Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊອ້ງລາວສະຕາ ກັບລາຍການເກົ່າ


Member

Status: Offline
Posts: 23
Date:
ຊອ້ງລາວສະຕາ ກັບລາຍການເກົ່າ


ສະບາຍດີທຸກຄົນ,

ວັນນີ້ກໍມີເລື້ອງມາລົມສົນທະນາສຸກັນຟັງຕາມເຄີຍ. ຂ້າພະເຈົ້າຕິດຕາມການຖ່າຍທອດລາຍການຕ່າງໆທາງສະຖານີຊ້ອງລາວສະຕາ ເຫັນວ່າບາງຄັ້ງມີແຕ່ລາຍການເກົ່າທີ່ເຄີຍອອກອາກາດມາແລ້ວນຳມາອອກຊຳ້ອີກຫລາຍໆເທື່ອ. ຫລືວ່າເພີ່ນບໍ່ມີຂ່າວຫຍັງອອກແລ້ວບໍ່ຫລືວ່າພະນັກງານຊອກຫາຂ່າວມາລົງບໍ່ທັນ. ຕາມທີ່ຕິດຕາມຊົມລາຍການຕ່າງໆທີ່ນຳມາອອກອາກາດກໍ່ເຫັນວ່າມີບາງລາຍການກໍມີປະໂຫຍດຕໍ່ສັງຄົມເຊັ່ນວ່າ:ລາຍການທຳກີນເມືອງລາວທີ່ເຮັດໃຫ້ເຮົາເຫັນອາຊີບທຳມາຫາກີນຂອງປະຊາຊົນລາວຢູ່ແຫ່ງຕ່າງໆ. ແລະກະມີລະຄອນຕາລົກເລື້ອງ ເຂົ້າຫລາມ ປີ້ງໄກ່, ແຕ່ເທົ່າທີ່ຊົມແລ້ວຍັງຊອກຈຸດຕາຫລົກທີ່ຈະເຮັດໃຫ້ຫົວບໍ່ໄດ້ເລີຍ ເຫັນແຕ່ຜູ້ສະແດງຫົວກັນເອງ. ແຕ່ຍັງດີກວ່າບໍ່ມີນໍ້.

ວັນເສົາວັນອາທິດກໍ່ມີລາຍການສະໂມສອນຊາວບ້ານ, ລົມກັນເລື້້ອງບັນຫາຕ່າງທີ່ເກີດຂື້ນ. ແຕ່ຂ້າພະເຈົ້າເຫັນວ່າຜູ້ດຳເນີນລາຍການທັງສາມຄົນຍັງບໍ່ມີການກຽມພ້ອມຄັກເທື່ອ, ແລະເຮັດວຽກບໍ່ເຂົ້າກັນປານໃດ, ມັກຍາດກັນເວົ້າທັ້ງທີ່ອີກຄົນຍັງເວົ້າບໍ່ຈົບເທື່ອ. ຂ້າພະເຈົ້າເຫັນໃຈຢູ່ເພາະບ້ານເຮົາຍັງບໍ່ມີໃຜຮຽນຈົບໂດຍກົງທາງດ້ານນີ້, ສ່ວນຫລາຍແລ້ວແມ່ນຮຽນຈົບດ້ານອື່ນມາເຮັດວຽກດ້ານນີ້.

ດ້ານຂ່າວບັນເທີງສັງເກດເຫັນວ່າຍັງຢູ່ໃນແວດວົງແຄບໆ, ສ່ວນຫລາຍແມ່ນເອົາແຕ່ນັກຮ້ອງໄວລຸ້ນມາອອກລາຍການ, ສ່ວນນັກຮ້ອງເກົ່ງຫລືນັກສີລະປີນແຫ່ງຊາດບໍ່ຄ່ອຍເອົາອອກມາໃຫ້ເຫັນ.

ກະມີເທົ່ານີ້້ລະມື້ນີ້ທີ່ຈະມາເວົ້າໃຫ້ກັນຟັງ, ມື້ຫນ້າຊິຊອກເລື້ອງໃຫມ່ມາລົມກັນນໍ້



__________________
Anonymous

Date:

ຊ້ອງ  ແມ່ນ  ຊ້ອງຜົມ  

ຜົມຜູ້ຍິງຕັດອອກແລ້ວມັດເປັນພວງ

ເອົາໃວ້ໃຊ້ເວລາເກົ້າຜົມ  ເພິ່ນຈະເອົາຊ້ອງໄປມັດຮວມກັບຜົມແທ້  

ເພື່ອເຮັດໃຫ້ມັນຫຼາຍ

 

ຊ່ອງ ແມ່ນ  ຊ່ອງທາງ  ແນວທາງ  ທາງຜ່ານ  ທາງໄປ  ຮູ  

ເຊັ່ນ  ເມືອງປາກຊ່ອງ  ເຂົ້າລອດຊ່ອງ  ຊ່ອງເກັບຂອງ 

 

ໂທຣະພາບ  ຄວນໃຊ້ຄຳວ່າ  ຊ່ອງ  ຊ່ອງ1  ຊ່ອງ2  ຊ່ອງ3

 

 

 

 



__________________
Anonymous

Date:

ສາວລິນດາຍັງເປັນພິທີກອນໃຫ້ສະຖານີລາວຊະຕາຢູ່ຫວາ? ບໍ່ເຫັນລາວເຂົ້າ fb ດົນແລ້ວ

ຄິດຮອດຫຼາຍໆ :)



__________________
Anonymous

Date:

Anonymous wrote:

ສາວລິນດາຍັງເປັນພິທີກອນໃຫ້ສະຖານີລາວຊະຕາຢູ່ຫວາ? ບໍ່ເຫັນລາວເຂົ້າ fb ດົນແລ້ວ

ຄິດຮອດຫຼາຍໆ :)


 ໂທລະທັດຫວຽດນາມ

ໂທລະທັດຈີນ

ຂອງໄທ

ສ່ວນຂອງລາວ ສ່ວນຫຼາຍ ມີແຕ່ເດັກໆ ອອກມາແກວ່ງແຂນໄປມາ ຫຼື ຍາດກັນເວົ້າໃນລາຍການ ພໍມັນຄື

ຄືສັງຄົມເດັກ  ລ ຖ ບ ກະ ຢັກຄື ລັດເດັກ ຄວາມເປັນຜູ້ໃຫຍ່ຍັງບໍ່ ໄດ້ມາດຖານສາກົນ



__________________
Anonymous

Date:

ເຈົ້າຕີລາຄາສະຖານີໂທລະພາບລາວສະຕາຕໍ່ເກີນໄປ, ຄົນໃນເມືອງຂ້ອຍຖິ້ມລູກປະເມັຽ

ຂາຍຣົຖຂາຍເຮືອນເມືອເອົາເມັຽສາວນ້ອຍຢູ່ລາວກໍ່່ຍ້ອນ Laostar tv ນີ້ລະ.



__________________


Member

Status: Offline
Posts: 23
Date:

ລະວັງຖືກສາວນ້ອຍຫລອກເອົາເດີ້. ບາດຫມົດເງີນແລ້ວເຂົາກໍ່ຫນີປະ. ເຫັນຫລາຍຄົນແລ້ວ.

55555



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard