Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສົບຫີໄກ່
Anonymous

Date:
ສົບຫີໄກ່


ສົບຫີໄກ່ ແມ່ນຫຍັງ



__________________
Anonymous

Date:

Anonymous wrote:

ສົບຫີໄກ່ ແມ່ນຫຍັງ


 ຜູ່ໃດມັກອົມຫລືຜູ່ໃດມັກເລຍແມ່ນສັງເກດເຫັນໄດ້ວ່າສອງເບື້ອງຂອງສົບ

(ຈາກຂວາໄປຫາຊ້າຍ)ນັ້ນຈະແດງແລະເປື່ອຍ



__________________
Anonymous

Date:

ຕອນຍັງນ້ອຍ ຮອດຣະດູໜາວມາ ຂ້ອຍມັກຈະເປັນສົບຫີໄກ່, ເຈັບ ແສບຫຼາຍເດີເວລາກິນຂອງເຜັດຂອງເຄັມ

ອ້າປາກກວ້າງກິນເຂົ້າຄໍາໃຫຍ່ກໍ່ບໍ່ໄດ້ຈົນແມ່ເຖົ້າຂ້ອຍໄດ້ເອົາເຂົ້າກົ້ນຫວດມາຈໍ້າແລະໂຍນໃຫ້ໄກ່ກິນຈຶ່ງເຊົາ.

ຂ້ອຍກໍ່ບໍ່ຮູ້ວ່າມັນແກ້ກັນແນວໃດທັງໆທີ່ສົບຫີໄກ່(Angular Cheilitis)ແມ່ນເກີດມາຈາກການຂາດອາຫານ

(nutitional deficiencies) ໂດຍສະເພາະແມ່ນໄວຕາມິນB2ຊຶ່ງພົບເຫັນຫຼາຍຢູ່ໃນຕັບແລະໝາກໄຂ່ຫຼັງ

ສັດ,ໄຂ່, ຊີ້ນ ແລະນໍ້ານົມຈາກເຕົ້າ. 

ຜູ່ທີ່ມັກເປັນສົບຫີໄກ່ ສ່ວນຫຼາຍແມ່ນຜູ່ທີ່ມີເລືອດຈາງ(Iron deficiency anemia),ຖ້າທ່ານໝໍກວດພົບວ່າ

ເລືອດທ່ານຂາດທາດເຫຼັກຫຼາຍ ເພິ່ນຈະແນະນໍາໃຫ້ທ່ານກິນຊີ້ນຫຼາຍໆ ກິນສັດນໍ້າເປືອກແຂງຫຼາຍໆ(ກຸ້ງ ຫອຍ

ປາບາງຊະນິດ) ຫຼືບໍ່ຊັ້ນເພິ່ນກໍ່ຈະສັ່ງຢາ Sulfate Ferrous ໃຫ້ກິນ.



__________________
Anonymous

Date:

ສົບຫີໄກ່ແມ່ນຮອຍແຕກຂາດຢູ່ແຈບ່ອນສົບເບື້ອງລຸ່ມແລະສົບເບື້ອງເທິງຈອດຈຸກັນ.

ສົບຫີໄກ່ເກີດຈາກແບກເຕີເລຍໃນປາກຂອງເຮົາເອງຫັ້ນລະ, ສັງເກດເບິ່ງເດີ ຄົນ

ມັກເລຍສົບເລື້ອຍໆມັກເປັນສົບຫີໄກ່.

ຖ້າຂີ້ຄ້ານຂ້າມໄປຊື້ Clotrimozole Cream ຢູ່ໜອງຄາຍມາທາ, ກໍ່ໄປຫາເອື້ອຍ

ຂຽດຢູ່ໂຮງໝໍໄຊເສດຖາ ຂໍຢານໍ້າມຶກມາທາບໍ່ພໍສາມມື້ເຊົາໂລດ. ຖ້າບໍ່ຢາກໃຊ້ຢາ

ຈັກກະພັດກໍ່ໄປຊື້ຢາຈີນມາທາ.

Anti-Bacterial-Ointment.jpg



__________________
Anonymous

Date:

ບໍ່ຮູ້ວ່າເປັນຫຍັງໂຕນຕົວຂອງຂອ້ຍມີແຕ່ຄັນບາງເກົາຈົນຜິວເທິເລືອດຍີມພຸ້ນລະ
ຄັນໃຜຮູ້ຈັກວິທີແກ້ໄຂບັນຫານີ້ຂໍຄວາມຊ່ວມເຫຼືອນຳດ້ວຍ.ຂອບໃຈ

ທ້າວຄັນ



__________________
Anonymous

Date:

Anonymous wrote:

ບໍ່ຮູ້ວ່າເປັນຫຍັງໂຕນຕົວຂອງຂອ້ຍມີແຕ່ຄັນບາງເກົາຈົນຜິວເທິເລືອດຍີມພຸ້ນລະ
ຄັນໃຜຮູ້ຈັກວິທີແກ້ໄຂບັນຫານີ້ຂໍຄວາມຊ່ວມເຫຼືອນຳດ້ວຍ.ຂອບໃຈ

ທ້າວຄັນ


 ASEPSO_SOAP.jpg

ໝັ່ນອາບນໍ້າມື້ລະ 2 ຫາ 3 ເທື່ອຕໍ່ມື້,ໃຊ້ສະບູອາເສັບໂຊຖູຕາມຕົນໂຕເພື່ອຂ້າເຊື້ອແບັກເຕີເຣັຽ

ຈາກນັ້ນກໍ່ໃຊ້ໂລຊັນອາວີໂນທາຕາມຕົນຕົວ.

0038137101842_500X500.jpg

ໝັ່ນທໍາຄວາມສະອາດເຄື່ອງນຸ່ງຫົ່ມແລະຕາກເຄື່ອງໃນເຕົາອົບ, ຢ່າຕາກແດດເພາະລະອອງຝຸ່ນພິດຈະປິວມາໃສ່.



__________________
Anonymous

Date:

ສົບຫີໄກ່

ໃຊ້ຢາງຫມາກເຍົາມາຢອດໃສ່ແມ່ນບໍ່



__________________
Anonymous

Date:

Anonymous wrote:

ສົບຫີໄກ່

ໃຊ້ຢາງຫມາກເຍົາມາຢອດໃສ່ແມ່ນບໍ່


 

ນີ້ບໍ່

ບໍ່ແມ່ນຢາງຫມາກຫຸ່ງຫວາ

ຢາງຫມາກຫຍັງກໍໄດ້ ຂໍແຕ່ແມ່ນ ວິຕະມີນ ບີສອງ ຫລືໄປຊື້ເອົາ ບີສອງ ມາກິນເລີຍ ແຕ່ໃຫ້ຖາມເຈົ້າຂອງຮ້ານຂາຍຢານຳແດ່ວ່າກິນແນວໃດ



__________________
Anonymous

Date:

Anonymous wrote:

ສົບຫີໄກ່ ແມ່ນຫຍັງ


 Fever Blister to be exact.



__________________
Anonymous

Date:

Anonymous wrote:
Anonymous wrote:

ສົບຫີໄກ່

ໃຊ້ຢາງຫມາກເຍົາມາຢອດໃສ່ແມ່ນບໍ່


 

ນີ້ບໍ່

ບໍ່ແມ່ນຢາງຫມາກຫຸ່ງຫວາ

ຢາງຫມາກຫຍັງກໍໄດ້ ຂໍແຕ່ແມ່ນ ວິຕະມີນ ບີສອງ ຫລືໄປຊື້ເອົາ ບີສອງ ມາກິນເລີຍ ແຕ່ໃຫ້ຖາມເຈົ້າຂອງຮ້ານຂາຍຢານຳແດ່ວ່າກິນແນວໃດ


 ບໍຕ້ອງໄປເສຍເງີນເສຍຄຳດອກສຳນີ້ປອກກ້ວຍກີນຍັງງ່າຍກວ່າ ເວລານື່ງແລະສວາຍເຂົ້າຕອນເຊົ້າໄຫ້ຢີກເອົາຮ້ອນໆ

ນັ້ນມາຈ້ຳໃສ່ບ່ອນເປັນບາດແລ້ວກໍຖີ້ມໄຫ້ໄກ່ກີນຕອນເຊົ້ານັ້ນ ໂອຍດີປານປິດຖີ້ມ ໝາຍຄວາມວ່າເອົາສົບຫີໄກ່ຄືນໄປ

ໄຫ້ໄກ່ ເຮັດມາຫລາຍເທື່ອແລ້ວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard