Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາລົດປະຈຳຕຳແໜ່ງຂອງພະນັກງານຂັ້ນສູງຂອງບ້ານເຮົາ


Member

Status: Offline
Posts: 23
Date:
ບັນຫາລົດປະຈຳຕຳແໜ່ງຂອງພະນັກງານຂັ້ນສູງຂອງບ້ານເຮົາ


ດັ່ງທີ່ບັນດາທ່ານຄົງຈະຮັບຮູ້ແລ້ວກ່ຽວກັບລົດປະຈຳຕຳແໜ່ງຂອງບັນດານາຍໆທັງຫລາຍຂອງບ້ານເຮົາ. ເຊີ່ງລ້ວນແຕ່ເປັນລົດລາຄາແພງໆກັນທັງນັ້ນເຊັ່ນວ່າ: Toyota Lancruiser, Lexus, BMW series and so on...   ເຊີ່ງເຫັນວ່າມັນບໍ່ມີຄວາມຈຳເປັນຕ້ອງຊື້ລົດແບບນີ້ມາໃຊ້ເກີນຄວາມຈຳເປັນ.

ແລະອີກສີ່ງໜຶ່ງທີ່ຂາ້ພະເຈົ້າບໍ່ມັກກໍ່ຄືບາງນາຍເພີ່ນມີຮອດສາມສີ່ຄັນ, ເຫລືອ່ຈົນໃຫ້ລູກໆຂັບໄປໂຮງຮຽນ, ຖ້າຢາກເຫັນໃຫ້ໄປເບີ່ງຢູ່ບັນດາໂຮງຮຽນມໍປາຍວຽງຈັນເຕັມແຕ່ລົດກະຊວງ. ນຳມັນກະໃຊ້ ຝຣີ, ແປງຝຣີ. ເວລາພົ້ນຕຳແໜ່ງໄປກໍ່ເອົາໄປນຳ, ຄົນໃຫມ່ມາຊື້ໃຫມ່.

ຄັ້ງຫນື່ງຂ້າພະເຈົ້າຍັງເຄີຍເຫັນລົດ Hammer ຕິດປ້າຍກະຊວງອີກດ້ວຍ. ງົບຕ່າງໆຊີ້ນເປື່ອງໄປນຳແບບນີ້ລະ.

ລົດ Lancruiser ຄັນຫນື່ງລາຄາເປັນແສນ ໂດລາ ເອົາເງີນຈຳນວນນີ້ໄປພັດທະນາຫມູ່ບ້ານຍັງຈະມີປະໂຫຍດກວ່າ. ບໍ່ຮູ້ວ່າຄະນະກວດກາພັກລັດເພີ່ນມີ່ໃວ້ເຮັດຫຍັງ,

ຫລື່ວ່າໃວ້ກວດແຕ່ຄົນອື່ນແຕ່ສຳລັບພວກຕົນແລ້ວເຮັດຫຍັງບໍ່ໄດ້ແມ່ນບໍ່.



__________________
Unname

Date:
RE: ບັນຫາລົດປະຈຳຕຳແໜ່ງຂອງພະນັກງານຂັ້ນສູງຂອງບ້ານເຮົາ


ຂໍກົດ LIKE ໃຫ້ Khondee 3 ເທື່ອ. ເພິ່ນເປັນເຈົ້ານາຍເຮົາ ເພິ່ນມີກໍ່ຄືເຮົາມີຫັ້ນລະ

ເພິ່ນສະດວກກໍ່ຄືເຮົາສະດວກ ຄິດວ່າເພິ່ນເປັນຄົນມາກບາລະມີກໍ່ແລ້ວກັນ ເວົ້າໄປກໍ່

ຜິດໃຈເພິ່ນ ແໜງສູ້ປະຕິບັດ 3 ບໍ່ ດີກ່ວາ.



__________________


Member

Status: Offline
Posts: 23
Date:

ແມ່ນແລ້ວ ຖ້າໃຊ້ງົບຂອງປະເທດຊາດ ໃນທາງແຄບໆ ໂດຍສະເພາະໄປໃຊ້ໃນສ່ວນຕົວ ວົງຕະກຸນຕົນເອງນັ້ນ ມັນບໍ່ດີຢ່າງຍິ່ງເດີ້ ບັນດາຄົນມັກສວຍໂອກາດດຸໆທັງຫຼາຍ ທັງຕັ້ງໃຈແລະບໍ່ຕັ້ງໃຈກໍ່ຕາມ ປັບປຸງແກ້ໄຂຕົນເອງມີນຳ້ໃຈເສຍສະຫຼະ ເພຶ່ອສ່ວນລວມ ໃຫ້ສົມດັ່ງຕຳແໜ່ງທ່ານສາ ປະເທດລາວຈະໄດ້ດີຂື້ນກ່ວານີ້

__________________
kkpls
Anonymous

Date:

ລົດລາຄາແພງຢູ່ແລ້ວ ແຖມຍັງມີອຳນາດເລືອກໃສ່ປ້າຍ 9999,8888,5555 ... ນຳອີກ ດີໃຈນຳເດີຜູ້ມີອຳນາດວາດສະຫນາ ຖ້າມີໂອກາດ ລອງຂີລົດຫຼູໆ ໄປເບີງເສັ້ນທາງ 47 ເມືອງທຸກຍາກນຳແດ່



__________________
Anonymous

Date:

ຂ້າພະເຈົ້າເຫັນດີນຳຄຳເຫັນຂ້າງເທີງເປັນທີ່ສຸດ, ໂດຍສະເພາະລົດເຈົ້ານາຍບາງທ່ານຫັ້ນນາບາງຄັ້ງມີລົດໃຫ່ຍຫລາຍໂພດຈົນບໍ່ຮູ້ຈັກສິໃຊ້ຄັນໃດດີ, ແຕ່ກະເຫັນໃຈຢູ່ທີ່ເຈົ້ານາຍບາງຄົນມີລົດປະຈຳຕຳແໜ່ງພຽງຄັນດຽວເວລາມີວຽກສ່ວນຕົວເຂົ້າກໍ່ຈຳເປັນຕ້ອງໄດ້ໃຊ້ຫັ້ນເດ (ສົມມຸດ: ມີຄົນໃນຄອບຄົວເຈັບກະສິໃຫ້ເຂົາເອົາລົດຈັກໄປສົ່ງກັນມັນກະສິຄືຢູ່ບໍ່)  ຂ້າພະເຈົ້າຂໍມີຄຳເຫັນວ່າລົດປະຈຳຕຳແໜ່ງເຊັ່ນ: ລົດເບັນ, ລົດເກັງຄວນໄວ້ຂີ່ສຳລັບ ໄປຫ້ອງການ ແລະ ງານລ້ຽງສຳຄັນຕ່າງໆ, ສ່ວນລົດວີໂກ ຫລື ລົດປາຣາໂດຕ່າງໆຄວນໄວ້ຂີ່ສຳລັບເດີນທາງໄກ (ສຳລັບຜູ້ທີ່ມີຕຳແໜ່ງສູງ) ອັນນີ້ແມ່ນລັດຈັດໃຫ້ຖືກຕ້ອງແລ້ວ. ສ່ວນຈະໃຫ້ລູກຫລານຂີ່ນັ້ນມັນກະສິດທິຂອງຜູ້ຄອບຄອງແຕ່ເປັນຫຍັງມາຜູ້ຄອບຄອງຕ້ອງມີຄວາມຮັບຜິດຊອບ.



__________________


Member

Status: Offline
Posts: 23
Date:

ແຕ່ຂ້າພະເຈົ້າຄິດວ່າມັນບໍ່ສົມຄວນດອກທີ່ຈະເອົາລົດສ່ວນລວມໄປໄຊ້ສ່ວນຕົວໂດຍສະເພາະໄປໃຫ້ລູກເຕົ້າຂັບຂີ່. ລົດລັດຕ້ອງຖຶກໄຊ້ສະເພາະໃນໂມງເຮັດວຽກເທົ່ານັ້ນ.

ຂ້າພະເຈົ້າເຫັນຢູ່ບັນດາປະເທດພັດທະນາເພີ່ນຈະບໍ່ໃຊ້ລົດຫລວງໄປໃນວຽກງານສ່ວນຕົວເລີຍ (ຍົກເວັ້ນກໍລະນີຈຳເປັນຫລືສຸກເສີນທີ່). ອັນນີ໊ຫຍັງໃຫ້ລູກຂັບໄປໂຮງຮຽນເສີຍ.

ເວົ້າມານີ໊ບໍ່ແມ່ນວ່າອິດສາຫຍັງດອກ, ຂ້າພະເຈົ້າກະມີລົດຄືກັນ ຈອດຢູບ້ານ 3 ຄັນ, ລົດສ່ວນຕົວ 2, ລົດຫ້ອງການ1 (ລົດເກົ່າດອກວ່າ) ເພີ່ນໃຫ້ມາຂີ່, ແຕ່ຖ້າມາການຂ້າພະເຈົ້າຈະໃຊ້ລົດຫ້ອງການ. ແຖມນຳ້ມັນຕ້ອງຈ່າຍເອງອີກ.

ເຮົາກະໄດ້ແຕ່ເວົ້າສູ່ກັນຟັງນີ້ລະ ຈະໄປເຮັດຫຍັງເພີ່ນໄດ້ (ບໍ່ມີເພີ່ນວັນນັ້ນ ກະບໍ່ມີເຮົາວັນນີ້້)? ໂຊກດີແທ້້ໆທີ່ມີເພີ່ນ. ຢ່າງນ້ອຍໆມັນກະເຮັດໃຫ້ເຮົາເຫັນລົດລາຄາແພງໆແລ່ນໃຫ້ເຫັນພໍ່ເປັນບູນຕາ, That's right?

 



__________________


Member

Status: Offline
Posts: 23
Date:

khondee wrote:

Thanks for click like to my post


 



__________________


Member

Status: Offline
Posts: 23
Date:

2010_Toyota_Tundra_Exterior_Image-01-1680.jpg



Attachments
__________________


Member

Status: Offline
Posts: 23
Date:

khondee wrote:

ແຕ່ຂ້າພະເຈົ້າຄິດວ່າມັນບໍ່ສົມຄວນດອກທີ່ຈະເອົາລົດສ່ວນລວມໄປໄຊ້ສ່ວນຕົວໂດຍສະເພາະໄປໃຫ້ລູກເຕົ້າຂັບຂີ່. ລົດລັດຕ້ອງຖຶກໄຊ້ສະເພາະໃນໂມງເຮັດວຽກເທົ່ານັ້ນ.

ຂ້າພະເຈົ້າເຫັນຢູ່ບັນດາປະເທດພັດທະນາເພີ່ນຈະບໍ່ໃຊ້ລົດຫລວງໄປໃນວຽກງານສ່ວນຕົວເລີຍ (ຍົກເວັ້ນກໍລະນີຈຳເປັນຫລືສຸກເສີນທີ່). ອັນນີ໊ຫຍັງໃຫ້ລູກຂັບໄປໂຮງຮຽນເສີຍ.

ເວົ້າມານີ໊ບໍ່ແມ່ນວ່າອິດສາຫຍັງດອກ, ຂ້າພະເຈົ້າກະມີລົດຄືກັນ ຈອດຢູບ້ານ 3 ຄັນ, ລົດສ່ວນຕົວ 2, ລົດຫ້ອງການ1 (ລົດເກົ່າດອກວ່າ) ເພີ່ນໃຫ້ມາຂີ່, ແຕ່ຖ້າມາການຂ້າພະເຈົ້າຈະໃຊ້ລົດຫ້ອງການ. ແຖມນຳ້ມັນຕ້ອງຈ່າຍເອງອີກ.

ເຮົາກະໄດ້ແຕ່ເວົ້າສູ່ກັນຟັງນີ້ລະ ຈະໄປເຮັດຫຍັງເພີ່ນໄດ້ (ບໍ່ມີເພີ່ນວັນນັ້ນ ກະບໍ່ມີເຮົາວັນນີ້້)? ໂຊກດີແທ້້ໆທີ່ມີເພີ່ນ. ຢ່າງນ້ອຍໆມັນກະເຮັດໃຫ້ເຮົາເຫັນລົດລາຄາແພງໆແລ່ນໃຫ້ເຫັນພໍ່ເປັນບູນຕາ, That's right?

 


ສະບາຍດີ ຄົນດີ 

ໃຈຂອງຄົນດີກໍດີຄືຊື່ຢູ່ບໍ ຖ້າທ່ານຄົນດີໃຈດີສົມຊື່ຫັນ ຂໍຢື່ມລົດຂີ່ໄປຢຽ້ມແມ່ຢູ່ບ້ານໄດ້ຢູ່ບໍເນາະ



__________________
kkpls


Guru

Status: Offline
Posts: 695
Date:

ລົດໂຄລາວກໍພໍແລ້ວສຳລັບລົດປຈຳຕໜ


__________________

 187557797.jpg

Anonymous

Date:

ຢາກໃຫ້ ທ່ານ ໄກສອນ ກັບ ທ່ານ ສຸພານຸວົງ ລຸກຂຶ້ນມາຫັກຄໍເຂົາເດເນາະເພາະເຮັດຜິດເຈດຕະນາລົມຂອງເພິ່ນ ຄື ເຮັດເພື່ອຄວາມສົມບູນພູນສຸກຂອງປະຊາຊົນ ແຕ່ການນຳລຸ້ນປະຈຸບັນ ເຮັດເພື່ອຄວາມຮັ່ງມີຂອງຕະກູນ ເລື້ອງລົດປະຈຳຕຳແໜ່ງແຕ່ກ່ອນເພິ່ນຂີ່ ລາດາ ຕໍ່ມາ ໂຕໂຍຕາ ຄຣາວ ຕໍ່ມາ ແຄມຣີ ມາຮອດປະຈຸບັນ BMW ສຳຫຼັບກົມການເມືອງສ່ວນ Audi ຄັນເກົ່າໃຫ້ລູກຂີ່ໄປໂຮງຮຽນ, Benz ສຳຫຼັບຄະນະເລຂາທິການສູນກາງພັກ, Lexus ສຳຫຼັບບັນດາເຈົ້າແຂວງ Fortuner ສຳຫຼັບພັນລະຍາການນຳ, Vigo ສຳຫຼັບຂີ່ໄປສວນ ໄປເບິ່ງສວນການນຳແດ່ສ່ຳບ້ານນຶ່ງ 

ຊົມເຊີຍການນຳສະຫຼາດສ່ອງໃສ



__________________
Anonymous

Date:

308091_602102113139860_1322330211_n.jpg

406033_575400002476738_1081318775_n.jpg



__________________
Anonymous

Date:

ລັດຖະບານກຳລັ່ງສັ່ງລົດຄັນນີ້ມາປະຈຳຕຳແໜ່ງປະທານປະເທດ ສັ່ງຜ່ານຮ້ານ ສີເມືອງໂອໂຕກຣຸບ

2012 Maybach 62

ລາຄາ 1,300,000 $



__________________
Anonymous

Date:

Armored Opulence: Cadillac One

Armored Opulence: Cadillac One

ລຸ້ນນີ້ເພິ່ນສັ່ງຊື້ມາໄວ້ເປັນລົດຮັກແຂກ ປະທານາທິບໍດີ ໂອບາມາ ຊີ່ມາຢາມລາວປີໜ້າ ເພື່ອບໍ່ໃຫ້ໂອບາມາຫຍຸ້ງຍາກນຳລົດເພິ່ນມາຂີ່ເອງ ລາຄາເບາະໆ 2.000.000 $



__________________
Anonymous

Date:

กำมะกานกวดพักลัด กวดขั้นเทิงบ่ได้ มีแต่มาบีบปะชาชนทำมะดาได้ เพาะยากได้ของปะชาชน

ยากรู้ไปเบิ่งยู่แขวงวๅงจันเดี่ ทา่นทังหลาย



__________________
Anonymous

Date:

khondee wrote:

ດັ່ງທີ່ບັນດາທ່ານຄົງຈະຮັບຮູ້ແລ້ວກ່ຽວກັບລົດປະຈຳຕຳແໜ່ງຂອງບັນດານາຍໆທັງຫລາຍຂອງບ້ານເຮົາ. ເຊີ່ງລ້ວນແຕ່ເປັນລົດລາຄາແພງໆກັນທັງນັ້ນເຊັ່ນວ່າ: Toyota Lancruiser, Lexus, BMW series and so on...   ເຊີ່ງເຫັນວ່າມັນບໍ່ມີຄວາມຈຳເປັນຕ້ອງຊື້ລົດແບບນີ້ມາໃຊ້ເກີນຄວາມຈຳເປັນ.

ແລະອີກສີ່ງໜຶ່ງທີ່ຂາ້ພະເຈົ້າບໍ່ມັກກໍ່ຄືບາງນາຍເພີ່ນມີຮອດສາມສີ່ຄັນ, ເຫລືອ່ຈົນໃຫ້ລູກໆຂັບໄປໂຮງຮຽນ, ຖ້າຢາກເຫັນໃຫ້ໄປເບີ່ງຢູ່ບັນດາໂຮງຮຽນມໍປາຍວຽງຈັນເຕັມແຕ່ລົດກະຊວງ. ນຳມັນກະໃຊ້ ຝຣີ, ແປງຝຣີ. ເວລາພົ້ນຕຳແໜ່ງໄປກໍ່ເອົາໄປນຳ, ຄົນໃຫມ່ມາຊື້ໃຫມ່.

ຄັ້ງຫນື່ງຂ້າພະເຈົ້າຍັງເຄີຍເຫັນລົດ Hammer ຕິດປ້າຍກະຊວງອີກດ້ວຍ. ງົບຕ່າງໆຊີ້ນເປື່ອງໄປນຳແບບນີ້ລະ.

ລົດ Lancruiser ຄັນຫນື່ງລາຄາເປັນແສນ ໂດລາ ເອົາເງີນຈຳນວນນີ້ໄປພັດທະນາຫມູ່ບ້ານຍັງຈະມີປະໂຫຍດກວ່າ. ບໍ່ຮູ້ວ່າຄະນະກວດກາພັກລັດເພີ່ນມີ່ໃວ້ເຮັດຫຍັງ,

ຫລື່ວ່າໃວ້ກວດແຕ່ຄົນອື່ນແຕ່ສຳລັບພວກຕົນແລ້ວເຮັດຫຍັງບໍ່ໄດ້ແມ່ນບໍ່.


 กำมะกานกวดพักลัด กวดขั้นเทิงบ่ได้ มีแต่มาบีบปะชาชนทำมะดาได้ เพาะยากได้ของปะชาชน

ยากรู้ไปเบิ่งยู่แขวงวๅงจันเดี่ ทา่นทังหลาย

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard