Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lao-Myanmar Bridge will be finishing in the year 2015
Anonymous

Date:
Lao-Myanmar Bridge will be finishing in the year 2015


 

http://lao.voanews.com/audio/audio/261615.html

 

ລາວກັບມຽນມາ ລົງກໍ່ສ້າງຂົວຂ້າມນໍ້າຂອງ ລະຫວ່າງກັນ ແຫ່ງທໍາອິດ

 

 

 

 

ພິທີວາງສີລາເລີກ ການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ລະຫວ່າງລາວ ແລະມຽນມາ ທີ່ຈັດຂຶ້ນເມື່ອວັນທີ 16 ກຸມພາ 2013.
ພິທີວາງສີລາເລີກ ການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ລະຫວ່າງລາວ ແລະມຽນມາ ທີ່ຈັດຂຶ້ນເມື່ອວັນທີ 16 ກຸມພາ 2013.

 

 

 

 

ສື່ຕ່າງໆຂອງຂ່າວຫລືລາຍງານນີ້

ສຽງ
  • ຟັງລາຍງານການສ້າງຂົວຂ້າມແມ່ນໍ້າຂອງລາວ- ມຽນມາ

 
 

 

ຫຍໍ້ຫລືຂະຫຍາຍໂຕອັກສອນ
ຊົງຣິດ ໂພນເງິນ

ທາງການລາວກັບມຽນມາເລີ່ມລົງມືກໍ່ສ້າງຂົວຂ້າມແມ່ນໍ້າຂອງ
ແຫ່ງທໍາອິດ ເພື່ອເຊື່ອມຕໍ່ກັນໃຫ້ໄດ້ພາຍໃນປີ 2015 ສ່ວນຂົວ
ແຫ່ງທີ 4 ລະຫວ່າງ ລາວ-ໄທກໍຈະສໍາເລັດໃນເດືອນມິຖຸນາປີນີ້.

ພິທີການວາງສິລາເລິກ ເພື່ອເລີ່ມລົງມືກໍ່ສ້າງຂົວຂ້າມແມ່ນໍ້າ
ຂອງແຫ່ງທໍາອິດ ລະຫວ່າງລາວກັບມຽນມາ ໄດ້ມີຂຶ້ນຢ່າງເປັນ
ທາງການເມື່ອບໍ່ດົນມານີ້ ໂດຍມີທ່ານສົມມາດ ພົນເສນາ ລັດຖະ ມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ເປັນ
ປະທານໃນພິທີ ຮ່ວມກັບທ່ານ ຈໍ ລິນ ລັດຖະມົນຕີວ່າການກະ
ຊວງກໍ່ສ້າງຂອງມຽນມາ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມໜ້າ.
 
ຂົວຂ້າມແມ່ນໍ້າຂອງແຫ່ງທໍາອິດລະຫວ່າງລາວກັບມຽນມາ
ດັ່ງກ່າວນີ້ ຕັ້ງຢູ່ໃນເຂດບ້ານຫ້ວຍກຸ່ມໃນເຂດເມືອງລອງ ແຂວງຫຼວງນໍ້າທາ ຊຶ່ງຢູ່ກົງກັນ ຂ້າມກັບບ້ານຊຽງລາຍ ເມືອງທ່າຂີ້ເຫຼັກ ໃນເຂດລັດສານຂອງສະຫະພາບມຽນມາ ໂດຍ ຂົວຈະມີຄວາມຍາວ 691,6 ແມັດ ກວ້າງ 10,9 ແມັດ ຊຶ່ງຈະມີທາງລົດ 2 ຊ່ອງ ທາງຈະ ລາຈອນກວ້າງ 8,5 ແມັດ ແລະທາງຍ່າງ 2 ເບື້ອງ ເບື້ອງລະ 1.2 ແມັດ ແລະສູງ 12 ແມັດ
ທີ່ສາມາດຮອງຮັບລົດບັນທຸກສິນຄ້ານໍ້າໜັກ 75 ໂຕນແລະເຮືອຂົນສົ່ງສິນຄ້າ ທີ່ມີຂະໜາດ
ລະຫວ່າງ ນໍ້າໜັກ 500 ໂຕນ ສາມາດແລ່ນລອດກ້ອງຂົວໄປໄດ້ ກັບທັງຍັງສາມາດທົນ ທານຕໍ່ແຜ່ນດິນໄຫວລະດັບ 7 ຣິກເຕີ ໄດ້ອີກດ້ວຍ.
 
ຂົວດັ່ງກ່າວນີ້ ຈະໃຊ້ເງິນທຶນໃນມູນຄ່າລວມ 18 ລ້ານໂດລາ ຊຶ່ງເປັນງົບປະມານຂອງ
ລັດຖະບານລາວກັບມຽນມາຝ່າຍລະ 50% ແລະດໍາເນີນການກໍ່ສ້າງໂດຍບໍລິສັດຮ່ວມ
ທຶນລະຫວ່າງ 2 ປະເທດ ເພື່ອໃຫ້ສໍາເລັດພາຍໃນ 30 ເດືອນຫຼືພາຍໃນວັນທີ 15 ສິງຫາ
ປີ 2015 ອັນເປັນກໍານົດການທີ່ ທາງການທັງສອງຝ່າຍຈະທໍາພິທີເປີດໃຊ້ຢ່າງເປັນທາງ
ການ ໂດຍຂົວດັ່ງກ່າວນີ້ຈະເປັນການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງທາງບົກລະ
ຫວ່າງ ທາງຫຼວງໝາຍເລກ 17E ຂອງລາວ ກັບທາງຫຼວງ ເລກ 4 ຂອງມຽນມາ ແລະ
ຍັງຖືເປັນສ່ວນນຶ່ງໃນເຄືອຂ່າຍການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ຈາກເຂດພາກ
ເໜືອ ລົງໄປສູ່ພາກໃຕ້ ໃນເຂດລຸ່ມແມ່ນໍ້າຂອງອີກດ້ວຍ.



__________________
Anonymous

Date:

ພວກທ່ານທັງຫລາຍເຫັນດີນໍາບໍ່?



__________________
Anonymous

Date:

ມີແຕ່ຜີ ກ່ອງກ່ອຍ ທຽວແຖວນັ້ນ ....

ເປັນຫັຍງ ບໍ່ລົງທຶນ ສ້ອມແປງ ຖະໜົນເລກທິ13 ? ແຕ່ເໜືອ ຮອດໃຕ້...

ໃຫ້ເປັນ ທາງມາດຕະຖານ ແລະໝັ້ນຄົງ ອັນດີ ຕະຫຼອດປີ ....



__________________
Anonymous

Date:

Anonymous wrote:

ພວກທ່ານທັງຫລາຍເຫັນດີນໍາບໍ່?

ເຫັນດີນຳລັດຖະບານແລະດີໃຈຢ່າງສຸດຂີດເລີຍທ່ານເຮີຍ!

ເພາະຂົວແຫ່ງນີ້ຈະເປັນບ່ອນອຳນວຍຄວາມສະດວກໃນການໄປມາຫາສູ່ແລະການຄ້າຂາຍຂອງ

ປະຊາຊົນສອງຊາດລາວ - ມຽນມາ ໃຫ້ດີຂຶ້ນ!

ນອກຈາກນີ້ເພິ່ນຍັງມີໂຄງຈະສ້າງເດີ່ນຍົນສາກົນຂຶ້ນໃນເຂດເມືອງຕົ້ນເຜິ້ງຕື່ມອີກ, ພວກເຮົາ

ສາມາດວາດພາບໄວ້ລ່ວງໜ້າໄວ້ວ່າ ການສັນຈອນ,ການຄ້າຂາຍ,ວຽກເຮັດງານທຳຂອງປະຊາຊົນແຂວງບໍ່ແກ້ວ

ແລະຫຼວງນ້ຳທາເວົ້າສະເພາະທາງພາກເໜືອຈະດີຂຶ້ນເທ່ືອລະກ້າວ!

ຂໍໃຫ້ລັດຖະບານກຽມສ້າງບຸກຄະລາກອນທີ່ມີສ່ວນກ່ຽວຂ້ອງໄວ້ໃຫ້ຫຼາຍໆ ບໍ່ດັ່ງນັ້ນລາວຈະບໍ່ໄດ້

ຮັບຜົນປະໂຫຍດເທົ່າທີ່ຄວນ!

ຈາກຄົນບໍ່ແກ້ວ

 


 



__________________
Anonymous

Date:

Anonymous wrote:
Anonymous wrote:

ພວກທ່ານທັງຫລາຍເຫັນດີນໍາບໍ່?

ເຫັນດີນຳລັດຖະບານແລະດີໃຈຢ່າງສຸດຂີດເລີຍທ່ານເຮີຍ!

ເພາະຂົວແຫ່ງນີ້ຈະເປັນບ່ອນອຳນວຍຄວາມສະດວກໃນການໄປມາຫາສູ່ແລະການຄ້າຂາຍຂອງ

ປະຊາຊົນສອງຊາດລາວ - ມຽນມາ ໃຫ້ດີຂຶ້ນ!

ນອກຈາກນີ້ເພິ່ນຍັງມີໂຄງຈະສ້າງເດີ່ນຍົນສາກົນຂຶ້ນໃນເຂດເມືອງຕົ້ນເຜິ້ງຕື່ມອີກ, ພວກເຮົາ

ສາມາດວາດພາບໄວ້ລ່ວງໜ້າໄວ້ວ່າ ການສັນຈອນ,ການຄ້າຂາຍ,ວຽກເຮັດງານທຳຂອງປະຊາຊົນແຂວງບໍ່ແກ້ວ

ແລະຫຼວງນ້ຳທາເວົ້າສະເພາະທາງພາກເໜືອຈະດີຂຶ້ນເທ່ືອລະກ້າວ!

ຂໍໃຫ້ລັດຖະບານກຽມສ້າງບຸກຄະລາກອນທີ່ມີສ່ວນກ່ຽວຂ້ອງໄວ້ໃຫ້ຫຼາຍໆ ບໍ່ດັ່ງນັ້ນລາວຈະບໍ່ໄດ້

ຮັບຜົນປະໂຫຍດເທົ່າທີ່ຄວນ!

ຈາກຄົນບໍ່ແກ້ວ

 ແກ້ໄຂບ່ອນພິມຜິດ ນັບຈາກແຖວເທິງລົງລຸ່ມແມ່ນແຖວທີ່ສີ່:ນອກຈາກນີ້ເພິ່ນຍັງມີໂຄງການຈະສ້າງເດີ່ນຍົນສາກົນຂຶ້ນໃນເຂດເມືອງຕົ້ນເຜິ້ງຕື່ມອີກ, ພວກເຮົາ(ແມ່ນຖືກຕ້ອງ).


 


 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard