Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜຮູ້ ດຽວນີ້ພະບາງອົງແທ້ຢູໃສ
Anonymous

Date:
ໃຜຮູ້ ດຽວນີ້ພະບາງອົງແທ້ຢູໃສ


ທ່ານໃດຮູ້ຊ່ວຍບອກແດ່ ຢາກຮູ້ແທ້ໆ



__________________
Anonymous

Date:

The real Prabang is in Russia.



__________________
Anonymous

Date:

ຄົນທີ່ຮູ້ມີຢູ່ຜູ່ດຽວຄື ໄກສອນ ພົມວິຫານ ແຕ່ດຽວນີ້ ບໍໄດ້ດປັນຄົນແລ້ວ

ບາງທີລູກຊາຍລາວຮູ້ ລອງຖາມລາວເບິ່ງ ເພາະພຣະບາງແມ່ນມູນມໍຣະດົກຂອງຊາດລາວ ໃຜໆກໍຢາກຣູ້ຄືກັນ



__________________
Anonymous

Date:

ຢ່າຊຸກໍ່ເລື້ອງ ໃຫ້ຄົນ ລາວ-ໄທຍ ຜິດຖຽງກັນ...no

ຄັນບໍ່ມີຫຍັງ ກະມານັ່ງອ່ານຊື່ໆ...

ຫຼືໄປເບິ່ງເຕະບາລ (LIVE) ຢູ່ໃນທີວີ  pc.gif

Manchester United  vs  Norwich City are now playing on ESPN2.



__________________
Anonymous

Date:

Anonymous wrote:

ຄົນທີ່ຮູ້ມີຢູ່ຜູ່ດຽວຄື ໄກສອນ ພົມວິຫານ ແຕ່ດຽວນີ້ ບໍໄດ້ດປັນຄົນແລ້ວ

ບາງທີລູກຊາຍລາວຮູ້ ລອງຖາມລາວເບິ່ງ ເພາະພຣະບາງແມ່ນມູນມໍຣະດົກຂອງຊາດລາວ ໃຜໆກໍຢາກຣູ້ຄືກັນ


 ເປັນຫຍັງເລົາຈຶ່ງຮູ້ຢູ່ຜູ້ດຽວ

 

ເລົາລັກໄປຍົກເອົາຄົນດຽວແບບບໍ່ມີໃຜເຫັນຊັ້ນເບາະ

 

ຖ້າເລົາລັກໄປຄົນດຽວຕອນມືດໆ  ເຈົ້າຄືຮູ້



__________________
Anonymous

Date:

Anonymous wrote:

ທ່ານໃດຮູ້ຊ່ວຍບອກແດ່ ຢາກຮູ້ແທ້ໆ


 ກະລຸນາເຂົ້າໄປອ່ານເອົາຂໍ້ມູນຢູ່ນີ້:http://www.vientianemai.net/teen/khao/1/4245        ແລະhttp://ulfasso.fr/home/fr/actualite/laos/142-2013-02-19-01-05-40.html

ພຣະບາງຈະມີແຕ່ອົງແທ້ອົງດຽວເທົ່ານັ້ນທີ່ເພິ່ນຈະອາຣາທນາໄປປະດິດສະຖານຢູ່ຫໍບາງທີ່ພວກ       ເຮົາເຫັນຢູ່ໃນຂ່າວເທິງນີ້, ສ່ວນອົງທີ່ສອງນັ້ນແມ່ນຢູ່ Paris ຊຶ່ງແມ່ນຊາວພຸດລາວຢູ່ຝຣັ່ງເສດແລະຊາວອົພຍົບລາວຢູ່ນອກປະເທດໄດ້ມີໃຈໃສສັທທາຮ່ວມກັນ

ຫຼອມຂຶ້ນມາອີກອົງນື່ງ ລາຍລະອຽດແນວໃດນັ້ນຂໍໃຫ້ທ່ານຜູ້ອ່ານຈາກປະເທດຝຣັ່ງຊ່ວຍອະທິບາຍ  ຕື່ມອີກ.

ຖ້າຢາກຮູ້ປະຫວັດຂອງພຣະບາງກໍ່ຂໍໃຫ້ທ່ານເຈົ້າຂອງກະທູ້ຄົ້ນຄ້ວາຫາຫຼັກຖານຢູ່: Google ອີກເນີ.  ສຳຫຼັບຜູ້ຂ້າແລ້ວພຣະບາງອົງແທ້ນັ້ນຍັງຢູ່ ຫຼວງພຣະບາງນີ້ຄືແຕ່ກ່ອນຫັ້ນລະແລະພວກເຮົາຊາວຫຼວງພຣະບາງກໍ່ໄດ້ທຳການຫົດສົງໃນບຸນ ປີໃໝ່ລາວມາທຸກໆປີ.ຂໍໃຫ້ທ່ານຢ່າເຂົ້າໃຈຜິດຄືບາງຂ່າວແລະຄຳເຫັນທີ່ໃສ່ຮ້າຍປ້າຍສີລັດຖະບານ ວ່າເອົາໄປແລກປ່ຽນກັບວັດຖຸໃດ ໜຶ່ງກັບໂຊວຽດນັ້ນແມ່ນເຂົ້າໃຈຜິດແລ້ວ!

ຈາກ: ຄົນຫຼວງພຣະບາງ

 

 



__________________
Anonymous

Date:

Anonymous wrote:

ຢ່າຊຸກໍ່ເລື້ອງ ໃຫ້ຄົນ ລາວ-ໄທຍ ຜິດຖຽງກັນ...no

ຄັນບໍ່ມີຫຍັງ ກະມານັ່ງອ່ານຊື່ໆ...

ຫຼືໄປເບິ່ງເຕະບາລ (LIVE) ຢູ່ໃນທີວີ  pc.gif

Manchester United  vs  Norwich City are now playing on ESPN2.


 We know that Thailand already returned to Lanxang in early day. Why argue ?



__________________
Anonymous

Date:

ຂອບເຈີຫລາຍໆເນິ ! ທ່ານຄົນຫລວງພຣະບາງ ທີ່ຊ່ວຍຊີ້ແຈງ ຖະແຫລງໄຂ

ກ່ຽວກັບ ພຣະບາງ ສ່ວນທ່ານຜູ້ຕັ້ງກະທູ໊ນີ້ ຄົງຈະແຈ້ງຈ່າງປ່າງ ເນາະ!



__________________
Anonymous

Date:

..."We know that Thailand already returned to Lanxang in early day. Why argue ?"...

ຂໍໂທດເດີ ຂ້ຽເມົາເຫຼົ້າ ເລີຍຫຼົງ ຄິດວ່າເວົ້າເລື້ອງ "ພະແກ້ວມໍລະກົດ" no



__________________
Anonymous

Date:

Anonymous wrote:

ຂອບເຈີຫລາຍໆເນິ ! ທ່ານຄົນຫລວງພຣະບາງ ທີ່ຊ່ວຍຊີ້ແຈງ ຖະແຫລງໄຂ

ກ່ຽວກັບ ພຣະບາງ ສ່ວນທ່ານຜູ້ຕັ້ງກະທູ໊ນີ້ ຄົງຈະແຈ້ງຈ່າງປ່າງ ເນາະ!

ເຈົ້າ....ດ້ວຍຄວາມຍິນດີທຸກປະການ!!!


 



__________________
Anonymous

Date:

Anonymous wrote:
Anonymous wrote:

ຂອບເຈີຫລາຍໆເນິ ! ທ່ານຄົນຫລວງພຣະບາງ ທີ່ຊ່ວຍຊີ້ແຈງ ຖະແຫລງໄຂ

ກ່ຽວກັບ ພຣະບາງ ສ່ວນທ່ານຜູ້ຕັ້ງກະທູ໊ນີ້ ຄົງຈະແຈ້ງຈ່າງປ່າງ ເນາະ!

ເຈົ້າ....ດ້ວຍຄວາມຍິນດີທຸກປະການ!!!


 


 ໄດ້ຍິນຄົນຫລວງພະບາງເວົ້່າວ່າ ຊ່ວງປົດປ່ອຍໃໝ່ທ່ານໄກສອນເອົາໃຫ້ໂຊວຽດໄປເກັບໄວ້ດົນຈົນຮອດຊ່ວງປີ 1980 ຈຶ່ງສົ່ງຄືນ ກະເລີຍສົງໃສ ວ່າອົງທີ່ປະດິດສະຖານຢູ່ໃນປະຈຸບັນແມ່ນອົງແທ້ຫລືບໍ່ 



__________________
Anonymous

Date:

ຖ້າທ່ານທີ່ຢາກຮູ້ວ່າພຣະບາງອົງແທ້ຢູ່ໃສ ທ່ານລອງຖາມຕົວເອງວ່າ ພຣະແກ້ວມໍລະກົດຢູ່ໃສ ພຣະແກ້ວ ແລະ ພຣະບາງ ເປັນພຣະຄູ່ບ້ານຄູ່ເມືອງລາວມາຕັ້ງແຕ່ສະໄໝພຣະລາຊາເຈົ້າຟ້າງຸ່ມມະຫາລາດແຫຼ່ງຫຼ້າທໍລະນີ ປົກຄອງອານາຈັກລ້ານຊ້າງ ຍ້ອນຖືກພຣະມະຫາກະສັດສັກດິນາຜູ້ໃຈບາບອຳມະຫິດຕີເອົາບ້ານຕີເອົາເມືອງຈົນແຕກສະແຫຼກຂາດ ເອົາຊັບສົມບັດທີ່ມີຄ່າທີ່ສຸດຂອງອານາຈັກລ້ານຊ້າງໄປຍັງບໍ່ພໍ ຍັງມາເຜົາບ້ານເຜົາເມືອງອີກ ຄົນລາວເຮົາໝົດທຸກຄົນຄວນໄດ້ສິດເປັນເຈົ້າຂອງຊັບສົມບັດທີ່ແທ້ຈີງ ທີ່ຖືກປົ້ນຖືກລັກໄປສະໄໝສັກດິນາ

ທນສ ທມວສ



__________________


Veteran Member

Status: Offline
Posts: 63
Date:

ສະຫາຍໄກສອນ ພົມວິຫານ ເອົາໄປຕຸບກັບເຄື່ອງບີນສູ້ຮົບ Mig-21 ຂອງ ຣັດເຊັຽ ຕັ້ງແຕ່ ປີ 1976 ນັ້ນສ່າລືຈົນໜາຫູ

ພຣະບາງອົງປະຈຸບັນທີ່ປະດິດສະຖານຢູ່ໃນຫຼວງພະບາງທຸກວັນນີ້ຄົງຈະບໍ່ແມ່ນຕົວຈິງອີກແລ້ວເຫຼືອໄວ້ພຽງ

ຕຳນານ, ພວກຄອມມຸຍນິດລາວແດງເມື່ອເຂົາຢຶດອຳນາດສົມບູນ, ພວກເຂົາຈະລົບລ້າງສາສະໜາອອກໄປ

ຈາກສັງຄົມລາວເທື່ອລະກ້າວ ພຣະສົງມີໜ້າທີ່ປະກອບສ່ວນປະຕິວັດຊາດເໝືອນກັນກັບຜູ້ອື່ນໆ ສາມາດພົກປືນ

ຫຼືອາວຸດຕ່າງໆ ອອກແຮງເພື້ມພູນຜະຫຼິດຜົນຫາລ້ຽງກຸ້ມຕົນເອງຫຼາຍໆດ້ານເພື່ອໃຫ້ສາສະໜາທົດຖອຍລົງເທື່ອລະກ້າວ

ແຕ່ບໍ່ຮູ້ດ້ວຍເຫດຜົນອັນໃດຈື່ງປີ້ນປ່ຽນໃຫ້ຄົງຕົວຢູ່, ຕາມທີ່ຈິງແລ້ວຫຼັກການລະບອບຂອງ Mark Lenin ຈະບໍ່ອະຍຸຍາດເດັດຂາດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard