Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະໂຫຍດທີ່ຜິດໄວຍະກອນ
Anonymous

Date:
ປະໂຫຍດທີ່ຜິດໄວຍະກອນ


ສະບາຍດີ ຂພຈ ຂໍຖາມປະໂຫຍດດັ່ງລຸ່ມນີ້ ມັນຖືກບໍ່? ມີບ່ອນໃດຜິດໄວຍະກອນບໍ່?

1.ມ້ຽນເຄື່ອງຕິດຕົວຂອງຕົນແລະເອົາໄປນໍາ.

2.ເຊີນນຸ່ງຊຸດເຄື່ອງແບບທາງການ.

3.ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.



__________________
Anonymous

Date:

ອັນນີ້ແມ່ນພາສາອ້າຍນ້ອງແຄປົດປ່ອຍໃໝ່ພູ້ນນາສະຫາຍເອີຍ



__________________
Anonymous

Date:

Anonymous wrote:

ສະບາຍດີ ຂພຈ ຂໍຖາມປະໂຫຍດດັ່ງລຸ່ມນີ້ ມັນຖືກບໍ່? ມີບ່ອນໃດຜິດໄວຍະກອນບໍ່?

1.ມ້ຽນເຄື່ອງຕິດຕົວຂອງຕົນແລະເອົາໄປນໍາ.

2.ເຊີນນຸ່ງຊຸດເຄື່ອງແບບທາງການ.

3.ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.


 5555 ຜິດຕັ້ງແຕ່ຂຽນກະທູ້ແລ້ວທານເອີຍ ປະໂຫຍ



__________________
Anonymous

Date:

Anonymous wrote:

ສະບາຍດີ ຂພຈ ຂໍຖາມປະໂຫຍດດັ່ງລຸ່ມນີ້ ມັນຖືກບໍ່? ມີບ່ອນໃດຜິດໄວຍະກອນບໍ່?

1.ມ້ຽນເຄື່ອງຕິດຕົວຂອງຕົນແລະເອົາໄປນໍາ.

2.ເຊີນນຸ່ງຊຸດເຄື່ອງແບບທາງການ.

3.ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.


 1.ຈົ່ງມ້ຽນເຄື່ອງຕິດຕົວຂອງຕົນ   ແລະເອົາໄປນໍາ.

2.ກະຣຸນານຸ່ງຊຸດເຄື່ອງແບບທາງການ.

3ກະຣຸນາເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.

 ເຊີນ ເປັນຄຳບອກເຊື້ອເຊີນ  ຜູ້ຟັງຢາກເຮັດຫຼືບໍ່ກໍຕາມໃຈເຂົາ  ໃນປະໂຫຍກທາງເທິງ  ຟັງແລ້ວຄ້າຍຄຳສຽດສີ

ກະຣຸນາ  ເປັນຄຳຂໍຮ້ອງແກມບັງຄັບແບບສຸພາບ ທີ່ຟັງດີກວ່າ

ຈົງ   ເປັນຄຳບອກວ່າ ຕ້ອງເຮັດແບບນັ້ນ

ຄຳປຽບທຽບໂຕຢ່າງ

ເຊີນເອົາໃຈໃສ່  ຢ່າຖິ້ມຂີ້ເຫຍື່ອລົງພື້ນ

ກະຣຸນາເອົາໃຈໃສ່  ຢ່າຖິ້ມຂີ້ເຫຍື່ອລົງພື້ນ

ຈົ່ງເອົາໃຈໃສ່  ຢ່າຖິ້ມຂີ້ເຫຍື່ອລົງພື້ນ

ທັງສາມປະໂຫຍກຄ້າຍກັນ  ແຕ່ບໍ່ຄືກັນ  ທ່ານຄຶດວ່າຄວນໃຊ້ຄຳໃດ

 

ອ່ານຕາມ ຈຂກທ  ເອົາມາຖາມ

ຄຶດວ່າເປັນຂໍ້ຄວາມທີ່ໃຊ້ບອກເຈົ້າໜ້າທີ່  ພະນັກງານ

ຄຳເໝາະສົມທີ່ສຸດ  ຄວນໃຊ້ ກະຣຸນາ  ຫຼື  ຈົ່ງ

(  ປະໂຫຍກ  ບໍ່ແມ່ນ  ປະໂຫຍດ  )



__________________


Guru

Status: Offline
Posts: 695
Date:

ໄວຍະກອນບໍ່ຜິດ
ແຕ່ຄວາມໝາຍບໍ່ຈະແຈ້ງ


__________________

 187557797.jpg



Senior Member

Status: Offline
Posts: 482
Date:

wao oak sieng bor dai, jing wa pa sa lao fung leo bor mouan.

__________________


Senior Member

Status: Offline
Posts: 482
Date:

wao oak sieng bor dai, jing wa pa sa lao fung leo bor mouan.

__________________
Anonymous

Date:

Anonymous wrote: ທ່ານຕັ້ງກະທູ້ກໍ່ເລີ່ມຂຽນຜິດແລ້ວທ່ານຕ້ອງຂຽນແນວນີ້: ''ປະໂຫຍກທີ່ຜິດໄວຍະກອນ''  ນອກຈາກນັ້ນແມ່ນຖືກຕາມຄຳແນະນຳຂອງທ່ານອາຈານນຶ່ງທີ່ຊ່ວຍແນະນຳໃຫ້ນັ້ນ!
ຄົນລາວເຮົາມີຫຼາຍຊົນເຜົ່າແລະມາຈາກຫຼາຍແຂວງໃນທົ່ວປະເທດທີ່ໃຊ້ສັບສຳນວນແຕກຕ່າງກັນ, ຖ້າພວກເຮົາບໍ່ກຳແໜ້ນຫຼັກໄວຍະກອນແລະການລຽງຄຳສັບໃນເວລາຮຽນຈາກໂຮງຮຽນແລ້ວເຮົາກໍ່ຈະມີບັນຫາ ໃນການຂີດຂຽນຢູ່ສະເໝີ. ບໍ່ສະເພາະແຕ່ເທົ່ານັ້ນພວກເຮົາຍັງສິ້ນເຄີຍຈາກຖິ່ນກຳເນີດຂອງຕົນໃນການປາກເວົ້າ
ແລ້ວກໍ່ຂຽນໄປຕາມພາສາເວົ້າຂອງຕົນເອງ.
ແຕ່ກໍ່ບໍ່ສວາຍເກີນໄປຖ້າວ່າທ່ານຮຽກຮ້ອງຄວາມຊ່ວຍເຫຼືອກໍ່ຈະມີປັນຍາຊົນຫຼາຍທ່ານເຂົ້າມາຊ່ວຍດັດແປງແກ້ໄຂ          ເໝືອນດັ່ງກະທູ້ຂອງທ່ານນີ້.
ຕາມແນວຄິດຂອງຜູ້ຂ້າແລ້ວແວັບຂອງສະມາຄົມລາວນີ້ກໍ່ປຽບເໝືອນໂຮງຮຽນຫຼືມະຫາວິທະຍາໄລແຫ່ງນຶ່ງທີ່
ປະກອບດ້ວຍຄູແລະອາຈານຫຼາຍໆທ່ານທີ່ນຳເອົາຄວາມຮູ້ແລະບົດຮຽນທີ່ດີຂອງຕົນມາສິດສອນແລະຊ່ວຍເຫຼືອຊຶ່ງ     ແລະກັນ.
ດ້ວຍຄວາມນັບຖື!

ສະບາຍດີ ຂພຈ ຂໍຖາມປະໂຫຍດດັ່ງລຸ່ມນີ້ ມັນຖືກບໍ່? ມີບ່ອນໃດຜິດໄວຍະກອນບໍ່?

1.ມ້ຽນເຄື່ອງຕິດຕົວຂອງຕົນແລະເອົາໄປນໍາ.

2.ເຊີນນຸ່ງຊຸດເຄື່ອງແບບທາງການ.

3.ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.


 



__________________
Anonymous

Date:

ກ່ອນອື້່ນ ຂອບໃຈທີ່ມາຕອບເດີ!

ຊັ້ນ ຕ້ອງດັດແກ້ແນວໃດຈື່ງຖຶກແລະຟັງມ່ວນແດ່? 

1.ມ້ຽນເຄື່ອງຕິດຕົວຂອງຕົນແລະເອົາໄປນໍາ.

2.ເຊີນນຸ່ງຊຸດເຄື່ອງແບບທາງການ.

3.ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງຂອງຕົນ.

 ແລະປະໂຫຍກທີ່3  ເວົ້າເປັນແນວນີ້ຊິມ່ວນບໍ່? ເຊີນເອົາໃຈໃສ່ ແລະ ຢ່າລືມເອົາເຄື່ອງເດີນທາງຂອງຕົນ”

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard