Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເວນກຳຕາມສະຫນອງ ສອງໂຈນດຶງກະເປົານັກທ່ອງທ່ຽວ
Anonymous

Date:
ເວນກຳຕາມສະຫນອງ ສອງໂຈນດຶງກະເປົານັກທ່ອງທ່ຽວ

541523_472396829476870_1201954973_n.png

ກອບປີ້ມາຈາກເພກ ຊີວິດຄືການຮຽນຮູ້

ສອງໂຈນດຶງກະເປົ໋ານັກທ່ອງທ່ຽວ ແຕ່ບໍ່ສຳເລັດ, ເຈົ້າຂອງຖົກກະເປົ໋າຄືນ ເຮັດໃຫ້ລົດເສຍຫລັກລົ້ມ ມືຂ້າງໜຶ່ງເຂົ້າລໍ້ລົດປັ່ນມືຂາດ.

ເຫດເກີດເວລາປະມານ 9 ມ. ແລງວັນເສົາຜ່ານມານີ້ ສອງໂຈນຂີ່ລົດຈັກຊ້ອນກັນ ພະຍາຍາມດຶງກະເປົ໋າສອງຜົວເມຍນັກທ່ອງທ່ຽວ
(ອາຍຸ 66 ແລະ 50 ປີ) ຄົນການາດາ ໃນຂະນະທີ່ກຳລັງຍ່າງກັບໂຮງແຮມຮອດເຂດ "ທະນາຄານ ກຣຸງໄທ" ຖະໜົນລ້ານຊ້າງ, ຜູ້ຊາຍ
ສອງຄົນຂີ່ລົດຈັກ ປ້າຍທະບຽນເລກທີ 9466, ຜູ້ຊາຍຄົນໜຶ່ງລົງລົດມາ ແລ້ວພະຍາຍາມດຶງເອົາກະເປົ໋າຈາກຜູ້ເປັນເມຍ.

ທ່ານ Anthony William Joseph Evers (ຜູ້ເປັນຜົວ) ເຫັນແນວນັ້ນ ຈຶ່ງພະຍາຍາມດຶງກະເປົ໋າຄືນ ແລະ ດຶງຂາຄົນຂັບລົດໄວ້
ຫວັງຈະຢຸດລົດ ຈົນກະເປົ໋າໄປພັນກັບກົງລົດຈັກ ແລະ ມືຂອງໂຈນ(ຜູ້ຊ້ອນລົດ) ກໍບັງເອີນຖືກປັ່ນເຂົ້າໄປໃນກົງລົດຈົນຂາດ.

ໂຊກດີ ພໍດີມີຜູ້ຊາຍສອງຄົນຢູ່ແຖວ "ກະຊວງສຶກສາທິການ" ເຫັນເຫດການ ແລ້ວມາຊ່ອຍຈັບສອງໂຈນ ໂດຍພາຄົນຂັບໄປປ້ອມ
ຍາມຂອງກະຊວງ ແລະ ພາໂຈນຜູ້ບາດເຈັບໄປໂຮງໝໍ, ແລະຊ່ອຍໂທແຈ້ງສົ່ງໂຕຄົນຮ້າຍໃຫ້ຕຳຫຼວດ, ເຊິ່ງພາຍຫຼັງໄດ້ລະບຸໂຕຜູ້ຮ້າຍ
ແມ່ນ ທ້າວ ວັດທະນາ (Vatthana Kuphokham) 22 ປີ, ແລະ ທ້າວ ລາດຊະວົງ (Latsavong Kuphokham) 20 ປີ,
ທັງສອງເປັນນັກຮຽນ-ນັກສຶກສາ ຈາກບ້ານໂພນສະຫວັນເໜືອ ເມືອງສີສັດຕະນາກ.

ຂະນະນີ້ ຄະດີຍັງຢູ່ໃນຂັ້ນຕອນການສະຫຼຸບການສືບສວນ ແລະ ຜູ້ກະທຳຜິດທັງສອງກໍຈະໄດ້ຖືກຮັບໂທດຕາມກົດໝາຍບ້ານເມືອງ.
ຈາກເຫດຮ້າຍດັ່ງກ່າວ, ເຈົ້າໜ້າທີ່ຈາກສຳນັກງານໃຫຍ່ຕຳຫຼວດນະຄອນຫຼວງ ກ່າວວ່າ ໄດ້ມີການມອບໝາຍເຈົ້າໜ້າທີ່ຕຳຫຼວ
ລົງພື້ນທີ່ຕາມເຂດຕ່າງໆ ທີ່ມີຄວາມສ່ຽງສູງ ເພື່ອປ້ອງກັນການປຸ້ນຈີ້ ຂີ້ລັກ, ດຶງກະເປົ໋າ ແລະ ເຫດອາດຊະຍາກຳອື່ນໆ ພ້ອມທັງປະ
ສານງານນຳກຸ່ມຕຳຫຼວດປະຈຳ ບ້ານ-ເມືອງ, ຕຳຫຼວດຈາລະຈອນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າຈະສາມາດເຄື່ອນ
ຫວວຽກງານໃຫ້ທັນເຫດການຮ້າຍໃນຕໍ່ໜ້າ.
ເຖິງຢ່າງໃດກໍຕາມ ແມ່ນຂໍແຈ້ງເຕືອນມາຍັງປະຊາຊົນໃຫ້ລະມັດລະວັງ ແລະ ຮັກສາເຄື່ອງຂອງໃຫ້ດີ ເພື່ອຫຼີກເວັ້ນການຕົກເປັນເຫຍື່ອ
ຂອງພວກດຶງກະເປົ໋າ.

__________________
Anonymous

Date:
RE: ເວນກຳຕາມສະຫນອງ ສອງໂຈນດຶງກະເປົານັກທ່ອງທ່ຽວ

ສົມນ້ຳໜ້າບັກໂຈນທັງສອງ ຕໍ່ໄປມັນຈະບໍ່ມືໄປດຶງກະເປົາຄົນອື່ນອີກ. ແລະຂໍຊົມເຊີຍພົນລະເມືອງດີທີ່ກະຊວງສຶກສາທີ່ຊ່ວຍເຫລືອທ່ານໂຈເຊັບ ແລະ ຄອບຄົວລາວ.

ວັນໜ້າຢາກຈະໄປເບິ່ງໜ້າບັກໂຈນທັງສອງ ຊຶ່ງ ບາງເທື່ອອ່າດຈະແມ່ນຄົນດຽວກັນກັບບັກທີ່ໄປດຶງກະເປົາຂອງນ້ອງສາວຂ້ອຍຢູ່ແຖວຂົວເມືອງນາຊາຍທອງເມື່ຶອອາທິດຜ່ານມານີ້. ເສຍດາຍແຕ່ໄປວຽກຢູ່ຕ່າງແຂວງ, ຄັນຊັ້ນຈະໄປນຳຢຽບພວກມັນຕື່ມ.

ບັກໂຈນພວກນີ້ແມ່ນນາມສະກຸນຫຍັງຊ່ວຍບອກເປັນພາສາລາວຕື່ມອີກແດ???

__________________
Anonymous

Date:

Anonymous wrote:

 ນາມສະກຸນພວກໂຈນຫ້າຮ້ອຍນີ້  ຄຶດວ່າແມ່ນ  ກຸໂພຄຳ

ບ້ານເມືອງເຮົາທຸກມີ້ນີ້ທຸກຍາກປານນັ້ນພຸ້ນຫວາ  ຈຶ່ງເຖິງຂນາດປົ້ນຈີ້ເອົາຕາມທາງແບບນີ້

ປະເທດມີປະຊາກອນບໍ່ຈັກລ້ານ  ແຕ່ປະຊາຊົນເຖິງຕ້ອງປົ້ນຈີ້ກິນ

ພັກຣັຖຄວນຕື່ນໂຕໄດ້ແລ້ວ  ຄວນຊອກຄົ້ນວິທີແກ້ປັນຫາທີ່ຕົ້ນເຫດ  ບໍ່ແມ່ນປາຍເຫດ

ຕົ້ນເຫດຄື  ເປັນຫຍັງເຂົາຈຶ່ງເປັນຈັ່ງຊັ້ນ  ວິເຄາະອອກມາເປັນຈຸດໆ ແລ້ວແກ້ທຸກຈຸດໃຫ້ມັນດີຂື້ນ

ບໍ່ແມ່ນມາແກ້ທີ່ປາຍເຫດ  ຄວາຍຫາຍຈຶ່ງລ້ອມຄອກ  ຈັບໂຈນລົງໂທດໂຈນນັ້ນແນ່ນອນທີ່ຕ້ອງເຮັດ

ແຕ່ບໍແມ່ນວິທີທີ່ສາມາດເຮັດໃຫ້ໂຈນເໝິດໄປຈາກສັງຄົມໄດ້

 ຕາມການຕີລາຄາຂອງ ຂ້າພະເຈົ້າ, ສາເຫດທີ່ເຮັດໃຫ້ຄົນກະທຳແບບນີ້ ກໍ່ຍ້ອນ

ການແພ່ລະບາດຂອງຢາເສບຕິດຫັ້ນລະ,​ມັນບໍ່ມີເງີນຊື້ຢາ ກໍ່ເລີຍເຮັດບ້າໄປທົ່ວ

ທີບ, ປຸ້ນຈີ້ ຊີງຊັບ, ຂີ້ລັກ, ງັດແງະ, ... ແຕ່ກໍ່ບໍ່ຄວນມອງຂ້າມຄົນຕ່າງດ້າວ

ອາດຈະມີສ່ວນປົນເປຢູ່ນຳຂະບວນນີ້, ຄືດັ່ງເຄີຍມີຂ່າວກ່ຽວກັບແກ້ງລັກລົດ

ຫລື ປຸ້ນຈີ້ຕ່າງໆ

__________________
Anonymous

Date:

Anonymous wrote:
Anonymous wrote:

ສົມນ້ຳໜ້າບັກໂຈນທັງສອງ ຕໍ່ໄປມັນຈະບໍ່ມືໄປດຶງກະເປົາຄົນອື່ນອີກ. ແລະຂໍຊົມເຊີຍພົນລະເມືອງດີທີ່ກະຊວງສຶກສາທີ່ຊ່ວຍເຫລືອທ່ານໂຈເຊັບ ແລະ ຄອບຄົວລາວ.

ວັນໜ້າຢາກຈະໄປເບິ່ງໜ້າບັກໂຈນທັງສອງ ຊຶ່ງ ບາງເທື່ອອ່າດຈະແມ່ນຄົນດຽວກັນກັບບັກທີ່ໄປດຶງກະເປົາຂອງນ້ອງສາວຂ້ອຍຢູ່ແຖວຂົວເມືອງນາຊາຍທອງເມື່ຶອອາທິດຜ່ານມານີ້. ເສຍດາຍແຕ່ໄປວຽກຢູ່ຕ່າງແຂວງ, ຄັນຊັ້ນຈະໄປນຳຢຽບພວກມັນຕື່ມ.

ບັກໂຈນພວກນີ້ແມ່ນນາມສະກຸນຫຍັງຊ່ວຍບອກເປັນພາສາລາວຕື່ມອີກແດ???

 ນາມສະກຸນພວກໂຈນຫ້າຮ້ອຍນີ້  ຄຶດວ່າແມ່ນ  ກຸໂພຄຳ

ບ້ານເມືອງເຮົາທຸກມີ້ນີ້ທຸກຍາກປານນັ້ນພຸ້ນຫວາ  ຈຶ່ງເຖິງຂນາດປົ້ນຈີ້ເອົາຕາມທາງແບບນີ້

ປະເທດມີປະຊາກອນບໍ່ຈັກລ້ານ  ແຕ່ປະຊາຊົນເຖິງຕ້ອງປົ້ນຈີ້ກິນ

ພັກຣັຖຄວນຕື່ນໂຕໄດ້ແລ້ວ  ຄວນຊອກຄົ້ນວິທີແກ້ປັນຫາທີ່ຕົ້ນເຫດ  ບໍ່ແມ່ນປາຍເຫດ

ຕົ້ນເຫດຄື  ເປັນຫຍັງເຂົາຈຶ່ງເປັນຈັ່ງຊັ້ນ  ວິເຄາະອອກມາເປັນຈຸດໆ ແລ້ວແກ້ທຸກຈຸດໃຫ້ມັນດີຂື້ນ

ບໍ່ແມ່ນມາແກ້ທີ່ປາຍເຫດ  ຄວາຍຫາຍຈຶ່ງລ້ອມຄອກ  ຈັບໂຈນລົງໂທດໂຈນນັ້ນແນ່ນອນທີ່ຕ້ອງເຮັດ

ແຕ່ບໍແມ່ນວິທີທີ່ສາມາດເຮັດໃຫ້ໂຈນເໝິດໄປຈາກສັງຄົມໄດ້

 Ya wao jung san.... Pak -Lat sa lat sorng sai... Puak peun hoo juk yu dok

__________________

Guru

Status: Offline
Posts: 695
Date:

ຄວາມຈິງແລ້ວຊາຕາກຳຂອງໝໍນັ້ນບໍເຖິງກັບມືຂາດ
ເພາະວ່າພຽງແຕ່ຢາກດຶງກະເປົາຄົນອື່ນ ເຊີ່ງຕາມກົດໝາຍອາດຈະໄດ້ຮັບໂທດຕິດຄຸກບໍຮອດປີ
ອານາຄົດໝໍນີ້ຕໍ່ໄປແຮງຢາກລຳບາກ ມີແຕ່ມືດຽວ ກາຍເປັນຄົນພິການ

__________________

 187557797.jpg

Anonymous

Date:

ເລື່ອງນີ້ຕຳຫຼວດລາວຄວນມີຄວາມລະອາຍທີ່ບໍ່ມີຄວາມກະຕືລືລົ້ນຕໍ່ການປະຕິບັດຫນ້າທີ່

ເກີດເປັນມື້ມາ ມີແຕ່ນັ່ງຢູ່ປ້ອມຍາມ ຖ້າແຕ່ເປົ່າລົດເອົາເງີນ. ການປຸ້ນຈີ້ ດືງກະເປົາຂອງໄວລຸ້ນລາວ

ລະບາດໄປທົ່ວ ແຕ່ຕຳຫຼວດແລະກະຊວງປ້ອງກັນປະເທດກໍ່ບໍ່ຍອມຕື່ນຕົວແກ້ໄຂບັນຫາຢ່າງເຖີງຖອງ

ນັ່ງຫາຍໃຈຖີ້ມແຕ່ລະມື້. ຂະໜາດວ່າບ່ອນເກີດເຫດ ຢູ່ໃກ້ປ້ອມຕຳຫຼວດບໍ່ຮອດ100ແມັດ ຂີ້ລັກມັນຍັງກ້າເຮັດ

ສະແດງວ່າການປຸ້ນຈີ້ເກີດຂື້ນຢູ່ທົ່ວທຸກຫົນແຫ່ງ ອ້ອມຂ້າງອ້ອມແອວຂ້ອຍຫຼາຍຄົນຖືກປຸ້ນຖືກຈີ້ ຂ້ອຍກໍ່ບໍ່ຮູ້ວ່າມື້ໄດ

ຈະມາຮອດຜຽນໂຕເອງ ເພາະມັນລະບາດໄປທົ່ວທຸກຍ່ອມຍ້າ ແຕ່ຕຳຫຼວດເຮົາຍັງນັ່ງຫາຍໃຈຖີ້ມ.

ຈີງຢູ່ວ່າຂີ້ລັກຖືກລົງໂທດກໍ່ສົມຄວນແລ້ວ ແຕ່ຢາກໃຫ້ເບີ່ງບັນຫາເລິກໄປກ່ອນນັ້ນ ວ່າສາເຫດທີ່ເຮັດໃຫ້

ການປຸ້ນຈີ້ແຜ່ລາມໄປທົ່ວຄືແນວນີ້ຍ້ອນຫຍັງ ຍ້ອນເຂົາຕິດຢາເສບຕິດ ໃຜເປັນຄົນຂາຍ ເປັນຫຍັງກະຊວງປ້ອງ

ກັນປະເທດເຖີງບໍ່ກະຕືລືລົ້ນທີ່ຈະແກ້ໄຂ ? ບໍ່ໄດ້ຢາກໂຈມຕີ ແຕ່ຢາກໃຫ້ແກ້ໄຂ ເພື່ອຄວາມປອດໄພແລະສະຫງົບສຸກ

ຂອງສັງຄົມ.

ດີໃຈ ແລະ ຂໍຂອບໃຈເປັນຢ່າງສູງນຳທ່ານທີ່ໄດ້ປະກອບຄຳເຫັນຂ້າງເທີງນັ້ນ.

ຂໍໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ.

ຕ້ອງການໃນການດຳລົງຊີວິດທີ່ດີກວ່າຄວາມປອດໄພ ແລະ ຕ້ອງໄດ້ລະມັດລະວັງຢູ່ຕະຫລອດເວລາ.

__________________

Member

Status: Offline
Posts: 23
Date:

​ບ້າ​ນ​ເຮົາ​ຈົນ​ຫຼາຍ​ຂື້ນ​ແລ້​ວ​ເນາະ

ບັນ​ດາ​ທ່າ​ນ​ຈົ່ງ​ລະ​ມັດ​ລະ​ວັງ​ໃນ​ການ​ໃຊ້​ຊິ​ວິດ​ປະ​ຈຳ​ວັນ​ແດ່​ເດີ

ຢ່າ​ພາ​ກັນ​ມັກ​ງ່າ​ຍ​ຫຼາຍ​ແລ້​ວ ຫັນ​ມາ​ໃຫ້​ຄ​ວາມ​ສຳ​ຄັນ​ກັບ​ຊິ​ວິດ​ໂຕ​ເອງ​ແບບ​ຈິງ​ຈັງ​ແດ່​ເດີ

ຈົນ​ພວກ​ນັ້ນບໍ່​ໄດ້ຄິດ​ໜ້າ​ຄິດ​ຫຼັງ​ແລ້​ວ ຂໍ​ພຽງ​ໄດ້​ໂອ​ກາດ​ເຮັດ​ໄປ​ໝົດ​

__________________
kkpls
Anonymous

Date:

ພີ່ນ້ອງເອີຍບ້ານເຮົານັບມື້ນັບມີບັນຫາ ຫວັງວ່າບັນດາທ່ານຜູ້ນຳຈະເຂົ້າໃຈວ່າອັນໃດແມ່ນໄພສັງຄົມຕົວຈິງ ຂໍໂທດເດີທ່ານຂ້າພະເຈົ້າເວົ້າແນວນີ້ກໍເພະາວ່າ ທີ່ຜ່ານມາສັງເກດເຫັນວ່າບ້ານເມືອງເຮົາມັກເຂົ້າໃຈຜິດ ຫລືເດີນຫລົງທາງຢູ່ເລື້ອຍໆກ່ຽວກັບການປົກຄອງ ເມື່ອກ່ອນຜູ້ບ່າວຜູ້ສາວລົມກັນກໍ່ເອີ້ນວ່າໄພສັງຄົມ ບາງຄັ້ງຈົນຖືກຈັບຖືກຂັງ 

ຂ້າພະເຈົ້າຄິດວ່າບັນຫາໄພສັງຄົມທີ່ເກີດຂຶ້ນໃນປະຈຸບັນນີ້ ມັນອາດພົວພັນກັບຫລາຍດ້ານ ບໍ່ແມ່ນພຽງແຕ່ດ້ານເສດຖະກິດພຽງຢ່າງດຽວ ແລະ ມັນກໍ່ຄົງຈະບໍ່ງ່າຍທີ່ຈະແກ້ໄຂ ກົງກັນຂ້າມມັນອາດຈະນັບມື້ນັບຮຸນແຮງຂຶ້ນຊັກໄຊ້ ຕາບໃດບ້ານເມືອງເຮົາຍັງບໍ່ມີກົນໄກການກວດສອບທີ່ເຂັ້ມແຂງຕາບນັ້ນບັນຫາຕ່າງໆຈະບໍ່ຖືກແກ້ໄຂຢາ່ງແນ່ນອນ ຍ້ອນຫຍັງ? 

ຖ້າພວກເຮົາໄປວິເຄາະເບິ່ງທິດຊິ້ນຳຂອງພັກ-ລັດຖະບານເຮົາຈະເຫັນວ່າ ທຸກຢ່າງງາມປານແຕ້ມ ແຕ່ບາດປະຕິບັດເຮັດຫບັງກະບໍ່ໄດ້ແຕ່ຈຳເປັນຕ້ອງລາຍງານໃຫ້ສັງຄົມຊາບທຸກຢ່າງຕ້ອງເປັນ ໄປໃນທາງບວກ ທັ້ງໆ ທີ່ໃຜກໍ່ຮູ້ວ່າຫຍັງເປັນຫຍັງແລະກໍຈຳເປັນຕ້ອງໄດ້ຕົບມື ເພືອບໆນຳເພິ່ນ ເອົາລະທ່ານ ສາຍເຫດທີ່ພາໃຫ້ມີໄພສັງຄົມທີ່ພວກເຮົາຄົນທຳມະດາພໍຈະເຫັນນຳກັນໄດ້ມີຫຍັງແດ່: 

1. ຢາເສບຕິດ ແມ່ນໃຜຢູ່ເບື້ອງຫລັງ ນັກທຸລະກິດຫລືວ່ານັກການເມືອງ ສາມາດກວດສອບໄດ້ບໍ່ ຜ່ານມາຢູ່ບ້ານເຮົາກໍ່ມັກຈະໄດ້ຍິນຫລາຍເລື່ອງ ວ່າຜູ້ນັ້ນຜູ້ນີ້ພົວພັນນຳເລື່ອງນີ້ ແບບບໍ່ເປັນທາງການ ແຕ່ບໍ່ມີໃຜກ້າຢືນຢັນ

2. ການພະນັນ ແມ່ນໃຜ ແລະເປັນຫຍັງຈຶ່ງຕ້ອງອະນຸຍາດໃຫ້ມີບ່ອນກາຊີໂນຫລາຍແທ້ ຢູ່ຈອກໃດແຈໃດເພິ່ນກໍ່ອະນຸຍາດໃຫ້ເປີດແຕ່ກໍ່ບໍ່ຮູ້ວ່າເພິ່ນມີການດູແລກັນແນວໃດ ທຳອິດເວົ້າວ່າສ້າງໃຫ້ສຳລັບນັກທ່ອງທ່ຽວແຕ່ຕໍ່ມາເຫັນມີແຕ່ຄົນລາວພໍ່ໄຮ່ພໍ່ນາເຂົ້າໄປຫລິ້ນ ເຫມິດເງິນແລ້ວກໍ່ເອົາເຮືອນເອົາລົດໄປຈຳ ບາງຄົນຫນ້າຕາພໍໄຄແດ່ ກໍ່ຂາຍມູນແມ່ໄປນຳ; ອີກຢາງເມື່ອເວົ້າເຖິງດ້ານນີ້ທ່ານສັງເກດເບິ່ງແມ້ ບຸນວັດຕາມປະເພນີບໍ່ວ່າຢູ່ຊົນນະບົດຫລືຕົວເມືອງມີການຫລິ້ນການພະນັນກັນແບບເປີດແຈ້ງໂດຍບໍ່ຢຳເກງກັນເລີຍ ເຊ່ນຫມາກຄະລອກ, ໄພ້ສາມໃບ... ຍົວະເອົາເງິນນຳເດັກນ້ອຍ ພໍມັນເຫມີດເງິນແລະຢາກຫລິ້ນຕໍ່ໃຫ້ໄດ້ຄືນເຈົ້າວ່າມັນຊິເຮັດແນວໃດ? ການທີ່ບ້ານເມືອງເຮົາມີການພະນັນຫລາຍນີ້ ບໍ່ແນ່ວ່າມັນມີຫຍັງພົວພັນກັບການເມືອງຫລືບໍ່!

ເວົ້າເລື່ອງການພະນັນອົດບໍ່ໄດ້ທີ່ຈະບໍ່ເອີ່ຍເຖິງຫວຍພັດທະນາ ໄລຍະຜ່ານມາເຮັດໄປທົ່ວທີບ ຫວຍກິລາ ຫວຍພິເສດ ຫວຍຕ່າງໆນາໆ ມີຮອດຫວຍຂອງອົງຄະນະພັກຈັດຂຶ້ນເພື່ອຫາລາຍໄດ້ຊິ ເຮັດກອງປະຊຸມ ແລ້ວ ມາບັງຄັບໃຫ້ກັນຊື້ຜູ້ນຶ່ງຢ່າງຫນ້ອຍຕ້ອງຊື້ເທົ່ານັ້ນເທົ່ານີ້ໃບ ສ່ວນຜົນການອອກຫວຍບໍ່ຮູ້ວ່າມີໃຜກວດວ່າເປັນໄປແບບໂປ່ງໃສແທ້ຫລືບໍ່ ໄດ້ຍິນບາງຄົນເວົ້າວ່າເລກຫວຍຢູ່ລາວ ຢາກໃຫ້ອອກໂຕໃດກໍ່ໄດ້ຜີເຈົ້າພໍ່ເພິ່ນແຂງວ່າຊັ້ນ ເບິ່ງໆແລ້ວຄຳເຂົາເວົ້າບາງທີກໍ່ອາດຈະເປັນຄວາມຈິງ ເພາະພໍ່ຫວຍແມ່ຫວຍຜູ້ໃດກໍ່ລຳ່ລວຍແບບບໍໍ່ທຳມະດາ ສ່ວນຜູ້ຊື້ບໍ່ເຫັນມີຂ່າວວ່າຖືກຫວຍ ແລ້ວລວຍ ເພິ່ນຕັ້ງລ່າງວັນຫນ້ອຍໂພວ່າຊັ້ນ ປານນັ້ນກໍ່ຍັງຫຸ້ມກັນຊື້ເອົາແທ້ເອົາວ່າ ໂດຍສະເພາະແມ່ນຕ່ຳຫລວດທະຫານແລະພະນັກງານຂັ້ນນ້ອຍ. 

3. ຍຸດທະສາດສຳລັບການພັດທະນາຂອງລັດ ເປັນລັກສະນະດຽວກັນຕັ້ງແຕ່ຂ້ັນສູງສຸດຈົນຮອດຂັ້ນລຸ່ມ ມັກງ່າຍ ຂີ້ຄ້ານເຮັດ ແຕ່ຢາກໄດ້ເງິນ ກໍ່ເລີຍອອກນະໂຍບາຍກຽວກັບການໃຫ້ສຳປະທານ ແລະ ຫັນຊັບເປັນທຶນ ຫວັງຢູ່ຊື່ໆແຕ່ມີຄົນເອົາເງິນມາໃຫ້ ເພາະເກັບພາສີນຳປາຊົນນັ້ນເກັບຍາກ ຫລືກໍ່ເກັບບໍ່ໄດ້ເພາະເຄີຍຍົວະປະຊາຊົນໃຫ້ເຂົ້າຮ່ວມນຳຂະບວນການຕໍ່ສູ້ກູ້ຊາດມາກ່ອນ ວ່າເຂົາ້ຈົ້າຖືກກົດຂີ່ຂູດຮີດໂດຍຕ້ອງເສຍພາສີ; ເມື່ອປະຊາຊົນເສຍທີ່ດິນ ເສຍຊັບພະຍາກອນ ບ່ອນເຄີຍຫາກິນ ເຂົາຊິໄປໃສ? ເຂົ້າສູ່ຕົວເມືອງແມ່ນບໍ່ ລູກຫລານເຂົາກໍ່ຢາກມີນຳຫມູ່ ບັນຫາສັງຄົມໃນຕົວເມືອງມັນກໍ່ຕ້ອງມີແນ່ນອນ. ສ່ວນຜູ້ມັນລົງທຶນມັນຮອດບໍ່ຈ້າງຊຳ້ແຮງງານລາວ ມັນພະຍາຍາມຊອກເທັກນິກໃຫ້ໃຊ້ຄົນຫນ້ອຍແລະມີປະສິດທິຜົນສູງ ແນວມັນເປັນນັກທຸລະກິດ. ມີບໍການກວດສອບເບິ່ງການປະຕິບັດສັນຍາການລົງທຶນ? ບໍມີ ຫລືຖ້າມີກໍ່ຜ່ານຄືເກົ່າ ເພາະຜູ້ກວດບໍ່ຮູ້ເຮັດວຽກ ຫລືກໍ່ຖືກບອອກໃຫ້ຕ້ອງໃຫ້ຜ່ານ ຂ້າພະເຈົ້າໄປເຫັນບໍລິສັດປູກຢາງພາລາຂອງຫວຽດຢູ່ຊກອງແລະອັດຕະປື ການເສຍຫຍ້າຂ້າວັດສະພືດ ມັນໃຊ້ຢາຂ້າຫຍ້າພົ່ນໃສ່ໂດຍໃຊ້ລົດໄຖນາຊ່ວຍ ກຳມະກອນກໍມີພຽງ ສອງສາມຄົນເທົ່ານັ້ນ ບໍເຫັນມັນຊິຈ້າງປະຊາຊົນເຂົ້າເຮັດວຽກຄືແຜນຂອງໂຄງການ. ສ່ວນປະຊາຊົນເອງກໍບໍ່ຮູ້ຊິ້ເວົ້າຫຍັງ ແລະ ຊິໄປສະເຫຫນ້ນຳໃຜ ການຫາຢູ່ຫາກິນເຂົາເຈົ້າກໍຍັງຄືເກົ່າກິນນຳ້ນຳຫ້ວຍທຳມະຊາດຢູ່ຄືເກົ່າ ທັງໆທີ່ມີສານຕົກຄ້າງຈາກການໃຊ້ຝຸ່ນເມີຂ້າຫຍ້າຂ້າແມງໄມ້ຕ່າງໆ ບໍມີພວກໃດຊິມາໃຫ້ຄວາມຮູ້ໃຫ້ເຂົາເຈົ້າ ມີແຕ່ມາໄລ່ອອກ ອອກ ຫຍັບໄປໆຢ່າງດຽວ. ໄລຍະຫລັງໆມານີ້ມີຫລາຍໂຄງການມີບັນຫາ ລັດຖະບານສັ່ງໂຈະການໃຫ້ສຳປະທານ ແຕ່ເບິ່ງຊົງຄືຊິຍາກຫລາຍໆໂຄງການຍັງໄດ້ຮັບອະນຸມັດໃຫ້ສຳປະທານຢູ່ຄືເກົ່າ

4. ຜູ້ນຳບໍ່ເຮັດວຽກ ສັງຄົມເຮົາໃນປະຈຸບັນກຳລັງເຫີ່ກັນເລື່ອງຕຳແຫນ່ງແຕ່ບໍ່ສົນໃຈນຳວຽກ ເພື່ອໃຫ້ໄດ້ຖານະຕຳແຫນ່ງມັນຈະຕ້ອງໄດ້ວິ່ງຫາເຈົ້າຫານາຍ ສະຫນາມກອບຄົງະເປັນບ່ອນຕໍ່ລອງແລະເປັນຈຸດນັດພົບທີ່ສຳຄັນໃນເລື່ອງນີ້ ເຈົ້າຫນ້າທີ່ລະດັບຫົວຫນ້າກົມຂຶ້ນເມືອມີຫນ້ອຍຄົນທ່່ີບໍ່ຫລິ້ນກອບ. ແຕ່ລະມື້ເພິ່ນຕິດຕໍ່ຫາກັນຄົງຊິເວົ້າແຕ່ເລື່ອງກອບ ກັບສາວແຄັດດີ.  ສ່ວນລະດັບວິຊາການຂັ້ນພະແນກແລະເມືອງແມ່ນເອົາສະຫນາມຫມາກບູນເປັນຫລັກໃນການແກ້ວຽກ ບາງຄັ້ງເລີ່ມລົງເດີ່ນຕັ້ງແຕ່ກິນເຂົ້າທ່ຽງຈົນຮອດທ່ຽງຄືນຈຶ່ງເລີກລາກັນ. ທ່ານເອີຍເມື່ອຜູ້ນຳເມົາຫລິ້ນເມົາກິນຢູ່ແນວນີ້ບ້ານເມືອງທ່ານຊິເປັນແນວໃດ? ພວກຂ້ານ້ອຍຢາກເວົ້າເຕັມທີແຕ່ກໍ່ບໍ່ກ້າ

5. ຄວາມອ່ອນແອຂອງຫນ່ວຍງານຂອງລັດ ໂດຍສະເພາະແມ່ນພາກສ່ວນຮັບຜິດຊອບຕໍ່ການປະຕິບັດກົດຫມາຍ ເຮັດແນວໃດຈະໃຫ້ເຂັ້ມແຂງໄດ້ໃນເມື່ອຜູ້ທີ່ມີຄວາມຮູ້ເປັນຄົນດີແຕ່ ບໍ່ໄດ້ເຂົ້າ້ຮັດວຽກ ຂະບວນການຈັດສັນແລະຄັດເລືອກເອົາພະນັກງານເຂົ້າໃຫມ່ບໍ່ຊັດເຈນແລະບໍ່ເປັນທຳ ຄົນມີຄວາມຮູ້ຕໍ່ສຊຳ້ພັດໄດ້ເປັນຜູ້ປົກຄອງ ເຮັດແນວໃດມັນຊິຈະເລີນ

6. ດ້ານການພົວພັນກັບຕ່າງປະເທດ ໃນໄລຍະຜ່ານມາປະເທດເຮົາເປີດຮັບເອົາການຊ່ວຍເຫລືອຈາກປະເທດເພື່ອນບ້ານຫລາຍໂພດ ໂດຍສະເພາະແມ່ນຫວຽວດນາມແລະຈີນກໍ່ເລີຍມີຜົນສະທ້ອນ ຫລາຍອັນຊຶ່ງພາໃຫ້ແກ້ໄຂໄດ້ຍາກ ໃຜໆກໍ່ຮູ້ນັກເລງຫວຽດ ນັກເລງຈີນເກັ່ງສຳ່ໃດເລື່ອງຂີ້ລັກ-ຂີ້ສໍ້ຂີ້ໂກງ ຍິ່ງໄປກ່ວານັ້ນມັນຍັງມາຖ່າຍທອດຄວາມຮູ້ອັນບໍ່ດີນີ້ໃຫ້ລູກຫລານພວກເຮົາ ພວກເຈົ້ານາຍກິນນຳເຂົາແລ້ວກໍ່ຕ້ອງໄດ້ເອົາໃຈເຂົາ ພວກເຮົາເຫັນມີຫລາຍໂຄງການໂດຍສະເພາະແມ່ນໂຄງການກໍ່ສ້າງ, ເຮັດທາງ ທີ່ໄດ້ຮັບທຶນຈາກຈີນແລະຫວຽດ ນຳເອົາກຳມະກອນຈາກປະເທດເພິ່ນເອງມາເຮັດ ບາງຄັ້ັງກໍ່ບໍ່ແມ່ນໂຄງການຊ່ວຍເຫລືອລ້າແຕ່ເປັນໂຄງການກູ້ຢືມ. ພາຍຫລັງສຳເລັດໂຄງການ ພວກກຳມະກອນເຫລົ່ານັ້ນບາງຄົນກໍ່ບໍ່ກັບບ້ານ ຫລືກໍກັບໄປ ແລ້ວຄືນມາໃນຮູບບແບບໃຫມ່ເປັນນັກທຸລະກິດ ຂ້າພະເຈົ້າຮູ້ເລື່ອງນີ້ກໍເພາະເຄີຍໄປເຊົ່າຫ້ອງແຖວຢູ່ ຫ້ອງຖັດເບື້ອງຂວາແມ່ນເຈັກເຄີຍມາເຮັດທາງ 13 ເຫນືອ ສ່ວນຫ້ອງເບື້ອງຊ້າຍແມ່ນຫວຽດມາເປັນກຳມະກອນກໍ່ສ້າງໃຫ້ເຂົາແລ້ວຢູ່ຕໍ່ມາໄດ້ເມັຍຄົນລາວ (ເມັຍເກົ່າເຂົາ). ຊ່ວງນັ້ນມັນກໍ່ດີຢູ່ດອກເພາະໄດ້ໄປກິນກຸດນຳເຂົາ. 

ເປັນໄປໄດ້ບໍໃຫ້ລັດເຊົາຮັບການຊ່ວຍເຫລືອນຳປະເທດອ້າຍນ້ອງເພາະເຂົາບໍ່ຊ່ອຍລ້າດອກ ເຂົາຊ່ອຍແນວນຶ່ງແຕ່ເຂົາກໍ່ຈະມາເອົາຄືນແນວອື່ນຊຶງເຮົາບໍ່ຄາດຄຶດໄດ້ ທ່ານຄຶດເບິ່ງ ນອກຈາກການພົວພັນລະດັບຊາດແລ້ວຍັງມີການພົວພັນແບບພິເສດໃນລະດັບທ້ອງຖິ່ນອີກ ເຊັ່ນ ແຂວງແຮກສ່ຽວ ເມືອງຮຽກສ່ຽວຕ່າງໆນາໆ ເອົາແທ້ເອົາວ່າ. ຄົນຕ່າງປະເທດມາຫາກິນຢູ່ລາວສ່ວນຫລາຍແມ່ນລະດັບກຳມະກອນ ເປັນຫຍັງບໍ່ຖອດຖອນບົດຮຽນນຳປະເທດອື່ນທີ່ຈະເລີນແດ່ກ໋ຽວກັບບັນຫານີ້

7.. ຄວາມເສື່ອມໂຊມຂອງການນັບຖືສາດສະຫນາພຸດຢູບ້ານເຮົາ ບັນຫານີ້ບັນດາທ່ານຄົງຈະຮູ້ດີຍ້ອນຫຍັງ?  ຊ່ວງປະຕິວັດໃຫມ່ໆສາດສະຫນາເກືອບຖືກດັບມອດໄປຍ້ອນລັດທິໃຫມ່ມາແຮງ ເປັນຍ້ອນນິໄສຄົນລາວເຮົານີ້ລະ ໄດ້ໃຫມ່ມັກລືມຂອງເກົ່າທັ້ງທີ່ຂອງເກົ່ານັ້ນມີຄຸນຄ່າລົ້ນຟ້າກໍ່ຮູ້ຢູ່ ບໍ່ສົ່ງເສີມແລ້ວຍັງຈະທຳລາຍອີກບາດຕາຍບໍ່ເຫັນວ່າຊິບໍ່ເອົາເຂົ້າວັດ. ເຖິງວ່າງານກ່ຽວກັບສາດສະຫນາຈະບໍ່ເປັນປະເດັນໃນປະຈຸບັນ ແຕ່ທຸກຢ່າງມັນກໍ່ປ່ຽນໄປແລ້ວຄູບາອາຈານທີ່ຍັງເຫລືອຢູໃນປະຈຸບັນ ມີຈັກອົງທີ່ປະຕິບັດຕາມນຳຄຳສອນຂອງພະພຸດທະເຈົ້າ ເຫັນມີຢູ່ສ່ວນຫລາຍມີແຕ່ມັກເວົ້າໃນແງ່ງົມງາຍຫລາຍກ່ວາ. ການສົ່ງເສີມຂອງປະຊາຊົນສ່ວນໃຫຍ່ກໍ່ຫນັກໄປໃນດ້ານສິ່ງກໍສ້າງເປັນສ່ວນໃຫຍ່ ສ່ວນປັດໃຈໃນທາງຈິດ ທາງດ້ານຄວາມນຶກຄິດແມ່ນມີຫນ້ອຍທີ່ສຸດ ບໍ່ເຊື່ອໄປເບິ່ງໂລດຢູ່ວັດໃດກໍ່ເຫັນມີແຕ່ຊື່ບໍລິຈາກ ສ່ວນຄຳສອນແມ່ນຍາກທີ່ຈະເຫັນ ປະຈຸບັນພວກໄວຫນຸ່່ມຮອດບໍ່ຮູ້ຊຳ້ ວ່າພຸດທະສາດສະຫນາແມ່ນຫຍັງ ຈຸດສຸດຍອດຂອງຄຳສັ່ງສອນຈາກສາດສະຫນານີ້ແມ່ນຫຍັງແດ່ ເຂົາຮູ້ພຽງແຕ່ວ່າເຮັດທານແລ້ວໄດ້ບຸນ. ທ່ານສັງເກດເຫັນບໍ່ກະຫລີ່ ຂີ້ລັກ ບາງຄັ້ງເຂົາກໍ່ໄປໃສບາດຢາດນຳ້ຄືກັນ ແຕ່ເຂົາກໍ່ໄປຊື່ໆ ລັດຖະບານຄວນເຫັນໄດ້ເຖິງຄວາມສຳຄັນຂອງສາດສະຫນາ ຖ້າຈະເວົ້າແລ້ວວັດກໍ່ຄືໂຮງຮຽນ ເປັນບ່ອນສອນຄວາມຮູ້ທາງດ້ານຈິດໃຈຂອງຄົນເຮົາ ແຕ່ກໍ່ບໍ່ເຂົ້າໃຈວ່າ ເປັນຫຍັງເພິ່ນຈຶ່ງໃຫ້ກະຊວງວັດທະນະທຳ (ຂະແຫນງການ້ບິ່ງແຍງຂອງເກົ່າ) ເປັນຜູ້ດູແລI; ທັ້ງທີ່ຄວນຈະຂຶ້ນກັບກະຊວງສຶກສາຄືແຕ່ເກົ່າ. ຢູ່ໂຮງຮຽນຂອງລັດບໍ່ໃດ້ສອນຫຍັງເລີຍກ່ຽວກັບສັງຄົມ ນອກຈາກເວົ້າເຖິງຄຸນສົມບັດສິນທຳປະຕິວັດ ຜູ້ເວົ້າກໍ່ບໍຮູ້ວ່າມັນແມ່ນຫຍັຊຳ້

ເອົາຊຳ່ນີພໍກ່ອນ ທ່ານໃດມີຄວາມຄິດເຫັນຕ່າງເຊີນປະກອບສ່ວນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard