Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫຼາດຈີນ ເຕັມວຽງຈັນ
Anonymous

Date:
ຕະຫຼາດຈີນ ເຕັມວຽງຈັນ


ອັນນີ້ກະຂອງຈີນ ໃກ້ອະນຸສາວະລີເລີຍ 



__________________
Anonymous

Date:

ສະແດງວ່າຈີນຮູ້ວ່າຄົນໃນນະຄອນຫຼວງວຽງຈັນມີເງິນຫຼາຍຂຶ້ນ ເຂົາຈຶ່ງມາຕັ້ງຮ້ານຄ້າໃສ່ໃຈກາງເມືອງ

ຂໍສະແດງຄວາມດີໃຈນໍາເດີ.



__________________
Anonymous

Date:

ເບິ່ງຈາກຮູບປະກອບ ລູກຄ້າເຫຼົ່ານັ້ນບໍ່ຄືຄົນລາວປານໃດ ເດັກນ້ອຍກໍ່ຜົມແດງຄືລູກຊອດອົດສະຕຣາລີ

ສາວນາງແບບເຄື່ອງສໍາອາງກໍ່ຄືສາວຈີນອ້ອຍຕ້ອຍ, ແກ້ວເບັຽທີ່ນ້າບ່າວນັ້ນຈັບໂຊໃຫ້ເມັຽລາວເບິ່ງກໍ່ບໍ່

ຄືແກ້ວເບັຽລາວເລີຍ. ຖ້າຈະສ້າງຕຶກຮ້ານຄ້ານີ້ຂຶ້ນມາໃຫ້ຄົນລາວເຂົ້າໄປຊື້-ຂາຍກໍ່ຄວນເອົາຄົນລາວ

ແລະສິນຄ້າລາວມາສະແດງມາກອບ !

 



__________________
Anonymous

Date:

Anonymous wrote:

ອັນນີ້ກະຂອງຈີນ ໃກ້ອະນຸສາວະລີເລີຍ 


 What do you expect when you open the country to outside investors ?

as matter of fact, Chinese own their business around the world right now. never a little mighty Laos.



__________________
Anonymous

Date:

AI-BW858_CINVES_G_20121104150505.jpg

ນັກລົງທຶນຈີນຢາກເຂົ້າມາລົງທຶນຕັ້ງຟາມລ້ຽງລອງຮອນ ແຕ່ຖືກປະຊາຊົນຄັດຄ້ານເພາະຢ້ານຈີນລັກສູດ

ໄປໃຊ້ໃນປະເທດຈີນ, ຖ້າເອົາແຕ່ເງິນມາລົງທຶນ ເຂົາແວວຄອມ ແຕ່ຖ້າຈະເອົາຄົນງານຈີນເຂົ້າມາ ເຂົາ

ຍົກນິ້ວໂປ້ລົງແລະບອກວ່າ ໂນເວ.

ສໍາລັບປະເທດເຮົາຊຶ່ງເປັນປະເທດທີ່ກໍາລັງຈະພັດທະນາ ຈີນຄວນມາລົງທຶນຕັ້ງໂຮງງານຜະລິດສິນຄ້າ

ເພື່ອສ້າງວຽກເຮັດງານທໍາຖາວອນໃຫ້ຄົນລາວຄືນາຍທຶນໄທຕັ້ງໂຮງງານຢູ່ບ້ານໜອງແຫ່ວ ຮັບເອົາລູກ

ຫຼານຄົນລາວເຂົ້າເຮັດວຽກເປັນພັນກວ່າຄົນ, ແຕ່ການທີ່ມາຕັ້ງຮ້ານສັບພະສິນຄ້າແບບນີ້ ຈະເຮັດໃຫ້ເງິນ

ລາວຮົ່ວໄຫຼອອກໄປຕ່າງປະເທດຫຼາຍຂຶ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard