Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳເວົ້າອັນໃດຖືກ?
Anonymous

Date:
ຄຳເວົ້າອັນໃດຖືກ?

ຂໍຊ່ວຍບອກແດ່. ຂອບໃຈຫຼວ່ງໜ້າ...

ໂອ້ເອ້ເປ້ຖົງ ຫຼື ໂອ້ເອ້ເປ້ຖັງ

__________________
Anonymous

Date:

ນີ້ແມ່ນຄັ້ງທໍາອິດທີ່ຂ້ານ້ອຍໄດ້ຍິນຄໍາພັງເພີຍຄໍານີ້, ເປັນຄໍາພັງເພີຍຂອງຄົນພາກໃດ?

ຂອບໃຈ

__________________
Anonymous

Date:

< blockquote >< b > Anonymous wrote :< hr > < p style =" font - style : italics ">< p >< span style =" color :# 008000 ; font - size : large ;">ນີ້ແມ່ນຄັ້ງທໍາອິດທີ່ຂ້ານ້ອຍໄດ້ຍິນຄໍາພັງເພີຍຄໍານີ້, ເປັນຄໍາພັງເພີຍຂອງຄົນພາກໃດ?< p >< span style =" color :# 008000 ; font - size : large ;">ຂອບໃຈ< p > < hr >< p >

ຄຳທີ່ເພິ່ນມັກເວົ້າແມ່ນ: ໂອ້ເອ້ເປ້ຖົງ ຜູ້ຂ້າເປັນຄົນມາຈາກທາງພາກເໜືອ ແລະໄດ້ຍິນຄຳພັງເພີຍປະໂຫຍກນີ້ມາແຕ່ນ້ອຍໆຈາກພໍ່ແມ່ ແລະກໍ່ແນ່ໃຈວ່າທາງພາກໃຕ້ກໍ່ໃຊ້ຄືກັນເພາະວ່າ ອາຈານສອນຂອງຜູ້ຂ້າຄາວຍັງຮຽນຢູ່ ''ໂຮງຮຽນປາລີຍັດຕິທັມ'' ໂຮງຮຽນສົງ ກໍ່ລ້ວນແລ້ວແຕ່ແມ່ນອາຈານມາຈາກທາງ ພາກໃຕ້ເປັນສ່ວນຫຼາຍ ແລະເພິ່ນກໍ່ມັກໃຊ້ຄຳພັງເພີຍປະໂຫຍກນີ້ເຊັ່ນດຽວກັນ.

__________________
Anonymous

Date:

Anonymous wrote:

 ທ່ານນີ້ອາທິບາຍດີເນາະແຕ່ກໍ່ຢາກຂໍຖາມວ່າຖົງແລະຖັງຕ່າງກັນແນວໃດ?
ຂອບໃຈຫຼວ່ງໜ້າ...

__________________
Anonymous

Date:

Anonymous wrote:

ຂໍຊ່ວຍບອກແດ່. ຂອບໃຈຫຼວ່ງໜ້າ...

ໂອ້ເອ້ເປ້ຖົງ ຫຼື ໂອ້ເອ້ເປ້ຖັງ

 it is wasting time to figure out such bu1l**** that you asked, Please ask something useful for people.

Only an ignorant who's from a low life, uneducated family think this way!

 educated people never asked something that is not exist in the dictionary.. you can what it means in  Hmong at samakomlao, I have no clue.

__________________
Anonymous

Date:

ຂ້ຽບອກແລ້ວ ມີຜີບ້າ ຫຼາຍຂະໜາດ

ຢາກໂປສຫັຍງ ກະ ໂປສໂລດ ບໍ່ຫົວຊາ  nana.gif

 Educated people do not limit themselves to only words in the dictionary! Knowledge is power. Information is liberating! Got it?!!!

__________________
Anonymous

Date:

Anonymous wrote:

ຂ້ຽບອກແລ້ວ ມີຜີບ້າ ຫຼາຍຂະໜາດ

ຢາກໂປສຫັຍງ ກະ ໂປສໂລດ ບໍ່ຫົວຊາ  nana.gif

 ເຈົ້າເອງກະບໍ່ບ້າດອກມີແຕ່ເສັຽປະສາດຊື່ໆເນາະ!b

__________________
Anonymous

Date:

ແມ່ນແລ້ວ ພໍ່ຕູ້

blahblah.gif

__________________
Anonymous

Date:

Anonymous wrote:

ແມ່ນແລ້ວ ພໍ່ຕູ້

blahblah.gif

 bb ຮູ້ຈັກຮັບສາລະພາບຈັ່ງຊີ້ລະມັນດີ...ບັກຫຳນ້ອຍ!bb

__________________
Anonymous

Date:

ໂອ້ເອ້ເປ້ຖົງ

ເກີດມາຫາກໍ່ໄດ້ຍິນເປັນເທື່ອທຳອິດ

ມັນແປວ່າຫຍັງ ?

ຄຳວ່າ ໂອ້ເອ້  ເຄີຍໄດ້ຍິນແຕ່ຄົນໄທຍເວົ້າ  

ມີຄວາມໝາຍວ່າ ຊ້າ ເຕື້ອມ

ໄທຍມັກເວົ້າ  ໂອ້ເອ້  ອືດອາດ  ຢືດຢາດ

ເປ້   ແປວ່າ  ຖົງເປ້ ຄືກະເປົ໋າທີ່ພາຍຢູ່ຫຼັງ ຫຼືພາສາອັງກິດເອິ້ນວ່າ Backpack bag

ສ່ວນຄຳວ່າ ເອ້ ໃນພາສາລາວ ແມ່ນ ແຕ່ງໃຫ້ງາມ

ເຊັ່ນ  

ປູກດອກໄມ້ເອ້ຢູ່ໜ້າບ້ານ .  

ເອື້ອຍສີເລົາຮັ່ງຫຼາຍ  ເບິ່ງແມ  ເລົາໃສ່ເຄື່ອງເອ້ເຕັມໂຕ.

ຕົກລົງ  ໂອ້ເອ້ເປ້ຖົງ ມັນແມ່ນພາສາລາວຫຼືໄທຍ

ແລ້ວມັນມີຄວາມໝາຍວ່າຈັ່ງໃດ

 ໂອ້ເອ້ແມ່ນພາສາລາວໝາຍເຖິງວ່າໂສເຫຼ້ກັນຫຼືລົມກັນເປັນຄຳຕະຫຼາດ or slang word.

ສວ່ນຫຼາຍຄຳວ່າໂອ້ເອ້ເປ້ຖົງຈະໝາຍເຖິງວ່າ-ເມົາແຕ່ໂສເຫຼ້ກັນຫຼືລົມກັນຄື
ພວກຖົງເປ້ຫັ້ນລະbackpacker biggrinbiggrin

 ຂອບໃຈທີ່ຊ່ອຍແປແລະອະທິບາຍໃຫ້ຮູ້

ແຕ່ກໍ່ຍັງບໍ່ຈະແຈ້ງວ່າຄວາມໝາຍມັນຢາກບອກຫຍັງ

ໂອເຄ  ໂອ້ເອ້  ມາຈາກຄຳວ່າໂອ້ລົມ  ແຕ່ມັນໄປກ່ຽວຫຍັງກັບຖົງເປ້

ຖ້າຂ້ອຍພະຍາຍາມຕີຄວາມໝາຍເດີ

ຂ້ອຍວ່າຄຳນີ້ຄົງເວົ້າເຕັມໆ ວ່າ  ໂອ້ເອ້ເຕັມເປ້ຖົງ

ເຊິ່ງມີຄວາມໝາຍເຖິງຄົນເວົ້າຫຼາຍ  ຄົນຄຸຍໃຫຍ່  ຫຼື ຄົນເວົ້າບໍ່ມີສາຣະ

ເວົ້າມີແຕ່ນ້ຳ ບໍ່ມີຕ່ອນ

ມີຄຳໜຶ່ງຄ້າຍກັນ ທີ່ທາງບ້ານຂ້ອຍມັກເວົ້າຄື  *ອັນຄຳຄຸຍ ຫາບໄປກະບໍ່ເໝິດ*

ຫຼື  *ຄຳຄຸຍຂົນໃສ່ກວຽນສິບຄັນກະບໍ່ເໝິດ*

ບໍ່ຮູ້ວ່າຂ້ອຍເຂົ້າໃຈແບບນັ້ນຖືກບໍ່

ຫຼືຈະມີຄວາມໝາຍອີຫຢ່າງຄື  ເວົ້າກໍ່ເວົ້າໄປຊື່ ໆ ບໍ່ມີປະໂຫຍດ

ດັງດຽວກັບພວກເຮົາຄຸຍເຮື່ອງບ້ານເມືອງໃນນີ້

ຕິໄປ  ວິຈານໄປ  ແຕ່ກໍ່ບໍ່ມີປະໂຫຍດຫຍັງຂື້ນມາ

ເພາະບໍ່ຮູ້ວ່າຄົນທີ່ພວກເຮົາຕິນັ້ນເຂົາເຂົ້າມາອ່ານຫຼືບໍ

ເຖິງເຂົ້າມາອ່ານ ແຕ່ເຂົາຈະຮັບເອົາໄປພິດຈາຣະນາຫຼືບໍ່

ຖ້າຂ້ອຍເຂົ້າໃຈຜິດ  ໃຜຮູ້ແທ້ໆ ຊ່ອຍມາຊີ້ແຈງແໜ່ເດີ

__________________
Anonymous

Date:

ຕ່າງຄົນຕ່າງເຂົ້າໃຈໄປຄົນລະຢ່າງ ຄຳວ່າ ໂອ້ເອ້ ເປ້ຖົງ

ເປັນຄຳໂຕງໂຕຍທີ່ຄົນລາວລຸ່ມໃຊ້ແທນການສົມທຽບໃສ່

ເຜົ່າລາວກາງ (ຂະມຸ/ຂ້າ) ເພາະເມື່ອກ່ອນໆເຜົ່າລາວກາງ

ເປັນເຜົ່າທີ່ຖືກດູຖູກວ່າເປັນເຜົ່າທີ່ຕ່ຳຕ້ອຍດ້ອຍກ່ອນ

ເຜົ່າອື່ນໆ.

ໂອ້ = ໂອ້ອວດ

ເອ້ = ໃສ່ເຄື່ອງປະດັບ

ເປ້ຖົງ = ພວກລາວກາງ (ຂະມຸ/ຂ້າ) ມີແຕ່ເປ້ຖົງຫຍ່າມ

ເວົ້າເລຶ່ືອງເຄື່ອງປະດັບຂອງພວກຂ້າກໍມີແຕ່ກາບຫອຍກີ້ມັດເປັນພວງ

ແລ້ວມາແຂວນຄໍເພື່ອເປັນເຄື່ອງເອ້ ຖ້າເປັນໂລຫະກໍເປັນທອງແດງຫລືທອງ

ເຫລືອງ ບໍ່ມີຂອງມີຄ່າຈັກແນວ ແຕ່ມັກໂອ້ມັກອວດເຄື່ອງປະດັບຂອງເຂົາ.ດັ່ງ

ນັ້ນຄົນລາວລຸ່ມຈຶ່ງເອົາຄວາມ ໂອ້ເອ້ ເປ້ຖົງ ນີ້ມາແທນ ບໍ່ແມ່ນຂອງຈິງ

ຂອງປອມ ເວົ້າປອມ ຫລືວ່າ ຕົວະ

ມີແຕ່ຂີ້ຄຸຍແລະເວົ້າໃຫຍ່ ທາດແທ້ມີແຕ່ປອມໆທັງນັ້ນ.

ຕົວຢ່າງ: ໄດ້ຍິນວ່າ ນາຍສູນມີເມັຍນ້ອຍຢູ່ແຕ່ລະເມືອງ.....ຜູ່ນຶ່ງເວົ້າອອກມາ.

            ໂອຍ! ຢ່າໄປເຊື່ອເລື່ອງ ໂອ້ເອ້ ເປ້ຖົງ..........ຜູ່ນຶ່ງຕອບອອກມາ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ໂອ້ເອ້ເປ້ຖົງ

ເກີດມາຫາກໍ່ໄດ້ຍິນເປັນເທື່ອທຳອິດ

ມັນແປວ່າຫຍັງ ?

ຄຳວ່າ ໂອ້ເອ້  ເຄີຍໄດ້ຍິນແຕ່ຄົນໄທຍເວົ້າ  

ມີຄວາມໝາຍວ່າ ຊ້າ ເຕື້ອມ

ໄທຍມັກເວົ້າ  ໂອ້ເອ້  ອືດອາດ  ຢືດຢາດ

ເປ້   ແປວ່າ  ຖົງເປ້ ຄືກະເປົ໋າທີ່ພາຍຢູ່ຫຼັງ ຫຼືພາສາອັງກິດເອິ້ນວ່າ Backpack bag

ສ່ວນຄຳວ່າ ເອ້ ໃນພາສາລາວ ແມ່ນ ແຕ່ງໃຫ້ງາມ

ເຊັ່ນ  

ປູກດອກໄມ້ເອ້ຢູ່ໜ້າບ້ານ .  

ເອື້ອຍສີເລົາຮັ່ງຫຼາຍ  ເບິ່ງແມ  ເລົາໃສ່ເຄື່ອງເອ້ເຕັມໂຕ.

ຕົກລົງ  ໂອ້ເອ້ເປ້ຖົງ ມັນແມ່ນພາສາລາວຫຼືໄທຍ

ແລ້ວມັນມີຄວາມໝາຍວ່າຈັ່ງໃດ

 ໂອ້ເອ້ແມ່ນພາສາລາວໝາຍເຖິງວ່າໂສເຫຼ້ກັນຫຼືລົມກັນເປັນຄຳຕະຫຼາດ or slang word.

ສວ່ນຫຼາຍຄຳວ່າໂອ້ເອ້ເປ້ຖົງຈະໝາຍເຖິງວ່າ-ເມົາແຕ່ໂສເຫຼ້ກັນຫຼືລົມກັນຄື
ພວກຖົງເປ້ຫັ້ນລະbackpacker biggrinbiggrin

 ຂອບໃຈທີ່ຊ່ອຍແປແລະອະທິບາຍໃຫ້ຮູ້

ແຕ່ກໍ່ຍັງບໍ່ຈະແຈ້ງວ່າຄວາມໝາຍມັນຢາກບອກຫຍັງ

ໂອເຄ  ໂອ້ເອ້  ມາຈາກຄຳວ່າໂອ້ລົມ  ແຕ່ມັນໄປກ່ຽວຫຍັງກັບຖົງເປ້

ຖ້າຂ້ອຍພະຍາຍາມຕີຄວາມໝາຍເດີ

ຂ້ອຍວ່າຄຳນີ້ຄົງເວົ້າເຕັມໆ ວ່າ  ໂອ້ເອ້ເຕັມເປ້ຖົງ

ເຊິ່ງມີຄວາມໝາຍເຖິງຄົນເວົ້າຫຼາຍ  ຄົນຄຸຍໃຫຍ່  ຫຼື ຄົນເວົ້າບໍ່ມີສາຣະ

ເວົ້າມີແຕ່ນ້ຳ ບໍ່ມີຕ່ອນ

ມີຄຳໜຶ່ງຄ້າຍກັນ ທີ່ທາງບ້ານຂ້ອຍມັກເວົ້າຄື  *ອັນຄຳຄຸຍ ຫາບໄປກະບໍ່ເໝິດ*

ຫຼື  *ຄຳຄຸຍຂົນໃສ່ກວຽນສິບຄັນກະບໍ່ເໝິດ*

ບໍ່ຮູ້ວ່າຂ້ອຍເຂົ້າໃຈແບບນັ້ນຖືກບໍ່

ຫຼືຈະມີຄວາມໝາຍອີຫຢ່າງຄື  ເວົ້າກໍ່ເວົ້າໄປຊື່ ໆ ບໍ່ມີປະໂຫຍດ

ດັງດຽວກັບພວກເຮົາຄຸຍເຮື່ອງບ້ານເມືອງໃນນີ້

ຕິໄປ  ວິຈານໄປ  ແຕ່ກໍ່ບໍ່ມີປະໂຫຍດຫຍັງຂື້ນມາ

ເພາະບໍ່ຮູ້ວ່າຄົນທີ່ພວກເຮົາຕິນັ້ນເຂົາເຂົ້າມາອ່ານຫຼືບໍ

ເຖິງເຂົ້າມາອ່ານ ແຕ່ເຂົາຈະຮັບເອົາໄປພິດຈາຣະນາຫຼືບໍ່

ຖ້າຂ້ອຍເຂົ້າໃຈຜິດ  ໃຜຮູ້ແທ້ໆ ຊ່ອຍມາຊີ້ແຈງແໜ່ເດີ

 ໂອ້ເອ້ເປ້ຖົງ:ຄັນຊີ່ເວົ້າແລ້ວກໍ່ໝາຍເຖິງວ່າພວກຄົນທີ່ຂະເຈົ້າເມົາແຕ່ໂສເຫຼ້,ລົມຫຼືຄຸຍກັນຄືສະໃໝແຕ່ກີ້

ພວກພໍ່ຄ້າແມ່ຄ້າສ່ວນຫຼາຍມັກເປ້ຖົງເຄື່ອງທີ່ເອົາໄປຂາຍຮັ້ນໃຊ່ບ່າແລ້ວພາກັນເມົາແຕ່ໂສເຫຼ້,ລົມກັນ,
ຫຼືຄຸຍກັນຈົນບໍ່ໄດ້ດວຽ້ກໄດ້ການຫຼືບໍ່ໄດ້ຄ້າຂາຍແລະເສັຽເວລາຍ້ອນ...

ສ່ວນຫຼາຍຄົນລາວມັກໃຊ້ຄຳອັນນີ້(ໂອ້ເອ້ເປ້ຖົງ)ເວລາເພິ່ນເສັຽເວລາຍ້ອນເມົາແຕ່ໂສເຫຼ້ກັນເລີຍອັນໃດກະ

ບໍ່ແລ້ວຄືກັນກັບພວກພໍ່ຄ້າແມ່ຄ້າຮັ້ນລະbiggrin

__________________
Anonymous

Date:

Anonymous wrote:

ຂໍຊ່ວຍບອກແດ່. ຂອບໃຈຫຼວ່ງໜ້າ...

ໂອ້ເອ້ເປ້ຖົງ ຫຼື ໂອ້ເອ້ເປ້ຖັງ

 ໂອ້ເອ້ເປ້ຖົງ ເປັນຄໍາຝັງເຝີ້ຍ ທີ່ໃຊ້ເວົ້າກ້ນ ມາແຕ່ບູຣານນະການ ໂດຍສະເພາະແມ່ນ ແຖວພາກກາງ ຈະຫມາຍຄວາມວ່າ, ອວດອົ່ງທະນົງຕົວ, ທະເຍີທະຍານ, ອວດອ້າງເກີນກ່ວາທີ່ ໂອເອງມີ, ມີຫນອຍ້ ກໍທໍາຕົວຄືໂຕເອງມີຫລາຍ ຄືສົມຫມຸດວ່າ ອ້າຍ ຫໍາ ມີນາ ທີ່ທໍາມາຫາກີນຢູ່ທົ່ງດຽວ ແຕ່ເລົາພັດຂາຍມັນມາ ຊື້ຣົດຊໍ້າ ເພາະວ່າເລົາຢາກອວດວ່າ ເລົາມີ ເລົາເຣັດເກີນໂຕເລົາ ຜູ້ເຖົ້າມັກຈະເວົ້າໃຫ້ຄົນລັກຊະນະນີ້ ວ່າ ຄົນໂອ້ເອ້ເປ້ຖົງ

ຫວັງວ່າຄົງຈະຊວາຍເຈົ້າໄດ້
ຂອບໃຈ

__________________
Anonymous

Date:

ຂ້ອຍໄດ້ຍີນຢູ່ເລີຍໆແຕ່ນ້ອຍທ້າວໃຫຽ່ພວກຜູ້ໃຫຽ່ເພິ່ນເອີ້ນຮ້າຍລູກຫຼານວ່າ "ພວກເຈົ້າຢ່າຊູເມົາແຕ່ໂອ້ເອ້ເປ້ຖົງກັນຫຼາຍຈັກນ່ອຍວຽກຊີ່ບໍ່ແລ້ວ.!"
ບາງເທື່ອຂ້ອຍກໍ່ໄດ້ຍິ່ນພວກຜູ້ໃຫຽ່ເພິ່ນນັ່ງລົມກັນໄປລົມກັນມາແລ້ວຜູ້ນຶ່ງຄຶດຊວດຮູ້ເມື່ອວ່ານັ່ງລົມກັນເກີນເວລາເລີຍພາກັນເວົ້າວ່າ "ພວກເຮົາເມົາແຕ່ໂອ້ເອ້ເປ້ຖົງກັນໃຫ້ເສັຽເວລາລ້າໆເລີຍບໍ່ໃດ້ວຽກໄດ້ວາຫຍັງເມິດ."

__________________
Anonymous

Date:

ພວກເຈົ້າກະດາຍ ປານບໍ່ແມ່ນຄົນລາວ ຄຳສັບງ່າຍໆສໍ່ານີ້ກໍ່ພາກັນຖຽງກັນໄປຖຽງກັນມາ ເອົາ!ຊິອະທິບາຍແລະຍົກຕົວຢ່າງໃຫ້ເຫັນກັນງ່າຍໆຊ໋າ:

1- ຄວາມຈິງແລ້ວໂອ້ເອ້ເປ້ຖົງ ກໍ່ຄືສິ່ງທີ່ພວກທ່ານກຳລັງຖຽງກັນຢູ່ນີ້ລະ ຕ່າງຄົນຕ່າງບໍ່ຮູ້ວ່າແມ່ນຫຍັງແລ້ວກໍ່ມາຖຽງກັນໄປຖຽງກັນມາບໍ່ຮູ້ຊີ່ຖຽງຮອດໃສ

2- ຜູ່້ບ່າວຜູ້ສາວຂຶ້ນໃຫມ່ຕ່າງຄົນຕ່າງຫລົງຮັກກັນຢູ່ໃນໃຈແຕ່ບໍ່ມີໂອກາດໄດ້ລົມກັນ ພໍມີໂອກາດປຶບຢ່າງກະທັນຫັນ ເຈົ້າລອງວາດພາບເບິ່ງວ່າບ່າວສາວສອງຄົນນັ້ນຊິເວົ້າລົມກັນ ແນວໃດ ຢ້ານແຕ່ຕ່າງຝ່າຍຕ່າງເຮັດອຶໆອະໆຊິເວົ້າຫຍັງກໍບໍ່ເວົ້າມົວເມົາແຕ່ໂອ້ເອ້ຈຶ່ງ ອາຍກັນຢູ່ ຈ້າງກໍ່ບໍ່ໄດ້ແອ້ມ

3- ໃນລະດັບການເມືອງ- ໂອ້ເອ້ເປ້ຖົງຫມາຍເຖິງບໍ່ຮູ້ຫຍັງຈະແຈ້ງ ຫລື ບໍ່ມີເປົ້າຫມາຍທີ່ຊັດເຈນວ່າຈະເຮັດຫບັງ ຫລືຈະໄປທາງໃດແທ້ ປຽບສະເຫມືອນຜູ້ປົກຄອງພວກເຮົາໃນໄລຍະຜ່ານມາ ບໍ່ຮູ້ວ່າເພິ່ນຄຶດແນວໃດແທ້ ປ່ຽນນະໂຍບາຍຕະຫລອດຝ່າຍວິຊາການຈົນວິນຫົວບໍຮູ້ວ່າ ຫບັງເປັນຫຍັງ ບຶດນຶ່ງວ່າຊິເດີນຕາມທາງ ສຍ ແຕ່ອີກບືດນຶ່ງພັດເວົ້າວ່າຢ່າຟ້າວກ່ອນພວກເຮົາລືມ ຜ່ານລະບົບນາຍທຶນ ແລະ ຢູ່ຕໍ່ມາກໍ່ມາຕັ້ງຄຳຖາມກັນອີກວ່າຈະໄປທາງໃດບາດນີ້ປະເທດອື່ນ ເຂົາໄປແນວນີ້ໃດເຮົາຊີ່ເຮັດແນວໃດ ສຍ ນີ້ເອົາໄວ້ໃຫ້ລຸ້ນລູກເຮົາເປັນຜູ້ເຮັດສາເບາະ ລຸ້ນເຮົານີ້ຂໍເອົາເສດຖະກິດມາໃຫ້ໂຕເອງກ່ອນຊ໋າ ເພາະຜ່ານມາເຮົາໄດ້ຊ່ອຍ ຊາດມາຫລາຍແລ້ວຂໍສະເຫວີຍສຸກບັ້ນປາຍແດ່ ລະວັງເຮັດຫຍັງລະວັງແດ່ອັນໃຫ້ເຂົາສຳ ປະທານຫັ້ນນ່າ ເປົ້າຫມາຍທີ່ຕັ້ງໄວ້ໃນເມື່ອກ່ອນບໍ່ຮູ້ວ່າຍັງຈື່ຢູຫລືບໍ່ ຄັນມີຄົນຖາມກໍ່ຕອບ ກັບໄປກັບມາ- ຜູ້ຖາມກໍ່ບໍ່ໄດ້ຄຳຕອບທີ່ຊັດເຈນ ຜູ້ຕອບກໍ່ບໍກ້າເວົ້າ ມີແຕ່ເວົ້າວົກໄປວຽນມາຄືລາຍການວິທະຍຸຕອນເຊົ້າເວລາ 7:30-8:00 ຫັ້ນນາ (ສົມມຸດຊື່ໆໃດຢ່າຖືໂທດເດີ)

 ຄຳເຫັນຂອງທ່ານແມ່ນຖືກຕ້ອງທີ່ສຸດ ແລະອີກຢ່າງນຶ່ງ ຄຳພັງເພີຍປະໂຫຍກນີ້ແມ່ນເພິ່ນມັກຈະໃຊ້ສຳຫຼັບ''ກາລ (ອ່ານວ່າກາລະ) ຫຼືວ່າ ເວລາ''

ໝາຍຄວາມວ່າ: ບໍ່ເອົາເລື່ອງອື່ນມາຕັດກັບເວລາທີ່ກຳໜົດໄວ້ນັ້ນ!       

__________________
Anonymous

Date:

Anonymous wrote:

ພວກເຈົ້າກະດາຍ ປານບໍ່ແມ່ນຄົນລາວ ຄຳສັບງ່າຍໆສໍ່ານີ້ກໍ່ພາກັນຖຽງກັນໄປຖຽງກັນມາ ເອົາ!ຊິອະທິບາຍແລະຍົກຕົວຢ່າງໃຫ້ເຫັນກັນງ່າຍໆຊ໋າ:

1- ຄວາມຈິງແລ້ວໂອ້ເອ້ເປ້ຖົງ ກໍ່ຄືສິ່ງທີ່ພວກທ່ານກຳລັງຖຽງກັນຢູ່ນີ້ລະ ຕ່າງຄົນຕ່າງບໍ່ຮູ້ວ່າແມ່ນຫຍັງແລ້ວກໍ່ມາຖຽງກັນໄປຖຽງກັນມາບໍ່ຮູ້ຊີ່ຖຽງຮອດໃສ

2- ຜູ່້ບ່າວຜູ້ສາວຂຶ້ນໃຫມ່ຕ່າງຄົນຕ່າງຫລົງຮັກກັນຢູ່ໃນໃຈແຕ່ບໍ່ມີໂອກາດໄດ້ລົມກັນ ພໍມີໂອກາດປຶບຢ່າງກະທັນຫັນ ເຈົ້າລອງວາດພາບເບິ່ງວ່າບ່າວສາວສອງຄົນນັ້ນຊິເວົ້າລົມກັນ ແນວໃດ ຢ້ານແຕ່ຕ່າງຝ່າຍຕ່າງເຮັດອຶໆອະໆຊິເວົ້າຫຍັງກໍບໍ່ເວົ້າມົວເມົາແຕ່ໂອ້ເອ້ຈຶ່ງ ອາຍກັນຢູ່ ຈ້າງກໍ່ບໍ່ໄດ້ແອ້ມ

3- ໃນລະດັບການເມືອງ- ໂອ້ເອ້ເປ້ຖົງຫມາຍເຖິງບໍ່ຮູ້ຫຍັງຈະແຈ້ງ ຫລື ບໍ່ມີເປົ້າຫມາຍທີ່ຊັດເຈນວ່າຈະເຮັດຫບັງ ຫລືຈະໄປທາງໃດແທ້ ປຽບສະເຫມືອນຜູ້ປົກຄອງພວກເຮົາໃນໄລຍະຜ່ານມາ ບໍ່ຮູ້ວ່າເພິ່ນຄຶດແນວໃດແທ້ ປ່ຽນນະໂຍບາຍຕະຫລອດຝ່າຍວິຊາການຈົນວິນຫົວບໍຮູ້ວ່າ ຫບັງເປັນຫຍັງ ບຶດນຶ່ງວ່າຊິເດີນຕາມທາງ ສຍ ແຕ່ອີກບືດນຶ່ງພັດເວົ້າວ່າຢ່າຟ້າວກ່ອນພວກເຮົາລືມ ຜ່ານລະບົບນາຍທຶນ ແລະ ຢູ່ຕໍ່ມາກໍ່ມາຕັ້ງຄຳຖາມກັນອີກວ່າຈະໄປທາງໃດບາດນີ້ປະເທດອື່ນ ເຂົາໄປແນວນີ້ໃດເຮົາຊີ່ເຮັດແນວໃດ ສຍ ນີ້ເອົາໄວ້ໃຫ້ລຸ້ນລູກເຮົາເປັນຜູ້ເຮັດສາເບາະ ລຸ້ນເຮົານີ້ຂໍເອົາເສດຖະກິດມາໃຫ້ໂຕເອງກ່ອນຊ໋າ ເພາະຜ່ານມາເຮົາໄດ້ຊ່ອຍ ຊາດມາຫລາຍແລ້ວຂໍສະເຫວີຍສຸກບັ້ນປາຍແດ່ ລະວັງເຮັດຫຍັງລະວັງແດ່ອັນໃຫ້ເຂົາສຳ ປະທານຫັ້ນນ່າ ເປົ້າຫມາຍທີ່ຕັ້ງໄວ້ໃນເມື່ອກ່ອນບໍ່ຮູ້ວ່າຍັງຈື່ຢູຫລືບໍ່ ຄັນມີຄົນຖາມກໍ່ຕອບ ກັບໄປກັບມາ- ຜູ້ຖາມກໍ່ບໍ່ໄດ້ຄຳຕອບທີ່ຊັດເຈນ ຜູ້ຕອບກໍ່ບໍກ້າເວົ້າ ມີແຕ່ເວົ້າວົກໄປວຽນມາຄືລາຍການວິທະຍຸຕອນເຊົ້າເວລາ 7:30-8:00 ຫັ້ນນາ (ສົມມຸດຊື່ໆໃດຢ່າຖືໂທດເດີ)

 ມັນບໍ່ມີໃຜຖຽງໃຜດອກ,ພຽງແຕ່ວ່າຊູ່ຄົນຊູ່ພາກັນເອົາຄຳອາທີບາຍຂອງໂຕນເອງມາສະເໜໃຫ້ຮູ້ເທົ່ານັ້ນ. ໃຫ້ເຈົ້າວາງໃຈໄດ້ແລ້ວພໍອາວbiggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard