Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫວັນນະເຂດແດນງາມ


Veteran Member

Status: Offline
Posts: 93
Date:
ສະຫວັນນະເຂດແດນງາມ


img_6596.jpgimg_65981.jpgimg_65981.jpg4zO8J.jpgkUJ2.jpg2TV5.jpgjfvjn.jpghELQ8.jpgjrdJ1.JPGfile.php?id=103320



__________________
kong
Anonymous

Date:

Idiot !!!furious never ever post  too large siize pics. here furious

My comp. locked up ! You idot !!!furious



__________________
Anonymous

Date:

ບັກປອບນີ້ມາອີກແລ້ວ

ຮູບທີ່ມຶງເອົາມາລົງບໍ່ແມ່ນເມືອງສະຫວັນເດີ

 



__________________
Anonymous

Date:

บ่แมนมุกดาหารบ้อ โรงแรมที่กำลังเฮดเขาบอกว่าเป็นของป้าดาวเฮือง



__________________
Anonymous

Date:

Anonymous wrote:

ບັກປອບນີ້ມາອີກແລ້ວ

ຮູບທີ່ມຶງເອົາມາລົງບໍ່ແມ່ນເມືອງສະຫວັນເດີ

 


 ຂ້ອຍເຂົ້າມາເຫັນກໍ່ເປັນງົງໆ ຢູ່ວ່າໄປຖ່າຍຢູ່ມຸມໃດຂອງສວັນະເຂດຄືບໍ່ເຄີຍເຫັນ

ຄືຊິມາປ່ຽນແປງໄວວາປານນີ້ ເພາະວ່າຂ້ອຍກໍ່ເຄີຍໄປເກືອບວ່າທູກປີ

 



__________________
Anonymous

Date:

Anonymous wrote:

บ่แมนมุกดาหารบ้อ โรงแรมที่กำลังเฮดเขาบอกว่าเป็นของป้าดาวเฮือง


 ປ້າດາວເຮືອງ ??

ຄົນລາວ  ?

ເສດຖີລາວຫວຽດຄົນໜຶ່ງຊື່ທ້າວດາວເຮື່ອງ ສ່ຽວແອັດຄາຣາບາວ

ທ້າວດາວເຮືອງມີທຸຣະກິດທົ່ວລາວ

 ແຕ່ເລົາເຮີ່ມຕົ້ນຮ່ຳຮວຍຈາກເມືອງສະຫວັນລະປາກເຊ

 

ທຸຣະກິດດ້ານໂຮງແຮມເທົ່າທີ່ຮູ້

ເລົາມີຣີສອຣ໌ຕຢູ່ສະຫວັນ  

ທາງປາກເຊກະມີຕະຫຼາດແລະໂຮງແຮມ

 

ແລ້ວປ້າດາວເຮືອງນີ້ແມ່ນໃຜ

ຄົນໄທຍເຂົາບໍ່ແມ່ນຊື່ ດາວເຣືອງ ຕິ

 



__________________
Anonymous

Date:

Mukdahan and 3rd Lao-Thai Friendship bridge

4258173975_3191568d20_b.jpg

 

Mukdahan, and across the Mekong is Savannakhet

4259520388_d3c1eba543_b.jpg



__________________
Anonymous

Date:

Correction :

It's the second Lao-Thai Friendship bridge, not the 3rd.

The 3rd one is between Nakhorn Phanom and Thakhek.



__________________
Anonymous

Date:

I'm thinking about electricity used in both Savannakhet and Mukdahan.

I believe it's coming from Theun-Hinboun, or from NamTheun2 Hydro Electric Dams...



__________________
Anonymous

Date:

ບັກປອບເຈົ້າຂອງກະທູ້  ມັນຈະເອົາຮູບເມືອງໄທຍມາອ້າງເຍາະເຍີ້ຍເມືອງລາວອີກຕາມແບບສະບັບມັນຕີນໍ

ໂອເຄ  ມຶງເອົາເມືອງອື່ນມາປຽບທຽບ  ກູຍອມຮັບວ່າໄທຍຈະເຣີນກວ່າ

 

ແຕ່ເອົາມຸກດາຫານກັບສະຫວັນນະເຂດມາປຽບທຽບກັນແລ້ວກູຢາກຫົວໂລດ

ກູເຄີຍຢູ່ທັງສອງເມືອງເດີ  ຣະຍະຫຼັງກໍ່ເຄີຍໄປຕະຫຼອດ

ສະນັ້ນກູຈຶງຮູ້ແທ້ວ່າເມືອງໃດຈະເຣີນແລະໃຫຍ່ກວ່າກັນ

 

ມຸກດາຫານເປັນເມືອງເກົ່າຫຼາຍຮ້ອຍປີ  

ຕັ້ງບ້ານແຕ່ງເມືອງໂດຍເຈົ້າຣາຊວົງລ້ານຊ້າງວຽງຈັນ

ເພາະດິນຕ່ອນນີ້ເປັນຂອງຣາຊອະນາຈັກລ້ານຊ້າງທັງສອງຝັ່ງແມ່ນ້ຳຂອງ

ຕອນຕັ້ງເມືອງມຸກ  ພວກສຢາມຍັງບໍ່ມີອິດທິພົນໃດໆ ໃນແຖວນີ້ເດີ

 

ສ່ວນເມືອງສະຫວັນຫາກໍ່ຕັ້ງເມືອງຕອນຝຣັ່ງເສດເຂົ້າຄອງລາວນິ້ແຫຼະ

ແຕ່ພຽງບໍ່ຈັກປີທີ່ເມືອງສະຫວັນກໍ່ຕັ້ງ  ສະຫັນນະເຂດກໍໃຫຍ່ແລະຈະເຣີນກວ່າມຸກດາຫານແບບທຽບກັນບໍ່ຕິດ

ຝຣັ່ງເສດວາງຜັງເມືອງສະຫວັນຢ່າງເປັນຣະບຽບຮຽບຮ້ອຍ

ຖນົນຫົນທາງງົດງາມປູກຕົ້ນໄມ້ສອງຂ້າງທາງທຸກເສັ້ນ

ຕຶກຮາມບ້ານຊ່ອງເປັນຣະບຽບງາມຕາ

ມີເດີ່ນຍົນ ມີໂຮງໝໍ  ມີໂຮງຮຽງຫຼາຍຫຼັງ  ມີວິດທະຍາລັຍ  ມີສນາມກີລາໃຫຍ່  ແລະ....

ກ່ອນປີ1960  ເມືອງສະຫວັນນະເຂດນັບວ່າເປັນເມືອງໃຫຍ່ແລ້ວ

ເປັນເມືອງສຳຄັນເມືອງໜຶ່ງຂອງລາວ

ແຕ່ມຸກດາຫານຍັງເປັນເມືອງນ້ອຍໆ  ເກືອບບ້ານນອກ

ເມືອງມຸກເປັນທໍ່ອຳເພີໜຶ່ງທີ່ຂື້ນກັບນະຄອນພະນົມ

ທັງເມືອງມຸກໃຫຍ່ບໍ່ທໍ່ໜຶ່ງສ່ວນສິບຂອງເມືອງສະຫວັນເລີຍ

 

ກ່ອນປົດປ່ອຍ ປີ1975 ສະຫວັນນະເຂດແຮ່ງຈະເຣີນສຸດໆ

ມີໂຮງໜັງສີ່ໂຮງ  ມີໂຮງລຳເລື່ອງ  ມີໂຮງລິເກ

ມີຕະຫຼາດເຊົ້າທີ່ໃຫຍ່ແລະການຄ້າຄຶກຄື້ນ  ມີຕະຫຼາດຣາຕີ

ພໍ່ຄ້າແມ່ຄ້າໄທຍທຽວມາຄ້າຂາຍຢູ່ສະຫວັນມື້ລະຫຼາຍຮ້ອຍຄົນ

ພວກປັກຫຼັກຢູ່ຖາວອນກໍມີເຕັມບ້ານເຕັມເມືອງ

ບອກຕາມກົງ  ສະໄໝກ່ອນຄົນລາວຕະຫຼອດຊີວິດເກືອບບໍ່ມີໃຜເຄີຍໄປຢຽບເມືອງໄທຍຈັກເທື່ອ

ມີແຕ່ຄົນໄທຍຂ້າມມາລາວ  ມາເປັນຕັ້ງແຕ່ຄົນຮັບໃຊ້  ກັມມະກອນ  ແມ່ຄ້າຊາວຂາຍ  

ມາຮຽນໜັງສືຢູ່ລາວ(ພວກຄົນໄທຍເຊື້ອສາຍຈີນ ມາຮຽນໜັງສືຈີນຢູ່ລາວເປັນຮ້ອຍເປັນພັນ)

ເວົ້າໄປແລ້ວຄົນໄທຍມາຢູ່ລາວມີເກືອບທຸກອາຊີບ

 

ຫຼັງປົດປ່ອຍ  ຄົນເມືອງສະຫວັນແຕກມະລຸກພຸກພ່າຍ  

ໜີປະບ້ານຖິ້ມເມືອງ

ເມືອງສະຫວັນຕອນນັ້ນເກືອບຮ້າງ  

ຕຶກຮ້ານຄ້າໃຫຍ່ໆ  ເກືອບທັງເມືອງວ່າງເປົາບໍ່ມີຄົນຢູ່  

ພວກອ້າຍນ້ອງທີ່ມາຈາກປ່າຈາກດົງເຂົ້າມາຍຶດຢູ່ອາໄສ

ປີ1976 ຂ້ອຍຍັງຢູ່ລາວ  ຍັງໄດ້ທັນເຫັນສະພາບບ້ານເມືອງລາວ  ເຫັນແລ້ວນ້ຳຕາເກືອບໄຫຼ

ຕຶກງາມໆ  ພວກອ້າຍເອື້ອຍນ້ອງເຂົ້າໄປຢູ່  ຂຶງເຊືອກຕາກເສື້ອຜ້າຢູ່ກາງເຮືອນ

ເອົາເຕົາມາກໍ່ຟືນໄຟເຮັດຄົວກິນຢູ່ກາງເຮືອນ  ຄວັນຟືນກຸ້ມຫຼຽວບໍ່ເຫັນຄົນ

ພຽງບໍ່ຈັກເດືອນ  ຕຶກໃຫຍ່ໆ ງາມໆ ກໍ່ກາຍສະພາບຈົນໜ້າຕົກໃຈ

 

ຕອນນັ້ນເມືອງມຸກກໍ່ໄດ້ຖືກຍົກໃຫ້ເປັນຈັງຫວັດ  ເພື່ອໃຫ້ສະເໝີທຽມແຂວງສະຫວັນນະເຂດ

 

ຄົນໄທຍທີ່ເຄີຍຢູ່ລາວ  ຕອນນັ້ນກໍ່ພາກັນກັບຄືນເມືອເມືອງໄທຍເກືອບເໝິດ

ການຄ້າຢູ່ເມືອງມຸກເລີ່ມຄຶກຄັກຂື້ນ  ເພາະລາວປິດປະເທດ

ຄົນໄທຍໄປຕັ້ງຫຼັກຮວມກັນຢູ່ເມືອງມຸກແລ້ວສົ່ງສິນຄ້າໄປລາວ

ຍຸກນີ້ແຫຼະ ຄົນເມືອງມຸກພາກັນຮ່ຳຮວຍຢ່າງໄວວາ

ຈັງຫວັດມຸກດາຫານກໍ່ພັດທະນາຂື້ນ  ຈະເຣີນຂື້ນ  ຂຍາຍເມືອງໃຫ້ໃຫຍ່ຂື້ນ (ແຕ່ກ່ອນມີຊ່ອມເຊາະແຕ່ທໍ່ແຖວທ່າດ່ານຫັ້ນແຫຼະ)

ເມືອງມຸກຂຍາຍເມືອງແບບ ผักชีโรยหน้า ຄືຂຍາຍໄປ ສ້າງຕຶກໄປ  ແຕ່ດົນໄປກໍ່ບໍ່ມີຄົນໄປຢູ່  ຈົນຊິຮ້າງເໝິດ

ເຖິງຈະຂຍາຍໃຫ້ເມືອງໃຫຍ່ສ່ຳໃດ  ເມືອງມຸກໃໝ່ກະຍັງນ້ອຍກວ່າເມືອງສະຫວັນເກົ່າອີກຫຼາຍ

 

ຫຼັງຈາກລາວເປີດປະເທດໃຫ້ສິນຄ້າໄທຍຜ່ານລາວເຂົ້າໄປຂາຍຫວຽດນາມ(ຫວຽດນາມຍັງບໍ່ເປີດການຄ້າກັບໄທຍເທື່ອຕອນນັ້ນ)

ເຮັດໃຫ້ການຄ້າເມືອງສະຫວັນເຮີ່ມຄຶກຄັກຂື້ນອີກເທື່ອໜຶ່ງ  ຄຶດວ່າຄຶກຄັກທີ່ສຸດໃນເມືອງລາວກະວ່າໄດ້

ຄົນສະຫວັນແລະຄົນເມືອງມຸກພວກເຂົາຮູ້ກັນດີ 

ເສດຖີເມືອງສະຫວັນຈຶງເກີດຂື້ນໃໝ່ທັນຕາເຫັນຫຼາຍຄົນ

 

ຫຼາຍປີຜ່ານໄປ  ເມືອງສະຫວັນອັນກວ້າງໃຫຍ່ທີ່ເກືອບຮ້າງນັ້ນ

ກໍໄດ້ຟື້ນຄືນຊີວິດຂື້ນໃໝ່

ເມືອງສະຫວັນຕອນນີ້ຂຍາຍຄວາມຈະເຣີນອອກໄປທາງແນວກວ້າງ

 

ເສັຽດາຍຄົນລາວ(ຣັຖນຳ)ທຸກມື້ນີ້ຫຼຽວກາຍຄວາມສຳຄັນຂອງເມືອງເກົ່າ

ປ່ອຍປະ  ບໍ່ບູຣະນະໃຫ້ງາມຄືເກົ່າ  

ເສັຽດາຍຕຶກສະໄໝໂຄໂລນນີທີ່ສວຍງາມແລະມີເອກກະລັກທາງສິນລປະແລະປະຫວັດຕິສາດ

ຕ້ອງຮົກຮ້າງ  ເພພັງໄປເກືອບເໝິດ  

ນັກທ່ອງທ່ຽວເຂົາຫວັງວ່າຈະໄດ້ມາເຫັນສິ່ງເຫຼົ່ານນັ້ນຕ້ອງຜິດຫວັງຢ່າງແຮງ

 

ສະຫຼຸບ

ທ້າວ  ຈຂກທ  ຖ້າເຈົ້າບໍ່ແມ່ນຄົນເມືອງມຸກຫຼືຄົນສະຫວັນ

ເຈົ້າຢ່າໄດ້ໂຊໂງ່

ບອກໃຫ້ຮູ້ຊະວ່າ ຕາມຄວາມຈິງ  ຈັ່ງໃດເມືອງສະຫວັນກະຍັງໃຫຍ່ແລະຈະເຣີນກວ່າເມືອງມຸກຢູ່

 

ຖ້າເຈົ້າຊິເອົາສະຫວັນໄປປຽບທຽບອຸບົນພຸ້ນ  ຂ້ອຍຈຶ່ງຊິຍອມແພ້

 

 

 

 

 

 

 

 

 



__________________
Anonymous

Date:

14027528646871278078.jpg



__________________
Anonymous

Date:



__________________
Anonymous

Date:

ເມືອງສະຫວັນນະເຂດ  ແລະມຸກດາຫານກ່ອນປີ1970

 

ສີນີ້ແມ່ນເຂດເມືອງທີ່ມີເຮືອນຊານໜາແໜ້ນ  ສີທີ່ເຂັ້ມໆ  ແມ່ນບ່ອນຈະເຣີນຫຼືກາງເມືອງ

 

2d71jk.jpg



__________________
Anonymous

Date:



__________________
Anonymous

Date:

Anonymous wrote:

บ่แมนมุกดาหารบ้อ โรงแรมที่กำลังเฮดเขาบอกว่าเป็นของป้าดาวเฮือง


 โรงแรมนั้น เฮ็ดเสร็จแต่โดนแล้ว

ล่ะบ่แมนของดาวเฮืองดอก เป็นของนักธุรกิจมุกดาหารนิล่ะ 

แล้วภาพที่เอามานั้น บ่แมนสุหวันะเขต 

มีแต่ภาพเมืองมมุกดาหารทั้งหมด สุหวันนะเขตมองข้ามโขงไปโพ้น 



__________________
Anonymous

Date:

Anonymous wrote:

ບັກປອບເຈົ້າຂອງກະທູ້  ມັນຈະເອົາຮູບເມືອງໄທຍມາອ້າງເຍາະເຍີ້ຍເມືອງລາວອີກຕາມແບບສະບັບມັນຕີນໍ

ໂອເຄ  ມຶງເອົາເມືອງອື່ນມາປຽບທຽບ  ກູຍອມຮັບວ່າໄທຍຈະເຣີນກວ່າ

 

ແຕ່ເອົາມຸກດາຫານກັບສະຫວັນນະເຂດມາປຽບທຽບກັນແລ້ວກູຢາກຫົວໂລດ

ກູເຄີຍຢູ່ທັງສອງເມືອງເດີ  ຣະຍະຫຼັງກໍ່ເຄີຍໄປຕະຫຼອດ

ສະນັ້ນກູຈຶງຮູ້ແທ້ວ່າເມືອງໃດຈະເຣີນແລະໃຫຍ່ກວ່າກັນ

 

ມຸກດາຫານເປັນເມືອງເກົ່າຫຼາຍຮ້ອຍປີ  

ຕັ້ງບ້ານແຕ່ງເມືອງໂດຍເຈົ້າຣາຊວົງລ້ານຊ້າງວຽງຈັນ

ເພາະດິນຕ່ອນນີ້ເປັນຂອງຣາຊອະນາຈັກລ້ານຊ້າງທັງສອງຝັ່ງແມ່ນ້ຳຂອງ

ຕອນຕັ້ງເມືອງມຸກ  ພວກສຢາມຍັງບໍ່ມີອິດທິພົນໃດໆ ໃນແຖວນີ້ເດີ

 

ສ່ວນເມືອງສະຫວັນຫາກໍ່ຕັ້ງເມືອງຕອນຝຣັ່ງເສດເຂົ້າຄອງລາວນິ້ແຫຼະ

ແຕ່ພຽງບໍ່ຈັກປີທີ່ເມືອງສະຫວັນກໍ່ຕັ້ງ  ສະຫັນນະເຂດກໍໃຫຍ່ແລະຈະເຣີນກວ່າມຸກດາຫານແບບທຽບກັນບໍ່ຕິດ

ຝຣັ່ງເສດວາງຜັງເມືອງສະຫວັນຢ່າງເປັນຣະບຽບຮຽບຮ້ອຍ

ຖນົນຫົນທາງງົດງາມປູກຕົ້ນໄມ້ສອງຂ້າງທາງທຸກເສັ້ນ

ຕຶກຮາມບ້ານຊ່ອງເປັນຣະບຽບງາມຕາ

ມີເດີ່ນຍົນ ມີໂຮງໝໍ  ມີໂຮງຮຽງຫຼາຍຫຼັງ  ມີວິດທະຍາລັຍ  ມີສນາມກີລາໃຫຍ່  ແລະ....

ກ່ອນປີ1960  ເມືອງສະຫວັນນະເຂດນັບວ່າເປັນເມືອງໃຫຍ່ແລ້ວ

ເປັນເມືອງສຳຄັນເມືອງໜຶ່ງຂອງລາວ

ແຕ່ມຸກດາຫານຍັງເປັນເມືອງນ້ອຍໆ  ເກືອບບ້ານນອກ

ເມືອງມຸກເປັນທໍ່ອຳເພີໜຶ່ງທີ່ຂື້ນກັບນະຄອນພະນົມ

ທັງເມືອງມຸກໃຫຍ່ບໍ່ທໍ່ໜຶ່ງສ່ວນສິບຂອງເມືອງສະຫວັນເລີຍ

 

ກ່ອນປົດປ່ອຍ ປີ1975 ສະຫວັນນະເຂດແຮ່ງຈະເຣີນສຸດໆ

ມີໂຮງໜັງສີ່ໂຮງ  ມີໂຮງລຳເລື່ອງ  ມີໂຮງລິເກ

ມີຕະຫຼາດເຊົ້າທີ່ໃຫຍ່ແລະການຄ້າຄຶກຄື້ນ  ມີຕະຫຼາດຣາຕີ

ພໍ່ຄ້າແມ່ຄ້າໄທຍທຽວມາຄ້າຂາຍຢູ່ສະຫວັນມື້ລະຫຼາຍຮ້ອຍຄົນ

ພວກປັກຫຼັກຢູ່ຖາວອນກໍມີເຕັມບ້ານເຕັມເມືອງ

ບອກຕາມກົງ  ສະໄໝກ່ອນຄົນລາວຕະຫຼອດຊີວິດເກືອບບໍ່ມີໃຜເຄີຍໄປຢຽບເມືອງໄທຍຈັກເທື່ອ

ມີແຕ່ຄົນໄທຍຂ້າມມາລາວ  ມາເປັນຕັ້ງແຕ່ຄົນຮັບໃຊ້  ກັມມະກອນ  ແມ່ຄ້າຊາວຂາຍ  

ມາຮຽນໜັງສືຢູ່ລາວ(ພວກຄົນໄທຍເຊື້ອສາຍຈີນ ມາຮຽນໜັງສືຈີນຢູ່ລາວເປັນຮ້ອຍເປັນພັນ)

ເວົ້າໄປແລ້ວຄົນໄທຍມາຢູ່ລາວມີເກືອບທຸກອາຊີບ

 

ຫຼັງປົດປ່ອຍ  ຄົນເມືອງສະຫວັນແຕກມະລຸກພຸກພ່າຍ  

ໜີປະບ້ານຖິ້ມເມືອງ

ເມືອງສະຫວັນຕອນນັ້ນເກືອບຮ້າງ  

ຕຶກຮ້ານຄ້າໃຫຍ່ໆ  ເກືອບທັງເມືອງວ່າງເປົາບໍ່ມີຄົນຢູ່  

ພວກອ້າຍນ້ອງທີ່ມາຈາກປ່າຈາກດົງເຂົ້າມາຍຶດຢູ່ອາໄສ

ປີ1976 ຂ້ອຍຍັງຢູ່ລາວ  ຍັງໄດ້ທັນເຫັນສະພາບບ້ານເມືອງລາວ  ເຫັນແລ້ວນ້ຳຕາເກືອບໄຫຼ

ຕຶກງາມໆ  ພວກອ້າຍເອື້ອຍນ້ອງເຂົ້າໄປຢູ່  ຂຶງເຊືອກຕາກເສື້ອຜ້າຢູ່ກາງເຮືອນ

ເອົາເຕົາມາກໍ່ຟືນໄຟເຮັດຄົວກິນຢູ່ກາງເຮືອນ  ຄວັນຟືນກຸ້ມຫຼຽວບໍ່ເຫັນຄົນ

ພຽງບໍ່ຈັກເດືອນ  ຕຶກໃຫຍ່ໆ ງາມໆ ກໍ່ກາຍສະພາບຈົນໜ້າຕົກໃຈ

 

ຕອນນັ້ນເມືອງມຸກກໍ່ໄດ້ຖືກຍົກໃຫ້ເປັນຈັງຫວັດ  ເພື່ອໃຫ້ສະເໝີທຽມແຂວງສະຫວັນນະເຂດ

 

ຄົນໄທຍທີ່ເຄີຍຢູ່ລາວ  ຕອນນັ້ນກໍ່ພາກັນກັບຄືນເມືອເມືອງໄທຍເກືອບເໝິດ

ການຄ້າຢູ່ເມືອງມຸກເລີ່ມຄຶກຄັກຂື້ນ  ເພາະລາວປິດປະເທດ

ຄົນໄທຍໄປຕັ້ງຫຼັກຮວມກັນຢູ່ເມືອງມຸກແລ້ວສົ່ງສິນຄ້າໄປລາວ

ຍຸກນີ້ແຫຼະ ຄົນເມືອງມຸກພາກັນຮ່ຳຮວຍຢ່າງໄວວາ

ຈັງຫວັດມຸກດາຫານກໍ່ພັດທະນາຂື້ນ  ຈະເຣີນຂື້ນ  ຂຍາຍເມືອງໃຫ້ໃຫຍ່ຂື້ນ (ແຕ່ກ່ອນມີຊ່ອມເຊາະແຕ່ທໍ່ແຖວທ່າດ່ານຫັ້ນແຫຼະ)

ເມືອງມຸກຂຍາຍເມືອງແບບ ผักชีโรยหน้า ຄືຂຍາຍໄປ ສ້າງຕຶກໄປ  ແຕ່ດົນໄປກໍ່ບໍ່ມີຄົນໄປຢູ່  ຈົນຊິຮ້າງເໝິດ

ເຖິງຈະຂຍາຍໃຫ້ເມືອງໃຫຍ່ສ່ຳໃດ  ເມືອງມຸກໃໝ່ກະຍັງນ້ອຍກວ່າເມືອງສະຫວັນເກົ່າອີກຫຼາຍ

 

ຫຼັງຈາກລາວເປີດປະເທດໃຫ້ສິນຄ້າໄທຍຜ່ານລາວເຂົ້າໄປຂາຍຫວຽດນາມ(ຫວຽດນາມຍັງບໍ່ເປີດການຄ້າກັບໄທຍເທື່ອຕອນນັ້ນ)

ເຮັດໃຫ້ການຄ້າເມືອງສະຫວັນເຮີ່ມຄຶກຄັກຂື້ນອີກເທື່ອໜຶ່ງ  ຄຶດວ່າຄຶກຄັກທີ່ສຸດໃນເມືອງລາວກະວ່າໄດ້

ຄົນສະຫວັນແລະຄົນເມືອງມຸກພວກເຂົາຮູ້ກັນດີ 

ເສດຖີເມືອງສະຫວັນຈຶງເກີດຂື້ນໃໝ່ທັນຕາເຫັນຫຼາຍຄົນ

 

ຫຼາຍປີຜ່ານໄປ  ເມືອງສະຫວັນອັນກວ້າງໃຫຍ່ທີ່ເກືອບຮ້າງນັ້ນ

ກໍໄດ້ຟື້ນຄືນຊີວິດຂື້ນໃໝ່

ເມືອງສະຫວັນຕອນນີ້ຂຍາຍຄວາມຈະເຣີນອອກໄປທາງແນວກວ້າງ

 

ເສັຽດາຍຄົນລາວ(ຣັຖນຳ)ທຸກມື້ນີ້ຫຼຽວກາຍຄວາມສຳຄັນຂອງເມືອງເກົ່າ

ປ່ອຍປະ  ບໍ່ບູຣະນະໃຫ້ງາມຄືເກົ່າ  

ເສັຽດາຍຕຶກສະໄໝໂຄໂລນນີທີ່ສວຍງາມແລະມີເອກກະລັກທາງສິນລປະແລະປະຫວັດຕິສາດ

ຕ້ອງຮົກຮ້າງ  ເພພັງໄປເກືອບເໝິດ  

ນັກທ່ອງທ່ຽວເຂົາຫວັງວ່າຈະໄດ້ມາເຫັນສິ່ງເຫຼົ່ານນັ້ນຕ້ອງຜິດຫວັງຢ່າງແຮງ

 

ສະຫຼຸບ

ທ້າວ  ຈຂກທ  ຖ້າເຈົ້າບໍ່ແມ່ນຄົນເມືອງມຸກຫຼືຄົນສະຫວັນ

ເຈົ້າຢ່າໄດ້ໂຊໂງ່

ບອກໃຫ້ຮູ້ຊະວ່າ ຕາມຄວາມຈິງ  ຈັ່ງໃດເມືອງສະຫວັນກະຍັງໃຫຍ່ແລະຈະເຣີນກວ່າເມືອງມຸກຢູ່

 

ຖ້າເຈົ້າຊິເອົາສະຫວັນໄປປຽບທຽບອຸບົນພຸ້ນ  ຂ້ອຍຈຶ່ງຊິຍອມແພ້

 

 

 

 


 

มุกดาหารเมืองน้อยกว่าแขวงสุวรรณเขต

ประชากรมุกดาหารแค่ 3 แสนกว่าคน 

แขวงสุวรรณเขต มีประชากรในแขวงมีมากที่สุดในประเทศลาว คือ ประมาณ 1.5 ล้านคน 

ถ้ามองจากมุมสูง ภากจากดาวเทียม เมืองสุวรรณเขตเมืองใหญ่กว่ามุกดาหารแน่นอน 

แต่ถามองในระดับสายตาคน มุกดาหารมีความเป็นเมืองหลายกว่าสุวรรณเขต

big.jpg



__________________
Anonymous

Date:

ກະຍັງວ່າບໍ່ມີການສໍຣາຊບັງຫຼວງຢູ້ເມື້ອງລາວ ຫຼັງຈາກການປົດປ່ອຍ1975 ເພາະພວກສໍຣາຊບັງຫຼວງ, ພວກຂາຍສັບໃນດີນສີນນໍ້າກີນ,ພວກຂາຍຊາດຂາຍແຜ່ນດີນກີນອອກໜີໄປຢູ້ຕ່າງປະເທດໝົດແລ້ວ. ຢ່າໄປຟັງຄວາມໃສ່ຣ້າຍປ້າຍສີຂອງພວກປະຕິການ. ທີພັກລັດຮັງມີແລະມີເງີນຫຼາຍລ້ານດອນລາຢູ້ທຸກມື້ນີ້ ກະດ້ວຍຄວາມຂະຫຍັນທຳມາຄ້າຂາຍກັບຕ່າງປະເທດ. ພັກລັດຮັກປະເທດຊາດຮັກປະຊາຊົນຮັກຣາຊດອນ ຈະບໍ່ສໍຣາຊບັງຫຼວງເເນ້ນອນ.ພັກລັດເປັນຄົນຊືສັດມີສີນທັມບໍ່ຄືພວກປະຕິການ.



__________________
Anonymous

Date:

 

ບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ.. ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ ປະຊາຊົນລາວມີສິດເສຣີພາບ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ



__________________
Anonymous

Date:

ສະຫວັນນະເຂດ ຈະພັດທະນາເປັນລະບົບດີກວ່າວຽງຈັນເດີ 

ສວ່ນຫລາຍເພິ່ນຈະຕັດຫົນທາງໄປກອ່ນ ແລວ້ຈຶ່ງມີຄົນໄປຢູ່

ເຊັ່ນດຽວນີ້ ຈະເປີດກວ້າງອອກໄປທາງຫລັກ 7

ສວ່ນໃນເມືອງ ຈະບໍ່ມີຫຍັງດອກ 

ອັນສຳຄັນ ບໍ່ຕອ້ງທຽວທຸບແຕ່ເຮືອນແຄມທາງເພື່ອຂະຫຍາຍທາງ

 

60654916559441849783.jpg

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard