Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄາໃຈ
ສສ

Date:
ຄາໃຈ


ຄາໃຈ! ບາງໂຄງການກໍ່ສ້າງຂອງລັດ ອາດບໍ່ຜ່ານການປະມູນ ວັນທີ 27/02/2013 - ເວລາ 13:53:37 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້   ຂ່າວ : ພະ ນອມ​ໄພ    ໃນ​ໄລ ຍະ​ຜ່ານ​ມາ ປະ ຊາ ຊົນ​ໄດ້ ເກີດ​ມີ​ຫລາຍ​ຄຳ​ຖາມ​ຄາ​ໃຈ ແລະ ສ່ອງແສງ​ມາ​ຍັງ​ຫນັງ ສື ພິມ​ເສດ ຖະ­ກິດ-ສັງຄົມກ່ຽວ​ກັບ​ໂຄງ ການ​ກໍ່ ສ້າງ​ຕ່າງໆ ເປັນ ຕົ້ນ​ແມ່ນ​ເບື້ອງ​ລັດ​ທີ່​ບາງ​ໂຄງການ​ຄາດ​ວ່າ ອາດ​ບໍ່​ຜ່ານ​ຂະ​ບວນ​ການປະ ມູນ​ເອົາ​ບໍ ລິ ສັດ​ຜູ້​ຮັບ​ເຫມົາ​ກໍ່ ສ້າງທີ່​ຈະ​ສົ່ງ​ຜົນ​ກະ ທົບ​ເຖິງ​ຄຸນ​ນະ​ພາບຂອງ​ວຽກ​ໄດ້ ໂດຍ​ປະ ທານ ສ​ສວ ເປີດ ເຜີຍ​ວ່າ ບັນ ຫາ​ເຫລົ່າ​ນີ້​ຕົ້ນ​ເຫດ​ເກີດຈາກ​ຫລາຍ​ປັດ​ໄຈ.    ເຖິງ​ຈະ​ມີ​ການ​ຢັ້ງ ຢືນ​ຈາກ​ພະ ນັກງານ​ທີ່​ກ່ຽວ ຂ້ອງ​ວ່າ​ບໍ ລິ ສັດ​ທີ່​ຮັບເຫມົາ​ກໍ່ ສ້າງ​ໂຄງ ການ​ໃດ​ຫນຶ່ງນັ້ນ ແມ່ນ​ເປັນ​ບໍ ລິ ສັດ​ທີ່​ຊະ ນະ​ຈາກ​ການ​ປະມູນ​ກໍ່ ສ້າງ​ກໍ່​ຕາມ  ແຕ່​ຈຳ ນວນ​ໂຄງ ການເຫລົ່າ ນັ້ນ​ຜ່ານ​ມາ​ແມ່ນ​ເຫັນ​ວ່າການເປີດ ເຜີຍ​ການ​ປະ ມູນ​ຍັງ​ມີ​ນ້ອຍ ຈິ່ງກໍ່​ໃຫ້​ເປັນ​ສະ​ນວນ​ຄວາມ​ບໍ່​ເຂົ້າ ໃຈຂອງ​ປະ ຊາ ຊົນ​ຈຳ ນວນ​ຫນຶ່ງ​ທີ່​ສະແດງ​ຄວາມ​ເປັນ​ຫ່ວງ​ເລື່ອງ​ຄຸນ​ນະພາບ​ຂອງ​ວຽກ​ງານ​ທີ່​ອາດ​ຈະ​ບໍ່​ໄດ້ມາດ ຕະ ຖານ ໂດຍ​ປະ ຈຸ​ບັນ ສປປ ລາວ ກໍ່​ກຳ ລັງ​ສຸມ​ໃສ່​ພັດ ທະ ນາ​ພື້ນ ຖານ ໂຄງ​ລ່າງເປັນ ຕົ້ນ​ແມ່ນ​ເສັ້ນ ທາງ​ລວມເຖິງ​ສຳ ນັກ ງານ​ອົງ ການ​ຕ່າງໆ​ຂອງລັດ.    ທ່ານ ພອນ​ໄຊ ສຸດ ທິ​ພົງ ປະ ທານ ສະ ມາ ຄົມ​ສະ ຖາ ປະ ນິກ ແລະ ວິ​ສະວະ​ກອນ​ກໍ່ ສ້າງ​ລາວ ຫລື ສ​ສວ ໃຫ້ ສຳ ພາດ​ຕໍ່​ສື່​ມວນ​ຊົນ​ເມື່ອ​ທ້າຍ​ອາ ທິດ ຜ່ານ​ມາ​ວ່າ: ສ​ສວ ມາ​ຮອດ​ປະ ຈຸ​ບັນ ມີ​ອາ ຍຸ​ໄດ້ 7 ປີ ໂດຍ​ສ້າງ ຕັ້ງ​ຂຶ້ນ​ມາ​ເພື່ອເຕົ້າ ໂຮມ​ເອົາ​ບັນ ດາ​ສະ ມາ ຊິກ​ເຂົ້າຮ່ວມ​ດ້ວຍ​ຄວາມ​ສະ ຫມັກ​ໃຈ ເຊິ່ງ​ປະກອບ​ດ້ວຍ 2 ອາ ຊີບ​ຄື ສະ­ຖາ ປະ ນິກ ແລະ ວິ ສະ ວະ ກອນ ແຕ່​ສະ ມາ ຊິກ​ສ່ວນໃຫຍ່​ເປັນ​ບໍ ລິ ສັດ​ມີ​ຈຳ ນວນ 1.188 ທ່ານ ໃນ​ນີ້ ສະ ມາ­ຊິກ​ຖາ ວອນ 1.023 ທ່ານ,ສົມ ທົບ 158 ທ່ານ ແລະ ອີກ 7 ທ່ານ​ແມ່ນ​ສະ ມາ ຊິກ​ທີ່​ປຶກ ສາ.    ຢ່າງ ໃດ​ກໍ່​ຕາມ ຕໍ່​ກັບ​ຄຳ​ຖາມທີ່​ສື່​ມວນ​ຊົນ​ຕັ້ງ​ຂຶ້ນ​ກ່ຽວ​ກັບ​ບັນຫາ​ການ​ກໍ່ ສ້າງ​ໃນ​ປະ ຈຸ​ບັນ​ທີ່ບາງ​ໂຄງ ການ​ຂອງ​ລັດ​ອາດ​ບໍ່​ມີການ​ປະ ມູນ ທ່ານ​ປະ ທານ ສ​ສວ ໃຫ້​ຄຳ​ເຫັນ​ວ່າ: ເລື່ອງ​ດັ່ງ ກ່າວ ແມ່ນ​ຫນຶ່ງ​ໃນ​ບັນ ຫາ​ທີ່​ທາງ​ສະມາ​ຄົມ​ກຳ ລັງ​ສະ ເຫນີ ເພື່ອ​ໃຫ້​ຂັ້ນ​ເທິງ​ເຫັນ​ເຖິງ​ບົດ ບາດ​ຂອງ ສ​ສວ ເພາະ​ພວກ​ເຮົາ​ຈະ​ເປັນ​ທີ່ປຶກ ສາ​ສຳ ລັບ​ການ​ຈັດ​ຂັ້ນ​ຕອນ​ຂອງ​ການ​ປະ ມູນ​ຕ່າງໆ​ໂດຍ​ວິຊາ​ຊີບ​ຢູ່​ແລ້ວ.    ຫມາຍ​ຄວາມ​ວ່າ​ໂຄງ ການຫນຶ່ງ​ທີ່ ສ​ສວ ເປັນ​ທີ່​ປຶກ ສາ​ຈະຊ່ວຍ​ເຈົ້າ​ຂອງ​ໂຄງ ການ​ເຮັດວຽກ​ໃນ​ການ​ປະ ມູນ ເພື່ອ​ເຮັດແນວ ໃດ​ໃຫ້​ໂຄງ ການ​ຂອງ​ລັດເປັນ​ໄປ​ຕາມ​ລະ ບຽບ​ຂອງ​ການຈັດ​ຊື້ ຫລື ຂັ້ນ​ຕອນ​ຂອງ​ການ​ປະມູນ ເຊິ່ງ​ປະ ກອບ​ມີ​ຫລາຍ​ປັດ​ໄຈຄື​ລັດ​ຕ້ອງ​ມີ​ທຶນ​ສຳ​ຫລວດ ແລະ ຜູ້​ອອກ​ແບບ​ກ່ອນ ໂດຍ​ຈຳ ນວນໂຄງ ການ​ໃນ​ຜ່ານ​ມາ​ສ່ວນ​ໃຫຍ່ ແມ່ນ​ອາ ໄສ​ບໍ ລິ ສັດ​ເປັນ​ຜູ້​ອອກແບບ​ໃຫ້​ແນ່ ນອນ​ບໍ ລິ ສັດ​ຜູ້​ທີ່ອອກ​ແບບ​ກໍ່​ຕ້ອງ​ດຳ ເນີນ​ງານ​ບໍ່ພຽງ​ແຕ່​ເປັນ​ຜູ້​ອອກ​ແບບ​ເທົ່ານັ້ນ ແຕ່​ຈະ​ເປັນ​ຜູ້​ຮັບ​ເຫມົາ​ກໍ່ສ້າງ​ນຳ.      ແຕ່​ເມື່ອ​ຖາມ​ວ່າ​ວິ ທີ​ການ​ນີ້ ຖືກ ຕ້ອງ ຫລື ບໍ່ ທ່ານ​ປະ ທານ ສ​ສວ ມີ​ທັດ ສະ ນະ​ວ່າ: ບາງ​ປະເທດ​ກໍ່​ໃຊ້​ວິ ທີ​ການ​ນີ້​ຄື​ກັນ ແຕ່ກໍ່​ເປັນ​ໂຄງ ການ​ທີ່​ມີ​ຂອບ​ເຂດ ຈຳ ກັດ​ທາງ​ດ້ານ​ຕົວ​ເລກ​ງົບ​ປະມານ ຕົວ ຢ່າງ​ໂຄງ ການ​ຂອງ​ທະນາ​ຄານ​ພັດ ທະ ນາ​ອາ ຊີ ເຊິ່ງ​ເປັນໂຄງ ການ​ແບບ​ເຄື່ອນ​ທີ່​ໃນ​ວົງ​ເງິນ​ອາດ​ບໍ່​ເກີນ 5 ຫມື່ນ ຫລື 1 ແສນ​ໂດ​ລາ​ສະ ຫະ ລັດ ທີ່​ປະກອບ​ມີ 3 ລາ ຄາ ສະ ນັ້ນ ຕໍ່​ກັບບັນ ຫາ​ນີ້​ທາງ​ສະ ມາ ຄົມ ສ​ສວ ກຳລັງ​ເພີ່ມ​ທະ ວີ​ສ້າງ​ຄວາມ​ເຊື່ອຫມັ້ນ​ໃຫ້​ແກ່​ລັດ ໂດຍ​ສະ ມາ ຄົມຈະ​ເຂົ້າ​ໄປ​ຊ່ວຍ​ໃນ​ດ້ານ​ການອອກ​ແບບ ແລະ ວາງ​ແຜນ ຜັງການ​ກໍ່ ສ້າງ​ໃຫ້ ເຊິ່ງ​ສະ ມາ ຊິກ​ທີ່​ມີ​ເງື່ອນ ໄຂ​ກໍ່​ລົງ ທຶນ​ໃນ​ດ້ານ​ນີ້​ໃຫ້​ລັດ​ກ່ອນ ທ່ານ ພອນ​ໄຊ ສຸດ ທິ​ພົງ ກ່າວ.    ຢ່າງ ໃດ​ກໍ່​ຕາມ ໃນ​ກົດ ຫມາຍວ່າ​ດ້ວຍ​ການ​ລົງ ທຶນ​ຂອງ​ລັດສະ ບັບ​ປີ 2009 ມາດ ຕາ 15 ໄດ້ຈັດ​ແບ່ງ​ໂຄງ­ການ​ລົງ ທຶນ​ຂອງລັດ​ອອກ​ເປັນ 3 ປະ ເພດ​ຄື: ປະເພດ​ທີ 1 ມີ​ມູນ​ຄ່າ​ແຕ່ 50 ຕື້​ກີບຂຶ້ນ​ໄປ; ປະ ເພດ 2 ຫລາຍ​ກວ່າ 5 ຕື້​ກີບ​ແຕ່​ບໍ່​ເຖິງ 50 ຕື້​ກີບ ແລະ ປະ ເພດ 3 ມີ​ມູນ​ຄ່າ​ແຕ່ 5 ຕື້​ກີບ​ລົງ​ມາ ແລະ ໃນ​ມາດ ຕາ 37 ຂອງ​ກົດ ຫມາຍ​ສະ ບັບ​ດຽວ​ກັນ ມີ​ເນື້ອ​ໃນ​ສອດ ຄ່ອງ​ກັບ​ມາດ ຕາ 53 ຂອງ​ກົດ ຫມາຍ ວ່າ​ດ້ວຍ ການ​ກໍ່ ສ້າງ​ສະ ບັບ​ປີ 2009 ທີ່ ລະ ບຸ​ວ່າ: ການ​ຮັບ​ເຫມົາ​ກໍ່ ສ້າງ ໂດຍ​ທົ່ວ​ໄປ​ແລ້ວ​ຕ້ອງ​ມີ​ການ​ປະມູນ​ປະ ຕິ ບັດ​ຕາມ​ລະ ບຽບ​ການຢ່າງ​ເຂັ້ມ​ງວດ ແລະ ຮັບ ປະ ກັນການ​ເປີດ​ກວ້າງ​ໃຫ້​ມີ​ຄວາມ​ໂປ່ງໃສ​ສາ ມາດ​ກວດ​ສອບ​ໄດ້​ມີຄວາມ​ສະ­ເຫມີ ພາບ ແລະ ຍຸ ຕິ​ທຳ ແຕ່​ສຳ ລັບ​ໂຄງ ການ​ປະ ເພດ I ແລະ ປະ ເພດ II ໃຫ້​ດຳ ເນີນ​ການຢ່າງ​ເປີດ ເຜີຍ​ໂດຍ​ຜ່ານ​ສື່​ມວນຊົນວັກ​ຕໍ່​ມາ​ຂອງ​ມາດ ຕາ​ດຽວ ກັນ​ໄດ້​ລະ ບຸ​ອີ​ກວ່າ: ການ​ປະ ມູນໂຄງ ການ​ໃດ​ທີ່​ບໍ່​ຖືກ ຕ້ອງ​ຕາມກົດ ຫມາຍ​ທີ່​ຈັດ​ປະ ມູນ​ເປັນ​ພຽງຮູບ​ການ​ຖື​ວ່າ ການ​ປະ ມູນ​ນັ້ນເປັນ​ໂມ ຄະ.    ຂະ ນະ​ທີ່​ໃນ​ມາດ ຕາ 59 ສຳລັບ​ຂໍ້​ຫ້າມ​ທົ່ວ​ໄປ​ໄດ້​ລະ ບຸ​ໃນ​ຂໍ້ 3 ຂອງ​ກົດ ຫມາຍ ວ່າ​ດ້ວຍ​ການກໍ່ ສ້າງ​ໄດ້​ຫ້າມ​ການ​ສຳ​ຫລວດອອກ​ແບບ, ກໍ່ ສ້າງ, ຄວບ​ຄຸມ ແລະ ກວດ ກາ​ໂຄງ ການ​ກໍ່ ສ້າງຂອງ​ລັດ ແລະ ເອ ກະ​ຊົນ​ໂດຍແມ່ນ​ຜູ້​ດຽວ​ກັນ.

__________________
Anonymous

Date:

ກິນໄດ້ລົງຄໍ ພັດໄປຄາຢູ່ໃຈ

__________________
Anonymous

Date:

Anonymous wrote:

ກິນໄດ້ລົງຄໍ ພັດໄປຄາຢູ່ໃຈ


 ຄັກເວີຍສໍານວນນິ ກົດ Like ໃຫ້ເລີຍ



__________________


Member

Status: Offline
Posts: 23
Date:

ມີ​ກົດ​ມີ​ໝາຍ​ຢ່າ​ງ​ສົມ​ເຫດ​ສົມ​ຜົນ​ດີ​ຢູ່​ແລ້​ວ

ແຕ່​ການ​ປະ​ຕິ​ບັດ​ຕົວ​ຈິງ​ຍັງ​ບໍ່​ສົມ​ເຫດ​ສົມ​ຜົນ

ໄດ້​ແຕ່​ເວົ້າ ແຕ່​ເຮັດ​ບໍ່​ເປັນ ເຮັດ​ເປັນ​ແຕ່​ບໍ່​ເຮັດ ຫຼື ບໍ່​ໄດ້​ເຮັດ

ແນ​ວ​ນີ້ມັນ​ບໍ່​ຖືກ​ຕ້​ອງ ຕາມ​ຫຼັກ​ຄ​ວາມ​ເປັນ​ຈິງ​

ເຫັນ​ເຫັນ​ຢູ່​ວ່າ​ ຈຸດ​ໃດຄວນ​ແກ້​ໄຂ ກໍ່​ແກ້​ໄຂ​ຈຸດ​ນັ້ນ​ກ່​ອນ

ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕ​ອນ ຫຼື ການ​ປະ​ຕິ​ບັດ​ແບບກະ​ໂດດ​ຂັ້ນ​

ອັນ​ໃດ​ກໍ່​ດີ​ຄື​ກັນ ແຕ່​ຢ່າ​ໃຫ້​ມີ​ຊ່​ອງ​ວ່າ​ງ ເພື່ອ​ບໍ່​ໃຫ້​ສິ່ງ​ບໍ່​ດີ​ແຊກ​ຊ້​ອນ ຫຼື

ຄົນ​ຊ່​ວ​ຍ​ໂອ​ກາດ​ເຂົ້າ​ໄປ​ຫາ​ຜົນ​ປະ​ໂຫຍດ

__________________
kkpls
Anonymous

Date:

Anonymous wrote:

Anonymous wrote:

ກິນໄດ້ລົງຄໍ ພັດໄປຄາຢູ່ໃຈ


 ຄັກເວີຍສໍານວນນິ ກົດ Like ໃຫ້ເລີຍ


ກິນບໍ່ລົງຮອດໃສ້ ເລີຍໄປຄາຢູ່ພຸງ ປຸ້ງອອກປຸ້ງອອກ

__________________
ຊ່າງຮັບເຫມົາ

Date:
ບໍ່ຄາຄໍ ແຕ່ຄາໃຈ


 

ປານນີ້ຈັ່ງມາເວົ້າເລື້ອງປະມູນ

ພວກຂອ້ຍກິນກັນ ຫລັກລະ 5-6 ລ້ານໂດລາກັນຈົນສີອີ່ມແລວ້

 

ຖ້າປະມູນກັນແທ້ໆ ລອງເບິ່ງ ພວກຂອ້ຍສີພາກັນດຶງລາຄາຂຶ້ນໄປ

ຮອດຫລັກລະ 20-30 ລ້ານໂດລາ

ຄືຢູ່ລັດເຊັຍຫັ້ນ

 



__________________
Anonymous

Date:
RE: ຄາໃຈ


ຊ່າງຮັບເຫມົາ wrote:

 

ປານນີ້ຈັ່ງມາເວົ້າເລື້ອງປະມູນ

ພວກຂອ້ຍກິນກັນ ຫລັກລະ 5-6 ລ້ານໂດລາກັນຈົນສີອີ່ມແລວ້

 

ຖ້າປະມູນກັນແທ້ໆ ລອງເບິ່ງ ພວກຂອ້ຍສີພາກັນດຶງລາຄາຂຶ້ນໄປ

ຮອດຫລັກລະ 20-30 ລ້ານໂດລາ

ຄືຢູ່ລັດເຊັຍຫັ້ນ

 


 

ເວົ້າແທ້ຫວານິ......ຄັກສຸດ

 



__________________
Anonymous

Date:

 

ຖ້າປະມູນສາກົນ ແລະແບບເປີດແທ້ໆ ສ່ຳທາງຢູ່ວຽງເສັ້ນນຶ່ງບໍ່ກາຍສອງລ້ານດອກທ່ານ ສສ 

 

ກອ່ນສີປະມູນ ລອງໄລ່ລາຄາກາງອອກມາໄຫ້ ປຊຊ ຮູ້ຈັກນຳແດ່

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard