Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງຄົນບໍ່ຢາກໄປຢູ້ ແລະທຳມາຫາກີນ ຢູ່ປະເທດຈີນ ແລະປະເທດວຽດນາມ ???
Anonymous

Date:
ເປັນຫຍັງຄົນບໍ່ຢາກໄປຢູ້ ແລະທຳມາຫາກີນ ຢູ່ປະເທດຈີນ ແລະປະເທດວຽດນາມ ???

ເປັນຫຍັງການຄ້າທົວໂລກ ໃຊ້ເງີນດອນລາ ອາເມຣີກັນ ເປັນຫຍັງບໍ່ໃຊ້ເງີນຂອງຈີນທັ້ງໆທີຮູ້ວ່າ
ເສດຖະຈິດຂອງຈີນດີ ?

ປະຊາຊົນຈີນແລະປະຊາຊົນວຽດນາມ ພາກັນມາຢູ່ເມືອງລາວ ເປັນຫຍັງຄົນລາວ ຈືງບໍ່ໄປຫາກີນ ຢູ່ປະເທດຈີນແລະປະເທດວຽດນາມ ລາວວ່າວຽດນາມກັບຈີນຮັກຄົນລາວ.

__________________
Anonymous

Date:
RE: ເປັນຫຍັງຄົນບໍ່ຢາກໄປຢູ້ ແລະທຳມາຫາກີນ ຢູ່ປະເທດຈີນ ແລະປະເທດວຽດນາມ ???

ວຽດນາມກັບຈີນ ຮັກຕົ້ນໃມ້ ແລະສັບພະຍາກອນ ແລະດີນລາວ

__________________
Anonymous

Date:

ຕາມທີ່ຮູ້ຄົນຢູ່ບ້ານທາງການລາວສົ່ງໄປຮຽນຢູ່ຫວຽດນາມຫລັງຈາກຮຽນຈົບແລ້ວ

ໄດ້ວຽກເຮັດຢູ່ຫວຽດນາມກໍເລີຍບໍ່ກັບບ້ານມາຮັບໄຊ້ປະເທດລາວມີແຕ່ສົ່ງເງີນມາໄຫ້

ພໍ່ແມ່ແລະບໍ່ຮູ້ມັນມີໂຕເລກຫລາຍປານໃດ ປະເທດຈີນອາດຈະມີກໍຣະນີແບບນີ້ແຕ່

ບໍ່ມີຜູ່ໃດກຳກັບໂຕເລກ ເວົ້າຫຍັງແຕ່ຈີນແລະຫວຽດ ສະໄໝປົດປ່ອຍໃໝ່ໆລັດສົ່ງ

ນັກຮຽນໄປຮຽນຢູ່ແຖວຢູຣົປຕາວັນອອກແລະສະຫະພາບໂຊຫວຽດທີ່ເຄີຍເປັນສັງ

ຄົມນີຍົມໃນສະໄໝນັ້ນ ນັກຮຽນຫລາຍຄົນບໍ່ຍອມກັບບ້ານເອົາເມຍຕ່າງຊາດກໍຕັ້ງ

ພູມລຳເນົາຢູ່ບ່ອນທີ່ພວກເຂົາເຈົ້າໄປຮຽນ

__________________
Anonymous

Date:

ຄົນລາວບໍ່ຮັກຕົ້ນໃມ້ລາວແລະສັບພະຍາກອນແລະດີນລາວ ພາກັນໜີໄປຫາກີນຢູ່ເມືອງໄທໃຫ້ໄທ

__________________
Anonymous

Date:

Anonymous wrote:

ຕາມທີ່ຮູ້ຄົນຢູ່ບ້ານທາງການລາວສົ່ງໄປຮຽນຢູ່ຫວຽດນາມຫລັງຈາກຮຽນຈົບແລ້ວ

ໄດ້ວຽກເຮັດຢູ່ຫວຽດນາມກໍເລີຍບໍ່ກັບບ້ານມາຮັບໄຊ້ປະເທດລາວມີແຕ່ສົ່ງເງີນມາໄຫ້

ພໍ່ແມ່ແລະບໍ່ຮູ້ມັນມີໂຕເລກຫລາຍປານໃດ ປະເທດຈີນອາດຈະມີກໍຣະນີແບບນີ້ແຕ່

ບໍ່ມີຜູ່ໃດກຳກັບໂຕເລກ ເວົ້າຫຍັງແຕ່ຈີນແລະຫວຽດ ສະໄໝປົດປ່ອຍໃໝ່ໆລັດສົ່ງ

ນັກຮຽນໄປຮຽນຢູ່ແຖວຢູຣົປຕາວັນອອກແລະສະຫະພາບໂຊຫວຽດທີ່ເຄີຍເປັນສັງ

ຄົມນີຍົມໃນສະໄໝນັ້ນ ນັກຮຽນຫລາຍຄົນບໍ່ຍອມກັບບ້ານເອົາເມຍຕ່າງຊາດກໍຕັ້ງ

ພູມລຳເນົາຢູ່ບ່ອນທີ່ພວກເຂົາເຈົ້າໄປຮຽນ

 ຈຳນວນໜອ້ຍຫຼາຍ ຖ້າຈະປຽບໃສ່ຄົນລາວ ໄປຫາກີນຢູ່ເມືອງໄທ . ຈີນແລະວຽດນາມເຂົ້າມາຢູ່ເມືອງລາວເປັນລ້ານ.

__________________
Anonymous

Date:

ບໍ່ມີໃຜຢາກໄປຊຽງຊີວິດ ຫາກີນຢູ່ຕ່າງແດນດອກ ຖ້າຣັດຖະບານສ້າງສາ ພັດທະນາປະເທດຊາດດີແລະມີວຽກ ມີການ ໄຫ້ປະຊາຊົນ ຣາດຊະດອນຜູ້ທຸກຍາກໃດ້ມີຢູ່ມີກີນ

__________________
Anonymous

Date:

ໃນໂລກນີ້ມັນມີສີ່ງດີແລະສີ່ງບໍດີໄປຄຽງຄູ່ກັນ ການຫຼັ່ງໄຫຼເຂົ້າລາວຂອງປະຊາກອນຈີນແລະຫວຽດ

ສະເພາະຈີນເຮົາມາເບີ່ງປະເທດໄທແລະສີງກະໂປເຂົາຈະເລີນຍ້ອນວ່າຈີນມີຫົວການຄ້າ ແລະບໍ່ວ່າ

ຢູ່ປະເທດໃດໃນໂລກນີ້ ຈີນເຂົາເບີ່ງແຍງກັນດີແລະຊຸກຍູ້ຊືງກັນແລະກັນດີສະນັ້ນຢູ່ໃສເຂົາກໍມີ

ແຕ່ຄົນມີເງີນ ແລະເປັນນາຍທືນໃຫຍ່ໆ ແລະເຂົາເປັນຄົນທີ່ຊື່ສັດໃນເມືອເຂົາທຳທຸຣະກິດຮ່ວມ

ກັນ ຫລາຍຄົນມີຜົນສຳເລັດໃນທຸຣະກິດຂອງເຂົາ

 ມາເວົ້າເລື້ອງຫວຽດ ເປັນຄົນຊູຊີດຸໝັ້ນແລະມາເຫັນກໍແມ່ນການປຸກບ້ານສ້າງເຮືອນໃນລາວ

ກໍມີແຕ່ແຮງງານຫວຽດ ລາຄາຖືກກວ່າຈ້າງແຮງງານຄົນລາວ ແລະລູກຫລານພວກຫວຽດ

ທີ່ເກີດແລະເຕີບໂຕໃນລາວຈີດໃຈພວກນີ້ອາດເປັນລາວ ມັນຈະບໍ່ເປັນຊຸຊີຫິນະແບບພວກມາ

ຈາກຫວຽດໂດຍຕົງ

__________________
Anonymous

Date:

ເຖີງແມ່ນເສດຖະຈິດຂອງປະເທດຈີນຈະດີ ກະບໍ່ມີຄົນຊາດໃດຢາກໄປຊອກເຮັດວຽກ ເຮັດການຢູ້ປະເທດຈີນດອກ

ເພາະຄາແຮງງານຖືກຫຼາຍແລະ ກົດໜາຍບໍ່ຄູມຄ້ອງພວກຄົນງານແລະສີ່ງສຳຄັນ ຈີນບໍ່ຈ້າງຄົນຕ່າງຊາດ

ແມ່ນແຕ່ຢູ້ປະເທດລາວແທ້ໆ ຈີນຍັງເອົາຄົນງານຈີນ ມາເຮັດວຽກຢູ່ເມືອງລາວ

ແລະອີກຢ່າງ ຄົນສວນຫຼາຍຕ້ອງການໃຊ້ຊີວິດ ຢູ່ປະເທດເປັນປະຊາທິປະໃຕ

ມີສິດເສຣີພາບ ມີສິດຮຽກຮ້ອງຄວາມເປັນທັມ.

ເປັນແບບນີ້ຈີນຊິກ້າຊຽງເສັຍລາຍໃດ້ ໃຫ້ຄົນຈີນຕົກງານ ຈາກອະເມຣີກາຜູ້ເປັນນາຍທືນ

ຖ້າຣັດຖະບານລາວ ພັດທະນາການໃຫ້ການສືກສາ ຄົນລາວເປັນແຮງງານ ທີມີຄວາມຮູ້ມີຄວາມສາມາດ ຄືຄົນເກົາຫຼີໃຕ້
ເມືອງລາວຄົງມີນາຍທືນ ສ້າງໂຮງງານຢູ່ເມືອງລາວແລະຄົນລາວ ກໍ່ຈະມີອາຊີບ

__________________
Anonymous

Date:

Anonymous wrote:

ເປັນຫຍັງການຄ້າທົວໂລກ ໃຊ້ເງີນດອນລາ ອາເມຣີກັນ ເປັນຫຍັງບໍ່ໃຊ້ເງີນຂອງຈີນທັ້ງໆທີຮູ້ວ່າ
ເສດຖະຈິດຂອງຈີນດີ ?

ປະຊາຊົນຈີນແລະປະຊາຊົນວຽດນາມ ພາກັນມາຢູ່ເມືອງລາວ ເປັນຫຍັງຄົນລາວ ຈືງບໍ່ໄປຫາກີນ ຢູ່ປະເທດຈີນແລະປະເທດວຽດນາມ ລາວວ່າວຽດນາມກັບຈີນຮັກຄົນລາວ.

ເປັນຫຍັງຄົນລາວບໍ່ຢາກໄປຢູ້ ແລະທຳມາຫາກີນ ຢູ່ປະເທດຈີນ ແລະປະເທດວຽດນາມ? ຄຳຖາມແບບນີ້ສະແດງວ່າເຈົ້າບໍ່ເຄີຍໃດ້ໄປທຽ່ວຫວຽດນາມແລະຈີນ. ຄຳຕອບກໍຄືດັ່ງນີ້: ຄົນເຮົາຈະພະຍາຍາມຊອກຫາວິທີທາງທຸກຢາ່ງເພື່ອຍາ້ຍອອກຈາກບອ່ນທີ່ບໍ່ມີໂອກາດໄປຢູ່ບອ່ນທີ່ມີໂອກາດດີກວ່າປະເທດໂຕເອງ. ປະເທດຈີນແລະຫວຽດນາມມີຄົນຫຼາຍໂພດແລະແຫຍ້ກັນຢູ່ຖາ້ຈະປຽບທຽບໄສ່ລາວແລະໄທ.ຊິວິດການເປັນຢູ່ຢູ່ປະເທດໄທດີກວ່າຢູ່ປະເທດຈີນຫວຽດນາມແລະລາວ. ອິກຢາ່ງນຶ່ງລາຍໄດ້ສຳລັບແຕ່ລະຄົນ(GDP per capita) ຢູ່ລາວເກືອບເທົ່າໆກັນກັບຢູ່ຫວຽດນາມ ແຕ່ຊິວິດການເປັນຢູ່ຢູ່ລາວບໍ່ຕຳ່ກວ່າຢູ່ຫວຽດນາມ. ເຖິງວ່າປະເທດຈີນແລະປະເທດຫວຽດນາມຈະມີລາຍໄດ້ທັງໝົດ (total GDP)ຈະສູງກວ່າຢູ່ລາວ ສອງປະເທດຄັ່ງກາ່ວມີຄົນວາ່ງງານແລະບໍ່ມີທີ່ຢູ່ເປັນລາ້ນໆ.ດັ່ງນີ້ເອງຄົນພວກນີ້ຈຶ່ງພາກັນຫຼັ່ງໄຫຼເຂົ້າມາຢູ່ໄນລາວທີ່ມີດິນແລະໂອກາດຊອກວຽກດີກວ່າຢູ່ປະເທດຂອງຂະເຈົ້າເອງ. ສຳລັບຄົນລາວທີ່ໄປຮຽນແລະເຮັດວຽກຢູ່ຫວຽດນາມນັ້ນມີແຕ່ນອ້ຍໆດຽວເທົ່ານັ້ນ. ຕຣົງກັນຂາ້ມ ຄົນຫວຽດແລະຈີນເຂົ້າມາຊອກວຽກຢູ່ລາວເປັນແສນໆສວ່ນຫຼາຍແລ້ວແມ່ນຢາ່ງຜິດກົດໝາຍລາວ. 

__________________
Anonymous

Date:

Anonymous wrote:

ເຖີງແມ່ນເສດຖະຈິດຂອງປະເທດຈີນຈະດີ ກະບໍ່ມີຄົນຊາດໃດຢາກໄປຊອກເຮັດວຽກ ເຮັດການຢູ້ປະເທດຈີນດອກ

ເພາະຄາແຮງງານຖືກຫຼາຍແລະ ກົດໜາຍບໍ່ຄູມຄ້ອງພວກຄົນງານແລະສີ່ງສຳຄັນ ຈີນບໍ່ຈ້າງຄົນຕ່າງຊາດ

ແມ່ນແຕ່ຢູ້ປະເທດລາວແທ້ໆ ຈີນຍັງເອົາຄົນງານຈີນ ມາເຮັດວຽກຢູ່ເມືອງລາວ

ແລະອີກຢ່າງ ຄົນສວນຫຼາຍຕ້ອງການໃຊ້ຊີວິດ ຢູ່ປະເທດເປັນປະຊາທິປະໃຕ

ມີສິດເສຣີພາບ ມີສິດຮຽກຮ້ອງຄວາມເປັນທັມ.

ເປັນແບບນີ້ຈີນຊິກ້າຊຽງເສັຍລາຍໃດ້ ໃຫ້ຄົນຈີນຕົກງານ ຈາກອະເມຣີກາຜູ້ເປັນນາຍທືນ

ຖ້າຣັດຖະບານລາວ ພັດທະນາການໃຫ້ການສືກສາ ຄົນລາວເປັນແຮງງານ ທີມີຄວາມຮູ້ມີຄວາມສາມາດ ຄືຄົນເກົາຫຼີໃຕ້
ເມືອງລາວຄົງມີນາຍທືນ ສ້າງໂຮງງານຢູ່ເມືອງລາວແລະຄົນລາວ ກໍ່ຈະມີອາຊີບ

 to sovle the slave labor DO NOT buy ipod , iphone , ipad  in my opinion i like laptop better than those three 3I

 ບໍ່ມີທາງຄົນລາວ ຊິຂະຍັນເຮັດວຽກດີ ຄືຄົນຈີນພວກນີ້ ເວົ້າເຖີງເຮັດວຽກສີບສ້ອງຊົວໂມງຕໍ່ມື້ ໂດຍບໍ່ປາກ ບໍ່ຄຸຍນຳໃຜຈົນມົດເລວາ

ມີແຕ່ຟັງຄຳສັ່ງ ຈາກ computer ຄື robot ບໍ່ຊີວິດ.

__________________
Anonymous

Date:

Anonymous wrote:

ເປັນຫຍັງການຄ້າທົວໂລກ ໃຊ້ເງີນດອນລາ ອາເມຣີກັນ ເປັນຫຍັງບໍ່ໃຊ້ເງີນຂອງຈີນທັ້ງໆທີຮູ້ວ່າ
ເສດຖະຈິດຂອງຈີນດີ ?

ປະຊາຊົນຈີນແລະປະຊາຊົນວຽດນາມ ພາກັນມາຢູ່ເມືອງລາວ ເປັນຫຍັງຄົນລາວ ຈືງບໍ່ໄປຫາກີນ ຢູ່ປະເທດຈີນແລະປະເທດວຽດນາມ ລາວວ່າວຽດນາມກັບຈີນຮັກຄົນລາວ.

                                                                                       ອີກບໍ່ດົນຈີນຕ້ອງຂ້າມຫົວອາເມຣີກາແນ່ນອນ

RankCountry/Region 2012GDP (Millions of $US)
 World70,201,920
1United States700714991300000000014,991,300
2China70067203784000000007,203,784
3Japan70065870357000000005,870,357
4Germany70063604061000000003,604,061
5France70062775518000000002,775,518
6Brazil70062476651000000002,476,651
7United Kingdom70062429184000000002,429,184
8Italy70062195937000000002,195,937
9India70061897608000000001,897,608
10Russia70061857770000000001,857,770

__________________
Anonymous

Date:

ເປັນຫຍັງການຄ້າທົວໂລກ ໃຊ້ເງີນດອນລາ ອາເມຣີກັນ ເປັນຫຍັງບໍ່ໃຊ້ເງີນຂອງຈີນທັ້ງໆທີຮູ້ວ່າ
ເສດຖະຈິດຂອງຈີນດີ ?

-----------------------------------------

ສົນທິສັນຍາ The Bretton Woods system of monetary management ຫລືກອງປຊຸມການເງີນຂອງສະຫະປຊາຊາດໄດ້ໃຂຂື້ນໃນປີ44

ການສ້າງຕັ້ງ Bretton Woods system ແມ່ນເອົາດອນລາເປັນສູນກາງຫລືໃຈກາງ ໂດຍມີ 44 ປະເທດເຂົ້າຮ່ວມ

ຫລັງຈາກສົງຄາມໂລກຄັ້ງທີ່ສອງສີ້ນສຸດ ອາເມລິກາເປັນຜູ້ນຳໃນການສ້າງຕັ້ງສົນທິສັນຍາການຄ້າ ຫລືການລລິເລີ້ມການຄ້າໂລກ ສ້າງທະນາຄານໂລກແລະອົງການການເງີນອື່ນໆ

ກາຍເປັນຜູ້ນຳເສດຖະກິດໂລກໃນເວລານັ້ນ.

ຄວາມເປັນຜູ້ນຳຂອງເສດຖກິດ +ທອງຄຳສຳຮອງ=ຄວາມເຊື້ອໝັ່ນຂອງໂລກຕໍ່ອາເມລິກາກໍຄືເງີນດອນລາ

ຫລາຍປະເທດມີເງີນສຳຮອງເປັນດອນລາແລະດອນລາກາຍເປັນເງີນຫລັກທີ່ນຳໃຊ້ຈ່າຍໃນຕະຫລາດໂລກຫລືການຄ້າໂລກ

ໃນຊ່ວງສົງຄາມໂລກຄັ້ງທີນຶ່ງ ເງີນຂອງອັງກິດແລະຝຣັ່ງເປັນເຈົ້າໂລກໃນເວານັ້ນ

ຈີນຢວນຫາກໍມີລາຄາໃນຊ່ວງເສດຖະກິດຈີນລະເບີດ

ແຕ່ຢ່າລືມຈີນມີເງີນສຳຮອງເປັນດອນລາ

RankCountryBillion USD (end of month)
1China People's Republic of China$ 3,285 (Sep 2012)[17]

__________________
Anonymous

Date:

ເປັນຫຍັງຄົນບໍ່ຢາກໄປຢູ້ ແລະທຳມາຫາກີນ ຢູ່ປະເທດຈີນ ແລະປະເທດວຽດນາມ ???

............................................

ຄົນໝາຍວ່າຄົນລາວບໍ)?

ຄັນວ່າຄົນລາວເຂົາບໍໄປດອກ ເພາະຄົນຈີນ ຄົນວຽດຄືມົດນີ້ ອີກຢ່າງຄົນລາວບໍເຂົ້າໃຈພາສາ

ແລະວັດທະນນທຳແຕກຕ່າງກັນ

ຄົນລາວຈື່ງພາກັນໄປໄທ ເພາະງ່າຍສຳລັບການຫາວຽກ

ແລະໄທຕອ້ງຄົນງານ

__________________
Anonymous

Date:

ເສດຖະຈິດຂອງຈີນກັບອີນເດັຍດີ ແຕ່ຣັດຖະບານປະເທດນີ້ ຈາຍເງີນຊ້ອຍເຫຼືອ ປະຊາຊົນໜ້ອຍຫຼາຍ ແລະປະຊາຊົນຍງທຸກຍາກຫຼາຍ ມີແຕ່ຈາຍເງີນສ້າງອາວຸດ

__________________
Anonymous

Date:

__________________
Anonymous

Date:

ສະກຸນເງິນທີ່ນິຍົມໃຊ້ໃນການຊື້ຂາຍຣະຫວ່າງປະເທດແມ່ນ:

1. ເງິນໂດລາ

2. ເງິນຢູໂຣ

3. ເງິນເຢັນ

4. ເງິນປອນ

5. ເງິນສະວິດຟຣັງ

6. ເງິນໂດລາການາດາ

ອາດຈະເປັນຍ້ອນວ່າປະເທດຈີນແລະວຽດນາມເປັນປະເທດຄັອມມຸຍນິດ ປະຊາຊົນບໍ່ມີສິດເສຣີພາບ

ຄົນລາວຈໍານວນນຶ່ງຈຶ່ງເລືອກໄປເຮັດວຽກຢູ່ປະເທດໄທເພາະມີພາສາປາກເວົ້າແລະປະເພນີຄ້າຍຄືກັນ.

__________________
Anonymous

Date:

Anonymous wrote:

ເປັນຫຍັງການຄ້າທົວໂລກ ໃຊ້ເງີນດອນລາ ອາເມຣີກັນ ເປັນຫຍັງບໍ່ໃຊ້ເງີນຂອງຈີນທັ້ງໆທີຮູ້ວ່າ
ເສດຖະຈິດຂອງຈີນດີ ?

ປະຊາຊົນຈີນແລະປະຊາຊົນວຽດນາມ ພາກັນມາຢູ່ເມືອງລາວ ເປັນຫຍັງຄົນລາວ ຈືງບໍ່ໄປຫາກີນ ຢູ່ປະເທດຈີນແລະປະເທດວຽດນາມ ລາວວ່າວຽດນາມກັບຈີນຮັກຄົນລາວ.

 ເຂົ້າໃຈຜິດແລ້ວ ວຽກນາມກັບຈີນ ຮັກຜົນປະໂຍດທີໃດ້ຈາກປະເທດລາວຕ່າງຫາກ

__________________
Anonymous

Date:

ເຂົ້າໃຈຜິດແລ້ວ ວຽກນາມກັບຈີນ ຮັກຜົນປະໂຍດທີໃດ້ຈາກປະເທດລາວຕ່າງຫາກ

 ອົດໃຈເຂົ້າມາກົດ LIKE ບໍ່ໄດ້, ຢາກກົດ 3 ເທື່ອເຄິ່ງພຸ້ນລະແຕ່ຢ້ານຜິດກົດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard