Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານໃດຊຳນານດ້ານກົດໝາຍຂໍຄຳຊີ້ແນະແດ່
ຊາວນາ

Date:
ທ່ານໃດຊຳນານດ້ານກົດໝາຍຂໍຄຳຊີ້ແນະແດ່


ລັດຖະບານໄດ້ຂື້ນເງີນເດືອນໃຫ້ພະນັກງານຕັ້ງແຕ່ເດືອນ ຕຸລາ 2012.

ສີ່ງທີ່ຂ້າພະເຈົ້າຢາກຂໍຄຳແນະນຳຈາກບັນດາທ່ານຜູ້ມີຄວາມຮູ້ດ້ານການເງີນ,

ກົດໝາຍທີ່ກ່ຽວຂ້ອງກັບລັດວິສະຫະກິດ ແລະ ກົດໝາຍແຮງງານວ່າ:

ບັນຫານີ້ກໍ່ກ່ຽວຂ້ອງກັບພະນັກງານໃນລັດວິສະຫະກິດຢູ່ບໍ່?.

ຍ້ອນວ່າຫົວໜ້າລັດວິສະຫະກິດບາງບ່ອນເພີ່ນບໍ່ຂື້ນເງີນເດືອນພື້ນຖານໃຫ້

ເພີ່ນວ່າ ລັດວິສະຫະກິດບໍ່ປະຕິບັດກໍ່ບໍ່ເປັນຫຍັງ ວ່າຊັ້ນ, ເພາະເພີ່ນຢ້ານໄດ້

ສ່ວນແບ່ງກໄລຈາກກະຊວງການເງີນໜ້ອຍລົງ

ຂໍຂອບໃຈ



__________________
Anonymous

Date:

ຂ້ານ້ອຍເຂົ້າມາກົດ LIKE ໃຫ້ທ່ານຊື່ໆເດີ, ຂະນາດເປັນຊາວນາກໍ່ຍັງຢາກສຶກສາກົດໝາຍບ້ານເມືອງ

ຂໍສັນລະເສີນ ແລະຂໍອ່ວຍພອນໃຫ້ທ່ານເກັບກ່ຽວເຂົ້າໄດ້ຫຼາຍໆ. ຂ້ານ້ອຍໄດ້ຍິນວ່າຊາວນາບ້ານເຮົາ

ພາກັນນິຍົມຂາຍເຂົ້າຂຽວ ກໍ່ອົດເປັນຫ່ວງພວກທີ່ມີທຸຣະກິດໂຮງສີບໍ່ໄດ້, ໂຊກດີເດີທ່ານ.



__________________
Anonymous

Date:

Anonymous wrote:

ຂ້ານ້ອຍເຂົ້າມາກົດ LIKE ໃຫ້ທ່ານຊື່ໆເດີ, ຂະນາດເປັນຊາວນາກໍ່ຍັງຢາກສຶກສາກົດໝາຍບ້ານເມືອງ

ຂໍສັນລະເສີນ ແລະຂໍອ່ວຍພອນໃຫ້ທ່ານເກັບກ່ຽວເຂົ້າໄດ້ຫຼາຍໆ. ຂ້ານ້ອຍໄດ້ຍິນວ່າຊາວນາບ້ານເຮົາ

ພາກັນນິຍົມຂາຍເຂົ້າຂຽວ ກໍ່ອົດເປັນຫ່ວງພວກທີ່ມີທຸຣະກິດໂຮງສີບໍ່ໄດ້, ໂຊກດີເດີທ່ານ.


 ຂອບໃຈເດີ່ອາວ, ກໍ່ຍ້ອນວ່າລຸງບໍ່ມັກເລື່ອງຄວາມບໍ່ຍຸຕິທຳ ເອົາລັດເອົາປຽບຜູ້ອື່ນ ສໍ້ໂກງຜູ້ອື່ນເພື່ອໄດ້ມາເປັນຜົນ

ປະໂຢດຕົນເອງ, ອິຕົນນ້ອງນຸ່ງ ລູກ ຫລານເຂົາໄປເຮັດວຽກນຳວິສະຫະກິດຂອງລັດນີ້ລະ ເຮັດວຽກ ບໍ່ໄດ້ຢູ່ໄດ້ເຊົາ

ເງີນເດືອນພັດຕ່ຳ, ລັດເພີ່ນປະກາດຂື້ນໃຫ້ຢ່າງເປັນທາງການແລ້ວ ແຕ່ວິສະຫະກິດຂອງລັດບາງບ່ອນຍັງບໍ່ຂື້ນ

ເພາະເພີ່ນຢ້ານເງີນບໍ່ເຫລືອຫລາຍ ເພີ່ນຊິໄດ້ສ່ວນແບ່ງຈາກກະຊວງການເງີນໜ້ອຍລົງ. ກໍ່ເລີຍຢາກຮູ້ວ່າເພີ່ນ

ເຮັດຖືກ ຫລືເຮັດຜິດຕໍ່ກົດໝາຍຊັ້ນດອກ, ເພາະວ່າກ່ອນເຮົາຊິໄປຕຳນິເພີ່ນກໍ່ຕ້ອງຕຳນິໃຫ້ຖືກລະບຽບຫລັກການ.

ສ່ວນວ່າຊາວນາບາງຄົນໄດ້ຂາຍເຂົ້າຂຽວກໍ່ຍ້ອນຢືມເງີນຢືມຄຳຈາກພວກບໍລິການເງີນກູ້ນອກລະບົບ ເພື່ອມາເຮັດນາຫັ້ນລະ

ບາງຄົນກໍ່ຢືມໃຫ້ລູກໄປຮຽນ ເພື່ອອານາຄົດຂອງລູກ ແຕ່ດອກເບ້ຍໂຫດສູ້ບໍ່ໄຫວກໍ່ຕ້ອງໄດ້ແກ້ໄຂຫັ້ນລະອາວເອີຍ



__________________
Anonymous

Date:

ຊິວິດຂອຍເອງ



__________________
Anonymous

Date:

Anonymous wrote:

ຊິວິດຂອຍເອງ

 

ເຈົ້າກໍ່ມັກເພັງ ອຈ ວໍຣະເດັດ ເນາະ


 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard