກໃຫ້

ມັນກັບມາຢູ່ນຳຝູງຄືເກົ່າ  ຄຸຍນຳເຂົາດີໆ  ບໍ່ແມ່ນຄຸຍເຮື່ອງສິດທິເຈົ້າຂອງ

ເພາະສັດປ່າອິດສະຣະບໍ່ມີເຈົ້າຂອງແບບຂາດໂຕ

ໄທຍກໍ່ຄືຈະສົ່ງໃຫ້ຄືນຢູ່ດອກຕີ  ສ່ຳຊ້າງໂຕດຽວ  ເມືອງເຂົາຊ້າງແຮ່ງຫຼາຍ ຖືກຈູງຍ່າງ

ຂໍເງິນຢູ່ກຸງເທບຈົນເປັນປັນຫາທຸກມື້ນີ້

 

 



__________________
Anonymous

Date:

ໄທມັນຕັ້ງຄື

ປະເທດໄທເຂັ້ມງວດເລື່ອງການຄ້າຂາຍສັດປ່າ ແຕ່ກົດໝາຍໄທອະນຸຍາດໃຫ້ສາມາດຄ້າຂາຍງາຊ້າງໄດ້

ອີກບໍ່ດົນຊ້າງປ່າເອເຊຍ ແລະ ແອຟຼິກາ ກໍ່ຈະສູນພັນ ຍ້ອນກົດໝາຍບ້າບໍຄໍແຕກຂອງປະເທດນີ້ລະ



__________________


Veteran Member

Status: Offline
Posts: 63
Date:

ທ່ານມີເຫດຜົນດີຢ່າງຖືກຕ້ອງ ສັດປ່າທັງຫຼາຍໃນເມື່ອປ່າດົງຜົງໃພຖືກທຳລາຍຈາກເງື່ອມມືຂອງມະໜຸດຫຼືຜູ້ມີອິທິພົນ ຈະໃຫ້ພວກເຂົາ

ດຳລົງຄົງຕົວຢູ່ຕໍ່ໄປໄດ້ຢ່າງໃດ? ປ່າໄມ້ກໍ່ປຽບເໝືອນດັ່ງເຮືອນຮັງແລະທີ່ຢູ່ອາໃສແລະພ້ອມທັງພຶກສາຊາດພັນນາໆຊະນິດກໍ່ເປັນອາຫານຂອງ

ພວກເຂົາ, ຖ້າທຸກຢ່າງສູນສະຫຼາຍໄປຈາກເຂດທີ່ມັນເຄີຍຢູ່ ພວກເຂົາຕ້ອງຈຳໃຈຍ້າຍຖີ່ນຖານໜີທັງໆທີ່ບໍ່ເກດຕະນາ ບັນຫານີ້ກໍ່ບໍ່ແຕກຕ່າງຫັຍງກັບ

ມະໜຸດ ບ່ອນໃດມີສິດເສລີພາບໃຫ້ຄວາມຮົ່ມເຢັນແລະເປັນທັມນີ້ຫຼະ! ສິ່ງທີ່ມີຈິດວີນຍານສະແຫວງຫາ.

ປ່າໄມ້ໃນປະເທດລາວ ເວົ້າລວມທົ່ວທຸກບ່ອນແມ່ນຖືກທຳລາຍຈົນໝົດກ້ຽງ ບໍ່ວ່າແຕ່ປ່າສະຫງວນຫຼືປ່າໃດໆກໍ່ຕາມ ຍ້ອນວ່າພັດແລະລັດເຫັນເງີນມີຄຸນຄ່າຫຼາຍ

ກ່ວາຊາດບ້ານເມືອງ  ມີແນວຄວາມຄິດກອບໂກຍສ້າງຮັ່ງຄູນມີສວຍໃຊ້ໂອກາດຂາຍສັບພະຍາກອນຂອງຊາດໃຫ້ເກີດປະໂຫຍດແກ່ຄອບຄົວແລະເຄືອຍາດ.



__________________
Anonymous

Date:

Anonymous wrote:

ໄທມັນຕັ້ງຄື

ປະເທດໄທເຂັ້ມງວດເລື່ອງການຄ້າຂາຍສັດປ່າ ແຕ່ກົດໝາຍໄທອະນຸຍາດໃຫ້ສາມາດຄ້າຂາຍງາຊ້າງໄດ້

ອີກບໍ່ດົນຊ້າງປ່າເອເຊຍ ແລະ ແອຟຼິກາ ກໍ່ຈະສູນພັນ ຍ້ອນກົດໝາຍບ້າບໍຄໍແຕກຂອງປະເທດນີ້ລະ


 ເຈົ້າຮູ້ແລະໝັ້ນໃຈຫວະ  ວ່າໄທຍມີກົດໝາຍອະນຸຍາດໃຫ້ຂາຍງາຊ້າງ

 

ຂ້ອຍເປັນຄົນລາວຜູ້ໜຶ່ງ  

ຂ້ອຍອາຍທີ່ມີຄົນຮ່ວມເຜົ່າພັນດຽວກັນຄືເຈົ້າ

ໂງ່ແລ້ວຍັງປາກບໍ່ດີ

 

ຂ້ອຍບໍ່ໄດ້ເຂົົ້າຂ້າງໄທຍທຸກເລື່ອງ

ແນວໃດດີກະວ່າເຂົາດີ  ແນວໃດບໍ່ດີຂ້ອຍກະວິຈານເຂົາແບບມີເຫດຜົນ

ໃນເວບນີ້ຂ້ອຍມີຄວາມເຫັນຂັດກັບຄົນໄທຍຫຼາຍຢູ່ກະທູ້

 

ແຕ່ບໍ່ແມ່ນຊັງເຂົາບາງເລື່ອງ  ເຂົາເຮັດຫຍັງກໍ່ຜິດເໝິດ

ລາວເຮົາຍັງຕ້ອງຮຽນຮູ້ນຳຄົນໄທຍຫຼາຍ  ເວົ້າເນັ້ນອີກວ່າ  ຫຼາຍ

ເຈົ້າເອງຊັງໄທຍ  ຊີວິດແຕ່ລະມື້ຂອງເຈົ້າຕັດຂາດຄວາມເປັນໄທຍບໍ່ໃຫ້ເຫຼືອໄດ້ບໍ່?

ໄດ້ບໍ່ ? ໄດ້ບໍ່?

ຫຼຽວເບິ່ງຮອບ ໆ ໂຕເອງອີກເທື່ອເດີ  

ໃຊ້ສະຕິພິດຈາຣະນາວ່າມີຫຍັງແມ່ນຂອງໄທຍໃກ້ໂຕເຈົ້າ  ຫຼືຢູ່ໃນໂຕເຈົ້າເອງ

ຖ້າສະໝອງບໍ່ປຶກ

ຮັບຮອງວ່າເຈົ້າຕ້ອງເຫັນຄວາມເປັນໄທຍໃນໂຕ  ບໍ່ຫຼາຍກໍໜ້ອຍ

ງ່າຍ ໆ ເຖິງຂ້ອຍບໍໄດ້ຢູ່ໃກ້ໆ ເຈົ້າຂ້ອຍກໍ່ຮູ້

ເບິ່ງແຕ່ຂໍ້ຂຽນຂອງເຈົ້າຍັງເອົາສຳນວນໄທຍມາເວົ້າຕັ້ງຫຼາຍຄຳ



__________________
Anonymous

Date:

This is strange c

ຊ້າງ ກະຢາກເປັນ "ຊ້າງອົບພະຍົບ"?

ແຕ່ ເປັນຫັຍງຈຶ່ງຖ້າເວລາຜ່ານໃປ ເກືອບ ສາມສິບແປດປີ ?

 

 

 



__________________
Anonymous

Date:

แปลกดีเนอะ

คนเฮาเป็นคนขีดเส้นแบ่งเขตแดน  

คนประเทศหนึ่ง ข้ามไปอีกประเทศหนึ่ง ต้องมีวีซ่า มีพาสปอร์ต 

แต่สำหรับสัตว์ป่าแล้ว มันบ่มีเขตแดนดอก 

ผืนป่าหลายม่อง มันเป็นปืนป่าเดียวกัน ที่กวมรวมพื้นที่สองประเทศ หรือหลายประเทศ

อย่างไทยกับพม่า ไทยกะมาเล กะมีผืนป่าที่เชื่อมต่อกัน เป็นผืนป่าเดียวกัน แต่มันอยู่ในพื้นที่หลายประเทศ 

 

แถบแอฟริกา สัตว์ป่ามีการอพยพจากประเทศหนึ่ง ไปอีกประเทศหนึ่ง อย่างมหาศาล

ตัวอย่างว่า ฤดูร้อนสัตว์ป่าอาจหากินอยู่ม่องหนึ่ง พอฤดูฝน สัตว์ป่าอาจไปหากินอีกม่องหนึง ซึ่งอาจเป็นผืนที่ของอีกประเทศหนึ่ง 

หรือ นกจากแถบหนาวๆ เช่น ไซบีเรีย กะบินมาหากินแถบบ้านเฮา มันเป็นธรรมชาติของสัตว์ป่า 

 

ช้างนั้น อยู่ประเทศใด กะเป็นของประเทศนั้น 

ช้างมันบ่มีสัญชาติลาวหรือไทยดอก 

ตอนนิมันข้ามมาไทย กะเป็นของไทย เพราะอยู่ในพื้นที่ของไทย 

แต่เชื่อเฮานิ เดี๋ยวช้างมันกะข้ามไปหากินอยู่ลาวคือเก่า ตอนนั้นกะสิเป็นสิทธิของลาว 

สัตว์ป่า มันกะดำรงชีวิตของมัน หากินไปตามธรรมชาติของมัน

ถ้ามันข้ามไปลาว ไทยกะบ่ควรไปตามเอาช้างคืน 

และ ถ้ามันข้ามมาไทย ลาวกะบ่ควรไปตามเอาช้างคืน 

กะปล่อยมันใช้ชีวิตตามธรรมชาติของมันไป

คนเฮานิ มันกะแปลกหลาย 

 



__________________
Anonymous

Date:

ເຫັນດີນໍາທ່ານທີ່ບໍ່ປະສົງອອກນາມທີ່ໃຊ້ອັກສອນໄທເປັນສື່ສັມພັນ ແຕ່ບໍ່ສາມາດອອກຄໍາເຫັນຫຍັງໄດ້ໃນທີ່ນີ້

ພຽງແຕ່ເຂົ້າມາກົດ LIKE ໃຫ້ທ່ານເທົ່ານັ້ນ, ຂອບໃຈຫຼາຍໆ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard