Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະຊວງການເງີນດັງອີກແລ້ວ
Anonymous

Date:
RE: ກະຊວງການເງີນດັງອີກແລ້ວ

ສະຫາຍ ເສຍຜົນປະໂຫຍດບ? ຈະໃຫ້ໄປກວດສອບໄດ້ແນວໃດ ມັນພວກດຽວກັນ. ສະນັ້ນ, ສະຫາຍ ຕ້ອງກວດກາດ້ວຍຕົນເອງໄປກ່ອນ.

__________________
Anonymous

Date:

Anonymous wrote:

big stone jar in Laos photo DSC07495.jpg

ປາກໄຫຫິນຊຽງຂວາງຂວາງອ້າປາກເອົານ້ຳຝົນມາຫລາຍຮ້ອຍປີຍັງບໍ່ທັນເຕັມປານນີ້

 ແມ່ນແລ້ວ, ສົງໃສຝົນບໍ່ຕົກທົ່ວທົ່ງໄຫຫີນເນາະ? biggrinbiggrinbiggrin

ມີຊ່າງຫຍິ໋ບເຄື່ອງຄົນໃດ ທີ່ຫຍິ໋ບຖົງເສື້ອ-ປີ້ນລົງລູ່ມ?ashamed

__________________
Anonymous

Date:

vn ເຂົ້າເຮັດແທ້ທຳຈິງເລື່ອງຄລັບຊັນ,ຂັ້ນເທີງເປັນແບບຢ່າງຂັ້ນລຸ່ມກົດຫມາຍເປັນກົດຫມາຍ ບໍຄືປະເທດເຮົາ ຝົນຮົ່ວມາແຕ່ຫລົບ

__________________
Anonymous

Date:

ກະຊວງການເງີນຢ້ານແຮງການທີ່ມີບາງທ່ານສົ່ງຂ່າວພຶດຕິກຳບໍ່ດີຂອງກະຊວງ ລັດຖະມົນຕີສັ່ງປິດເວບຮຽບຮ້ອຍ

__________________
Anonymous

Date:

ແມ່ນຄວາມເຂົາພາສີເຂດ1ລວຍ ບັກ ທອງຫຼ້າ ແຮງລວຍມີເຮືອນ3ຊັ້ນ ມີເງີນຝາກຢູ່ຈີນ 20ລ້ານຢວນ ເພາະມັນມີເຊື້ອສາຍຈີນ ມີພີ່ນ້ອງຢູ່ຈີນ ຫຼານເຂີຍມັນຄ້ານ້ຳມັນ ແລະສີນຄ້າຜ່ານແດນ ໂດຍ ບັກທອງຫຼ້າ ແລະຍັນທະໂຍ ເປັນຜູ້ຄຸ້ມຄອງ. ສ່ວນຜູ້ປະສານງານລະຫວ່າງພາສີເຂດ1 ກັບພະແນກກວດກາແມ່ນ ທ. ຫັດສະດີ, ທ. ແອຕ່ຳ, ທ. ຍັນທະໂຍ, ທ. ເລ້ ສ່ວນຝ່າຍພະແນກກວດກາແມ່ນ ທ. ຄຳກ້ອນ (ເຄີຍເປັນຫົວໜ້າດ່ານບໍ່ເຕັນມາກ່ອນ ແລະຢູ່ພະແນກກວດກາມາຕະລອດ 20ກ່ວາປີແລ້ວ), ທ. ສອນສະຫັວນ, ທ. ວັນໄຊ, ທ. ທອງພັດ(ພວກນີ້ເຄີຍຢູ່ນ້ຳທາມາກ່ອນ), ທ. ຍັນທະໂຍ ແມ່ນປະສານກັບ ທ. ຄຳມິດ ຫົວໜ້າພະແນກກວດກາ ເພາະ ທ.ຄຳມິດເປັນນ້ອງຮັກ ທ່ານ ສີສະຫັວດ ແຕ່ສະໃໝເພິ່ນຢູ່ກະຊວງການເງີນ. ຄັນຍ້າຍຄົນອື່ນມາຢູ່ແທນແມ່ນຖືກພະແນກກວດກາຈັບໂລດ ພວກນີ້ຄືພວກທໍລະຍົດຊາດ ຄວນລົງໂທດຢ່າງໜັກ.

__________________
Anonymous

Date:

__________________
Anonymous

Date:

Bad

__________________
Anonymous

Date:

ไพขงนโงสุดฯเลีย

__________________
Anonymous

Date:

ເວບໄຊສດັ່ງກ່າວນີ້ບໍມີຄວາມຈິງໃຈ ແລະ ສ້າງສັນຍັງເລີຍ ຫາແຕ່ເລື່ອງທັບຖົມຄົນນັ້ນ ຄົນນິ້ເພື່ອໃຫ້ຂະແໜງການ ຫຼື ບຸກຄົນທີ່ຕົນເອງບໍ່ມັກໃຫ້ເສຍຫາຍ ໂດຍບໍ່ມີເຫດຜົນພຽງພໍ.ຖ້າຈະເຊື່ອຖືເວບໄຊສດັ່ງກ່າວຖືວ່າເຊື່ອຖືສັດຕູ,ເບີງແລ້ວບໍ່ແມ່ນເວົ້າໃຫ້ສະເພາະໃພຜູ້ໜື່ງ ລວມທັງພັກ-ລັດພວກເຮົາ  ກໍ່ເວົ້າໄປທາງເສຍໆຫາຍໝົດເລີຍ,ມັນເປັນການໃສ່ຮ້າຍປ່າຍສີແບບບໍ່ມີຕົວຕົນ ເປັນການສ້າງສະຖານະການ ໃຫ້ກຸ່ມຄົນ ແລະຂະແໜງການທີ່ຕົນເອງບໍ່ມັກເຊື່ອມເສຍ.

__________________
Anonymous

Date:

ທຳມະສາມາດບັນເທົາຄວາມຢາກ ຄຳວ່າພໍ ຂອງມະນຸດ ລົງໄດ້ ເລື່ອງຂອງຄົນ ລວຍ ກະໄຫ້ມັນ ລວຍ ໄປໂລດ ຜົນ ສຸດທ້າຍ ມັນ ກະຕາຍຄືກິນ

__________________
Anonymous

Date:

- ການມີຄຳເຫັນຕ່າງໆໃນທາງສ້າງສັນ ເພື່ອປັບປຸງແທ້ຂ້າພະເຈົ້າຄິດວ່າດີ  ແຕ່ຂ້າພະເຈົ້າເບີງແລ້ວບາງຄຳເຫັນເອົາມາລົງເວບໄຊສຂອງກະຊວງການເງິນນີ້ບໍ່ແມ່ນຄົນລາວ ແລະ ກຸ່ມຄົນບໍ່ດີ ແລະ ບຸກຄົນທີ່ບໍ່ມີຫົວຄິດປະດິດສ້າງ ວັນໆເອົາແຕ່ຄິດເລື່ອງຜົນປະໂຫຍດ ໃນສະໝອງບໍ່ເຄີຍຄິດແນວດີໆເພື່ອພັກ-ລັດ  ບໍ່ມີຄວາມຮູ້ຄວາມສາມາດຄືຜູ້ອື່ນມີແຕ່ໄດ້ອິດສາຄິດແຕ່ສິງຊົ່ວໃຫ້ຄົນອື່ນເສຍຫາຍ. ບັນດາທ່ານບາງຄຳເຫັນແມ່ນກອບປີມາຈາກເວບບອດ ເວບໄຊສດັ່ງກ່າວແມ່ນກຸ່ມຄົນບໍ່ດີຢູ່ຕ່າງປະເທດສ້າງຂື້ນມາວິພາກວິຈານບັນດາປະເທດຕ່າງໆ ໂດຍສະເພາະປະເທດລາວເຮົາ ວິພາກວິຈານຮອດຜູ້ນຳພັກ-ລັດເຮົາ,ຖ້າພວກເຣົາຍັງໄປເຊື່ຶອຖືຄຳເວົ້າຕ່າງໂດຍບໍ່ມີຕົວຕົນ ບໍ່ສາມາດກວດສອບໄດ້ວ່າແມ່ນໃພ ແລ້ວພວກເຮົາຈະພາກັນຖຶກກົນອຸບລາຍຂອງສັດຕູຍຸແຍ່ ຢ່າງແນ່ນອນ. ເລື່ອງແບບນີ້ໃພຂຽນກໍ່ໄດ້  ບໍ່ມັກຂະແໜງການນີ້  ບໍ່ມັກບັກນີ້ ກໍ່ຂຽນລົງໄປ ເວົ້າໄດ້ທຸກຢາງ,ຖ້າຫັວງດີຕໍ່ກັນ ແລະ ກັນ ຄືບໍ່ເອົາຜົນງານ ແລະລະບຽບກົດໝາຍມາເຜີຍແຜ່ໃຫ້ເຂົາແດ່ທ່ານເອີຍ.

__________________
Anonymous

Date:

ຄັນເວົ້າເລື້ອງສໍ້ລາດບັງຫຼວງຢູ່ໃນລາວມີທຸກຂະແໜງການ ນັບແຕ່ປະທານປະເທດ, ນາຍົກ, ລັດຖະມົນຕີ, ເຈົ້າແຂວງ ມາຮອດພະນັກງານຊັ້ນຜູ້ນ້ອຍ ໃຜໆກໍ່ຮູ້ ແນວເປັນພະນັກງານລັດທັງຄອບຄົວພັດມີເຮືອນລາຄາເປັນລ້ານໂດລາ ມີລົດລາຄາເປັນແສນໂດລາ ມີດີນຢາຍຢູ່ທົ່ວປະເທດ ການນຳກໍ່ຮູ້ຢູ່ແກ່ໃຈ ແຕ່ແກ້ບໍ່ໄດ້ເພາະຄາເພິ່ນເອງ ລູກຫຼານເພິ່ນເອງ ຍາດພີ່ນ້ອງເພິ່ນເອງ ດຽວນີ້ແຮງເປີດໃຫ້ມີການລົງທຶນກໍ່ສ້າງໂຄ່ງລ່າງພື້ນຖານແຕ່ລະໂຄງການມູນຄ່າເປັນ 100ລ້ານໂດລາ ເບິ່ງແລ້ວກໍ່ດີໃຈທີ່ຈະມີທາງເບຕົງໃຊ້ ແຕ່ກໍ່ໜ້າວິຕົກວ່າລັດຊີ່ເອົາເງີນມາແຕ່ໃສໃຊ້ໜີ້ ແຕ່ລະໂຄງການມີກຳໄລ 50% ໂດຍສະເພາະໂຄງການສ້າງທາງ, ເດີນເຄື່ອຂ່າຍສາຍສົ່ງໄຟຟ້າ, ຊົນລະປະທານ ແລະມອບດີນໃຫ້ຕ່າງປະເທດສຳປະທານ.

ສ່ວນພາສີນັ້ນມັນເກັບກີນ ເຂ່ຍກີນ ຄືໄກ້ນີ້ແລ້ວ ບໍ່ໄດ້ພໍເທົ່າໃດດອກ ແຕ່ເພິ່ນມັກຂີ້ອວດ ເລີຍກາຍເປັນບ່ອນເໜົ່າບ່ອນເໝັ່ນໃຫ້ສັງຄົມຕຳນິວິຈານເພື່ອຫຼີກຫຼ່ຽງຄວາມສົນໃຈຂອງສັງຄົມທີ່ມີຕໍ່ຂະແໜງການອື່ນ ຢູ່ໃນກະຊວງການເງີນພວກທີ່ສໍ້ໂກງອັນດັບນຶ່ງແມ່ນກົມສ່ວຍສາອາກອນ ແລະກົມບັນຊີ ພຸ້ນນາ ນັກທຸລະກິດຮູ້ດີ ເພິ່ນຄິດໄລ່ອາກອນບັກແພງໆແລ້ວສຸດທ້າຍກໍ່ຈ້າງໃຫ້ແກ້ບັນຊີ ລາຍໄດ້ຫານກັນ ຄັນວ່າຂ້ອຍຫາເລື້ອງລອງຈ້າງຜູ້ກວດກາອິດສະລະມາກວດເບິ່ງເຊັດອ່າງລ່າງ.

__________________
Anonymous

Date:

ຄັນເວົ້າເລື້ອງສໍ້ລາດບັງຫຼວງຢູ່ໃນລາວມີທຸກຂະແໜງການ ນັບແຕ່ປະທານປະເທດ, ນາຍົກ, ລັດຖະມົນຕີ, ເຈົ້າແຂວງ ມາຮອດພະນັກງານຊັ້ນຜູ້ນ້ອຍ ໃຜໆກໍ່ຮູ້ ແນວເປັນພະນັກງານລັດທັງຄອບຄົວພັດມີເຮືອນລາຄາເປັນລ້ານໂດລາ ມີລົດລາຄາເປັນແສນໂດລາ ມີດີນຢາຍຢູ່ທົ່ວປະເທດ ການນຳກໍ່ຮູ້ຢູ່ແກ່ໃຈ ແຕ່ແກ້ບໍ່ໄດ້ເພາະຄາເພິ່ນເອງ ລູກຫຼານເພິ່ນເອງ ຍາດພີ່ນ້ອງເພິ່ນເອງ ດຽວນີ້ແຮງເປີດໃຫ້ມີການລົງທຶນກໍ່ສ້າງໂຄ່ງລ່າງພື້ນຖານແຕ່ລະໂຄງການມູນຄ່າເປັນ 100ລ້ານໂດລາ ເບິ່ງແລ້ວກໍ່ດີໃຈທີ່ຈະມີທາງເບຕົງໃຊ້ ແຕ່ກໍ່ໜ້າວິຕົກວ່າລັດຊີ່ເອົາເງີນມາແຕ່ໃສໃຊ້ໜີ້ ແຕ່ລະໂຄງການມີກຳໄລ 50% ໂດຍສະເພາະໂຄງການສ້າງທາງ, ເດີນເຄື່ອຂ່າຍສາຍສົ່ງໄຟຟ້າ, ຊົນລະປະທານ ແລະມອບດີນໃຫ້ຕ່າງປະເທດສຳປະທານ.

ສ່ວນພາສີນັ້ນມັນເກັບກີນ ເຂ່ຍກີນ ຄືໄກ່ນີ້ແລ້ວ ບໍ່ໄດ້ພໍເທົ່າໃດດອກ ແຕ່ເພິ່ນມັກຂີ້ອວດ ເລີຍກາຍເປັນບ່ອນເໜົ່າບ່ອນເໝັ່ນໃຫ້ສັງຄົມຕຳນິວິຈານເພື່ອຫຼີກຫຼ່ຽງຄວາມສົນໃຈຂອງສັງຄົມທີ່ມີຕໍ່ຂະແໜງການອື່ນ ຢູ່ໃນກະຊວງການເງີນພວກທີ່ສໍ້ໂກງອັນດັບນຶ່ງແມ່ນກົມສ່ວຍສາອາກອນ ແລະກົມບັນຊີ ພຸ້ນນາ ນັກທຸລະກິດຮູ້ດີ ເພິ່ນຄິດໄລ່ອາກອນບັກແພງໆແລ້ວສຸດທ້າຍກໍ່ຈ້າງໃຫ້ແກ້ບັນຊີ ລາຍໄດ້ຫານກັນ ຄັນວ່າຂ້ອຍຫາເລື້ອງລອງຈ້າງຜູ້ກວດກາອິດສະລະມາກວດເບິ່ງເຊັດອ່າງລ່າງ. ສ່ວນພາສີລວຍແມ່ນເຂດ 3, ເຂດ4 ແລະເຂດ5 ພຸ້ນ ພວກນີ້ປ່ອຍໄມ້ກິນແທ້ ໂດຍສະເພາະໄມ້ທ່ອນແມ່ນດ່ານນ້ຳພາວ, ຈໍລໍ, ລາວບ່າວ ແລະໄມ້ແປຮູບແມ່ນດ່ານນ້ຳພາວ, ຈໍລໍ, ລາວບ່າວ, ປາກຊັນ ແລະຂົວມິດຕະພາບ1, ໄມ້ຂະຍຸງແມ່ນເຂດ3 ກິນຜູ້ດຽວໝົດ ແຕ່ສົ່ງໃຫ້ພະແນກກວດກາ 40% ສັງເກດວ່າຂະບວນການຄ້າໄມ້ຂະຍຸງແມ່ນຟົດເດືອດທີ່ສຸດ ແລະກໍ່ມີເຕັມຢູ່ປະເທດປາຍທາງ ແຕ່ ລາວບໍ່ເຄີຍອະນຸຍາດໃຫ້ໄມ້ຂະຍຸງອອກ ແລ້ວມັນໄປໄດ້ແນວໃດ ມັນບໍ່ໄດ້ເຊື່ອງງ່າຍໆຄືໂທລະສັບ ແມ່ນບໍ່.

__________________
Anonymous

Date:

ການຊັບຊ້ອນຫມູນວຽນພະນັກງານເປັນຫຍັງຜູ້ທີ່ຢູ່ເບື້ອງຊາຍແດນຫວຽດນາມ ( ດ່ານຢູ່ຊາຍແດນຫວຽດນາມ) ຈຶ່ງມີແຕ່ພວກເກົ່າເຊັ່ນ ດ່ານຈໍລໍ ດ່ານແດນສະຫວັນ ພັດຜູ້ໄດຢູ່ດ່ານຊາຍແດນໄທ ພັດບໍ່ ໄດ້ເຄື່ອນຍ້າຍໄປ ນັບແຕ່ການຫັນພາສີເຂດ 3 ຂຶ້ນຕາມສາຍຕັ້ງເປັນຕົ້ນມາ ຄວນມີການຊັບປຽ່ນກັນບໍ ເພື່ອໄປຖອດຖອນບົດຮຽນນຳກັນ ໃຫ້ມັນມີບົດຮຽນນຳກັນແດ່ ຫລືວ່າຜູ່ຢູ່ດ່ານຊາຍແດນ ຫວຽດ ນາມມ່ການຜູກຂສດ ແລະ ມີການສຳປະທານຂາດໂຕແລ້ວບໍ ສະເຫນີມີການປັບປຽ່ນເປັນແຕ່ສົກງົບປະມານໄປໂລດ ມັນຈະຮູ້ຜົນງານຂອງກັນ ແລະ ກັນ.

ສຳລັບວຽກງານພາສີແລ້ວ ຄວນມີການປັບປຸງລະດັບຫົວຫນ້າ ຄະດ່ານສາກົນໃນທົ່ວປະເທດທຸກເຂດ ລະຫວ່າງເຂດຕ່າງໆ ລະຫວ່າງຄະນະພະແນກຂອງກົມກັບເຂດຕ່າງໆ ເພື່ອບໍ່ໃຫ້ອຳນາດການປົກຄອງທ້ອງຖິ່ນມາແຊກແຊງຫລາຍເກີນໄປ ເພາະວ່າຜ່ານທຸກເຂດລ້ວນແລ້ວແຕ່ຖືກທ້ອງຖິ່ນແຊກແຊງ ແຕ່ຖ້າສົມທຽບໃສ່ກ່ອນການກັນວຽກງານພາສີຂຶ້ນຕາມສາຍຕັ້ງ ປັດຈຸບັນນີ້ກໍເຫັນວ່າດີຂຶ້ນຫລາຍ ແຕ່ຖ້າເຮັດໄດ້ຄືເວົ້ານີ້ ວຽກງານພາສີຍິ່ງສິມີການພັດທະນາດີຂຶ້ນຢ່າງແນ່ນອນ ມີການປັບປຸງຄືຫົວຫນ້າເຂດຮອງເຂດ ເຊັ່ນດຽວກັນ ເພາະວ່າຫົວຫນ້າດ່ານສາກົນ
ລັດຖະມົນຕີເປັນຜູ້ແຕ່ງຕັ້ງ ສ່ວນຮອງດ່ານສາກົນແມ່ນຫົວຫນ້າກົມເປັນຜູ້ແຕ່ງຕັ້ງ.

ຂ້າພະເຈົ້າສັງເກດເຫັນວ່າປະຈຸບັນພາສີເຂດ2ກຳລັງມີການປັບປຸງແກ້ໄຂເລື່ອງການຍົກຍ້າຍຊັບປ່ຽນໜ້າທີ່ພະນັກງານ,ຫົວໜ້າດ່ານ,ຄະນະດ່ານພາຍໃນພາສີເຂດ2
ຂ້າພະເຈົ້າຈິ່ງຢາກສະເໜີໃຫ້ບັນດາທ່ານພະນັກງານຢູ່ໃນຂົງເຂດການເງິນທຸກທ່ານຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນທົ່ວໄປໃຫ້ສັງເກດເບິ່ງພຶດຕິກຳຂອງພວກລູບແຂ່ງເລຍຂາເຈົ້ານາຍທັງຫຼາຍວ່າຕໍ່ ໄປນີ້ພວກນີ້ຈະເຮັດຄືແນວໃດ ຫຼັງຈາກທີ່ຕົນເອງໄດ້ໄປຢູ່ບ່ອນທີ່ມີຊ່ອງວ່າງ
ສໍ້ໂກງໜ້ອຍລົງ ຈະມີຫ່າງສຽງແນວໃດ.

ສາຍເຫດທີ່ ພະນັກງານສັງກັດລັດເກີດມີການ corruption ແຜ່ຫຼາຍທີ່ສຸດໃນສັງຄົມບ້ານເຮົາແມ່ນມີຫຼາຍປັດໃຈ: ເງິນເດືອນຕ່ຳ,ຄ່າຄອງຊີບສູງ,ລະດັບການສຶກສາຍັງຕ່ຳ,ເຫັນແກ່
ຕົວ,ຜູ້ມີອຳນາດບາງທ່ານຍັງມີໜໍ່ແໜງສັກດີນາຕິດມານຳ ແລະ ນິດໄສຄົນລາວມັກສະຫງົບ ຂີ້ຄ້ານມັກງ່າຍ. ເຫັນສົມຄວນແລ້ວບໍທີ່ພວກເຮົາຈະພ້ອມພາກັນພິກສະພາບການບ້ານ
ເມືອງ,ຫັນເຂົ້າສູ່ລະບຽບກົດໝາຍ ຄືດັ່ງອ້າຍນ້ອງ ສສ ຫວຽດນາມ ເຊິ່ງເປັນປະເທດສາມັກຄີພິເສດຂອງພວກເຮົາ. ທັງໆທີ່ການນຳທຸກຂັ້ນນັບແຕ່ຂັ້ນສູນກາງລົງຫາທ້ອງຖິ່ນກໍ່ລ້ວນ
ແຕ່ແມ່ນຮຽນຈົບ ດຣ,ປຣິນຍາເອກ,ປຣິນໂທ ມາຈາກ ປະເທດຫວຽດນາມທັງສິ້ນ. ເມື່ອມາຈັດຕັ້ງປະຕິບັດຕົວຈິງ ພຶດຕິກຳ ບໍ່ໄປຕາມທິສະດີທີ່ຮຽນມາທ່ານເອີຍ.ບໍ່ລະອາຍປະເທດ
ຫວຽດນາມອ້າຍນ້ອງເຂົາບໍ ຫຼື ວ່າອາຍຜູ້ນຳລຸ້ນທຳອິດຜູ້ທີ່ລ່ວງລັບໄປແລ້ວ. ຢ່າງ ລຸງ ໄກສອນ ພົມວິຫານ,ສະເດັດລຸງ ສຸພານຸວົງ ພວກເພິ່ນມີແນວຄິດສະຫຼາດສ່ອງໃສ. ມີທັດ
ສະນະຫຼັກໝັ້ນຊົນຊັ້ນ,ເສຍສະລະເພື່ອຊາດ ແລະ ເພື່ອປະຊາຊົນຈົນເຖິງວິນາທີສຸດທ້າຍ. ເສຍດາຍເດທ່ານ ຖ້າເພິ່ນມີສຸຂະພາບເຂັ້ມແຂງ ຫຼື ລອກຄາບໄດ້ ປະເທດຊາດບ້ານ
ເມືອງຄື ຊິບໍ່ເປັນຄືດັ່ງປະຈຸບັນນີ້. ບັນຫາເກີດມີແນວນີ້ ພວກເຮົາພ້ອມກັນບຸກທະລຸໄດ້ແນວໃດຄື ດັ່ງມະຕິກອງປະຊຸມໃຫຍ່ໄດ້ວາງອອກ.

Copy from MOF Webpage

__________________
Anonymous

Date:

ເວົ້າແບບ ເປັນຕາສົງສານ ແຕ່ເຕັມໄປດ້ວຍມານຍາສາໄຖ

ກະດານໜ້າພວກສູ ພາກັນກັດກັນແຫ້ນ ຊິແຕກປະເທດຈົນຊິເຫຼືອແຕ່ກະດູກແລ້ວ ຍັງຊິໃຫ້ ໂນ໊ະ ສູຢູ່ຄືເດັກນີ້ຊັ້ນບໍ

ສູເອງກະຍອມຮັບແລ້ວເດວ່າສູເອງ ສໍ້ລາດບັງຫຼວງ ພຽງແຕ່ວ່າບໍ່ຈັກຊິແກ້ບັນຫາໄດ້ແນວໃດ ຈັບໝູ່ເຂົ້າຄຸກ ກະລະອາຍໃຈໂຕເອງ

ແນວກະດານໜ້າໂຕເອງກະຊິແຕກນຳເຂົາ

ກະມີແຕ່ປ້ອຍດ່າສູນີ້ ແລະກະ ຕີແຜ່ກະດານໜ້າທີ່ແທ້ຈິງຂອງພວກສູ ແລ້ວ ໃຫ້ພວກສູເປັນໂລກພະຍາດ ໃຫ້ລູກໃຫ້ຫຼານສູເປັນຄົນຊັ້ນຕຳ່ ມີເງິນ ແຕ່ບໍ່ມີຄວາມດີຫຍັງ ມີບາບເຕັມໂຕ

ກາຍເປັນກະລີ່ ພໍ່ຄ້າຢາຄ້າຂອງເຸື່ອນ

ເວົ້າດີມັນບໍ່ໄດ້ຍິນດອກ ມັນອຶງ

 ມຶງນີ້ມັນຍັງອ່ອນ ແລະ ຍັງເປັນເດັກຢູ່ຫຼາຍ

ຄຶດວ່າໂຕເອງເປັນຜູ້ດີແລ໋ະນໍ ມີເງິນຫຼາຍເດ

ຈື່ໃສ່ກະດານຫົວສູຫັ້ນໄວ້ວ່າ ເງິນພໍ່ແມ່ສູຂີ້ລັກເອົາຂອງລວມມາໃຫ້ສູໃຊ້

__________________
Anonymous

Date:

ພວກບ້າ ດ້າຄົນນັ້ນ ຄົນນິ້  ພວກບໍ່ມີສະໝອງ   ສະໝອງກໍ່ຄິເແຕ່ເລື່ອງຄົນອື່ນ ບໍ່ເຣັດບໍ່ສ່້າງຫຍັງບໍ່   ໄສ້ແຕກເຂົ້າຢູ່ຫວະ

__________________
Anonymous

Date:

ຄິດດີໄດ້ດີ ຄິດຊົ່ວໄດ້ຊົ່ວ , ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ
ໃນສັງຄົມປະຈຸບັນນີ້ ຮຽກຮອ້ງໃຫ້ບຸກຄົນຕອ້ງ ມີຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດ ເຊີງສະແດງອອກໃນຜົນງານ
ໃນການຊັບຊອ້ນໝູນວຽນກໍເຊັ່ນດຽວກັນ ຕອ້ງໃຊ້ຄົນໃຫ້ຖືກຕາມຄວາມຮູ້ຄວາມສາມາດ, ບໍ່ແມ່ນໃຜຈະຢູ່ບອ່ນໃດກໍ່ໄດ້
ທ່ານຮູ້ບໍ່ວ່າ: ຜູ້ຮັບຜິດຊອບວຽກສູງເທົ່າໃດແຮງມີຄວາມທຸກເທົ່ານັ້ນ ແຕ່ແມ່ນໜ້າທີຕອ້ງເຮັດ , ແຕ່ບໍ່ຄືບາງຄົນມີແຕ່ເວົ້າ
ຢາກໄດ້ໜ້າທີຕຳແໜງ ແຕ່ບໍ່ເບີງຄວາມສາມາດຂອງຕົນ, ບໍ່ມີຄວາມຮັບຜິດຊອບ , ເຊີງ ຂ້າພະເຈົ້າຮຽກຮອ້ງໃຫ້ທຸກທ່ານ
ເຂົ້າໃຈວ່າ : ເຂົາໃຈຄົນ ຈະໄດ້ບໍລີວານ , ເຂົາໃຈງານ ຈະໄດ້ຜົນສຳເລັດ , ຜູ້ມີແຕ່ເວົ້າ ແລະ ໃຊ້ແຕ່ຄຳ ຮຸນແຮງ,ຫຍາບຄາຍ
ດຸຖູກຄວາມເປັນມະນຸດ ຂອງ ຄົນອື່ນໆນັ້ນ ແມ່ນເຮັດໃຫ້ຄ່າຂອງຄວາມເປັນຄົນນັບມື້ ນັບຕຳລົງ , ຄວາມພູມໃຈ ຂອງເຮົາ
ບໍ່ແມ່ນ ມີໜ້າທີ່ຕຳແໜງ ແຕ່ຢູ່ທີ່ວ່າ: ເຮົາມີຄວາມສັດຊື່ ຕໍ່ ກັບ ອາຊີບຂອງຕົນເອງນອ້ຍຫຼາຍສຳໃດຕ່າງຫາກ ແມ່ນບໍ່ທ່ານ?

__________________
Anonymous

Date:

ທ່ານທີ່ກ່າວວ່າພາສີມີເມຍນ້ອຍ, ສາວພາສີໃຫ້ນາຍນອນນຳເພື່ອແລກຕຳແໜ່ງ ໃຫ້ເວົ້າຊື່ແຈ້ງໂລດວ່າຊື່ຫັຍງ? ຕຳແໜ່ງຫັຍງ? ຢູ່ໃສ? ຖ້າບໍ່ເວົາແມ່ນຫາເລື້ອງໃສ່ກັນ ຄັນແມ່ນແທ້ກໍ່ບໍ່ຈຳເປັນປິດບັງດອກຄົນຊົ່ວເຮັດໃຫ້ວົງການເສື່ອມເສຍ. ພາສີດີໆ ມີຫຼາຍ ກ່ວາພາສີຊົ່ວແນ່ນອນ ແລະພວກເຮັດຊົ່ວແມ່ນພວກມີເສັ້ນໃຫ່ຍ ລູກຫຼານກຳມະການສູນກາງພັກ ຮອດ ກົມການເມືອງ ຕົວຢ່າງ: ບັກເລ້ ເຂດ1 ລູກເຂີຍຊຽງສິງ ໂຄດຊົ່ວ ເຫັນຊື້ແຄມຣີ່ໃໝ່ອີກແລ້ວເດ ສ່ວນນ້ອງຊາຍມັນມາຢູ່ດ່ານປີປາຍຈາກລົດຈັກຂີ່ບໍ່ມີ ຊື້ຟໍຈູນເນີຂີ່, ນອກນັ້ນຍັງມີ ບັກກືມ ຊື້ແຄມຣີ່, ຄຳດີ ຊື້ຟໍຈູນເນີ ແລະ ອີແລນຕາໃຫ້ເມຍ, ບັກຍັນທະໂຍ ຊື້ແຄມຣີ່ 2ຄັນໃຫ້ເມຍຄັນນຶ່ງ, ບັກຊາຍມາແຕ່ຕົວປະຈຸບັນຊື້ອີແລນຕ້າຂີ່, ຫັດສະດີຊື້ ແລນຄລຸຍເຊີ V8, ແລະອື່ນໆ ພວກນີ້ຫາກໍ່ຢູ່ດ່ານປີປາຍຊື່ໆ ໃຜໆກໍ່ຮູ້ ກໍ່ເຫັນໝົດ ສ່ວນພາສີມາແຕ່ຜົ້ງສາລີທຸກຄືເກົ່າເພາະເຂົາບໍ່ໃຫ້ໄປຢູ່ດ່ານ, ສ່ວນເຂດ5 ແຮງບໍ່ເວົ້າ ຂີ່ແລນຄລຸຍເຊີຄົນລະ 2ຄັນພຸ້ນລະ ຕົວຢ່າງ: ກໍລະກັນ ຊະລິດທິລາດ ມີແລນຄລຸຍເຊີ 2ຄັນ, ນິດສັນແວນ 1ຄັນ, ຟົກ 1ຄັນ ໄປຊອກເອົາເອງເດີຂໍ້ມູນຄັນວ່າຂີ້ຕົວະ

ກອບໄປລົງເວບກະຊວງການເງີນໃຫ້ແດ່ ເຂົາບລັອດ IP ຂ້ອຍ

www.mof.gov.la

__________________
Anonymous

Date:

ຂຽນດີມີສີແກ່ຕົວ ຂຽນບໍ່ດີພາຕົວມົນໝອງ
ກອ່ນຈະຂຽນຍັງລົງໄປ ໃນ ເວບໄຊ ຈົ່ງຄິດໃຫ້ດີເສຍກອ່ນ, ທຸກການຂຽນຕອ້ງມີຄວາມຮັບຜິດຊອບ , ເພາະວ່າມັນສົ່ງຜົນສະທອນຕໍ່ຜູ້ທີ່ທ່ານ ຂຽນໃຫ້ , ຫຼື ທ່ານມີຈຸດປະສົງແບບໃດ
ກໍ່ຕາມ ? ການຂຽນລົງໄປຕອ້ງໃຫ້ມີຄວາມຈີ່ງ ! ບໍ່ຄວນເອົາທັດສະນະ ຂອງ ຕົນເອງໄປຕັດສີນຄົນອື່ນແມ່ນບໍ່? ເພາະທຸກຄົນເກີດມາຍັງບໍ່ຄືກັນທຸກຢ່າງ ແມ່ນບໍ່ທ່ານ? ມີຕຳ ມີສູງ
ມີດຳ ມີຂາວ , ຍອ້ນສະພາບແວດລອ້ມບໍ່ຄືກັນ ເຮັດໃຫ້ແງ່ມູມມອງ ແລະ ຈຸດຢືນກໍ່ຕ່າງກັນ ເຊັ່ນ: ຖ້າທ່ານໃຫ້ 04 ຄົນ ຢືນຢູ່ແຕ່ລະຈຸດ : ດ້ານໝ້າ , ດ້ານຫຼັງ ,ດ້ານຊາຍ ຫຼື ຂວາ
ເຫັນວ່າແຕ່ລະຄົນເບີງພາບ ແລ້ວ ເວົ້າອອກມາຈາກພາບທີເຫັນແມ່ນບໍ່ຄືກັນ ຈາກແຕ່ລະດ້ານຕ່າງກັນ ,
ສະນັ້ນ, ທຸກຄົນຕອ້ງເຄົາລົບກາຕິກາ ຫຼື ເວົ້າແບບງາຍວ່າກົດໝາຍນັ້ນເອງ ຸ ຖ້າເຮົາເຮັດແບບນັ້ນສັງຄົມກໍ່ມີຄວາມສະຫງົບ , ຜູ້ກະທຳຜິດກົດໝາຍບໍ່ປອ່ຍໃຫ້ລອຍນວນແນ່ນອນ
ຖ້າທ່ານໄປຕັດສີນເຂົາ ຫຼື ຂຽນໃຫ້ເຂົາເສຍຫາຍໂດຍທີບໍ່ຖືຕາມຄວາມຈື່ງ , ວັນໝື່ງກົດໝາຍຈະລົງໂທດທ່ານ , ເພາະທ່ານຕັດສີນຄົນຜິດໂດຍການເບີງແຕ່ດ້ານດຽວນັ້ນເອງ ໂດຍການຂຽນ ຂອງ ທ່ານລົງໃນເວບໄຊເຮັດໃຫ້ຄົນອື່ນ ເສຍຫາຍ ບາບກຳນັ້ນຈະຕິດຕົວທ່ານຕະຫຼອດໄປ ,

 ຖ້າຖືກແບນໄອພີກໍ່ໃຊ້ proxy.org ເຂົ້າໄປລະທ່ານ.

 ສົມເພດ ພວກຂີ້ລັກໃນຄາບເຄື່ອງແບບ ຢ່າງສູອີ່ຫລີ ທີ່ພະຍາຍາມປົກປ້ອງກັນ.

__________________
Anonymous

Date:

ສົມເພດຄົນເວັ້າໃຫ້ແຕ່ໝູ່   ຄົນໝົດປັນຍາແລ້ວ  ເຂົາບໍ່ໃຊ້ເຈັ້າແລ້ວຄົນແບບນີ້

__________________
baham

Date:

ເປັນການຫລຸດຜ່ອນຄວາມທຸກຍາກ ຕາມແນວທາງ

ແຕ່ມັນຍັງບໍ່ທັນທົ່ວເຖິງຫມົດທຸກຄົນ ໃຫ້ອົດເອົາເດີ້

ໃຜຢາກເປັນທ່ານພາສິຊິໃຫ້ໄດ້ເປັນຫມົດທຸກຄົນ ຢ່າຟ້າວຕາຍຍ້ອນອົດກ່ອນລະ

__________________
Anonymous

Date:

ເລື້ອງການເສັຍພາສີນີ້ ມັນຜິດນຳກັນສອງຝ່າຍຄື ຝ່າຍນຳເຂົ້າ ກໍຢາກເສັຍພາສີນອ້ຍ ດັ່ງນັ້ນ ກໍຕອ້ງໄດ້ຍັດພາສີ 

ເຊັ່ນ ບໍລິສັດຂາຍລົດ ນຳເຂົ້າ ວີໂກແຊມ ລາຄາ ຊາວພັນ ຖ້າເສັຍພາສີເຕັມ 100% ຕອ້ງແມ່ນ ຊາວພັນ (ຕົວຢ່າງ) ແລວ້ ຜູ້ຂາຍ ຈະຕອ້ງຂາຍ 45 ພັນ ເພື່ອກຳໄລ ຫ້າພັນ

ແຕ່ຕົວຈິງ ມັນແຈ້ງລາຄາຊື້ພຽງແຕ່ 18 ພັນ ແລວ້ພາສີກໍມີແຕ່ 18 ພັນ ບາດໄປຂາຍ ກໍ 45 ພັນຕືເກົ່າ ແຕ່ກຳໃລ ພັດເປັນ 9 ພັນ 

ດັ່ງນັ້ນ ສວ່ນເກີນ ສີ່ພັນນັ້ນ ກໍແບ່ງເຄິ່ງກັບພາສີໄດ້ 

ອັນນີ້ແມ່ນການໂກງແບບຖືກຫລັກການ

__________________
baham

Date:

ມີໃຜຢາກເປັນຄົນທຸກຍາກບໍ່ມີອັນຊິກິນ ໃຫ້ຍົກມືຂຶ້ນ

ລາຍຮັບ(ຖືກຕ້ອງ)ພວກເຈົ້າພວກທ່ານກັບຊ່ຳນັ້ນ ແຕ່ອັນທີ່ເຈົ້າໃຊ້ຈ່າຍມັນຄືມັນລຶ່ນເປັນລ້ານເທົ່າ

disbelief  ??????????????

__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard