Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະຊວງການເງີນດັງອີກແລ້ວ
ປາບຄົນໂກງ

Date:
ກະຊວງການເງີນດັງອີກແລ້ວ

ຮຽນ ທ່ານລັດຖະມົນຕີວ່າການກະຊວງການເງີນ,

ຂ້າພະເຈົ້າເປັນນັກທຸລະກິດປະກອບການຂົນສົ່ງສີນຄ້າຜ່ານແດນໄທ-ຈີນ ສັງເກດເຫັນວ່າພາສີເຂດ1ແມ່ນຮັ່ງມີຫຼາຍແຕ່ບໍ່ແມ່ນທຸກໆຄົນ ມີແຕ່ຄະນະດ່ານບໍ່ເຕັນ, ຄະນະເຂດ ແລະຈຸງານກວດກາສາງສີນຄ້າ ຄິດສະເລ່ຍເດືອນລະ 100.000ໂດລາຕໍ່ຄົນ ເຂົາເຮັດເປັນຂະບວນການເພາະຫົວໜ້າເຂດ ທ່ານ ຄຳສາຍ ບໍ່ຮູ້ຈັກວຽກເອົາແຕ່ເງີນຢ່າງດຽວ ຊັບຊ້ອນເອົາແຕ່ຄົນເຂົາມາຢູ່ບ່ອນສຳຄັນ ປະຈຸບັນພາກັນຊື້ລົດແຄມຣີມາຈາກຈີນຜູ້ລະຄັນເສຍພາສີຄັນລະ 10ລ້ານກີບ ທັ້ງໆທີ່ຕົວຈິງເສຍຄັນລະ100ກ່ວາລ້ານກີບ ມາຂີ່ ບາງຄົນຊື້ແລນຄລຸຍເຊີລາຄາເປັນ100ກ່ວາໂດລາຂີ່, ທ້າວ ຄຳຜາຍ ຫົວໜ້າດ່ານມາປຸກເຮືອນຢູ່ຂ້າງເຮືອນທ່ານສຸກັນມະຫາລາດ ລາຄາ ລ້ານກ່ວາໂດລາ ເອົາເງີນມາແຕ່ໃສ ຖືວ່າພວກເຂົາບໍ່ຢ້ານກົວເລີຍນັບຕັ້ງແຕ່ສ້າງຕັ້ງເຂດມານີ້. ລາຍໄດ້ຫຼັກໄດ້ຈາກຂົນສີນຄ້າຕ້ອງຫ້າມຜ່ານແດນ ເຊັ່ນ: ໄມ້ຂະຍຸງ, ງາຊ້າງ ແລະສີນຄ້າລະເມີດລິຂະສິດ, ສ່ວນພວກຢູ່ສາງແມ່ນຮ່ວມຫົວກັບພະແນກກວດກາກົມພາສີປ່ອຍສີນຄ້າແລ້ວແບ່ງກັນກິນ ນອກຈາກນັ້ນຍັງເກັບຄ່າທຳນຽມແຈ້ງເອກະສານຊຸດລະ 200.000ກີບ ສົ່ງກົມ 100.000ກີບ ມື້ນຶ່ງປະມານ 200ຊຸດ ຮ່ວງນີ້ເອົາໄວ້ຮັບແຂກ. ຫົວໜ້າພາສີເຂດມີແຕ່ຈັດງານພົບປະ ກິນລ້ຽງຕະລອດ. ສ່ວນຜູ້ປະກອບການຄືພວກຂ້າພະເຈົ້າຈ່າຍນຳກໍ່ບໍ່ໄຫວ ຊ້ຳບໍ່ພໍ ກົດໜ່ວງເວລາ ກ່ອນສ້າງຕັ້ງເຂດແຈ້ງເຄື່ອງເສຍພາສີໃຊ້ເວລາເຄິ່ງມື້ ຊ້າສຸດແມ່ນນຶ່ງມື້ ບາດມາສ້າງຕັ້ງເຂດແທນທີ່ຊີ່ດີຂຶ້ນພັດແຮງຂີ້ລ້າຍໃຊ້ເວລາ 7ວັນ ໄວສຸດ 5ວັນ ຊ້ຳບໍ່ພໍອະນຸຍາດໃຫ້ເອກະຊົນມາສ້າງຕັ້ງສາງເກັບເງີນອີກ ເຄື່ອງຈະເຂົ້າສາງຫຼືບໍ່ ບໍ່ສົນໃຈ ໃຜບໍ່ຈ່າຍຄ່າຜ່ານສາງ ພາສີບໍ່ແຈ້ງເອກະສານໃຫ້ ຕາມຕົກລົງກັນຢູ່ກອງປະຊຸມຂົນສົ່ງແຫ່ງຊາດແມ່ນບໍ່ໃຫ້ເກັບຄັນເຄື່ອງບໍ່ເຂົາສາງ.

ສະນັ້ນ ຈຶ່ງຂໍຮ້ອງຮຽນມາຍັງທ່ານເພື່ອກວດສອບຄືນດ້ວຍ ບໍ່ໄດ້ມີເຈດຕະນາໃສ່ຮ້າຍປ້າຍສີ ແຕ່ເວົາຄວາມຈິງທຸກປະການ.

__________________
Anonymous

Date:

ເຖິງ ທ່ານ ລມຕ ວ່າການກະຊວງການເງີນ,
ທີ່ຈິງແລ້ວທ່ານອາດຈະໄດ້ຍີນແດ່ແລ້ວກ່ຽວກັບການຊື້ຂາຍຕຳແໜ່ງລັດຖະກອນໃໝ່, ການຊື້ຕຳແໜ່ງບໍລິຫານພາຍໃນກະຊວງການເງີນ ແຕ່ຂ້າພະເຈົ້າຢາກເວົ້າອີກ ຂ້າພະເຈົ້າມີຮອດເທບອັດສຽງພຸ້ນລະ ແຕ່ດ້ວຍຄວາມຫັວງດີ ແລະບໍ່ຢາກທຳລາຍຊື່ສຽງຂອງກະຊວງທ່ານ ຈຶ່ງຂໍໃຫ້ທ່ານປັບປຸງແກ້ໄຂພາຍໃນສາ ຄື: ບໍ່ຄວນມອບອຳນາດໃຫ້ກົມຈັດຕັ້ງຫຼາຍໂພດ ການຮັບລັດຖະກອນໃໝ່ຄວນໃຫ້ກົມກ່ຽວຂ້ອງເປັນຜູ້ຄັດເລືອກ ສອບເສັງເອງ ແຕ່ໃນປະຈຸບັນກົມຈັດຕັ້ງໄປແຊກແຊງໂພດ ແລະອາໃສອຳນາດນີ້ໄປເລາະຂາຍໂກຕາລັດຖະກອນໃໝ່ ໂດຍສະເພາະ ກົມພາສີ ແລະອາກອນ ແມ່ນຮຽກເກັບຫົວລະ 500.000ບາດ ຄັນເຂົາຊື້ໄດ້ ແນ່ນອນເຂົາກໍ່ໄປຮີດໄຖເອົາທຶນຄືນ (ລອງຖາມທ່ານສູນທອນ ຮອງອຳນວຍການໃຫ່ຍ ບສ ເບຍລາວເບິ່ງ ວ່າຈ່າຍເທົ່າໃດ) ບາດລູກຂອງພະນັກງານທີ່ພໍ່ ແມ່ ເຂົາເສຍຊີວິດ ຫຼື ພິການ ພັດບໍ່ພິຈາລະນາຊ່ວຍເຂົາ ລວມທັງລູກຫຼານພະນັກງານທີ່ບຳນານທັງຫຼາຍ. ທ່ານ ສົມບູນ ຮອງກົມຈັດຕັ້ງຄືຕົວບົງການ ຄວນຍ້າຍລາວໄປບ່ອນອື່ນສາ ຄົນທໍລະຍົດຊາດ ສ້າງຄວາມເສືອມເສຍໃຫ້ແກ່ກະຊວງ.

ຂໍຂອບໃຈ

__________________
Anonymous

Date:

ປາບຄົນໂກງ wrote:

ຮຽນ ທ່ານລັດຖະມົນຕີວ່າການກະຊວງການເງີນ,

ຂ້າພະເຈົ້າເປັນນັກທຸລະກິດປະກອບການຂົນສົ່ງສີນຄ້າຜ່ານແດນໄທ-ຈີນ ສັງເກດເຫັນວ່າພາສີເຂດ1ແມ່ນຮັ່ງມີຫຼາຍແຕ່ບໍ່ແມ່ນທຸກໆຄົນ ມີແຕ່ຄະນະດ່ານບໍ່ເຕັນ, ຄະນະເຂດ ແລະຈຸງານກວດກາສາງສີນຄ້າ ຄິດສະເລ່ຍເດືອນລະ 100.000ໂດລາຕໍ່ຄົນ ເຂົາເຮັດເປັນຂະບວນການເພາະຫົວໜ້າເຂດ ທ່ານ ຄຳສາຍ ບໍ່ຮູ້ຈັກວຽກເອົາແຕ່ເງີນຢ່າງດຽວ ຊັບຊ້ອນເອົາແຕ່ຄົນເຂົາມາຢູ່ບ່ອນສຳຄັນ ປະຈຸບັນພາກັນຊື້ລົດແຄມຣີມາຈາກຈີນຜູ້ລະຄັນເສຍພາສີຄັນລະ 10ລ້ານກີບ ທັ້ງໆທີ່ຕົວຈິງເສຍຄັນລະ100ກ່ວາລ້ານກີບ ມາຂີ່ ບາງຄົນຊື້ແລນຄລຸຍເຊີລາຄາເປັນ100ກ່ວາໂດລາຂີ່, ທ້າວ ຄຳຜາຍ ຫົວໜ້າດ່ານມາປຸກເຮືອນຢູ່ຂ້າງເຮືອນທ່ານສຸກັນມະຫາລາດ ລາຄາ ລ້ານກ່ວາໂດລາ ເອົາເງີນມາແຕ່ໃສ ຖືວ່າພວກເຂົາບໍ່ຢ້ານກົວເລີຍນັບຕັ້ງແຕ່ສ້າງຕັ້ງເຂດມານີ້. ລາຍໄດ້ຫຼັກໄດ້ຈາກຂົນສີນຄ້າຕ້ອງຫ້າມຜ່ານແດນ ເຊັ່ນ: ໄມ້ຂະຍຸງ, ງາຊ້າງ ແລະສີນຄ້າລະເມີດລິຂະສິດ, ສ່ວນພວກຢູ່ສາງແມ່ນຮ່ວມຫົວກັບພະແນກກວດກາກົມພາສີປ່ອຍສີນຄ້າແລ້ວແບ່ງກັນກິນ ນອກຈາກນັ້ນຍັງເກັບຄ່າທຳນຽມແຈ້ງເອກະສານຊຸດລະ 200.000ກີບ ສົ່ງກົມ 100.000ກີບ ມື້ນຶ່ງປະມານ 200ຊຸດ ຮ່ວງນີ້ເອົາໄວ້ຮັບແຂກ. ຫົວໜ້າພາສີເຂດມີແຕ່ຈັດງານພົບປະ ກິນລ້ຽງຕະລອດ. ສ່ວນຜູ້ປະກອບການຄືພວກຂ້າພະເຈົ້າຈ່າຍນຳກໍ່ບໍ່ໄຫວ ຊ້ຳບໍ່ພໍ ກົດໜ່ວງເວລາ ກ່ອນສ້າງຕັ້ງເຂດແຈ້ງເຄື່ອງເສຍພາສີໃຊ້ເວລາເຄິ່ງມື້ ຊ້າສຸດແມ່ນນຶ່ງມື້ ບາດມາສ້າງຕັ້ງເຂດແທນທີ່ຊີ່ດີຂຶ້ນພັດແຮງຂີ້ລ້າຍໃຊ້ເວລາ 7ວັນ ໄວສຸດ 5ວັນ ຊ້ຳບໍ່ພໍອະນຸຍາດໃຫ້ເອກະຊົນມາສ້າງຕັ້ງສາງເກັບເງີນອີກ ເຄື່ອງຈະເຂົ້າສາງຫຼືບໍ່ ບໍ່ສົນໃຈ ໃຜບໍ່ຈ່າຍຄ່າຜ່ານສາງ ພາສີບໍ່ແຈ້ງເອກະສານໃຫ້ ຕາມຕົກລົງກັນຢູ່ກອງປະຊຸມຂົນສົ່ງແຫ່ງຊາດແມ່ນບໍ່ໃຫ້ເກັບຄັນເຄື່ອງບໍ່ເຂົາສາງ.

ສະນັ້ນ ຈຶ່ງຂໍຮ້ອງຮຽນມາຍັງທ່ານເພື່ອກວດສອບຄືນດ້ວຍ ບໍ່ໄດ້ມີເຈດຕະນາໃສ່ຮ້າຍປ້າຍສີ ແຕ່ເວົາຄວາມຈິງທຸກປະການ.

 ຂໍຊົມເຊີຍບັນດາທ່ານທີ່ກ້າຫານ ເປີດໜ້າກາກຄົນບໍ່ດີ, ແຕ່ເວົ້າກັນຢູ່ໃນນີ້

ກໍ່ຊິໄປເຖີງທ່ານລັດຖະມົນຕີເພີ່ນຢູ່ບໍ່?

ຂໍໂທດເດີບາງເທື່ອພວກທ່ານອາດຈະມີວິທີສົ່ງຕ່າງຫາກແລ້ວມີແຕ່ມາເວົ້າ

ໃຫ້ຫລາຍຄົນຮູ້ນຳຊື່ໆ, ຖ້າເປັນແນວນັ້ນແລ້ວກໍ່ດີ

__________________
Anonymous

Date:

ເອີ ເວົ້າທາງຕົງບໍ່ໄດ້ກະເວົ້າທາງອ້ອມເອົາ ແຕ່ວ່າເຂົ້າສິບໍ່ຫາວ່າໃສ່ຮ້າຍເຂົາບໍ່ໃນເມືອເຈົ້າບໍ່ມີຫຼັກຖານຫຍັງ ຖ້າວ່າມີກະເອົາມາສະແດງໂລດແຫຼະເພື່ອໃຫ້ຮູ້ກັນໄປເລີຍວ່າແມ່ນໃຜຖືກໃຜຜິດກັນແທ້ ຖ້າທຸກພາກສ່ວນໃສ່ໃຈແລ້ວຫາຂໍ້ມູນມາເປີດເຜີຍມັນອາດຈະເຮັດໃຫ້ພວກຜີເຜດທັ້ງຫຼາຍຍອມຈໍານົນກັບຫຼັກຖານກໍ່ເປັນໄດ້ ບ້ານເມືອງອາດຈະດີຂຶ້ນ

__________________
Anonymous

Date:

ປາບຄົນໂກງ wrote:

ຮຽນ ທ່ານລັດຖະມົນຕີວ່າການກະຊວງການເງີນ,

ຂ້າພະເຈົ້າເປັນນັກທຸລະກິດປະກອບການຂົນສົ່ງສີນຄ້າຜ່ານແດນໄທ-ຈີນ ສັງເກດເຫັນວ່າພາສີເຂດ1ແມ່ນຮັ່ງມີຫຼາຍແຕ່ບໍ່ແມ່ນທຸກໆຄົນ ມີແຕ່ຄະນະດ່ານບໍ່ເຕັນ, ຄະນະເຂດ ແລະຈຸງານກວດກາສາງສີນຄ້າ ຄິດສະເລ່ຍເດືອນລະ 100.000ໂດລາຕໍ່ຄົນ ເຂົາເຮັດເປັນຂະບວນການເພາະຫົວໜ້າເຂດ ທ່ານ ຄຳສາຍ ບໍ່ຮູ້ຈັກວຽກເອົາແຕ່ເງີນຢ່າງດຽວ ຊັບຊ້ອນເອົາແຕ່ຄົນເຂົາມາຢູ່ບ່ອນສຳຄັນ ປະຈຸບັນພາກັນຊື້ລົດແຄມຣີມາຈາກຈີນຜູ້ລະຄັນເສຍພາສີຄັນລະ 10ລ້ານກີບ ທັ້ງໆທີ່ຕົວຈິງເສຍຄັນລະ100ກ່ວາລ້ານກີບ ມາຂີ່ ບາງຄົນຊື້ແລນຄລຸຍເຊີລາຄາເປັນ100ກ່ວາໂດລາຂີ່, ທ້າວ ຄຳຜາຍ ຫົວໜ້າດ່ານມາປຸກເຮືອນຢູ່ຂ້າງເຮືອນທ່ານສຸກັນມະຫາລາດ ລາຄາ ລ້ານກ່ວາໂດລາ ເອົາເງີນມາແຕ່ໃສ ຖືວ່າພວກເຂົາບໍ່ຢ້ານກົວເລີຍນັບຕັ້ງແຕ່ສ້າງຕັ້ງເຂດມານີ້. ລາຍໄດ້ຫຼັກໄດ້ຈາກຂົນສີນຄ້າຕ້ອງຫ້າມຜ່ານແດນ ເຊັ່ນ: ໄມ້ຂະຍຸງ, ງາຊ້າງ ແລະສີນຄ້າລະເມີດລິຂະສິດ, ສ່ວນພວກຢູ່ສາງແມ່ນຮ່ວມຫົວກັບພະແນກກວດກາກົມພາສີປ່ອຍສີນຄ້າແລ້ວແບ່ງກັນກິນ ນອກຈາກນັ້ນຍັງເກັບຄ່າທຳນຽມແຈ້ງເອກະສານຊຸດລະ 200.000ກີບ ສົ່ງກົມ 100.000ກີບ ມື້ນຶ່ງປະມານ 200ຊຸດ ຮ່ວງນີ້ເອົາໄວ້ຮັບແຂກ. ຫົວໜ້າພາສີເຂດມີແຕ່ຈັດງານພົບປະ ກິນລ້ຽງຕະລອດ. ສ່ວນຜູ້ປະກອບການຄືພວກຂ້າພະເຈົ້າຈ່າຍນຳກໍ່ບໍ່ໄຫວ ຊ້ຳບໍ່ພໍ ກົດໜ່ວງເວລາ ກ່ອນສ້າງຕັ້ງເຂດແຈ້ງເຄື່ອງເສຍພາສີໃຊ້ເວລາເຄິ່ງມື້ ຊ້າສຸດແມ່ນນຶ່ງມື້ ບາດມາສ້າງຕັ້ງເຂດແທນທີ່ຊີ່ດີຂຶ້ນພັດແຮງຂີ້ລ້າຍໃຊ້ເວລາ 7ວັນ ໄວສຸດ 5ວັນ ຊ້ຳບໍ່ພໍອະນຸຍາດໃຫ້ເອກະຊົນມາສ້າງຕັ້ງສາງເກັບເງີນອີກ ເຄື່ອງຈະເຂົ້າສາງຫຼືບໍ່ ບໍ່ສົນໃຈ ໃຜບໍ່ຈ່າຍຄ່າຜ່ານສາງ ພາສີບໍ່ແຈ້ງເອກະສານໃຫ້ ຕາມຕົກລົງກັນຢູ່ກອງປະຊຸມຂົນສົ່ງແຫ່ງຊາດແມ່ນບໍ່ໃຫ້ເກັບຄັນເຄື່ອງບໍ່ເຂົາສາງ.

ສະນັ້ນ ຈຶ່ງຂໍຮ້ອງຮຽນມາຍັງທ່ານເພື່ອກວດສອບຄືນດ້ວຍ ບໍ່ໄດ້ມີເຈດຕະນາໃສ່ຮ້າຍປ້າຍສີ ແຕ່ເວົາຄວາມຈິງທຸກປະການ.

 Thumbs up!!

__________________
Anonymous

Date:

ຊົມເຊີຍທີ່ທ່ານເປັນຫູເປັນຕາໃຫ້ແກ່ສັງຄົມລາວ ຖ້າຫລາຍຄົນມີຄວາມກ້າຫານ ແລະ ຈິງໃຈຕິຊົມຄືທ່ານ ເຊື່ອແນ່ວ່າ ຜົນປະໂຫຍດຂອງຊາດຈະບໍ່ຕົກເຮ່ຍເສຍຫາຍ

__________________
Anonymous

Date:

ຂ້ອຍເຊື່ອເພາະ ຂ້ອຍກະເຫັນຄືກັນ. ພວກນີ້ບໍ່ຕ່າງຫັຍງກັບໂຈນ ຄົນຂີ້ລັກມັກສົກ ຕີນສັ້ນມືຍາວ. ພາສີບາງຄົນຊື້ລົດມາ ມັນບໍ່ເສັຍຮອດພາສີ ມັນເຮັດເປັນປ້າຍ ກຊ ຂີ່ເລີຍ (ບໍ່ເສັຍພາສີຈັກກີບ) ມັນໃຫ້ເຫດຜົນວ່າເພື່ອແກ້ໄຂຊີວິດການເປັນຢູ່ , ພວກ ລວຍ ລວຍ ເຮັດບໍລິສັດ ກໍເຊັ່ນກັນເສັຍແຕ່ 1%  ໝາສີ້ແມ່ມັນ ບາດເຮົາ ປປຊ ທົ່ວໃປເສັຍເຕັມອັດຕາ.ມັນອອກກົດບ້າບໍຄໍແຕກຫຍັງແບບນັ້ນ.

__________________

Guru

Status: Offline
Posts: 695
Date:

ໃຫ້ພວກປາບປາມສໍ້ລາດບັງຫລວງກວດສອບ
ແຕ່ເປັນພຽງແຕ່ຄວາມຝັນ ທີ່ຈະສາມາດຊອກຫາຫລັກຖານຫລືເອົາຜິດຂອງພວກທີ່ບໍໂປ່ງໃສ

__________________

 187557797.jpg

Anonymous

Date:

ທ່ານລັດຖະມົນຕີວ່າການກະຊວງການເງີນ ເປັນຄົນມີບຸກຄລິກດີເວລາເວົ້າຈາ ຖ້າທ່ານເປັນຄົນດີມີຄຸນນະທັມ ກໍຈົ່ງ ກໍາຈັດພວກໂຈນຂີ້ລັກໃນຊຸດເຄື່ອງແບບເທ່ເທ່ແບບນີ້ສະ. ບໍ່ດັ່ງນັ້ນ ສັງຄົມກໍຈະເບິ່ງທ່ານບໍ່ຕ່າງຫຍັງກັບນັກທິດສະດີນໍ້າເຕົ້າເປົ່າ ທີ່ຢູ່ກັບຕໍາແໜ່ງໃປວັນວັນ. ເພາະພວກໝານຸດພວກນີ້ ມັນຂຶ້ນກັບກະຊວງຂອງທ່ານ

__________________
Anonymous

Date:

ພວກຢູ່ພາສິແມ່ນລູກຫຼານເທວະດາໝົດບໍ່ມີຜູ້ໃດແຕະຕ້ອງໄດ້.ທີ່ຈິງແລ້ວອາຊີບພາສິແມ່ນອາຊິບທີ່ລັດຖະກອນລາວທຸກຄົນ

ຕ້ອງການ.ຜູ້ໃດໄດ້ເຂົ້າພາສິສຳ່ໄດ້ໂຣງງານຜະລິດເງິນເປົນຂອງຕົນເອງ.ພະນັກງານພາສີໃນປະເທດລາວເປັນຄົນທີາມີລະດັບບໍ່ຄ່ອບ

ສູງສ່ວນຫຼາຍແມ່ນຈົບຊັ້ນກາງຊັ້ນສູງເພາະເພິ່ນບໍ່ຢາກໄປຍົກລະດັບເພາະຢ້ານເສຍເວລາຫາເງິນ.ຕຶ່ແຕ່ລະມຶ້ບໍ່ມີຫົວຄິດຊິ

ພັດທະນາຫັຍງພວກນິ້ມີແຕ່ຄິດຊິເອົາເງິນຈັ່ງໃດ.ຊິກິນເຫຼົ້າຢ່ໃສ,ຊິເອົາເມຍນ້ອຍຢູ່ໃສອິກນໍຈັ່ງຊິໄດ້ຄົນງາມ,ໄປກວດສອບເບິ່ງ

ພາສີເຂດ1 ມີເມຍນອ້ຍຫຼາຍຄົນ,ຂ້າພະເຈົ້າຣູ້ດິເພາະບ້ານຂ້າພະເຈົ້າຢູ່ຫຼວງນ້ຳທາ.ຊິເວົ້າຫຼາຍກໍບໍ່ໄດ້ສຸພາສິດລາວກ່າວໄວ້ວ່າ

(ເປັນເມຍນ້ອຍຂອງພາສີດີກ່ວາເປັນເມຍທີ່ດີຂອງຄົນຈົນ)

__________________
Anonymous

Date:

ບໍ່ແມ່ນແຕ່ພາສີດອກເດີ. ພາສາອາກອນຄືກັນ. ຮ້ານຂາຍລົດ. ຂາຍເຄື່ອງ ກໍຫລີກພາສີ ບໍ່ຢາກເສັຍພາສີ ກໍຕອ້ງຈ້າງພາສີ. ເປັນຫຍັງຂາຍລົດຈຶ່ງໄດ້ກຳໄລສູງ ກາຍອ້ນເສັຍພາສີຕຳ່ ແຈ້ງພາສີບໍ່ຮອດເຄິ່ງນຶ່ງຂອງລາຄາລົດ. ແຕ່ມາຂາຍຕອ້ງຕາມລາຄາລົດ +ພາສີຕົວຈິງ ເຊັ່ນລົດກະບະມີຫລາຍລຸ້ນ ເຂົາຈະແຈ້ງເປັນລຸ້ນ standard ຫມົດ ລາຄາບໍ່ເກີນ 2ຫມື່ນ ດັ່ງນັ້ນພາສີກໍນອ້ຍລົງ ແລວ້ກຳໄລກໍໄດ້ສູງ ແຕ່ລະຄັນຢ່າງຕຳ່ຕອ້ງ 5ພັນຂຶ້ນໄປ ອາກອນຄືກັນ ບໍລິສັດ ເວລາຮອດທ້າຍປີມາ ຖ້າຢາກເສັຍອາກອນຖືກ ຕອ້ງໄຫ້ພະນັກງານອາກອນສະຫລຸບໄຫ້ ຈ່າຍໄຫ້ເພິ່ນສວ່ນນຶ່ງ ຖອກເຂົ້າລັດສວ່ນນຶ່ງ ປະຢັດໄຫ້ບໍລິສັດສວ່ນນຶ່ງ ຍອ້ນບໍ່ໄດ້ມີການກວດສອບ ໃຜຢູ່ນຳອັນໃດ ກິນນຳອັນນັ້ນ ພໍ່ຄ້າໄມ້ ໄຊ້ໂຄຕາອັນດຽວ ຕັດໄມ້ຈົນຫມົດດົງ ຫມົດປ່າ ກາບໍ່ມີການປັບໃຫມໃສ່ໂທດໄດ້ ຍອ້ນທັງສອງເຮັດນຳກັນ ຍິ່ງໄປກວ່ານັ້ນ ໂຄງການລາຄາສູງໆເດ ສີສຳ່ໃດ ໃຜໆກໍຮູ້ ກໍເຫັນ ຄົນມີເງິນ ຕອ້ງຊື້ຕອ້ງຈ່າຍ ຂອງທຳມະດາ

__________________
Anonymous

Date:

ໃຫ້ສົ່ງເຖິງສະພາແຫງຊາດນໍາເດີ

__________________
Anonymous

Date:

Anonymous wrote:

 ເລື່ອງແບບນີ້ມັນກໍ່ມີຢູ່ທຸກຂະແໜງການຫັ້ນລະພີ່ນ້ອງເຮີຍ ຕ່າງແຕ່ວ່າໃຜຊິໜັກກວ່າກັນ,

ເມື່ອກ່ອນ ກຊ ໂຍທາເພີ່ນມີການຊັ່ງນ້ຳໜັກລົດບັນທຸກ, ແຕ່ແລ້ວກໍ່ກາຍເປັນການປະກອບເຄື່ອງ

ມືຫາກີນໃຫ້ບຸກຄົນ ຈົນລ້ຳຈົນລວຍບໍ່ໄດ້ດ້ອຍໜ້າໄປຈາກພາສີ, ແທນທີ່ຈະຄວບຄຸມນ້ຳໜັກບັນທຸກ

ໄດ້ ແຕ່ຂົວ ແລະ ທາງເພໄປກ່ອນກຳນົດເວລາອັນຄວນ (ບໍ່ຄວນໂທດແຕ່ຄຸນນະພາບການກໍ່ສ້າງຢ່າງດຽວ)

ລັດຕ້ອງໄດ້ຈັດຫາງົບມາບູລະນະສ້ອມແປງ.

ເວົ້ເລື່ອງໂກຕ່າໄມ້ ໃບດຽວມີສິດນຳໃຊ້ໄດ້ທົ່ວປະເທດ ແລະ ບໍ່ມີອາຍຸການ

ພວກເຮົາປະຊາຊົນ ຄົນທຳມະດາກໍ່ໄດ້ແຕ່ຈົ່ມສູ່ກັນຟັງແນວນີ້ລະບໍ່ຮູ້ວ່າອັດສະວີນອົງໃດຊິແກ້ໄດ້

__________________
Anonymous

Date:

ບັກແຫລ້ນອ້ຍ ຢູ່ບ້ານຂອ້ຍ ມັນຮັບຜິດຊອບ ຂີ້ເຫຍື້ອ ຂອງບ້ານ

ມັນຍັງຮູ້ຈັກ ການຂີ້ຫລັກເງິນ ຈາກພໍ່ແມ່ປະຊາຊົນ ບໍ່ຈ່າຍໃຫ້ ບ/ສ

ຂີ້ເຫຍື້ອ ຄວາມຮູ້ມັນ ບໍ່ຈົບຮອດປະຖົມ ພາສາຫຍັງ ພ/ງ ຂອງລັດ

ມີຄວາມຮູ້ ຄວາມສາມາດ ເລື່ອງນີ້ ໜ້າເຫັນໃຈນຳຂັ້ນເທິງ ເນາະ ?

__________________
Anonymous

Date:

ໃຜຮູ້ວິທີ Copy ໄປລົງບ່ອນ ຄຳເຫັນ ຂອງກະຊວງການເງີນຊ່ວຍກັອບໄປລົງໃຫ້ແດ່ຢ້ານ ລມຕ ບໍ່ໄດ້ອ່ານ www.mof.gov.la ຂ້ອຍເຮັດແລ້ວເພິ່ນບລັອກຂອງຂ້ອຍ.

ເວົ້າເລື້ອງການສໍ້ໂກງຂອງ ສປປລ ມີແຕ່ຂັ້ນ ປະທານ ລົງມາ ຮອດວິຊາການ ແຕ່ມື້ນີ້ພາກັນມາເປີດໂປງພາສີເຂດ1 ກ່ອນ, ອາທິດຕໍ່ໄປເອົາ ເຂດ2, ເຂດ3, ເຂດ4, ເຂດ5 ແລະ ພະແນກກວດກາ ໃຜມີຂໍ້ມູນເອົາມາລົງໃຫ້ໝົດ.

ເວົ້າເລື້ອງພາສີຖືວ່າແມ່ນກົມທີ່ມີເສັ້ນໃຫ່ຍທີ່ສຸດໃນປະເທດ, ມີນາມສະກຸນຂອງກົມການເມືອງ, ກຳມະການສູນກາງພັກ ແລະເຈົ້ານາຍທຸກໆລະດັບ ແລ້ວໃຜຊີ່ໄປເຮັດຫັຍງເຂົາໄດ້. ຕົວຢ່າງ: ຫົວໜ້າກົມ ອາດສະພັງທອງ ສີພັນດອນ, ຫົວໜ້າເຂດ1 ຄຳສາຍ ເປັນທັງກຳມະການພັກແຂວງ(ໃຫ່ຍພໍບໍ່), ຮອງເຂດ ທອງຫຼ້າ ເປັນນ້ອງເມຍ ທ່ານ ແສງຍົງ(ອາດີດເຈົ້າແຂວງຫຼວງນ້ຳທາ), ຄະນະເຂດ ສັນສຸສິນ (ຄົນ ທ່ານຄຳກິ່ງ ຮອງເຈົ້າແຂວງບໍ່ແກ້ວ), ຄະນະເຂດ ບຸນເພັງ(ຄົນທ່ານ ບຸນປອນ ກົມການເມືອງ), ຫົວໜ້າດ່ານ ຄຳຜາຍ (ລູກເຂີຍ ທ່ານ ໜູຮັກພູມສະຫັວນ), ຮອງດ່ານ ບຸນແອັງ (ນ້ອງທ່ານພັນທອງ ພິດທຸມມາ, ຮອງເຈົ້າແຂວງຫຼວງນ້ຳທາ), ຄະນະດ່ານ ເຊັງລີ( ລູກຮອງເຈົ້າແຂວງ), ຄະນະດ່ານ ອາຄົມ(ຄົນທ່ານຄຳສາຍ), ຄະນະດ່ານ ສັນລະເສີນ(ຄົນທ່ານສັນສຸສິນ). ຫົວໜ້າໜ່ວຍງານກວດກາ ແອຕ່ຳ (ຄົນບຸນແອັງ) ນອກຈາກນັ້ນມີ ທ້າວ ເລ່ (ຈອມຮີດໄຖ)ລູກເຂີຍຊຽງສິງ, ທ້າວ ຢັນທະໂຍ (ຫຼານເຂີຍທອງຫຼ້າ ຫຼານຊາຍ ທ່ານ ສີສະຫັວດ ລມຕ ຊ່ວຍກະຊວງ ຊັບພະຍາກອນທຳມະຊາດ) ທ້າວຫັດສະດີ ລູກເຂີຍເຮຍສົມຊາຍ, ທ້າວຊາຍ(ນັກເລງພະນັນ) ແລະ ທ້າວກົບ ຄົນທ່ານສັນສຸສີນ ຫຼານທ່ານຄຳກິ່ງ ຮອງເຈົ້າແຂວງບໍ່ແກ້ວ ກຸ່ມນີ້ເປັນກຸ່ມມີອິດທິພົນ ແລະກອບໂກຍຫຼາຍທີ່ສຸດ.

ຮັ່ງອັນດັບ1 ທ. ບຸນແອັງ ມີເມຍນ້ອຍຢູ່ເມືອງສີງ 2ຄົນ, ຢູ່ບ້ານຫຼວງ 1ຄົນ, ບ້ານຂອນ 1ຄົນ, ອັນດັບ2 ທ. ຄຳຜາຍ, ອັນດັບ3 ທ. ຫັດສະດີ, ອັນດັບ4 ທອງຫຼ້າ, ອັນດັບ5 ທ. ຢັນທະໂຍ, ອັນດັບ6 ທ.ຄຳສາຍ, ອັນດັບ7 ທ. ສັນສຸສິນ, ທ. ບຸນເພັງ, ອັນດັບ8 ທ. ອາຄົມ, ທ.ເຊັງລີ

ເລື້ອງເມຍນ້ອຍ: ທ.ຄຳສາຍ ເອົາເຈົ້າຂອງຮ້ານອາຫານຈີນເປັນເມຍລັບ, ທ. ອາຄົມ ເອົາຊີບປີງ, ທ. ຫວ່າງເອົາພາສີນຳກັນ 1ຄົນ ແລະລູກຫົວໜ້າພະແນກສຶກສາ 1ຄົນ, ທ. ທອງຫຼ້າ ເອົາເມຍນ້ອຍຢູ່ເມືອງລອງ

ຮູ້ເທົ່ານີ້ແຫຼະໃຜຮູ້ມາແສອີກ

__________________
Anonymous

Date:

ມັນກະຊິໄດ້ເລື້ອງຢູ່ບໍ່ ທ່ານເອີ້ຍ

ຂພຈ ເຄີຍ ເຮັດຫລາຍກົ່ວທ່ານ ຍັງບໍ່ໄດ້ເລື້ອງຫຍັງເລີຍ

ຄວາມຍຸດຕິທຳມັນບໍ່ມີດອກ ໃນແຜ່ນດີນອັນນີ້

ຂພຈ ຈະເວົ້າຄວາມຈິງໃຫ້ຟງ

ເລື້ອງມັນເກີດກັບຕົວຂອງຜູ້ຂ້າເອງ

ຂພຈ ຮຽນຈົບໃໝ່ໆ ໄປເຮັດເປັນສັນຍາຈ້າງຢູ່ກະຊວງແຫ່ງໜື່ງ ເຮັດວຽກໃຫ້ໂຄງ ການ ທີ່ໄດ້ຮັບການຊ່ວຍເຫລືອນຈາກ ສປຊ

ຂໍສະຫງວນຊື່ ກະຊວງ 

ເຊັນສັນຍາ ເງີນເດືອນ 50 $ / ດ 

ບາດເພີ່ນສົ່ງບົດສະຫລຸບ ເງີນເດືອນ ຂພຈ ສູງເຖີ່ງ 180 $

ຂພຈ ຮູ້ມາທີຫລັງກະເລີຍຜິດກັບຫົວໜ້າຢ່າງໃຫຍ່ເລີຍ 

ບໍ່ມີຜູ້ໃດຊ່ວຍ ຂພຈ ຈຶ່ງນຳເລື້ອງໄປບອກກັບຜູ້ຮັບຜິດຊອບ ຢູ່ ສປຊ 

ສຸດທ້າຍເຂົາກະບໍ່ເຮັດຫຍັງ ບໍ່ໄດ້ຊົດເຊີຍຫຍັງໃຫ້ແກ່ ຂພຈ ດອກ

ຂພຈ ກະໄດ້ອອກການຊື່ໆ 

ກະເລີຍປະໃຫ້ເປັນເລື້ອງຂອງເວນກຳ 

ຊິໃຫ້ເຂົາເຮັດຫຍັງໄດ້ ໃນເມື່ອຕ່າງຊາດ ເຂົາກະມາຫາເງີນຢູ່ເມືອງລາວ ທີສຳຄັນ ເງີນເດືອນເຂົາກະຫລາຍ 

ຖ້າເຂົາຕໍ່ຕ້ານລັດຖະບານ ວີຊາ ເຂົາກະມີບັນຫາໂລດລະ

ເພາະສະນັ້ນ ມັນບໍ່ມີ ຄວາມຍຸດຕິທຳໃນ ໂລກນີ້ດອກ 

ບໍ່ໄດ້ແຕ່ງເລື້ອງຫລອກໃຜ ເລື້ອງແທ້ໆໆໆໆໆໆໆໆ

__________________
Anonymous

Date:

ສົ່ງເຂົ້າ ສະພາເດີ ຖືກກວ່າ

ອ່ານເບີ່ງແມ ກົດຫມາຍກຽ່ວກັບ ການກວດກາລັດ

ກົດຫມາຍສໍ້ລາດບັງຫລວງນຳ

ເພາະສະພາເພິ່ນ ເປັນຜູ້ຕາງຫນ້າປະຊາຊົນໃນການກວດກາລັດ

ທາງທີ່ດີ ລັດຄວນເປີດເວັບໄຊ ໃນການແຈ້ງຂໍ້ມູນດ້ານສໍ້ລາດບັງຫລວງ

ເຫັນບໍ່ຫວຽດນາມ ເພິ່ນຍັງເຣັດໄດ້

ເວົ້າໄປຫລາຍ ຈັກນອ່ຍ ເວບມາສເຕີມາເຫັນ ສີລຶບອອກອີກແລວ້

__________________
Anonymous

Date:

ດີຫລາຍຖ້າເລື່ອງນີ້ໄປຮອດສະພາ ເພາະສະພາເປັນຕົວແທນຂອງປະຊາຊົນ ເພີ່ນອາດມີແນວທາງແກ້ໄຂຊ່ວຍ,ຢັບຢັ້ງ ແລະ ຫລຸດຜ່ອນການສໍ້ລາດບັງຫລວງໃດ້ບ້າງ

__________________
Anonymous

Date:

Image and video hosting by TinyPic

__________________
Anonymous

Date:

Anonymous wrote:

ດີຫລາຍຖ້າເລື່ອງນີ້ໄປຮອດສະພາ ເພາະສະພາເປັນຕົວແທນຂອງປະຊາຊົນ ເພີ່ນອາດມີແນວທາງແກ້ໄຂຊ່ວຍ,ຢັບຢັ້ງ ແລະ ຫລຸດຜ່ອນການສໍ້ລາດບັງຫລວງໃດ້ບ້າງ

 Hahaha.... as if those people sitting in the parliament don't know anything or not even involve in corruption :)

You know what? they don't even care!

__________________
Anonymous

Date:

ບັນດາທ່ານທັງຫລາຍ ບໍ່ຕອ້ງຢ້ານກົວ ໃດໆ ຕໍ່ຄວາມຈິງ ເພື່ອບ້ານເມືອງ

ເພື່ອປະຊາຊົນ ບັນດາເຜົ່າ ກຸ່ມຄົນບໍ່ດີ ຕອ້ງຖຶກສະກັດກັ້ນ ແນວທາງພັກລັດ

ໄດ້ເວົ້າຈະແຈ້ງ ບໍ່ໄວ ກໍຊ້າ.

ອ່ານມາດຕາ 67-68 ກົດຫມາຍການກວດກາລັດ

ຫນ້າທີ ກວດກາ ພາຍໃນ ແລະພາຍນອກ

http://www.na.gov.la/index.php?option=com_content&view=article&id=74&Itemid=139&lang=la

__________________
Anonymous

Date:

ນີ້້ແລະຄືນັກລຽງ ລັດທະບານ ແລະ ກົມກວດສອບກໍບໍສາມາດເຮັດຍັງໃດ້ ຍ້ອນ ພາກສ່ວນ ການນຳກໍເຮັດຄືກັນ ແລະ ອະທິບາຍສູພັງ ງາຍງາຍ ບໍຕ້ອງຄິດຫຼາຍ ຂ້າພະເຈົ້າ ຊື້ ທ້າວ ຕ່າຍ ອາຍຸ 28 ປີ ປະຈຸບັນ ເຮັດວຽກ ເປັນວິຊາການຂຸນຄົນບໍແຮ່ ຊື້ດັ່ງ ຢູ່ລາວ ເງິນເດືອນ 12,500,000 ກີບ ແຕ່ກັບບໍລຳລ່ວຍ ຕ່າງ ຈາກ ພ/ງ ລົດ ບາງ ກຸ່ມ ຍຳ ບາງ ກຸ່ມ ເງິນ ເດືອນປະມານ 800000 ກີບ ຫາ 2000000 ກີບ ພັດ ມີລຳລ່ວຍພິດປົກກະຕິ ທັງທັງ ທີຮູ້ຢູ່ເຕັມເອັກ ວ່າບໍໃດ້ເຮັດ ທຸລະກິດຍັງ ພວກ ເຂົ້າ ມີຄວາມ ສາມາກ ຊື້ລົດຄັນ ລະ 100000 ໂດລາ ເຮືອນ ແລະ ດີນ ຫຼາຍ ລ້ານ ບາດ ແລະ ສົງລູກ ໃປຮຽນຕ່າງປະເທດ ຢ່າງພາກພູມໃຈ ຫຼື ວ່າ ນີ້ຄືລະບົບ ຂອງພັກ ແລະ ລັດ ວາງ ອອກ

__________________
Anonymous

Date:

big stone jar in Laos photo DSC07495.jpg

ປາກໄຫຫິນຊຽງຂວາງຂວາງອ້າປາກເອົານ້ຳຝົນມາຫລາຍຮ້ອຍປີຍັງບໍ່ທັນເຕັມປານນີ້

__________________
Anonymous

Date:

Anonymous wrote:
Anonymous wrote:

ບັນດາທ່ານທັງຫລາຍ ບໍ່ຕອ້ງຢ້ານກົວ ໃດໆ ຕໍ່ຄວາມຈິງ ເພື່ອບ້ານເມືອງ

ເພື່ອປະຊາຊົນ ບັນດາເຜົ່າ ກຸ່ມຄົນບໍ່ດີ ຕອ້ງຖຶກສະກັດກັ້ນ ແນວທາງພັກລັດ

ໄດ້ເວົ້າຈະແຈ້ງ ບໍ່ໄວ ກໍຊ້າ.

ອ່ານມາດຕາ 67-68 ກົດຫມາຍການກວດກາລັດ

ຫນ້າທີ ກວດກາ ພາຍໃນ ແລະພາຍນອກ

http://www.na.gov.la/index.php?option=com_content&view=article&id=74&Itemid=139&lang=la

 ກົດໝາຍກໍ່ແມ່ນຄົນຂຽນຂື້ນ, ລະເມີດກໍ່ແມ່ນຄົນ, ສໍ້ກົດໝາຍ ຫາທາງແກ້ ກໍ່ແມ່ນຄົນ

ຖ້າຄົນບໍ່ປະຕິບັດ ຫລື ເລືອກປະຕິບັດ ແລ້ວກົດໝາຍກໍ່ພຽງແຕ່ຢູ່ໃນເຈ້ຍໃນສໍ

ແລະ ເປັນກົດໝາຍສຳລັບບັງຄັບຄົນສາມັນທຳມະດາເທົ່ານັ້ນສະຫາຍເອີຍ

ລັດຖະທຳມະນູນ

ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

ມາດ​ຕາ​ 41(ໃໝ່​). ພົນ​ລະ​ເມືອງ​ລາວ​ ມີ​ສິດ​ຮ້ອງ​ທຸກ​, ຮ້ອງ​ຟ້ອງ​ແລະ​ສະ​ເໜີ​ຄວາມ​ເຫັນ​ຕໍ່​ອົງ​ການ​ທີ່​ກ່ຽວ​ ຂ້ອງ​ກ່ຽວ​ກັບ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ລ​ວມ​ ຫຼື​ສິດ​ ແລະ​ຜົນ​ປະ​ໂຫຍດ​ສະ​ ເພາະ​ຂອງ​ຕົນ​.
ຄໍາ​ຮ້ອງ​ທຸກ​, ຄໍາ​ຮ້ອງ​ຟ້ອງ​ ແລະ​ຄວາມ​ເຫັນ​ຂອງ​ພົນ​ລະ​ເມືອງ​ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ ແລະ​ແກ້​ໄຂ​ຕາມ​ ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

 ກົດໝາຍກໍ່ແມ່ນຄົນຂຽນຂື້ນ, ລະເມີດກໍ່ແມ່ນຄົນ, ສໍ້ກົດໝາຍ ຫາທາງແກ້ ກໍ່ແມ່ນຄົນ

ຖ້າຄົນບໍ່ປະຕິບັດ ຫລື ເລືອກປະຕິບັດ ແລ້ວກົດໝາຍກໍ່ພຽງແຕ່ຢູ່ໃນເຈ້ຍໃນສໍ

ແລະ ເປັນກົດໝາຍສຳລັບບັງຄັບຄົນສາມັນທຳມະດາເທົ່ານັ້ນສະຫາຍເອີຍ

__________________
Anonymous

Date:

http://globalnation.inquirer.net/65763/boc-asks-laos-embassy-to-justify-importation-of-3-exotic-sports-cars

MANILA, Philippines—The Bureau of Customs (BOC) has asked the embassy of Laos to justify its duty-free importation of three high-end sports cars—a Ferrari Spider and two Lamborghini Aventadors.

Customs Commissioner Rufino Biazon told the Inquirer the BOC at the Ninoy Aquino International Airport (Naia) had declared the three exotic cars as “abandoned” since their consignees had not processed their papers since the vehicles arrived in November last year, or more than the 30-day limit to claim them.

“The official and full report is being prepared by district collector (Carlos) So but offhand, unofficially, it’s confirmed that the Lao embassy is acknowledging the shipments,” said Biazon in an interview.

An official of the Lao Embassy said it had submitted its reply to BOC and declined to discuss the matter.

A source in the BOC said the Spider and Aventadors were supposed to be delivered to different consignees at the same address: 34 Lapu-Lapu St., Magallanes Village, Makati City, care of the Embassy of Laos.

Since they arrived on Nov. 28, nobody has come forward to claim the cars after BOC agents questioned why diplomats would buy fast cars as their service vehicles.

Biazon said the BOC would auction off the Ferrari and Lamborghinis if the Lao embassy fails to justify the use of its duty-free perk to bring in the pricey vehicles.

“An order of abandonment was already issued. It is a step closer to seizure. The embassy says there’s a pending application for clearance at the DFA (Department of Foreign Affairs). If the processes and requirements are not compli
- See more at: http://globalnation.inquirer.net/65763/boc-asks-laos-embassy-to-justify-importation-of-3-exotic-sports-cars#sthash.KQcQbIAJ.dpuf

__________________
Anonymous

Date:

go  to google  and  write

serylao

ລາຍການມື້ນິ້ 28 02 2013
 
ທີມງານນັກຂ່າວບໍ່ມີພົມແດນ ຈາກ ແກ້ງກອກ ສົ່ງຂ່າວດ່ວນ
 
ສຸລີ ກອງດາຣາວົງ ບຸນມາ ພັນໂຍທາ ແລະ ບຸນທ່ຽງ ອີນສີຊຽງໄຫ່ມຖືກ ເຜົາທີ່ "ດົງມົດ"ແລ້ວເດີ
ຈັນສຸກ ເມກສວັນ ຄຳຜ່ອນ ແກ້ວປະເສີດ ຈະເຣີນແຫວນສີ ສີສຸນົນສຸທັດທະ ຄົນຂອງທ່ານສົມບັດທັງນັ້ນ
73ມື້ກັບຄວາມມີດງຽບຂອງບັກຫ້ນາຄວາຍຫ້ງຽນຫອງບັນແສງອາພອນ
 
ອີຫ່າມະໄລວຽງສາກົນນີຍົມ ຫລານສາວບັກ ຕູມກະຫລີ່ ເລັຍຂາພັກ ທູດໂຈນລາວແດງທີ່ມານີລາເອົາເງີນມາແຕ່ໄສຊື້
Ferrari and Lamborghinis
Ferreri and 2Lamborghinis
ຫ້ນາດິຫລາຍນໍ ສົມເສຶອໃນບ້ານກູມັນຫົມດປ່າແລ້ວ
 
ຂ່າວທັ່ວໄປ
ນັກສືກສາລາວແດງ ປອມໃບປະກາດ
 
ມາຮູ້ຈັກກັບຄຳຖແຫລງການ ຂອງ ຣມຕ ສຶກສາອີກກັນເທາະເວີຍ
ມາເບີ່ງຄລີບນີ້ແລ້ວ ຢ່າຖາມວ່າສີ່ງນີ້ມັນເກິດຢູ່ໄສເດີ ນອກຈາກ ໃນ ປທ ຄມນ ຜດກນັ້ນລະ
ເຈົ້າພໍ່ຄ້າຢາເສບຕີດຖືກປະຫານຊີວີດ ແຕ່ບັກຊາດຊັ່ວນາຍພົນແຈ້ງໄຊຍະວົງ ລ ວ ຍ ນ ວ ນ
ຫ້ນາດິຫລາຍນໍໄປຂໍທານຢືມເງີນຕ່າງຊາດມາສ້າງຖນົນໃຫ້ຄວາຍແລ່ນ
 
ດາວດວງໄຫ່ມເຊຶ້ອສາຍຈາກອະດິດຣາຊອານາຈັກລາວເກິດຂື້ນແລ້ວ ທີ່ ປະທດຝຣັ່ງເສດ
 
ມາຮູ້ຈັກກັບໂຊຝີຕິດ sophie Tith ນັກຮ້ອງສາວ ອາຍຸ 16 ຈາກ Ville Le Grand ກັນນໍ!
 
ບັກຜິບ້າໄຊຊະນະທານາດາບຸດ ນັ່ງເບີ່ງຈາກໂຮງພຍາບານໂຣກຈີດຫັວສຽວ ກທມ ແກວປົ້ນປ່າໄມ້ລາວ
 
ແລະ ປ່ອຍ ໃຫ້ ຜູ້ນຳລາວແດງ ຄົ້ນເອົາ ຄຳ ສີຟ້າ(ນ້ຳ) or bleu ມາສ້າງເຂື່ອນຈົນຊີຖ້ວມຫັວມັນຕາຍແລ້ວ!
ລີງຜູຍ ທີ່ ປາຣີສ ນັ່ງເບີ່ງສອງເຖົ້າເກັບກ່ຽວ ແລະ ຢ່າປ່ອຍໃຫ້ ບັກຂຸນຕາແລະ ຢົ້ງມາຫູບເອົາຜົນລະປູກເດີ
ອີນເດັຍຊອກຫາຕລາດ ໃນ ປທ ອາຊຽນ ສປປລ ມີຫຍັງໄປຂາຍໃຫ້ແຂກລະ ??

__________________
Anonymous

Date:

ເບື່ອບັກຮ່ານີ້ໂຄສະນາ ເວັບໄຊທ໌ມັນນີ້ເດ

__________________
Anonymous

Date:

ເບື່ອບັກຮ່ານີ້ໂຄສະນາ ເວັບໄຊທ໌ມັນນີ້ເດ

__________________
Anonymous

Date:

ຢ່າໄປຊາອັນກົດໝາຍລາວຫັ້ນມັນແມ່ນກົດໝູ່ແລະກົດມີໄວ້ລ້າຯ

__________________
Anonymous

Date:

Anonymous wrote:

ເບື່ອບັກຮ່ານີ້ໂຄສະນາ ເວັບໄຊທ໌ມັນນີ້ເດ

 ຄັນແມ່ນ web ເປັນຕາສາເທດກໍ່ໄຄແດ່ ອັນນີ້ບໍ່ມີເນື້ອຫາສາລະຫຍັງ

ຜູ້ເວົ້າກໍ່ບ້າ ມີແຕ່ດ່າຄົນອື່ນຢ່າງດຽວ ບໍ່ເວັ້ນແມ່ນແຕ່ຄົນໃນຝ່າຍມັນເອງ

ໄບ່ບ້າໄປທົ່ວທີບ ຫາໃຈຄວາມພໍສະລຸບໄດ້ບໍ່ມີພໍນ້ອຍ ຮອດບໍ່ຮູ້ວ່າຢາກເຜີຍ

ແຜ່ອັນໃດໃຫ້ສັງຄົມຊາບ. ເປັນແນວນີ້ຜູ້ໃຫ້ເງີນອຸປະຖຳກໍ່ຍັງໄປດັນໄປໃຫ້

__________________
Anonymous

Date:

Anonymous wrote:

webmaster

pls take away this gay

thks

ລາຍການມື້ນິ້ 28 02 2013
 
ທີມງານນັກຂ່າວບໍ່ມີພົມແດນ ຈາກ ແກ້ງກອກ ສົ່ງຂ່າວດ່ວນ
 
ສຸລີ ກອງດາຣາວົງ ບຸນມາ ພັນໂຍທາ ແລະ ບຸນທ່ຽງ ອີນສີຊຽງໄຫ່ມຖືກ ເຜົາທີ່ "ດົງມົດ"ແລ້ວເດີ
ຈັນສຸກ ເມກສວັນ ຄຳຜ່ອນ ແກ້ວປະເສີດ ຈະເຣີນແຫວນສີ ສີສຸນົນສຸທັດທະ ຄົນຂອງທ່ານສົມບັດທັງນັ້ນ
73ມື້ກັບຄວາມມີດງຽບຂອງບັກຫ້ນາຄວາຍຫ້ງຽນຫອງບັນແສງອາພອນ
 
ອີຫ່າມະໄລວຽງສາກົນນີຍົມ ຫລານສາວບັກ ຕູມກະຫລີ່ ເລັຍຂາພັກ ທູດໂຈນລາວແດງທີ່ມານີລາເອົາເງີນມາແຕ່ໄສຊື້
Ferrari and Lamborghinis
Ferreri and 2Lamborghinis
ຫ້ນາດິຫລາຍນໍ ສົມເສຶອໃນບ້ານກູມັນຫົມດປ່າແລ້ວ
 
ຂ່າວທັ່ວໄປ
ນັກສືກສາລາວແດງ ປອມໃບປະກາດ
 
ມາຮູ້ຈັກກັບຄຳຖແຫລງການ ຂອງ ຣມຕ ສຶກສາອີກກັນເທາະເວີຍ
ມາເບີ່ງຄລີບນີ້ແລ້ວ ຢ່າຖາມວ່າສີ່ງນີ້ມັນເກິດຢູ່ໄສເດີ ນອກຈາກ ໃນ ປທ ຄມນ ຜດກນັ້ນລະ
ເຈົ້າພໍ່ຄ້າຢາເສບຕີດຖືກປະຫານຊີວີດ ແຕ່ບັກຊາດຊັ່ວນາຍພົນແຈ້ງໄຊຍະວົງ ລ ວ ຍ ນ ວ ນ
ຫ້ນາດິຫລາຍນໍໄປຂໍທານຢືມເງີນຕ່າງຊາດມາສ້າງຖນົນໃຫ້ຄວາຍແລ່ນ
 
ດາວດວງໄຫ່ມເຊຶ້ອສາຍຈາກອະດິດຣາຊອານາຈັກລາວເກິດຂື້ນແລ້ວ ທີ່ ປະທດຝຣັ່ງເສດ
 
ມາຮູ້ຈັກກັບໂຊຝີຕິດ sophie Tith ນັກຮ້ອງສາວ ອາຍຸ 16 ຈາກ Ville Le Grand ກັນນໍ!
 
ບັກຜິບ້າໄຊຊະນະທານາດາບຸດ ນັ່ງເບີ່ງຈາກໂຮງພຍາບານໂຣກຈີດຫັວສຽວ ກທມ ແກວປົ້ນປ່າໄມ້ລາວ
 
ແລະ ປ່ອຍ ໃຫ້ ຜູ້ນຳລາວແດງ ຄົ້ນເອົາ ຄຳ ສີຟ້າ(ນ້ຳ) or bleu ມາສ້າງເຂື່ອນຈົນຊີຖ້ວມຫັວມັນຕາຍແລ້ວ!
ລີງຜູຍ ທີ່ ປາຣີສ ນັ່ງເບີ່ງສອງເຖົ້າເກັບກ່ຽວ ແລະ ຢ່າປ່ອຍໃຫ້ ບັກຂຸນຕາແລະ ຢົ້ງມາຫູບເອົາຜົນລະປູກເດີ
ອີນເດັຍຊອກຫາຕລາດ ໃນ ປທ ອາຊຽນ ສປປລ ມີຫຍັງໄປຂາຍໃຫ້ແຂກລະ ??

__________________
Anonymous

Date:

ປະເທດຊາດມັ້ງຄັ້ງເຂັ້ມແຂງ,ປະຊາຊົນຮັງມີຜາສຸກ,ສັງຄົມມີຄວາມເປັນເອກະພາບ ປະຊາທິປະໄຕ ຍຸດຕິ ແລະ ສີວິໄລ ນີ້ແມ່ນຄວາມມຸ້ງມາດປາດຖະຫນາຂອງພັກ ແລະ ລັດຖະບານລາວ, ແຕ່ໃນເຊີງການຈັດຕັ້ງປະຕິບັດພັດກົງກັນຂາ້ມ ຜູ້ກິນ ກິນຈົນຮາກ ຜູ້ຢາກ ຢາກຊິຕາຍ ຈະມີຄວາມຍຸດຕິທຳໃດ້ຈັງໃດທ່ານເອີຍ  ฯฯฯฯฯฯฯฯฯฯฯฯฯฯฯฯฯฯ

__________________
Anonymous

Date:

Anonymous wrote:
ປາບຄົນໂກງ wrote:

ຮຽນ ທ່ານລັດຖະມົນຕີວ່າການກະຊວງການເງີນ,

ຂ້າພະເຈົ້າເປັນນັກທຸລະກິດປະກອບການຂົນສົ່ງສີນຄ້າຜ່ານແດນໄທ-ຈີນ ສັງເກດເຫັນວ່າພາສີເຂດ1ແມ່ນຮັ່ງມີຫຼາຍແຕ່ບໍ່ແມ່ນທຸກໆຄົນ ມີແຕ່ຄະນະດ່ານບໍ່ເຕັນ, ຄະນະເຂດ ແລະຈຸງານກວດກາສາງສີນຄ້າ ຄິດສະເລ່ຍເດືອນລະ 100.000ໂດລາຕໍ່ຄົນ ເຂົາເຮັດເປັນຂະບວນການເພາະຫົວໜ້າເຂດ ທ່ານ ຄຳສາຍ ບໍ່ຮູ້ຈັກວຽກເອົາແຕ່ເງີນຢ່າງດຽວ ຊັບຊ້ອນເອົາແຕ່ຄົນເຂົາມາຢູ່ບ່ອນສຳຄັນ ປະຈຸບັນພາກັນຊື້ລົດແຄມຣີມາຈາກຈີນຜູ້ລະຄັນເສຍພາສີຄັນລະ 10ລ້ານກີບ ທັ້ງໆທີ່ຕົວຈິງເສຍຄັນລະ100ກ່ວາລ້ານກີບ ມາຂີ່ ບາງຄົນຊື້ແລນຄລຸຍເຊີລາຄາເປັນ100ກ່ວາໂດລາຂີ່, ທ້າວ ຄຳຜາຍ ຫົວໜ້າດ່ານມາປຸກເຮືອນຢູ່ຂ້າງເຮືອນທ່ານສຸກັນມະຫາລາດ ລາຄາ ລ້ານກ່ວາໂດລາ ເອົາເງີນມາແຕ່ໃສ ຖືວ່າພວກເຂົາບໍ່ຢ້ານກົວເລີຍນັບຕັ້ງແຕ່ສ້າງຕັ້ງເຂດມານີ້. ລາຍໄດ້ຫຼັກໄດ້ຈາກຂົນສີນຄ້າຕ້ອງຫ້າມຜ່ານແດນ ເຊັ່ນ: ໄມ້ຂະຍຸງ, ງາຊ້າງ ແລະສີນຄ້າລະເມີດລິຂະສິດ, ສ່ວນພວກຢູ່ສາງແມ່ນຮ່ວມຫົວກັບພະແນກກວດກາກົມພາສີປ່ອຍສີນຄ້າແລ້ວແບ່ງກັນກິນ ນອກຈາກນັ້ນຍັງເກັບຄ່າທຳນຽມແຈ້ງເອກະສານຊຸດລະ 200.000ກີບ ສົ່ງກົມ 100.000ກີບ ມື້ນຶ່ງປະມານ 200ຊຸດ ຮ່ວງນີ້ເອົາໄວ້ຮັບແຂກ. ຫົວໜ້າພາສີເຂດມີແຕ່ຈັດງານພົບປະ ກິນລ້ຽງຕະລອດ. ສ່ວນຜູ້ປະກອບການຄືພວກຂ້າພະເຈົ້າຈ່າຍນຳກໍ່ບໍ່ໄຫວ ຊ້ຳບໍ່ພໍ ກົດໜ່ວງເວລາ ກ່ອນສ້າງຕັ້ງເຂດແຈ້ງເຄື່ອງເສຍພາສີໃຊ້ເວລາເຄິ່ງມື້ ຊ້າສຸດແມ່ນນຶ່ງມື້ ບາດມາສ້າງຕັ້ງເຂດແທນທີ່ຊີ່ດີຂຶ້ນພັດແຮງຂີ້ລ້າຍໃຊ້ເວລາ 7ວັນ ໄວສຸດ 5ວັນ ຊ້ຳບໍ່ພໍອະນຸຍາດໃຫ້ເອກະຊົນມາສ້າງຕັ້ງສາງເກັບເງີນອີກ ເຄື່ອງຈະເຂົ້າສາງຫຼືບໍ່ ບໍ່ສົນໃຈ ໃຜບໍ່ຈ່າຍຄ່າຜ່ານສາງ ພາສີບໍ່ແຈ້ງເອກະສານໃຫ້ ຕາມຕົກລົງກັນຢູ່ກອງປະຊຸມຂົນສົ່ງແຫ່ງຊາດແມ່ນບໍ່ໃຫ້ເກັບຄັນເຄື່ອງບໍ່ເຂົາສາງ.

ສະນັ້ນ ຈຶ່ງຂໍຮ້ອງຮຽນມາຍັງທ່ານເພື່ອກວດສອບຄືນດ້ວຍ ບໍ່ໄດ້ມີເຈດຕະນາໃສ່ຮ້າຍປ້າຍສີ ແຕ່ເວົາຄວາມຈິງທຸກປະການ.

 ຂໍຊົມເຊີຍບັນດາທ່ານທີ່ກ້າຫານ ເປີດໜ້າກາກຄົນບໍ່ດີ, ແຕ່ເວົ້າກັນຢູ່ໃນນີ້

ກໍ່ຊິໄປເຖີງທ່ານລັດຖະມົນຕີເພີ່ນຢູ່ບໍ່?

ຂໍໂທດເດີບາງເທື່ອພວກທ່ານອາດຈະມີວິທີສົ່ງຕ່າງຫາກແລ້ວມີແຕ່ມາເວົ້າ

ໃຫ້ຫລາຍຄົນຮູ້ນຳຊື່ໆ, ຖ້າເປັນແນວນັ້ນແລ້ວກໍ່ດີ

 ເລື້ອງນີ້ ທຳໃຈເຖາະໂຍມເອີຍ ! ມັນຮົ່ວມາແຕ່ຂື່ແຕ່ແປ ໄກ່ເຫັນຕີນງູ ງູເຫັນນົມໄກ່ ແລ້ວໃຜຊິກ້າແກ້ເດ່ ! ປົງສະ ເວົ້າໄປກໍ່ຄືໝາເຫົ່າຍົນຊື່ໆ nofurious

__________________
Anonymous

Date:

Anonymous wrote:

ປະເທດຊາດມັ້ງຄັ້ງເຂັ້ມແຂງ,ປະຊາຊົນຮັງມີຜາສຸກ,ສັງຄົມມີຄວາມເປັນເອກະພາບ ປະຊາທິປະໄຕ ຍຸດຕິ ແລະ ສີວິໄລ ນີ້ແມ່ນຄວາມມຸ້ງມາດປາດຖະຫນາຂອງພັກ ແລະ ລັດຖະບານລາວ, ແຕ່ໃນເຊີງການຈັດຕັ້ງປະຕິບັດພັດກົງກັນຂາ້ມ ຜູ້ກິນ ກິນຈົນຮາກ ຜູ້ຢາກ ຢາກຊິຕາຍ ຈະມີຄວາມຍຸດຕິທຳໃດ້ຈັງໃດທ່ານເອີຍ  ฯฯฯฯฯฯฯฯฯฯฯฯฯฯฯฯฯฯ

 ຂໍໄຫ້ທາງການເປີດເວັບໄຊການຕໍ່ຕ້ານສໍ້ລາດບັງຫລວງໄຫ້ແດ່

ພໍສີໄຫ້ ພວກທີ່ມັກຈົ່ມແຕ່ຢູ່ໃນເວບນີ້

ມີບອ່ນຟອ້ງ ວ່າມີໃຜແດ່ຮັ່ງມີຜິດປົກະຕິ

ດີບໍ່

__________________
Anonymous

Date:

ດີຫລາຍຖ້າລັດຖະບານມີເວັບໄຊ ຮັບເອົາຄຳຄິດເຫັນຂອງສັງຄົມ, ແຕ່ຕ້ອງຕັ້ງຄະນະກຳມະແກ້ໄຂໃດແລ້ວ ບໍ່ແມ່ນແກ້ຕົວ ຫລາຍກ່ວາແກ້ໄຂ ໂດຍສະເພາະທ່ານ ຈູມມະລີ ໄຊຍະສອນ ຕ້ອງເປີດໄຟຂຽວໃຫ້ ທ່ານ ດຣ ວຽງທອງ ສີພັນສີພັນດອນ ເຕັມທີ່ ພິດກໍ່ຕ້ອງປະຕິບັດໄປຕາພິດ

__________________
Anonymous

Date:

ຖ້າຍັງໃຊ້ລະບົບອຸປະຖຳຄືປະຈຸບັນ ຍາກທີ່ຈະແກ້ໄຂໃດ້ ເພາະວ່າລະບົບອຸປະຖຳນີ້ແມ່ນຮັບໃຊ້ກຸ່ມຄົນໃດຫນື່ງເທົ່ານັ້ນ ໄກ່ເຫັນຕີນງູ ງູເຫັນນົມໄກ່ 

 ຄົນດີມັກແກ້ໄຂ ຄົນຈັງໄຮ ມັກແກ້ຕົວ 55555555555555555555biggrin

__________________
Anonymous

Date:

Anonymous wrote:

ຖ້າຍັງໃຊ້ລະບົບອຸປະຖຳຄືປະຈຸບັນ ຍາກທີ່ຈະແກ້ໄຂໃດ້ ເພາະວ່າລະບົບອຸປະຖຳນີ້ແມ່ນຮັບໃຊ້ກຸ່ມຄົນໃດຫນື່ງເທົ່ານັ້ນ ໄກ່ເຫັນຕີນງູ ງູເຫັນນົມໄກ່ 

 ຂ້ອຍກໍ່ເປັນຄົນໜຶ່ງ ທັງຮັກພັກ ປປລາວ ທັງຮັກລະບອບໃໝ່ ເພາະແນວທາງດີ ຜູ້ນຳລຸ້ນເກົ່າກໍ່ດີເລີດ ເຊັ່ນລຸງ ສຸພາ ລຸງ ພູມີ ລຸງ ໜູຮັກ ລຸງ ໄກສອນ ແລະ ລຸງປ້າອື່ນໆ ທີ່ຂຶ້ນປົກຄອງປະເທດໃນປີ 1975 ຫັ້ນນ່າ ພວກເພິ່ນບໍລິສຸດຕໍ່ຊາດຕໍ່ປະຊາຊົນ ຕາມຄຳສອນຂອງ ເລນິນ ຂອງ ລຸງ ໂຮ ແທ້ ! ແຕ່ຜູ້ນຳລຸ້ນ10 ກວ່າປີມານິຕິ ຟ້າເອີຍ ມືໃຜຍາວສາວໄດ້ສາວເອົາ ບ້ານຳເງິນຄຳໝົດຄອບຄົວ ໝົດຈຸ້ມໝົດເຈື້ອ ຕະຫລາດລູກເມຍເພິ່ນກໍ່ຢູ່ອຸດອນ ຂອນແກ່ນ ກຸງເທບ ພຸ້ນ ! ໄຮໂຊ ບ້ານຳວັດຖຸນິຍົມ ຍົດຖາບັນດາສັກ ອວດຮັ່ງອວດມີກັນໝົດ ເພິ່ນເອີ້ນກັນ ກໍ່ ຍາປ້າ ມ໋ອມລຸງ ເປັນຄຳສັບສັກດີນາ ທີ່ພວກເພິ່ນເຄີຍດ່າ ເຄີຍ ໂຄ່ນລົ້ມ ແລ້ວພວກເພິ່ນເອົາກັບມາໃຊ້ເອງ ຢ່າງໜ້າດ້ານໆ ແບບບໍ່ເຫັນຫົວລາຊດອນຜູ້ທຸກຍາກເລີຍ ! ຈັກເພິ່ນຮູ້ຫລືບໍ່ ເວລາເພິ່ນລົງໄປໂອ້ລົມ

ກະຊວງ ກົມກອງ ທ້ອງຖິ່ນ ບາດຍ່າງອອກໄປແລ້ວ ປະຊາຊົນ ແລະ ພະນັກງານທົ່ວໄປ ເບະສົບນຳຫລັງ ຍ້ອນຮູ້ຂີ້ພື້ນພວກເພິ່ນ ! ອີ່ຕົນ ສປປລາວ ເດ່ ຈັກຊິຍືນຍົງໄປຮອດໃສ ມີຜູ້ໃຫຍ່ຈອມໂກຍທັງຫລາຍແນວນີ້ nodisbelief ຄັນບໍ່ມີ ຈີນ ກັບ ຫວຽດ ຄໍ້າໄວ້ ຢ້່ານໄປແຕ່ດົນ !

__________________
Anonymous

Date:

ຈັກຊິເປີດເຣັດຫັຍງໄຟຂຽວເປິດທົ່ວປະເທດກໍ່ກວດສອບບໍ້ໄດ້ດອກຖ້າທ່ານນາງວຽວທອງຊິເຣັດແທ້ລອງກວດກາຊັບສີນຢູ່ເຣຶອນຕະກຸນຂອງ

ເພີ່ນກ່ອນແລ້ວຄ່ອຍກວດຄົນອຶ່ນພາສິດລາວເວົ້າວ່າໝ້າແຂ່ງໂຕຍັງຫົກຢູ່ຢ່າໄປສອນຜູ້ອຶ່ນ

__________________
Anonymous

Date:

ໂອແມ່ນໃດນໍ ຊິເປັນນາງແບບໂຄສະນາຢາປົວສິວ ເພື່ອໃຫ້ສັງຄົມຊື້ ແຕ່ໂຕຊຳພັດເປັນສິວເຕັມຫນ້າ ອັນນີ້ໃຜຊີເສືອນໍ  

__________________
Anonymous

Date:

ເອາແບບນີ້ໃຫ້ແດ່ແມ

77026863863696267897.jpg

__________________
Anonymous

Date:

ຂ້າພະເຈົ້າຄິດວ່າ ຄວນຈ້າງອົງການຂອງສາກົນເຂົ້າມາກວດສອບ ແລ້ວໃຫ້ລົງໂທດຜູ້ທີ່ກະທຳຜິດ ໂດຍການຍຶດຊັບສິນທັງໝົດເຂົ້າລັດ ແລ້ວຕັດສິດທາງການເຂົ້າເປັນພະນັກງານທັນທີ

__________________
Anonymous

Date:

Anonymous wrote:

ຈັກຊິເປີດເຣັດຫັຍງໄຟຂຽວເປິດທົ່ວປະເທດກໍ່ກວດສອບບໍ້ໄດ້ດອກຖ້າທ່ານນາງວຽວທອງຊິເຣັດແທ້ລອງກວດກາຊັບສີນຢູ່ເຣຶອນຕະກຸນຂອງ

ເພີ່ນກ່ອນແລ້ວຄ່ອຍກວດຄົນອຶ່ນພາສິດລາວເວົ້າວ່າໝ້າແຂ່ງໂຕຍັງຫົກຢູ່ຢ່າໄປສອນຜູ້ອຶ່ນ

 ບໍ່ມີຄຳເຫັນ ແຕ່ຂໍຫົວໃຫ້ມັນສະໃຈໂຕເອງກໍ່ພໍbiggrinbiggrinbiggrin5555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555555

__________________
Anonymous

Date:

Anonymous wrote:

ເອາແບບນີ້ໃຫ້ແດ່ແມ

77026863863696267897.jpg

 ບໍ່ໄດ້ສະອອນເຈັກ ແກວ ດອກເດີ້ ພີ່ນ້ອງ ! ແຕ່ຕ້ອງຍອມຮັບວ່າ ເລື່ອງປາບການສໍ້ລາດບັງຫລວງ ກິນສິນບົນ ເຂົາເຮັດໄດ້ດີແທ້ ປະເທດເຂົາຈັ່ງຈະເລີນໄວ ແລະ ຊີວິດປະຊາຊົນພະນັກງານທະຫານຕຳຫລວດເຂົາດຽວນີ້ກໍ່ດີກວ່າຄົນລາວຫລາຍເທົ່າ ທັ້ງໆທີ່ພົນລະເມືອງ ຫລາຍກວ່າເຮົາຈັກທໍ່ໃດເທົ່າ ທັງເຄີຍທຸກຈົນເຂົ້າຊິກອກໝໍ້ກໍ່ບໍ່ມີ ແລະມີສົງຄາມໜັກກວ່າເຮົາອີກ no ອີ່ຕົນປະເທດຂ້ອຍ ຄົນລາວຂ້ອຍເດ່ !confuse

 ມັນຕ້ອງມີສອງພັກການເມືອງ ເຂົ້າເອີ້ນວ່າ ພັກຝ່າຍຄ້ານ,

ພັກຝ່າຍຄ້ານ ຈະດູແລຊອດສອ່ງພວກໂກງກິນບ້ານກີນເມືອງໄດ້ດີກວ່າປະຊາຊົນ

 ຢ່າມາເວົ້າ ລັກໄລ່ຕາ ! ລະບອບເກົ່າເດ່ ເມືອງໄທຍດຽວນີ້ເດ່ ບໍເຫັນແກ້ໄດ້ ?!?! ຮູຂີ້ ຢ່າອ້າງແຕ່ຫລາຍພັກຫລາຍ ວຸ້ນວາຍ ບໍ່ມີໃຜຟັງໃຜ ເອົາຊື່ໆ ຜູ້ໃດກໍ່ວ່າຜູ້ນັ້ນເກັ່ງ ຟາງແຕ່ຖຽງກັນ ບໍ່ຕ້ອງເຮັດຕ້ອງສ້າງຫຍັງລະ ແລ່ນນຳກົ້ນໝູ່ຕະຫລອດໄປ !

__________________
Anonymous

Date:

Anonymous wrote:

ໂອແມ່ນໃດນໍ ຊິເປັນນາງແບບໂຄສະນາຢາປົວສິວ ເພື່ອໃຫ້ສັງຄົມຊື້ ແຕ່ໂຕຊຳພັດເປັນສິວເຕັມຫນ້າ ອັນນີ້ໃຜຊີເສືອນໍ  

ຖືກຕ້ອງລະ ໃຫ້ຄົນຈ່ອຍໄປໂຄສະນາຂາຍຢາຕຸ້ຍຫັ້ນລະເຂົາກໍ່ຫົວຂວັນເທົ່ານັ້ນລະ

__________________
Anonymous

Date:

ບາງຂໍ້ມູນການສໍ້ລາດບັງຫລວງໃນລາວ
 
1. ພາສີມີປະມານ 800ຄົນໃນທົ່ວປະເທດ ແຕ່ພວກທີ່ຮັ່ງມີຍ້ອນໜ້າທີ່ມີປະມານ 15% ພວກນີ້ແມ່ນພວກນາຍດ່ານສາກົນ, ສາກວດ ແລະຈະປະຈຳຢູ່ດ່ານເປັນເວລາດົນເປັນຢ່າງນ້ອຍ 5-10ປີຂຶ້ນໄປ ທີ່ສຳຄັນພວກນີ້ແມ່ນນາມສະກຸນໃຫ່ຍ, ເປັນລູກ ຫຼານ ຂອງຜູ້ໃຫ່ຍລະດັບກຳມະການສູນກາງພັກຂຶ້ນໄປຈຶ່ງບໍ່ມີໃຜເຮັດຫັຍງໄດ້ ສ່ວນຜູ້ບໍ່ມີເສັ້ນເປັນພາສີຈົນເຖົ້າກໍ່ຍັງທຸກຄືເກົ່າ; 
 
2. ການລັກລອບໜີພາສີບໍ່ສາມາດເກີດຂຶ້ນໄດ້ຖ້ານັກທຸລະກິດບໍ່ໃຫ້ການຮ່ວມມື ລວມທັງໜ່ວຍງານອື່ນອີກຄື: ການຄ້າ, ຕຳລວດເສດຖະກິດ, ອາກອນ, ປ່າໄມ້, ສາງສີນຄ້າ ແລະນັກທຸລະກິດທີ່ເຮັດໄດ້ກໍ່ມີເສັ້ນຄືກັນອີກ;
 
3. ການລັກລອບໜີພາສີມີການເຮັດເປັນຂະບວນການຄືດ່າຕົ້ນທາງ ແລະພະແນກກວດກາຮ່ວມມືກັນຈຶ່ງລອດ;
 
4. ຜູ້ໃຫ່ຍຂອງກົມພາສີ ແລະກະຊວງການເງີນກໍ່ຮູ້ໝົດ ຜ່ານມາມີການຈັບກຸມສີນຄ້າໜີພາສີໄດ້ແຕ່ບໍ່ມີການລົງໂທດພະນັກງານທີ່ກ່ຽວຂ້ອງຈຶ່ງເຮັດໃຫ້ເຂົາບໍ່ເກງກົວກົດໝາຍ;
 
5. ການສໍ້ລາດບັງຫລວງໃນລາວມີຢູ່ທຸກກະຊວງ, ທຸກແຂວງ, ທຸກຮູບແບບ ຂັ້ນເທິງກໍ່ຮູ້ດີແຕ່ບໍ່ມີການແກ້ໄຂ ແລະພາສີແມ່ນກອງຂີ້ໝາຂອງເພິ່ນ ໝາຍຄວາມວ່າພາກັນວ່າໃຫ້ແຕ່ພາສີເພື່ອໃຫ້ສັງຄົມເຂົ້າໃຈວ່າບ່ອນອື່ນດີໝົດແຕ່ໃນຄວາມຈິງບ່ອນອື່ນໜັກກ່ວາພາສີ ຕົວຢ່າງ: ໂຄງການກໍ່ສ້າງໂຄງລ່າງຂອງລັດຖະບານມັນມະຫາສານ ມັນມີມູນຄ່າ 10ຕື້ຂຶ້ນໄປຄູນໃຫ້ 15% ເບິ່ງໄດ້ເທົ່າໃດ ທຽບໃສ່ພາສີໂກງຈິບຈ້ອຍໄປເລີຍ.
 
6. ຂ້ອຍຂໍນິຍາມການທຸຈະລິດວ່າມີສອງປະເພດໃຫ່ຍ ຄື: 1. ສໍ້ລາດ ບັງຫຼວງ ອັນນີ້ຖືວ່າລະດັບນ້ອຍ ສ່ວນພວກກ່ຽວຂ້ອງມີ ພາສີ, ອາກອນ, ການຄ້າ, ປ່າໄມ້, ຕຳລວດ ແລະອື່ນໆ ຊຶ່ງເປັນເຈົ້າໜ້າທີ່ຊັ້ນຜູ້ນ້ອຍເຮັດກັນ;
 
2. ສໍ້ຫຼວງ ບັງລາດ ນີ້ແມ່ນລະດັບມະຫາສານ ແລະອັນຕະລາຍທີ່ສຸດ ໄດ້ແກ່ພວກທີ່ນຳໃຊ້ເງີນກູ້ຢືມຕ່າງປະເທດ, ເງີນງົບປະມານແຜ່ນດີນ ໄປແບ່ງປັນກັນກິນ ຄືໂຄງການກໍ່ສ້າງຕ່າງໆ ກະຊວງທີ່ກ່ຽວຂ້ອງໂດຍກົງແມ່ນກະຊວງໂຍທາ, ປ້ອງກັນປະເທດ, ສຶກສາໂດຍສະເພາະແມ່ນວຽກງານກິລາ, ສາທາ, ຕ່າງປະເທດ ແລະອື່ນໆ. ນີ້ແມ່ນຄວາມເຫັນສ່ວນຕົວ ຖືກຫຼືຜິດຂໍອະໄພໂທດນຳ ທີ່ເວົ້າມາກໍ່ແມ່ນຢາກໃຫ້ການນຳຂັ້ນສູງຂອງລັດຖະບານຮັບຮູ້ ຍອມຮັບຄວາມຈິງ ແລະພາກັນແກ້ໄຂ ຖ້າເຮັດບໍ່ໄດ້ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະລັດຖະບານຈະໝົດໄປໃນທີ່ສຸດ.

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard