Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີແຈ້ງການແຕ່ບໍ່ມີຜົນສັກສິດ
Anonymous

Date:
ມີແຈ້ງການແຕ່ບໍ່ມີຜົນສັກສິດ

ຂ້າພະເຈົ້າໄດ້ໄປຍ່າງເລາະຫລີ້ນຕະລາດກາງຄືນແຄມຂອງ ທ່າວັດຈັນ

ເຫັນຮ້ານຂາຍສີ້ນໄໝຫລາຍຮ້ານ ເອົາສີ້ນໄໝປອມຈາກຈີນ ເຊີ່ງລວດລາຍ

ຕ່າງໆ ນັ້ນແມ່ນພີມເອົາ ບໍ່ແມ່ນລາຍເກັບ, ລາຄາທີ່ເພີ່ນຕິດໄວ້ວ່າ:

ສີ້ນໄໝລາວ 100B, 26000ກີບ.

ຂ້າພະເຈົ້າຍັງຈຳໄດ້ຢູ່ວ່າເຄີຍມີແຈ້ງການຂອງທ່ານເຈົ້າຄອງນະຄອນຫລວງ

ວຽງຈັນ ກ່ຽວກັບການຫ້າມນຳເຂົ້າ ແລະ ຂາຍສີ້ນແບບນີ້ ເພາະມັນເຮັດໃຫ້

ເປັນຜົນກະທົບຕໍ່ຜູ້ປະກອບການ ໂດຍສະເພາະກໍ່ແມ່ນຜູ້ຕ່ຳຫູກ, ທັງເຮັດໃຫ້

ເສື່ອມເສຍຕໍ່ວັດທະນະທຳຂອງຊາດ. ເຊີ່ງແຈ້ງການສະບັບດັ່ງກ່າວໄດ້ພີມລົງ

ໃນໜ້າໜັງສືພີມ ອາດຈະຢູ່ລະຫວ່າງ ທ້າຍປືຜ່ານມາ ຫາເດືອນມັງກອນປີນີ້

ເສຍດາຍທີ່ຂ້າພະເຈົ້າບໍ່ໄດ້ເກັບໄວ້ ຖ້າທ່ານໃດມີກໍ່ສະເໜີເອົາມາ ລົງແດ່

ຂ້າພະເຈົ້າກໍ່ບໍ່ເຂົ້າໃຈວ່າພາກສ່ວນໃດຮັບຜິດຊອບ ມີແຈ້ງການແລ້ວ ແຕ່ກໍ່

ຍັງປ່ອຍປະລະເລີຍຄືແນວນັ້ນຢູ່

__________________
Anonymous

Date:

ເປັນຫັຍງບໍ່ຖ່າຍຮູບ ແລ້ວເອົາມາລົງ ໃຫ້ເບິ່ງນຳແດ່ ?

ຢາກເຫັນວ່າ ງາມຊ່ຳໃດ ທຽບກັບຂອງແທ້ ?

__________________
Anonymous

Date:

ຄົນຈີນເຂົ້າລາວ ເປັນຮ້ອຍເປັນພັນ

ເຂົາເຈົ້າລັກໃສ່ກະເປົາ ຄົນລະ ຮ້ອຍ ສອງຮ້ອຍຜືນ 

ຕໍາຫຼວດລາວ ກໍ່ຄົງຈະກວດບໍ່ພໍ້ດອກ 

__________________
Anonymous

Date:

Anonymous wrote:

ຄົນຈີນເຂົ້າລາວ ເປັນຮ້ອຍເປັນພັນ

ເຂົາເຈົ້າລັກໃສ່ກະເປົາ ຄົນລະ ຮ້ອຍ ສອງຮ້ອຍຜືນ 

ຕໍາຫຼວດລາວ ກໍ່ຄົງຈະກວດບໍ່ພໍ້ດອກ 

 ຕຳຫຼວດລາວບໍ່ສາມາດເຫັນໄດ້ເພາະແມ່ຄ້າເອົາເງີນບັງຕາໄວ້ແລ້ວ ຕົວຢ່າງ ທາງກົມການອະນາໄມ

ລົງໄປກວດສອບບໍລີສັດນ້ຳດື່ມສະອາດ ວ່າພວກເຂົາເຮັດຖືກຕ້ອງຫລັກການອະນາໄມຫຼືບໍ? ພຽງແຕ່

ບັນດາເຈົ້າໜ້າຂອງກົມອະນາໄມໄປຮອດຫ້ອງການຮັບແຂກຂອງບໍລີສັດ ທາງຫົວໜ້າຂອງບໍລີສັດ

ຍື່ນຊອງຂາວໄຫ້ຄົນລະຊອງ ບໍ່ຮູ້ມີຈຳນວນແຕ່ລະຊອງມີເງີນທໍ່ໃດ ຫລັງຈາກນັ້ນບັນດາພະນັກງານ

ຈາກກົມອະນາໄມກໍອອກໜີຈາກບໍລີສັດນ້ຳດື່ມໄປ ໂດຍທີ່ຫລັບຫູຫລັບຕາໄຫ້ອະນຸຍາດບໍລີສັດນ້ຳດື່ມ

ສະອາດດຳເນີນທຸລະກີດຕໍໄປ ໂດຍບໍ່ຮູ້ວ່າຄຸນນະພາບດີຫຼືບໍ່ດີຕໍຜູ່ຄົນບໍລີໂພກ

__________________
Anonymous

Date:

Anonymous wrote:

ເປັນຫັຍງບໍ່ຖ່າຍຮູບ ແລ້ວເອົາມາລົງ ໃຫ້ເບິ່ງນຳແດ່ ?

ຢາກເຫັນວ່າ ງາມຊ່ຳໃດ ທຽບກັບຂອງແທ້ ?

 ແມ່ນຄວາມ...
ຄວນຖ່າຍຮູບແລ້ວເອົາມາໂປສພ້ອມນຳຄວາມຕໍ່ວ່າແນ່ກໍກະພໍຊິເຫັນວ່າອັນໃດເປັນອັນໃດນຳແດ່!

ຕັ້ງໂພດອີ່ຫຼີໃດອັນຜູ້ເພິ່ນເຫິງກຫງາກນີ້ນະ!ເຮັດຄືວ່າຜູ້ອ່ານຕ້ອງມີຕາທິບນຳ
ໂລດ!!!!f

 ເບີ່ງຮູບຖ່າຍມັນບໍ່ສາມາດຮູ້ໄດ້ລະອຍດດອກທ່ານເຮີຍ ຖ້າບໍ່ໄດ້ສຳພັດ ຫລື

ເບີ່ງຢູ່ໃກ້ໆ ຈື່ງຈະຮູ້ວ່າລາຍພີມ ຫລືລາຍເກັບ. ຖ້າຈະຖ່າຍຮູບກໍ່ຕ້ອງໄດ້ເອົາ

ສອງຢ່າງນີ້ມາວາງຮຽງກັນ ແລະ ຖ່າຍໃກ້ໆ, ເຈົ້າຂອງຮ້ານເຂົາກໍ່ຄົງບໍ່ພໍໃຈແນ່

ນອນ ຖ້າທ່ານໃດຢູ່ໃນນະຄອນຫລວງກໍ່ໄປຍ່າງເບີ່ງຕະລາດກາງຄືນທ່າວັດຈັນ.

ສຸພາບສະຕີເຂົາຮູ້ກັນໝົດແລ້ວລະວ່າມີສີ້ນປອມຂອງຈີນມາຂາຍແຊວຊະຢູ່ເມືອງ

ລາວ ຈົນສະມາຄົມຜ້າໄໝເຂົາຂັດຂ້ອງ, ເຈົ້າຄອງຈື່ງອອກແຈ້ງການຫ້າມ.

ຕຳຫລວດຢູ່ດ່ານ ພາສີ ບໍ່ເຮັດວຽກ ກໍ່ຊ່າງຫົວເຂົາຕີ້ ຖ້າຢາກແກ້ໄຂ ເຫັນວາງຂາຍ

ຢູ່ບ່ອນໃດຕ້ອງເອົາຜູ້ຂາຍມາປະຕິບັດລະບຽບແລ້ວມັນກໍ່ຕົກໄປເອງ

__________________
Anonymous

Date:

ຈີນຄວນນັບຖືກົດໝາຍວ່າດ້ວຍຊັບສິນທາງພູມປັນຍາກັບປະເທດລາວເພາະລາວເປັນປະເທດນ້ອຍ

ແລະເປັນເພື່ອນທີ່ດີຂອງປະເທດຈີນ, ຖ້າບໍ່ກົດໝາຍກັນແນວນີ້ ຈັກນ່ອຍລາວເຮັດຄືນ ຫຍຸ້ງເດີ

ໝາກເຜັດນ້ອຍຂີ້ໜູເຜັດແທ້ໃດເດີ ຈະບອກໃຫ້ !

__________________
Anonymous

Date:

ມັນບໍ່ແມ່ນປະເທດລາວຈີນມັນມາເຮັດຂອງທຽມມາຍາດແຍ່ງຕະຫຼາດຂອງປະເທດລາວ

ຫລາຍປະເທດຢູ່ທະວີບ ອາຟຼີກກາ ເຂົາໂຈມຕີລັດຖະບານເຂົາເອງ ເປັນຫຍັງຈື່ງອະນຸຍາດ

ໄຫ້ຈີນ ນຳເຄືອ່ງຫັດຖະກຳພື້້ນເມືອງຂອງຊາວ ອາຟຼີກກາທີ່ເປັນຂອງທຽມເຂົ້າມາຕີຕະຫຼາດ

ຂອງທະວີບອາຟຼີກກາ ເຂົາກໍເວົ້າຫຍັງບໍໄດ້ ຈີນມັນຈ່າຍເງີນກ້ອງໂຕະໄຫ້ ບັນດາລັດຖະບານ

ແຕ່ລະປະເທດ ໃຜກະຊີຕາຍຍ້ອນເງີນນີ້ລະ ລັດຖະບານລາວກະຊີຕາຍຍ້ອນເງີນນີ້ລະ ຈື່ງຫຼັບ

ຫູລັບຕາປ່ອຍໄຫ້ ແກວມັນມາຕັດເອົາໄມ້ຂອງລາວ ຖ້າຜູ່ໃຫຍ່ບໍ່ຢູ່ເບື້ອງຫລັງ ແກວມັນຊີກ້າ

ເຂົ້າມາຕັດເອົາໄມ້ລາວວະ

__________________
Anonymous

Date:

ແຕ່ຢູ່ບຸນທາດຫຼວງ ວ່າງ 3-4 ເດືອນກ່ອນນີ້ໜ່າ ກະຍັງມີຂາຍເຕັມຢູ່

ເຈົ້າໜ້າທີ່ລາວນີ້ ເກັ່ງແຕ່ກັບ ປະຊາຊົນລາວນີ້ແລ້ວ

__________________
Anonymous

Date:

Anonymous wrote:

ແຕ່ຢູ່ບຸນທາດຫຼວງ ວ່າງ 3-4 ເດືອນກ່ອນນີ້ໜ່າ ກະຍັງມີຂາຍເຕັມຢູ່

ເຈົ້າໜ້າທີ່ລາວນີ້ ເກັ່ງແຕ່ກັບ ປະຊາຊົນລາວນີ້ແລ້ວ

 ຄຳເຫັນຂອງທ່ານຖຶກໃຈຫຼາຍ ກົດໃຫ້ ໑໐໐໐% ແມ່ນຄາມທ່ານ ຈໜທ ລາວເຮົາເກັ່ງ ແຕ່ບັງຄັບຂົ່ມເຫງຄນລາວ ເພາະ ຄົນລາວບໍມີ ໂຕ ງງງ ອັດ

__________________
Anonymous

Date:

Anonymous wrote:

ມັນບໍ່ແມ່ນປະເທດລາວຈີນມັນມາເຮັດຂອງທຽມມາຍາດແຍ່ງຕະຫຼາດຂອງປະເທດລາວ

ຫລາຍປະເທດຢູ່ທະວີບ ອາຟຼີກກາ ເຂົາໂຈມຕີລັດຖະບານເຂົາເອງ ເປັນຫຍັງຈື່ງອະນຸຍາດ

ໄຫ້ຈີນ ນຳເຄືອ່ງຫັດຖະກຳພື້້ນເມືອງຂອງຊາວ ອາຟຼີກກາທີ່ເປັນຂອງທຽມເຂົ້າມາຕີຕະຫຼາດ

ຂອງທະວີບອາຟຼີກກາ ເຂົາກໍເວົ້າຫຍັງບໍໄດ້ ຈີນມັນຈ່າຍເງີນກ້ອງໂຕະໄຫ້ ບັນດາລັດຖະບານ

ແຕ່ລະປະເທດ ໃຜກະຊີຕາຍຍ້ອນເງີນນີ້ລະ ລັດຖະບານລາວກະຊີຕາຍຍ້ອນເງີນນີ້ລະ ຈື່ງຫຼັບ

ຫູລັບຕາປ່ອຍໄຫ້ ແກວມັນມາຕັດເອົາໄມ້ຂອງລາວ ຖ້າຜູ່ໃຫຍ່ບໍ່ຢູ່ເບື້ອງຫລັງ ແກວມັນຊີກ້າ

ເຂົ້າມາຕັດເອົາໄມ້ລາວວະ

 ບໍ່ແມ່ນແຕ່ຕັດໄມ້ດອກທ່ານ ຢູ່ທຸກແມ່ນ້ຳລຳເຊ ທຸກຮ່ອມຫ້ວຍພູເຂົາ

ວຽດນາມ ກັບຈີນມາຂຸດຄຳ ຊະຊາຍ ແບບບໍ່ໄດ້ເປັນບໍລິສັດສຳປະທານ, ວ່າ

ແຕ່ເຂົາຕ້ອງການຢາກຂຸດ ກໍ່ຄົນເຄື່ອງມືໄປຂຸດຢ່າງງ່າຍດາຍ ແລ້ວກໍ່ຖີ້ມ

ຊາກສານເຄມີຊະຊາຍນຳອີກ ບໍ່ສົນບໍ່ກ່ຽວ ແລະ ກໍ່ບໍ່ມີຜູ້ໃດເວົ້າຫຍັງໄດ້

ຜູ້ຮັບກຳກໍ່ແມ່ນປະຊາຊົນລາວນີ້ລະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard