Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການປູກຝີ່ນເພີ້ມຂື້ນ ແລ້ວຊິໂທດໃຜ?
Anonymous

Date:
ການປູກຝີ່ນເພີ້ມຂື້ນ ແລ້ວຊິໂທດໃຜ?


ການລັກລອບປູກຝິ່ນຢູ່ພາກເໜືອຂອງລາວຍັງມີທ່າອ່ຽງເພີ່ມຂຶ້ນ

(ຂປລ): ທ່ານ ກຸ ຈັນສີນາ, ຮັກສາການປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບ ຄຸມຢາເສບຕິດ ໄດ້ລາຍງານກ່ຽວກັບການຄວບຄຸມຢາເສບຕິດ ໃນກອງປະ ຊຸມ ວຽກງານກວດກາ ແລະ ຄວບ ຄຸມຢາເສບຕິດ ປະຈຳປີ 2012 ຈັດຂຶ້ນແຕ່ວັນທີ 11-13 ກຸມພາ 2012 ທີ່ນະຄອນຫລວງວຽງຈັນ ໂດຍທ່ານໄດ້ ໃຫ້ຮູ້ເຖິງ ບັນຫາ ພົ້ນ ເດັ່ນ ກ່ຽວກັບສະພາບຢາເສບຕິດຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ຊຶ່ງໃນນັ້ນ, ການລັກ ລອບປູກຝິ່ນ ແລະ ກັນຊາ ເຫັນວ່າຍັງມີທ່າອ່ຽງເພີ່ມຂຶ້ນປະມານ 20 % ທຽບໃສ່ປີ 2011.

ທ່ານ ຜູ້ຮັກສາການປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ກ່າວບາງຕອນວ່າ: ນັບແຕ່ໄດ້ປະກາດລົບລ້າງການປູກຝິ່ນຢ່າງເປັນທາງການ ແຕ່ປີ 2006 ເປັນຕົ້ນມາ ການລັກລອບປູກຝິ່ນຂອງປະຊາຊົນຍັງມີໃຫ້ເຫັນຢູ່ຫລາຍທ້ອງຖິ່ນທາງພາກເໜືອຂອງລາວ ສະພາບການດັ່ງ ກ່າວ ໄດ້ມີທ່າອ່ຽງເພີ່ມຂຶ້ນປະມານ 20%-30% ໃນແຕ່ລະປີ ໂດຍອີງໃສ່ການສຳຫລວດຂອງອົງການສະຫະປະ ຊາຊາດ ໄດ້ໃຫ້ຮູ້ວ່າ ໃນປີ 2012 ເນື້ອທີ່ລັກລອບປູກຝິ່ນ ຂອງປະຊາຊົນຄາດຄະເນມີເຖິງ 5.000 ກວ່າເຮັກຕາ ໃນ ນັ້ນປະມານ 1.500 ເຮັກຕາແມ່ນປູກຢູ່ແຂວງຜົ້ງສາລີ, 1.000 ເຮັກຕາ ຢູ່ແຂວງຫົວພັນ, 750 ເຮັກຕາ ຢູ່ ແຂວງຊຽງຂວາງ, 700 ເຮັກຕາຢູ່ແຂວງອຸດົມໄຊ, ສ່ວນຢູ່ແຂວງ ຫລວງ ພະບາງ ແລະ ແຂວງຫລວງນ້ຳທາ ນັ້ນ ແຕ່ລະແຂວງມີປະມານ 500 ເຮັກຕາ.ນອກຈາກນັ້ນຍັງມີພວກກຸ່ມຄົນບໍ່ດີຈາກຕ່າງປະ ເທດໄດ້ມາສົ່ງເສີມ ໃຫ້ປະຊາຊົນ ຢູ່ບາງເຂດ ຫ່າງ ໄກ ສອກຫລີກຂອງແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ລັກປູກກັນຊາເປັນສິນ ຄ້າ ເພື່ອຂາຍໃຫ້ແກ່ພວກເຂົາ.

ໄປຄ່ຽງຄູ່ກັນນັ້ນ, ສະພາບການເສບຢາບ້າ ແລະ ຢາເສບຕິດປະເພດຕ່າງໆ ໄດ້ແຜ່ລາມເຂົ້າເຖິງທຸກ ກຸ່ມຄົນໃນສັງຄົມ, ກຳມະກອນຕາມໂຄງການໃຫຍ່ໆ, ຕາມໂຮງຈັກໂຮງງານ, ຊາວ ໄຮ່ນາ, ພໍ່ຄ້າຊາວຂາຍ ແລະ ແມ້ກະທັງພະນັກງານຂອງລັດ, ຜູ້ອາວຸໂສບຳນານ ແລະ ພະສົງສຳມະເນນຈຳນວນໜຶ່ງ ກໍຕົກເປັນທາດ ຂອງຢາບ້າ ໂດຍອີງໃສ່ ການເກັບ ກຳ ຂໍ້ມູນ ແລະການຄາດຄະເນໃນເບື້ອງຕົ້ນໄດ້ໃຫ້ຮູ້ວ່າ:ໃນປະຈຸບັນໄດ້ມີຜູ້ທີ່ຢູ່ໃນຄວາມສ່ຽງຕໍ່ ການຕິດຢາເສບຕິດປະເພດຕ່າງໆປະມານ 55.000 ຄົນ ໃນນີ້ປະມານ 80% ແມ່ນຕິດຢາບ້າ ແລະ 20%ແມ່ນເສບຢາຝິ່ນ, ເຮໂລອິນ,ກັນຊາແລະສານລະເຫີຍ.ແຕ່ສິ່ງທີ່ໜ້າເປັນຫ່ວງໄປກວ່ານັ້ນແມ່ນມີປະຊາຊົນຈຳນວນໜຶ່ງໄດ້ເສບ ເຮໂຣອິນ ແທນດ້ວຍການ ສັກເຂົ້າທາງ ເສັ້ນເລືອດ ຊຶ່ງວິທີການດັ່ງກ່າວ ຈະມີ ຄວາມສ່ຽງຕໍ່ການຕິດພະຍາດເອດ ແລະ ພະຍາດຕັບອັກເສບ.

ສ່ວນສະພາບການລັກລອບຄ້າຂາຍ ແລະ ລຳລຽງຂົນສົ່ງຢາເສບຕິດນັ້ນ ເຖິງວ່າເຈົ້າໜ້າທີ່ຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ພາກສ່ວນກ່ຽວ ຂ້ອງໄດ້ພາ ກັນປະ ຕິບັດ ນ້າທີ່ດ້ວຍຄວາມຮັບຜິດຊອບ ສູງ, ສ່ຽງໄພອັນຕະລາຍ ເພື່ອເຄື່ອໄຫວປາບປາມປານໃດກໍຕາມ ແຕ່ການຄ້າຂາຍ ແລະ ລຳລຽງຂົນສົ່ງຢາ ເສບຕິດຂອງກຸ່ມ ຄົນຍັງມີ ໃຫ້ເຫັນ ຢູ່ຕາມ ທ້ອງຖິ່ນຕ່າງໆ ແລະ ຍັງບໍ່ທັນມີທ່າອ່ຽງທີ່ຈະຫລຸດຜ່ອນລົງ./.

ກັບສາລະບານ



__________________
Anonymous

Date:

ຄົນລາວຢູ່ ເມກາຍັງປູກກັນຊາຂາຍຈົນໄດ້ເງິນພໍຢູ່ພໍກິນ ບາງຄົນຈົນບໍ່ຍອມເຮັດການ ຢູ່ລາວເຮົາ ມີການປູກ ກັນມາແຕ່ໃດແຕ່ນານ ສີຫ້າມໄດ້ແນວໃດ ແນວເພິ່ນປູກ ໄວ້ກິນໄວ້ໄຊ້ ສວ່ນຕົວ

__________________
Plantar

Date:

Anonymous wrote:

ຄົນລາວຢູ່ ເມກາຍັງປູກກັນຊາຂາຍຈົນໄດ້ເງິນພໍຢູ່ພໍກິນ ບາງຄົນຈົນບໍ່ຍອມເຮັດການ ຢູ່ລາວເຮົາ ມີການປູກ ກັນມາແຕ່ໃດແຕ່ນານ ສີຫ້າມໄດ້ແນວໃດ ແນວເພິ່ນປູກ ໄວ້ກິນໄວ້ໄຊ້ ສວ່ນຕົວ


 ຂ້ອຍໄດ້ຍິນເຂົາເວົ້າກັນຢູ່paltalk ເຂົາວ່າຄົນລາວຢູ່ Fresno ຣັຖ California ປູກຊາຂາຍຈົນຮັ່ງມີ

ລາວ(Lexus 330)ເປີດແວັບແຄມໃຫ້ເບິ່ງ ເງິນຂາຍຊາເປັນໂຄ້ນໆມີແຕ່ໃບຮ້ອຍໂດລາ ແລະມີຣົຖເບັນ

ຣົຖບີເອັມຈອດຢູ່ເດີ່ນບ້ານ 5 ຄັນ. ມີຄົນລາວຜູ່ນຶ່ງ(AYA AILAO)ກໍ່ວ່າລາວເປັນພໍ່ຄ້າຊາໃຫຍ່ ສັ່ງຊື້ຊາ

ແຕ່ລະເທື່ອບໍ່ຫຼຸດ 5 ລ້ານໂດລາ ແລະລາວກໍ່ອ້າງຕົນວ່າ ທ່ານໄກສອນສົ່ງລາວໄປອາເມຣິກາເພື່ອປຸກຣະ

ດົມຂົນຂວາຍຄົນລາວກັບເມືອພັດທະນາສ້າງສາປະເທດແລະລາວກໍ່ເປັນຫົວໜ້າ Lao KGB ຊຶ່ງມີ

chao khun, king makoto ເປັນມືປາບບັນດານັກຫົວຊາດນິຍົມທີ່ຢາກໃຫ້ຣັຖບານລາວມີການປະ

ຕິຮູບທາງດ້ານການເມືອງ.



__________________
Anonymous

Date:

ຊ່າງອຶດຄຳຖາມແທ້ໆເນາະ

ກໍ່ໂທດຜູ້ປູກຫັ້ນລະ ຊິໄປໃຫ້ໃຜຮັບໂທດແທນອີກ

 



__________________
ບ໊າໄຖ້

Date:

ຕະລາດເຮໂຣອິນຢູ່ຈີນຂະຫຍາຍຕົວ ຣາຄາຝິ່ນກໍ່ສູງ ກໍ່ຕ້ອງປູກຝິ່ນຫຼາຍຂຶ້ນ.

ຝິ່່ນທີ່ປູກຢູ່ລາວຈໍານວນນຶ່ງແມ່ນເອົາມາຜະລິດເຮັດ morphine ບໍ່ແມ່ນເອົາ

ໄປເຮັດຢາເສພຕິດຈົນໝົດ ຖ້າບໍ່ຊັ້ນລັດຖະບານປາບລຽບແລ້ວລະ.



__________________
ຊະນະໄພ

Date:

ຂໍໂທດທີ່ຄິດຄົນລະແບບ.

ທີ່ຈິງແລ້ວໃນໂລກນີ້ມີສາມປະເທດທີ່ປູກຝິ່ນຢ່າງຖືກຕ້ອງຕາມກົດໝາຍໂດຍ UN ເປັນຜູ້ອະນຸຍາດໃຫ້ປູກເພາະຝິ່ນແມ່ນມີຄວາມຈຳເປັນໃນການນຳມາສະກັດເປັນມໍຟີນ ເພື່ອໄປເປັນສ່ວນປະສົມຂອງຢາປົວພະຍາດ, ເຄື່ອງດື່ມຊູກຳລັງ ແລະອື່ນໆ ປະເທດເຫຼົ່ານັ້ນ ປະກອບດ້ວຍ ອົສຕາລີ, ອິນເດຍ ແລະ ຕຣຸກກີ, ມາຮອດປະຈຸບັນ ປະເທດເຫຼົ່ານີ້ແມ່ນໄດ້ກາຍເປັນປະເທດຮັ່ງມີໝົດແລ້ວ ສະນັ້ນສົມຄວນແກ່ເວລາທີ່ຈະໃຫ້ພວກເພິ່ນເຊົາປູກສາ ແລະປ່ຽນໄປອະນຸຍາດໃຫ້ປະເທດທຸກຍາກ ຄື: ລາວ, ມຽນມາ ແລະອື່ນໆປູກແທນເພື່ອປ້ອນຕະລາດໂລກ. ພວກທ່ານກໍ່ຊີ່ມີຄຳຖາມວ່າ ແລ້ວມັນຊີ່ບໍ່ຮົ່ວໄຫຼໄປຕະລາດມືດບໍ່? ລັດຖະບານລາວຊີ່ຄຸ້ມຄອງໄດ້ບໍ່? ແນ່ນອນອາດຈະເຮັດບໍ່ໄດ້ໂດຍລຳພັງ ສະນັ້ນກໍ່ໃຫ້ UNODC ມາວາງມາດຕະການຄຸ້ມຄອງ ພ້ອມທັງສົ່ງພະນັກງານມາປະຈຳໂລດ ຄັນເຮັດໄດ້ຜົນດີກໍ່ຊີ່ມີແກ່ປະຊາຊົນລາວ ບໍ່ຈຳເປັນຕ້ອງລັກລອບອີກ.

ລັດຖະບານລາວຄວນນຳໄປພິຈາລະນາເບິ່ງ, ສ່ວນຂໍ້ມູນບາງສ່ວນແມ່ນເບິ່ງທາງລຸ່ມນີ້:

http://www.deamuseum.org/ccp/opium/production-distribution.html

Current Legal Production of Opium

Legal growing of opium for medicinal use currently takes place in India, Turkey, and Australia. Two thousand tons of opium are produced annually and this supplies the world with the raw material needed to make medicinal products. Mallinckrodt

Legal Opium Shipping Crate

Mallinckrodt, one of the pharmaceutical companies licensed to deal in legal poppy production, uses crates such as this to ship its poppy products around the world.

4c6L



__________________
Anonymous

Date:

ຂ້ອຍໄດ້ຍິນຄົນຂອງທ່ານໄກສອນ ພົມວິຫານ ທີ່ໃຊ້ນາມແຝງ AYA AILAO ເຂົ້າໄປເວົ້າຢູ່ Paltalk

ລາວວ່າອາເມຣິກາ(Pfizer)ຊື້ຢາຝິ່ນຈາກປະເທດລາວແບບລັບໆມາແຕ່ໄດ້ຫຼາຍສິບປີແລ້ວ ແລະເງິນ

ທີ່ໄດ້ຈາກການຂາຍຝິ່ນແມ່ນເອົາໄປບໍາລຸງກອງທັບ ແຕ່ບໍ່ພໍກິນ ເພິ່ນຈຶ່ງຕັ້ງບໍລິສັດພັດທະນາເຂດພູດອຍ

ຂຶ້ນມາໂດຍໃຫ້ທ່ານນາຍພົນແຈ້ງ ໄຊຍະວົງ ເປັນຫົວໜ້າ.



__________________
Anonymous

Date:

Anonymous wrote:

ຄົນລາວຢູ່ ເມກາຍັງປູກກັນຊາຂາຍຈົນໄດ້ເງິນພໍຢູ່ພໍກິນ ບາງຄົນຈົນບໍ່ຍອມເຮັດການ ຢູ່ລາວເຮົາ ມີການປູກ ກັນມາແຕ່ໃດແຕ່ນານ ສີຫ້າມໄດ້ແນວໃດ ແນວເພິ່ນປູກ ໄວ້ກິນໄວ້ໄຊ້ ສວ່ນຕົວ


 ແມ່ນແທ້ເດີ ຢູ່ ແຊນແຟຮນ ແລະ ເຟຮສໂນ

 

ຢູວຽງຈັນ ຂ້າງບ້ານຂອ້ຍລາວປູກ 3 ກົກ ເອົາໄວ້ໃສ່ຕົ້ມໄກ່

ກິນແລ້ວ ຫົວເຕິ້ຫົວເຕີ່ນ

 

ຢ່າ ຊີ ລຽດຫລາຍ ທ່ານເອີຍ ພີ່ນອ້ງເພິ້ນປູກເອົາໄວ້ຢູ່ໄວ້ກິນ ເຫລືອກິນກໍຂາຍມາຊື້ເຂົ້າ ລຽ້ງລູກລຽ້ງເຕົ້າ ສົ່ງລູກເຂົ້າໂຮງຮຽນ ໂຮງຮ່ຳ

ບາດລູກໄຫຍ່ ມີຄວາມຮູ່ຄວາມຫລັກ ການເປັນເຈົ້າໄຫ່ຍນາຍໂຕ ມີເງີນລ້ຳຄ້ຳເດືອນ ອ່ີພໍ່ ກາສີເຊົາແລ້ວ

 

 ແຕ່ການຫ້າມ ການປາມກໍຕອ້ງເດັດຂາດ ເຫັນດີ ລ້ານເປີເຊັນເລີຍ ຟັນເລີຍຄົນປູກຫລາຍຂາຍຫລາຍ ຄົນຜລິດ ຄົນຂາຍຄົນຊື້ ຄົນຕິດຢາບ້າ,,,,,,,,,,

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard