Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພິ່ນຫ້າມໄປຫຍັງ ບໍ່ເຂົ້າໃຈ
Anonymous

Date:
ເພິ່ນຫ້າມໄປຫຍັງ ບໍ່ເຂົ້າໃຈ


 

ຫ້າມ 8 ບ້ານໃກ້ເຂດຈັດສັນຊຸມຊົນໃຫມ່ ບຶງທາດຫລວງຊື້-ຂາຍ ໂອນສິດນຳໃຊ້ທີ່ດິນແລະ ດຳ­ເນີນ​ການ​ກໍ່­ສ້າງ​ຕ່າງໆ

​ໃນ​ບໍ­ລິ­ເວນ​ໂຄງ­ການ​ພັດ­ທະ­ນາ​ເຂດ​ສະ­ຫງວນ​ ອ່າງ​ໂຕ່ງ​ນ້ຳ, ຄອງລະ­ບາຍ​ນ້ຳ

ແລະ ເຂດ​ຈັດ​ສັນ​ພັດ­ທະ­ນາ​ຊຸມ​ຊົນ​ໃຫມ່​ບຶງ​ທາດຫລວງ.

 

http://www.ecom.org.la/teen/khao/1/13278



__________________
Anonymous

Date:

ຫ້າມເພາະຖືກໂຄງການ ທ່ານເອີ້ຍ 

 

ດີແລ້ວລະ ຖ້າບໍ່ຫ້າມ ກະຊິມີການ ຂາຍ ດີນ ຊ້ອນກັນກະ ພຶດຕະພື ຊັ້ນຕົວ

ຜູ້ຊື້ ກະຊື້ເສຍເງີນ ລ້າໆ ລະ



__________________
Anonymous

Date:

 

 

ຫວ່າງ 2-3 ປີກອ່ນ ກະສິກຳເພິ່ນຫ້າມ ໄຫ້ເປັນເຂດສະຫງວນ ສຳຫລັບນານາພັນ ໄຫ້ເປັນເຂດ ເວດແລນ ແລະໄວ້ເປັນຮອ່ງລະບາຍນ້ຳ ບໍ່ໄຫ້ປຸກສ້້າງ

ບໍ່ຊັ້ນ ນ້ຳສີຖວ້ມໃດ



__________________
Anonymous

Date:

Anonymous wrote:

 

 

ຫວ່າງ 2-3 ປີກອ່ນ ກະສິກຳເພິ່ນຫ້າມ ໄຫ້ເປັນເຂດສະຫງວນ ສຳຫລັບນານາພັນ ໄຫ້ເປັນເຂດ ເວດແລນ ແລະໄວ້ເປັນຮອ່ງລະບາຍນ້ຳ ບໍ່ໄຫ້ປຸກສ້້າງ

ບໍ່ຊັ້ນ ນ້ຳສີຖວ້ມໃດ


 ຂ້ອຍກໍ່ບໍ່ເຂົ້າໃຈຄືກັນ, ບໍ່ແມ່ນບໍ່ເຂົ້າໃຈເລື່ອງຫ້າມໂອນກຳມະສິດກັນດອກ. ຂ້ອຍບໍ່ເຂົ້າໃຈເລື່ອງແຜນເພີ່ນ

ວ່າຊິສະຫງວນໄວ້ເປັນເຂດອ່າງເກັບນ້ຳ (ຂໍບໍ່ເອີ້ນອ່າງໂຕ່ງມັນບໍ່ເໝາະ ເພາະຝົນຕົກມາທຸກບ່ອນມັນກໍ່ໂຕ່ງເອົາ

ໝົດຫັ້ນລະ = catchment area). ແຕ່ໃນອີກເບື້ອງໜື່ງທີ່ບໍ່ເຂົ້າກັນກໍ່ແມ່ນມີທັງເຂດກໍ່ສ້າງທັງຂະໜາດ

ຂະໜາດໃຫຍ່ຢູ່ໃນນັ້ນ ເຊັ່ນ: ເຂດເສດຖະກິດສະເພາະ, ເຂດພັດທະນາ, ທາງຂະໜານກັບຖະໜົນໄກສອນ

(ຈາກທາງ 450ປີ - ຕະຫລາດຈີນໜອງໜ່ຽງ - ບ. ວຽງຈະເລີນ) ແລ້ວ ມັນຊິເປັນອ່າງເກັບນ້ຳໄດ້ແນວໃດ?

ຜ່ານມາກໍ່ມີທັງ ຍີ່ປຸ່ນ (JICA) ແລະ ເກົາຫລີ ຊ່ວຍສຳຫລວດ ສືກສາ ແລະ ວາງແຜນໃນການປັບປຸງເຂດ

ບືງທາດຫລວງ, ຈຸດປະສົງກໍ່ແມ່ນແນໃສ່ຮັກສາສີ່ງແວດລ້ອມ, ຮັກສາດ້ານນິເວດວິທະຍາ ແລະ ປ້ອງກັນ

ນ້ຳຖ້ວມຫັ້ນລະ ແຕ່ມັນກໍ່ບໍ່ເປັນໄປຕາມ ບົດສືກສາດັ່ງກ່າວ.

ຂໍຈົບໄວ້ເທົ່ານີ້ກ່ອນທີ່ຈີງມີຫລາຍຢ່າງທີ່ບົດສືກສາເຂົາສະເໜີໄວ້

ເວົ້າໄປຫລາຍຊິຜິດພີ່ນຜູ້ຮູ້ຫລາຍກວ່າເຮົາ

 



__________________
Anonymous

Date:

 

ເວົ້າສະເພາະບຶງທາດຫລວງ ນັບຈາກຫນອງຫນຽ່ງ ຂຶ້ນໄປຣອດ ໂຮງງານເບັຍ

ເມືອ່ລວມກັບຮອ່ງແຊງ ຈະມີອ່າງໂຕ່ງນ້ຳຝົນປະມານ 150 ກລມ2

 

ມີຄືນນຶ່ງ ຂພຈ ຈຳບໍ່ໄດ້ ປະມານ ປີ ຊວ່ງ1985-90 ນີ້ລະ ຝົນຕົກຕົ້ນເດືອນ 6 ແຮງຫມົດຄືນເລີຍ

ເກີດນ້ຳຖວ້ມຢູ່ຫລາຍຈຸດ ໂດຍສະເພາະແມ່ນແຖວທາດຫລວງແມ່ນສູງກວ່າ ເຄິ່ງແມດ

ມື້ນັ້ນ ປາລິມານນ້ຳຝົນປະມານກວ່າ 200 ມມ (ໃຜມີຂໍ້ມູນຈາກອຸຕຸ ຊອ່ຍແດ່)

ຫມາຍຄວາມວ່າ ມື້ນັ້ນ ມີນ້ຳຝົນຣອດ 30 ລ້ານ ແມດກອ້ນ ທີ່ໄຫລລົງໄປໂຮມຢູ່ບຶງທາດຫລວງ

ນ້ຳຖວ້ມຍາມເດືອນ 6 ມື້ນັ້ນໃຊ້ເວລາ 2 ມື້ຈຶ່ງບົກແຫ້ງລົງໄປອັ່ງຢູ່ບຶງ

ຂະຫນາດສະໃຫມນັ້ນ ກະສິກຳເພິ່ນໄດ້ປັກປ້າຍ ຫ້າມປຸກເຣຶອນໃສ່ບອ່ນແຈໄຟແດງຕະຫລາດຢູ່ ແລະບ້ານເຣືອນແຖວນັ້ນຍັງບໍ່ມີເລີຍ

 

ມາຄິດໄລ່ແບບງ່າຍໆເບິ່ງແລວ້  ຢາກລະບາຍນ້ຳ 30 ລ້ານ ໃນເວລາ 48 ຊມ ນ້ຳຕອ້ງໄຫລອອກທາງຫວ້ຍຫມາກຮຽວ ປະມານ 170 ມ3/ວນທ

ຊຶ່ງຖ້ານ້ຳໄຫລດວ້ຍຄວາມໄວ 0.5 ມ/ວນທ (ຕັວຈິງກໍຂະຫນາດນັ້ນ) ຫວ້ຍຫມາກຮຽວຕອ້ງມີ ຂະຫນາດຫ້ນາຕັດ 350 ມ2 ຫລືເທົ່າກັບຮອ່ງນ້ຳຂະຫນາດ 100 ຄູນ 3.5 ແມດ

ແຕ່ໃນຕົວຈິງຂະຫນາດຂອງ ຫວ້ຍຫມາກຮຽວ ຄົງບໍ່ສາມາດລະບາຍນ້ຳໄດຣອດ 170 ມ3/ວນທໄດ້ດອກ

 

ດັ່ງນັ້ນ ຈຶ່ງພິສູດໄດ້ແລ້ວວ່າ ບຶງທາດຫລວງແມ່ນ ບຶນ້ຳຂະຫນາດໄຫຍ່ ຂອງຄົນນະຄອນຫລວງ ທີ່ສາມາດອູ້ມເອານ້ຳຈຳນວນຫລາຍລ້ານແມດກອ້ນ ກອ່ນຈະປອ່ຍລົງສູນ້ຳຂອງພາຍໃນເວລາບໍ່ເກີນ 2 ມື້ໄດ້   

ແລວ້ນ້ຳຈຶ່ງບໍ່ຖວ້ມ ວຽງຈັນ ຍອ້ນນ້ຳຝົນ ຫລືນ້ຳຖວ້ມຂັງ

ແລະນອກຈາກຊອ່ຍກັກຕູນນ້ຳໄວ້ແລວ້ ບຶງທາດຫລວງ ຍັງຊອ່ຍດູດເອົາສິ່ງເປິະເປື້ອນຈາກນະຄອນໄຫຍ່ ແລວ້ທຳໄຫ້ເກີດສິ່ງແວດລອ້ມທີ່ມີຊີວິດອາໃສຢູ່ ທັງເປັນແຫລ່ງອາຫານທີ່ບໍລິໂພກໄດ້ອີດ

ຢ່າລືມວ່າ ສັດນ້ຳທີເຮົາກິນດຽວນີ້ແມ່ນໄດ້ມາຈາກບຶງທາດຫລວງ ແຕ່ເປັນຫຍັງຈຶ່ງບໍ່ເປັນອັນຕະລາຍທັງໆທີ່ຄົນເປັນແສນຖ່າຍເທສິ່ງເປືອນເປິະໃສ່ ກໍຍອ້ນບຶງທາດຫລວງ ດູດກິນກອ່ນແລ້ວ ຍັງເຫລືອແຕ່ຄວາມສະອາດໄຫ້ຄົນ

ຖ້າຈະພັດທະນາ ແບບບໍ່ໄດ້ມີການຄິດໄລ່ລະບົບລະບາຍນ້ຳ ບໍ່ວ່າແຕ່ນ້ຳສີຖວ້ມຄົນວຽງຈັນທໍ່ນັ້ນ ແຕ່ບັນດານ້ຳເປືອນ ຕ່າງໆ ກໍຈະກາຍເປັນແບບ ຄອງຫນອງຈັນ ຫລືຄອງຮອ່ງທອງໃນປັດຈຸບັນ ຈະຕອ້ງລົງທຶນມະຫາສານໃນການປັບປຸງນ້ຳເສັຍອີກຕໍ່ໄປ 

 

 

 

 

 

 

 



__________________
Anonymous

Date:

ນ້ຳເສຍ= ...........?

ມັນເສຍຢູ່ແຖວໃດ   ຜູ້ເດີ .....ໄຜລັກໄປ ?

ປັນຍາຊົນ ຮຸ້ນໃໝ່....?

ສະໝຸນໄພ.......?

ໄດ້ຍິນຢູ່ ເລື້ອຍໆ .....ຊ່ວຍອະທິບາຍ ໃຫ້ຮູ້ແດ່!



__________________
Anonymous

Date:

 

 ນ້ຳເສັຍ ຂໍປຽ່ນເປັນ ນ້ຳເປືອນ ນ້ຳເນົ່ານ້ຳເຫມັນຫລືນ້ຳໂສໂຄກສາເດີ



__________________
Anonymous

Date:

 

ເປັນຫຍັງບໍ່ໄຫ້ຈົກເອົາດິນຢູ່ບຶງທາດຫລວງໄປເຮັດສວນຜັກສວນຫຍ້າ ຝຸ່ນມັນດີຂະຫນາດລະ

ແລວ້ເຮັດເປັນຫນອງ ແບບແລ່ນເຮືອໄດ້ຄືຢູ່ຮາໂນຍຫັ້ນ

ໃຜຢາກພັດທະນາ ເປັນຫຍັງບໍ່ເອົາແຖວຕີພູ ພະນັງຫລືຕີນພູເຂົາຄວາຍໄຫ້ ບອ່ນທີ່ບໍ່ມີທົ່ງໄຮທົ່ງນາປະຊາຊົນ

ໄດ້ຍິນວ່າ ເດີ່ນຍົນກາສີຍ້າຍໄປຟາກງື່ມຢູ່ແລວ້ເດ

ອີກ 10 ປີ ແຖວນັ້ນກາສີເຕັມແຕ່ບ້ານເຮືອນຢູ່ແລ້ວ

ມາຍາດເອົາແຕ່ດິນປູກຝັງໄປເຮັດປຸກສ້່າງ

ຄົນເຮົາບໍຢາກກິນເຂົ້າແລວ້ບໍ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard