Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສິດທິມະນຸດ ໃນສປປ ລາວ
Anonymous

Date:
ສິດທິມະນຸດ ໃນສປປ ລາວ

ສິດທິມະນຸດ ໃນສປປ ລາວ

f-veronique-arnault

ສະຫະພາບ ຢູໂຣບ ສະແດງຄວາມ ເປັນຫ່ວງ ກ່ຽວກັບ ສະພາບການ ດ້ານ ສິດທິມະນຸດ ໃນລາວ.

ກອງປະຊຸມ ຄະນະ ປະຕິບັດການ ດ້ານ ສິດທິມະນຸດ ແລະ ການປົກຄອງ ແບບຣະບົບ ກົດຫມາຍ ຄັ້ງທີ 4 ຣະຫວ່າງ ສະຫະພາບ ຢູໂຣບ ກັບ ສປປລາວ ໄດ້ຈັດຂື້ນ ທີ່ ນະຄອນຫລວງ ວຽງຈັນ ໃນວັນທີ 4 ກຸມພາ 2013. ທາງຝ່າຍລາວ ມີທ່ານ ອ້ວນ ພົມມະຈັກ ເອກອະທິບໍດີ ຫ້ອງການ ສົນທິສັນຍາ ແລະ ຣະບົບ ກົດຫມາຍ ກະຊວງ ຕ່າງປະເທດລາວ ແລະ ຍານາງ Veronique Arnault ຫົວຫນ້າ ຫ້ອງການ ສິດທິມະນຸດ ສະຫະພາບ ຢູໂຣບ ເປັນ ປະທານຮ່ວມ ຂອງກອງປະຊຸມ ແລະ ກໍຍັງຮ່ວມດ້ວຍ ເອກອັຄຣາຊທູດ ຈາກ ປະເທດ ສະມາຊິກ ຢູໂຣບ ປະຈຳລາວ ຫລາຍທ່ານ ເຂົ້າຮ່ວມ ໃນກອງປະຊຸມ.

ໃນກອງປະຊຸມ ສອງຝ່າຍ ໄດ້ແລກປ່ຽນ ຄວາມຄິດຄວາມເຫັນ ແລະ ທົບທວນ ຄວາມຄືບຫນ້າ ທາງດ້ານ ສິດທິມະນຸດ ໃນລາວ ດັ່ງສິດທິ ໃນການ ສະແດງອອກ ສິດທິ ໃນການຊຸມນຸມ ຮ່ວມທັງສິດທິ ກ່ຽວກັບ ຊຸມຊົນ ແລະ ຜູ້ປົກປ້ອງ ສິດທິມະນຸດ ໃນລາວ. ນອກນັ້ນ ທີ່ປະຊຸມ ຍັງໄດ້ ປຶກສາຫາລືກັນ ກ່ຽວກັບ ສິດທິ ທາງສາສນາ ແລະ ການຈັບກຸມ ຄຸມຂັງ ນັກເຄື່ອນໄຫວ ຮ່ວມທັງ ນະໂຍບາຍ ການໂຍກຍ້າຍ ປະຊາຊົນ ອອກຈາກຖີ່ນຖານ ແລະ ການແລກປ່ຽນ ຄວາມຄິດຄວາມເຫັນ ທາງດ້ານ ກົດຫມາຍ ການປະຕິຮູບ ຣະບົບ ຕຸລາການ ທີ່ສປປ ລາວ ກຳລັງ ກະຕຣຽມ ຢູ່ໃນເວລານີ້.

ທັງສອງຝ່າຍ ຍັງໄດ້ ປຶກສາຫາລືກັນ ກ່ຽວກັບ ຄວາມຮ່ວມມື ສາກົນ ທາງດ້ານ ສິ່ງແວດລ້ອມ ບໍ່ວ່າຈະເປັນ ຣະດັບສາກົນ ແລະ ສປປລາວ ໂດຍສະເພາະ. ສປປລາວ ໄດ້ສະແດງອອກ ເຖິງເຈດຈຳນົງ ຂອງຕົນ ທີ່ຢາກເຂົ້າຮ່ວມ ສະພາ ມົນຕຣີ ສະຫະປະຊາຊາດ ດ້ານ ສິດທິມະນຸດ ໃນສົກ ປີ 2016-18 ທາງການອິຢູ ຈະໃຫ້ການ ຊ່ອຍເຫລືອ ສປປ ລາວ ໃນການເຂົ້າຮ່ວມ ດັ່ງກ່າວນັ້ນ.

ໃນທີ່ປະຊຸມ ຍັງໄດ້ ຮຽກຮ້ອງ ໃຫ້ຣັຖບານລາວ ສືບສວນ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ສະຫະພາບ ຢູໂຣບ ມີຄວາມເປັນຫ່ວງ ກ່ຽວກັບ ສິດທິມະນຸດ ໃນລາວ.

__________________
Anonymous

Date:

ຊາວໂລກເປັນຫ່ວງຫຼາຍແບບນີ້ ລັດຖະບານລາວຈະບໍ່ເຫັນໃຈຊາວໂລກແດ່ບໍ?

__________________
Anonymous

Date:

ไม่น่าเป็นห่วงเป็นเรื่องปกติ ของระบบพรรคคอมมิวนิสต์

__________________
Anonymous

Date:

Ông cũng cho biết việc bán kinh doanh dun thẻ tu 'Bạn là người Mỹ Những người không có đất đai Oh tôi có thể không phải lỗi lỗ với đất gần chạm vào các cô gái đã không có hành động chống lại nói xấu mung Mung không thở phân lỗ bunny lỗi của riêng Tôi màu xanh cô nhắm mắt của mình ra khỏi lỗi trắng siav Lào Lào Lào vô lý đi lêu lỏng

__________________
Anonymous

Date:

Anonymous wrote:

 ແກວຫລົງທາງມາແຕ່ໃສ ? ໃຜຮູ້ພາມັນໄປສົ່ງຢູ່ດ່ານນ້ຳພາວ ຫລັກ 20ແດ່

__________________
Anonymous

Date:

China like tiger ,Vietnam like crocodile and Siam like wolf to Laos . Laos are surrounded by neighbouring countries who want a peace of Laos for lunch  and take advance of Lao people in any way they have the opportunity directly and indirectly.

 ເຂົ້າປ່າກໍ່ພໍ້ເສືອແລະໝາໄນ ລົງນໍ້າກໍ່ພໍ້ແຂ້, ບິນຂຶ້ນເວຫາກໍ່ພໍ້ນົກອິນຊີ !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard